ພຣະ​ຄຳ​ພີ
2 ນີ​ໄຟ 29


ບົດ​ທີ 29

ຄົນ​ຕ່າງ​ຊາດ​ຢ່າງ​ຫລວງ​ຫລາຍ​ຈະ​ປະ​ຕິ​ເສດ​ພຣະ​ຄຳ​ພີ​ມໍ​ມອນ—ພວກ​ເຂົາ​ຈະ​ເວົ້າ​ວ່າ, ພວກ​ເຮົາ​ບໍ່​ຕ້ອງ​ການ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເຫລັ້ມ​ອື່ນ​ອີກ—ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຫລາຍ​ປະ​ຊາ​ຊາດ—ພຣະ​ອົງ​ຈະ​ພິ​ພາກ​ສາ​ໂລກ​ມະ​ນຸດ​ຕາມ​ສິ່ງ​ທີ່​ຈະ​ມີ​ຂຽນ​ໄວ້​ໃນ​ປຶ້ມ. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແຕ່​ຈົ່ງ​ເບິ່ງ ໃນ​ມື້​ນັ້ນ​ຈະ​ມີ​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ—​ເວ​ລາ​ເຮົາ​ຈະ​ເລີ່ມ​ທຳ ງານ​ອັດ​ສະ​ຈັນ​ໃນ​ບັນ​ດາ​ພວກ​ເຂົາ, ເພື່ອ​ເຮົາ​ຈະ​ຄິດ​ເຖິງ ພັນ​ທະ​ສັນ​ຍາ​ຂອງ​ເຮົາ ຊຶ່ງ​ເຮັດ​ໄວ້​ກັບ​ລູກ​ຫລານ​ມະ​ນຸດ, ເພື່ອ​ເຮົາ​ຈະ​ລົງ​ມື​ອີກ​ເປັນ​ຄັ້ງ ທີ​ສອງ​ທີ່​ຈະ​ນຳ​ຜູ້​ຄົນ​ຂອງ​ເຮົາ ຊຶ່ງ​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ກັບ​ຄືນ​ມາ;

2 ແລະ ເພື່ອ​ເຮົາ​ຈະ​ລະ​ນຶກ​ເຖິງ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ເຈົ້າ​ນີ​ໄຟ ແລະ ກັບ​ບິ​ດາ​ຂອງ​ເຈົ້າ​ອີກ​ວ່າ ເຮົາ​ຈະ​ລະ​ນຶກ​ເຖິງ​ລູກ​ຫລານ​ຂອງ​ເຈົ້າ ແລະ ວ່າ ຄຳ​ເວົ້າ​ຂອງ​ລູກ​ຫລານ​ຂອງ​ເຈົ້າ​ຈະ​ອອກ​ຈາກ​ປາກ​ຂອງ​ເຮົາ​ໄປ​ຫາ​ລູກ​ຫລານ​ຂອງ​ເຈົ້າ; ແລະ ຄຳ​ເວົ້າ​ຂອງ​ເຮົາ​ຈະ ຮຽກ​ຮ້ອງ​ອອກ​ໄປ​ຫາ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ເພື່ອ​ເປັນ ຫລັກ​ສັນ​ຍານ​ໃຫ້​ແກ່​ຜູ້​ຄົນ​ຂອງ​ເຮົາ, ຊຶ່ງ​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ.

3 ເພາະ​ຄຳ​ເວົ້າ​ຂອງ​ເຮົາ​ຈະ​ສົ່ງ​ສຽງ​ອອກ​ໄປ—ຄົນ​ຕ່າງ​ຊາດ​ສ່ວນ​ຫລາຍ​ຈະ​ເວົ້າ​ວ່າ: ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ! ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ! ເຮົາ​ມີ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຢູ່​ແລ້ວ, ແລະ ຈະ​ມີ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເຫລັ້ມ​ອື່ນ​ອີກ​ບໍ່​ໄດ້.

4 ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ໂອ້ ຄົນ​ໂງ່, ເຂົາ​ຈະ​ມີ​ພຣະ​ຄຣິ​ສ​ຕະ​ທຳ​ຄຳ​ພີ; ແລະ ມັນ​ໄດ້​ອອກ​ມາ​ຈາກ ຊາວ​ຢິວ, ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ສະ​ໄໝ​ບູ​ຮານ​ຂອງ​ເຮົາ. ແລະ ພວກ​ເຂົາ​ຕອບ​ແທນ​ບຸນ​ຄຸນ​ຊາວ​ຢິວ​ຢ່າງ​ໃດ​ແດ່​ສຳ​ລັບ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ຊຶ່ງ​ພວກ​ເຂົາ​ໄດ້​ຮັບ​ຈາກ​ພວກ​ນັ້ນ? ແທ້​ຈິງ​ແລ້ວ, ຄົນ​ຕ່າງ​ຊາດ​ໝາຍ​ເຖິງ​ອັນ​ໃດ? ພວກ​ເຂົາ​ໄດ້​ນຶກ​ເຖິງ​ຄວາມ​ຍາກ​ລຳ​ບາກ ແລະ ການ​ທຳ​ງານ, ແລະ ການ​ເຈັບ​ປວດ​ຂອງ​ຊາວ​ຢິວ ແລະ ຄວາມ​ພາກ​ພຽນ​ຂອງ​ພວກ​ນັ້ນ​ທີ່​ມີ​ຕໍ່​ເຮົາ​ໃນ​ການ​ນຳ​ຄວາມ​ລອດ​ມາ​ສູ່​ຄົນ​ຕ່າງ​ຊາດ​ຫລື​ບໍ່?

5 ໂອ້ ເຈົ້າ​ຄົນ​ຕ່າງ​ຊາດ, ເຈົ້າ​ຄິດ​ເຖິງ​ຊາວ​ຢິວ, ຊຶ່ງ​ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ສະ​ໄໝ​ບູ​ຮານ​ຂອງ​ເຮົາ​ຫລື​ບໍ່? ບໍ່​ເຄີຍ​ເລີຍ; ແຕ່​ເຈົ້າ​ສາບ​ແຊ່ງ​ພວກ​ເຂົາ, ແລະ ຊັງ​ພວກ​ເຂົາ, ແລະ ບໍ່​ພະ​ຍາ​ຍາມ​ນຳ​ພວກ​ເຂົາ​ກັບ​ຄືນ​ມາ. ແຕ່​ຈົ່ງ​ເບິ່ງ, ເຮົາ​ຈະ​ເອົາ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ກັບ​ມາ​ໃສ່​ເທິງ​ຫົວ​ຂອງ​ເຈົ້າ​ເອງ; ເພາະ​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ລືມ​ຜູ້​ຄົນ​ຂອງ​ເຮົາ​ເລີຍ.

6 ເຈົ້າ​ຄົນ​ໂງ່​ທີ່​ຈະ​ເວົ້າ​ວ່າ: ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ເຮົາ​ມີ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຢູ່​ແລ້ວ, ແລະ ເຮົາ​ບໍ່​ຕ້ອງ​ການ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເຫລັ້ມ​ອື່ນ​ອີກ. ເຈົ້າ​ຈະ​ໄດ້​ຮັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ບໍ ນອກ​ຈາກ​ໂດຍ​ຊາວ​ຢິວ?

7 ເຈົ້າ​ບໍ່​ຮູ້​ບໍ​ວ່າ ມີ​ປະ​ຊາ​ຊາດ​ຫລາຍ​ກວ່າ​ໜຶ່ງ​ຊາດ? ເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ຜູ້ ສ້າງ​ມະ​ນຸດ​ທັງ​ປວງ, ແລະ​ວ່າ​ເຮົາ​ນຶກ​ເຖິງ​ຄົນ​ທີ່​ຢູ່​ໃນ ເກາະ​ໃນ​ທະ​ເລ; ແລະ ວ່າ​ເຮົາ​ປົກ​ຄອງ​ຢູ່​ໃນ​ຟ້າ​ສະ​ຫວັນ​ເບື້ອງ​ເທິງ; ແລະ ໃນ​ແຜ່ນ​ດິນ​ໂລກ​ເບື້ອງ​ລຸ່ມ; ແລະ ເຮົາ​ນຳ​ຄວາມ​ເວົ້າ​ຂອງ​ເຮົາ​ອອກ​ມາ​ຫາ​ລູກ​ຫລານ​ມະ​ນຸດ, ແທ້​ຈິງ​ແລ້ວ, ແມ່ນ​ສູ່​ປະ​ຊາ​ຊາດ​ທັງ​ໝົດ​ຂອງ​ແຜ່ນ​ດິນ​ໂລກ?

8 ດັ່ງ​ນັ້ນ ເຈົ້າ​ຈົ່ມ​ວ່າ, ຍ້ອນ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ຄຳ​ເວົ້າ​ຂອງ​ເຮົາ​ຫລາຍ​ຂຶ້ນ​ບໍ? ເຈົ້າ​ບໍ່​ຮູ້​ບໍ​ວ່າ ປະ​ຈັກ​ພະ​ຍານ​ຂອງ ສອງ​ປະ​ຊາ​ຊາດ​ເປັນ ພະ​ຍານ​ຕໍ່​ເຈົ້າ​ວ່າ​ເຮົາ​ຄື​ພຣະ​ເຈົ້າ, ວ່າ​ເຮົາ​ນຶກ​ເຖິງ​ປະ​ຊາ​ຊາດ​ໜຶ່ງ​ເໝືອນ​ກັນ​ກັບ​ອີກ​ປະ​ຊາ​ຊາດ​ໜຶ່ງ? ດັ່ງ​ນັ້ນ, ເຮົາ​ເວົ້າ​ຄຳ​ດຽວ​ກັບ​ປະ​ຊາ​ຊາດ​ໜຶ່ງ​ຄື​ກັນ​ກັບ​ເວົ້າ​ກັບ​ປະ​ຊາ​ຊາດ​ອື່ນ. ແລະ ເມື່ອ​ສອງ ປະ​ຊາ​ຊາດ​ຈະ​ຮ່ວມ​ກັນ ປະ​ຈັກ​ພະ​ຍານ​ທັງ​ສອງ​ປະ​ຊາ​ຊາດ​ຈະ​ຮ່ວມ​ກັນ​ອີກ.

9 ແລະ ເຮົາ​ກະ​ທຳ​ເຊັ່ນ​ນີ້ ເພື່ອ​ຈະ​ໄດ້​ພິ​ສູດ​ຕໍ່​ຄົນ​ຢ່າງ​ຫລວງ​ຫລາຍ​ວ່າ ເຮົາ​ເປັນ ເໝືອນ​ກັນ​ເຊັ່ນ​ມື້​ວານ​ນີ້, ມື້​ນີ້, ແລະ ຕະ​ຫລອດ​ການ; ແລະ ວ່າ​ເຮົາ​ເວົ້າ​ອອກ​ໄປ​ຕາມ​ຄວາມ​ພໍ​ໃຈ​ຂອງ​ເຮົາ. ແລະ ເພາະ​ວ່າ​ເຮົາ​ເວົ້າ ຄຳ​ໜຶ່ງ​ແລ້ວ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ຄິດ​ວ່າ​ເຮົາ​ເວົ້າ​ອີກ​ຄຳ​ໜຶ່ງ​ບໍ່​ໄດ້; ເພາະ​ວຽກ​ງານ​ຂອງ​ເຮົາ​ຍັງ​ບໍ່​ທັນ​ຈົບ ແລະ ມັນ​ຈະ​ຍັງ​ບໍ່​ຈົບ​ຈົນ​ເຖິງ​ທີ່​ສຸດ​ຂອງ​ມະ​ນຸດ, ທັງ​ຈາກ​ເວ​ລາ​ນີ້​ເປັນ​ຕົ້ນ​ໄປ ແລະ ຕະ​ຫລອດ​ການ.

10 ດັ່ງ​ນັ້ນ, ເພາະ​ເຈົ້າ​ມີ​ພຣະ​ຄຣິ​ສ​ຕະ​ທຳ​ຄຳ​ພີ​ແລ້ວ ແລະ ເຈົ້າ​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ຄິດ​ວ່າ​ມັນ​ມີ ຄຳ​ເວົ້າ​ທັງ​ໝົດ​ຂອງ​ເຮົາ​ຢູ່​ໃນ​ນັ້ນ; ທັງ​ເຈົ້າ​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ຄິດ​ວ່າ ເຮົາ​ບໍ່​ໄດ້​ສັ່ງ​ໃຫ້​ບັນ​ທຶກ​ຕື່ມ​ອີກ.

11 ເພາະ​ເຮົາ​ສັ່ງ​ມະ​ນຸດ ທັງ​ປວງ, ທັງ​ໃນ​ທາງ​ຕາ​ເວັນ​ອອກ, ແລະ ທາງ​ຕາ​ເວັນ​ຕົກ, ທັງ​ໃນ​ທາງ​ເໜືອ, ແລະ ທາງ​ໃຕ້, ແລະ ໃນ​ເກາະ​ໃນ​ທະ​ເລ, ວ່າ​ພວກ​ເຂົາ​ຈະ ບັນ​ທຶກ​ຄຳ​ເວົ້າ ຊຶ່ງ​ເຮົາ​ເວົ້າ​ກັບ​ພວກ​ເຂົາ; ເພາະ​ຈາກ ໜັງ​ສື ຊຶ່ງ​ຈະ​ມີ​ບັນ​ທຶກ​ໄວ້​ນັ້ນ ເຮົາ​ຈະ ພິ​ພາກ​ສາ​ໂລກ, ພິ​ພາກ​ສາ​ທຸກໆ​ຄົນ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ຕາມ​ເລື່ອງ​ທີ່​ໄດ້​ບັນ​ທຶກ​ໄວ້.

12 ເພາະ​ຈົ່ງ​ເບິ່ງ, ເຮົາ​ຈະ​ເວົ້າ​ກັບ ຊາວ​ຢິວ ແລະ ພວກ​ເຂົາ​ຈະ​ບັນ​ທຶກ​ມັນ​ໄວ້; ແລະ ເຮົາ​ຈະ​ເວົ້າ​ກັບ​ຊາວ​ນີ​ໄຟ ແລະ ພວກ​ເຂົາ​ຈະ ບັນ​ທຶກ​ມັນ​ໄວ້; ແລະ ເຮົາ​ຈະ​ເວົ້າ​ກັບ​ເຜົ່າ​ອື່ນໆ​ຂອງ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ອີກ, ຊຶ່ງ​ເຮົາ​ໄດ້​ນຳ​ອອກ​ໄປ​ແລ້ວ ແລະ ພວກ​ເຂົາ​ຈະ​ບັນ​ທຶກ​ມັນ​ໄວ້; ແລະ ເຮົາ​ຈະ​ເວົ້າ​ກັບ​ປະ​ຊາ​ຊາດ ທັງ​ໝົດ​ຂອງ​ແຜ່ນ​ດິນ​ໂລກ ແລະ ເຂົາ​ຈະ​ບັນ​ທຶກ​ມັນ​ໄວ້.

13 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຊາວ​ຢິວ​ຈະ​ມີ​ຄຳ​ເວົ້າ​ຂອງ​ຊາວ​ນີ​ໄຟ, ແລະ ຊາວ​ນີ​ໄຟ​ຈະ​ມີ​ຄຳ​ເວົ້າ​ຂອງ​ຊາວ​ຢິວ; ແລະ ຊາວ​ນີ​ໄຟ​ກັບ​ຊາວ​ຢິວ​ຈະ​ມີ​ຄຳ​ເວົ້າ​ຂອງ ເຜົ່າ​ອິດ​ສະ​ຣາ​ເອນ​ທີ່​ສູນ​ຫາຍ​ໄປ; ແລະ ເຜົ່າ​ອິດ​ສະ​ຣາ​ເອນ​ທີ່​ສູນ​ຫາຍ​ໄປ​ຈະ​ມີ​ຄຳ​ເວົ້າ​ຂອງ​ຊາວ​ນີ​ໄຟ​ກັບ​ຊາວ​ຢິວ.

14 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ຂອງ​ເຮົາ ຊຶ່ງ​ເປັນ​ຄົນ​ຂອງ ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ ຈະ​ຖືກ​ເຕົ້າ​ໂຮມ​ກັບ​ຄືນ​ບ້ານ​ສູ່​ແຜ່ນ​ດິນ​ແຫ່ງ​ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ; ແລະ ຄຳ​ເວົ້າ​ຂອງ​ເຮົາ​ຈະ​ຖືກ​ເຕົ້າ​ໂຮມ​ໄວ້ ເປັນ​ຄຳ​ດຽວ​ກັນ. ແລະ ເຮົາ​ຈະ​ສະ​ແດງ​ແກ່​ຄົນ​ທີ່​ຕໍ່​ສູ້​ກັບ​ຄຳ​ເວົ້າ​ຂອງ​ເຮົາ, ແລະ ກັບ​ຜູ້​ຄົນ​ຂອງ​ເຮົາ​ຜູ້​ເປັນ ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ວ່າ ເຮົາ​ຄື​ພຣະ​ເຈົ້າ ແລະ ວ່າ​ເຮົາ​ໃຫ້ ພັນ​ທະ​ສັນ​ຍາ​ໄວ້​ກັບ​ອັບ​ຣາ​ຮາມ ວ່າ​ເຮົາ​ຈະ​ລະ​ນຶກ​ເຖິງ ລູກ​ຫລານ​ຂອງ​ລາວ ຕະ​ຫລອດ​ໄປ.