ບົດທີ 13
ອະບີນາໄດໄດ້ຖືກປົກປ້ອງໂດຍອຳນາດອັນສັກສິດ—ເພິ່ນສິດສອນພຣະບັນຍັດສິບປະການ—ຄວາມລອດບໍ່ໄດ້ມາເຖິງໂດຍທາງກົດຂອງໂມເຊແຕ່ຝ່າຍດຽວ—ພຣະເຈົ້າພຣະອົງເອງຈະກະທຳການຊົດໃຊ້ ແລະ ໄຖ່ຜູ້ຄົນຂອງພຣະອົງ. ປະມານ 148 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເມື່ອກະສັດໄດ້ຍິນຂໍ້ຄວາມເຫລົ່ານີ້ແລ້ວ, ເພິ່ນໄດ້ກ່າວກັບປະໂລຫິດຂອງເພິ່ນວ່າ: ເອົາຄົນນີ້ໄປຂ້າຖິ້ມເສຍ; ເພາະວ່າພວກເຮົາບໍ່ມີຫຍັງຫຍຸ້ງກ່ຽວກັບມັນແລ້ວ, ເພາະວ່າມັນເປັນບ້າ.
2 ແລະ ພວກເຂົາອອກມາ ແລະ ພະຍາຍາມທີ່ຈະຈັບອະບີນາໄດ; ແຕ່ເພິ່ນໄດ້ຕ້ານທານໄວ້, ແລະ ກ່າວກັບພວກເຂົາວ່າ:
3 ຢ່າໄດ້ແຕະຕ້ອງຂ້າພະເຈົ້າເລີຍ, ເພາະວ່າພຣະເຈົ້າຈະລົງໂທດພວກທ່ານຖ້າຫາກພວກທ່ານແຕະຕ້ອງຂ້າພະເຈົ້າ, ເພາະວ່າຂ້າພະເຈົ້າຍັງບໍ່ທັນໄດ້ແຈ້ງຂ່າວ ຊຶ່ງພຣະຜູ້ເປັນເຈົ້າສົ່ງຂ້າພະເຈົ້າມາ; ທັງຂ້າພະເຈົ້າຍັງບໍ່ທັນໄດ້ບອກເລື່ອງ ຊຶ່ງພຣະອົງໄດ້ໃຫ້ຂ້າພະເຈົ້າ ມາບອກ; ສະນັ້ນ, ພຣະເຈົ້າຈະບໍ່ຍອມໃຫ້ຂ້າພະເຈົ້າຖືກທຳລາຍໃນເວລານີ້ຢ່າງເດັດຂາດ.
4 ແຕ່ຂ້າພະເຈົ້າຕ້ອງເຮັດໃຫ້ພຣະບັນຍັດສຳເລັດຕາມທີ່ພຣະເຈົ້າໄດ້ບັນຊາຂ້າພະເຈົ້າ; ແລະ ເພາະວ່າຂ້າພະເຈົ້າບອກຄວາມຈິງແກ່ພວກທ່ານ, ພວກທ່ານຈຶ່ງຄຽດແຄ້ນໃຫ້ຂ້າພະເຈົ້າ. ແລະ ອີກຢ່າງໜຶ່ງ, ເພາະຂ້າພະເຈົ້າເວົ້າພຣະຄຳຂອງພຣະເຈົ້າ ພວກທ່ານຈຶ່ງຕັດສິນວ່າຂ້າພະເຈົ້າເປັນບ້າ.
5 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກອະບີນາໄດໄດ້ກ່າວຂໍ້ຄວາມນີ້ແລ້ວ, ຄົນຂອງກະສັດຂອງໂນອາຈຶ່ງບໍ່ກ້າຈັບເພິ່ນ, ເພາະວ່າພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ມາສະຖິດຢູ່ກັບເພິ່ນ; ແລະ ໃບໜ້າຂອງເພິ່ນສົ່ງ ແສງສະຫວ່າງອອກມາດ້ວຍລັດສະໝີຄືກັນກັບຕອນທີ່ໄດ້ເກີດກັບໂມເຊເວລາຢູ່ຈອມພູຊີນາຍ, ເວລາເພິ່ນສົນທະນາກັບພຣະຜູ້ເປັນເຈົ້າ.
6 ແລະ ອະບີນາໄດໄດ້ເວົ້າດ້ວຍ ອຳນາດ ແລະ ສິດອຳນາດຈາກພຣະເຈົ້າ; ແລະ ເພິ່ນໄດ້ເວົ້າຕໍ່ໄປ, ໂດຍກ່າວວ່າ:
7 ພວກທ່ານເຫັນຢູ່ວ່າ ພວກທ່ານບໍ່ມີອຳນາດຈະຂ້າຂ້າພະເຈົ້າໄດ້, ສະນັ້ນ ຂ້າພະເຈົ້າຈຶ່ງຂໍຈົບຂ່າວສານຂອງຂ້າພະເຈົ້າ. ແທ້ຈິງແລ້ວ, ແລະ ຂ້າພະເຈົ້າເຫັນວ່າມັນ ແຕະຕ້ອງໃຈພວກທ່ານ ເພາະວ່າຂ້າພະເຈົ້າບອກເຖິງຄວາມຈິງກ່ຽວກັບຄວາມຊົ່ວຮ້າຍຂອງພວກທ່ານ.
8 ແທ້ຈິງແລ້ວ, ແລະ ຄຳເວົ້າຂອງຂ້າພະເຈົ້າເຮັດໃຫ້ພວກທ່ານເຕັມໄປດ້ວຍຄວາມສົງໄສ ແລະ ປະຫລາດໃຈ, ແລະ ດ້ວຍຄວາມຄຽດແຄ້ນ.
9 ແຕ່ຂ້າພະເຈົ້າຈົບຂ່າວຂອງຂ້າພະເຈົ້າ; ແລະ ບໍ່ສຳຄັນເລີຍວ່າ ຂ້າພະເຈົ້າຈະໄປໃສຖ້າຫາກເປັນໄປວ່າຂ້າພະເຈົ້າລອດ.
10 ແຕ່ຂ້າພະເຈົ້າຂໍບອກພວກທ່ານໄວ້ເທົ່ານີ້, ສິ່ງໃດກໍຕາມທີ່ພວກທ່ານກະທຳກັບຂ້າພະເຈົ້າຫລັງຈາກນີ້ ຍ່ອມເປັນຮູບ ແບບ ແລະ ຮູບລັກສະນະຂອງສິ່ງທີ່ຈະມາເຖິງ.
11 ແລະ ບັດນີ້ຂ້າພະເຈົ້າຈະອ່ານ ພຣະບັນຍັດສ່ວນທີ່ຍັງເຫລືອຢູ່ຂອງພຣະເຈົ້າ, ເພາະຂ້າພະເຈົ້າເຫັນວ່າມັນບໍ່ມີຂຽນໄວ້ໃນໃຈຂອງພວກທ່ານເລີຍ; ຂ້າພະເຈົ້າເຫັນວ່າ ພວກທ່ານໄດ້ສຶກສາ ແລະ ສິດສອນຄວາມຊົ່ວຮ້າຍເປັນສ່ວນໃຫຍ່ຕະຫລອດຊີວິດຂອງພວກທ່ານ.
12 ແລະ ບັດນີ້, ຈົ່ງຈື່ຈຳຄຳທີ່ຂ້າພະເຈົ້າກ່າວກັບພວກທ່ານວ່າ: ທ່ານບໍ່ຄວນເຮັດຮູບ ຫລື ຮູບຄວັດສະຫລັກອັນໃດໄວ້ສຳລັບຕົນເອງ, ຫລື ຮູບສົມມຸດສິ່ງຂອງອັນໃດໃນສະຫວັນ, ຫລື ສິ່ງຂອງໃນແຜ່ນດິນເບື້ອງລຸ່ມ, ຫລື ສິ່ງຂອງຢູ່ໃນນ້ຳໃຕ້ແຜ່ນດິນ.
13 ແລະ ອີກຢ່າງໜຶ່ງ: ເຈົ້າຈະບໍ່ກາບໄຫວ້ມັນ, ຫລື ຮັບໃຊ້ມັນ; ເພາະວ່າເຮົາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າເປັນພຣະເຈົ້າທີ່ອິດສາ, ຊຶ່ງຈະມາຢ້ຽມຢາມຄວາມຊົ່ວຮ້າຍຂອງບັນພະບຸລຸດທັງລູກຫລານ, ຈົນເຖິງຄົນລຸ້ນທີສາມ ແລະ ທີສີ່ຂອງພວກເຂົາທີ່ກຽດຊັງເຮົາ;
14 ແລະ ຈະສະແດງຄວາມເມດຕາແກ່ຫລາຍພັນຄົນທີ່ຮັກເຮົາ ແລະ ຮັກສາບັນຍັດຂອງເຮົາ.
15 ເຈົ້າຈະບໍ່ໃຊ້ພຣະນາມຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າໄປໃນທາງຊົ່ວຮ້າຍ; ເພາະພຣະຜູ້ເປັນເຈົ້າຈະບໍ່ຖືວ່າ ຜູ້ທີ່ໃຊ້ພຣະນາມຂອງພຣະອົງໄປໃນທາງຊົ່ວຮ້າຍບໍ່ມີຄວາມຜິດ.
16 ຈົ່ງລະນຶກເຖິງວັນ ຊະບາໂຕ, ແລະ ຮັກສາມັນໃຫ້ສັກສິດ.
17 ເຈົ້າຈົ່ງເຮັດວຽກຫົກມື້, ແລະ ເຮັດວຽກທັງໝົດຂອງເຈົ້າໃຫ້ແລ້ວ;
18 ແຕ່ມື້ທີເຈັດ, ວັນຊະບາໂຕຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ, ເຈົ້າຈະບໍ່ທຳງານໃດໆ, ເຈົ້າພ້ອມທັງລູກຊາຍຂອງເຈົ້າ, ທັງລູກສາວຂອງເຈົ້າ, ພ້ອມທັງຄົນໃຊ້ຜູ້ຊາຍຂອງເຈົ້າ ແລະ ຄົນໃຊ້ຜູ້ຍິງຂອງເຈົ້າ, ທັງຝູງງົວຂອງເຈົ້າ, ທັງຄົນແປກໜ້າທີ່ຢູ່ໃນປະຕູບ້ານຂອງເຈົ້າ;
19 ເພາະວ່າພຣະຜູ້ເປັນເຈົ້າໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກ, ແລະ ທະເລ, ແລະ ທຸກສິ່ງທຸກຢ່າງ ຢູ່ໃນນັ້ນພາຍໃນ ຫົກມື້; ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງອວຍພອນວັນຊະບາໂຕ, ແລະ ເຮັດໃຫ້ມັນສັກສິດ.
20 ຈົ່ງ ນັບຖືບິດາມານດາຂອງເຈົ້າ, ເພື່ອວັນເວລາຂອງເຈົ້າຈະຍາວນານຢູ່ໃນແຜ່ນດິນ ຊຶ່ງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງເຈົ້າປະທານໃຫ້.
21 ເຈົ້າຈະບໍ່ ຂ້າກັນ.
22 ເຈົ້າຈະບໍ່ ຫລິ້ນຊູ້. ເຈົ້າຈະບໍ່ ລັກ.
23 ເຈົ້າຈະບໍ່ເປັນ ພະຍານເທັດ ແລະ ຫາຄວາມໃສ່ເພື່ອນບ້ານຂອງເຈົ້າ.
24 ເຈົ້າຈະບໍ່ ລັກໂລບເອົາບ້ານເຮືອນຂອງເພື່ອນບ້ານຂອງເຈົ້າ, ເຈົ້າຈະບໍ່ລັກໂລບເອົາເມຍຂອງເພື່ອນບ້ານຂອງເຈົ້າ, ຫລື ຄົນໃຊ້ຜູ້ຊາຍຂອງເຂົາ, ຫລື ຄົນໃຊ້ຜູ້ຍິງຂອງເຂົາ, ຫລື ງົວຂອງເຂົາ, ຫລື ລໍຂອງເຂົາ, ຫລື ສິ່ງຂອງໃດໆທີ່ເປັນຂອງເພື່ອນບ້ານຂອງເຈົ້າ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກອະບີນາໄດກ່າວຂໍ້ຄວາມເຫລົ່ານີ້ຈົບແລ້ວ ເພິ່ນກໍກ່າວກັບພວກເຂົາວ່າ: ພວກທ່ານໄດ້ສິດສອນຜູ້ຄົນພວກນີ້ໃຫ້ພວກເຂົາຍຶດຖື ແລະ ເຮັດຕາມສິ່ງເຫລົ່ານີ້ທັງໝົດ ເພື່ອຈະໄດ້ຮັກສາພຣະບັນຍັດເຫລົ່ານີ້ຫລືບໍ່?
26 ຂ້າພະເຈົ້າກ່າວກັບພວກທ່ານວ່າ, ບໍ່ເລີຍ; ເພາະວ່າຖ້າຫາກພວກທ່ານສິດສອນ, ພຣະຜູ້ເປັນເຈົ້າຄົງບໍ່ໃຫ້ຂ້າພະເຈົ້າອອກມາ ແລະ ທຳນາຍເຖິງຄວາມຊົ່ວກ່ຽວກັບຜູ້ຄົນພວກນີ້ດອກ.
27 ແລະ ບັດນີ້ພວກທ່ານເວົ້າວ່າ ຄວາມລອດມາເຖິງໂດຍທາງ ກົດຂອງໂມເຊ. ຂ້າພະເຈົ້າກ່າວກັບພວກທ່ານວ່າມັນເປັນການເໝາະສົມທີ່ພວກທ່ານຈະຮັກສາກົດຂອງໂມເຊໄວ້; ແຕ່ຂ້າພະເຈົ້າກ່າວກັບພວກທ່ານວ່າ ເວລາຈະມາເຖິງເມື່ອມັນບໍ່ສົມຄວນທີ່ຈະຮັກສາກົດຂອງໂມເຊ ອີກຕໍ່ໄປ.
28 ແລະ ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຄວາມລອດບໍ່ໄດ້ມາເຖິງໂດຍທາງ ກົດຂອງໂມເຊແຕ່ຝ່າຍດຽວ; ແລະ ຖ້າຫາກບໍ່ແມ່ນ ການຊົດໃຊ້ຊຶ່ງພຣະເຈົ້າພຣະອົງເອງຈະກະທຳໄປເພື່ອບາບ ແລະ ຄວາມຊົ່ວຮ້າຍຂອງມະນຸດຂອງພຣະອົງແລ້ວ, ພວກເຂົາກໍຕ້ອງຕາຍຢ່າງຫລີກລ້ຽງບໍ່ໄດ້, ທັງໆທີ່ກົດຂອງໂມເຊມີຢູ່.
29 ແລະ ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ ສົມຄວນແລ້ວທີ່ຈະມີກົດປະທານໃຫ້ລູກຫລານຂອງອິດສະຣາເອນ, ແທ້ຈິງແລ້ວ, ເປັນກົດທີ່ ເຄັ່ງຄັດທີ່ສຸດ; ເພາະພວກເຂົາເປັນຄົນແຂງຄໍ ແລະ ໄວທີ່ຈະເຮັດຄວາມຊົ່ວຮ້າຍ, ແລະ ຊັກຊ້າທີ່ຈະລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ;
30 ສະນັ້ນ ຈຶ່ງມີ ກົດປະທານໃຫ້ພວກເຂົາ, ແທ້ຈິງແລ້ວ, ກົດການປະຕິບັດ ແລະ ພິທີການອັນເປັນກົດ ຊຶ່ງພວກເຂົາຕ້ອງ ຍຶດຖືຢ່າງເຄັ່ງຄັດທຸກມື້, ເພື່ອໃຫ້ພວກເຂົາລະນຶກເຖິງພຣະເຈົ້າ ແລະ ໜ້າທີ່ຂອງພວກເຂົາຕໍ່ພຣະອົງ.
31 ແຕ່ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ, ທັງໝົດນີ້ເປັນ ແບບໄວ້ສຳລັບສິ່ງທີ່ຈະມາເຖິງ.
32 ແລະ ບັດນີ້, ພວກເຂົາເຂົ້າໃຈກົດເຫລົ່ານີ້ແລ້ວບໍ? ຂ້າພະເຈົ້າກ່າວກັບພວກທ່ານວ່າ, ບໍ່ເລີຍ, ພວກເຂົາບໍ່ເຂົ້າໃຈກົດທຸກຄົນ; ແລະ ນີ້ເພາະຄວາມແຂງກະດ້າງຂອງໃຈຂອງພວກເຂົາ; ເພາະວ່າພວກເຂົາບໍ່ເຂົ້າໃຈວ່າ ບໍ່ມີຜູ້ໃດເລີຍຈະລອດໄດ້ ເວັ້ນເສຍແຕ່ໂດຍການໄຖ່ຂອງພຣະເຈົ້າເທົ່ານັ້ນ.
33 ເພາະຈົ່ງເບິ່ງ, ໂມເຊບໍ່ໄດ້ທຳນາຍແກ່ພວກເຂົາກ່ຽວກັບການສະເດັດມາຂອງພຣະເມຊີອາ, ແລະ ວ່າພຣະເຈົ້າຈະໄຖ່ຜູ້ຄົນຂອງພຣະອົງບໍ? ແທ້ຈິງແລ້ວ, ເຖິງແມ່ນສາດສະດາ ທັງປວງທີ່ທຳນາຍໄວ້ນັບແຕ່ການເລີ່ມຕົ້ນຂອງໂລກມາ—ພວກເພິ່ນກໍໄດ້ເວົ້າເຖິງເລື່ອງເຫລົ່ານີ້ ບໍ່ຫລາຍກໍໜ້ອຍແມ່ນບໍ?
34 ພວກເພິ່ນບໍ່ໄດ້ກ່າວໄວ້ບໍວ່າ ພຣະເຈົ້າພຣະອົງເອງຈະສະເດັດມາໃນບັນດາລູກຫລານມະນຸດ, ແລະ ຮັບເອົາຮູບລັກສະນະຂອງມະນຸດ, ແລະ ຈະສະເດັດໄປໂດຍອຳນາດອັນຍິ່ງໃຫຍ່ຕາມຜືນແຜ່ນດິນໂລກ?
35 ແທ້ຈິງແລ້ວ, ພວກເພິ່ນບໍ່ໄດ້ກ່າວໄວ້ບໍວ່າ ພຣະອົງຈະເຮັດໃຫ້ເກີດ ການຟື້ນຄືນຊີວິດຂອງຄົນຕາຍ, ແລະ ວ່າພຣະອົງຈະຖືກຂົ່ມເຫັງ ແລະ ຈະເປັນທຸກ?