ບົດທີ 42
ຊີວິດທີ່ເປັນມະຕະເປັນເວລາແຫ່ງການທົດລອງເພື່ອໃຫ້ມະນຸດສາມາດກັບໃຈ ແລະ ຮັບໃຊ້ພຣະເຈົ້າ—ການຕົກໄດ້ນຳເອົາຄວາມຕາຍທາງໂລກ ແລະ ທາງວິນຍານມາຫາມະນຸດທຸກຄົນ—ການໄຖ່ມາເຖິງຜ່ານການກັບໃຈ—ພຣະເຈົ້າເອງໄດ້ຊົດໃຊ້ແທນບາບຂອງໂລກ—ຄວາມເມດຕາແມ່ນສຳລັບຜູ້ທີ່ກັບໃຈ—ສ່ວນຄົນອື່ນໆແມ່ນຂຶ້ນກັບຄວາມຍຸດຕິທຳຂອງພຣະເຈົ້າ—ຄວາມເມດຕາເກີດຂຶ້ນເພາະການຊົດໃຊ້—ຜູ້ທີ່ກັບໃຈຢ່າງແທ້ຈິງເທົ່ານັ້ນທີ່ຈະລອດ. ປະມານ 74 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ລູກຂອງພໍ່, ພໍ່ເຫັນວ່າມັນຍັງມີສິ່ງທີ່ເຮັດໃຫ້ຈິດໃຈຂອງລູກກັງວົນຢູ່, ຊຶ່ງລູກບໍ່ອາດເຂົ້າໃຈໄດ້—ຊຶ່ງກ່ຽວກັບ ຄວາມຍຸດຕິທຳຂອງພຣະເຈົ້າໃນການລົງໂທດຄົນບາບ; ເພາະລູກພະຍາຍາມຄິດວ່າມັນບໍ່ເປັນການຍຸດຕິທຳທີ່ຈະສົ່ງຄົນບາບໄປຫາສະພາບແຫ່ງຄວາມທຸກທໍລະມານ.
2 ບັດນີ້ຈົ່ງເບິ່ງ, ລູກຂອງພໍ່, ພໍ່ຈະອະທິບາຍເລື່ອງນີ້ແກ່ລູກ. ເພາະຈົ່ງເບິ່ງ, ຫລັງຈາກອົງພຣະຜູ້ເປັນເຈົ້າ ໄດ້ສົ່ງບິດາມານດາຜູ້ທຳອິດຂອງພວກເຮົາອອກຈາກ ສວນເອເດນເພື່ອໄຖດິນ, ເພາະຈາກດິນນັ້ນເຂົາເຈົ້າໄດ້ອອກມາ—ແທ້ຈິງແລ້ວ, ພຣະອົງໄດ້ຂັບໄລ່ເຂົາເຈົ້າອອກໄປ, ແລະ ວາງ ເຄຣູບີມໄວ້ທີ່ປາຍສວນເອເດນທາງຕາເວັນອອກ, ພ້ອມດ້ວຍດາບທີ່ເປັນແປວໄຟຊຶ່ງຫັນໄປໄດ້ທຸກທາງ, ເພື່ອຮັກສາ ຕົ້ນໄມ້ແຫ່ງຊີວິດ—
3 ບັດນີ້, ພວກເຮົາເຫັນວ່າມະນຸດມາເປັນເໝືອນດັ່ງພຣະເຈົ້າ, ຮູ້ຄວາມດີ ແລະ ຄວາມຊົ່ວ; ເພື່ອເຂົາເຈົ້າຈະບໍ່ໄດ້ຍື່ນມືອອກໄປ ແລະ ປິດເອົາໝາກໄມ້ຈາກຕົ້ນໄມ້ແຫ່ງຊີວິດອີກ, ແລະ ກິນ ແລະ ມີຊີວິດຢູ່ຕະຫລອດການ, ອົງພຣະຜູ້ເປັນເຈົ້າຈຶ່ງໄດ້ວາງເຄຣູບີມກັບດາບທີ່ເປັນແປວໄຟໄວ້, ເພື່ອເຂົາເຈົ້າຈະບໍ່ໄດ້ກິນໝາກໄມ້ນັ້ນ—
4 ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນ, ວ່າມັນມີເວລາທີ່ປະທານໃຫ້ມະນຸດເພື່ອກັບໃຈ, ແທ້ຈິງແລ້ວ, ມັນມີ ເວລາແຫ່ງການທົດລອງ, ແມ່ນເວລາທີ່ຈະກັບໃຈ ແລະ ຮັບໃຊ້ພຣະເຈົ້າ.
5 ເພາະຈົ່ງເບິ່ງ, ຖ້າຫາກອາດາມໄດ້ຍື່ນມືຂອງລາວອອກໄປທັນທີ ແລະ ປິດເອົາໝາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ, ລາວຈະມີຊີວິດຊົ່ວນິລັນດອນ, ຕາມພຣະຄຳຂອງພຣະເຈົ້າ, ຈະບໍ່ມີໄລຍະເວລາເພື່ອການກັບໃຈ; ແທ້ຈິງແລ້ວ, ແລະ ພຣະຄຳຂອງພຣະເຈົ້າຈະບໍ່ມີຄວາມໝາຍ, ແລະ ແຜນແຫ່ງຄວາມລອດອັນຍິ່ງໃຫຍ່ຈະລົ້ມເຫລວໄປ.
6 ແຕ່ຈົ່ງເບິ່ງ, ມັນມີກຳນົດທີ່ຈະໃຫ້ມະນຸດ ຕາຍ—ສະນັ້ນ, ດັ່ງທີ່ເຂົາເຈົ້າໄດ້ຖືກຕັດອອກຈາກຕົ້ນໄມ້ແຫ່ງຊີວິດ ແລ້ວເຂົາເຈົ້າຈະຖືກຕັດອອກຈາກຜືນແຜ່ນດິນໂລກນຳອີກ—ແລະ ມະນຸດຈະຫລົງທາງຕະຫລອດໄປ, ແທ້ຈິງແລ້ວ, ເຂົາກາຍເປັນມະນຸດທີ່ ຕົກໄປ.
7 ແລະ ບັດນີ້, ລູກເຫັນຈາກເລື່ອງນີ້ວ່າບິດາມານດາຜູ້ທຳອິດຂອງພວກເຮົາຖືກ ຕັດອອກຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ ທັງທາງໂລກ ແລະ ທາງວິນຍານແລ້ວ; ແລະ ພວກເຮົາຈຶ່ງເຫັນເຂົາເຈົ້າກາຍມາເປັນຄົນທີ່ຂຶ້ນຢູ່ກັບການກະທຳຕາມ ຄວາມປະສົງຂອງຕົນເອງດັ່ງນັ້ນ.
8 ບັດນີ້ຈົ່ງເບິ່ງ, ມັນບໍ່ສົມຄວນທີ່ຈະກູ້ມະນຸດຄືນຈາກຄວາມຕາຍທາງໂລກ, ເພາະມັນຈະທຳລາຍ ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່.
9 ສະນັ້ນ, ຍ້ອນຈິດວິນຍານຕາຍບໍ່ໄດ້, ແລະ ການຕົກນຳເອົາຄວາມຕາຍທັງທາງວິນຍານ ແລະ ທາງໂລກມາຫາມະນຸດຊາດທັງປວງຄື, ພວກເຂົາຖືກຕັດອອກຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ, ມັນຈຶ່ງສົມຄວນທີ່ຈະກູ້ມະນຸດຊາດຄືນຈາກຄວາມຕາຍທາງວິນຍານນີ້.
10 ສະນັ້ນ, ເມື່ອພວກເຂົາກາຍເປັນຄົນມີ ກາມມະລົມ, ຕັນຫາໜ້າມືດ, ແລະ ຕ່ຳຊ້າ ໂດຍ ທຳມະຊາດ, ສະພາວະແຫ່ງການທົດລອງນີ້ຈຶ່ງກັບເປັນສະພາບໃຫ້ພວກເຂົາຕຽມຕົວ; ມັນກັບເປັນສະພາບເພື່ອການຕຽມຕົວ.
11 ແລະ ບັດນີ້ຈົ່ງຈຳໄວ້, ລູກຂອງພໍ່, ຖ້າຫາກບໍ່ແມ່ນເພາະແຜນແຫ່ງການໄຖ່ (ຄືຖ້າບໍ່ມີ) ໃນທັນທີທີ່ພວກເຂົາຕາຍໄປ ຈິດວິນຍານຂອງພວກເຂົາຍ່ອມ ເປັນທຸກ, ໂດຍທີ່ຖືກຕັດອອກຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ.
12 ແລະ ບັດນີ້, ບໍ່ມີວິທີກູ້ມະນຸດຄືນຈາກສະພາບທີ່ຕົກນີ້, ຊຶ່ງມະນຸດນຳມາໃຫ້ຕົວເອງ ເພາະຄວາມບໍ່ເຊື່ອຟັງຂອງເຂົາເອງ;
13 ສະນັ້ນ, ຕາມຄວາມຍຸດຕິທຳແລ້ວ, ແຜນແຫ່ງການໄຖ່ຈະເກີດຂຶ້ນບໍ່ໄດ້, ເວັ້ນເສຍແຕ່ໂດຍເງື່ອນໄຂຂອງ ການກັບໃຈຂອງມະນຸດໃນສະພາບແຫ່ງການທົດລອງນີ້, ແທ້ຈິງແລ້ວ, ສະພາວະແຫ່ງການທົດລອງນີ້; ເພາະຖ້າຫາກມັນບໍ່ເປັນໄປຕາມເງື່ອນໄຂເຫລົ່ານີ້, ຄວາມເມດຕາຈະເກີດຜົນບໍ່ໄດ້ເວັ້ນເສຍແຕ່ຈະທຳລາຍວຽກງານແຫ່ງຄວາມຍຸດຕິທຳເສຍ. ບັດນີ້ວຽກງານແຫ່ງຄວາມຍຸດຕິທຳຈະຖືກທຳລາຍບໍ່ໄດ້; ຖ້າຫາກເປັນເຊັ່ນນັ້ນ, ພຣະເຈົ້າກໍຈະ ເລີກເປັນພຣະເຈົ້າ.
14 ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າມະນຸດຊາດທັງປວງ ຕົກແລ້ວ, ແລະ ພວກເຂົາຢູ່ໃນກຳມືແຫ່ງ ຄວາມຍຸດຕິທຳ; ແທ້ຈິງແລ້ວ, ຄວາມຍຸດຕິທຳຂອງພຣະເຈົ້າ, ຊຶ່ງສົ່ງພວກເຂົາໄປໃຫ້ຖືກຕັດອອກຈາກທີ່ປະທັບຂອງພຣະອົງຕະຫລອດການ.
15 ແລະ ບັດນີ້, ແຜນແຫ່ງຄວາມເມດຕາຈະເກີດຂຶ້ນບໍ່ໄດ້ຖ້າຫາກບໍ່ມີການຊົດໃຊ້ເກີດຂຶ້ນ; ສະນັ້ນ ພຣະເຈົ້າເອງຈຶ່ງ ຊົດໃຊ້ແທນບາບຂອງໂລກ, ເພື່ອນຳແຜນແຫ່ງ ຄວາມເມດຕາມາ, ເພື່ອໃຫ້ພຽງພໍແກ່ຂໍ້ຮຽກຮ້ອງຂອງ ຄວາມຍຸດຕິທຳ, ເພື່ອພຣະເຈົ້າຈະເປັນພຣະເຈົ້າ ທີ່ດີພ້ອມ, ທ່ຽງທຳ, ແລະ ເປັນພຣະເຈົ້າຜູ້ເມດຕານຳອີກ.
16 ບັດນີ້, ການກັບໃຈຈະມາສູ່ມະນຸດບໍ່ໄດ້ຖ້າຫາກບໍ່ມີການລົງໂທດ, ຊຶ່ງເປັນ ນິລັນດອນດັ່ງຊີວິດຂອງຈິດວິນຍານຈະເປັນ, ໂດຍຕັ້ງໄວ້ກົງກັນຂ້າມກັບແຜນແຫ່ງຄວາມສຸກ, ຊຶ່ງເປັນນິລັນດອນດັ່ງຊີວິດຂອງຈິດວິນຍານນຳອີກ.
17 ບັດນີ້, ມະນຸດຈະກັບໃຈໄດ້ແນວໃດຖ້າຫາກເຂົາບໍ່ໄດ້ເຮັດ ບາບ? ເຂົາຈະເຮັດບາບໄດ້ແນວໃດຖ້າຫາກບໍ່ມີ ກົດ? ກົດຈະມີໄດ້ແນວໃດຖ້າຫາກບໍ່ມີການລົງໂທດ?
18 ບັດນີ້, ມີການລົງໂທດຕັ້ງໄວ້, ແລະ ມີກົດທີ່ທ່ຽງທຳຕັ້ງໄວ້, ຊຶ່ງນຳຄວາມເສຍໃຈໃນ ຈິດສຳນຶກມາຫາມະນຸດ.
19 ບັດນີ້, ຖ້າຫາກບໍ່ມີກົດໃຫ້ໄວ້—ຖ້າຫາກມະນຸດກະທຳ ຄາດຕະກຳ ເຂົາກໍຄວນຕາຍ—ເຂົາຈະຢ້ານບໍວ່າ ເຂົາຈະຕາຍຖ້າເຂົາກະທຳຄາດຕະກຳ?
20 ແລະ ຖ້າຫາກບໍ່ມີກົດໃຫ້ໄວ້ເພື່ອຫ້າມການເຮັດບາບ ມະນຸດຈະບໍ່ຢ້ານທີ່ຈະເຮັດບາບເລີຍ.
21 ແລະ ຖ້າຫາກມັນ ບໍ່ມີກົດໃຫ້ໄວ້, ຖ້າຫາກມະນຸດເຮັດບາບ ຄວາມຍຸດຕິທຳ ແລະ ຄວາມເມດຕາ ຈະເຮັດຫຍັງໄດ້, ເພາະທັງສອງຢ່າງນີ້ຈະບໍ່ມີສິດທິເໜືອກວ່າມະນຸດ?
22 ແຕ່ມີກົດໃຫ້ໄວ້, ແລະ ມີການລົງໂທດຕັ້ງໄວ້ ແລະ ໃຫ້ມີ ການກັບໃຈ, ຊຶ່ງການກັບໃຈນີ້ ຄວາມເມດຕາມີສິດທິ; ບໍ່ດັ່ງນັ້ນ, ຄວາມຍຸດຕິທຳຈະມີສິດເໜືອກວ່າມະນຸດ ແລະ ບັງຄັບກົດ, ແລະ ກົດເຮັດໃຫ້ມີການລົງໂທດ; ຖ້າຫາກບໍ່ດັ່ງນັ້ນ, ວຽກງານແຫ່ງຄວາມຍຸດຕິທຳຈະຖືກທຳລາຍ, ແລະ ພຣະເຈົ້າກໍຈະເລີກເປັນພຣະເຈົ້າ.
23 ແຕ່ພຣະເຈົ້າຈະບໍ່ເລີກເປັນພຣະເຈົ້າ, ແລະ ຄວາມເມດຕາມີສິດທິໃນຜູ້ທີ່ສຳນຶກຜິດ, ແລະ ຄວາມເມດຕາເກີດຂຶ້ນເພາະ ການຊົດໃຊ້; ແລະ ການຊົດໃຊ້ເຮັດໃຫ້ເກີດ ການຟື້ນຄືນຊີວິດຂອງຄົນຕາຍ; ແລະ ການຟື້ນຄືນຊີວິດຂອງຄົນຕາຍນຳມະນຸດ ກັບມາຫາທີ່ປະທັບຂອງພຣະເຈົ້າ; ແລະ ຄົນທັງຫລາຍຈຶ່ງຖືກນຳກັບຄືນຫາທີ່ປະທັບຂອງພຣະອົງ, ເພື່ອຈະຖືກ ພິພາກສາຕາມວຽກງານຂອງພວກເຂົາ, ອັນເປັນໄປຕາມກົດແຫ່ງຄວາມຍຸດຕິທຳ.
24 ເພາະຈົ່ງເບິ່ງ, ຄວາມຍຸດຕິທຳປະຕິບັດຂໍ້ຮຽກຮ້ອງທັງໝົດຂອງມັນ, ແລະ ຄວາມເມດຕາມີສິດທິໃນທຸກຢ່າງທີ່ເປັນຂອງມັນເອງ; ແລະ ດ້ວຍປະການນີ້, ມັນຈຶ່ງບໍ່ມີຜູ້ໃດລອດ ນອກຈາກຄົນທີ່ສຳນຶກຜິດຢ່າງແທ້ຈິງ.
25 ລູກຄິດວ່າຄວາມເມດຕາຂະໂມຍ ຄວາມຍຸດຕິທຳໄດ້ບໍ? ພໍ່ເວົ້າກັບລູກວ່າ, ບໍ່ໄດ້; ບໍ່ໄດ້ເລີຍແມ່ນແຕ່ໜ້ອຍດຽວ. ຖ້າຫາກເປັນເຊັ່ນນັ້ນ, ພຣະເຈົ້າກໍຈະເລີກເປັນພຣະເຈົ້າແລ້ວ.
26 ແລະ ດ້ວຍເຫດນີ້ ພຣະເຈົ້າຈຶ່ງນຳ ຈຸດປະສົງອັນເປັນນິລັນດອນຂອງພຣະອົງມາ, ຊຶ່ງໄດ້ຕຽມໄວ້ ນັບຕັ້ງແຕ່ການວາງຮາກຖານຂອງໂລກ. ແລະ ດ້ວຍເຫດນີ້ ມັນຈຶ່ງເກີດມີຄວາມລອດ ແລະ ການໄຖ່ຂອງມະນຸດ, ແລະ ຄວາມພິນາດ, ແລະ ຄວາມທຸກທໍລະມານຂອງເຂົານຳອີກ.
27 ສະນັ້ນ, ໂອ້ ລູກຂອງພໍ່, ຜູ້ໃດກໍຕາມທີ່ຈະມາ ກໍຈະມາໄດ້ ແລະ ດື່ມນ້ຳແຫ່ງຊີວິດຢ່າງມີອິດສະລະ; ແລະ ຜູ້ໃດກໍຕາມທີ່ຈະບໍ່ມາ ຜູ້ນັ້ນກໍຈະບໍ່ຖືກບັງຄັບໃຫ້ມາ; ແຕ່ໃນວັນສຸດທ້າຍ ສິ່ງທີ່ເຂົາໄດ້ ກະທຳໄວ້ຈະ ກັບຄືນມາຫາເຂົາ.
28 ຖ້າຫາກເຂົາປາດຖະໜາຈະສ້າງ ຄວາມຊົ່ວ, ແລະ ບໍ່ກັບໃຈໃນວັນເວລາຂອງເຂົາ, ຈົ່ງເບິ່ງ, ຄວາມຊົ່ວຈະເກີດກັບເຂົາ, ຊຶ່ງເປັນຕາມການນຳກັບຄືນມາຂອງພຣະເຈົ້າ.
29 ແລະ ບັດນີ້, ລູກຂອງພໍ່, ພໍ່ບໍ່ຢາກໃຫ້ສິ່ງເຫລົ່ານີ້ເປັນທີ່ກັງວົນໃຈຕໍ່ລູກອີກຕໍ່ໄປ, ແລະ ຂໍໃຫ້ບາບຂອງລູກເທົ່ານັ້ນເປັນສິ່ງທີ່ກັງວົນໃຈລູກ, ດ້ວຍຄວາມກັງວົນນັ້ນ ມັນຈະນຳລູກລົງມາສູ່ການກັບໃຈ.
30 ໂອ້ ລູກຂອງພໍ່, ພໍ່ປາດຖະໜາວ່າ ລູກຈະບໍ່ປະຕິເສດຄວາມຍຸດຕິທຳຂອງພຣະເຈົ້າອີກຕໍ່ໄປ. ຈົ່ງຢ່າພະຍາຍາມແກ້ຄວາມຜິດເພາະບາບຂອງລູກ, ໂດຍປະຕິເສດຄວາມຍຸດຕິທຳຂອງພຣະເຈົ້າ; ແຕ່ລູກຈົ່ງຍອມໃຫ້ຄວາມຍຸດຕິທຳຂອງພຣະເຈົ້າ, ແລະ ພຣະເມດຕາຂອງພຣະອົງ, ແລະ ຄວາມອົດກັ້ນຂອງພຣະອົງມີອິດທິພົນຢ່າງເຕັມທີ່ຢູ່ໃນໃຈຂອງລູກ; ຂໍໃຫ້ມັນນຳລູກລົງມາຕ່ຳຢູ່ກັບຝຸ່ນດິນໃນ ຄວາມຖ່ອມຕົວ.
31 ແລະ ບັດນີ້, ໂອ້ ລູກຂອງພໍ່, ລູກໄດ້ຮັບການເອີ້ນຈາກພຣະເຈົ້າໃຫ້ສັ່ງສອນພຣະຄຳແກ່ຜູ້ຄົນພວກນີ້. ແລະ ບັດນີ້, ລູກຂອງພໍ່, ຈົ່ງໄປເຖີດ, ຈົ່ງປະກາດພຣະຄຳດ້ວຍຄວາມຈິງ ແລະ ດ້ວຍຄວາມມີສະຕິ, ເພື່ອລູກຈະໄດ້ນຳຈິດວິນຍານທັງຫລາຍມາສູ່ການກັບໃຈ, ເພື່ອແຜນແຫ່ງຄວາມເມດຕາອັນຍິ່ງໃຫຍ່ຈະມີສິດທິເໜືອກວ່າພວກເຂົາ. ແລະ ຂໍໃຫ້ພຣະເຈົ້າຈົ່ງໂປດປະທານພອນໃຫ້ລູກຈົນວ່າມັນເປັນໄປຕາມຄຳເວົ້າຂອງພໍ່ດ້ວຍເຖີດ. ອາແມນ.