ພຣະ​ຄຳ​ພີ
3 ນີ​ໄຟ 15


ບົດ​ທີ 15

ພຣະ​ເຢ​ຊູ​ປະ​ກາດ​ວ່າ​ກົດ​ຂອງ​ໂມ​ເຊ​ສົມ​ບູນ​ໃນ​ພຣະ​ອົງ—ຊາວ​ນີ​ໄຟ​ແມ່ນ​ແກະ​ອີກ​ຝູງ​ໜຶ່ງ ຊຶ່ງ​ພຣະ​ອົງ​ໄດ້​ກ່າວ​ເຖິງ​ໃນ​ເຢ​ຣູ​ຊາ​ເລັມ—​ເພາະ​ຄວາມ​ຊົ່ວ​ຮ້າຍ, ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ເຢ​ຣູ​ຊາ​ເລັມ​ຈຶ່ງ​ບໍ່​ຮູ້​ຈັກ​ກ່ຽວ​ກັບ​ແກະ​ຂອງ​ອິດ​ສະ​ຣາ​ເອນ​ທີ່​ແຕກ​ກະ​ຈັດ​ກະ​ຈາຍ​ໄປ. ປະ​ມານ ຄ.ສ. 34.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢ​ຊູ​ໄດ້​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ທອດ​ພຣະ​ເນດ​ເບິ່ງ​ຝູງ​ຊົນ​ໂດຍ​ຮອບ, ແລະ ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ເຈົ້າ​ໄດ້​ຍິນ​ເລື່ອງ​ທີ່​ເຮົາ​ສິດ​ສອນ​ກ່ອນ​ທີ່​ເຮົາ​ໄດ້​ຂຶ້ນ​ໄປ​ເຝົ້າ​ພຣະ​ບິ​ດາ​ຂອງ​ເຮົາ​ແລ້ວ; ສະ​ນັ້ນ, ຜູ້​ໃດ​ທີ່​ຈົດ​ຈຳ​ຄຳ​ເວົ້າ​ເຫລົ່າ​ນີ້​ຂອງ​ເຮົາ ແລະ ປະ​ຕິ​ບັດ​ຕາມ, ເຮົາ​ຈະ ຍົກ​ຜູ້​ນັ້ນ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢ​ຊູ​ໄດ້​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ ພຣະ​ອົງ​ເຫັນ​ວ່າ​ມີ​ບາງ​ຄົນ​ໃນ​ບັນ​ດາ​ພວກ​ເຂົາ​ທີ່​ແປກ​ໃຈ ແລະ ສົງ​ໄສ​ວ່າ​ພຣະ​ອົງ​ມີ​ຄວາມ​ປະ​ສົງ​ອັນ​ໃດ​ກ່ຽວ​ກັບ ກົດ​ຂອງ​ໂມ​ເຊ; ເພາະ​ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ຄຳ​ເວົ້າ​ທີ່​ວ່າ ສິ່ງ​ເກົ່າ​ໄດ້​ຜ່ານ​ໄປ, ແລະ ວ່າ​ທຸກ​ສິ່ງ​ເປັນ​ຂອງ​ໃໝ່.

3 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຢ່າ​ໄດ້​ແປກ​ໃຈ​ເລີຍ​ທີ່​ເຮົາ​ໄດ້​ກ່າວ​ກັບ​ເຈົ້າ​ວ່າ ສິ່ງ​ເກົ່າ​ໄດ້​ຜ່ານ​ໄປ, ແລະ ທຸກ​ສິ່ງ​ເປັນ​ຂອງ​ໃໝ່.

4 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ກົດ​ທີ່​ມອບ​ໃຫ້​ແກ່​ໂມ​ເຊ​ນັ້ນ​ສົມ​ບູນ​ແລ້ວ.

5 ຈົ່ງ​ເບິ່ງ, ເຮົາ​ຄື​ຜູ້​ທີ່​ມອບ​ກົດ​ໃຫ້, ແລະ ເຮົາ​ຄື​ຜູ້​ທີ່​ໃຫ້​ພັນ​ທະ​ສັນ​ຍາ​ກັບ​ອິດ​ສະ​ຣາ​ເອນ​ຜູ້​ຄົນ​ຂອງ​ເຮົາ; ສະ​ນັ້ນ, ໃນ​ເຮົາ​ກົດ​ສົມ​ບູນ​ແລ້ວ, ເພາະ​ວ່າ​ເຮົາ​ໄດ້​ມາ​ເພື່ອ​ໃຫ້​ກົດ​ນັ້ນ ສົມ​ບູນ; ສະ​ນັ້ນ ມັນ​ຈຶ່ງ​ມີ​ທີ່​ສຸດ.

6 ຈົ່ງ​ເບິ່ງ, ເຮົາ ບໍ່​ໄດ້​ທຳ​ລາຍ​ສາດ​ສະ​ດາ, ເພາະ​ວ່າ​ມີ​ຫລາຍ​ຕໍ່​ຫລາຍ​ອັນ​ທີ່​ຍັງ​ບໍ່​ທັນ​ສົມ​ບູນ​ໃນ​ເຮົາ​ເທື່ອ, ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ມັນ​ຈະ​ສົມ​ບູນ​ທັງ​ໝົດ.

7 ແລະ ເພາະ​ວ່າ​ເຮົາ​ໄດ້​ກ່າວ​ກັບ​ເຈົ້າ​ວ່າ ສິ່ງ​ເກົ່າ​ໄດ້​ຜ່ານ​ໄປ, ແຕ່​ເຮົາ​ບໍ່​ໄດ້​ທຳ​ລາຍ​ຂໍ້​ຄວາມ​ທີ່​ເວົ້າ​ໄວ້​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ມາ​ເຖິງ.

8 ເພາະ​ຈົ່ງ​ເບິ່ງ, ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ຜູ້​ຄົນ​ຂອງ​ເຮົາ​ຍັງ​ບໍ່​ສຳ​ເລັດ​ທັງ​ໝົດ​ເທື່ອ; ແຕ່​ກົດ​ທີ່​ມອບ​ໃຫ້​ແກ່​ໂມ​ເຊ​ນັ້ນ​ມີ​ທີ່​ສຸດ​ໃນ​ເຮົາ.

9 ຈົ່ງ​ເບິ່ງ, ເຮົາ​ຄື ກົດ, ແລະ ຄວາມ​ສະ​ຫວ່າງ. ຈົ່ງ​ເບິ່ງ​ທີ່​ເຮົາ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ແລະ ເຈົ້າ​ຈະ ມີ​ຊີ​ວິດ; ຍ້ອນ​ເຮົາ​ຈະ​ໃຫ້​ຊີ​ວິດ​ນິ​ລັນ​ດອນ​ແກ່​ຄົນ​ທີ່ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.

10 ຈົ່ງ​ເບິ່ງ, ເຮົາ​ໄດ້​ມອບ ບັນ​ຍັດ​ໃຫ້​ແກ່​ເຈົ້າ; ສະ​ນັ້ນ ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ. ແລະ ນີ້​ຄື​ກົດ ແລະ ສາດ​ສະ​ດາ, ເພາະ​ກົດ ແລະ ພວກ​ເພິ່ນ​ໄດ້ ເປັນ​ພະ​ຍານ​ເຖິງ​ເຮົາ​ໂດຍ​ແທ້.

11 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢ​ຊູ​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ກ່າວ​ກັບ​ສິບ​ສອງ​ຄົນ ຜູ້​ຊຶ່ງ​ພຣະ​ອົງ​ໄດ້​ເລືອກ​ໄວ້​ວ່າ:

12 ເຈົ້າ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ; ແລະ ເຈົ້າ​ເປັນ​ຄວາມ​ສະ​ຫວ່າງ​ຂອງ​ຜູ້​ຄົນ​ພວກ​ນີ້, ຜູ້​ເປັນ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ຂອງ ໂຢ​ເຊັບ.

13 ແລະ ຈົ່ງ​ເບິ່ງ, ນີ້​ຄື ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ເຈົ້າ; ແລະ ພຣະ​ບິ​ດາ​ໄດ້​ປະ​ທານ​ມັນ​ໃຫ້​ແກ່​ເຈົ້າ.

14 ແລະ ບໍ່​ເຄີຍ​ມີ​ຈັກ​ເທື່ອ​ທີ່​ພຣະ​ບິ​ດາ​ໄດ້​ໃຫ້​ພຣະ​ບັນ​ຍັດ​ແກ່​ເຮົາ ບອກ​ເລື່ອງ​ນີ້​ກັບ​ພີ່​ນ້ອງ​ຂອງ​ເຈົ້າ​ທີ່​ເຢ​ຣູ​ຊາ​ເລັມ.

15 ທັງ​ບໍ່​ເຄີຍ​ມີ​ຈັກ​ເທື່ອ​ທີ່​ພຣະ​ບິ​ດາ​ໄດ້​ໃຫ້​ພຣະ​ບັນ​ຍັດ​ແກ່​ເຮົາ​ບອກ​ພວກ​ເຂົາ​ກ່ຽວ​ກັບ ເຜົ່າ​ອື່ນໆ​ຂອງ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ, ຜູ້​ທີ່​ພຣະ​ບິ​ດາ​ໄດ້​ນຳ​ພາ​ອອກ​ໄປ​ຈາກ​ແຜ່ນ​ດິນ.

16 ພຣະ​ບິ​ດາ​ໄດ້​ບັນ​ຊາ​ໃຫ້​ເຮົາ​ບອກ​ພວກ​ເຂົາ​ພຽງ​ເທົ່າ​ນີ້:

17 ວ່າ​ເຮົາ​ມີ​ແກະ​ອື່ນ​ອີກ ຊຶ່ງ​ບໍ່​ເປັນ​ຂອງ​ຝູງ​ນີ້; ແກະ​ເຫລົ່າ​ນັ້ນ​ເຮົາ​ຕ້ອງ​ພາ​ມາ​ເໝືອນ​ກັນ, ແລ້ວ​ພວກ​ເຂົາ​ຈະ​ຟັງ​ສຽງ​ຂອງ​ເຮົາ; ແລ້ວ​ຈະ​ຮ່ວມ​ເປັນ​ຝູງ​ດຽວ​ກັນ ແລະ ມີ ຜູ້​ລ້ຽງ​ແຕ່​ພຽງ​ຜູ້​ດຽວ.

18 ແລະ ບັດ​ນີ້, ເພາະ​ຄວາມ​ແຂງ​ຄໍ ແລະ ຄວາມ​ບໍ່​ເຊື່ອ​ຖື ພວກ​ເຂົາ​ຈຶ່ງ​ບໍ່ ເຂົ້າ​ໃຈ​ຄຳ​ເວົ້າ​ຂອງ​ເຮົາ; ສະ​ນັ້ນ ເຮົາ​ຈຶ່ງ​ໄດ້​ຮັບ​ບັນ​ຊາ​ຈາກ​ພຣະ​ບິ​ດາ​ວ່າ ບໍ່​ໃຫ້​ບອກ​ພວກ​ເຂົາ​ອີກ​ກ່ຽວ​ກັບ​ເລື່ອງ​ນີ້.

19 ແຕ່​ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ພຣະ​ບິ​ດາ​ໄດ້​ບັນ​ຊາ​ເຮົາ ແລະ ເຮົາ​ກໍ​ໄດ້​ບອກ​ເລື່ອງ​ນີ້​ກັບ​ເຈົ້າ, ວ່າ​ເຈົ້າ​ໄດ້​ຖືກ​ແຍກ​ຈາກ​ບັນ​ດາ​ພວກ​ເຂົາ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ສະ​ນັ້ນ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ບໍ່​ຮູ້​ຈັກ​ຫຍັງ​ເລີຍ​ກ່ຽວ​ກັບ​ເຈົ້າ.

20 ແລະ ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ​ອີກ​ວ່າ ພຣະ​ບິ​ດາ​ໄດ້​ແຍກ​ເຜົ່າ​ອື່ນໆ​ອີກ​ອອກ​ຈາກ​ພວກ​ເຂົາ; ແລະ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ບໍ່​ຮູ້​ຈັກ​ຫຍັງ​ເລີຍ​ກ່ຽວ​ກັບ​ຜູ້​ຄົນ​ເຫລົ່າ​ນັ້ນ.

21 ແລະ ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ: ເຈົ້າ​ນີ້​ແຫລະ​ຄື​ຜູ້​ຄົນ​ທີ່​ເຮົາ​ກ່າວ​ເຖິງ​ວ່າ: ເຮົາ​ມີ​ແກະ ອື່ນ​ອີກ ຊຶ່ງບໍ່​ເປັນ​ຂອງ​ຝູງ​ນີ້; ແກະ​ເຫລົ່າ​ນັ້ນ​ເຮົາ​ຕ້ອງ​ພາ​ມາ​ເໝືອນ​ກັນ, ແລ້ວ​ພວກ​ເຂົາ​ຈະ​ຟັງ​ສຽງ​ຂອງ​ເຮົາ; ແລ້ວ​ຈະ​ຮ່ວມ​ເປັນ​ຝູງ​ດຽວ​ກັນ, ແລະ ມີ​ຜູ້​ລ້ຽງ​ແຕ່​ພຽງ​ຜູ້​ດຽວ.

22 ແຕ່​ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ເຮົາ, ເພາະ​ພວກ​ເຂົາ​ຄິດ​ວ່າ​ເປັນ ຄົນ​ຕ່າງ​ຊາດ; ເພາະ​ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ວ່າ ຄົນ​ຕ່າງ​ຊາດ​ຈະ ປ່ຽນ​ໃຈ​ເຫລື້ອມ​ໃສ​ໂດຍ​ທາງ​ການ​ສັ່ງ​ສອນ​ຂອງ​ພວກ​ເຂົາ.

23 ແລະ ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ເຮົາ​ເມື່ອ​ເຮົາ​ກ່າວ​ວ່າ ພວກ​ເຂົາ​ຈະ​ໄດ້​ຍິນ​ສຽງ​ຂອງ​ເຮົາ; ແລະ ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ເຮົາ​ທີ່​ວ່າ ຄົນ​ຕ່າງ​ຊາດ​ຈະ​ບໍ່​ໄດ້​ຍິນ​ສຽງ​ຂອງ​ເຮົາ ບໍ່​ວ່າ​ເວ​ລາ​ໃດ​ກໍ​ຕາມ—ວ່າ​ເຮົາ​ຈະ​ບໍ່​ສະ​ແດງ​ຕົນ​ໃຫ້​ປະ​ຈັກ​ແກ່​ພວກ​ເຂົາ​ນອກ​ຈາກ​ຈະ​ເປັນ​ໂດຍ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເທົ່າ​ນັ້ນ.

24 ແຕ່​ຈົ່ງ​ເບິ່ງ, ເຈົ້າ​ທັງ​ໄດ້​ຍິນ ສຽງ​ຂອງ​ເຮົາ, ແລະ ໄດ້​ເຫັນ​ເຮົາ; ແລະ ເຈົ້າ​ຄື​ແກະ​ຂອງ​ເຮົາ, ແລະ ເຈົ້າ​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ທີ່​ພຣະ​ບິ​ດາ ປະ​ທານ​ໃຫ້​ແກ່​ເຮົາ.