ບົດທີ 23
ອິດສະລະພາບທາງສາດສະໜາໄດ້ຖືກປະກາດ—ຊາວເລມັນໃນເຈັດແຜ່ນດິນ ແລະ ຫົວເມືອງຕ່າງໆປ່ຽນໃຈເຫລື້ອມໃສ—ພວກເຂົາເອີ້ນຕົວເອງວ່າຊາວ ອານໄທ-ນີໄຟ-ລີໄຮ ແລະ ຫລຸດພົ້ນຈາກການສາບແຊ່ງ—ຊາວອາມາລະໄຄ ແລະ ຊາວອະມິວລອນປະຕິເສດຄວາມຈິງ. ປະມານ 90–77 ປີ ກ່ອນ ຄ.ສ.
1 ຈົ່ງເບິ່ງ, ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ກະສັດຂອງຊາວເລມັນໄດ້ສົ່ງ ຂ່າວໄປຫາບັນດາຜູ້ຄົນທັງໝົດຂອງເພິ່ນວ່າ ບໍ່ໃຫ້ຈັບອຳໂມນ, ຫລື ອາໂຣນ, ຫລື ອອມເນີ, ຫລື ຮິມໄນ, ຫລື ອ້າຍນ້ອງຂອງພວກເຂົາ ຜູ້ທີ່ຈະອອກໄປສັ່ງສອນພຣະຄຳຂອງພຣະເຈົ້າ, ບໍ່ວ່າຈະຢູ່ບ່ອນໃດກໍຕາມ, ຫລື ບໍ່ວ່າຈະຢູ່ໃນແຜ່ນດິນສ່ວນໃດຂອງພວກເຂົາ.
2 ແທ້ຈິງແລ້ວ, ເພິ່ນໄດ້ອອກຄຳສັ່ງໄປຍັງບັນດາຜູ້ຄົນວ່າ ບໍ່ໃຫ້ຈັບກຸມເຂົາເຈົ້າ, ບໍ່ໃຫ້ມັດເຂົາເຈົ້າ ຫລື ເອົາເຂົາເຈົ້າເຂົ້າຄຸກ; ທັງບໍ່ໃຫ້ຖົ່ມນ້ຳລາຍໃສ່ເຂົາເຈົ້າ, ບໍ່ໃຫ້ທຸບຕີເຂົາເຈົ້າ, ບໍ່ໃຫ້ຂັບໄລ່ເຂົາເຈົ້າອອກຈາກທຳມະສາລາຂອງພວກເຂົາ, ບໍ່ໃຫ້ຂ້ຽນຕີເຂົາເຈົ້າ; ທັງບໍ່ໃຫ້ແກວ່ງກ້ອນຫີນໃສ່ເຂົາເຈົ້າ, ແຕ່ເຂົາເຈົ້າມີສິດທີ່ຈະເຂົ້າໄປໃນບ້ານເຮືອນຂອງພວກເຂົາ, ແລະ ໃນພຣະວິຫານຂອງພວກເຂົາ, ແລະ ໃນບ່ອນລີ້ໄພຂອງພວກເຂົານຳອີກ.
3 ແລະ ພວກເຂົາຈະໄດ້ອອກໄປສັ່ງສອນພຣະຄຳຕາມຄວາມປາດຖະໜາຂອງຕົນສະນັ້ນ, ເພາະວ່າກະສັດໄດ້ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າແລ້ວ, ພ້ອມທັງທຸກຄົນໃນລາຊາວັງຂອງເພິ່ນ; ດັ່ງນັ້ນ ເພິ່ນຈຶ່ງໄດ້ສົ່ງຂ່າວສານຂອງເພິ່ນໄປທົ່ວແຜ່ນດິນເຖິງຜູ້ຄົນຂອງເພິ່ນ, ເພື່ອພຣະຄຳຂອງພຣະເຈົ້າຈະບໍ່ໄດ້ມີອັນກີດຂວາງ, ແຕ່ຈະໄດ້ອອກໄປຕະຫລອດທົ່ວແຜ່ນດິນ, ເພື່ອປະຊາຊົນຂອງເພິ່ນຈະໄດ້ຍອມຮັບເຖິງ ຮີດຄອງປະເພນີອັນຊົ່ວຮ້າຍຂອງບັນພະບຸລຸດຂອງພວກເຂົາ, ແລະ ເພື່ອພວກເຂົາຈະໄດ້ຍອມຮັບວ່າພວກເຂົາເປັນອ້າຍນ້ອງກັນທັງໝົດ, ແລະວ່າພວກເຂົາບໍ່ຄວນເຮັດການຄາດຕະກຳ, ຫລື ປຸ້ນຈີ້, ຫລື ລັກສິ່ງຂອງ, ຫລື ຫລິ້ນຊູ້, ຫລື ບໍ່ສ້າງຄວາມຊົ່ວຮ້າຍຢ່າງໃດເລີຍ.
4 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອກະສັດໄດ້ສົ່ງຂ່າວສານອອກປະກາດເຊັ່ນນີ້ແລ້ວ, ອາໂຣນ ແລະ ອ້າຍນ້ອງຂອງລາວກໍໄດ້ອອກເດີນທາງຈາກເມືອງໜຶ່ງໄປຫາອີກເມືອງໜຶ່ງ, ແລະ ຈາກບ່ອນນະມັດສະການໜຶ່ງໄປຫາອີກບ່ອນໜຶ່ງ, ໂດຍໄດ້ສະຖາປະນາສາດສະໜາຈັກຂຶ້ນ ແລະ ແຕ່ງຕັ້ງປະໂລຫິດທົ່ວແຜ່ນດິນໃນບັນດາຊາວເລມັນ, ເພື່ອສັ່ງສອນ ແລະ ສິດສອນພຣະຄຳຂອງພຣະເຈົ້າໃນບັນດາພວກເຂົາ; ແລະ ເຂົາເຈົ້າເລີ່ມມີຄວາມສຳເລັດຢ່າງໃຫຍ່ຫລວງດັ່ງນີ້.
5 ແລະ ຄົນນັບເປັນພັນໆຖືກນຳມາສູ່ຄວາມຮູ້ເລື່ອງພຣະຜູ້ເປັນເຈົ້າ, ແທ້ຈິງແລ້ວ, ຄົນນັບເປັນພັນໆຖືກນຳມາໃຫ້ເຊື່ອຖືໃນ ຮີດຄອງປະເພນີຂອງຊາວນີໄຟ; ແລະ ພວກເຂົາໄດ້ຮັບການສິດສອນເຖິງ ບັນທຶກ ແລະ ການທຳນາຍ ຊຶ່ງໄດ້ຮັບມອບຕໍ່ໆກັນມາຈົນເຖິງປະຈຸບັນນີ້.
6 ແລະ ແນ່ນອນຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ສັນໃດ, ຫລາຍຕໍ່ຫລາຍຄົນກໍໄດ້ເຊື່ອຖືພຣະອົງສັນນັ້ນ, ຫລືວ່າ ຫລາຍຕໍ່ຫລາຍຄົນຖືກນຳມາສູ່ຄວາມຮູ້ຂອງຄວາມຈິງ, ໂດຍການສັ່ງສອນຂອງອຳໂມນ ແລະ ພວກອ້າຍນ້ອງຂອງລາວ, ຕາມວິນຍານແຫ່ງການເປີດເຜີຍ ແລະ ການທຳນາຍ, ແລະ ອຳນາດຂອງພຣະເຈົ້າເຮັດສິ່ງມະຫັດສະຈັນໃຫ້ແກ່ຄົນເຫລົ່ານັ້ນ—ແທ້ຈິງແລ້ວ, ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຕາບໃດທີ່ພຣະເຈົ້າຊົງພຣະຊົນຢູ່ສັນໃດ, ຊາວເລມັນທີ່ເຊື່ອຖືໃນຄຳສັ່ງສອນຂອງພວກເຂົາເຫລົ່ານັ້ນ ແລະ ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າຈະ ບໍ່ເຄີຍຕົກໄປສັນນັ້ນ.
7 ເມື່ອພວກເຂົາກາຍມາເປັນຄົນຊອບທຳແລ້ວ; ພວກເຂົາໄດ້ວາງອາວຸດແຫ່ງການກະບົດຂອງພວກເຂົາ, ຄືພວກເຂົາບໍ່ໄດ້ຕໍ່ສູ້ກັບພຣະເຈົ້າອີກຕໍ່ໄປ, ທັງບໍ່ໄດ້ຕໍ່ສູ້ກັບອ້າຍນ້ອງຂອງພວກເຂົາອີກເລີຍ.
8 ບັດນີ້ຜູ້ຄົນເຫລົ່ານີ້ຄື ພວກເຂົາຜູ້ທີ່ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ.
9 ຜູ້ຄົນຂອງຊາວເລມັນຜູ້ທີ່ຢູ່ໃນແຜ່ນດິນອິດຊະມາເອນ;
10 ແລະ ຜູ້ຄົນຂອງຊາວເລມັນຜູ້ທີ່ຢູ່ໃນແຜ່ນດິນມິດໂດໄນ;
11 ແລະ ຜູ້ຄົນຂອງຊາວເລມັນຜູ້ທີ່ຢູ່ໃນເມືອງນີໄຟ;
12 ແລະ ຜູ້ຄົນຂອງຊາວເລມັນຜູ້ທີ່ຢູ່ໃນແຜ່ນດິນໄຊລຳ, ແລະ ຜູ້ທີ່ຢູ່ໃນແຜ່ນດິນ ເຊັມລອນ, ແລະ ຢູ່ໃນເມືອງເລມູເອນ, ແລະ ຢູ່ໃນເມືອງຊິມໄນລຳ.
13 ແລະ ນີ້ຄືຊື່ເມືອງຕ່າງໆຂອງຊາວເລມັນ ຊຶ່ງໄດ້ ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ; ແລະ ຄົນພວກນີ້ຄືພວກທີ່ວາງອາວຸດແຫ່ງການກະບົດຂອງພວກເຂົາ, ແທ້ຈິງແລ້ວ, ອາວຸດແຫ່ງສົງຄາມທັງໝົດຂອງພວກເຂົາ; ແລະ ພວກເຂົາເປັນຊາວເລມັນທັງໝົດ.
14 ແຕ່ຊາວອາມາລະໄຄບໍ່ໄດ້ ປ່ຽນໃຈເຫລື້ອມໃສເລີຍນອກຈາກຄົນດຽວເທົ່ານັ້ນ; ທັງບໍ່ມີ ຊາວອະມິວລອນຄົນໃດເລີຍທີ່ປ່ຽນໃຈເຫລື້ອມໃສ; ແຕ່ພວກເຂົາເຮັດໃຈແຂງກະດ້າງ, ແລະ ໃຈຂອງຊາວເລມັນຜູ້ທີ່ຢູ່ໃນເຂດນັ້ນຂອງແຜ່ນດິນກໍຄືກັນບໍ່ວ່າໃນບ່ອນໃດກໍຕາມທີ່ພວກເຂົາຢູ່, ແທ້ຈິງແລ້ວ, ແລະ ລວມທັງໝູ່ບ້ານທັງໝົດຂອງພວກເຂົາ ແລະ ເມືອງທັງໝົດຂອງພວກເຂົາ.
15 ສະນັ້ນ, ພວກເຮົາຈຶ່ງໄດ້ຕັ້ງຊື່ເມືອງທັງໝົດຂອງຊາວເລມັນຜູ້ທີ່ໄດ້ກັບໃຈມາສູ່ຄວາມຮູ້ເລື່ອງຄວາມຈິງ ແລະ ປ່ຽນໃຈເຫລື້ອມໃສ.
16 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ກະສັດ ແລະ ຜູ້ທີ່ປ່ຽນໃຈເຫລື້ອມໃສປາດຖະໜາທີ່ຈະມີຊື່ອີກຊື່ໜຶ່ງ, ເພື່ອວ່າພວກເຂົາຈະໄດ້ມີຄວາມແຕກຕ່າງຈາກອ້າຍນ້ອງຂອງພວກເຂົາ; ສະນັ້ນ ກະສັດຈຶ່ງໄດ້ປຶກສາຫາລືກັບອາໂຣນ ແລະ ປະໂລຫິດຫລາຍຄົນກ່ຽວກັບຊື່ທີ່ຈະຕັ້ງໃຫ້ພວກເຂົານັ້ນ, ເພື່ອພວກເຂົາຈະໄດ້ມີຄວາມແຕກຕ່າງອອກໄປ.
17 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຕັ້ງຊື່ວ່າຊາວ ອານໄທ-ນີໄຟ-ລີໄຮ; ແລະ ພວກເຂົາຈຶ່ງໄດ້ຖືກເອີ້ນຕາມຊື່ນີ້ ແລະ ບໍ່ຖືກເອີ້ນວ່າຊາວເລມັນອີກຕໍ່ໄປ.
18 ແລະ ພວກເຂົາເລີ່ມເປັນຄົນສ້າງສາພັດທະນາແທ້ໆ; ແທ້ຈິງແລ້ວ, ພວກເຂົາເປັນເພື່ອນມິດກັບຊາວນີໄຟ; ສະນັ້ນ, ພວກເຂົາຈຶ່ງໄດ້ເປີດການສື່ສານກັນ, ແລະ ການສາບແຊ່ງຂອງພຣະເຈົ້າຈຶ່ງບໍ່ໄດ້ຕິດຕາມພວກເຂົາອີກຕໍ່ໄປ.