ພຣະ​ຄຳ​ພີ
ຮີ​ລາ​ມັນ 10


ບົດ​ທີ 10

ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ​ໃຫ້​ແກ່​ນີ​ໄຟ—ເພິ່ນ​ມີ​ອຳ​ນາດ​ທີ່​ຈະ​ມັດ ແລະ ແກ້​ຢູ່​ໃນ​ແຜ່ນ​ດິນ​ໂລກ ແລະ ຢູ່​ໃນ​ສະ​ຫວັນ—ເພິ່ນ​ສັ່ງ​ໃຫ້​ຜູ້​ຄົນ​ກັບ​ໃຈ ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ຕາຍ—ພຣະ​ວິນ​ຍານ​ນຳ​ພາ​ເພິ່ນ​ຈາກ​ຝູງ​ຊົນ​ກຸ່ມ​ໜຶ່ງ​ໄປ​ຫາ​ຝູງ​ຊົນ​ອີກ​ກຸ່ມ​ໜຶ່ງ. ປະ​ມານ 21–20 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ມີ​ການ​ແບ່ງ​ແຍກ​ເກີດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ແຍກ​ກັນ​ໄປ​ທາງ​ນັ້ນ​ທາງ​ນີ້, ໄປ​ຕາມ​ທາງ​ຂອງ​ໃຜ​ລາວ, ປະ​ໃຫ້​ນີ​ໄຟ​ຢູ່​ຕາມ​ລຳ​ພັງ, ໃນ​ຂະ​ນະ​ທີ່​ເພິ່ນ​ກຳ​ລັງ​ຢືນ​ຢູ່​ທ່າມ​ກາງ​ພວກ​ເຂົາ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີ​ໄຟ​ເດີນ​ທາງ​ມຸ້ງ​ໜ້າ​ກັບ​ໄປ​ຫາ​ບ້ານ​ຂອງ​ເພິ່ນ​ເອງ, ໂດຍ​ທີ່​ເພິ່ນ​ໄດ້ ໄຕ່​ຕອງ​ເຖິງ​ເລື່ອງ​ຕ່າງໆ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ແກ່​ເພິ່ນ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ເພິ່ນ​ກຳ​ລັງ​ໄຕ່​ຕອງ—​ໂດຍ​ທີ່​ມີ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ຊາວ​ນີ​ໄຟ, ວຽກ​ງານ​ລັບ​ແຫ່ງ​ຄວາມ​ມືດ​ຂອງ​ພວກ​ເຂົາ, ແລະ ການ​ຄາດ​ຕະ​ກຳ​ຂອງ​ພວກ​ເຂົາ, ແລະ ການ​ປຸ້ນ​ຈີ້​ຂອງ​ພວກ​ເຂົາ, ແລະ ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ​ຂອງ​ພວກ​ເຂົາ—ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂະ​ນະ​ທີ່​ເພິ່ນ​ກຳ​ລັງ​ໄຕ່​ຕອງ​ໃນ​ໃຈ​ຢູ່​ນັ້ນ, ຈົ່ງ​ເບິ່ງ, ສຽງ​ໄດ້​ມາ​ຫາ​ເພິ່ນ ມີ​ຄວາມ​ວ່າ:

4 ເຈົ້າ​ເປັນ​ສຸກ​ແລ້ວ​ນີ​ໄຟ​ເພາະ​ສິ່ງ​ທີ່​ເຈົ້າ​ເຮັດ​ໄປ​ນັ້ນ; ເພາະ​ເຮົາ​ເຫັນ​ແລ້ວ​ວ່າ ເຈົ້າ​ປະ​ກາດ​ພຣະ​ຄຳ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ, ແກ່​ຜູ້​ຄົນ​ພວກ​ນີ້​ໂດຍ ບໍ່​ຮູ້​ຈັກ​ອິດ​ເມື່ອຍ. ແລະ ເຈົ້າ​ກໍ​ບໍ່​ຢ້ານ​ພວກ​ເຂົາ​ເລີຍ, ແລະ ບໍ່​ໄດ້​ສະ​ແຫວງ​ຫາ​ເພື່ອ ຊີ​ວິດ​ຂອງ​ຕົນ​ເອງ, ແຕ່​ກະ​ທຳ​ຕາມ ຄວາມ​ປະ​ສົງ​ຂອງ​ເຮົາ, ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ.

5 ແລະ ບັດ​ນີ້, ເພາະ​ເຈົ້າ​ໄດ້​ເຮັດ​ການນີ້​ໂດຍ​ບໍ່​ຮູ້​ຈັກ​ອິດ​ເມື່ອຍ​ດັ່ງ​ນັ້ນ, ຈົ່ງ​ເບິ່ງ, ເຮົາ​ຈະ​ປະ​ທານ​ພອນ​ໃຫ້​ແກ່​ເຈົ້າ​ຕະ​ຫລອດ​ການ; ແລະ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຍິ່ງ​ໃຫຍ່​ໃນ​ຄຳ​ເວົ້າ ແລະ ໃນ​ການ​ກະ​ທຳ ແລະ ໃນ​ສັດ​ທາ ແລະ ໃນ​ວຽກ​ງານ; ແທ້​ຈິງ​ແລ້ວ, ແມ່ນ​ແຕ່ ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ເປັນ​ໄປ​ຕາມ ຄຳ​ເວົ້າ​ຂອງ​ເຈົ້າ, ເພາະ​ວ່າ​ເຈົ້າ​ຈະ ບໍ່​ຂໍ​ສິ່ງ​ທີ່​ກົງ​ກັນ​ຂ້າມ​ກັບ​ຄວາມ​ປະ​ສົງ​ຂອງ​ເຮົາ​ເລີຍ.

6 ຈົ່ງ​ເບິ່ງ, ເຈົ້າ​ຄື​ນີ​ໄຟ, ແລະ ເຮົາ​ຄື​ພຣະ​ເຈົ້າ. ຈົ່ງ​ເບິ່ງ, ເຮົາ​ປະ​ກາດ​ແກ່​ເຈົ້າ​ຕໍ່​ໜ້າ​ເຫລົ່າ​ທູດ​ຂອງ​ເຮົາ​ວ່າ, ເຈົ້າ​ຈະ​ມີ​ອຳ​ນາດ​ເໜືອ​ກວ່າ​ຜູ້​ຄົນ​ພວກ​ນີ້, ແລະ ເຮົາ​ຈະ​ລົງ​ໂທດ​ໂລກ​ດ້ວຍ ຄວາມ​ອຶດ​ຢາກ ແລະ ດ້ວຍ​ພະ​ຍາດ​ໂລ​ຄາ, ແລະ ຄວາມ​ພິ​ນາດ​ຕາມ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ພວກ​ນີ້.

7 ຈົ່ງ​ເບິ່ງ, ເຮົາ​ໄດ້​ໃຫ້​ອຳ​ນາດ​ແກ່​ເຈົ້າ, ຄື​ສິ່ງ​ໃດ​ທີ່​ເຈົ້າ​ຈະ ຜະ​ນຶກ​ເທິງ​ແຜ່ນ​ດິນ​ໂລກ​ນີ້ ສິ່ງ​ນັ້ນ​ຈະ​ຖືກ​ຜະ​ນຶກ​ໃນ​ສະ​ຫວັນ; ແລະ ສິ່ງ​ໃດ​ທີ່​ເຈົ້າ​ຈະ​ແກ້​ໃຫ້​ຫລຸດ​ເທິງ​ແຜ່ນ​ດິນ​ໂລກ​ນີ້ ສິ່ງ​ນັ້ນ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ໃນ​ສະ​ຫວັນ; ແລະ ດ້ວຍ​ເຫດ​ນີ້ ເຈົ້າ​ຈະ​ມີ​ອຳ​ນາດ​ໃນ​ບັນ​ດາ​ຜູ້​ຄົນ​ພວກ​ນີ້.

8 ແລະ ຖ້າ​ຫາກ​ເຈົ້າ​ຈະ​ກ່າວ​ກັບ​ພຣະ​ວິ​ຫານ​ນີ້​ວ່າ ໃຫ້​ມັນ​ແຍກ​ອອກ​ເປັນ​ສອງ, ມັນ​ກໍ​ຈະ​ເປັນ​ໄປ.

9 ແລະ ຖ້າ​ເຈົ້າ​ຈະ​ກ່າວ​ກັບ ພູ​ໜ່ວຍ​ນີ້​ວ່າ ໃຫ້​ມັນ​ພັງ​ລົງ​ມາ ແລະ ກັບ​ມາ​ຮາບ​ພຽງ, ມັນ​ກໍ​ຈະ​ເປັນ​ໄປ.

10 ແລະ ຈົ່ງ​ເບິ່ງ, ຖ້າ​ຫາກ​ເຈົ້າ​ຈະ​ກ່າວ​ວ່າ: ພຣະ​ເຈົ້າ​ຈະ​ລົງ​ໂທດ​ຜູ້​ຄົນ​ພວກ​ນີ້, ມັນ​ກໍ​ຈະ​ເກີດ​ຂຶ້ນ.

11 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ເຮົາ​ສັ່ງ​ໃຫ້​ເຈົ້າ​ໄປ​ປະ​ກາດ​ກັບ​ຜູ້​ຄົນ​ພວກ​ນີ້, ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ໄດ້​ກ່າວ​ດັ່ງ​ນີ້: ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ, ພວກ​ທ່ານ​ຈະ​ຖືກ​ລົງ​ໂທດ​ຈົນ​ເຖິງ ຄວາມ​ພິ​ນາດ.

12 ແລະ ຈົ່ງ​ເບິ່ງ, ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ເວ​ລາ​ພຣະ​ຜູ້​ເປັນ​ເຈົ້າ​ຮັບ​ສັ່ງ​ຖ້ອຍ​ຄຳ​ເຫລົ່າ​ນີ້​ກັບ​ນີ​ໄຟ​ແລ້ວ, ເພິ່ນ​ໄດ້​ຢຸດ​ສະ​ຫງັກ ແລະ ບໍ່​ໄດ້​ກັບ​ໄປ​ເຮືອນ​ຂອງ​ເພິ່ນ​ເລີຍ, ແຕ່​ໄດ້​ກັບ​ໄປ​ຫາ​ຝູງ​ຊົນ​ທີ່​ກະ​ຈັດ​ກະ​ຈາຍ​ກັນ​ຢູ່​ທົ່ວ​ແຜ່ນ​ດິນ, ແລະ ເລີ່ມ​ປະ​ກາດ​ຕໍ່​ພວກ​ເຂົາ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ໄດ້​ຮັບ​ສັ່ງ​ແກ່​ເພິ່ນ​ກ່ຽວ​ກັບ​ຄວາມ​ພິ​ນາດ​ຂອງ​ພວກ​ເຂົາ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ.

13 ບັດ​ນີ້​ຈົ່ງ​ເບິ່ງ, ທັງໆ​ທີ່​ສິ່ງ​ມະ​ຫັດ​ສະ​ຈັນ​ອັນ​ຍິ່ງ​ໃຫຍ່ ຊຶ່ງ​ນີ​ໄຟ​ໄດ້​ເຮັດ​ໄປ​ໃຫ້​ຜູ້​ຄົນ​ເຫັນ​ກ່ຽວ​ກັບ​ການ​ຕາຍ​ຂອງ​ຫົວ​ໜ້າ​ຜູ້​ຕັດ​ສິນ, ພວກ​ເຂົາ​ຍັງ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຢູ່ ແລະ ບໍ່​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ.

14 ສະ​ນັ້ນ ນີ​ໄຟ​ຈຶ່ງ​ໄດ້​ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອີກ, ມີ​ຄວາມ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ, ພວກ​ທ່ານ​ຈະ​ຖືກ​ລົງ​ໂທດ​ຈົນ​ໄປ​ສູ່​ຄວາມ​ພິ​ນາດ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ນີ​ໄຟ​ປະ​ກາດ​ພຣະ​ຄຳ​ກັບ​ຜູ້​ຄົນ​ເຫລົ່າ​ນີ້​ແລ້ວ, ຈົ່ງ​ເບິ່ງ, ພວກ​ເຂົາ​ຍັງ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຢູ່ ແລະ ບໍ່​ຍອມ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ເພິ່ນ​ເລີຍ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ໝິ່ນ​ປະ​ໝາດ​ເພິ່ນ, ແລະ ໄດ້​ພະ​ຍາ​ຍາມ​ຈັບ​ເພິ່ນ​ເພື່ອ​ຈະ​ເອົາ​ເພິ່ນ​ເຂົ້າ​ຄຸກ.

16 ແຕ່​ຈົ່ງ​ເບິ່ງ, ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້​ສະ​ຖິດ​ຢູ່​ນຳ​ເພິ່ນ, ແລະ ພວກ​ເຂົາ​ຈຶ່ງ​ຈັບ​ເພິ່ນ​ເຂົ້າ​ຄຸກ​ບໍ່​ໄດ້, ເພາະ​ພຣະ​ວິນ​ຍານ​ໄດ້​ພາ​ເພິ່ນ​ອອກ​ໄປ​ຈາກ​ທ່າມ​ກາງ​ພວກ​ເຂົາ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ອອກ​ໄປ​ໃນ​ພຣະ​ວິນ​ຍານ, ຈາກ​ຝູງ​ຊົນ​ກຸ່ມ​ໜຶ່ງ​ຫາ​ຝູງ​ຊົນ​ອີກ​ກຸ່ມ​ໜຶ່ງ, ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຈົນ​ວ່າ​ເພິ່ນ​ໄດ້​ປະ​ກາດ​ຕໍ່​ຜູ້​ຄົນ​ໂດຍ​ທົ່ວ​ເຖິງ, ຫລື ໄດ້​ສົ່ງ​ມັນ​ໄປ​ຫາ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ບໍ່​ຍອມ​ເຊື່ອ​ຟັງ​ຄຳ​ຂອງ​ເພິ່ນ​ເລີຍ; ແລະ ເລີ່ມ​ມີ​ການ​ຂັດ​ແຍ້ງ​ກັນ​ຂຶ້ນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ແບ່ງ​ແຍກ ແລະ ເລີ່ມ​ຂ້າ​ຟັນ​ກັນ​ດ້ວຍ​ດາບ.

19 ແລະ ປີ​ທີ​ເຈັດ​ສິບ​ເອັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີ​ໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

ພິມ