“ວັນທີ 26 ເດືອນພຶດສະພາ–ວັນທີ 1 ເດືອນມິຖຸນາ: ‘ຊື່ສັດ, ທ່ຽງທຳ, ແລະ ເປັນຜູ້ພິທັກຮັກສາທີ່ສະຫລາດ’: ຄຳສອນ ແລະ ພັນທະສັນຍາ 51–57,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ຄຳສອນ ແລະ ພັນທະສັນຍາ 2025 (2025)
“ຄຳສອນ ແລະ ພັນທະສັນຍາ 51–57,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2025
ວັນທີ 26 ເດືອນພຶດສະພາ–ວັນທີ 1 ເດືອນມິຖຸນາ: “ຊື່ສັດ, ທ່ຽງທຳ, ແລະ ເປັນຜູ້ພິທັກຮັກສາທີ່ສະຫລາດ”
ຄຳສອນ ແລະ ພັນທະສັນຍາ 51–57
ສຳລັບສະມາຊິກຂອງສາດສະໜາຈັກ ໃນຊ່ວງຊຸມປີ 1830, ການເຕົ້າໂຮມໄພ່ພົນ ແລະ ການສ້າງເມືອງຊີໂອນ ຖືເປັນວຽກງານທາງວິນຍານ ແລະ ທາງໂລກ, ໂດຍມີຫລາຍເລື່ອງທີ່ຕ້ອງຈັດການໃຫ້ຮຽບຮ້ອຍ: ບາງຄົນຕ້ອງໄດ້ຊື້ທີ່ດິນບ່ອນທີ່ໄພ່ພົນສາມາດຕັ້ງຖິ່ນຖານໄດ້. ບາງຄົນຕ້ອງໄດ້ພິມໜັງສື ແລະ ການຈັດພິມອື່ນໆ. ແລະ ບາງຄົນຕ້ອງດູແລຮ້ານຄ້າ ເພື່ອຈັດຫາສິ່ງຂອງໃຫ້ຜູ້ຄົນໃນຊີໂອນ. ໃນການເປີດເຜີຍທີ່ມີບັນທຶກໄວ້ໃນ ຄຳສອນ ແລະ ພັນທະສັນຍາ 51–57, ພຣະຜູ້ເປັນເຈົ້າໄດ້ກຳນົດ ແລະ ແນະນຳຜູ້ຄົນໃຫ້ຈັດການກັບໜ້າທີ່ວຽກງານເຫລົ່ານີ້.
ແຕ່ຂະນະທີ່ທັກສະດັ່ງກ່າວເປັນທີ່ຕ້ອງການໃນຊີໂອນ, ການເປີດເຜີຍເຫລົ່ານີ້ຍັງສິດສອນວ່າ ພຣະຜູ້ເປັນເຈົ້າປາດຖະໜາໃຫ້ໄພ່ພົນຂອງພຣະອົງມີຄ່າຄວນທາງວິນຍານ ເພື່ອທີ່ຈະຖືກເອີ້ນວ່າ ຜູ້ຄົນແຫ່ງຊີໂອນ—ຜູ້ຄົນຂອງພຣະອົງ. ພຣະອົງເອີ້ນເຮົາແຕ່ລະຄົນໃຫ້ “ຊື່ສັດ, ທ່ຽງທຳ, ແລະ ເປັນຜູ້ພິທັກຮັກສາທີ່ສະຫລາດ,” ໂດຍການມີວິນຍານທີ່ສຳນຶກຜິດ, “ຍຶດໝັ້ນ” ໃນໜ້າທີ່ຮັບຜິດຊອບທີ່ເຮົາໄດ້ຖືກກຳນົດໃຫ້ເຮັດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 51:19; 52:15; 54:2). ຖ້າຫາກເຮົາສາມາດເຮັດສິ່ງນັ້ນໄດ້—ບໍ່ວ່າທັກສະທາງໂລກຂອງເຮົາຈະເປັນແນວໃດກໍຕາມ—ພຣະຜູ້ເປັນເຈົ້າສາມາດໃຊ້ເຮົາໃຫ້ສ້າງສາຊີໂອນໄດ້.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ພຣະຜູ້ເປັນເຈົ້າປະສົງໃຫ້ເຮົາເປັນຄົນຊື່ສັດ, ທ່ຽງທຳ, ແລະ ເປັນຜູ້ພິທັກຮັກສາທີ່ສະຫລາດ.
ຖ້າຫາກທ່ານເປັນສະມາຊິກຂອງສາດສະໜາຈັກ ໃນປີ 1831, ທ່ານອາດຖືກເຊື້ອເຊີນໃຫ້ໃຊ້ຊີວິດຕາມກົດແຫ່ງການອຸທິດຖວາຍ ໂດຍການເຊັນມອບຊັບສິນຂອງທ່ານ ໃຫ້ສາດສະໜາຈັກ ຜ່ານທາງອະທິການ. ໃນກໍລະນີສ່ວນຫລາຍແລ້ວ, ເພິ່ນຈະມອບສິ່ງທີ່ທ່ານບໍລິຈາກຄືນໃຫ້ທ່ານ, ບາງເທື່ອກໍຄືນໃຫ້ພ້ອມກັບສ່ວນເກີນ. ແຕ່ມັນຈະບໍ່ເປັນພຽງແຕ່ຊັບສິນຂອງທ່ານອີກຕໍ່ໄປ—ມັນເປັນສິ່ງທີ່ທ່ານພິທັກຮັກສາ.
ທຸກມື້ນີ້ ຂັ້ນຕອນປະຕິບັດແມ່ນແຕກຕ່າງ, ແຕ່ຫລັກທຳຍັງສຳຄັນຫລາຍຕໍ່ວຽກງານຂອງພຣະຜູ້ເປັນເຈົ້າຢູ່ຄືເກົ່າ. ຂະນະທີ່ທ່ານອ່ານ ພາກທີ 51, ໃຫ້ຄິດກ່ຽວກັບສິ່ງທີ່ພຣະເຈົ້າໄດ້ຝາກຝັງໄວ້ກັບທ່ານ. ຄຳວ່າ “ພິທັກຮັກສາ” (ຂໍ້ທີ 19) ແລະ “ອຸທິດຖວາຍ” (ຂໍ້ທີ 5) ໝາຍເຖິງສິ່ງໃດ ກ່ຽວກັບຄວາມຄາດຫວັງຂອງພຣະເຈົ້າໃນຕົວທ່ານ?
ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ອະທິບາຍວ່າ: “ໃນສາດສະໜາຈັກ ການເປັນຜູ້ພິທັກຮັກສາເປັນຄວາມໄວ້ວາງໃຈທີ່ສັກສິດທາງວິນຍານ ແລະ ທາງຮ່າງກາຍ ຊຶ່ງມີຄວາມຮູ້ຈັກຮັບຜິດຊອບ. ຍ້ອນວ່າທຸກສິ່ງເປັນຂອງພຣະຜູ້ເປັນເຈົ້າ, ເຮົາຈຶ່ງເປັນຜູ້ພິທັກຮັກສາຂອງຮ່າງກາຍ, ຈິດໃຈ, ຄອບຄົວ, ແລະ ຊັບສິນຂອງເຮົາ. (ເບິ່ງ ຄຳສອນ ແລະ ພັນທະສັນຍາ 104:11–15.) ຜູ້ພິທັກຮັກສາທີ່ຊື່ສັດ ຄືຜູ້ທີ່ໃຊ້ອຳນາດປົກຄອງທີ່ຊອບທຳ, ດູແລຜູ້ຄົນຂອງຕົນ, ແລະ ເບິ່ງແຍງຄົນຍາກຈົນ ແລະ ຄົນຂັດສົນ” (“Welfare Services: The Gospel in Action,” Ensign, Nov. 1977, 78).
ເບິ່ງ “The Law of Consecration” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ຄຳສອນ ແລະ ພັນທະສັນຍາ 52:9–11, 22–27
ເຮົາສາມາດເຊື້ອເຊີນໃຫ້ຄົນອື່ນໃຫ້ມາຫາພຣະຄຣິດໃນທຸກບ່ອນທີ່ເຮົາໄປ.
ເມື່ອພຣະຜູ້ເປັນເຈົ້າໄດ້ສົ່ງຜູ້ນຳສາດສະໜາຈັກຫລາຍຄົນໄປຍັງລັດມີເຊີຣີ, ພຣະອົງໄດ້ບອກພວກເພິ່ນໃຫ້ໃຊ້ເວລາໃນການເດີນທາງໃຫ້ເປັນປະໂຫຍດ ແລະ “ສັ່ງສອນໄປລະຫວ່າງທາງ” (ຂໍ້ທີ 25–27). ທ່ານຈະສາມາດແບ່ງປັນພຣະກິດຕິຄຸນ “ໄປລະຫວ່າງທາງ,” ຫລື ໃນລະຫວ່າງເຫດການປົກກະຕິໃນຊີວິດຂອງທ່ານໄດ້ແນວໃດ?
ຄຳສອນ ແລະ ພັນທະສັນຍາ 52:14–19
ພຣະຜູ້ເປັນເຈົ້າຊ່ວຍເຮົາໃຫ້ຫລີກລ້ຽງຈາກການຫລອກລວງ.
ໂດຍທີ່ມີຫລາຍຄົນອ້າງວ່າໄດ້ເຫັນການສະແດງໃຫ້ປະຈັກທາງວິນຍານ, ໄພ່ພົນລຸ້ນທຳອິດຈຶ່ງກັງວົນວ່າຈະຖືກຫລອກລວງ. ຄຳເຕືອນໃດທີ່ພຣະຜູ້ເປັນເຈົ້າໄດ້ມອບໃຫ້ພວກເຂົາໃນ ຄຳສອນ ແລະ ພັນທະສັນຍາ 52:14? ທາງອອກຂອງພຣະອົງແມ່ນຫຍັງ? (ເບິ່ງ ຂໍ້ທີ 14–19).
ແບບແຜນ ແມ່ນບາງຢ່າງທີ່ຊໍ້າກັນໃນວິທີທີ່ສະໝໍ່າສະເໝີ ແລະ ສາມາດຄາດເດົາໄດ້. ຕົວຢ່າງແມ່ນລວມທັງການນັບເປັນເລກຄູ່ ຫລື ຕາເວັນທີ່ຂຶ້ນ ແລະ ຕົກໃນແຕ່ລະມື້. ມີຕົວຢ່າງອື່ນໃດອີກແດ່ທີ່ທ່ານຄິດອອກ? ຂະນະທີ່ທ່ານຄົ້ນຄວ້າ ຄຳສອນ ແລະ ພັນທະສັນຍາ 52:14–19, ໃຫ້ລະບຸແບບແຜນຂອງພຣະຜູ້ເປັນເຈົ້າສຳລັບການຫລີກລ້ຽງຈາກການຫລອກລວງ. ນີ້ອາດຊ່ວຍໃຫ້ສັງເກດເຫັນວ່າ “ສຳນຶກຜິດ” ໝາຍເຖິງຄວາມຮູ້ສຶກຖ່ອມຕົວ ແລະ ການກັບໃຈ; “ອ່ອນໂຍນ” ໝາຍເຖິງຄວາມອ່ອນໂຍນ ແລະ ການຄວບຄຸມຕົວເອງ; ແລະ ການ “ເສີມສ້າງ” ໝາຍເຖິງການຊີ້ນຳ, ປັບປຸງ, ຫລື ການສ້າງຂຶ້ນ. ເປັນຫຍັງທ່ານຈຶ່ງຮູ້ສຶກວ່າ ແບບແຜນຂອງພຣະຜູ້ເປັນເຈົ້າແມ່ນລວມທັງຄຸນສົມບັດເຫລົ່ານີ້, ພ້ອມທັງການເຊື່ອຟັງ? ທ່ານຈະສາມາດນຳໃຊ້ແບບແຜນນີ້ເພື່ອຫລີກລ້ຽງຈາກການຫລອກລວງໄດ້ແນວໃດ?
ມີຕົວຢ່າງຂອງການຫລອກລວງໃດແດ່ໃນສະໄໝຂອງເຮົາ? ເຮົາຈະສາມາດຮູ້ໄດ້ແນວໃດວ່າ ເຮົາກຳລັງຖືກຫລອກລວງ?
ຍົກຕົວຢ່າງ, ທ່ານອາດພິຈາລະນາທີ່ຈະປະເມີນການເລືອກຂອງທ່ານກ່ຽວກັບໜັງ, ເພງ, ແລະ ສື່ສັງຄົມ ອີງຕາມມາດຕະຖານໃນ “ເດີນໄປໃນຄວາມສະຫວ່າງຂອງພຣະເຈົ້າ” ໃນ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ: ຄູ່ມືສຳລັບການເລືອກ, 16–21.
ເບິ່ງ ແກຣີ ອີ ສະຕີບເວັນສັນ, “Deceive Me Not,” Liahona, Nov. 2019, 93–96; “Guide Me to Thee,” Hymns, no. 101; Topics and Questions, “Seeking Truth and Avoiding Deception,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ເຮົາສາມາດຫັນໄປຫາພຣະຜູ້ເປັນເຈົ້າ ເມື່ອເຮົາເຈັບປວດໂດຍການເລືອກຂອງຄົນອື່ນ.
ທ່ານເຄີຍທົນທຸກກັບຄວາມຜິດຫວັງເມື່ອຄົນບາງຄົນທີ່ທ່ານເພິ່ງພາອາໄສບໍ່ຮັກສາຄຳໝັ້ນສັນຍາບໍ່? ນີ້ໄດ້ເກີດຂຶ້ນກັບໄພ່ພົນຈາກເມືອງໂຄນສະວຽວ, ລັດນິວຢອກ, ຜູ້ທີ່ຄາດວ່າຈະຕັ້ງຖິ່ນຖານຢູ່ດິນຂອງ ລີມັນ ຄອບລີ ໃນລັດໂອໄຮໂອ. ເພື່ອຮຽນຮູ້ຈາກປະສົບການນີ້, ໃຫ້ພິຈາລະນາທີ່ຈະທົບທວນຫົວຂໍ້ຂອງ ພາກທີ 54 (ເບິ່ງ Saints, 1:125–28; “A Bishop unto the Church,” ໃນ Revelations in Context, 78–79) ນຳອີກ. ຖ້າຫາກທ່ານມີໝູ່ເພື່ອນທ່າມກາງໄພ່ພົນໂຄນສະວຽວແລ້ວ, ຄຳແນະນຳໃດທີ່ທ່ານສາມາດພົບເຫັນໃນ ພາກທີ 54 ເພື່ອແບ່ງປັນກັບພວກເຂົາ?
ຄຳສອນ ແລະ ພັນທະສັນຍາ 56:14–20
ຄົນທີ່ມີໃຈບໍລິສຸດຍ່ອມເປັນສຸກ.
ຢູ່ໃນຂໍ້ເຫລົ່ານີ້, ພຣະຜູ້ເປັນເຈົ້າໄດ້ກ່າວກັບທັງຄົນຮັ່ງມີ ແລະ ຄົນຍາກຈົນ; ມັນອາດເປັນສິ່ງໜ້າສົນໃຈທີ່ຈະປຽບທຽບຄຳແນະນຳຂອງພຣະອົງກັບຜູ້ຄົນສອງກຸ່ມເຫລົ່ານີ້. ສິ່ງໃດຢູ່ໃນຂໍ້ເຫລົ່ານີ້ທີ່ກ່ຽວຂ້ອງກັບທ່ານເປັນສ່ວນຕົວ?
ແນວຄິດສຳລັບການສິດສອນເດັກນ້ອຍ
ເຮົາສາມາດເປັນຄົນຊື່ສັດ.
-
ເພື່ອຊ່ວຍໃຫ້ລູກໆຂອງທ່ານຮຽນຮູ້ວ່າ ການເປັນຄົນຊື່ສັດນັ້ນໝາຍຄວາມວ່າຫຍັງ, ພວກທ່ານສາມາດອ່ານ ຄຳສອນ ແລະ ພັນທະສັນຍາ 51:9 ນຳກັນ ແລະ ແບ່ງປັນເລື່ອງລາວຂອງເດັກນ້ອຍທີ່ປະເຊີນກັບການຕັດສິນໃຈກ່ຽວກັບການເປັນຄົນຊື່ສັດ. ທ່ານສາມາດໃຊ້ຮູບພາບ, ຕຸກກະຕາຖົງຕີນ, ຫລື ຕຸກກະຕາເຈ້ຍ ເພື່ອເຮັດໃຫ້ເລື່ອງລາວໜ້າສົນໃຈຍິ່ງຂຶ້ນ. ພຣະຜູ້ເປັນເຈົ້າປະທານພອນໃຫ້ແກ່ເຮົາແນວໃດ ຂະນະທີ່ເຮົາພະຍາຍາມເປັນຄົນຊື່ສັດ?
-
ໃຫ້ພິຈາລະນາທີ່ຈະຫລິ້ນເກມກັບລູກໆຂອງທ່ານ. ຫລັງຈາກນັ້ນ, ໃຫ້ສົນທະນາວ່າ ເກມນັ້ນຈະແຕກຕ່າງໄປຈາກນີ້ແນວໃດ ຖ້າຫາກມີຄົນຂີ້ຫລັກ. ເປັນຫຍັງມັນຈຶ່ງສຳຄັນທີ່ຈະ “ປະຕິບັດຢ່າງຊື່ສັດ” ຕໍ່ກັນແລະກັນ?
ຄຳສອນ ແລະ ພັນທະສັນຍາ 52:10; 53:3; 55:1
ເຮົາຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ໂດຍການວາງມື.
-
ການຮັບພຣະວິນຍານບໍລິສຸດໂດຍການວາງມື ໄດ້ມີກ່າວໄວ້ຫລາຍຄັ້ງໃນ ຄຳສອນ ແລະ ພັນທະສັນຍາ 51–57. ນີ້ອາດເປັນໂອກາດທີ່ດີທີ່ຈະສິດສອນລູກໆຂອງທ່ານກ່ຽວກັບພິທີການນີ້. ຍົກຕົວຢ່າງ, ທ່ານສາມາດເບິ່ງຮູບພາບຂອງເດັກນ້ອຍກຳລັງຮັບການຢືນຢັນ ແລະ ອະທິບາຍສິ່ງທີ່ກຳລັງເກີດຂຶ້ນໃນຮູບພາບນັ້ນ. ຂໍໃຫ້ພວກເຂົາຕົບມືເມື່ອພວກເຂົາໄດ້ຍິນ “ການວາງມື” ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 52:10; 53:3; 55:1.
-
ພວກທ່ານກໍສາມາດຮ້ອງເພງ “ພຣະວິນຍານພຣະເຈົ້າ” (ເພງສວດ ແລະ ເພງຂອງເດັກນ້ອຍ, 30) ຫລື ເພງທີ່ຄ້າຍຄືກັນນຳອີກ. ຊ່ວຍລູກໆຂອງທ່ານຊອກຫາຄຳ ແລະ ວະລີໃນເພງທີ່ສິດສອນກ່ຽວກັບຂອງປະທານແຫ່ງພຣະວິນຍານບໍລິສຸດ.
ຄຳສອນ ແລະ ພັນທະສັນຍາ 52:14–19
ພຣະເຈົ້າມີແບບແຜນເພື່ອຊ່ວຍບໍ່ໃຫ້ເຮົາຖືກຫລອກລວງ.
-
ເພື່ອສິດສອນກ່ຽວກັບແບບແຜນຂອງພຣະຜູ້ເປັນເຈົ້າເພື່ອຫລີກລ້ຽງຈາກການຫລອກລວງ, ທ່ານອາດເລີ່ມຕົ້ນໂດຍການຊ່ວຍລູກໆຊອກຫາຕົວຢ່າງຂອງແບບແຜນ—ໃນທຳມະຊາດ, ໃນຜ້າຫົ່ມ ຫລື ເສື້ອຜ້າທີ່ມີສີສັນ, ຫລື ໃນຊີວິດປະຈຳວັນ. ຊ່ວຍພວກເຂົາຊອກຫາແບບແຜນທີ່ພຣະຜູ້ເປັນເຈົ້າປະທານໃຫ້ໃນ ຄຳສອນ ແລະ ພັນທະສັນຍາ 52:14–15. ໃຫ້ແນ່ໃຈວ່າ ພວກເຂົາເຂົ້າໃຈຄຳໃດໆທີ່ບໍ່ຄຸ້ນໃນຂໍ້ເຫລົ່ານີ້. ເຮົາຈະສາມາດໃຊ້ແບບແຜນນີ້ເພື່ອທີ່ຈະຮູ້ຈັກຄວາມຈິງໄດ້ແນວໃດ?
ຄຳສອນ ແລະ ພັນທະສັນຍາ 54:4–6
ເຮົາຄວນຮັກສາພັນທະສັນຍາຂອງເຮົາສະເໝີ.
-
ໃນຄຳເວົ້າຂອງທ່ານເອງ, ໃຫ້ແບ່ງປັນກັບລູກໆຂອງທ່ານກ່ຽວກັບສິ່ງທີ່ເກີດຂຶ້ນກັບໄພ່ພົນທີ່ມາຢູ່ໃນດິນຂອງ ລີມັນ ຄອບລີ (ເບິ່ງຫົວຂໍ້ຂອງ ພາກທີ 54). ລູກໆຂອງທ່ານສາມາດທຳທ່າເປັນສະມາຊິກຂອງສາດສະໜາຈັກທີ່ຫາກໍມາຮອດລັດໂອໄຮໂອ. ພວກເຂົາຈະຮູ້ສຶກແນວໃດຫລັງຈາກລີມັນເຮັດຜິດພັນທະສັນຍາຂອງລາວ? ສິ່ງນີ້ສິດສອນເຮົາຫຍັງແດ່ກ່ຽວກັບການຮັກສາພັນທະສັນຍາ ແລະ ຄຳສັນຍາຂອງເຮົາ? ອ່ານ ຄຳສອນ ແລະ ພັນທະສັນຍາ 54:6 ນຳກັນ ເພື່ອຄົ້ນພົບພອນສຳລັບຜູ້ທີ່ຮັກສາພັນທະສັນຍາຂອງພວກເຂົາ.
ຄຳສອນ ແລະ ພັນທະສັນຍາ 55:1–4
ເຮົາສາມາດໃຊ້ພອນທີ່ພຣະເຈົ້າໄດ້ປະທານໃຫ້ເຮົາເພື່ອເປັນພອນໃຫ້ກັບຄົນອື່ນ.
-
ເພື່ອແນະນຳ ພາກທີ 55, ທ່ານອາດຢາກອະທິບາຍວ່າ ວິວລຽມ ດັບເບິນຢູ ແຟ້ວສ໌ ເປັນນັກພິມໜັງສືພິມ ຜູ້ທີ່ໄດ້ຮຽນຮູ້ກ່ຽວກັບພຣະກິດຕິຄຸນ ແລະ ໄດ້ເຂົ້າຮ່ວມສາດສະໜາຈັກ. ອ່ານ ຄຳສອນ ແລະ ພັນທະສັນຍາ 55:1–4 ກັບລູກໆຂອງທ່ານ, ແລະ ຊ່ວຍໃຫ້ພວກເຂົາຄົ້ນພົບສິ່ງທີ່ພຣະເຈົ້າຕ້ອງການໃຫ້ວິວລຽມເຮັດ. ພຣະອົງໄດ້ວາງແຜນທີ່ຈະໃຊ້ພອນສະຫວັນຂອງວິວລຽມແນວໃດ? ສິ່ງນີ້ສາມາດນຳໄປສູ່ການສົນທະນາກ່ຽວກັບວິທີທີ່ພຣະເຈົ້າອາດເຊື້ອເຊີນເຮົາໃຫ້ໃຊ້ພອນສະຫວັນຂອງເຮົາ ເພື່ອເປັນພອນໃຫ້ລູກໆຂອງພຣະອົງ.