ພຣະ​ຄຳ​ພີ
ແອວ​ມາ 32


ບົດ​ທີ 32

ແອວ​ມາ​ສິດ​ສອນ​ຄົນ​ຍາກ​ຈົນ​ຜູ້​ຊຶ່ງ​ຄວາມ​ທຸກ​ເຮັດ​ໃຫ້​ພວກ​ເຂົາ​ຖ່ອມ​ຕົວ—ສັດ​ທາ​ແມ່ນ​ຄວາມ​ຫວັງ​ໃນ​ສິ່ງ​ທີ່​ບໍ່​ເຄີຍ​ເຫັນ ຊຶ່ງ​ເປັນ​ຄວາມ​ຈິງ—ແອວ​ມາ​ໃຫ້​ຖ້ອຍ​ຄຳ​ວ່າ ເຫລົ່າ​ທູດ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຜູ້​ຊາຍ, ຜູ້​ຍິງ, ແລະ ເດັກ​ນ້ອຍ—ແອວ​ມາ​ປຽບ​ທຽບ​ພຣະ​ທຳ​ໃສ່​ກັບ​ເມັດ​ພືດ—ມັນ​ຕ້ອງ​ຖືກ​ເອົາ​ໄປ​ປູກ ແລະ ບຳ​ລຸງ​ລ້ຽງ—ແລ້ວ​ມັນ​ຈະ​ເຕີບ​ໂຕ​ເປັນ​ກົກ​ໃຫຍ່ ເພື່ອ​ຈະ​ໄດ້​ປິດ​ເອົາ​ໝາກ​ໄມ້​ນິ​ລັນ​ດອນ​ຈາກ​ຕົ້ນ​ນັ້ນ. ປະ​ມານ 74 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເພິ່ນ​ໄດ້​ອອກ​ໄປ, ແລະ ເລີ່ມ​ຕົ້ນ​ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ຜູ້​ຄົນ, ໂດຍ​ເຂົ້າ​ໄປ​ໃນ​ທຳ​ມະ​ສາ​ລາ ແລະ ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ແລະ ພວກ​ເພິ່ນ​ໄດ້​ສັ່ງ​ສອນ​ພຣະ​ຄຳ​ເຖິງ​ແມ່ນ​ຕາມ​ຖະ​ໜົນ​ຫົນ​ທາງ​ຂອງ​ພວກ​ເຂົາ​ນຳ​ອີກ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ທີ່​ໄດ້​ທຳ​ງານ​ຢ່າງ​ພາກ​ພຽນ​ໃນ​ບັນ​ດາ​ພວກ​ເຂົາ, ພວກ​ເພິ່ນ​ກໍ​ເລີ່ມ​ມີ​ຄວາມ​ສຳ​ເລັດ​ໃນ​ບັນ​ດາ ຄົນ​ຍາກ​ຈົນ; ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ທຳ​ມະ​ສາ​ລາ ເພາະ​ເສື້ອ​ຜ້າ​ລາ​ຄາ​ຖືກ​ຂອງ​ພວກ​ເຂົາ—

3 ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຂົາ​ເພື່ອ​ນະ​ມັດ​ສະ​ການ​ພຣະ​ເຈົ້າ, ເພາະ​ຖື​ວ່າ​ເປັນ​ຄວາມ​ສົກ​ກະ​ປົກ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ຍາກ​ຈົນ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຖືກ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ຖື​ວ່າ ພວກ​ເຂົາ​ບໍ່​ມີ​ຄຸນ​ຄ່າ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ ຍາກ​ຈົນ​ທາງ​ໂລກ ແລະ ຍາກ​ຈົນ​ໃນ​ໃຈ​ນຳ​ອີກ.

4 ບັດ​ນີ້, ຂະ​ນະ​ທີ່​ແອວ​ມາ​ກຳ​ລັງ​ສິດ​ສອນ ແລະ ເວົ້າ​ກັບ​ຜູ້​ຄົນ​ຢູ່​ເທິງ​ເນີນ​ພູ​ໂອ​ໄນ​ດາ, ມີ​ຝູງ​ຊົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ມາ​ຫາ​ເພິ່ນ, ຊຶ່ງ​ຄື​ຄົນ​ທີ່​ພວກ​ເຮົາ​ກຳ​ລັງ​ເວົ້າ​ເຖິງ​ຢູ່, ຜູ້ ຍາກ​ຈົນ​ໃນ​ໃຈ, ເພາະ​ຄວາມ​ຍາກ​ຈົນ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ສິ່ງ​ຂອງ​ທາງ​ໂລກ.

5 ແລະ ພວກ​ເຂົາ​ໄດ້​ເຂົ້າ​ມາ​ຫາ​ແອວ​ມາ; ແລະ ຄົນ​ໜຶ່ງ​ຊຶ່ງ​ເດັ່ນ​ທີ່​ສຸດ​ໃນ​ບັນ​ດາ​ພວກ​ເຂົາ​ກ່າວ​ກັບ​ເພິ່ນ​ວ່າ: ຈົ່ງ​ເບິ່ງ, ພີ່​ນ້ອງ​ພວກ​ນີ້​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເຮັດ ແນວ​ໃດ ເພາະ​ພວກ​ເຂົາ​ຖືກ​ຄົນ​ທັງ​ປວງ​ໝິ່ນ​ປະ​ໝາດ​ເພາະ​ຄວາມ​ຍາກ​ຈົນ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ໂດຍ​ສະ​ເພາະ​ແມ່ນ​ພວກ​ປະ​ໂລ​ຫິດ​ຂອງ​ພວກ​ເຮົາ; ເພາະ​ພວກ​ເຂົາ​ໄດ້ ຂັບ​ໄລ່​ພວກ​ເຮົາ​ອອກ​ຈາກ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຮົາ ຊຶ່ງ​ພວກ​ເຮົາ​ໄດ້​ລົງ​ແຮງ​ໄວ້​ຢ່າງ​ຫລວງ​ຫລາຍ ແລະ ໄດ້​ສ້າງ​ດ້ວຍ​ມື​ຂອງ​ພວກ​ເຮົາ​ເອງ; ພວກ​ເຂົາ​ໄດ້​ໄລ່​ພວກ​ເຮົາ​ໜີ ເພາະ​ຄວາມ​ຍາກ​ຈົນ​ຂອງ​ພວກ​ເຮົາ ແລະ ພວກ​ເຮົາ​ບໍ່​ມີ​ບ່ອນ​ທີ່​ຈະ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ; ແລະ ຈົ່ງ​ເບິ່ງ, ພວກ​ເຮົາ​ຈະ​ເຮັດ ແນວ​ໃດ​ດີ?

6 ແລະ ບັດ​ນີ້​ເມື່ອ​ແອວ​ມາ​ໄດ້​ຍິນ​ເລື່ອງ​ນີ້​ແລ້ວ, ເພິ່ນ​ກໍ​ໄດ້​ຫັນ​ຕົວ​ມາ ແລະ ເບິ່ງ​ໜ້າ​ຂອງ​ຄົນ​ນັ້ນ​ທັນ​ທີ; ແລະ ເພິ່ນ​ໄດ້​ເບິ່ງ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ໃຫຍ່​ຫລວງ; ເພາະ​ເພິ່ນ​ເຫັນ​ວ່າ ຄວາມ​ທຸກ​ຂອງ​ພວກ​ເຂົາ​ເຮັດ​ໃຫ້​ພວກ​ເຂົາ ຖ່ອມ​ຕົວ​ລົງ, ແລະ ພວກ​ເຂົາ​ຈະ​ຢູ່​ໃນ ການ​ຕຽມ​ພ້ອມ​ທີ່​ຈະ​ຟັງ​ພຣະ​ຄຳ.

7 ສະ​ນັ້ນ ເພິ່ນ​ຈຶ່ງ​ບໍ່​ໄດ້​ກ່າວ​ອັນ​ໃດ​ອີກ​ກັບ​ຝູງ​ຊົນ; ແຕ່​ເພິ່ນ​ໄດ້​ເດ່​ມື​ອອກ​ໄປ ແລະ ຮ້ອງ​ປ່າວ​ຕໍ່​ຄົນ​ທີ່​ເພິ່ນ​ເຫັນ, ຊຶ່ງ​ເປັນ​ຜູ້​ສຳ​ນຶກ​ຜິດ​ຢ່າງ​ຈິງ​ໃຈ, ແລະ ກ່າວ​ກັບ​ພວກ​ເຂົາ​ວ່າ:

8 ຂ້າ​ພະ​ເຈົ້າ​ເຫັນ​ວ່າ ພວກ​ທ່ານ ຕ່ຳ​ຕ້ອຍ​ໃນ​ໃຈ; ແລະ ຖ້າ​ພວກ​ທ່ານ​ເປັນ​ດັ່ງ​ນັ້ນ, ພວກ​ທ່ານ​ຍ່ອມ​ເປັນ​ສຸກ​ແລ້ວ.

9 ຈົ່ງ​ເບິ່ງ ພີ່​ນ້ອງ​ຂອງ​ພວກ​ທ່ານ​ໄດ້​ກ່າວ​ວ່າ ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ດີ?—​ເພາະ​ພວກ​ເຮົາ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຮົາ, ສະ​ນັ້ນ ພວກ​ເຮົາ​ຈຶ່ງ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ບໍ່​ໄດ້.

10 ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພວກ​ທ່ານ​ຄິດ​ບໍ​ວ່າ ພວກ​ທ່ານ​ຈະ ນະ​ມັດ​ສະ​ການ​ພຣະ​ເຈົ້າ​ບໍ່​ໄດ້ ນອກ​ຈາກ​ຈະ​ຢູ່​ໃນ​ທຳ​ມະ​ສາ​ລາ​ຂອງ​ພວກ​ທ່ານ​ເທົ່າ​ນັ້ນ?

11 ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ຖາມ​ວ່າ, ພວກ​ທ່ານ​ຄິດ​ວ່າ​ພວກ​ທ່ານ​ບໍ່​ຄວນ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ນອກ​ຈາກ​ອາ​ທິດ​ລະ​ເທື່ອ​ເທົ່າ​ນັ້ນ​ບໍ?

12 ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ມັນ​ເປັນ​ການ​ດີ​ທີ່​ພວກ​ທ່ານ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ທຳ​ມະ​ສາ​ລາ​ຂອງ​ພວກ​ທ່ານ, ເພື່ອ​ພວກ​ທ່ານ​ຈະ​ໄດ້​ຖ່ອມ​ຕົວ, ແລະ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮຽນ​ຮູ້ ປັນ​ຍາ; ເພາະ​ມັນ​ຈຳ​ເປັນ​ທີ່​ພວກ​ທ່ານ​ຈະ​ຮຽນ​ຮູ້​ປັນ​ຍາ; ເພາະ​ມັນ​ເປັນ​ດ້ວຍ​ວ່າ ພວກ​ທ່ານ​ຖືກ​ຂັບ​ໄລ່, ວ່າ​ພີ່​ນ້ອງ​ຂອງ​ພວກ​ທ່ານ​ໝິ່ນ​ປະ​ໝາດ​ພວ​ກ​ທ່ານ ເພາະ ຄວາມ​ຍາກ​ຈົນ​ຫລາຍ​ຂອງ​ພວກ​ທ່ານ, ຈຶ່ງ​ນຳ​ພວກ​ທ່ານ​ມາ​ຫາ​ຄວາມ​ຕ່ຳ​ຕ້ອຍ​ໃນ​ໃຈ; ເພາະ​ພວກ​ທ່ານ​ຈຳ​ຕ້ອງ​ຖືກ​ນຳ​ມາ​ໃຫ້​ຖ່ອມ​ຕົວ.

13 ແລະ ບັດ​ນີ້, ເພາະ​ພວກ​ທ່ານ​ຖືກ​ບັງ​ຄັບ​ໃຫ້​ຖ່ອມ​ຕົວ ພວກ​ທ່ານ​ຈຶ່ງ​ເປັນ​ສຸກ; ເພາະ​ວ່າ​ບາງ​ຄັ້ງ​ຖ້າ​ຫາກ​ມະ​ນຸດ​ຖືກ​ບັງ​ຄັບ​ໃຫ້​ຖ່ອມ​ຕົວ, ເຂົາ​ຈະ​ສະ​ແຫວງ​ຫາ​ການ​ກັບ​ໃຈ; ແລະ ບັດ​ນີ້​ຜູ້​ໃດ​ກໍ​ຕາມ​ທີ່​ກັບ​ໃຈ, ຜູ້​ນັ້ນ​ຈະ​ພົບ​ຄວາມ​ເມດ​ຕາ​ຢ່າງ​ແນ່​ນອນ; ແລະ ຜູ້​ທີ່​ພົບ​ຄວາມ​ເມດ​ຕາ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ຜູ້​ນັ້ນຈະ​ລອດ.

14 ແລະ ບັດ​ນີ້, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ທ່ານ​ມາ​ແລ້ວ​ວ່າ ເພາະ​ພວກ​ທ່ານ​ຖືກ​ບັງ​ຄັບ​ໃຫ້​ຖ່ອມ​ຕົວ, ພວກ​ທ່ານ​ຈຶ່ງ​ໄດ້​ຮັບ​ພອນ. ພວກ​ທ່ານ​ຄິດ​ບໍ​ວ່າ ຄົນ​ທີ່​ຖ່ອມ​ຕົວ​ໂດຍ​ແທ້​ເພາະ​ພຣະ​ຄຳ ຜູ້​ນັ້ນ​ຈະ​ໄດ້​ຮັບ​ພອນ​ຫລາຍ​ກວ່າ?

15 ແທ້​ຈິງ​ແລ້ວ, ຜູ້​ທີ່​ຖ່ອມ​ຕົວ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ຕົນ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ຜູ້​ນັ້ນ​ຈະ​ໄດ້​ຮັບ​ພອນ—ແທ​້​ຈິງ​ແລ້ວ, ຜູ້​ນັ້ນ​ຈະ​ໄດ້​ຮັບ​ພອນ​ຫລາຍ​ກວ່າ​ຜູ້​ທີ່​ຖືກ​ບັງ​ຄັບ​ໃຫ້​ຖ່ອມ​ຕົວ ເພາະ​ຄວາມ​ຍາກ​ຈົນ​ຢ່າງ​ຍິ່ງ​ຂອງ​ຕົນ.

16 ສະ​ນັ້ນ, ຄົນ​ທີ່​ຖ່ອມ​ຕົວ​ໂດຍ​ບໍ່​ໄດ້​ຖືກ​ບັງ​ຄັບ​ໃຫ້ ຖ່ອມ​ຕົວ​ຍ່ອມ​ເປັນ​ສຸກ; ຫລື ອີກ​ຄຳ​ໜຶ່ງ, ຄົນ​ທີ່​ເຊື່ອ​ຖື​ໃນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ຮັບ​ບັບ​ຕິ​ສະ​ມາ​ໂດຍ​ບໍ່​ດື້​ດ້ານ​ໃຈ​ຍ່ອມ​ເປັນ​ສຸກ, ແທ້​ຈິງ​ແລ້ວ, ໂດຍ​ບໍ່​ໄດ້​ຖືກ​ນຳ​ມາ​ໃຫ້​ຮູ້​ຈັກ​ພຣະ​ຄຳ, ຫລື ຖືກ​ບັງ​ຄັບ​ໃຫ້​ຮູ້​ຈັກ​ກ່ອນ​ທີ່​ເຂົາ​ຈະ​ເຊື່ອ.

17 ແທ້​ຈິງ​ແລ້ວ, ມີ​ຢູ່​ຫລາຍ​ຄົນ​ທີ່​ເວົ້າ​ວ່າ: ຖ້າ​ຫາກ​ທ່ານ​ຈະ​ສະ​ແດງ ເຄື່ອງ​ໝາຍ​ຈາກ​ສະ​ຫວັນ​ແກ່​ພວກ​ເຮົາ​ແລ້ວ, ພວກ​ເຮົາ​ຈຶ່ງ​ຈະ​ຮູ້​ເຖິງ​ຄວາມ​ແນ່​ນອນ; ເມື່ອ​ນັ້ນ​ພວກ​ເຮົາ​ຈຶ່ງ​ຈະ​ເຊື່ອ.

18 ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຖາມ​ວ່າ ນີ້​ແມ່ນ​ສັດ​ທາ​ບໍ? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ; ເພາະ​ຖ້າ​ຫາກ ລາວ​ຮູ້​ສິ່ງ​ນັ້ນ​ແລ້ວ ລາວ​ກໍ​ບໍ່​ມີ​ເຫດ​ຜົນ​ທີ່​ຈະ​ຕ້ອງ ເຊື່ອ, ເພາະ​ລາວ​ຮູ້​ມັນ​ແລ້ວ.

19 ແລະ ບັດ​ນີ້​ຄົນ​ທີ່ ຮູ້​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ແລ້ວ​ບໍ່​ປະ​ຕິ​ບັດ​ຕາມ​ຈະ​ຖືກ​ສາບ​ແຊ່ງ​ຫລາຍ​ປານ​ໃດ​ກວ່າ​ຄົນ​ທີ່​ພຽງ​ແຕ່​ເຊື່ອ ຫລື ພຽງ​ມີ​ເຫດ​ຜົນ​ທີ່​ຈະ​ເຊື່ອ ແລະ ຕົກຢູ່​ໃນ​ການ​ລ່ວງ​ລະ​ເມີດ?

20 ບັດ​ນີ້​ພວກ​ທ່ານ​ຄວນ​ຕັດ​ສິນ​ກ່ຽວ​ກັບ​ເລື່ອງ​ນີ້. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ມັນ​ເປັນ​ທາງ​ໜຶ່ງ ແມ່ນ​ດັ່ງ​ທີ່​ມັນ​ເປັນ​ອີກ​ທາງ​ໜຶ່ງ; ແລະ ມັນ​ຈະ​ເປັນ​ກັບ​ມະ​ນຸດ​ທຸກ​ຄົນ​ຕາມ​ວຽກ​ງານ​ຂອງ​ເຂົາ.

21 ແລະ ບັດ​ນີ້​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ມາ​ແລ້ວ​ກ່ຽວ​ກັບ ສັດ​ທາ—ສັດ​ທາ​ບໍ່​ແມ່ນ​ການ​ມີ​ຄວາມ​ຮູ້​ອັນ​ສົມ​ບູນ​ເຖິງ​ເລື່ອງ​ຕ່າງໆ; ສະ​ນັ້ນ ຖ້າ​ຫາກ​ພວກ​ທ່ານ​ມີ​ສັດ​ທາ ພວກ​ທ່ານ​ກໍ ຫວັງ​ໃນ​ສິ່ງ​ທີ່ ບໍ່​ເຄີຍ​ເຫັນ, ຊຶ່ງ​ເປັນ​ຄວາມ​ຈິງ.

22 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ, ແລະ ຢາກ​ໃຫ້​ພວກ​ທ່ານ​ຈຳ​ໄວ້, ວ່າ​ພຣະ​ເຈົ້າ​ມີ​ຄວາມ​ເມດ​ຕາ​ຕໍ່​ຄົນ​ທັງ​ປວງ​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ; ສະ​ນັ້ນ ພຣະ​ອົງ​ຈຶ່ງ​ປາດ​ຖະ​ໜາ​ໃນ​ປະ​ການ​ທຳ​ອິດ​ໃຫ້​ທ່ານ​ເຊື່ອ​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ.

23 ແລະ ບັດ​ນີ້, ພຣະ​ອົງ​ໄດ້​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ​ແກ່​ມະ​ນຸດ​ຈາກ​ເຫລົ່າ​ທູດ, ແທ້​ຈິງ​ແລ້ວ, ບໍ່​ແມ່ນ​ແຕ່​ໃຫ້​ຜູ້​ຊາຍ​ເທົ່າ​ນັ້ນ ແຕ່​ໃຫ້​ແກ່​ຜູ້​ຍິງ​ນຳ​ອີກ. ບັດ​ນີ້​ຍັງ​ບໍ່​ໝົດ; ເດັກ​ນ້ອຍໆ​ກໍ​ໄດ້​ຮັບ​ພຣະ​ຄຳ​ມາ​ສູ່​ຕົນ​ເອງ​ຫລາຍ​ເທື່ອ, ຈົນ​ວ່າ​ຈະ​ເຮັດ​ໃຫ້​ຄົນ​ທີ່​ມີ​ປັນ​ຍາ ແລະ ຄົນ​ທີ່​ມີ​ການ​ສຶກ​ສາ​ຍອມ​ຈຳ​ນົນ.

24 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເນື່ອງ​ຈາກ​ວ່າ​ພວກ​ທ່ານ​ປາດ​ຖະ​ໜາ​ຢາກ​ຮູ້​ຈາກ​ຂ້າ​ພະ​ເຈົ້າ​ວ່າ​ພວກ​ທ່ານ​ຄວນ​ຈະ​ເຮັດ​ແນວ​ໃດ​ດີ ເພາະ​ພວກ​ທ່ານ​ເປັນ​ທຸກ ແລະ ໄດ້​ຖືກ​ຂັບ​ໄລ່​ອອກ​ມາ—ບັດ​ນີ້​ຂ້າ​ພະ​ເຈົ້າ​ບໍ່​ຢາກ​ໃຫ້​ພວກ​ທ່ານ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ຕັ້ງ​ໃຈ​ຕັດ​ສິນ​ພວກ​ທ່ານ​ນອກ​ຈາກ​ມັນ​ເປັນ​ໄປ​ຕາມ​ສິ່ງ​ທີ່​ມີ​ຈິງ​ເທົ່າ​ນັ້ນ—

25 ເພາະ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ພວກ​ທ່ານ​ທຸກ​ຄົນ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຖ່ອມ​ຕົວ ເພາະ​ຂ້າ​ພະ​ເຈົ້າ​ເຊື່ອ​ແທ້ໆ​ວ່າ ມີ​ບາງ​ຄົນ​ໃນ​ບັນ​ດາ​ພວກ​ທ່ານ​ທີ່​ຈະ​ຖ່ອມ​ຕົວ ບໍ່​ວ່າ​ພວກ​ເຂົາ​ຈະ​ຢູ່​ໃນ​ສະ​ພາບ​ແບບ​ໃດ​ກໍ​ຕາມ.

26 ບັດ​ນີ້, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ໄວ້​ກ່ຽວ​ກັບ​ສັດ​ທາ—ວ່​າ​ມັນ​ບໍ່​ແມ່ນ​ຄວາມ​ຮູ້​ອັນ​ສົມ​ບູນ—ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເໝືອນ​ກັນ. ທຳ​ອິດ​ພວກ​ທ່ານ​ຈະ​ຮູ້​ເຖິງ​ຄວາມ​ແນ່​ນອນ​ຂອງ​ມັນ​ຈົນ​ສົມ​ບູນ​ບໍ່​ໄດ້, ເຊັ່ນ​ດຽວ​ກັນ​ກັບ​ສັດ​ທາ​ທີ່​ບໍ່​ແມ່ນ​ຄວາມ​ຮູ້​ອັນ​ສົມ​ບູນ.

27 ແຕ່​ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ທ່ານ​ຈະ​ຕື່ນ ແລະ ປຸກ​ຄວາມ​ສາ​ມາດ​ຂອງ​ພວກ​ທ່ານ ຈົນ​ມາ​ຫາ​ການ​ທົດ​ລອງ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ ແລະ ໃຊ້​ສັດ​ທາ​ຈັກ​ໜ້ອຍ​ໜຶ່ງ, ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພວກ​ທ່ານ​ເຮັດ​ບໍ່​ໄດ້​ຫລາຍ​ໄປ​ກວ່າ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຊື່ອ, ກໍ​ຂໍ​ໃຫ້ ຄວາມ​ປາດ​ຖະ​ໜາ​ນີ້​ເກີດ​ຜົນ​ໃນ​ພວກ​ທ່ານ ຈົນ​ວ່າ​ພວກ​ທ່ານ​ຈະ​ໃຫ້​ບ່ອນ​ສຳ​ລັບ​ຄຳ​ສ່ວນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ​ໄດ້.

28 ບັດ​ນີ້ພວກ​ເຮົາ​ຈະ​ປຽບ​ທຽບ​ພຣະ​ຄຳ​ໃສ່​ກັບ ເມັດ​ພືດ. ບັດ​ນີ້​ຖ້າ​ຫາກ​ພວກ​ທ່ານ​ໃຫ້​ບ່ອນ​ເພື່ອ​ຈະ​ປູກ ເມັດ​ພືດ​ໃນ ໃຈ​ຂອງ​ພວກ​ທ່ານ, ຈົ່ງ​ເບິ່ງ, ຖ້າ​ຫາກ​ເປັນ​ເມັດ​ພືດ​ທີ່​ແທ້​ຈິງ ຫລື ເມັດ​ທີ່​ດີ, ຖ້າ​ຫາກ​ພວກ​ທ່ານ​ບໍ່​ໂຍນ​ມັນ​ຖິ້ມ​ໂດຍ ຄວາມ​ບໍ່​ເຊື່ອ​ຖື​ຂອງ​ພວກ​ທ່ານ, ວ່າ​ພວກ​ທ່ານ​ຈະ​ຕໍ່​ຕ້ານ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ຈົ່ງ​ເບິ່ງ, ມັນ​ຈະ​ເລີ່ມ​ພອງ​ຢູ່​ໃນ​ເອິກ​ຂອງ​ພວກ​ທ່ານ, ແລະ ເມື່ອ​ພວກ​ທ່ານ​ຮູ້​ສຶກ​ເຖິງ​ການ​ພອງ​ນີ້, ພວກ​ທ່ານ​ຈະ​ເລີ່ມ​ກ່າວ​ຢູ່​ພາຍ​ໃນ​ຕົວ​ເອງ​ວ່າ—ມັນ​ຕ້ອງ​ເປັນ​ເມັດ​ດີ ຫລື ວ່າ​ພຣະ​ຄຳ​ນີ້​ດີ ເພາະ​ມັນ​ເລີ່ມ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ຂະ​ຫຍາຍ​ອອກ; ແທ້​ຈິງ​ແລ້ວ, ມັນ​ເລີ່ມ​ເຮັດ​ໃຫ້ ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ແຈ້ງ​ອອກ, ແທ້​ຈິງ​ແລ້ວ, ມັນ​ເລີ່ມ​ມີ​ລົດ​ແຊບ​ສຳ​ລັບ​ເຮົາ.

29 ບັດ​ນີ້​ຈົ່ງ​ເບິ່ງ, ສິ່ງ​ນີ້​ຈະ​ບໍ່​ເພີ່ມ​ສັດ​ທາ​ຂອງ​ພວກ​ທ່ານ​ບໍ? ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ແນ່​ນອນ; ປານ​ນັ້ນ​ມັນ​ຍັງ​ບໍ່​ເຕີບ​ໂຕ​ເປັນ​ຄວາມ​ຮູ້​ອັນ​ສົມ​ບູນ.

30 ແຕ່​ຈົ່ງ​ເບິ່ງ, ເມື່ອ​ເມັດ​ນັ້ນ​ພອງ, ແລະ ງອກ, ແລະ ເລີ່ມ​ເຕີບ​ໂຕ​ຂຶ້ນ, ເມື່ອ​ນັ້ນ​ພວກ​ທ່ານ​ຕ້ອງ​ເວົ້າ​ວ່າ ມັນ​ແມ່ນ​ເມັດ​ດີ; ເພາະ​ຈົ່ງ​ເບິ່ງ ມັນ​ພອງ, ແລະ ງອກ, ແລະ ເລີ່ມ​ເຕີບ​ໂຕ​ຂຶ້ນ. ແລະ ບັດ​ນີ້, ຈົ່ງ​ເບິ່ງ​ສິ່ງ​ນີ້​ຈະ​ບໍ່​ເຮັດ​ໃຫ້​ສັດ​ທາ​ຂອງ​ພວກ​ທ່ານ​ເຂັ້ມ​ແຂງ​ຂຶ້ນ​ບໍ? ແທ້​ຈິງ​ແລ້ວ, ມັນ​ຈະ​ເຮັດ​ໃຫ້​ສັດ​ທາ​ຂອງ​ພວກ​ທ່ານ​ເຂັ້ມ​ແຂງ​ຂຶ້ນ: ເພາະ​ພວກ​ທ່ານ​ຈະ​ເວົ້າ​ວ່າ ເຮົາ​ຮູ້​ແລ້ວ​ວ່າ​ມັນ​ແມ່ນ​ເມັດ​ດີ; ເພາະ​ຈົ່ງ​ເບິ່ງ ມັນ​ງອກ ແລະ ເລີ່ມ​ເຕີບ​ໂຕ​ຂຶ້ນ.

31 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ພວກ​ທ່ານ​ແນ່​ໃຈ​ບໍ​ວ່າ​ນີ້​ຄື​ເມັດ​ດີ? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ແມ່ນ​ແລ້ວ; ເພາະ​ທຸກ​ເມັດ​ໄດ້​ອອກ​ຜົນ​ໃນ ລັກ​ສະ​ນະ​ຂອງ​ມັນ​ເອງ.

32 ສະ​ນັ້ນ, ຖ້າ​ຫາກ​ເມັດ​ໃດ​ເຕີບ​ໂຕ ມັນ​ກໍ​ຈະ​ຕ້ອງ​ເປັນ​ເມັດ​ດີ, ແຕ່​ຖ້າ​ຫາກ​ມັນ​ບໍ່​ເຕີບ​ໂຕ, ຈົ່ງ​ເບິ່ງ ມັນ​ກໍ​ຕ້ອງ​ເປັນ​ເມັດ​ບໍ່​ດີ, ສະ​ນັ້ນ ມັນ​ຈຶ່ງ​ຖືກ​ໂຍນ​ຖິ້ມ​ໄປ.

33 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ເພາະ​ພວກ​ທ່ານ​ໄດ້​ພິ​ສູດ​ການ​ທົດ​ລອງ, ແລະ ໄດ້​ປູກ​ເມັດ​ນັ້ນ, ແລະ ມັນ​ໄດ້​ພອງ, ແລະ ງອກ, ແລະ ເລີ່ມ​ເຕີບ​ໂຕ​ຂຶ້ນ, ພວກ​ທ່ານ​ກໍ​ຕ້ອງ​ຮູ້​ວ່າ ມັນ​ແມ່ນ​ເມັດ​ດີ.

34 ແລະ ບັດ​ນີ້, ຈົ່ງ​ເບິ່ງ ຄວາມ​ຮູ້​ຂອງ​ພວກ​ທ່ານ​ສົມ​ບູນ​ບໍ? ແທ້​ຈິງ​ແລ້ວ, ຄວາມ​ຮູ້​ຂອງ​ພວກ​ທ່ານ​ສົມ​ບູນ​ໃນ​ເລື່ອງ​ນັ້ນ, ແລະ ສັດ​ທາ​ຂອງ​ພວກ​ທ່ານ​ຄົງ​ທີ່; ແລະ ເປັນ​ຍ້ອນ​ພວກ​ທ່ານ​ຮູ້ ຊຶ່ງ​ພວກ​ທ່ານ​ຮູ້​ວ່າ​ພຣະ​ຄຳ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ພອງ​ຂຶ້ນ, ແລະ ພວກ​ທ່ານ​ຮູ້​ອີກ​ວ່າ​ມັນ​ງອກ​ຂຶ້ນ, ແລະ ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ທ່ານ​ເລີ່ມ​ແຈ້ງ​ອອກ ແລະ ຈິດ​ໃຈ​ຂອງ​ພວກ​ທ່ານ​ເລີ່ມ​ຂະ​ຫຍາຍ​ອອກ.

35 ໂອ້ ດັ່ງ​ນັ້ນ​ແລ້ວ, ນີ້​ບໍ່​ແມ່ນ​ຄວາມ​ຈິງ​ບໍ? ຂ້າ​ພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ, ຖືກ​ແລ້ວ, ເພາະ​ມັນ​ຄື ຄວາມ​ສະ​ຫວ່າງ; ແລະ ອັນ​ໃດ​ກໍ​ຕາມ​ທີ່​ເປັນ​ຄວາມ​ສະ​ຫວ່າງ​ຍ່ອມ​ດີ, ເພາະ​ຫລິງ​ເຫັນ​ໄດ້, ສະ​ນັ້ນ ພວກ​ທ່ານ​ຕ້ອງ​ຮູ້​ວ່າ​ມັນ​ດີ; ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຫລັງ​ຈາກ​ພວກ​ທ່ານ​ໄດ້​ຊີມ​ຄວາມ​ສະ​ຫວ່າງ​ນີ້​ແລ້ວ, ຄວາມ​ຮູ້​ຂອງ​ພວກ​ທ່ານ​ສົມ​ບູນ​ແລ້ວ​ບໍ?

36 ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ, ພວກ​ທ່ານ​ບໍ່​ຄວນ​ປະ​ຖິ້ມ​ສັດ​ທາ​ຂອງ​ພວກ​ທ່ານ, ເພາະ​ພວກ​ທ່ານ​ພຽງ​ແຕ່​ໃຊ້​ສັດ​ທາ​ຂອງ​ພວກ​ທ່ານ​ເພື່ອ​ປູກ​ເມັດ ເພື່ອ​ພວກ​ທ່ານ​ຈະ​ໄດ້​ພິ​ສູດ​ການ​ທົດ​ລອງ​ໃຫ້​ຮູ້​ຖ້າ​ຫາກ​ມັນ​ເປັນ​ເມັດ​ດີ.

37 ແລະ ຈົ່ງ​ເບິ່ງ, ເມື່ອ​ຕົ້ນ​ເລີ່ມ​ເຕີບ​ໂຕ​ຂຶ້ນ, ພວກ​ທ່ານ​ຈະ​ເວົ້າ​ວ່າ: ຈົ່ງ​ໃຫ້​ພວກ​ເຮົາ​ບຳ​ລຸງ​ລ້ຽງ​ມັນ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ເພື່ອ​ມັນ​ຈະ​ແຕກ​ຮາກ, ເພື່ອ​ມັນ​ຈະ​ເຕີບ​ໂຕ​ຂຶ້ນ, ແລະ ອອກ​ຜົນ​ໃຫ້​ແກ່​ພວກ​ເຮົາ. ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ທ່ານ​ບຳ​ລຸງ​ລ້ຽງ​ມັນ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ມັນ​ກໍ​ຈະ​ແຕກ​ຮາກ, ແລະ ເຕີບ​ໂຕ​ຂຶ້ນ, ແລະ ອອກ​ຜົນ.

38 ແຕ່​ຖ້າ​ຫາກ​ພວກ​ທ່ານ​ຈະ ລະ​ເລີຍ​ຕົ້ນ​ນັ້ນ, ແລະ ບໍ່​ຄິດ​ເຖິງ​ການ​ບຳ​ລຸງ​ລ້ຽງ​ມັນ, ຈົ່ງ​ເບິ່ງ ມັນ​ກໍ​ຈະ​ບໍ່​ແຕກ​ຮາກ​ເລີຍ; ແລະ ເມື່ອ​ຄວາມ​ຮ້ອນ​ຂອງ​ດວງ​ຕາ​ເວັນ​ມາ​ເຖິງ ແລະ ເຜົາ​ມັນ, ເມື່ອ​ມັນ​ບໍ່​ມີ​ຮາກ ມັນ​ຍ່ອມ​ຫ່ຽວ​ແຫ້ງ​ໄປ, ແລະ ພວກ​ທ່ານ​ກໍ​ຈະ​ຖອນ​ມັນ​ຂຶ້ນ ແລະ ໂຍນ​ມັນ​ຖິ້ມ​ໄປ.

39 ບັດ​ນີ້, ມັນ​ບໍ່​ແມ່ນ​ວ່າ ເພາະ​ເມັດ​ບໍ່​ດີ, ທັງ​ບໍ່​ແມ່ນ​ວ່າ​ຜົນ​ຂອງ​ມັນ​ບໍ່​ເປັນ​ທີ່​ປາດ​ຖະ​ໜາ; ແຕ່​ເປັນ​ເພາະ ດິນ​ຂອງ​ພວກ​ທ່ານ​ແຫ້ງ​ແລ້ງ, ແລະ ພວກ​ທ່ານ​ບໍ່​ຍອມ​ບຳ​ລຸງ​ລ້ຽງ​ຕົ້ນ​ນັ້ນ, ສະ​ນັ້ນ ພວກ​ທ່ານ​ຈຶ່ງ​ບໍ່​ໄດ້​ຮັບ​ຜົນ​ຈາກ​ມັນ.

40 ແລະ ດ້ວຍ​ເຫດ​ນີ້, ຖ້າ​ຫາກ​ພວກ​ທ່ານ​ບໍ່​ບຳລຸງ​ລ້ຽງ​ພຣະ​ຄຳ, ໂດຍ​ຄອງ​ຄອຍ​ໝາກ​ຂອງ​ຕົ້ນ​ດ້ວຍ​ຕາ​ແຫ່ງ​ສັດ​ທາ, ແລ້ວ​ພວກ​ທ່ານ​ຈະ​ເກັບ​ໝາກ​ຂອງ ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ບໍ່​ໄດ້​ເລີຍ.

41 ແຕ່​ຖ້າ​ຫາກ​ພວກ​ທ່ານ​ຈະ​ບຳ​ລຸງ​ລ້ຽງ​ພຣະ​ຄຳ, ແທ້​ຈິງ​ແລ້ວ, ບຳ​ລຸງ​ລ້ຽງ​ຕົ້ນ​ເມື່ອ​ມັນ​ເລີ່ມ​ເຕີບ​ໂຕ​ໂດຍ​ສັດ​ທາ​ຂອງ​ພວກ​ທ່ານ​ດ້ວຍ​ຄວາມ​ພາກ​ພຽນ, ແລະ ດ້ວຍ ຄວາມ​ອົດ​ທົນ, ໂດຍ​ຄອງ​ຄອຍ​ຜົນ​ຈາກ​ຕົ້ນ​ນັ້ນ, ແລ້ວ​ມັນ​ຈະ​ແຕກ​ຮາກ; ແລະ ຈົ່ງ​ເບິ່ງ ມັນ​ຈະ​ເປັນ​ຕົ້ນ​ທີ່ ງອກ​ງາມ​ໄປ​ສູ່​ຊີ​ວິດ​ອັນ​ເປັນ​ນິດ.

42 ແລະ ເພາະ ຄວາມ​ພາກ​ພຽນ​ຂອງ​ພວກ​ທ່ານ ແລະ ສັດ​ທາ​ຂອງ​ພວກ​ທ່ານ ແລະ ດ້ວຍ​ຄວາມ​ອົດ​ທົນ​ຂອງ​ພວກ​ທ່ານ​ໃນ​ການ​ບຳ​ລຸງ​ລ້ຽງ​ພຣະ​ຄຳ, ເພື່ອ​ມັນ​ຈະ​ໄດ້​ແຕກ​ຮາກ​ຢູ່​ໃນ​ພວກ​ທ່ານ, ຈົ່ງ​ເບິ່ງ, ໃນ​ບໍ່​ຊ້າ​ນີ້​ພວກ​ທ່ານ​ຈະ​ເກັບ ໝາກ​ຂອງ​ມັນ​ໄດ້ ຊຶ່ງ​ມີ​ຄ່າ​ທີ່​ສຸດ, ຊຶ່ງ​ຫວານ​ເໜືອ​ກວ່າ​ທຸກ​ສິ່ງ​ທີ່​ຫວານ, ແລະ ຂາວ​ເໜືອ​ກວ່າ​ທຸກ​ສິ່ງ​ທີ່​ຂາວ, ແທ້​ຈິງ​ແລ້ວ, ແລະ ບໍ​ລິ​ສຸດ​ເໜືອ​ກວ່າ​ທຸກ​ສິ່ງ​ທີ່​ບໍ​ລິ​ສຸດ; ແລະ ພວກ​ທ່ານ​ຈະ​ອີ່ມ​ໜຳ​ສຳ​ລານ​ດ້ວຍ​ໝາກ​ໄມ້​ນີ້ ເພື່ອ​ພວກ​ທ່ານ​ຈະ​ບໍ່​ຫິວ​ທັງ​ບໍ່​ກະ​ຫາຍ.

43 ເມື່ອ​ນັ້ນ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ຈະ​ເກັບ​ກ່ຽວ​ລາງ​ວັນ​ແຫ່ງ​ສັດ​ທາ ແລະ ຄວາມ​ພາກ​ພຽນ, ແລະ ຄວາມ​ອົດ​ທົນ, ແລະ ຄວາມ​ອົດ​ກັ້ນ​ຂອງ​ພວກ​ທ່ານ ໂດຍ​ໄດ້​ຄອຍ​ຖ້າ​ໃຫ້​ຕົ້ນ​ໄມ້​ອອກ​ຜົນ​ໃຫ້​ພວກ​ທ່ານ.