ບົດທີ 5
ຊາວນີໄຟແຍກຕົວຂອງພວກເຂົາອອກຈາກຊາວເລມັນ, ພວກເຂົາຮັກສາກົດຂອງໂມເຊ ແລະ ສ້າງພຣະວິຫານ—ຍ້ອນຄວາມບໍ່ເຊື່ອຖືຂອງພວກເຂົາ, ຊາວເລມັນຈຶ່ງຖືກຕັດອອກຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ, ແລະ ຖືກສາບແຊ່ງ, ແລະ ກາຍເປັນໄພພິບັດຕໍ່ຊາວນີໄຟ. ປະມານ 588–559 ປີ ກ່ອນ ຄ.ສ.
1 ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ຮ້ອງທູນພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງຂ້າພະເຈົ້າຫລາຍຢ່າງ ເພາະ ຄວາມຮ້າຍກາດຂອງພວກອ້າຍຂອງຂ້າພະເຈົ້າ.
2 ແຕ່ຈົ່ງເບິ່ງ, ຄວາມຮ້າຍກາດຂອງພວກເຂົາທີ່ມີຕໍ່ຂ້າພະເຈົ້າໄດ້ເພີ່ມທະວີຂຶ້ນ, ເຖິງຂະໜາດທີ່ພວກເຂົາໄດ້ພະຍາຍາມຈະເອົາຊີວິດຂອງຂ້າພະເຈົ້າ.
3 ແທ້ຈິງແລ້ວ, ພວກເຂົາໄດ້ຈົ່ມໃຫ້ຂ້າພະເຈົ້າ ມີຄວາມວ່າ: ນ້ອງຊາຍຂອງພວກເຮົາຄິດຢາກ ປົກຄອງພວກເຮົາ; ແລະ ພວກເຮົາມີຄວາມລຳບາກມາຫລາຍເພາະລາວ; ດັ່ງນັ້ນ, ບັດນີ້ໃຫ້ພວກເຮົາຂ້າລາວຖິ້ມເສຍ, ເພື່ອວ່າພວກເຮົາຈະບໍ່ໄດ້ເປັນທຸກເພາະຄຳເວົ້າຂອງລາວອີກ. ເພາະຈົ່ງເບິ່ງ, ພວກເຮົາຈະບໍ່ຍອມໃຫ້ລາວມາເປັນຜູ້ປົກຄອງພວກເຮົາ, ເພາະເປັນເລື່ອງຂອງພວກເຮົາຜູ້ເປັນອ້າຍທີ່ຈະປົກຄອງດູແລຜູ້ຄົນພວກນີ້.
4 ບັດນີ້ຂ້າພະເຈົ້າບໍ່ໄດ້ບັນທຶກຄຳເວົ້າທັງໝົດທີ່ພວກເຂົາໄດ້ຈົ່ມໃຫ້ຂ້າພະເຈົ້າໃນແຜ່ນຈາລຶກເຫລົ່ານີ້. ແຕ່ມັນພຽງພໍສຳລັບຂ້າພະເຈົ້າທີ່ຈະເວົ້າວ່າ, ພວກເຂົາໄດ້ພະຍາຍາມຈະເອົາຊີວິດຂອງຂ້າພະເຈົ້າ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ ເຕືອນຂ້າພະເຈົ້າວ່າ ຂ້າພະເຈົ້າ ນີໄຟຄວນໜີຈາກພວກເຂົາ ແລະ ໜີໄປໃນຖິ່ນແຫ້ງແລ້ງກັນດານກັບຄົນທັງໝົດທີ່ຈະໄປກັບຂ້າພະເຈົ້າ.
6 ດັ່ງນັ້ນ, ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ພາຄອບຄົວຂອງຂ້າພະເຈົ້າໄປ ແລະ ໂຊຣຳກັບຄອບຄົວຂອງພວກເຂົາອີກ, ແລະ ແຊມ, ອ້າຍຂອງຂ້າພະເຈົ້າກັບຄອບຄົວຂອງລາວ, ແລະ ຢາໂຄບກັບໂຢເຊັບ, ນ້ອງຊາຍຂອງຂ້າພະເຈົ້າ, ແລະ ນ້ອງສາວຂອງຂ້າພະເຈົ້າອີກ. ແລະ ທຸກຄົນທີ່ຈະໄປກັບຂ້າພະເຈົ້າ. ແລະ ທຸກຄົນທີ່ຈະໄປກັບຂ້າພະເຈົ້າຄືຜູ້ທີ່ເຊື່ອໃນ ການເຕືອນ ແລະ ການເປີດເຜີຍຂອງພຣະເຈົ້າ; ດັ່ງນັ້ນ, ພວກເຂົາໄດ້ເຊື່ອຟັງຄຳເວົ້າຂອງຂ້າພະເຈົ້າ.
7 ແລະ ພວກເຮົາໄດ້ເອົາຜ້າເຕັນຂອງພວກເຮົາ ແລະ ເຄື່ອງຂອງຕ່າງໆທີ່ຈະເອົາໄປກັບພວກເຮົາໄດ້ ແລະ ໄດ້ເດີນທາງໄປໃນຖິ່ນແຫ້ງແລ້ງກັນດານຫລາຍມື້. ແລະ ຫລັງຈາກພວກເຮົາໄດ້ເດີນທາງໄປເປັນເວລາຫລາຍມື້ ພວກເຮົາໄດ້ຕັ້ງຜ້າເຕັນຂອງພວກເຮົາຂຶ້ນ.
8 ແລະ ຜູ້ຄົນຂອງຂ້າພະເຈົ້າຢາກໃຫ້ພວກເຮົາເອີ້ນຊື່ບ່ອນນັ້ນວ່າ ນີໄຟ; ດັ່ງນັ້ນ ພວກເຮົາຈຶ່ງໄດ້ເອີ້ນບ່ອນນັ້ນວ່າ ນີໄຟ.
9 ແລະ ຄົນທັງໝົດທີ່ຢູ່ກັບຂ້າພະເຈົ້າໄດ້ຍອມເອີ້ນຕົນເອງວ່າເປັນ ຄົນຂອງນີໄຟ.
10 ແລະ ພວກເຮົາໄດ້ຍຶດຖືທີ່ຈະຮັກສາຄຳພິພາກສາ, ແລະ ຂໍ້ກຳນົດ, ແລະ ພຣະບັນຍັດຂອງພຣະຜູ້ເປັນເຈົ້າໃນທຸກສິ່ງທຸກຢ່າງ, ຕາມ ກົດຂອງໂມເຊ.
11 ແລະ ພຣະຜູ້ເປັນເຈົ້າໄດ້ຢູ່ກັບພວກເຮົາ, ແລະ ພວກເຮົາໄດ້ຮຸ່ງເຮືອງຢ່າງຍິ່ງ; ເພາະພວກເຮົາໄດ້ຫວ່ານເມັດພືດ, ແລະ ພວກເຮົາໄດ້ເກັບກ່ຽວອີກເປັນຈຳນວນຫລວງຫລາຍ. ແລະ ພວກເຮົາໄດ້ເລີ່ມລ້ຽງສັດ ແລະ ຝູງສັດໃຊ້ງານ, ແລະ ສັດທຸກຊະນິດ.
12 ແລະ ຂ້າພະເຈົ້ານີໄຟໄດ້ນຳແຜ່ນຈາລຶກທີ່ໄດ້ບັນທຶກໄວ້ໃນ ແຜ່ນຈາລຶກທອງເຫລືອງມານຳ ແລະ ລູກກົມ ຫລື ເຂັມຊີ້ທິດ ຊຶ່ງໄດ້ຕຽມໄວ້ໃຫ້ບິດາຂອງຂ້າພະເຈົ້າໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ, ຕາມທີ່ມີບັນທຶກໄວ້ນັ້ນ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເລີ່ມຮຸ່ງເຮືອງຂຶ້ນຢ່າງຍິ່ງ ແລະ ມີຄົນທະວີຂຶ້ນໃນແຜ່ນດິນນັ້ນ.
14 ແລະ ຂ້າພະເຈົ້ານີໄຟໄດ້ເອົາ ດາບຂອງລາບານມາ, ແລະ ໄດ້ເຮັດດາບແບບນັ້ນຫລາຍດວງ, ຢ້ານວ່າດ້ວຍວິທີໃດວິທີໜຶ່ງ ຜູ້ຄົນຊຶ່ງບັດນີ້ມີຊື່ວ່າ ຊາວເລມັນຈະມາຮຸກຮານພວກເຮົາ ແລະ ຈະທຳລາຍພວກເຮົາ; ເພາະຂ້າພະເຈົ້າຮູ້ເຖິງຄວາມກຽດຊັງຂອງພວກເຂົາທີ່ມີຕໍ່ຂ້າພະເຈົ້າ ແລະ ລູກຫລານຂອງຂ້າພະເຈົ້າ ແລະ ຄົນທີ່ມີຊື່ວ່າ ຜູ້ຄົນຂອງຂ້າພະເຈົ້າ.
15 ແລະ ຂ້າພະເຈົ້າໄດ້ສິດສອນຜູ້ຄົນຂອງຂ້າພະເຈົ້າໃຫ້ສ້າງເຮືອນຊານ ແລະ ໃຫ້ເຮັດວຽກດ້ວຍໄມ້ ແລະ ດ້ວຍ ເຫລັກ ແລະ ດ້ວຍທອງແດງ ແລະ ດ້ວຍທອງເຫລືອງ ແລະ ດ້ວຍເຫລັກກ້າ, ແລະ ດ້ວຍຄຳ ແລະ ດ້ວຍເງິນ ແລະ ດ້ວຍແຮ່ທາດທີ່ມີຄ່າ ຊຶ່ງມີຢູ່ຢ່າງຫລວງຫລາຍ.
16 ແລະ ຂ້າພະເຈົ້ານີໄຟໄດ້ສ້າງ ພຣະວິຫານໄວ້ແຫ່ງໜຶ່ງ; ແລະ ຂ້າພະເຈົ້າໄດ້ສ້າງຕາມແບບ ພຣະວິຫານຂອງໂຊໂລໂມນ ແຕ່ບໍ່ໄດ້ສ້າງດ້ວຍສິ່ງທີ່ ມີຄ່າຫລາຍຢ່າງເຊັ່ນນັ້ນ; ເພາະຫາມັນບໍ່ໄດ້ໃນແຜ່ນດິນນີ້, ດັ່ງນັ້ນ, ຈຶ່ງສ້າງໃຫ້ຄືກັນກັບພຣະວິຫານຂອງໂຊໂລໂມນບໍ່ໄດ້. ແຕ່ແບບຂອງການສ້າງນັ້ນຄືກັນກັບພຣະວິຫານຂອງໂຊໂລໂມນ ແລະ ຝີມືໃນການສ້າງນັ້ນດີເລີດ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ໃຫ້ຜູ້ຄົນຂອງຂ້າພະເຈົ້າມີຄວາມ ດຸໝັ່ນ ແລະ ທຳງານດ້ວຍຝີມືຂອງພວກເຂົາ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາຢາກໃຫ້ຂ້າພະເຈົ້າເປັນ ກະສັດຂອງພວກເຂົາ. ແຕ່ຂ້າພະເຈົ້ານີໄຟປາດຖະໜາບໍ່ໃຫ້ພວກເຂົາມີກະສັດ; ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າກໍໄດ້ເຮັດເພື່ອພວກເຂົາຕາມອຳນາດຂອງຂ້າພະເຈົ້າ.
19 ແລະ ຈົ່ງເບິ່ງ, ພຣະຄຳຂອງພຣະຜູ້ເປັນເຈົ້າໄດ້ສຳເລັດແລ້ວຕໍ່ພວກອ້າຍຂອງຂ້າພະເຈົ້າ, ຊຶ່ງພຣະອົງໄດ້ຮັບສັ່ງກ່ຽວກັບພວກເຂົາວ່າ, ຂ້າພະເຈົ້າຈະເປັນຜູ້ປົກຄອງ ແລະ ຜູ້ສອນຂອງພວກເຂົາ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ເປັນ ຜູ້ປົກຄອງ ແລະ ຜູ້ສອນຂອງພວກເຂົາຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າ ຈົນເຖິງເວລາທີ່ພວກເຂົາພະຍາຍາມຈະເອົາຊີວິດຂອງຂ້າພະເຈົ້າ.
20 ດັ່ງນັ້ນ, ພຣະຄຳຂອງພຣະຜູ້ເປັນເຈົ້າຈຶ່ງສຳເລັດ ຊຶ່ງພຣະອົງໄດ້ຮັບສັ່ງກັບຂ້າພະເຈົ້າ, ມີຄວາມວ່າ: ຕາບໃດທີ່ພວກເຂົາ ບໍ່ເຊື່ອຟັງຖ້ອຍຄຳຂອງເຈົ້າ ພວກເຂົາຈະຖືກຕັດອອກຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ. ແລະ ຈົ່ງເບິ່ງ, ພວກເຂົາໄດ້ຖືກ ຕັດອອກຈາກທີ່ປະທັບຂອງພຣະອົງແລ້ວ.
21 ແລະ ພຣະອົງໄດ້ກະທຳໃຫ້ ການສາບແຊ່ງມາເຖິງພວກເຂົາ, ແທ້ຈິງແລ້ວ, ແມ່ນການສາບແຊ່ງຢ່າງສາຫັດ ເພາະຄວາມຊົ່ວຮ້າຍຂອງພວກເຂົາ. ເພາະຈົ່ງເບິ່ງ, ພວກເຂົາໄດ້ເຮັດໃຈແຂງກະດ້າງຕໍ່ພຣະອົງຈົນວ່າ ພວກເຂົາກາຍເປັນຫີນເຫລັກໄປ; ດັ່ງນັ້ນ, ເນື່ອງຈາກວ່າພວກເຂົາຂາວ ແລະ ຈົບງາມ ແລະ ໜ້າຊົມຢ່າງຍິ່ງ ເພື່ອພວກເຂົາຈະບໍ່ໄດ້ເປັນຜູ້ຊັກຈູງຜູ້ຄົນຂອງຂ້າພະເຈົ້າໄປທາງຜິດ ອົງພຣະຜູ້ເປັນເຈົ້າຈຶ່ງໄດ້ເຮັດໃຫ້ພວກເຂົາເກີດມີ ຜິວດຳ.
22 ແລະ ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ເຮົາຈະເຮັດໃຫ້ພວກເຂົາເປັນທີ່ ໜ້າກຽດຊັງຕໍ່ຜູ້ຄົນຂອງເຈົ້າ ນອກຈາກວ່າພວກເຂົາຈະກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາເທົ່ານັ້ນ.
23 ແລະ ລູກຫລານຂອງຜູ້ທີ່ ຮ່ວມກັບລູກຫລານຂອງພວກເຂົາຈະຖືກສາບແຊ່ງ; ເພາະພວກເຂົາຈະຖືກສາບແຊ່ງແມ່ນດ້ວຍການສາບແຊ່ງເຊັ່ນດຽວກັນ. ແລະ ພຣະຜູ້ເປັນເຈົ້າໄດ້ຮັບສັ່ງໄວ້ ແລະ ມັນໄດ້ເປັນໄປ.
24 ແລະ ເປັນຍ້ອນການສາບແຊ່ງ ຊຶ່ງຢູ່ກັບພວກເຂົາ, ພວກເຂົາຈຶ່ງກາຍເປັນຄົນ ກຽດຄ້ານ, ເຕັມໄປດ້ວຍການກໍ່ກວນ ແລະ ເລ່ຫລ່ຽມ, ແລະ ຊອກຫາສັດທີ່ເປັນເຫຍື່ອຂອງສັດໃນຖິ່ນແຫ້ງແລ້ງກັນດານ.
25 ແລະ ອົງພຣະຜູ້ເປັນເຈົ້າ ໄດ້ກ່າວກັບຂ້າພະເຈົ້າວ່າ: ພວກເຂົາຈະເປັນໄພພິບັດຕໍ່ລູກຫລານຂອງເຈົ້າເພື່ອກະຕຸ້ນພວກເຂົາໃຫ້ນຶກເຖິງເຮົາ; ແລະ ຕາບໃດທີ່ພວກເຂົາຍັງບໍ່ຄິດເຖິງເຮົາ ແລະ ບໍ່ເຊື່ອຟັງຄຳເວົ້າຂອງເຮົາ, ພວກເຂົາຈະຂ້ຽນຕີພວກນີ້ຈົນເຖິງຄວາມພິນາດ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ ແຕ່ງຕັ້ງຢາໂຄບກັບໂຢເຊັບເພື່ອພວກເຂົາຈະໄດ້ເປັນປະໂລຫິດ ແລະ ຜູ້ສອນໃນແຜ່ນດິນຂອງຜູ້ຄົນຂອງຂ້າພະເຈົ້າ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາມີຊີວິດຢູ່ຕາມທາງແຫ່ງຄວາມສຸກ.
28 ແລະ ສາມສິບປີຜ່ານໄປນັບແຕ່ພວກເຮົາໄດ້ອອກຈາກເຢຣູຊາເລັມ.
29 ແລະ ຂ້າພະເຈົ້ານີໄຟໄດ້ຮັກສາບັນທຶກກ່ຽວກັບຜູ້ຄົນຂອງຂ້າພະເຈົ້າໄວ້ຈົນເຖິງບັດນີ້ໃນແຜ່ນຈາລຶກຂອງຂ້າພະເຈົ້າ ຊຶ່ງຂ້າພະເຈົ້າເປັນຜູ້ເຮັດຂຶ້ນ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງເຮັດ ແຜ່ນຈາລຶກອີກຊຸດໜຶ່ງ; ແລະ ເຈົ້າຈົ່ງບັນທຶກຫລາຍເລື່ອງທີ່ດີໃນສາຍຕາຂອງເຮົາເພື່ອຜົນປະໂຫຍດຂອງຜູ້ຄົນຂອງເຈົ້າ.
31 ດັ່ງນັ້ນ ເພື່ອເປັນການເຊື່ອຟັງພຣະບັນຍັດຂອງພຣະຜູ້ເປັນເຈົ້າ, ຂ້າພະເຈົ້ານີໄຟຈຶ່ງໄດ້ເຮັດ ແຜ່ນຈາລຶກເຫລົ່ານີ້ ຊຶ່ງຂ້າພະເຈົ້າໄດ້ຈາລຶກເລື່ອງເຫລົ່ານີ້ໄວ້ໃນນັ້ນ.
32 ແລະ ຂ້າພະເຈົ້າໄດ້ຈາລຶກເລື່ອງທີ່ພໍພຣະໄທຕໍ່ພຣະເຈົ້າ. ແລະ ຖ້າຫາກຜູ້ຄົນຂອງຂ້າພະເຈົ້າພໍໃຈ ເລື່ອງຂອງພຣະເຈົ້າ ພວກເຂົາຈະພໍໃຈກັບການບັນທຶກຂອງຂ້າພະເຈົ້າ ຊຶ່ງມີຢູ່ໃນແຜ່ນຈາລຶກເຫລົ່ານີ້.
33 ແລະ ຖ້າຜູ້ຄົນຂອງຂ້າພະເຈົ້າປາດຖະໜາຢາກຮູ້ປະຫວັດສາດຂອງຂ້າພະເຈົ້າໂດຍລະອຽດນັ້ນ ພວກເຂົາຕ້ອງຄົ້ນຫາໃນແຜ່ນຈາລຶກອີກຊຸດໜຶ່ງຂອງຂ້າພະເຈົ້າ.
34 ແລະ ມັນພຽງພໍສຳລັບຂ້າພະເຈົ້າທີ່ຈະເວົ້າວ່າ ສີ່ສິບປີຜ່ານໄປ, ແລະ ພວກເຮົາມີສົງຄາມ ແລະ ການຂັດແຍ້ງກັບພວກອ້າຍຂອງພວກເຮົາ.