ບົດທີ 32
ແອວມາສິດສອນຄົນຍາກຈົນຜູ້ຊຶ່ງຄວາມທຸກເຮັດໃຫ້ພວກເຂົາຖ່ອມຕົວ—ສັດທາແມ່ນຄວາມຫວັງໃນສິ່ງທີ່ບໍ່ເຄີຍເຫັນ ຊຶ່ງເປັນຄວາມຈິງ—ແອວມາໃຫ້ຖ້ອຍຄຳວ່າ ເຫລົ່າທູດປະຕິບັດສາດສະໜາກິດແກ່ຜູ້ຊາຍ, ຜູ້ຍິງ, ແລະ ເດັກນ້ອຍ—ແອວມາປຽບທຽບພຣະທຳໃສ່ກັບເມັດພືດ—ມັນຕ້ອງຖືກເອົາໄປປູກ ແລະ ບຳລຸງລ້ຽງ—ແລ້ວມັນຈະເຕີບໂຕເປັນກົກໃຫຍ່ ເພື່ອຈະໄດ້ປິດເອົາໝາກໄມ້ນິລັນດອນຈາກຕົ້ນນັ້ນ. ປະມານ 74 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເພິ່ນໄດ້ອອກໄປ, ແລະ ເລີ່ມຕົ້ນສັ່ງສອນພຣະຄຳຂອງພຣະເຈົ້າໃຫ້ແກ່ຜູ້ຄົນ, ໂດຍເຂົ້າໄປໃນທຳມະສາລາ ແລະ ໃນບ້ານເຮືອນຂອງພວກເຂົາ; ແທ້ຈິງແລ້ວ, ແລະ ພວກເພິ່ນໄດ້ສັ່ງສອນພຣະຄຳເຖິງແມ່ນຕາມຖະໜົນຫົນທາງຂອງພວກເຂົານຳອີກ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກທີ່ໄດ້ທຳງານຢ່າງພາກພຽນໃນບັນດາພວກເຂົາ, ພວກເພິ່ນກໍເລີ່ມມີຄວາມສຳເລັດໃນບັນດາ ຄົນຍາກຈົນ; ເພາະຈົ່ງເບິ່ງ, ພວກເຂົາໄດ້ຖືກຂັບໄລ່ອອກຈາກທຳມະສາລາ ເພາະເສື້ອຜ້າລາຄາຖືກຂອງພວກເຂົາ—
3 ສະນັ້ນ ພວກເຂົາຈຶ່ງຖືກຫ້າມບໍ່ໃຫ້ເຂົ້າໄປໃນທຳມະສາລາຂອງພວກເຂົາເພື່ອນະມັດສະການພຣະເຈົ້າ, ເພາະຖືວ່າເປັນຄວາມສົກກະປົກ; ສະນັ້ນ ພວກເຂົາຈຶ່ງຍາກຈົນ; ແທ້ຈິງແລ້ວ, ພວກເຂົາຖືກພີ່ນ້ອງຂອງພວກເຂົາຖືວ່າ ພວກເຂົາບໍ່ມີຄຸນຄ່າ; ສະນັ້ນ ພວກເຂົາຈຶ່ງ ຍາກຈົນທາງໂລກ ແລະ ຍາກຈົນໃນໃຈນຳອີກ.
4 ບັດນີ້, ຂະນະທີ່ແອວມາກຳລັງສິດສອນ ແລະ ເວົ້າກັບຜູ້ຄົນຢູ່ເທິງເນີນພູໂອໄນດາ, ມີຝູງຊົນເປັນຈຳນວນຫລວງຫລາຍມາຫາເພິ່ນ, ຊຶ່ງຄືຄົນທີ່ພວກເຮົາກຳລັງເວົ້າເຖິງຢູ່, ຜູ້ ຍາກຈົນໃນໃຈ, ເພາະຄວາມຍາກຈົນຂອງພວກເຂົາກ່ຽວກັບສິ່ງຂອງທາງໂລກ.
5 ແລະ ພວກເຂົາໄດ້ເຂົ້າມາຫາແອວມາ; ແລະ ຄົນໜຶ່ງຊຶ່ງເດັ່ນທີ່ສຸດໃນບັນດາພວກເຂົາກ່າວກັບເພິ່ນວ່າ: ຈົ່ງເບິ່ງ, ພີ່ນ້ອງພວກນີ້ຂອງຂ້າພະເຈົ້າຈະເຮັດ ແນວໃດ ເພາະພວກເຂົາຖືກຄົນທັງປວງໝິ່ນປະໝາດເພາະຄວາມຍາກຈົນຂອງພວກເຂົາ, ແທ້ຈິງແລ້ວ, ໂດຍສະເພາະແມ່ນພວກປະໂລຫິດຂອງພວກເຮົາ; ເພາະພວກເຂົາໄດ້ ຂັບໄລ່ພວກເຮົາອອກຈາກທຳມະສາລາຂອງພວກເຮົາ ຊຶ່ງພວກເຮົາໄດ້ລົງແຮງໄວ້ຢ່າງຫລວງຫລາຍ ແລະ ໄດ້ສ້າງດ້ວຍມືຂອງພວກເຮົາເອງ; ພວກເຂົາໄດ້ໄລ່ພວກເຮົາໜີ ເພາະຄວາມຍາກຈົນຂອງພວກເຮົາ ແລະ ພວກເຮົາບໍ່ມີບ່ອນທີ່ຈະນະມັດສະການພຣະເຈົ້າຂອງພວກເຮົາ; ແລະ ຈົ່ງເບິ່ງ, ພວກເຮົາຈະເຮັດ ແນວໃດດີ?
6 ແລະ ບັດນີ້ເມື່ອແອວມາໄດ້ຍິນເລື່ອງນີ້ແລ້ວ, ເພິ່ນກໍໄດ້ຫັນຕົວມາ ແລະ ເບິ່ງໜ້າຂອງຄົນນັ້ນທັນທີ; ແລະ ເພິ່ນໄດ້ເບິ່ງດ້ວຍຄວາມປິຕິຍິນດີອັນໃຫຍ່ຫລວງ; ເພາະເພິ່ນເຫັນວ່າ ຄວາມທຸກຂອງພວກເຂົາເຮັດໃຫ້ພວກເຂົາ ຖ່ອມຕົວລົງ, ແລະ ພວກເຂົາຈະຢູ່ໃນ ການຕຽມພ້ອມທີ່ຈະຟັງພຣະຄຳ.
7 ສະນັ້ນ ເພິ່ນຈຶ່ງບໍ່ໄດ້ກ່າວອັນໃດອີກກັບຝູງຊົນ; ແຕ່ເພິ່ນໄດ້ເດ່ມືອອກໄປ ແລະ ຮ້ອງປ່າວຕໍ່ຄົນທີ່ເພິ່ນເຫັນ, ຊຶ່ງເປັນຜູ້ສຳນຶກຜິດຢ່າງຈິງໃຈ, ແລະ ກ່າວກັບພວກເຂົາວ່າ:
8 ຂ້າພະເຈົ້າເຫັນວ່າ ພວກທ່ານ ຕ່ຳຕ້ອຍໃນໃຈ; ແລະ ຖ້າພວກທ່ານເປັນດັ່ງນັ້ນ, ພວກທ່ານຍ່ອມເປັນສຸກແລ້ວ.
9 ຈົ່ງເບິ່ງ ພີ່ນ້ອງຂອງພວກທ່ານໄດ້ກ່າວວ່າ ພວກເຮົາຈະເຮັດແນວໃດດີ?—ເພາະພວກເຮົາໄດ້ຖືກຂັບໄລ່ອອກຈາກທຳມະສາລາຂອງພວກເຮົາ, ສະນັ້ນ ພວກເຮົາຈຶ່ງນະມັດສະການພຣະເຈົ້າຂອງພວກເຮົາບໍ່ໄດ້.
10 ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກທ່ານວ່າ ພວກທ່ານຄິດບໍວ່າ ພວກທ່ານຈະ ນະມັດສະການພຣະເຈົ້າບໍ່ໄດ້ ນອກຈາກຈະຢູ່ໃນທຳມະສາລາຂອງພວກທ່ານເທົ່ານັ້ນ?
11 ແລະ ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າຈະຖາມວ່າ, ພວກທ່ານຄິດວ່າພວກທ່ານບໍ່ຄວນນະມັດສະການພຣະເຈົ້ານອກຈາກອາທິດລະເທື່ອເທົ່ານັ້ນບໍ?
12 ຂ້າພະເຈົ້າກ່າວກັບພວກທ່ານວ່າ, ມັນເປັນການດີທີ່ພວກທ່ານໄດ້ຖືກຂັບໄລ່ອອກຈາກທຳມະສາລາຂອງພວກທ່ານ, ເພື່ອພວກທ່ານຈະໄດ້ຖ່ອມຕົວ, ແລະ ເພື່ອພວກທ່ານຈະໄດ້ຮຽນຮູ້ ປັນຍາ; ເພາະມັນຈຳເປັນທີ່ພວກທ່ານຈະຮຽນຮູ້ປັນຍາ; ເພາະມັນເປັນດ້ວຍວ່າ ພວກທ່ານຖືກຂັບໄລ່, ວ່າພີ່ນ້ອງຂອງພວກທ່ານໝິ່ນປະໝາດພວກທ່ານ ເພາະ ຄວາມຍາກຈົນຫລາຍຂອງພວກທ່ານ, ຈຶ່ງນຳພວກທ່ານມາຫາຄວາມຕ່ຳຕ້ອຍໃນໃຈ; ເພາະພວກທ່ານຈຳຕ້ອງຖືກນຳມາໃຫ້ຖ່ອມຕົວ.
13 ແລະ ບັດນີ້, ເພາະພວກທ່ານຖືກບັງຄັບໃຫ້ຖ່ອມຕົວ ພວກທ່ານຈຶ່ງເປັນສຸກ; ເພາະວ່າບາງຄັ້ງຖ້າຫາກມະນຸດຖືກບັງຄັບໃຫ້ຖ່ອມຕົວ, ເຂົາຈະສະແຫວງຫາການກັບໃຈ; ແລະ ບັດນີ້ຜູ້ໃດກໍຕາມທີ່ກັບໃຈ, ຜູ້ນັ້ນຈະພົບຄວາມເມດຕາຢ່າງແນ່ນອນ; ແລະ ຜູ້ທີ່ພົບຄວາມເມດຕາ ແລະ ອົດທົນຈົນເຖິງທີ່ສຸດ ຜູ້ນັ້ນຈະລອດ.
14 ແລະ ບັດນີ້, ດັ່ງທີ່ຂ້າພະເຈົ້າໄດ້ເວົ້າກັບພວກທ່ານມາແລ້ວວ່າ ເພາະພວກທ່ານຖືກບັງຄັບໃຫ້ຖ່ອມຕົວ, ພວກທ່ານຈຶ່ງໄດ້ຮັບພອນ. ພວກທ່ານຄິດບໍວ່າ ຄົນທີ່ຖ່ອມຕົວໂດຍແທ້ເພາະພຣະຄຳ ຜູ້ນັ້ນຈະໄດ້ຮັບພອນຫລາຍກວ່າ?
15 ແທ້ຈິງແລ້ວ, ຜູ້ທີ່ຖ່ອມຕົວດ້ວຍຄວາມຈິງໃຈ ແລະ ກັບໃຈຈາກບາບຂອງຕົນ, ແລະ ອົດທົນຈົນເຖິງທີ່ສຸດ, ຜູ້ນັ້ນຈະໄດ້ຮັບພອນ—ແທ້ຈິງແລ້ວ, ຜູ້ນັ້ນຈະໄດ້ຮັບພອນຫລາຍກວ່າຜູ້ທີ່ຖືກບັງຄັບໃຫ້ຖ່ອມຕົວ ເພາະຄວາມຍາກຈົນຢ່າງຍິ່ງຂອງຕົນ.
16 ສະນັ້ນ, ຄົນທີ່ຖ່ອມຕົວໂດຍບໍ່ໄດ້ຖືກບັງຄັບໃຫ້ ຖ່ອມຕົວຍ່ອມເປັນສຸກ; ຫລື ອີກຄຳໜຶ່ງ, ຄົນທີ່ເຊື່ອຖືໃນພຣະຄຳຂອງພຣະເຈົ້າ ແລະ ຮັບບັບຕິສະມາໂດຍບໍ່ດື້ດ້ານໃຈຍ່ອມເປັນສຸກ, ແທ້ຈິງແລ້ວ, ໂດຍບໍ່ໄດ້ຖືກນຳມາໃຫ້ຮູ້ຈັກພຣະຄຳ, ຫລື ຖືກບັງຄັບໃຫ້ຮູ້ຈັກກ່ອນທີ່ເຂົາຈະເຊື່ອ.
17 ແທ້ຈິງແລ້ວ, ມີຢູ່ຫລາຍຄົນທີ່ເວົ້າວ່າ: ຖ້າຫາກທ່ານຈະສະແດງ ເຄື່ອງໝາຍຈາກສະຫວັນແກ່ພວກເຮົາແລ້ວ, ພວກເຮົາຈຶ່ງຈະຮູ້ເຖິງຄວາມແນ່ນອນ; ເມື່ອນັ້ນພວກເຮົາຈຶ່ງຈະເຊື່ອ.
18 ບັດນີ້ຂ້າພະເຈົ້າຂໍຖາມວ່າ ນີ້ແມ່ນສັດທາບໍ? ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ບໍ່ເລີຍ; ເພາະຖ້າຫາກ ລາວຮູ້ສິ່ງນັ້ນແລ້ວ ລາວກໍບໍ່ມີເຫດຜົນທີ່ຈະຕ້ອງ ເຊື່ອ, ເພາະລາວຮູ້ມັນແລ້ວ.
19 ແລະ ບັດນີ້ຄົນທີ່ ຮູ້ພຣະປະສົງຂອງພຣະເຈົ້າແລ້ວບໍ່ປະຕິບັດຕາມຈະຖືກສາບແຊ່ງຫລາຍປານໃດກວ່າຄົນທີ່ພຽງແຕ່ເຊື່ອ ຫລື ພຽງມີເຫດຜົນທີ່ຈະເຊື່ອ ແລະ ຕົກຢູ່ໃນການລ່ວງລະເມີດ?
20 ບັດນີ້ພວກທ່ານຄວນຕັດສິນກ່ຽວກັບເລື່ອງນີ້. ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ມັນເປັນທາງໜຶ່ງ ແມ່ນດັ່ງທີ່ມັນເປັນອີກທາງໜຶ່ງ; ແລະ ມັນຈະເປັນກັບມະນຸດທຸກຄົນຕາມວຽກງານຂອງເຂົາ.
21 ແລະ ບັດນີ້ດັ່ງທີ່ຂ້າພະເຈົ້າໄດ້ເວົ້າມາແລ້ວກ່ຽວກັບ ສັດທາ—ສັດທາບໍ່ແມ່ນການມີຄວາມຮູ້ອັນສົມບູນເຖິງເລື່ອງຕ່າງໆ; ສະນັ້ນ ຖ້າຫາກພວກທ່ານມີສັດທາ ພວກທ່ານກໍ ຫວັງໃນສິ່ງທີ່ ບໍ່ເຄີຍເຫັນ, ຊຶ່ງເປັນຄວາມຈິງ.
22 ແລະ ບັດນີ້, ຈົ່ງເບິ່ງຂ້າພະເຈົ້າເວົ້າກັບພວກທ່ານ, ແລະ ຢາກໃຫ້ພວກທ່ານຈຳໄວ້, ວ່າພຣະເຈົ້າມີຄວາມເມດຕາຕໍ່ຄົນທັງປວງທີ່ເຊື່ອໃນພຣະນາມຂອງພຣະອົງ; ສະນັ້ນ ພຣະອົງຈຶ່ງປາດຖະໜາໃນປະການທຳອິດໃຫ້ທ່ານເຊື່ອໃນພຣະຄຳຂອງພຣະອົງ.
23 ແລະ ບັດນີ້, ພຣະອົງໄດ້ໃຫ້ພຣະຄຳຂອງພຣະອົງແກ່ມະນຸດຈາກເຫລົ່າທູດ, ແທ້ຈິງແລ້ວ, ບໍ່ແມ່ນແຕ່ໃຫ້ຜູ້ຊາຍເທົ່ານັ້ນ ແຕ່ໃຫ້ແກ່ຜູ້ຍິງນຳອີກ. ບັດນີ້ຍັງບໍ່ໝົດ; ເດັກນ້ອຍໆກໍໄດ້ຮັບພຣະຄຳມາສູ່ຕົນເອງຫລາຍເທື່ອ, ຈົນວ່າຈະເຮັດໃຫ້ຄົນທີ່ມີປັນຍາ ແລະ ຄົນທີ່ມີການສຶກສາຍອມຈຳນົນ.
24 ແລະ ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເນື່ອງຈາກວ່າພວກທ່ານປາດຖະໜາຢາກຮູ້ຈາກຂ້າພະເຈົ້າວ່າພວກທ່ານຄວນຈະເຮັດແນວໃດດີ ເພາະພວກທ່ານເປັນທຸກ ແລະ ໄດ້ຖືກຂັບໄລ່ອອກມາ—ບັດນີ້ຂ້າພະເຈົ້າບໍ່ຢາກໃຫ້ພວກທ່ານຄິດວ່າ ຂ້າພະເຈົ້າຕັ້ງໃຈຕັດສິນພວກທ່ານນອກຈາກມັນເປັນໄປຕາມສິ່ງທີ່ມີຈິງເທົ່ານັ້ນ—
25 ເພາະຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າ ພວກທ່ານທຸກຄົນໄດ້ຖືກບັງຄັບໃຫ້ຖ່ອມຕົວ ເພາະຂ້າພະເຈົ້າເຊື່ອແທ້ໆວ່າ ມີບາງຄົນໃນບັນດາພວກທ່ານທີ່ຈະຖ່ອມຕົວ ບໍ່ວ່າພວກເຂົາຈະຢູ່ໃນສະພາບແບບໃດກໍຕາມ.
26 ບັດນີ້, ດັ່ງທີ່ຂ້າພະເຈົ້າໄດ້ເວົ້າໄວ້ກ່ຽວກັບສັດທາ—ວ່າມັນບໍ່ແມ່ນຄວາມຮູ້ອັນສົມບູນ—ຄຳເວົ້າຂອງຂ້າພະເຈົ້າກໍເໝືອນກັນ. ທຳອິດພວກທ່ານຈະຮູ້ເຖິງຄວາມແນ່ນອນຂອງມັນຈົນສົມບູນບໍ່ໄດ້, ເຊັ່ນດຽວກັນກັບສັດທາທີ່ບໍ່ແມ່ນຄວາມຮູ້ອັນສົມບູນ.
27 ແຕ່ຈົ່ງເບິ່ງ, ຖ້າຫາກພວກທ່ານຈະຕື່ນ ແລະ ປຸກຄວາມສາມາດຂອງພວກທ່ານ ຈົນມາຫາການທົດລອງຄຳເວົ້າຂອງຂ້າພະເຈົ້າ ແລະ ໃຊ້ສັດທາຈັກໜ້ອຍໜຶ່ງ, ແທ້ຈິງແລ້ວ, ຖ້າຫາກພວກທ່ານເຮັດບໍ່ໄດ້ຫລາຍໄປກວ່າຄວາມປາດຖະໜາທີ່ຈະເຊື່ອ, ກໍຂໍໃຫ້ ຄວາມປາດຖະໜານີ້ເກີດຜົນໃນພວກທ່ານ ຈົນວ່າພວກທ່ານຈະໃຫ້ບ່ອນສຳລັບຄຳສ່ວນໜຶ່ງຂອງຂ້າພະເຈົ້າໄດ້.
28 ບັດນີ້ພວກເຮົາຈະປຽບທຽບພຣະຄຳໃສ່ກັບ ເມັດພືດ. ບັດນີ້ຖ້າຫາກພວກທ່ານໃຫ້ບ່ອນເພື່ອຈະປູກ ເມັດພືດໃນ ໃຈຂອງພວກທ່ານ, ຈົ່ງເບິ່ງ, ຖ້າຫາກເປັນເມັດພືດທີ່ແທ້ຈິງ ຫລື ເມັດທີ່ດີ, ຖ້າຫາກພວກທ່ານບໍ່ໂຍນມັນຖິ້ມໂດຍ ຄວາມບໍ່ເຊື່ອຖືຂອງພວກທ່ານ, ວ່າພວກທ່ານຈະຕໍ່ຕ້ານພຣະວິນຍານຂອງພຣະຜູ້ເປັນເຈົ້າແລ້ວ, ຈົ່ງເບິ່ງ, ມັນຈະເລີ່ມພອງຢູ່ໃນເອິກຂອງພວກທ່ານ, ແລະ ເມື່ອພວກທ່ານຮູ້ສຶກເຖິງການພອງນີ້, ພວກທ່ານຈະເລີ່ມກ່າວຢູ່ພາຍໃນຕົວເອງວ່າ—ມັນຕ້ອງເປັນເມັດດີ ຫລື ວ່າພຣະຄຳນີ້ດີ ເພາະມັນເລີ່ມເຮັດໃຫ້ຈິດວິນຍານຂອງເຮົາຂະຫຍາຍອອກ; ແທ້ຈິງແລ້ວ, ມັນເລີ່ມເຮັດໃຫ້ ຄວາມເຂົ້າໃຈຂອງເຮົາແຈ້ງອອກ, ແທ້ຈິງແລ້ວ, ມັນເລີ່ມມີລົດແຊບສຳລັບເຮົາ.
29 ບັດນີ້ຈົ່ງເບິ່ງ, ສິ່ງນີ້ຈະບໍ່ເພີ່ມສັດທາຂອງພວກທ່ານບໍ? ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ແນ່ນອນ; ປານນັ້ນມັນຍັງບໍ່ເຕີບໂຕເປັນຄວາມຮູ້ອັນສົມບູນ.
30 ແຕ່ຈົ່ງເບິ່ງ, ເມື່ອເມັດນັ້ນພອງ, ແລະ ງອກ, ແລະ ເລີ່ມເຕີບໂຕຂຶ້ນ, ເມື່ອນັ້ນພວກທ່ານຕ້ອງເວົ້າວ່າ ມັນແມ່ນເມັດດີ; ເພາະຈົ່ງເບິ່ງ ມັນພອງ, ແລະ ງອກ, ແລະ ເລີ່ມເຕີບໂຕຂຶ້ນ. ແລະ ບັດນີ້, ຈົ່ງເບິ່ງສິ່ງນີ້ຈະບໍ່ເຮັດໃຫ້ສັດທາຂອງພວກທ່ານເຂັ້ມແຂງຂຶ້ນບໍ? ແທ້ຈິງແລ້ວ, ມັນຈະເຮັດໃຫ້ສັດທາຂອງພວກທ່ານເຂັ້ມແຂງຂຶ້ນ: ເພາະພວກທ່ານຈະເວົ້າວ່າ ເຮົາຮູ້ແລ້ວວ່າມັນແມ່ນເມັດດີ; ເພາະຈົ່ງເບິ່ງ ມັນງອກ ແລະ ເລີ່ມເຕີບໂຕຂຶ້ນ.
31 ແລະ ບັດນີ້, ຈົ່ງເບິ່ງພວກທ່ານແນ່ໃຈບໍວ່ານີ້ຄືເມັດດີ? ຂ້າພະເຈົ້າກ່າວກັບພວກທ່ານວ່າ, ແມ່ນແລ້ວ; ເພາະທຸກເມັດໄດ້ອອກຜົນໃນ ລັກສະນະຂອງມັນເອງ.
32 ສະນັ້ນ, ຖ້າຫາກເມັດໃດເຕີບໂຕ ມັນກໍຈະຕ້ອງເປັນເມັດດີ, ແຕ່ຖ້າຫາກມັນບໍ່ເຕີບໂຕ, ຈົ່ງເບິ່ງ ມັນກໍຕ້ອງເປັນເມັດບໍ່ດີ, ສະນັ້ນ ມັນຈຶ່ງຖືກໂຍນຖິ້ມໄປ.
33 ແລະ ບັດນີ້, ຈົ່ງເບິ່ງເພາະພວກທ່ານໄດ້ພິສູດການທົດລອງ, ແລະ ໄດ້ປູກເມັດນັ້ນ, ແລະ ມັນໄດ້ພອງ, ແລະ ງອກ, ແລະ ເລີ່ມເຕີບໂຕຂຶ້ນ, ພວກທ່ານກໍຕ້ອງຮູ້ວ່າ ມັນແມ່ນເມັດດີ.
34 ແລະ ບັດນີ້, ຈົ່ງເບິ່ງ ຄວາມຮູ້ຂອງພວກທ່ານສົມບູນບໍ? ແທ້ຈິງແລ້ວ, ຄວາມຮູ້ຂອງພວກທ່ານສົມບູນໃນເລື່ອງນັ້ນ, ແລະ ສັດທາຂອງພວກທ່ານຄົງທີ່; ແລະ ເປັນຍ້ອນພວກທ່ານຮູ້ ຊຶ່ງພວກທ່ານຮູ້ວ່າພຣະຄຳເຮັດໃຫ້ຈິດວິນຍານຂອງພວກທ່ານພອງຂຶ້ນ, ແລະ ພວກທ່ານຮູ້ອີກວ່າມັນງອກຂຶ້ນ, ແລະ ຄວາມເຂົ້າໃຈຂອງພວກທ່ານເລີ່ມແຈ້ງອອກ ແລະ ຈິດໃຈຂອງພວກທ່ານເລີ່ມຂະຫຍາຍອອກ.
35 ໂອ້ ດັ່ງນັ້ນແລ້ວ, ນີ້ບໍ່ແມ່ນຄວາມຈິງບໍ? ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຖືກແລ້ວ, ເພາະມັນຄື ຄວາມສະຫວ່າງ; ແລະ ອັນໃດກໍຕາມທີ່ເປັນຄວາມສະຫວ່າງຍ່ອມດີ, ເພາະຫລິງເຫັນໄດ້, ສະນັ້ນ ພວກທ່ານຕ້ອງຮູ້ວ່າມັນດີ; ແລະ ບັດນີ້ຈົ່ງເບິ່ງ, ຫລັງຈາກພວກທ່ານໄດ້ຊີມຄວາມສະຫວ່າງນີ້ແລ້ວ, ຄວາມຮູ້ຂອງພວກທ່ານສົມບູນແລ້ວບໍ?
36 ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກທ່ານວ່າ, ບໍ່ເລີຍ, ພວກທ່ານບໍ່ຄວນປະຖິ້ມສັດທາຂອງພວກທ່ານ, ເພາະພວກທ່ານພຽງແຕ່ໃຊ້ສັດທາຂອງພວກທ່ານເພື່ອປູກເມັດ ເພື່ອພວກທ່ານຈະໄດ້ພິສູດການທົດລອງໃຫ້ຮູ້ຖ້າຫາກມັນເປັນເມັດດີ.
37 ແລະ ຈົ່ງເບິ່ງ, ເມື່ອຕົ້ນເລີ່ມເຕີບໂຕຂຶ້ນ, ພວກທ່ານຈະເວົ້າວ່າ: ຈົ່ງໃຫ້ພວກເຮົາບຳລຸງລ້ຽງມັນດ້ວຍຄວາມເອົາໃຈໃສ່, ເພື່ອມັນຈະແຕກຮາກ, ເພື່ອມັນຈະເຕີບໂຕຂຶ້ນ, ແລະ ອອກຜົນໃຫ້ແກ່ພວກເຮົາ. ແລະ ບັດນີ້ຈົ່ງເບິ່ງ, ຖ້າຫາກພວກທ່ານບຳລຸງລ້ຽງມັນດ້ວຍຄວາມເອົາໃຈໃສ່, ມັນກໍຈະແຕກຮາກ, ແລະ ເຕີບໂຕຂຶ້ນ, ແລະ ອອກຜົນ.
38 ແຕ່ຖ້າຫາກພວກທ່ານຈະ ລະເລີຍຕົ້ນນັ້ນ, ແລະ ບໍ່ຄິດເຖິງການບຳລຸງລ້ຽງມັນ, ຈົ່ງເບິ່ງ ມັນກໍຈະບໍ່ແຕກຮາກເລີຍ; ແລະ ເມື່ອຄວາມຮ້ອນຂອງດວງຕາເວັນມາເຖິງ ແລະ ເຜົາມັນ, ເມື່ອມັນບໍ່ມີຮາກ ມັນຍ່ອມຫ່ຽວແຫ້ງໄປ, ແລະ ພວກທ່ານກໍຈະຖອນມັນຂຶ້ນ ແລະ ໂຍນມັນຖິ້ມໄປ.
39 ບັດນີ້, ມັນບໍ່ແມ່ນວ່າ ເພາະເມັດບໍ່ດີ, ທັງບໍ່ແມ່ນວ່າຜົນຂອງມັນບໍ່ເປັນທີ່ປາດຖະໜາ; ແຕ່ເປັນເພາະ ດິນຂອງພວກທ່ານແຫ້ງແລ້ງ, ແລະ ພວກທ່ານບໍ່ຍອມບຳລຸງລ້ຽງຕົ້ນນັ້ນ, ສະນັ້ນ ພວກທ່ານຈຶ່ງບໍ່ໄດ້ຮັບຜົນຈາກມັນ.
40 ແລະ ດ້ວຍເຫດນີ້, ຖ້າຫາກພວກທ່ານບໍ່ບຳລຸງລ້ຽງພຣະຄຳ, ໂດຍຄອງຄອຍໝາກຂອງຕົ້ນດ້ວຍຕາແຫ່ງສັດທາ, ແລ້ວພວກທ່ານຈະເກັບໝາກຂອງ ຕົ້ນໄມ້ແຫ່ງຊີວິດບໍ່ໄດ້ເລີຍ.
41 ແຕ່ຖ້າຫາກພວກທ່ານຈະບຳລຸງລ້ຽງພຣະຄຳ, ແທ້ຈິງແລ້ວ, ບຳລຸງລ້ຽງຕົ້ນເມື່ອມັນເລີ່ມເຕີບໂຕໂດຍສັດທາຂອງພວກທ່ານດ້ວຍຄວາມພາກພຽນ, ແລະ ດ້ວຍ ຄວາມອົດທົນ, ໂດຍຄອງຄອຍຜົນຈາກຕົ້ນນັ້ນ, ແລ້ວມັນຈະແຕກຮາກ; ແລະ ຈົ່ງເບິ່ງ ມັນຈະເປັນຕົ້ນທີ່ ງອກງາມໄປສູ່ຊີວິດອັນເປັນນິດ.
42 ແລະ ເພາະ ຄວາມພາກພຽນຂອງພວກທ່ານ ແລະ ສັດທາຂອງພວກທ່ານ ແລະ ດ້ວຍຄວາມອົດທົນຂອງພວກທ່ານໃນການບຳລຸງລ້ຽງພຣະຄຳ, ເພື່ອມັນຈະໄດ້ແຕກຮາກຢູ່ໃນພວກທ່ານ, ຈົ່ງເບິ່ງ, ໃນບໍ່ຊ້ານີ້ພວກທ່ານຈະເກັບ ໝາກຂອງມັນໄດ້ ຊຶ່ງມີຄ່າທີ່ສຸດ, ຊຶ່ງຫວານເໜືອກວ່າທຸກສິ່ງທີ່ຫວານ, ແລະ ຂາວເໜືອກວ່າທຸກສິ່ງທີ່ຂາວ, ແທ້ຈິງແລ້ວ, ແລະ ບໍລິສຸດເໜືອກວ່າທຸກສິ່ງທີ່ບໍລິສຸດ; ແລະ ພວກທ່ານຈະອີ່ມໜຳສຳລານດ້ວຍໝາກໄມ້ນີ້ ເພື່ອພວກທ່ານຈະບໍ່ຫິວທັງບໍ່ກະຫາຍ.
43 ເມື່ອນັ້ນພີ່ນ້ອງຂອງຂ້າພະເຈົ້າ, ພວກທ່ານຈະເກັບກ່ຽວລາງວັນແຫ່ງສັດທາ ແລະ ຄວາມພາກພຽນ, ແລະ ຄວາມອົດທົນ, ແລະ ຄວາມອົດກັ້ນຂອງພວກທ່ານ ໂດຍໄດ້ຄອຍຖ້າໃຫ້ຕົ້ນໄມ້ອອກຜົນໃຫ້ພວກທ່ານ.