ບົດທີ 28
ເກົ້າຄົນໃນສານຸສິດສິບສອງຄົນປາດຖະໜາ ແລະ ໄດ້ຮັບຄຳສັນຍາວ່າຈະໄດ້ຮັບມູນມໍລະດົກໃນອານາຈັກຂອງພຣະຄຣິດ ເວລາພວກເພິ່ນສິ້ນຊີວິດໄປ—ຊາວນີໄຟອີກສາມຄົນປາດຖະໜາ ແລະ ໄດ້ຮັບອຳນາດໃຫ້ພົ້ນຈາກຄວາມຕາຍ ເພື່ອວ່າພວກເພິ່ນຈະໄດ້ຢູ່ໃນແຜ່ນດິນໂລກຈົນກວ່າພຣະເຢຊູຈະສະເດັດມາອີກ—ພວກເພິ່ນໄດ້ປ່ຽນສະພາບ ແລະ ໄດ້ເຫັນສິ່ງທີ່ເອີ່ຍປາກບໍ່ໄດ້, ແລະ ໃນປະຈຸບັນນີ້ພວກເພິ່ນກໍຍັງປະຕິບັດສາດສະໜາກິດໃນທ່າມກາງມະນຸດຢູ່. ປະມານ ຄ.ສ. 34–35.
1 ແລະ ເຫດການໄດ້ບັງເກີດຂຶ້ນຫລັງຈາກພຣະເຢຊູໄດ້ກ່າວຂໍ້ຄວາມນີ້, ພຣະອົງໄດ້ເວົ້າກັບສານຸສິດຂອງພຣະອົງແຕ່ລະຄົນ, ໂດຍກ່າວກັບພວກເພິ່ນວ່າ: ພວກເຈົ້າປາດຖະໜາອັນໃດຈາກເຮົາ, ຫລັງຈາກເຮົາໄປເຝົ້າພຣະບິດາ?
2 ແລະ ທັງໝົດນອກຈາກສາມຄົນໄດ້ທູນວ່າ: ພວກຂ້ານ້ອຍປາດຖະໜາວ່າ ຫລັງຈາກທີ່ພວກຂ້ານ້ອຍມີຊີວິດຢູ່ຈົນຮອດສຸດອາຍຸຂອງມະນຸດ, ວ່າການປະຕິບັດສາດສະໜາກິດຂອງພວກຂ້ານ້ອຍໄດ້ເຖິງທີ່ສຸດແລ້ວ, ຊຶ່ງໃນການນັ້ນພຣະອົງໄດ້ເອີ້ນພວກຂ້ານ້ອຍມາ, ຂໍໃຫ້ພວກຂ້ານ້ອຍໄດ້ຂຶ້ນໄປເຝົ້າພຣະອົງໃນອານາຈັກຂອງພຣະອົງໂດຍໄວດ້ວຍເທີ້ນ.
3 ແລະ ພຣະອົງໄດ້ກ່າວກັບພວກເພິ່ນວ່າ: ພວກເຈົ້າເປັນສຸກແລ້ວ ເພາະວ່າພວກເຈົ້າປາດຖະໜາສິ່ງນີ້ຈາກເຮົາ; ສະນັ້ນ, ຫລັງຈາກທີ່ພວກເຈົ້າມີອາຍຸໄດ້ເຈັດສິບສອງປີ ພວກເຈົ້າຈະໄດ້ໄປຫາເຮົາໃນອານາຈັກຂອງເຮົາ; ແລະ ພວກເຈົ້າຈະໄດ້ ພັກຜ່ອນຢູ່ກັບເຮົາ.
4 ແລະ ຫລັງຈາກທີ່ພຣະອົງໄດ້ກ່າວກັບພວກເພິ່ນແລ້ວ ພຣະອົງໄດ້ຫັນພຣະພັກມາຫາອີກສາມຄົນ, ແລະ ໄດ້ກ່າວກັບພວກເພິ່ນວ່າ: ພວກເຈົ້າຢາກໃຫ້ເຮົາເຮັດສິ່ງໃດໃຫ້ພວກເຈົ້າ, ເມື່ອເຮົາໄປເຝົ້າພຣະບິດາ?
5 ແລະ ພວກເພິ່ນໄດ້ສະຫລົດຢູ່ໃນໃຈ, ເພາະວ່າພວກເພິ່ນບໍ່ກ້າທູນພຣະອົງເຖິງສິ່ງທີ່ພວກເພິ່ນປາດຖະໜາ.
6 ແລະ ພຣະອົງໄດ້ກ່າວກັບພວກເພິ່ນວ່າ: ຈົ່ງເບິ່ງ, ເຮົາ ຮູ້ຈັກຄວາມຄິດຂອງພວກເຈົ້າ, ແລະ ພວກເຈົ້າປາດຖະໜາສິ່ງດຽວກັນກັບທີ່ ໂຢຮັນທີ່ຮັກຂອງເຮົາໄດ້ປາດຖະໜາ, ຜູ້ໄດ້ຢູ່ກັບເຮົາໃນການປະຕິບັດສາດສະໜາກິດຂອງເຮົາ, ກ່ອນທີ່ເຮົາຖືກຊາວຢິວຍົກຂຶ້ນ.
7 ສະນັ້ນ, ພວກເຈົ້າເປັນສຸກກວ່ານັ້ນ, ເພາະພວກເຈົ້າຈະ ບໍ່ຕ້ອງຊີມລົດຊາດຂອງ ຄວາມຕາຍເລີຍ; ແຕ່ພວກເຈົ້າຈະມີຊີວິດຢູ່ເພື່ອຈະໄດ້ເຫັນສິ່ງທັງໝົດທີ່ພຣະບິດາຈະກະທຳກັບລູກຫລານມະນຸດ, ຈົນວ່າທຸກສິ່ງທຸກຢ່າງຈະສຳເລັດຕາມນ້ຳພຣະໄທຂອງພຣະບິດາ, ເມື່ອນັ້ນເຮົາຈະມາໃນລັດສະໝີພາບຂອງເຮົາພ້ອມດ້ວຍ ອຳນາດແຫ່ງສະຫວັນ.
8 ແລະ ພວກເຈົ້າຈະບໍ່ຕ້ອງຮັບຄວາມເຈັບປວດຂອງຄວາມຕາຍເລີຍ; ແຕ່ວ່າເວລາເຮົາມາໃນລັດສະໝີພາບຂອງເຮົາ ພວກເຈົ້າຈະຖືກປ່ຽນໄປຊົ່ວພັບຕາດຽວຈາກ ຄວາມເປັນມະຕະໄປສູ່ ຄວາມເປັນອະມະຕະ; ແລະ ເມື່ອນັ້ນ ພວກເຈົ້າຈະເປັນສຸກໃນອານາຈັກຂອງພຣະບິດາຂອງເຮົາ.
9 ແລະ ອີກຢ່າງໜຶ່ງ, ພວກເຈົ້າຈະບໍ່ມີຄວາມເຈັບປວດເວລາທີ່ພວກເຈົ້າຢູ່ໃນເນື້ອໜັງ, ທັງບໍ່ມີຄວາມເສົ້າສະຫລົດໃຈ ນອກຈາກຈະເປັນເພາະບາບຂອງໂລກເທົ່ານັ້ນ; ແລະ ທັງໝົດນີ້ເຮົາຈະກະທຳໄປເພື່ອສະໜອງຄວາມປາດຖະໜາຂອງພວກເຈົ້າ, ເພາະພວກເຈົ້າມີຄວາມປະສົງທີ່ຈະ ຊັກນຳຈິດວິນຍານຂອງມະນຸດໃຫ້ມາຫາເຮົາໃນເວລາທີ່ໂລກຍັງຕັ້ງຢູ່.
10 ແລະ ເພາະເຫດນີ້ ພວກເຈົ້າຈຶ່ງຈະ ເຕັມໄປດ້ວຍຄວາມສຸກ; ແລະ ພວກເຈົ້າຈະໄດ້ນັ່ງລົງໃນອານາຈັກຂອງພຣະບິດາຂອງເຮົາ; ແທ້ຈິງແລ້ວ, ຄວາມສຸກຂອງພວກເຈົ້າຈະບໍລິບູນ, ດັ່ງເຊັ່ນພຣະບິດາໄດ້ປະທານ ຄວາມສຸກອັນບໍລິບູນໃຫ້ແກ່ເຮົາ; ແລະ ພວກເຈົ້າຈະເປັນດັ່ງເຮົາ, ດັ່ງທີ່ເຮົາເປັນດັ່ງພຣະບິດາ, ແລະ ພຣະບິດາກັບເຮົາເປັນ ໜຶ່ງ;
11 ແລະ ພຣະວິນຍານບໍລິສຸດເປັນພະຍານເຖິງພຣະບິດາ ແລະ ເຮົາ; ແລະ ເປັນຍ້ອນເຮົາ ພຣະບິດາຈຶ່ງປະທານພຣະວິນຍານບໍລິສຸດໃຫ້ແກ່ລູກຫລານມະນຸດ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ກ່າວຂໍ້ຄວາມເຫລົ່ານີ້ແລ້ວ, ພຣະອົງໄດ້ແຕະຕ້ອງພວກເພິ່ນແຕ່ລະຄົນດ້ວຍນິ້ວພຣະຫັດຂອງພຣະອົງ ຍົກເວັ້ນແຕ່ສາມຄົນ ຊຶ່ງຈະຢູ່ຕໍ່ໄປ, ແລະ ຫລັງຈາກນັ້ນພຣະອົງກໍໄດ້ຈາກໄປ.
13 ແລະ ຈົ່ງເບິ່ງ, ຟ້າສະຫວັນໄດ້ເປີດອອກ, ແລະ ພວກເພິ່ນຖືກ ພາຂຶ້ນໄປສະຫວັນ, ແລະ ພວກເພິ່ນໄດ້ເຫັນ ແລະ ໄດ້ຍິນເລື່ອງຊຶ່ງບໍ່ອາດຈະເວົ້າໄດ້.
14 ແລະ ພວກເພິ່ນຖືກ ຫ້າມບໍ່ໃຫ້ເວົ້າ; ທັງພວກເພິ່ນບໍ່ໄດ້ຮັບອຳນາດໃຫ້ເວົ້າເຖິງເລື່ອງຊຶ່ງພວກເພິ່ນໄດ້ເຫັນ ແລະ ໄດ້ຍິນນັ້ນ;
15 ແລະ ພວກເພິ່ນບອກບໍ່ໄດ້ວ່າ ພວກເພິ່ນຢູ່ໃນຮ່າງກາຍ ຫລື ຢູ່ນອກຮ່າງກາຍ; ເພາະວ່າພວກເພິ່ນໄດ້ຮູ້ສຶກເໝືອນເປັນ ການປ່ຽນສະພາບຂອງຕົນ, ຄືພວກເພິ່ນຖືກປ່ຽນຈາກຮ່າງກາຍແຫ່ງເນື້ອໜັງໄປສູ່ສະພາບທີ່ເປັນອະມະຕະ, ເພື່ອພວກເພິ່ນຈະໄດ້ເຫັນສິ່ງທີ່ເປັນຂອງພຣະເຈົ້າໄດ້.
16 ແຕ່ເຫດການໄດ້ບັງເກີດຂຶ້ນຄື ພວກເພິ່ນໄດ້ລົງມາປະຕິບັດສາດສະໜາກິດໃນຜືນແຜ່ນດິນໂລກອີກ; ເຖິງຢ່າງໃດກໍຕາມ ພວກເພິ່ນກໍບໍ່ໄດ້ປະຕິບັດກ່ຽວກັບເລື່ອງທີ່ພວກເພິ່ນໄດ້ຍິນ ແລະ ໄດ້ເຫັນມາ, ເພາະມັນເປັນພຣະບັນຊາທີ່ພວກເພິ່ນໄດ້ຮັບຈາກສະຫວັນ.
17 ແລະ ບັດນີ້, ພວກເພິ່ນເປັນມະຕະຢູ່ ຫລື ເປັນອະມະຕະຕັ້ງແຕ່ວັນທີ່ປ່ຽນສະພາບຂອງພວກເພິ່ນນັ້ນ, ຂ້າພະເຈົ້າບໍ່ຮູ້;
18 ແຕ່ວ່າຂ້າພະເຈົ້າຮູ້ພຽງເທົ່ານີ້ ຕາມບັນທຶກຊຶ່ງໄດ້ຮັບມາ—ພວກເພິ່ນໄດ້ອອກໄປທົ່ວຜືນແຜ່ນດິນ ແລະ ໄດ້ປະຕິບັດສາດສະໜາກິດແກ່ຜູ້ຄົນທັງປວງ, ໄດ້ເຕົ້າໂຮມຫລາຍຕໍ່ຫລາຍຄົນທີ່ເຊື່ອຈາກການສັ່ງສອນຂອງພວກເພິ່ນເຂົ້າມາສູ່ສາດສະໜາຈັກ; ໄດ້ບັບຕິສະມາໃຫ້ພວກເຂົາ, ແລະ ຫລາຍຕໍ່ຫລາຍຄົນທີ່ຮັບບັບຕິສະມານັ້ນໄດ້ຮັບພຣະວິນຍານບໍລິສຸດ.
19 ແລະ ພວກເພິ່ນໄດ້ຖືກຄົນທີ່ບໍ່ເປັນຂອງສາດສະໜາຈັກຈັບເອົາເຂົ້າຄຸກ. ແລະ ຄຸກກໍຂັງພວກເພິ່ນໄວ້ບໍ່ໄດ້, ເພາະວ່າມັນໄດ້ແຍກອອກເປັນສອງ.
20 ແລະ ພວກເພິ່ນຖືກໂຍນລົງໄປໃນແຜ່ນດິນ; ແຕ່ພວກເພິ່ນໄດ້ຕີແຜ່ນດິນດ້ວຍພຣະຄຳຂອງພຣະເຈົ້າ, ເຖິງຂະໜາດທີ່ໂດຍ ອຳນາດຂອງພຣະອົງ ພວກເພິ່ນໄດ້ຖືກປົດປ່ອຍຈາກຄວາມເລິກຂອງແຜ່ນດິນ; ແລະ ສະນັ້ນ ພວກເຂົາຈຶ່ງບໍ່ສາມາດຂຸດຫລຸມໃຫ້ເລິກພໍທີ່ຈະຂັງພວກເພິ່ນໄວ້ໄດ້.
21 ແລະ ພວກເພິ່ນຖືກໂຍນເຂົ້າໄປໃນ ເຕົາໄຟສາມເທື່ອ ແລະ ບໍ່ໄດ້ຮັບອັນຕະລາຍ.
22 ແລະ ພວກເພິ່ນຖືກໂຍນເຂົ້າໃນ ຖ້ຳສັດຮ້າຍສອງເທື່ອ; ແລະ ຈົ່ງເບິ່ງ ພວກເພິ່ນໄດ້ຫລິ້ນຢູ່ກັບສັດເຫລົ່ານັ້ນຄືກັນກັບເດັກນ້ອຍຫລິ້ນກັບລູກແກະທີ່ຍັງກິນນົມຢູ່, ແລະ ບໍ່ໄດ້ຮັບອັນຕະລາຍ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເພິ່ນໄດ້ອອກໄປດັ່ງນັ້ນໃນບັນດາຜູ້ຄົນຂອງນີໄຟທັງໝົດ, ແລະ ໄດ້ສັ່ງສອນ ພຣະກິດຕິຄຸນຂອງພຣະຄຣິດໃຫ້ແກ່ຜູ້ຄົນທັງໝົດໃນຜືນແຜ່ນດິນ; ແລະ ພວກເຂົາໄດ້ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ, ແລະ ໄດ້ຮ່ວມເຂົ້າໃນສາດສະໜາຈັກຂອງພຣະຄຣິດ, ແລະ ຄົນລຸ້ນນັ້ນຈຶ່ງໄດ້ຮັບພອນດັ່ງນີ້ຕາມພຣະຄຳຂອງພຣະເຢຊູ.
24 ແລະ ບັດນີ້ຂ້າພະເຈົ້າມໍມອນຂໍຈົບການເວົ້າກ່ຽວກັບເລື່ອງເຫລົ່ານີ້ໄວ້ເທົ່ານີ້ກ່ອນ.
25 ຈົ່ງເບິ່ງ, ຂ້າພະເຈົ້າກຳລັງຈະຂຽນ ຊື່ຂອງຜູ້ທີ່ບໍ່ຕ້ອງຊີມລົດຊາດຂອງຄວາມຕາຍໄວ້, ແຕ່ພຣະຜູ້ເປັນເຈົ້າໄດ້ຫ້າມຂ້າພະເຈົ້າບໍ່ໃຫ້ຂຽນ, ສະນັ້ນ ຂ້າພະເຈົ້າຈຶ່ງບໍ່ໄດ້ຂຽນມັນໄວ້ ເພາະວ່າມັນຖືກປິດໄວ້ຈາກໂລກ.
26 ແຕ່ຈົ່ງເບິ່ງ, ຂ້າພະເຈົ້າໄດ້ເຫັນພວກເພິ່ນ, ແລະ ພວກເພິ່ນໄດ້ປະຕິບັດສາດສະໜາກິດແກ່ຂ້າພະເຈົ້າ.
27 ແລະ ຈົ່ງເບິ່ງພວກເພິ່ນຈະຢູ່ໃນບັນດາຄົນຕ່າງຊາດ, ແລະ ຄົນຕ່າງຊາດຈະບໍ່ຮູ້ຈັກພວກເພິ່ນເລີຍ.
28 ພວກເພິ່ນຈະຢູ່ໃນບັນດາຊາວຢິວເໝືອນກັນ, ແລະ ຊາວຢິວຈະບໍ່ຮູ້ຈັກພວກເພິ່ນເລີຍ.
29 ແລະ ເຫດການຈະບັງເກີດຂຶ້ນຄື ເມື່ອພຣະຜູ້ເປັນເຈົ້າເຫັນວ່າສົມຄວນໃນຄວາມສະຫລຽວສະຫລາດຂອງພຣະອົງທີ່ພວກເພິ່ນຈະປະຕິບັດສາດສະໜາກິດແກ່ເຜົ່າອິດສະຣາເອນທັງໝົດທີ່ແຕກ ກະຈັດກະຈາຍກັນໄປ, ແລະ ແກ່ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ, ແລະ ຈະນຳຄົນຢ່າງຫລວງຫລາຍອອກມາຈາກພວກນັ້ນມາຫາພຣະເຢຊູ ເພື່ອຄວາມປາດຖະໜາຂອງພວກເພິ່ນຈະສຳເລັດ, ແລະ ເປັນຍ້ອນອຳນາດທີ່ເຮັດໃຫ້ເຊື່ອຂອງພຣະເຈົ້າຊຶ່ງຢູ່ກັບພວກເພິ່ນ.
30 ແລະ ພວກເພິ່ນເປັນເໝືອນດັ່ງ ເຫລົ່າທູດຂອງພຣະເຈົ້າ, ແລະ ຖ້າຫາກພວກເພິ່ນຈະອະທິຖານຫາພຣະບິດາໃນພຣະນາມຂອງພຣະເຢຊູ ພວກເພິ່ນກໍຈະສາມາດປະກົດຕົວໃຫ້ຜູ້ໃດຜູ້ໜຶ່ງເຫັນໄດ້ ຕາມແຕ່ພວກເພິ່ນເຫັນວ່າສົມຄວນ.
31 ສະນັ້ນ, ພວກເພິ່ນຈະກະທຳວຽກງານອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນ ກ່ອນມື້ອັນ ຍິ່ງໃຫຍ່ຈະມາເຖິງ ເມື່ອທຸກຜູ້ຄົນຈະຕ້ອງມາຢືນຕໍ່ໜ້າບັນລັງພິພາກສາຂອງພຣະຄຣິດຢ່າງແນ່ນອນ.
32 ແທ້ຈິງແລ້ວ ແມ່ນແຕ່ໃນບັນດາຄົນຕ່າງຊາດ ພວກເພິ່ນຈະກະທຳວຽກງານອັນ ຍິ່ງໃຫຍ່ ແລະ ໜ້າອັດສະຈັນ ກ່ອນວັນພິພາກສານັ້ນ.
33 ແລະ ຖ້າຫາກທ່ານມີພຣະຄຳພີທັງໝົດ ຊຶ່ງໃຫ້ເລື່ອງລາວກ່ຽວກັບວຽກງານອັນໜ້າອັດສະຈັນໃຈທັງໝົດຂອງພຣະຄຣິດ, ທ່ານກໍຈະຮູ້ຕາມພຣະຄຳຂອງພຣະຄຣິດວ່າສິ່ງເຫລົ່ານີ້ຈະຕ້ອງເກີດຂຶ້ນຢ່າງແນ່ນອນ.
34 ແລະ ວິບັດແກ່ຄົນທີ່ຈະ ບໍ່ເຊື່ອຟັງພຣະຄຳຂອງພຣະເຢຊູ ແລະ ຂອງ ຄົນທີ່ພຣະອົງໄດ້ເລືອກໄວ້ ແລະ ສົ່ງໄປໃນບັນດາພວກເຂົານຳອີກ; ເພາະວ່າຜູ້ໃດກໍຕາມທີ່ບໍ່ຮັບຟັງພຣະຄຳຂອງພຣະເຢຊູ ແລະ ຖ້ອຍຄຳຂອງຄົນທີ່ພຣະອົງໄດ້ສົ່ງໄປ, ຜູ້ນັ້ນກໍບໍ່ໄດ້ຮັບເອົາພຣະອົງ; ແລະ ສະນັ້ນພຣະອົງກໍຈະບໍ່ຮັບເອົາພວກເຂົາໃນວັນສຸດທ້າຍ;
35 ແລະ ມັນຈະເປັນການດີກວ່າສຳລັບເຂົາຖ້າຫາກເຂົາບໍ່ໄດ້ເກີດມາ. ເພາະທ່ານຄິດບໍວ່າ ທ່ານຈະກຳຈັດຄວາມຍຸດຕິທຳຂອງພຣະເຈົ້າຜູ້ເຄືອງແຄ້ນໄດ້, ຜູ້ຖືກ ຢຽບຍ່ຳຢູ່ໃຕ້ຕີນຂອງມະນຸດ, ເພື່ອໂດຍການນັ້ນຄວາມລອດຈະມາໄດ້?
36 ແລະ ບັດນີ້ຈົ່ງເບິ່ງ, ດັ່ງທີ່ຂ້າພະເຈົ້າໄດ້ເວົ້າກ່ຽວກັບຄົນເຫລົ່ານັ້ນຜູ້ທີ່ພຣະຜູ້ເປັນເຈົ້າໄດ້ເລືອກໄວ້, ແທ້ຈິງແລ້ວ, ແມ່ນກ່ຽວກັບສາມຄົນທີ່ຖືກພາຂຶ້ນໄປໃນຟ້າສະຫວັນ, ຄືຂ້າພະເຈົ້າບໍ່ຮູ້ວ່າ ພວກເພິ່ນໄດ້ຖືກຊຳລະຈາກຄວາມເປັນມະຕະໄປຫາຄວາມເປັນອະມະຕະແລ້ວຫລືບໍ່—
37 ແຕ່ຈົ່ງເບິ່ງ, ນັບຕັ້ງແຕ່ຂ້າພະເຈົ້າຂຽນມາ, ຂ້າພະເຈົ້າໄດ້ທູນຖາມພຣະຜູ້ເປັນເຈົ້າ, ແລະ ພຣະອົງໄດ້ສະແດງໃຫ້ຂ້າພະເຈົ້າປະຈັກວ່າ ມັນຈຳເປັນທີ່ຈະຕ້ອງມີການປ່ຽນແປງເກີດຂຶ້ນກັບຮ່າງກາຍຂອງພວກເພິ່ນ, ຖ້າບໍ່ດັ່ງນັ້ນພວກເພິ່ນຈະຕ້ອງໄດ້ຊີມລົດຊາດຂອງຄວາມຕາຍ;
38 ສະນັ້ນ, ເພື່ອພວກເພິ່ນຈະບໍ່ໄດ້ຊີມລົດຊາດຂອງຄວາມຕາຍ, ມັນຈຶ່ງມີການ ປ່ຽນແປງເກີດຂຶ້ນກັບຮ່າງກາຍຂອງພວກເພິ່ນ, ເພື່ອພວກເພິ່ນຈະບໍ່ໄດ້ຮັບຄວາມເຈັບປວດ ຫລື ຄວາມເສົ້າສະຫລົດໃຈນອກຈາກເປັນເພາະບາບຂອງໂລກ.
39 ບັດນີ້ການປ່ຽນແປງນີ້ຍັງບໍ່ເທົ່າກັບການປ່ຽນແປງທີ່ຈະເກີດຂຶ້ນໃນວັນສຸດທ້າຍ; ແຕ່ມັນມີການປ່ຽນແປງເກີດຂຶ້ນກັບພວກເພິ່ນ, ເຖິງຂະໜາດທີ່ຊາຕານບໍ່ມີອຳນາດເໜືອພວກເພິ່ນ, ຄືມັນຈະບໍ່ສາມາດ ລໍ້ລວງພວກເພິ່ນໄດ້; ແລະ ພວກເພິ່ນໄດ້ຮັບ ການຊຳລະໃຫ້ບໍລິສຸດແລ້ວໃນເນື້ອໜັງ, ຈົນວ່າພວກເພິ່ນເປັນຜູ້ ບໍລິສຸດ ແລະ ຈົນວ່າອຳນາດຂອງແຜ່ນດິນໂລກບໍ່ສາມາດຍຶດພວກເພິ່ນໄວ້ໄດ້.
40 ແລະ ພວກເພິ່ນຈະຄົງຢູ່ໃນສະພາບເຊັ່ນນີ້ຈົນເຖິງມື້ພິພາກສາຂອງພຣະຄຣິດ; ແລະ ໃນມື້ນັ້ນພວກເພິ່ນຈະໄດ້ຮັບການປ່ຽນແປງອັນຍິ່ງໃຫຍ່ກວ່ານີ້, ແລະ ຈະຖືກຮັບເຂົ້າໄປໃນອານາຈັກຂອງພຣະບິດາ ເພື່ອຈະບໍ່ໄດ້ອອກໄປອີກ, ແຕ່ຈະຢູ່ກັບພຣະເຈົ້າໃນຟ້າສະຫວັນຊົ່ວນິລັນດອນ.