ພຣະ​ຄຳ​ພີ
ແອວ​ມາ 23


ບົດ​ທີ 23

ອິດ​ສະ​ລະ​ພາບ​ທາງ​ສາດ​ສະ​ໜາ​ໄດ້​ຖືກ​ປະ​ກາດ—ຊາວ​ເລ​ມັນ​ໃນ​ເຈັດ​ແຜ່ນ​ດິນ ແລະ ຫົວ​ເມືອງ​ຕ່າງໆ​ປ່ຽນ​ໃຈ​ເຫລື້ອມ​ໃສ—ພວກ​ເຂົາ​ເອີ້ນ​ຕົວ​ເອງ​ວ່າ​ຊາວ ອານ​ໄທ-ນີ​ໄຟ​-ລີ​ໄຮ ແລະ ຫລຸດ​ພົ້ນ​ຈາກ​ການ​ສາບ​ແຊ່ງ—ຊາວ​ອາ​ມາ​ລະ​ໄຄ ແລະ ຊາວ​ອະ​ມິວ​ລອນ​ປະ​ຕິ​ເສດ​ຄວາມ​ຈິງ. ປະ​ມານ 90–77 ປີ ກ່ອນ ຄ.ສ.

1 ຈົ່ງ​ເບິ່ງ, ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະ​ສັດ​ຂອງ​ຊາວ​ເລ​ມັນ​ໄດ້​ສົ່ງ ຂ່າວ​ໄປ​ຫາ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ຂອງ​ເພິ່ນ​ວ່າ ບໍ່​ໃຫ້​ຈັບ​ອຳ​ໂມນ, ຫລື ອາ​ໂຣນ, ຫລື ອອມ​ເນີ, ຫລື ຮິມ​ໄນ, ຫລື ອ້າຍ​ນ້ອງ​ຂອງ​ພວກ​ເຂົາ ຜູ້​ທີ່​ຈະ​ອອກ​ໄປ​ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ບໍ່​ວ່າ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ, ຫລື ບໍ່​ວ່າ​ຈະ​ຢູ່​ໃນ​ແຜ່ນ​ດິນ​ສ່ວນ​ໃດ​ຂອງ​ພວກ​ເຂົາ.

2 ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ອອກ​ຄຳ​ສັ່ງ​ໄປ​ຍັງ​ບັນ​ດາ​ຜູ້​ຄົນ​ວ່າ ບໍ່​ໃຫ້​ຈັບ​ກຸມ​ເຂົາ​ເຈົ້າ, ບໍ່​ໃຫ້​ມັດ​ເຂົາ​ເຈົ້າ ຫລື ເອົາ​ເຂົາ​ເຈົ້າ​ເຂົ້າ​ຄຸກ; ທັງ​ບໍ່​ໃຫ້​ຖົ່ມ​ນ້ຳ​ລາຍ​ໃສ່​ເຂົາ​ເຈົ້າ, ບໍ່​ໃຫ້​ທຸບ​ຕີ​ເຂົາ​ເຈົ້າ, ບໍ່​ໃຫ້​ຂັບ​ໄລ່​ເຂົາ​ເຈົ້າ​ອອກ​ຈາກ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຂົາ, ບໍ່​ໃຫ້​ຂ້ຽນ​ຕີ​ເຂົາ​ເຈົ້າ; ທັງ​ບໍ່​ໃຫ້​ແກວ່ງ​ກ້ອນ​ຫີນ​ໃສ່​ເຂົາ​ເຈົ້າ, ແຕ່​ເຂົາ​ເຈົ້າ​ມີ​ສິດ​ທີ່​ຈະ​ເຂົ້າ​ໄປ​ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ, ແລະ ໃນ​ພຣະ​ວິ​ຫານ​ຂອງ​ພວກ​ເຂົາ, ແລະ ໃນ​ບ່ອນ​ລີ້​ໄພ​ຂອງ​ພວກ​ເຂົາ​ນຳ​ອີກ.

3 ແລະ ພວກ​ເຂົາ​ຈະ​ໄດ້​ອອກ​ໄປ​ສັ່ງ​ສອນ​ພຣະ​ຄຳ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ຕົນ​ສະ​ນັ້ນ, ເພາະ​ວ່າ​ກະ​ສັດ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ພ້ອມ​ທັງ​ທຸກ​ຄົນ​ໃນ​ລາ​ຊາ​ວັງ​ຂອງ​ເພິ່ນ; ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ໄດ້​ສົ່ງ​ຂ່າວ​ສານ​ຂອງ​ເພິ່ນ​ໄປ​ທົ່ວ​ແຜ່ນ​ດິນ​ເຖິງ​ຜູ້​ຄົນ​ຂອງ​ເພິ່ນ, ເພື່ອ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ໄດ້​ມີ​ອັນ​ກີດ​ຂວາງ, ແຕ່​ຈະ​ໄດ້​ອອກ​ໄປ​ຕະ​ຫລອດ​ທົ່ວ​ແຜ່ນ​ດິນ, ເພື່ອ​ປະ​ຊາ​ຊົນ​ຂອງ​ເພິ່ນ​ຈະ​ໄດ້​ຍອມ​ຮັບ​ເຖິງ ຮີດ​ຄອງ​ປະ​ເພ​ນີ​ອັນ​ຊົ່ວ​ຮ້າຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ, ແລະ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຍອມ​ຮັບ​ວ່າ​ພວກ​ເຂົາ​ເປັນ​ອ້າຍ​ນ້ອງ​ກັນ​ທັງ​ໝົດ, ແລະ​ວ່າ​ພວກ​ເຂົາ​ບໍ່​ຄວນ​ເຮັດ​ການ​ຄາດ​ຕະ​ກຳ, ຫລື ປຸ້ນ​ຈີ້, ຫລື ລັກ​ສິ່ງ​ຂອງ, ຫລື ຫລິ້ນ​ຊູ້, ຫລື ບໍ່​ສ້າງ​ຄວາມ​ຊົ່ວ​ຮ້າຍ​ຢ່າງ​ໃດ​ເລີຍ.

4 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ກະ​ສັດ​ໄດ້​ສົ່ງ​ຂ່າວ​ສານ​ອອກ​ປະ​ກາດ​ເຊັ່ນ​ນີ້​ແລ້ວ, ອາ​ໂຣນ ແລະ ອ້າຍ​ນ້ອງ​ຂອງ​ລາວ​ກໍ​ໄດ້​ອອກ​ເດີນ​ທາງ​ຈາກ​ເມືອງ​ໜຶ່ງ​ໄປ​ຫາ​ອີກ​ເມືອງ​ໜຶ່ງ, ແລະ ຈາກ​ບ່ອນ​ນະ​ມັດ​ສະ​ການ​ໜຶ່ງ​ໄປ​ຫາ​ອີກ​ບ່ອນ​ໜຶ່ງ, ໂດຍ​ໄດ້​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂຶ້ນ ແລະ ແຕ່ງ​ຕັ້ງ​ປະ​ໂລ​ຫິດ​ທົ່ວ​ແຜ່ນ​ດິນ​ໃນ​ບັນ​ດາ​ຊາວ​ເລ​ມັນ, ເພື່ອ​ສັ່ງ​ສອນ ແລະ ສິດ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃນ​ບັນ​ດາ​ພວກ​ເຂົາ; ແລະ ເຂົາ​ເຈົ້າ​ເລີ່ມ​ມີ​ຄວາມ​ສຳ​ເລັດ​ຢ່າງ​ໃຫຍ່​ຫລວງ​ດັ່ງ​ນີ້.

5 ແລະ ຄົນ​ນັບ​ເປັນ​ພັນໆ​ຖືກ​ນຳ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ, ແທ້​ຈິງ​ແລ້ວ, ຄົນ​ນັບ​ເປັນ​ພັນໆ​ຖືກ​ນຳ​ມາ​ໃຫ້​ເຊື່ອ​ຖື​ໃນ ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ນີ​ໄຟ; ແລະ ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ​ເຖິງ ບັນ​ທຶກ ແລະ ການ​ທຳ​ນາຍ ຊຶ່ງ​ໄດ້​ຮັບ​ມອບ​ຕໍ່ໆ​ກັນ​ມາ​ຈົນ​ເຖິງ​ປະ​ຈຸ​ບັນ​ນີ້.

6 ແລະ ແນ່​ນອນ​ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ, ຫລາຍ​ຕໍ່​ຫລາຍ​ຄົນ​ກໍ​ໄດ້​ເຊື່ອ​ຖື​ພຣະ​ອົງ​ສັນ​ນັ້ນ, ຫລື​ວ່າ ຫລາຍ​ຕໍ່​ຫລາຍ​ຄົນ​ຖືກ​ນຳ​ມາ​ສູ່​ຄວາມ​ຮູ້​ຂອງ​ຄວາມ​ຈິງ, ໂດຍ​ການ​ສັ່ງ​ສອນ​ຂອງ​ອຳ​ໂມນ ແລະ ພວກ​ອ້າຍ​ນ້ອງ​ຂອງ​ລາວ, ຕາມ​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ ແລະ ການ​ທຳ​ນາຍ, ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ​ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ​ໃຫ້​ແກ່​ຄົນ​ເຫລົ່າ​ນັ້ນ—ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຕາບ​ໃດ​ທີ່​ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ, ຊາວ​ເລ​ມັນ​ທີ່​ເຊື່ອ​ຖື​ໃນ​ຄຳ​ສັ່ງ​ສອນ​ຂອງ​ພວກ​ເຂົາ​ເຫລົ່າ​ນັ້ນ ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ ບໍ່​ເຄີຍ​ຕົກ​ໄປ​ສັນ​ນັ້ນ.

7 ເມື່ອ​ພວກ​ເຂົາ​ກາຍ​ມາ​ເປັນ​ຄົນ​ຊອບ​ທຳ​ແລ້ວ; ພວກ​ເຂົາ​ໄດ້​ວາງ​ອາ​ວຸດ​ແຫ່ງ​ການ​ກະ​ບົດ​ຂອງ​ພວກ​ເຂົາ, ຄື​ພວກ​ເຂົາ​ບໍ່​ໄດ້​ຕໍ່​ສູ້​ກັບ​ພຣະ​ເຈົ້າ​ອີກ​ຕໍ່​ໄປ, ທັງ​ບໍ່​ໄດ້​ຕໍ່​ສູ້​ກັບ​ອ້າຍ​ນ້ອງ​ຂອງ​ພວກ​ເຂົາ​ອີກ​ເລີຍ.

8 ບັດ​ນີ້ຜູ້​ຄົນ​ເຫລົ່າ​ນີ້​ຄື ພວກເຂົາ​ຜູ້​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

9 ຜູ້​ຄົນ​ຂອງ​ຊາວ​ເລ​ມັນ​ຜູ້​ທີ່​ຢູ່​ໃນ​ແຜ່ນ​ດິນ​ອິດ​ຊະ​ມາ​ເອນ;

10 ແລະ ຜູ້​ຄົນ​ຂອງ​ຊາວ​ເລ​ມັນ​ຜູ້​ທີ່​ຢູ່​ໃນ​ແຜ່ນ​ດິນ​ມິດ​ໂດ​ໄນ;

11 ແລະ ຜູ້​ຄົນ​ຂອງ​ຊາວ​ເລ​ມັນ​ຜູ້​ທີ່​ຢູ່​ໃນ​ເມືອງ​ນີ​ໄຟ;

12 ແລະ ຜູ້​ຄົນ​ຂອງ​ຊາວ​ເລ​ມັນ​ຜູ້​ທີ່​ຢູ່​ໃນ​ແຜ່ນ​ດິນ​ໄຊ​ລຳ, ແລະ ຜູ້​ທີ່​ຢູ່​ໃນ​ແຜ່ນ​ດິນ ເຊັມ​ລອນ, ແລະ ຢູ່​ໃນ​ເມືອງ​ເລ​ມູ​ເອນ, ແລະ ຢູ່​ໃນ​ເມືອງ​ຊິມ​ໄນ​ລຳ.

13 ແລະ ນີ້​ຄື​ຊື່​ເມືອງ​ຕ່າງໆ​ຂອງ​ຊາວ​ເລ​ມັນ ຊຶ່ງ​ໄດ້ ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ຄົນ​ພວກ​ນີ້​ຄື​ພວກ​ທີ່​ວາງ​ອາ​ວຸດ​ແຫ່ງ​ການ​ກະ​ບົດ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ອາ​ວຸດ​ແຫ່ງ​ສົງ​ຄາມ​ທັງ​ໝົດ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ເປັນ​ຊາວ​ເລ​ມັນ​ທັງ​ໝົດ.

14 ແຕ່​ຊາວ​ອາ​ມາ​ລະ​ໄຄ​ບໍ່​ໄດ້ ປ່ຽນ​ໃຈ​ເຫລື້ອມ​ໃສ​ເລີຍ​ນອກ​ຈາກ​ຄົນ​ດຽວ​ເທົ່າ​ນັ້ນ; ທັງ​ບໍ່​ມີ ຊາວ​ອະ​ມິວ​ລອນ​ຄົນ​ໃດ​ເລີຍ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ; ແຕ່​ພວກ​ເຂົາ​ເຮັດ​ໃຈ​ແຂງ​ກະ​ດ້າງ, ແລະ ໃຈ​ຂອງ​ຊາວ​ເລ​ມັນ​ຜູ້​ທີ່​ຢູ່​ໃນ​ເຂດ​ນັ້ນ​ຂອງ​ແຜ່ນ​ດິນ​ກໍ​ຄື​ກັນ​ບໍ່​ວ່າ​ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ຢູ່, ແທ້​ຈິງ​ແລ້ວ, ແລະ ລວມ​ທັງ​ໝູ່​ບ້ານ​ທັງ​ໝົດ​ຂອງ​ພວກ​ເຂົາ ແລະ ເມືອງ​ທັງ​ໝົດ​ຂອງ​ພວກ​ເຂົາ.

15 ສະ​ນັ້ນ, ພວກ​ເຮົາ​ຈຶ່ງ​ໄດ້​ຕັ້ງ​ຊື່​ເມືອງ​ທັງ​ໝົດ​ຂອງ​ຊາວ​ເລ​ມັນ​ຜູ້​ທີ່​ໄດ້​ກັບ​ໃຈ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ.

16 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະ​ສັດ ແລະ ຜູ້​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ປາດ​ຖະ​ໜາ​ທີ່​ຈະ​ມີ​ຊື່​ອີກ​ຊື່​ໜຶ່ງ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ມີ​ຄວາມ​ແຕກ​ຕ່າງ​ຈາກ​ອ້າຍ​ນ້ອງ​ຂອງ​ພວກ​ເຂົາ; ສະ​ນັ້ນ ກະ​ສັດ​ຈຶ່ງ​ໄດ້​ປຶກ​ສາ​ຫາ​ລື​ກັບ​ອາ​ໂຣນ ແລະ ປະ​ໂລ​ຫິດ​ຫລາຍ​ຄົນ​ກ່ຽວ​ກັບ​ຊື່​ທີ່​ຈະ​ຕັ້ງ​ໃຫ້​ພວກ​ເຂົາ​ນັ້ນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຄວາມ​ແຕກ​ຕ່າງ​ອອກ​ໄປ.

17 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຕັ້ງ​ຊື່​ວ່າ​ຊາວ ອານ​ໄທ-ນີ​ໄຟ-ລີ​ໄຮ; ແລະ ພວກ​ເຂົາ​ຈຶ່ງ​ໄດ້​ຖືກ​ເອີ້ນ​ຕາມ​ຊື່​ນີ້ ແລະ ບໍ່​ຖືກ​ເອີ້ນ​ວ່າ​ຊາວ​ເລ​ມັນ​ອີກ​ຕໍ່​ໄປ.

18 ແລະ ພວກ​ເຂົາ​ເລີ່ມ​ເປັນ​ຄົນ​ສ້າງ​ສາ​ພັດ​ທະ​ນາ​ແທ້ໆ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ເປັນ​ເພື່ອນ​ມິດ​ກັບ​ຊາວ​ນີ​ໄຟ; ສະ​ນັ້ນ, ພວກ​ເຂົາ​ຈຶ່ງ​ໄດ້​ເປີດ​ການ​ສື່​ສານ​ກັນ, ແລະ ການ​ສາບ​ແຊ່ງ​ຂອງ​ພຣະ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຕິດ​ຕາມ​ພວກ​ເຂົາ​ອີກ​ຕໍ່​ໄປ.