ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 18–24 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121–123: “ໂອ້ ພຣະ​ອົງ​ເຈົ້າ, ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ບ່ອນ​ໃດ?”


“ວັນທີ 18–24 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121–123: ‘ໂອ້ ພຣະ​ອົງ​ເຈົ້າ, ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ບ່ອນ​ໃດ?’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 18–24 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121–123,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຄຸກ​ລີເບີຕີ

Liberty Jail Spring [ຄຸກ​ລີເບີຕີ ສະປຣິງ], ໂດຍ ອາລ໌ ຣາວສ໌

ວັນທີ 18–24 ເດືອນ​ຕຸລາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121–123

“ໂອ້ ພຣະ​ອົງ​ເຈົ້າ, ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ບ່ອນ​ໃດ?”

ປະ​ສົບ​ການ​ຂອງ​ທ່ານ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຈະ​ດີ​ຫລາຍ​ຂຶ້ນ ຖ້າ​ຫາກ​ເປົ້າ​ໝາຍ​ຂອງ​ທ່ານ​ຄື​ການ​ຄົ້ນ​ພົບ​ຄວາມ​ຈິງ. ເລີ່ມ​ຕົ້ນ​ດ້ວຍ​ການ​ອະ​ທິ​ຖານ, ໃຫ້​ຮັບ​ຟັງ​ພຣະ​ວິນ​ຍານ, ແລະ ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຊັ້ນ​ລຸ່ມ​ຂອງ​ຄຸກ​ເຂດ​ເມືອງ​ລີເບີຕີ, ລັດ​ມີເຊີ​ຣີ, ຮູ້​ຈັກ​ກັນ​ວ່າ​ຫ້ອງ​ມືດ. ຝາ​ຫ້ອງ​ກໍ​ໜາ, ພື້ນ​ຫ້ອງ​ກໍ​ເຢັນ ແລະ ສົກ​ກະ​ປົກ, ອາ​ຫານ—ອັນ​ໃດ​ທີ່​ມີ​ຢູ່​ຫັ້ນ—ກໍ​ເນົ່າ​ເໝັນ, ແລະ ແສງ​ສະ​ຫວ່າງ​ຈຸດດຽວ ແມ່ນ​ມາ​ຈາກ​ປ່ອງ​ຢ້ຽມ​ນ້ອຍໆ​ທີ່ກັ້ນ​ໄວ້​ດ້ວຍ​ເຫລັກ​ສອງ​ແທ່ງ ຢູ່​ໃກ້​ເພ​ດານ. ຫ້ອງມືດ​ບ່ອນນີ້​ເປັນບ່ອນ​ທີ່​ໂຈເຊັບ ສະມິດ ແລະ ອ້າຍ​ນ້ອງ​ສອງ​ສາມ​ຄົນ​ຂອງ​ເພິ່ນ​ໄດ້ຖືກ​ກັກ​ຂັງ—ສີ່​ເດືອນ​ທີ່​ໜາວ​ເຢັນ​ທີ່​ສຸດ ໃນ​ລະ​ດູ​ໜາວ​ຂອງ​ປີ 1838–39—ລໍ​ຖ້າ​ການ​ຂຶ້ນ​ສານ ໃນ​ຄະ​ດີ​ການ​ກະ​ບົດ​ຕ້ານ​ລັດ​ມີເຊີ​ຣີ. ລະ​ຫວ່າງ​ເວ​ລານີ້, ໂຈເຊັບ​ໄດ້​ຮັບ​ຂ່າວ​ເລື້ອຍໆ​ກ່ຽວ​ກັບ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ໄພ່​ພົນ. ຄວາມ​ສະ​ຫງົບ​ສຸກ ແລະ ຄວາມ​ຫວັງໃນ​ເມືອງ​ຟາ​ແວັດ ມີ​ຢູ່​ພຽງ​ແຕ່​ສອງ​ສາມ​ເດືອນ​ເທົ່າ​ນັ້ນ, ແລະ ບັດ​ນີ້​ໄພ່​ພົນ​ກໍ​ຂາດ​ທີ່​ພັກ​ອາ​ໄສ​ອີກ​ເທື່ອ​ໜຶ່ງ, ຖືກ​ຂັບ​ໄລ່​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເພື່ອ​ຊອກ​ຫາ​ສະ​ຖານ​ທີ່​ອື່ນ​ອີກ​ເພື່ອ​ເລີ່ມ​ຕົ້ນ​ໃໝ່—ເທື່ອນີ້​ສາດ​ສະ​ດາ​ໄດ້​ຖືກ​ຈຳ​ຄຸກ.

ຈຶ່ງບໍ່​ແປກ​ໃຈ​ທີ່​ໂຈເຊັບ ສະມິດ ​ໄດ້​ຮ້ອງ​ອອກ​ມາ​ວ່າ, “ໂອ້ ພຣະ​ອົງ​ເຈົ້າ, ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ບ່ອນ​ໃດ?” ຄຳ​ຕອບ​ທີ່​ເພິ່ນ​ໄດ້​ຮັບ​ແມ່ນ, “ຄວາມ​ຮູ້​ຈາກ​ສະ​ຫວັນ” ທີ່ “ຖອກ​ເທລົງ​ມາ” ໃນ​ຄຸກ​ທີ່​ລຳ​ເຄັນ​ນັ້ນ, ສະ​ແດງ​ໃຫ້ເຫັນ​ວ່າ ເຖິງ​ແມ່ນອາດບໍ່​ຮູ້​ສຶກ, ແຕ່​ພຣະ​ເຈົ້າ​ບໍ່​ໄດ້​ຢູ່​ໄກ. ສາດ​ສະ​ດາ​ໄດ້​ຮຽນ​ຮູ້​ວ່າ ບໍ່​ມີອຳ​ນາດ​ໃດ​ສາ​ມາດ “ຢັບ​ຢັ້ງ​ສະ​ຫວັນ.” “ພຣະ​ເຈົ້າ​ຈະ​ຢູ່​ກັບ [ໄພ່​ພົນ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ] ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ.” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:1, 33; 122:9.)

ເບິ່ງ Saints, 1:323–96; “Within the Walls of Liberty Jail,” Revelations in Context, 256–63.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:1–10, 23–33122

ຄວາມ​ຍາກ​ລຳ​ບາກ​ສາ​ມາດ “ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ [ຂອງ​ເຮົາ].”

ເມື່ອ​ເຮົາ ຫລື ຄົນ​ທີ່​ເຮົາ​ຮັກ​ຢູ່​ໃນ​ທ່າມ​ກາງ​ຄວາມ​ທຸກ​ທໍ​ລະ​ມານ, ມັນ​ເປັນ​ສິ່ງ​ທຳ​ມະ​ດາ​ທີ່ເຮົາ​ຈະ​ເປັນ​ຫ່ວງ​ຖ້າ​ຫາກວ່າ​ພຣະ​ເຈົ້າ​ຮູ້​ເຫັນ​ກ່ຽວ​ກັບ​ເຮົາ​ຢູ່​ຫລືບໍ່. ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:1–6, ໃຫ້​ຄິດ​ເຖິງ​ເວ​ລາ​ທີ່​ທ່ານ​ມີ​ຄຳ​ຖາມ ຫລື ມີ​ຄວາມ​ຮູ້​ສຶກ​ຄືກັນ​ກັບ​ດັ່ງ​ທີ່​ໂຈເຊັບ ສະມິດ ມີ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ອາດ​ຊ່ວຍ​ທ່ານ​ໄດ້ ເມື່ອ​ທ່ານ​ມີ​ຄຳ​ຖາມ ຫລື ຄວາມ​ຮູ້​ສຶກ​ເຫລົ່າ​ນັ້ນ? ຍົກ​ຕົວ​ຢ່າງ, ໃນ ຂໍ້ທີ 7–10, 26–33, ໃຫ້​ສັງ​ເກດ​ເບິ່ງພອນ​ທີ່​​ພຣະ​ອົງສັນ​ຍາ​ກັບ​ຜູ້​ທີ່ “ອົດທົນ​ກັບ [ຄວາມ​ທຸກ] ໄດ້​ດີ.” ຂະ​ນະ​ທີ່​ທ່ານ​ອ່ານ ພາກທີ 122, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເບິ່ງ​ຄວາມ​ຍາກ​ລຳ​ບາກ​ຂອງ​ທ່ານ​ແນວ​ໃດ.

ເບິ່ງ Henry B. Eyring, “Where Is the Pavilion?Ensign ຫລື Liahona, Nov. 2012, 72–75 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:34–46

ເຮົາ​ສາ​ມາດ​ເຂົ້າ​ເຖິງ “ອຳ​ນາດ​ແຫ່ງ​ສະ​ຫວັນ.”

ໃນ​ສະ​ພາບ​ຢູ່​ໃນ​ຄຸກ​ລີເບີຕີ ທີ່​ເບິ່ງ​ຄື​ວ່າ​ໝົດ​ຫວັງ, ໂຈເຊັບ​ໄດ້​ຮັບ​ການ​ເປີດ​ເຜີຍ​ກ່ຽວ​ກັບ​ອຳ​ນາດ—ບໍ່​ແມ່ນ​ອຳ​ນາດ​ທາງ​ການ​ເມືອງ ຫລື ການ​ທະ​ຫານ ທີ່​ສະ​ແດງ​ແກ່ໄພ່​ພົນ ແຕ່​ເປັນ “ອຳ​ນາດ​ແຫ່ງ​ສະ​ຫວັນ.” ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:34–46, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ? ມັນ​ແຕກ​ຕ່າງ​ຈາກ​ອຳ​ນາດ​ທາງ​ໂລກ​ແນວ​ໃດ? ຍົກ​ຕົວ​ຢ່າງ, ໃຫ້​ເບິ່ງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ໃຊ້​ຢູ່​ໃນ ຂໍ້ທີ 41–43 ເພື່ອ​ບັນ​ຍາຍ “ອຳ​ນາດ ຫລື ອິດ​ທິ​ພົນ.” ພຣະ​ຄຳ​ເຫລົ່າ​ນັ້ນ​ສິດ​ສອນ​ຫຍັງ​ແດ່ ເຖິງວິ​ທີ​ທີ່​ພຣະ​ເຈົ້າ​ຮັກ​ສາ “ອຳ​ນາດ ຫລື ອິດ​ທິ​ພົນ” ຂອງ​ພຣະ​ອົງ? ບາງ​ທີ​ຂໍ້​ເຫລົ່າ​ນີ້​ສາ​ມາດ​ດົນ​ໃຈ​ທ່ານ​ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ຊີ​ວິດ​ຂອງ​ທ່ານ ແລະ ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ເປັນ​ອິດ​ທິ​ພົນ​ສຳ​ລັບ​ຄວາມ​ດີ ໃນ​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ຄົນ​ອື່ນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 122

ພຣະ​ເຢ​ຊູ​ຄຣິດ​ໄດ້​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ.

ໂຈເຊັບ ສະມິດ ໄດ້​ຖືກ​ຈຳ​ຄຸກ​ຢ່າງບໍ່​ຍຸດ​ຕິ​ທຳ​ເປັນ​ເວ​ລາ​ສີ່​ເດືອນ ຂະ​ນະ​ທີ່​ໝູ່​ເພື່ອນ ແລະ ຄອບ​ຄົວ​ຂອງ​ເພິ່ນ​ຖືກ​ຂັບ​ໄລ່​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ. ວຽກ​ງານ​ທີ່​ເພິ່ນ​ໄດ້​ອຸ​ທິດ​ດ້ວຍ​ຊີ​ວິດ ເບິ່ງ​ຄື​ວ່າ​ກຳ​ລັງພັງ​ທະ​ລາຍ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຈາກ​ພຣະ​ຄຳ​ຂອງ​ພຣະ​ອົງ​ຕໍ່​ໂຈຊັບ ຢູ່​ໃນ ພາກທີ 122? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ໂຈເຊັບ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຕົວ​ທ່ານ​ເອງ?

ເບິ່ງ ແອວມາ 7:11–13; 36:3; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:6 ນຳ​ອີກ.

ຮູບ​ພາບ
ພຣະ​ເຢ​ຊູ​ຢູ່​ພື້ນ​ດິນ​ໃນ​ເຄັດ​ເຊ​ມາ​ເນ

Not My Will, But Thine [ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທີ້ນ], ໂດຍ ວາວເຕີ ເຣນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123

“ຈົ່ງ​ໃຫ້​ພວກ​ເຮົາ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ອຳນາດ​ຂອງ​ພວກ​ເຮົາ ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.”

ໃນ​ເດືອນ​ມີນາ ປີ 1839, ມັນ​ອາດ​ເບິ່ງ​ຄື​ວ່າ ບໍ່​ມີ​ສິ່ງ​ໃດ​ອີກ​ທີ່​ໄພ່​ພົນ​ສາ​ມາດ​ເຮັດ ເພື່ອ​ປ່ຽນ​ແປງ​ສະ​ຖາ​ນະ​ການ​ທີ່​ໜ້າ​ຢ້ານ​ກົວ​ນັ້ນ. ແຕ່​ຢູ່​ໃນ​ຈົດ​ໝາຍ​ຂອງ​ເພິ່ນ ທີ່​ຂຽນ​ຈາກ​ຄຸກ​ລີເບີຕີ, ໂຈເຊັບ​ໄດ້​ບອກ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ ສາ​ມາດ ເຮັດ: “[ໃຫ້​ຮວບ​ຮວມ] ຄວາມ​ຮູ້ ແລະ ຂໍ້​ມູນ​ທັງ​ໝົດ” ແລະ “ຢືນ​ຢູ່​ຊື່ໆ, ດ້ວຍ​ຄວາມ​ໝັ້ນ​ໃຈ​ທີ່​ສຸດ, ເພື່ອ​ເຫັນ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:1, 17). ຂະ​ນະ​ທີ່​ທ່ານ​ພິ​ຈາ​ລະ​ນາ​ການ​ຫລອກ​ລວງ ແລະ “ອຸ​ບາຍ​ຂອງ​ມະ​ນຸດ” ຢູ່​ໃນ​ໂລກ​ທຸກວັນ​ນີ້, ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່ “ຢູ່​ໃນ​ອຳນາດ [ຂອງ​ທ່ານ]” ທີ່​ຈະ​ເຮັດ (ຂໍ້ທີ 12, 17). ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ເຮັດ​ສິ່ງ​ເຫລົ່ານີ້ “ຢ່າງ​ເບີກ​ບານ”? (ຂໍ້ທີ 17). ທ່ານ​ຮູ້​ຈັກ​ໃຜ​ແດ່​ທີ່​ຖືກ “ກີດ​ກັນ​ຈາກ​ຄວາມ​ຈິງ” (ຂໍ້ທີ 12), ແລະ ທ່ານ​ຈະ​ຊ່ວຍ​ບຸກ​ຄົນ​ນີ້​ໃຫ້​ພົບ​ເຫັນ​ຄວາມ​ຈິງ​ໄດ້​ແນວ​ໃດ?

ຫລາຍ​ເລື່ອງ​ທີ່​ໂຈເຊັບ​ໄດ້​ຂໍຮ້ອງ ຢູ່​ໃນ​ຈົດ​ໝາຍ​ສະ​ບັບ​ນີ້ ໄດ້​ຖືກ​ສົ່ງ​ໄປ​ຫາ​ຝ່າຍ​ລັດ​ຖະ​ບານ ແລະ ໄດ້​ຖືກ​ຈັດ​ພິມ​ເປັນ 11 ຕອນ ຢູ່​ໃນ​ໜັງ​ສື​ພິມ, Times and Seasons ຂອງ​ເມືອງ​ນາວູ (ເບິ່ງ “A History, of the Persecution, of the Church of Jesus Christ, of Latter Day Saints in Missouri, December 1839–October 1840,” [josephsmithpapers.org]).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:1–10.“ຫ້ອງມືດ” ຢູ່​ໃນ​ຄຸກ​ລີເບີຕີ ກວ້າງ​ພຽງ​ແຕ່ 14 ຄູນ 14.5 ຟີດ (4.2 ຄູນ 4.4 ແມັດ). ທ່ານ​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ສາ​ມາດ​ວາດ​ພາບ​ເຫັນ​ສະ​ພາບ​ຂອງ​ການ​ຖືກ​ຄຸມ​ຂັງ​ຢູ່​ໃນ​ບ່ອນນັ້ນ​ທີ່​ໜາວ​ເຢັນ​ທີ່​ສຸດ ເປັນ​ເວ​ລາ​ສີ່​ເດືອນ​ໄດ້​ແນວ​ໃດ? ທ່ານ​ສາ​ມາດ​ຊອກ​ຫາ​ຂໍ້​ມູນ​ອື່ນໆ​ກ່ຽວ​ກັບ​ສະ​ພາບ​ຢູ່​ໃນ​ຄຸກ​ລີເບີຕີ​ໄດ້ ໃນ “ບົດທີ 46: ໂຈເຊັບ ສະມິດ ຢູ່​ໃນ​ຄຸກ​ລີເບີຕີ” (ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, 172–74). ທ່ານ​ກໍ​ສາ​ມາດ​ອ່ານ “ສຽງ​ຂອງ​ການ​ຟື້ນ​ຟູ: ຄຸກ​ລີເບີຕີ” ນຳ​ອີກ ຢູ່​ໃນ​ທ້າຍ​ຂອງ​ໂຄງ​ຮ່າງນີ້ ຫລື ເບິ່ງວິ​ດີ​ໂອ ກ່ຽວ​ກັບ​ຕອນ​ທີ່​ໂຈເຊັບ​ຢູ່​ໃນ​ຄຸກ​ລີເບີຕີ Joseph Smith: Prophet of the Restoration (ChurchofJesusChrist.org, ເລີ່ມ​ຕົ້ນ​ຈາກ 43:00 ນາທີ). ຂໍ້​ມູນນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ເຮົາ​ຮູ້​ສຶກ​ກ່ຽວ​ກັບ​ຫລັກ​ທຳ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:1–10 ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:34–36, 41–45.ບາງ​ທີ​ການ​ປຽບ​ທຽບ​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ “ອຳ​ນາດ​ແຫ່ງ​ສະ​ຫວັນ” ໄດ້. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ປຽບ​ທຽບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃສ່​ກັບ​ພະ​ລັງ​ໄຟ​ຟ້າ; ແມ່ນ​ຫຍັງ​ທີ່​ສາ​ມາດ​ກີດ​ກັນ​ບໍ່​ໃຫ້​ອຸ​ປະ​ກອນ​​ໄດ້​ຮັບ​ພະ​ລັງ​ໄຟ​ຟ້າ? ການ​ປຽບ​ທຽບ​ນີ້, ພ້ອມ​ທັງ ຂໍ້ທີ 34–36, 41–45, ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ເພີ່ມ​ພະ​ລັງ​ທາງວິນ​ຍານ​ຂອງ​ເຮົາ? ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ເລື່ອງ​ເລົ່າ​ຈາກ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພື່ອ​ເປັນ​ຕົວ​ຢ່າງ​ຂອງ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 122:7–9.ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອາດ​ມັກ​ເຮັດ​ປ້າຍ​ນ້ອຍ ທີ່​ບັນ​ຈຸ​ສຳ​ນວນ​ຈາກ​ຂໍ້​ເຫລົ່າ​ນີ້ ທີ່​ດົນ​ໃຈ​ເຂົາ​ເຈົ້າ. ປ້າຍ​ນ້ອຍ​ເຫລົ່າ​ນີ້​ສາ​ມາດ​ວາງ​ຢາຍ​ໄວ້​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ທ່ານ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຮູ້​ວ່າ “ບຸດ​ມະ​ນຸດ​ໄດ້​ລົງ​ຕ່ຳ​ກວ່າ” ທຸກ​ສິ່ງ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:12.ເຮັດ​ແນວ​ໃດເຮົາ​ຈຶ່ງຈະ​ສາ​ມາດ​ຊ່ວຍ​ເຫລືອ​ຜູ້​ຄົນ​ໃຫ້ “ຮູ້​ວ່າ … ຈະ​ຊອກ​ຫາ” ຄວາມ​ຈິງ​ໄດ້​ຢູ່​ບ່ອນ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ສຽງຂອງ​ການ​ຟື້ນ​ຟູ

ສຽງຂອງ​ການ​ຟື້ນ​ຟູ

ຄຸກ​ລີເບີຕີ

ຂະ​ນະ​ທີ່​ຖືກ​ຈຳ​ຄຸກ​ຢູ່ເມືອງ​ລີເບີຕີ, ລັດ​ມີເຊີຣີ, ໂຈເຊັບ ສະມິດ ໄດ້​ຮັບ​ຈົດ​ໝາຍ​ລາຍ​ງານ​​ກ່ຽວ​ກັບ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຜູ້​ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ລັດ ໂດຍ​ຄຳ​ສັ່ງ​ຂອງ​ເຈົ້າ​ລັດ. ຈົດ​ໝາຍ​ທີ່​ໂສກ​ເສົ້າ​ສະ​ບັບ​ໜຶ່ງ​ໄດ້​ມາ​ຈາກ ເອມມາ ພັນ​ລະ​ຍາ​ຂອງ​ເພິ່ນ. ຖ້ອຍ​ຄຳ​ຂອງ​ນາງ, ແລະ ຈົດ​ໝາຍ​ຂຽນ​ຕອບ​ຂອງ​ໂຈເຊັບ, ສະ​ແດງ​ໃຫ້​ເຫັນ​ທັງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ສັດ​ທາ​ຂອງ​ພວກ​ເພິ່ນ ໃນ​ຊ່ວງ​ໄລ​ຍະ​ຫ​ຍຸ້ງ​ຍາກນີ້ ໃນ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ.

ຈົດ​ໝາຍ​ຈາກ ເອມມາ ສະມິດ ເຖິງ ໂຈເຊັບ ສະມິດ, ວັນ​ທີ 7 ເດືອນ​ມີນາ, 1839

“ສາ​ມີ​ສຸດ​ທີ່​ຮັກ

“ໂດຍ​ທີ່​ມີ​ໂອ​ກາດ​ສົ່ງ​ຈົດ​ໝາຍ​ມາ​ກັບ​ເພື່ອນ​ຄົນ​ໜຶ່ງ, ນ້ອງ​ກໍ​ເລີຍ​ພະ​ຍາ​ຍາມ​ຂຽນ, ແຕ່​ນ້ອງ​ຈະ​ບໍ່​ພະ​ຍາ​ຍາມ​ຂຽນ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ນ້ອງ​ທັງ​ໝົດ, ເພາະ​ສະ​ພາບ​ຂອງ​ອ້າຍ​ໃນ​ເວ​ລານີ້, ຝາ​ຫ້ອງ, ເຫລັກ​ກັ້ນ, ແລະ ໄລກອນ, ແມ່​ນ້ຳທີ່​ໄຫລ​ຜ່ານ, ລຳ​ທານ​ທີ່​ໄຫລ​ຂັ້ນ, ຄ້ອຍ​ພູສູງ, ຫ່ອມ​ພູ​ຕ່ຳ ແລະ ທົ່ງ​ພຽງ​ອັນ​ກວ້າງ​ໄກ​ທີ່​ແຍກ​ພວກ​ເຮົາ, ແລະ ຄວາມບໍ່​ຍຸດ​ຕິ​ທຳ ທີ່​ໄດ້​ສົ່ງ​ອ້າຍ​ເຂົ້າ​ຄຸກ ແລະ ຍັງ​ກັກ​ຂັງ​ອ້າຍ​ຢູ່​ທີ່ນີ້, ພ້ອມ​ດ້ວຍ​ຫລາຍ​ຢ່າງ​ທີ່​ຕ້ອງ​ພິ​ຈາ​ລະ​ນາ, ເຮັດ​ໃຫ້​ນ້ອງ​ຮູ້​ສຶກ​ເກີນກວ່າ​ທີ່​ຈະ​ອະ​ທິ​ບາຍ​ໄດ້.

“ຖ້າ​ຫາກບໍ່​ໄດ້​ເປັນ​ເພາະ​ຄວາມ​ສຳ​ນຶກ​ທີ່​ຕົນ​ບໍ​ລິ​ສຸດ, ແລະ ການ​ຊີ້​ນຳ​ທີ່​ແຊກ​ແຊງ​ດ້ວຍ​ຄວາມ​ເມດ​ຕາ​ຂອງ​ສະ​ຫວັນ, ນ້ອງ​ແນ່​ໃຈ​ວ່າ​ນ້ອງ​ຄົງ​ບໍ່​ສາ​ມາດ​ອົດ​ທົນ​ກັບ​ສະ​ພາບ​ຂອງ​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ນ້ອງ​ໄດ້​ຜ່ານ​ຜ່າ … ; ແຕ່ນ້ອງ​ຍັງ​ມີ​ຊີ​ວິດ​ຢູ່ ແລະ ເຕັມ​ໃຈ​ທີ່​ຈະ​ອົດ​ທົນ​ຕໍ່​ໄປ ຖ້າ​ຫາກ​ມັນເປັນ​ພຣະ​ປະ​ສົງ​ຂອງ​ສະ​ຫວັນ ທີ່​ນ້ອງ​ຕ້ອງ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ເພື່ອ​ເຫັນ​ແກ່​ອ້າຍ.

“ພວກ​ເຮົາ​ທຸກ​ຄົນ​ກໍ​ສະ​ບາຍ​ດີ, ຍົກ​ເວັ້ນ​ແຕ່ ເຟເດຣິກ ຜູ້ບໍ່​ສະ​ບາຍ​ໜັກ.

“ທ້າວນ້ອຍ ອາ​ເລັກ​ຊານ​ເດີ ທີ່​ຢູ່​ໃນ​ອ້ອມ​ແຂນ​ຂອງ​ນ້ອງ ເປັນ​ເດັກ​ດີ​ທີ່​ສຸດ ທີ່​ພວກ​ເຮົາ​ເຄີຍ​ເຫັນ​ມາ ໃນ​ຊີ​ວິດ​ຂອງ​ພວກ​ເຮົາ. ລາວ​ແຂງ​ແຮງ​ຫລາຍ ແລະ ດ້ວຍ​ການ​ໃຊ້​ຕັ່ງ​ຊ່ວຍ​ເຫລືອ ລາວ​ໄດ້​ແລ່ນ​ອ້ອມ​ເຮືອນ. …

“ບໍ່​ມີ​ໃຜ ຍົກ​ເວັ້ນ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ ທີ່​ຮູ້​ຈັກ​ການ​ສະ​ທ້ອນ​ຄິດ​ໃນ​ໃຈ ແລະ ຄວາມ​ຮູ້​ສຶກ​ຂອງ​ນ້ອງ ຕອນ​ນ້ອງ​ໄດ້​ໜີ​ຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຮົາ, ແລະ ໄດ້​ປະ​ຖິ້ມ​ເກືອບ​ທຸກ​ສິ່ງ ຍົກ​ເວັ້ນ​ແຕ່​ລູກໆ​ຂອງ​ພວກ​ເຮົາ, ແລະ ໄດ້​ເດີນ​ທາງ​ອອກ​ໜີ​ຈາກ​ລັດ​ມີເຊີ​ຣີ, ປະ​ອ້າຍ​ໄວ້​ຢູ່ໃນ​ຄຸກ​ທີ່​ໂດດ​ດ່ຽວ​ນີ້. ແຕ່​ຄວາມ​ຊົງ​ຈຳ​ແມ່ນ​ເກີນກວ່າ​ທີ່​ມະ​ນຸດ​ຈະ​ທົນ​ໄດ້. …

“… ນ້ອງ​ຫວັງ​ວ່າ ມັນ​ຈະ​ມີ​ວັນ​ທີ່​ດີກວ່ານີ້​ສຳ​ລັບ​ພວກ​ເຮົາ. … [ນ້ອງ] ເປັນ​ຂອງ​ອ້າຍ​ຕະ​ຫລອດ​ໄປ​ດ້ວຍ​ຄວາມ​ສະ​ເນ່​ຫາ.

“ເອມມາ ສະມິດ”1

ຈົດ​ໝາຍ​ຈາກ ໂຈເຊັບ ສະມິດ ເຖິງ ເອມມາ ສະມິດ, ວັນທີ 4 ເດືອນ​ເມສາ, 1839

“ພັນ​ລະ​ຍາ—ແລະ ຜູ້ສະ​ເນ່​ຫາ—ທີ່​ແສນ​ຮັກ.

“ແລງວັນ​ພະ​ຫັດ​ອ້າຍ​ໄດ້​ນັ່ງ​ລົງ​ຕອນ​ຕາ​ເວັນ​ຄ້ອຍ​ຄ່ຳ, ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ສ່ອງ​ຜ່ານ​ປ່ອງ​ຢ້ຽມ​ເຫລັກ​ຂອງ​ຄຸກ​ທີ່​ໂດດ​ດ່ຽວນີ້, ເພື່ອ​ຂຽນ​ຫາ​ນ້ອງ, ເພື່ອບອກ​ນ້ອງ​ເຖິງ​ສະ​ຖາ​ນະ​ການ​ຂອງ​ອ້າຍ. ອ້າຍ​ເຊື່ອ​ວ່າ ມັນ​ຄົງ​ເປັນ​ເວລາ​ຫ້າ​ເດືອນ​ກັບ​ຫົກ​ມື້​ແລ້ວ2 ນັບ​ແຕ່​ອ້າຍ​ໄດ້​ຖືກ​ເຝົ້າ​ຍາມ​ຢ່າງ​ເຄັ່ງ​ຄັດ​ທັງ​ເວັນ ແລະ ຄືນ, ແລະ ຖືກ​ຂັງຢູ່​ໃນ​ຫ້ອງ, ຢູ່​ຂ້າງ​ໃນ​ປ່ອງ​ຢ້ຽມ​ເຫລັກ, ແລະ ໄດ້​ຍິນ​ແຕ່​ສຽງ​ດັງ​ຂອງ​ປະ​ຕູ​ເຫລັກ​ໃນ​ຄຸກ​ທີ່​ໂດດ​ດ່ຽວ, ມືດ​ຕຶບ, ແລະ ເປິ​ເປື້ອນນີ້. ອ້າຍ​ໄດ້​ຂຽນ​ຈົດ​ໝາຍ​ສະ​ບັບ​ນີ້ ດ້ວຍ​ຄວາມ​ຮູ້​ສຶກ​ທີ່​ພຣະ​ເຈົ້າ​ເທົ່າ​ນັ້ນ​ຮູ້​ຈັກ. ການ​ໄຕ່​ຕອງ​ຂອງ​ຈິດ​ໃຈ ພາຍ​ໃຕ້​ສະ​ຖາ​ນະ​ການ​ເຫລົ່າ​ນີ້ ແມ່ນ​ເກີນກວ່າ​ທີ່​ອ້າຍ​ຈະ​ສາ​ມາດ​ຂຽນ, ຫລື ເວົ້າ, ຫລື ເຫລົ່າ​ທູດ​ຈະ​ບັນ​ຍາຍ, ຫລື ວາດ​ພາບ​ໄດ້, ແກ່​ມະ​ນຸດ ຜູ້ທີ່ບໍ່​ເຄີຍ​ມີ​ປະ​ສົບ​ການ ຄື​ກັນ​ກັບ​ທີ່​ພວກ​ເຮົາ​ປະ​ເຊີນ​ຢູ່ໃນ​ເວ​ລານີ້. … ພວກ​ເຮົາ​ເພິ່ງ​ອາ​ໄສ​ລິດ​ອຳ​ນາດ​ຂອງ​ພຣະ​ເຢໂຮ​ວາ, ແລະ ບໍ່​ມີ​ຄົນ​ອື່ນ​ໃດ​ອີກ, ສຳ​ລັບ​ການ​ປົດ​ປ່ອຍ​ຂອງ​ພວກ​ເຮົາ, ແລະ ຖ້າ​ຫາກ​ພຣະ​ອົງ​ບໍ່​ກະ​ທຳ, ມັນ​ກໍເປັນ​ໄປ​ບໍ່​ໄດ້, ໃຫ້​ນ້ອງ​ແນ່​ໃຈ​ໄດ້, ເພາະ​ລັດນີ້​ກະ​ຫາຍ​ເລືອດ​ຂອງ​ພວກ​ເຮົາ; ບໍ່​ແມ່ນ​ເປັນ​ເພາະ​ພວກ​ເຮົາ​ມີ​ຄວາມ​ຜິດ​ໃນ​ສິ່ງ​ໃດໆ. … ເອມມາ ສຸດ​ທີ່​ຮັກ​ຂອງ​ອ້າຍ, ອ້າຍ​ຄິດ​ເຖິງ​ນ້ອງ ແລະ ລູກໆ​ຕະ​ຫລອດ​ເວ​ລາ. … ອ້າຍ​ຢາກ​ເຫັນທ້າວ​ນ້ອຍ ເຟເດຣິກ, ໂຈເຊັບ, ຈູເລຍ, ອາເລັກ​ຊານເດີ, ໂຈແອນນາ, ແລະ ເຖົ້າເມເຈີ້ [ໝາ​ຂອງ​ຄອບ​ຄົວ]. … ອ້າຍ​ເຕັມ​ໃຈ​ທີ່​ຈະ​ຍ່າງ​ຕີນ​ເປົ່າ, ບໍ່​ໃສ່​ໝວກ, ແລະ ເຄິ່ງ​ໂຕ​ເປືອຍ​ກາຍ ຈາກ​ບ່ອນນີ້​ໄປ​ຫາ​ນ້ອງ, ເພື່ອ​ຈະ​ໄດ້​ເຫັນ​ນ້ອງ ແລະ ຖື​ວ່າ​ເປັນ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່, ແລະ ບໍ່​ຄິດ​ວ່າ​ມັນ​ເປັນ​ການ​ເມື່ອຍ​ລ້າ. … ອ້າຍ​ໄດ້​ທົນ​ກັບ​ການ​ກົດ​ຂີ່​ທັງ​ໝົດ​ດ້ວຍ​ຄວາມ​ແຂງ​ແກ່ນ, ແລະ ທຸກ​ຄົນ​ທີ່​ຢູ່​ນຳ​ອ້າຍ​ກໍ​ເຮັດ​ຄື​ກັນ; ບໍ່​ມີ​ໃຜໃນ​ກຸ່ມ​ຂອງ​ພວກ​ເຮົາ​ທີ່​ຍອມ​ແພ້. ອ້າຍ​ບໍ່ຢາກ​ໃຫ້ລູກ​ຂອງ​ພວກ​ເຮົາ​ລືມ​ອ້າຍ. ໃຫ້​ບອກ​ພວກ​ເຂົາ​ວ່າ ພໍ່​ຮັກ​ພວກ​ເຂົາ​ຫລາຍ​ທີ່​ສຸດ, ແລະ ພໍ່​ກໍ​ໄດ້​ເຮັດ​ທຸກ​ສິ່ງ​ທີ່​ສາ​ມາດ​ເຮັດ​ໄດ້ ເພື່ອ​ໜີ​ຈາກ​ກຸ່ມ​ອັນ​ຕະ​ພານ​ເພື່ອ​ມາ​ຫາ​ພວກ​ເຂົາ. … ໃຫ້​ບອກ​ພວກ​ເຂົາ​ວ່າ ພໍ່​ຢາກ​ໃຫ້​ພວກ​ເຂົາ​ເປັນ​ເດັກ​ດີ, ແລະ ຟັງ​ຄວາມ​ແມ່. …

“ຂອງ​ນ້ອງ,

“ໂຈ​ເຊັບ ສະ​ມິດ ຜູ້​ລູກ.”3

ແຫລ່ງ​ອ້າງ​ອີງ

  1. ຈົດ​ໝາຍ​ຈາກ​ເອມມາ ສະ​ມິດ, 7 ມີນາ 1839,” Letterbook 2, 37, josephsmithpapers.org; ການ​ສະ​ກົດ​ຄຳ, ເຄື່ອງ​ໝາຍ​ວັກ​ຕອນ, ແລະ ຫລັກ​ໄວ​ຍະ​ກອນ ເປັນ​ຕາມ​ສະ​ໄໝ​ປະ​ຈຸ​ບັນ.

  2. ໂຈເຊັບ ແລະ ໝູ່​ເພື່ອນ​ຂອງ​ເພິ່ນ ໄດ້​ຖືກ​ຈັບ​ໃນ​ວັນທີ 31 ເດືອນ​ຕຸລາ, 1838, ແລະ ຖືກ​ຄຸມ​ຂັງ​ຢ່າງ​ເຄັ່ງ​ຄັດ​ທັງ​ເວັນ ແລະ ຄືນ. ຫລັງ​ຈາກ​ໄດ້​ຂຶ້ນ​ສານ​ຂັ້ນ​ຕົ້ນ ຢູ່​ເມືອງ ຣິຈ໌ມອນ ລັດ​ມີເຊີຣີ, ພວກ​ເພິ່ນ​ໄດ້​ຖືກ​ສົ່ງ​ເຂົ້າ​ຄຸກ​ລີເບີຕີ ວັນທີ 1 ເດືອນ​ທັນວາ.

  3. ຈົດ​ໝາຍ​ເຖິງ​ເອມມາ ສະ​ມິດ, 4 ເມສາ 1839,” 1–3, josephsmithpapers.org; ການ​ສະ​ກົດ​ຄຳ, ເຄື່ອງ​ໝາຍ​ວັກ​ຕອນ, ແລະ ຫລັກ​ໄວ​ຍະ​ກອນ ເປັນ​ຕາມ​ສະ​ໄໝ​ປະ​ຈຸ​ບັນ.

ຮູບ​ພາບ
ໂຈເຊັບ ສະມິດ ​ຢູ່​ໃນ​ຄຸກ​ລີເບີຕີ

ຂະ​ນະ​ທີ່​ໂຈເຊັບ ສະມິດ ຮັບ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ຄຸກ​ລີເບີຕີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປອບ​ໂຍນ​ເພິ່ນ ແລະ ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ທີ່ສຳ​ຄັນ.

ພິມ