“ວັນທີ 12–18 ເດືອນພຶດສະພາ: ‘ຈົ່ງສະແຫວງຫາຂອງປະທານທີ່ດີທີ່ສຸດຢ່າງຕັ້ງໃຈ’: ຄຳສອນ ແລະ ພັນທະສັນຍາ 46–48,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ຄຳສອນ ແລະ ພັນທະສັນຍາ 2025 (2025)
“ຄຳສອນ ແລະ ພັນທະສັນຍາ 46–48,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2025
ວັນທີ 12–18 ເດືອນພຶດສະພາ: “ຈົ່ງສະແຫວງຫາຂອງປະທານທີ່ດີທີ່ສຸດຢ່າງຕັ້ງໃຈ”
ຄຳສອນ ແລະ ພັນທະສັນຍາ 46–48
ຂະນະທີ່ ພາລີ ພີ ພະແຣັດ, ອໍລີເວີ ຄາວເດີຣີ, ຊີບາ ພີເຕີສັນ, ແລະ ພີເຕີ ວິດເມີ ຜູ້ລູກ ໄດ້ອອກຈາກເມືອງເຄີດແລນ ແລະ ຍົກຍ້າຍໄປເພື່ອສືບຕໍ່ສັ່ງສອນພຣະກິດຕິຄຸນ, ພວກເພິ່ນໄດ້ປະສະມາຊິກໃໝ່ຂອງສາດສະໜາຈັກຫລາຍກວ່າ 100 ຄົນ ຜູ້ທີ່ເຕັມໄປດ້ວຍຄວາມກະຕືລືລົ້ນ ແຕ່ຂາດປະສົບການ ແລະ ການຊີ້ນຳ. ເຂົາເຈົ້າບໍ່ມີປຶ້ມຄູ່ມືແນະນຳ, ບໍ່ມີການປະຊຸມອົບຮົມຜູ້ນຳ, ບໍ່ມີການຖ່າຍທອດກອງປະຊຸມໃຫຍ່ສາມັນ—ຕາມຈິງແລ້ວ, ເຂົາເຈົ້າບໍ່ມີພຣະຄຳພີມໍມອນພຽງພໍໃຫ້ກັບທຸກຄົນ. ຜູ້ທີ່ຫາກໍເຊື່ອຖືຫລາຍຄົນເຫລົ່ານີ້ໄດ້ຖືກພາມາຫາພຣະກິດຕິຄຸນທີ່ຖືກຟື້ນຟູ ໂດຍຄຳສັນຍາຂອງການສະແດງໃຫ້ປະຈັກທີ່ໜ້າອັດສະຈັນຂອງພຣະວິນຍານ, ໂດຍສະເພາະຜູ້ທີ່ຖືກບັນຍາຍຢູ່ໃນພຣະຄຳພີໃໝ່ (ເບິ່ງ, ຍົກຕົວຢ່າງ, 1 ໂກຣິນໂທ 12:1–11). ແຕ່ຫລາຍຄົນພົບວ່າ ມັນຍາກທີ່ຈະລະບຸການສະແດງໃຫ້ປະຈັກທີ່ແທ້ຈິງຂອງພຣະວິນຍານ. ໂດຍທີ່ເຫັນຄວາມສັບສົນ, ໂຈເຊັບ ສະມິດ ຈຶ່ງໄດ້ອະທິຖານຂໍຄວາມຊ່ວຍເຫລືອ. ຄຳຕອບຂອງພຣະຜູ້ເປັນເຈົ້າ ແມ່ນມີຄ່າໃນທຸກວັນນີ້, ເມື່ອຜູ້ຄົນມັກປະຕິເສດ ຫລື ເມີນເສີຍຕໍ່ເລື່ອງຂອງພຣະວິນຍານ. ພຣະອົງໄດ້ຢືນຢັນອີກຄັ້ງວ່າ ການສະແດງໃຫ້ປະຈັກທາງວິນຍານມີຈິງ. ພຣະອົງໄດ້ໃຫ້ຄວາມແຈ່ມແຈ້ງວ່າມັນແມ່ນຫຍັງ: ມັນແມ່ນຂອງປະທານຈາກພຣະບິດາເທິງສະຫວັນທີ່ຊົງຮັກ “ມອບໃຫ້ເພື່ອຜົນປະໂຫຍດຂອງຜູ້ທີ່ຮັກ [ພຣະອົງ] ແລະ ຮັກສາພຣະບັນຍັດທັງໝົດ [ຂອງພຣະອົງ]” (ຄຳສອນ ແລະ ພັນທະສັນຍາ 46:9).
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ຄຳສອນ ແລະ ພັນທະສັນຍາ 46:1–7
ພຣະຜູ້ຊ່ວຍໃຫ້ລອດຍິນດີຕ້ອນຮັບທຸກຄົນທີ່ຢາກນະມັດສະການໃນສາດສະໜາຈັກຂອງພຣະອົງ.
ທ່ານຮູ້ສຶກບໍວ່າ ໝູ່ເພື່ອນ ແລະ ຜູ້ຄົນຢູ່ໃນຄຸ້ມບ້ານຂອງທ່ານ ຮູ້ສຶກໄດ້ຮັບການຕ້ອນຮັບ ໃນພິທີນະມັດສະການຂອງຫວອດທ່ານ? ທ່ານເຮັດຫຍັງແດ່ເພື່ອເຮັດໃຫ້ການປະຊຸມໂບດຂອງພວກທ່ານເປັນບ່ອນທີ່ຜູ້ຄົນຢາກກັບຄືນມາ? ໄຕ່ຕອງວ່າ ທ່ານຈະສາມາດນຳໃຊ້ຄຳແນະນຳຂອງພຣະຜູ້ເປັນເຈົ້າຢູ່ໃນ ຄຳສອນ ແລະ ພັນທະສັນຍາ 46:1–7 ແນວໃດ (ເບິ່ງ 2 ນີໄຟ 26:24–28; 3 ນີໄຟ 18:22–23 ນຳອີກ).
ທ່ານອາດຄິດເຖິງເວລາທີ່ທ່ານໄດ້ເຂົ້າຮ່ວມພິທີຂອງສາດສະໜາຈັກ—ຫລື ການປະຊຸມຂອງກຸ່ມອື່ນ—ເປັນຄັ້ງທຳອິດນຳອີກ. ຜູ້ຄົນໄດ້ເຮັດຫຍັງເພື່ອຊ່ວຍທ່ານໃຫ້ຮູ້ສຶກໄດ້ຮັບການຕ້ອນຮັບ?
ເບິ່ງ ໂມໂຣໄນ 6:5–9; “’Tis Sweet to Sing the Matchless Love,” Hymns, no. 177; “Welcome” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ຄຳສອນ ແລະ ພັນທະສັນຍາ 46:7–33
ພຣະບິດາເທິງສະຫວັນມອບຂອງປະທານຝ່າຍວິນຍານເພື່ອເປັນພອນໃຫ້ແກ່ຄົນອື່ນ.
ໄພ່ພົນລຸ້ນທຳອິດໄດ້ເຊື່ອໃນຂອງປະທານຝ່າຍວິນຍານ ແຕ່ຕ້ອງການຄວາມຊ່ວຍເຫລືອໃຫ້ຮັບຮູ້ມັນ ແລະ ເຂົ້າໃຈຈຸດປະສົງຂອງມັນ. ຂະນະທີ່ທ່ານສຶກສາກ່ຽວກັບຂອງປະທານແຫ່ງພຣະວິນຍານໃນ ຄຳສອນ ແລະ ພັນທະສັນຍາ 46:7–33, ໃຫ້ໄຕ່ຕອງຈຸດປະສົງ “ມັນຖືກມອບໃຫ້ເພື່ອສິ່ງໃດ” (ຂໍ້ທີ 8). ທ່ານຮຽນຮູ້ຫຍັງແດ່ກ່ຽວກັບພຣະເຈົ້າ—ຜູ້ໃຫ້ຂອງປະທານເຫລົ່ານີ້?
ທ່ານສາມາດຄິດເຖິງຕົວຢ່າງ ທີ່ທ່ານເຄີຍເຫັນຜູ້ທີ່ໃຊ້ຂອງປະທານຝ່າຍວິນຍານເຫລົ່ານີ້ ຫລື ອື່ນໆໄດ້ບໍ? ມັນເປັນ “ຜົນປະໂຫຍດ … [ໃຫ້ແກ່] ລູກໆຂອງພຣະເຈົ້າ” ແນວໃດ? (ຂໍ້ທີ 26). ທ່ານອາດເບິ່ງອີກວ່າ ທ່ານສາມາດລະບຸຕົວຢ່າງຂອງຂອງປະທານຝ່າຍວິນຍານຕ່າງໆ ໃນພຣະຄຳພີເໝືອນດັ່ງຂໍ້ພຣະຄຳພີເຫລົ່ານີ້: 1 ກະສັດ 3:5–15; ດານີເອນ 2:26–30; ກິດຈະການ 3:1–8; ຮີລາມັນ 5:17–19; ມໍມອນ 1:1–5; ອີເທີ 3:1–15; ຄຳສອນ ແລະ ພັນທະສັນຍາ 6:10–12; ໂມເຊ 7:13.
ການສຶກສາຂອງທ່ານເລື່ອງຂອງປະທານຝ່າຍວິນຍານອາດເຮັດໃຫ້ທ່ານໄຕ່ຕອງວ່າ ພຣະເຈົ້າໄດ້ປະທານຂອງປະທານຢ່າງໃດແດ່ໃຫ້ທ່ານ. ທ່ານຈະສາມາດໃຊ້ຂອງປະທານເຫລົ່ານີ້ເພື່ອເປັນພອນໃຫ້ແກ່ລູກໆຂອງພຣະອົງແນວໃດ? ຖ້າຫາກທ່ານມີປິຕຸພອນ, ມັນອາດຈະບອກເຖິງຂອງປະທານທີ່ທ່ານໄດ້ຮັບ. ການອ່ານຂ່າວສານຂອງແອວເດີ ຈອນ ຊີ ພິງກຣີ ຜູ້ລູກ “I Have a Work for Thee” ຍັງສາມາດເປີດຈິດໃຈຂອງທ່ານຮັບຂອງປະທານທີ່ທ່ານນຶກບໍ່ເຖິງນຳອີກ (Liahona, Nov. 2017, 32–35).
ຖ້າຫາກທ່ານຕ້ອງການຮຽນຮູ້ກ່ຽວກັບວິທີພັດທະນາຂອງປະທານຝ່າຍວິນຍານ, ການປຽບທຽບໃນຕອນຕົ້ນຂອງຂ່າວສານຂອງແອວເດີ ຮວນ ປາບະໂລ ບີຢາ “Exercising Our Spiritual Muscles” ສາມາດຊ່ວຍໄດ້ (Liahona, May 2019, 95). “ການຝຶກຫັດ” ອັນໃດທີ່ສາມາດຊ່ວຍທ່ານພັດທະນາຂອງປະທານຝ່າຍວິນຍານຂອງທ່ານ?
ເບິ່ງ Topics and Questions, “ພຣະວິນຍານບໍລິສຸດ,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ພຣະຜູ້ເປັນເຈົ້າຕ້ອງການໃຫ້ສາດສະໜາຈັກຂອງພຣະອົງບັນທຶກປະຫວັດສາດໄວ້.
ການເອີ້ນຂອງຈອນ ວິດເມີ ແມ່ນເພື່ອໃຫ້ຮັກສາປະຫວັດສາດຂອງສາດສະໜາຈັກ ສືບຕໍ່ປະເພນີຂອງການມີຜູ້ບັນທຶກ ຊຶ່ງທຳກັນມາເປັນເວລາດົນນານໃນບັນດາຜູ້ຄົນຂອງພຣະເຈົ້າ. ທ່ານຄິດວ່າເປັນຫຍັງການບັນທຶກປະຫວັດສາດຈຶ່ງສຳຄັນຫລາຍແທ້ໆຕໍ່ພຣະຜູ້ເປັນເຈົ້າ? ໄຕ່ຕອງສິ່ງນີ້ຂະນະທີ່ທ່ານອ່ານພາກທີ 47 ລວມທັງຄຳແນະນຳທີ່ຄ້າຍຄືກັນໃນ 2 ນີໄຟ 29:11–12; ໂມເຊ 6:5; ອັບຣາຮາມ 1:28, 31. ທ່ານຮູ້ສຶກວ່າພຣະຜູ້ເປັນເຈົ້າຕ້ອງການໃຫ້ທ່ານບັນທຶກຫຍັງກ່ຽວກັບຊີວິດຂອງທ່ານ?
ໃນ FamilySearch, ທ່ານສາມາດບັນທຶກຄວາມຊົງຈຳ ແລະ ປະສົບການຈາກຊີວິດຂອງທ່ານໄດ້—ແລະ ຊີວິດຂອງບັນພະບຸລຸດຂອງທ່ານ (ເບິ່ງ FamilySearch.org).
ເບິ່ງ Henry B. Eyring, “O Remember, Remember,” Liahona, Nov. 2007, 66–69 ນຳອີກ.
ພຣະວິນຍານບໍລິສຸດສາມາດຊີ້ນຳເຮົາຂະນະທີ່ເຮົາປະຕິບັດການເອີ້ນຂອງເຮົາ.
ບາງເທື່ອທ່ານສາມາດເຂົ້າໃຈສິ່ງທີ່ຈອນ ວິດເມີ ຮູ້ສຶກ ເມື່ອລາວຕ້ອງການຄວາມໝັ້ນໃຈວ່າ ການເອີ້ນຂອງລາວມາຈາກພຣະເຈົ້າ. ພຣະຜູ້ເປັນເຈົ້າໄດ້ກ່າວຫຍັງຢູ່ໃນ ຄຳສອນ ແລະ ພັນທະສັນຍາ 47 ກັບຈອນ ວິດເມີ—ແລະ ກັບທ່ານ—ເພື່ອສ້າງແຮງບັນດານໃຈໃຫ້ເກີດຄວາມໝັ້ນໃຈໃນການປະຕິບັດການເອີ້ນທີ່ພຣະອົງປະທານໃຫ້?
ແນວຄິດສຳລັບການສິດສອນເດັກນ້ອຍ
ຄຳສອນ ແລະ ພັນທະສັນຍາ 46:2–6
ເຮົາສາມາດຊ່ວຍໃຫ້ຄົນອື່ນຮູ້ສຶກໄດ້ຮັບການຕ້ອນຮັບຢູ່ໂບດ.
-
ຫລັງຈາກທີ່ອ່ານ ຄຳສອນ ແລະ ພັນທະສັນຍາ 46:5 ກັບລູກໆຂອງທ່ານແລ້ວ, ໃຫ້ເວົ້າລົມກ່ຽວກັບວ່າ ພຣະຜູ້ຊ່ວຍໃຫ້ລອດຕ້ອງການໃຫ້ຜູ້ຄົນຮູ້ສຶກແນວໃດ ເມື່ອພວກເຂົາມາຫາສາດສະໜາຈັກຂອງພຣະອົງ. ເຊື້ອເຊີນລູກໆຂອງທ່ານໃຫ້ວາດພາບວ່າ ພວກເຂົາເຫັນບາງຄົນຢູ່ໂບດເປັນເທື່ອທຳອິດ. ຊ່ວຍເຂົາໃຫ້ຝຶກວິທີທີ່ຈະຊ່ວຍບຸກຄົນນັ້ນໃຫ້ຮູ້ສຶກໄດ້ຮັບການຕ້ອນຮັບ.
ຄຳສອນ ແລະ ພັນທະສັນຍາ 46:7–26
ພຣະບິດາເທິງສະຫວັນມອບຂອງປະທານຝ່າຍວິນຍານເພື່ອເປັນພອນໃຫ້ແກ່ຄົນອື່ນ.
-
ເພື່ອຊ່ວຍລູກໆຂອງທ່ານຮຽນຮູ້ກ່ຽວກັບຂອງປະທານຝ່າຍວິນຍານທີ່ບັນຍາຍຢູ່ໃນ ຄຳສອນ ແລະ ພັນທະສັນຍາ 46:13–26, ໃຫ້ພິຈາລະນາແນວຄິດນີ້. ທ່ານສາມາດຂຽນຂອງປະທານໃສ່ເຈ້ຍຫລາຍໆແຜ່ນ ແລະ ເຊື່ອງມັນໄວ້ຢູ່ອ້ອມຫ້ອງ. ເມື່ອລູກໆຂອງທ່ານຊອກເຫັນເຈ້ຍແຕ່ລະແຜ່ນ, ໃຫ້ຊ່ວຍພວກເຂົາຊອກຫາວ່າ ຂອງປະທານຢ່າງນັ້ນຖືກກ່າວເຖິງຢູ່ບ່ອນໃດໃນ ພາກທີ 46. ສຳລັບຂອງປະທານແຕ່ລະຢ່າງ, ໃຫ້ເວົ້າລົມກັບພວກເຂົາກ່ຽວກັບວິທີທີ່ມັນຖືກນຳໃຊ້ ເພື່ອເປັນພອນໃຫ້ແກ່ຄົນອື່ນແນວໃດ (ຄຳບັນຍາຍໃນ “ບົດທີ 20: ຂອງປະທານແຫ່ງພຣະວິນຍານ,” ໃນ ເລື່ອງຄຳສອນ ແລະ ພັນທະສັນຍາ, 77–80, ສາມາດຊ່ວຍໄດ້).
-
ບອກລູກໆຂອງທ່ານກ່ຽວກັບຂອງປະທານທີ່ທ່ານວ່າພຣະບິດາເທິງສະຫວັນໄດ້ມອບໃຫ້ພວກເຂົາ, ແລະ ປ່ອຍໃຫ້ພວກເຂົາເວົ້າລົມກ່ຽວກັບຂອງປະທານທີ່ພວກເຂົາສັງເກດເຫັນໃນແຕ່ລະຄົນ. ອີງຕາມ ຄຳສອນ ແລະ ພັນທະສັນຍາ 46:8–9, 26, ເປັນຫຍັງພຣະບິດາເທິງສະຫວັນຈຶ່ງມອບຂອງປະທານຝ່າຍວິນຍານໃຫ້ເຮົາ? ເຮົາຈະສາມາດໃຊ້ຂອງປະທານຂອງເຮົາເພື່ອຊ່ວຍຄົນອື່ນໄດ້ແນວໃດ?
ຄຳສອນ ແລະ ພັນທະສັນຍາ 47:1, 3
ເຮົາສາມາດບັນທຶກປະຫວັດຂອງເຮົາ.
-
ປ່ອຍໃຫ້ລູກໆຂອງທ່ານຄົ້ນຫາສິ່ງທີ່ພຣະຜູ້ເປັນເຈົ້າຕ້ອງການໃຫ້ຈອນ ວິດເມີ ເຮັດໃນ ຄຳສອນ ແລະ ພັນທະສັນຍາ 47:1, 3. ທ່ານອາດຈະແບ່ງປັນເລື່ອງລາວທີ່ມັກຊອບຈາກພຣະຄຳພີນຳກັນ. ຊີ້ໃຫ້ເຫັນວ່າເຮົາຮູ້ເລື່ອງລາວເຫລົ່ານີ້ເພາະມີບາງຄົນໄດ້ບັນທຶກມັນໄວ້.
-
ໃຫ້ພິຈາລະນາວິທີທີ່ທ່ານຈະດົນໃຈລູກໆຂອງທ່ານໃຫ້ບັນທຶກປະຫວັດສ່ວນຕົວຂອງພວກເຂົາແນວໃດ. ທ່ານສາມາດແບ່ງປັນບາງຢ່າງຈາກບັນທຶກສ່ວນຕົວຂອງທ່ານ ຫລື ເລື່ອງລາວກ່ຽວກັບບັນພະບຸລຸດຄົນໃດຄົນໜຶ່ງ (ເບິ່ງ FamilySearch.org ຫລື ແອັບ the Memories). ທ່ານອາດໃຫ້ແນວຄິດບາງຢ່າງ ໃນການບັນທຶກ, ດັ່ງເຊັ່ນ “ມີຫຍັງເກີດຂຶ້ນໃນອາທິດນີ້ ທີ່ເຈົ້າຢາກໃຫ້ລູກຫລານຮູ້ຈັກ?” ຫລື “ເຈົ້າໄດ້ເຫັນພຣະຫັດຂອງພຣະຜູ້ເປັນເຈົ້າ ຢູ່ໃນຊີວິດຂອງເຈົ້າແນວໃດ ໃນອາທິດນີ້?” ເດັກນ້ອຍສາມາດແຕ້ມຮູບກ່ຽວກັບປະສົບການຂອງພວກເຂົາ, ຫລື ທ່ານສາມາດອັດສຽງຂອງພວກເຂົາໄວ້ ຂະນະທີ່ພວກເຂົາເລົ່າເລື່ອງຂອງພວກເຂົາ. ພອນຢ່າງໃດແດ່ທີ່ມາຈາກການບັນທຶກ “ປະຫວັດສາດເປັນປະຈຳ”? (ຄຳສອນ ແລະ ພັນທະສັນຍາ 47:1).
ຄຳສອນ ແລະ ພັນທະສັນຍາ 48:2–3
ເຮົາສາມາດຊ່ວຍຄົນອື່ນໂດຍການແບ່ງປັນສິ່ງທີ່ເຮົາໄດ້ຖືກມອບໃຫ້.
-
ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 48:2–3 ກັບລູກໆຂອງທ່ານ, ທ່ານອາດຕ້ອງໄດ້ອະທິບາຍວ່າ ຜູ້ຄົນໄດ້ມາສູ່ລັດໂອໄຮໂອ ຈາກພາກຕາເວັນອອກ, ແລະ ເຂົາເຈົ້າບໍ່ມີບ່ອນຢູ່ອາໄສ. ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ໄພ່ພົນເຮັດຫຍັງເພື່ອຊ່ວຍເຫລືອ? ຊ່ວຍລູກໆຂອງທ່ານໃຫ້ຄິດເຖິງສິ່ງທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ ທີ່ພວກເຂົາສາມາດແບ່ງປັນກັບຄົນອື່ນ. ທ່ານກໍສາມາດຮ້ອງເພງກັບພວກເຂົານຳອີກ ເຊັ່ນ “ເຮັດແຕ່ຄວາມດີ” (ເພງສວດ ແລະ ເພງຂອງເດັກນ້ອຍ, 38).