ບົດທີ 15
ພຣະເຢຊູປະກາດວ່າກົດຂອງໂມເຊສົມບູນໃນພຣະອົງ—ຊາວນີໄຟແມ່ນແກະອີກຝູງໜຶ່ງ ຊຶ່ງພຣະອົງໄດ້ກ່າວເຖິງໃນເຢຣູຊາເລັມ—ເພາະຄວາມຊົ່ວຮ້າຍ, ຜູ້ຄົນຂອງພຣະຜູ້ເປັນເຈົ້າໃນເຢຣູຊາເລັມຈຶ່ງບໍ່ຮູ້ຈັກກ່ຽວກັບແກະຂອງອິດສະຣາເອນທີ່ແຕກກະຈັດກະຈາຍໄປ. ປະມານ ຄ.ສ. 34.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ກ່າວຂໍ້ຄວາມເຫລົ່ານີ້ແລ້ວ, ພຣະອົງໄດ້ທອດພຣະເນດເບິ່ງຝູງຊົນໂດຍຮອບ, ແລະ ໄດ້ກ່າວກັບພວກເຂົາວ່າ: ຈົ່ງເບິ່ງ, ເຈົ້າໄດ້ຍິນເລື່ອງທີ່ເຮົາສິດສອນກ່ອນທີ່ເຮົາໄດ້ຂຶ້ນໄປເຝົ້າພຣະບິດາຂອງເຮົາແລ້ວ; ສະນັ້ນ, ຜູ້ໃດທີ່ຈົດຈຳຄຳເວົ້າເຫລົ່ານີ້ຂອງເຮົາ ແລະ ປະຕິບັດຕາມ, ເຮົາຈະ ຍົກຜູ້ນັ້ນຂຶ້ນໃນວັນສຸດທ້າຍ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ກ່າວຂໍ້ຄວາມເຫລົ່ານີ້ແລ້ວ ພຣະອົງເຫັນວ່າມີບາງຄົນໃນບັນດາພວກເຂົາທີ່ແປກໃຈ ແລະ ສົງໄສວ່າພຣະອົງມີຄວາມປະສົງອັນໃດກ່ຽວກັບ ກົດຂອງໂມເຊ; ເພາະພວກເຂົາບໍ່ເຂົ້າໃຈຄຳເວົ້າທີ່ວ່າ ສິ່ງເກົ່າໄດ້ຜ່ານໄປ, ແລະ ວ່າທຸກສິ່ງເປັນຂອງໃໝ່.
3 ແລະ ພຣະອົງໄດ້ກ່າວກັບພວກເຂົາວ່າ: ຢ່າໄດ້ແປກໃຈເລີຍທີ່ເຮົາໄດ້ກ່າວກັບເຈົ້າວ່າ ສິ່ງເກົ່າໄດ້ຜ່ານໄປ, ແລະ ທຸກສິ່ງເປັນຂອງໃໝ່.
4 ຈົ່ງເບິ່ງ, ເຮົາກ່າວກັບເຈົ້າວ່າ ກົດທີ່ມອບໃຫ້ແກ່ໂມເຊນັ້ນສົມບູນແລ້ວ.
5 ຈົ່ງເບິ່ງ, ເຮົາຄືຜູ້ທີ່ມອບກົດໃຫ້, ແລະ ເຮົາຄືຜູ້ທີ່ໃຫ້ພັນທະສັນຍາກັບອິດສະຣາເອນຜູ້ຄົນຂອງເຮົາ; ສະນັ້ນ, ໃນເຮົາກົດສົມບູນແລ້ວ, ເພາະວ່າເຮົາໄດ້ມາເພື່ອໃຫ້ກົດນັ້ນ ສົມບູນ; ສະນັ້ນ ມັນຈຶ່ງມີທີ່ສຸດ.
6 ຈົ່ງເບິ່ງ, ເຮົາ ບໍ່ໄດ້ທຳລາຍສາດສະດາ, ເພາະວ່າມີຫລາຍຕໍ່ຫລາຍອັນທີ່ຍັງບໍ່ທັນສົມບູນໃນເຮົາເທື່ອ, ຕາມຈິງແລ້ວເຮົາກ່າວກັບເຈົ້າວ່າ ມັນຈະສົມບູນທັງໝົດ.
7 ແລະ ເພາະວ່າເຮົາໄດ້ກ່າວກັບເຈົ້າວ່າ ສິ່ງເກົ່າໄດ້ຜ່ານໄປ, ແຕ່ເຮົາບໍ່ໄດ້ທຳລາຍຂໍ້ຄວາມທີ່ເວົ້າໄວ້ກ່ຽວກັບສິ່ງທີ່ຈະມາເຖິງ.
8 ເພາະຈົ່ງເບິ່ງ, ພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບຜູ້ຄົນຂອງເຮົາຍັງບໍ່ສຳເລັດທັງໝົດເທື່ອ; ແຕ່ກົດທີ່ມອບໃຫ້ແກ່ໂມເຊນັ້ນມີທີ່ສຸດໃນເຮົາ.
9 ຈົ່ງເບິ່ງ, ເຮົາຄື ກົດ, ແລະ ຄວາມສະຫວ່າງ. ຈົ່ງເບິ່ງທີ່ເຮົາ ແລະ ອົດທົນຈົນເຖິງທີ່ສຸດ, ແລະ ເຈົ້າຈະ ມີຊີວິດ; ຍ້ອນເຮົາຈະໃຫ້ຊີວິດນິລັນດອນແກ່ຄົນທີ່ ອົດທົນຈົນເຖິງທີ່ສຸດ.
10 ຈົ່ງເບິ່ງ, ເຮົາໄດ້ມອບ ບັນຍັດໃຫ້ແກ່ເຈົ້າ; ສະນັ້ນ ຈົ່ງຮັກສາບັນຍັດຂອງເຮົາ. ແລະ ນີ້ຄືກົດ ແລະ ສາດສະດາ, ເພາະກົດ ແລະ ພວກເພິ່ນໄດ້ ເປັນພະຍານເຖິງເຮົາໂດຍແທ້.
11 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູກ່າວຂໍ້ຄວາມເຫລົ່ານີ້ແລ້ວ, ພຣະອົງໄດ້ກ່າວກັບສິບສອງຄົນ ຜູ້ຊຶ່ງພຣະອົງໄດ້ເລືອກໄວ້ວ່າ:
12 ເຈົ້າເປັນສານຸສິດຂອງເຮົາ; ແລະ ເຈົ້າເປັນຄວາມສະຫວ່າງຂອງຜູ້ຄົນພວກນີ້, ຜູ້ເປັນສ່ວນໜຶ່ງທີ່ເຫລືອຢູ່ຂອງເຊື້ອສາຍຂອງ ໂຢເຊັບ.
13 ແລະ ຈົ່ງເບິ່ງ, ນີ້ຄື ແຜ່ນດິນຊຶ່ງເປັນມູນມໍລະດົກຂອງເຈົ້າ; ແລະ ພຣະບິດາໄດ້ປະທານມັນໃຫ້ແກ່ເຈົ້າ.
14 ແລະ ບໍ່ເຄີຍມີຈັກເທື່ອທີ່ພຣະບິດາໄດ້ໃຫ້ພຣະບັນຍັດແກ່ເຮົາ ບອກເລື່ອງນີ້ກັບພີ່ນ້ອງຂອງເຈົ້າທີ່ເຢຣູຊາເລັມ.
15 ທັງບໍ່ເຄີຍມີຈັກເທື່ອທີ່ພຣະບິດາໄດ້ໃຫ້ພຣະບັນຍັດແກ່ເຮົາບອກພວກເຂົາກ່ຽວກັບ ເຜົ່າອື່ນໆຂອງເຊື້ອສາຍອິດສະຣາເອນ, ຜູ້ທີ່ພຣະບິດາໄດ້ນຳພາອອກໄປຈາກແຜ່ນດິນ.
16 ພຣະບິດາໄດ້ບັນຊາໃຫ້ເຮົາບອກພວກເຂົາພຽງເທົ່ານີ້:
17 ວ່າເຮົາມີແກະອື່ນອີກ ຊຶ່ງບໍ່ເປັນຂອງຝູງນີ້; ແກະເຫລົ່ານັ້ນເຮົາຕ້ອງພາມາເໝືອນກັນ, ແລ້ວພວກເຂົາຈະຟັງສຽງຂອງເຮົາ; ແລ້ວຈະຮ່ວມເປັນຝູງດຽວກັນ ແລະ ມີ ຜູ້ລ້ຽງແຕ່ພຽງຜູ້ດຽວ.
18 ແລະ ບັດນີ້, ເພາະຄວາມແຂງຄໍ ແລະ ຄວາມບໍ່ເຊື່ອຖື ພວກເຂົາຈຶ່ງບໍ່ ເຂົ້າໃຈຄຳເວົ້າຂອງເຮົາ; ສະນັ້ນ ເຮົາຈຶ່ງໄດ້ຮັບບັນຊາຈາກພຣະບິດາວ່າ ບໍ່ໃຫ້ບອກພວກເຂົາອີກກ່ຽວກັບເລື່ອງນີ້.
19 ແຕ່ຕາມຈິງແລ້ວເຮົາກ່າວກັບເຈົ້າວ່າ ພຣະບິດາໄດ້ບັນຊາເຮົາ ແລະ ເຮົາກໍໄດ້ບອກເລື່ອງນີ້ກັບເຈົ້າ, ວ່າເຈົ້າໄດ້ຖືກແຍກຈາກບັນດາພວກເຂົາເພາະຄວາມຊົ່ວຮ້າຍຂອງພວກເຂົາ; ສະນັ້ນ ເພາະຄວາມຊົ່ວຮ້າຍຂອງພວກເຂົາ, ພວກເຂົາຈຶ່ງບໍ່ຮູ້ຈັກຫຍັງເລີຍກ່ຽວກັບເຈົ້າ.
20 ແລະ ຕາມຈິງແລ້ວເຮົາກ່າວກັບເຈົ້າອີກວ່າ ພຣະບິດາໄດ້ແຍກເຜົ່າອື່ນໆອີກອອກຈາກພວກເຂົາ; ແລະ ເພາະຄວາມຊົ່ວຮ້າຍຂອງພວກເຂົາ, ພວກເຂົາຈຶ່ງບໍ່ຮູ້ຈັກຫຍັງເລີຍກ່ຽວກັບຜູ້ຄົນເຫລົ່ານັ້ນ.
21 ແລະ ຕາມຈິງແລ້ວເຮົາກ່າວກັບເຈົ້າວ່າ: ເຈົ້ານີ້ແຫລະຄືຜູ້ຄົນທີ່ເຮົາກ່າວເຖິງວ່າ: ເຮົາມີແກະ ອື່ນອີກ ຊຶ່ງບໍ່ເປັນຂອງຝູງນີ້; ແກະເຫລົ່ານັ້ນເຮົາຕ້ອງພາມາເໝືອນກັນ, ແລ້ວພວກເຂົາຈະຟັງສຽງຂອງເຮົາ; ແລ້ວຈະຮ່ວມເປັນຝູງດຽວກັນ, ແລະ ມີຜູ້ລ້ຽງແຕ່ພຽງຜູ້ດຽວ.
22 ແຕ່ພວກເຂົາບໍ່ເຂົ້າໃຈເຮົາ, ເພາະພວກເຂົາຄິດວ່າເປັນ ຄົນຕ່າງຊາດ; ເພາະພວກເຂົາບໍ່ເຂົ້າໃຈວ່າ ຄົນຕ່າງຊາດຈະ ປ່ຽນໃຈເຫລື້ອມໃສໂດຍທາງການສັ່ງສອນຂອງພວກເຂົາ.
23 ແລະ ພວກເຂົາບໍ່ເຂົ້າໃຈເຮົາເມື່ອເຮົາກ່າວວ່າ ພວກເຂົາຈະໄດ້ຍິນສຽງຂອງເຮົາ; ແລະ ພວກເຂົາບໍ່ເຂົ້າໃຈເຮົາທີ່ວ່າ ຄົນຕ່າງຊາດຈະບໍ່ໄດ້ຍິນສຽງຂອງເຮົາ ບໍ່ວ່າເວລາໃດກໍຕາມ—ວ່າເຮົາຈະບໍ່ສະແດງຕົນໃຫ້ປະຈັກແກ່ພວກເຂົານອກຈາກຈະເປັນໂດຍ ພຣະວິນຍານບໍລິສຸດເທົ່ານັ້ນ.
24 ແຕ່ຈົ່ງເບິ່ງ, ເຈົ້າທັງໄດ້ຍິນ ສຽງຂອງເຮົາ, ແລະ ໄດ້ເຫັນເຮົາ; ແລະ ເຈົ້າຄືແກະຂອງເຮົາ, ແລະ ເຈົ້າຖືກນັບເຂົ້າຢູ່ໃນບັນດາຜູ້ຄົນທີ່ພຣະບິດາ ປະທານໃຫ້ແກ່ເຮົາ.