ບົດທີ 58
ຮີລາມັນ, ກິດ, ແລະ ທີອອມເນີ ຍຶດເອົາເມືອງແມນທາຍຄືນມາດ້ວຍກົນອຸບາຍ—ຊາວເລມັນຖອນອອກໄປ—ພວກລູກຊາຍຂອງຜູ້ຄົນຂອງອຳໂມນໄດ້ຮັບການປົກປັກຮັກສາໄວ້ ຊຶ່ງພວກເຂົາໝັ້ນຄົງຢູ່ໃນການປ້ອງກັນເສລີພາບ ແລະ ໝັ້ນຄົງຢູ່ກັບສັດທາຂອງພວກເຂົາ. ປະມານ 63–62 ປີ ກ່ອນ ຄ.ສ.
1 ແລະ ຈົ່ງເບິ່ງ, ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຈຸດປະສົງຕໍ່ໄປຂອງພວກເຮົາແມ່ນຈະເອົາເມືອງແມນທາຍໃຫ້ໄດ້; ແຕ່ຈົ່ງເບິ່ງ, ບໍ່ມີທາງທີ່ພວກເຮົາຈະສາມາດເຮັດໃຫ້ພວກເຂົາອອກຈາກເມືອງດ້ວຍກຳລັງທັບນ້ອຍຂອງພວກເຮົານີ້. ເພາະຈົ່ງເບິ່ງ, ພວກເຂົາຈື່ກົນອຸບາຍທີ່ພວກເຮົາເຄີຍໄດ້ເຮັດມາກ່ອນແລ້ວ; ສະນັ້ນ ພວກເຮົາຈະ ຫລອກໃຫ້ພວກເຂົາອອກມາຈາກທີ່ໝັ້ນຂອງພວກເຂົາບໍ່ໄດ້ອີກແລ້ວ.
2 ແລະ ພວກເຂົາມີຈຳນວນພົນຢ່າງຫລວງຫລາຍ, ຫລາຍກວ່າກອງທັບຂອງພວກເຮົາ ຈົນວ່າພວກເຮົາບໍ່ກ້າອອກໄປໂຈມຕີພວກເຂົາໃນທີ່ໝັ້ນຂອງພວກເຂົາ.
3 ແທ້ຈິງແລ້ວ, ມັນສົມຄວນທີ່ພວກເຮົາຈະໃຫ້ຄົນຂອງພວກເຮົາຮັກສາແຜ່ນດິນພາກຕ່າງໆທີ່ພວກເຮົາໄດ້ຍຶດກັບຄືນມາເປັນເຈົ້າຂອງອີກ; ສະນັ້ນ ມັນຈຶ່ງສົມຄວນທີ່ພວກເຮົາຕ້ອງລໍຖ້າຈົນກວ່າພວກເຮົາຈະໄດ້ຮັບກຳລັງເພີ່ມຈາກແຜ່ນດິນເຊຣາເຮັມລາ ແລະ ໄດ້ຮັບສະບຽງອາຫານຕື່ມອີກ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ສົ່ງນາຍທູດໄປຫາຜູ້ປົກຄອງແຜ່ນດິນຂອງພວກເຮົາ, ເພື່ອໃຫ້ເພິ່ນຮູ້ຈັກການງານຂອງຜູ້ຄົນຂອງພວກເຮົາ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ຄອຍຖ້າຮັບສະບຽງອາຫານ ແລະ ກຳລັງເພີ່ມເຕີມຈາກແຜ່ນດິນເຊຣາເຮັມລາ.
5 ແຕ່ຈົ່ງເບິ່ງ, ການລໍຄອຍນີ້ບໍ່ເປັນປະໂຫຍດໃຫ້ແກ່ພວກເຮົາເລີຍ ເພາະວ່າແຕ່ລະມື້ຊາວເລມັນໄດ້ຮັບກຳລັງເພີ່ມຂຶ້ນພ້ອມທັງສະບຽງອາຫານເປັນຈຳນວນຫລວງຫລາຍ; ແລະ ນີ້ຄືສະພາບຂອງພວກເຮົາໃນໄລຍະນີ້.
6 ແລະ ຊາວເລມັນກໍໄດ້ອອກມາໂຈມຕີພວກເຮົາເປັນບາງຄັ້ງ, ໂດຍຕັ້ງໃຈທີ່ຈະທຳລາຍພວກເຮົາດ້ວຍກົນອຸບາຍ; ເຖິງຢ່າງໃດກໍຕາມ, ພວກເຮົາບໍ່ສາມາດອອກຕໍ່ສູ້ກັບພວກເຂົາ ເພາະກຳລັງ ແລະ ທີ່ໝັ້ນຂອງພວກເຂົາ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ຄອຍຖ້າຢູ່ໃນສະພາບອັນທຸກຍາກລຳບາກເປັນເວລາຫລາຍເດືອນ, ຈົນວ່າພວກເຮົາເກືອບຈະຕາຍ ຍ້ອນການຂາດອາຫານ.
8 ແຕ່ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ຮັບອາຫານພ້ອມກັບກອງທະຫານສອງພັນຄົນ ຊຶ່ງພວກເຂົາເຫລົ່ານີ້ເປັນຜູ້ທີ່ຄຸ້ມກັນອາຫານມາເພື່ອຊ່ວຍເຫລືອພວກເຮົາ; ແລະ ນີ້ຄືຄວາມຊ່ວຍເຫລືອທັງໝົດທີ່ພວກເຮົາໄດ້ຮັບ, ເພື່ອຈະໄດ້ປ້ອງກັນປະເທດຊາດຂອງພວກເຮົາຈາກການຕົກໄປສູ່ກຳມືຂອງສັດຕູຂອງພວກເຮົາ, ແທ້ຈິງແລ້ວ, ເພື່ອຈະໄດ້ຕໍ່ສູ້ກັບສັດຕູຂອງພວກເຮົາ ຊຶ່ງມີຈຳນວນຈົນນັບບໍ່ຖ້ວນ.
9 ແລະ ບັດນີ້ສາເຫດຂອງຄວາມກັງວົນໃຈເຫລົ່ານີ້ຂອງພວກເຮົາ, ຫລື ສາເຫດວ່າເປັນດ້ວຍເຫດໃດພວກເພິ່ນຈຶ່ງບໍ່ສົ່ງກຳລັງມາໃຫ້ພວກເຮົາຫລາຍກວ່ານີ້, ພວກເຮົາບໍ່ຮູ້ຈັກ; ສະນັ້ນ ພວກເຮົາຈຶ່ງມີຄວາມໂສກເສົ້າ ແລະ ເຕັມໄປດ້ວຍຄວາມຢ້ານກົວ, ຢ້ານວ່າບໍ່ທາງໃດກໍທາງໜຶ່ງການພິພາກສາຂອງພຣະເຈົ້າຈະເກີດກັບແຜ່ນດິນຂອງພວກເຮົາ, ຈົນເຖິງການລົບລ້າງ ແລະ ເຖິງຄວາມພິນາດຈົນໝົດສິ້ນ.
10 ສະນັ້ນ ພວກເຮົາຈຶ່ງໄດ້ທຸ້ມເທຈິດວິນຍານຂອງພວກເຮົາໃນການອະທິຖານຫາພຣະເຈົ້າ, ເພື່ອວ່າພຣະອົງຈະເຮັດໃຫ້ພວກເຮົາມີກຳລັງຂຶ້ນ ແລະ ປົດປ່ອຍພວກເຮົາໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຮົາ, ແທ້ຈິງແລ້ວ, ຂໍໃຫ້ພວກເຮົາມີກຳລັງເພີ່ມຂຶ້ນເພື່ອພວກເຮົາຈະໄດ້ຮັກສາເມືອງຂອງພວກເຮົາ, ແລະ ແຜ່ນດິນຂອງພວກເຮົາ, ແລະ ຊັບສິນຂອງພວກເຮົາໄວ້ເພື່ອຄ້ຳຊູຜູ້ຄົນຂອງພວກເຮົາ.
11 ແທ້ຈິງແລ້ວ, ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຮົາໄດ້ມາຢ້ຽມຢາມພວກເຮົາໂດຍໃຫ້ຄວາມໝັ້ນໃຈວ່າ ພຣະອົງຈະປົດປ່ອຍພວກເຮົາ; ແທ້ຈິງແລ້ວ, ເຖິງຂະໜາດທີ່ພຣະອົງໄດ້ກ່າວຄວາມສະຫງົບແກ່ຈິດວິນຍານຂອງພວກເຮົາ, ແລະ ໄດ້ປະທານສັດທາອັນແຮງກ້າໃຫ້ແກ່ພວກເຮົາ, ແລະ ເຮັດໃຫ້ພວກເຮົາມີຄວາມຫວັງໃນຄວາມລອດພົ້ນຂອງພວກເຮົາຈາກພຣະອົງ.
12 ແລະ ພວກເຮົາກໍໄດ້ມີກຳລັງໃຈຂຶ້ນກັບກຳລັງອັນເລັກນ້ອຍຊຶ່ງພວກເຮົາໄດ້ຮັບນັ້ນ, ແລະ ພວກເຮົາເຈາະຈົງຢູ່ກັບຄວາມຕັ້ງໃຈທີ່ຈະເອົາຊະນະສັດຕູຂອງພວກເຮົາ, ແລະ ເພື່ອ ຮັກສາແຜ່ນດິນຂອງພວກເຮົາ, ແລະ ຊັບສິນຂອງພວກເຮົາ, ແລະ ເມຍຂອງພວກເຮົາ, ແລະ ລູກຂອງພວກເຮົາ, ແລະ ອຸດົມການແຫ່ງ ເສລີພາບຂອງພວກເຮົາໄວ້.
13 ແລະ ພວກເຮົາໄດ້ຍົກກຳລັງອອກໄປດ້ວຍສຸດກຳລັງຂອງພວກເຮົາ ເພື່ອຕໍ່ສູ້ກັບຊາວເລມັນ ຊຶ່ງຢູ່ໃນເມືອງແມນທາຍ; ແລະ ພວກເຮົາໄດ້ຕັ້ງຄ້າຍຂຶ້ນທາງຂ້າງຖິ່ນແຫ້ງແລ້ງກັນດານຊຶ່ງຢູ່ໃກ້ເມືອງ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນມື້ຕໍ່ມາ, ເວລາຊາວເລມັນເຫັນວ່າພວກເຮົາຢູ່ຂ້າງຖິ່ນແຫ້ງແລ້ງກັນດານຊຶ່ງຢູ່ໃກ້ເມືອງ, ພວກເຂົາຈຶ່ງໄດ້ສົ່ງນັກສືບມາສອດແນມເບິ່ງພວກເຮົາ ເພື່ອພວກເຂົາຈະໄດ້ຮູ້ຈັກເຖິງຈຳນວນ ແລະ ກຳລັງທັບຂອງພວກເຮົາ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເຂົາເຫັນວ່າພວກເຮົາບໍ່ມີກຳລັງຫລາຍຕາມຈຳນວນຂອງພວກເຮົາ, ແລະ ໂດຍຢ້ານວ່າພວກເຮົາຈະເຮັດໃຫ້ພວກເຂົາຕັດຂາດຈາກການຊ່ວຍເຫລືອ ຖ້າຫາກພວກເຂົາບໍ່ຍົກກຳລັງອອກມາສູ້ຮົບ ແລະ ຂ້າພວກເຮົາເສຍ, ແລະ ໂດຍຄິດອີກວ່າພວກເຂົາຈະທຳລາຍພວກເຮົາໄດ້ຢ່າງງ່າຍດາຍດ້ວຍກຳລັງທະຫານອັນຫລວງຫລາຍຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງເລີ່ມ ຕຽມຕົວເພື່ອອອກມາສູ້ຮົບກັບພວກເຮົາ.
16 ແລະ ເມື່ອພວກເຮົາເຫັນວ່າພວກເຂົາກຳລັງຕຽມຕົວເພື່ອຈະອອກມາສູ້ຮົບກັບພວກເຮົາ, ຈົ່ງເບິ່ງ, ຂ້າພະເຈົ້າຈຶ່ງໃຫ້ກິດພ້ອມດ້ວຍທະຫານສ່ວນໜຶ່ງໄປລີ້ຢູ່ໃນຖິ່ນແຫ້ງແລ້ງກັນດານ, ແລະ ທີອອມເນີກັບຄົນຂອງລາວສ່ວນໜຶ່ງກໍໄປລີ້ຢູ່ໃນຖິ່ນແຫ້ງແລ້ງກັນດານຄືກັນ.
17 ບັດນີ້ກິດກັບຄົນຂອງລາວໄດ້ຢູ່ທາງເບື້ອງຂວາ ແລະ ອີກພວກໜຶ່ງຢູ່ທາງເບື້ອງຊ້າຍ; ແລະ ເວລາທີ່ພວກເຂົາກຳລັງລີ້ຢູ່ນັ້ນ, ຈົ່ງເບິ່ງ, ຂ້າພະເຈົ້າພ້ອມດ້ວຍກອງທັບທີ່ເຫລືອຢູ່ຂອງຂ້າພະເຈົ້າຍັງຄົງຢູ່ບ່ອນເກົ່າ, ຊຶ່ງເປັນບ່ອນທີ່ພວກເຮົາໄດ້ຕັ້ງຄ້າຍຂຶ້ນ ແລະ ໄດ້ຄອຍຖ້າເວລາທີ່ຊາວເລມັນຈະຍົກທັບອອກມາສູ້ຮົບກັບພວກເຮົາ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນກໍໄດ້ອອກມາຕໍ່ສູ້ກັບພວກເຮົາດ້ວຍກຳລັງທັບອັນມະຫາສານຂອງພວກເຂົາ. ແລະ ເວລາທີ່ພວກເຂົາຍົກມາ ແລະ ກຳລັງຈະເຂົ້າໂຈມຕີພວກເຮົາດ້ວຍດາບ, ຂ້າພະເຈົ້າກໍໃຫ້ທະຫານຂອງຂ້າພະເຈົ້າທີ່ຢູ່ກັບຂ້າພະເຈົ້າຖອຍອອກໄປໃນຖິ່ນແຫ້ງແລ້ງກັນດານ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນໄດ້ຕິດຕາມພວກເຮົາມາດ້ວຍຄວາມວ່ອງໄວ ເພາະວ່າພວກເຂົາປາດຖະໜາທີ່ຈະຕິດຕາມໃຫ້ທັນ ເພື່ອພວກເຂົາຈະໄດ້ຂ້າພວກເຮົາ; ສະນັ້ນ ພວກເຂົາຈຶ່ງຕິດຕາມພວກເຮົາເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ; ແລະ ພວກເຮົາໄດ້ຜ່ານໄປທາງກາງຂອງກິດ ແລະ ທີອອມເນີ, ເຖິງຂະໜາດທີ່ຊາວເລມັນບໍ່ເຫັນພວກເຂົາ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຊາວເລມັນໄດ້ຜ່ານໄປ, ຫລື ວ່າກອງທັບໄດ້ຜ່ານໄປແລ້ວ ກິດ ແລະ ທີອອມເນີໄດ້ຍົກທັບອອກມາຈາກບ່ອນລີ້ຊ່ອນຂອງພວກເຂົາ, ແລະ ໄດ້ກັ້ນພວກນັກສືບຂອງຊາວເລມັນໄວ້ ເພື່ອບໍ່ໃຫ້ພວກເຂົາກັບຄືນໄປຫາເມືອງ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເຂົາກັ້ນພວກເລມັນໄວ້ແລ້ວ, ພວກເຂົາຈຶ່ງໄດ້ແລ່ນເຂົ້າໄປໃນເມືອງ ແລະ ເຂົ້າໂຈມຕີ ແລະ ທຳລາຍທະຫານຍາມທີ່ປະໄວ້ເຝົ້າເມືອງ, ເຖິງຂະໜາດທີ່ພວກເຂົາໄດ້ທຳລາຍພວກເຂົາ ແລະ ໄດ້ເຂົ້າຍຶດເອົາເມືອງນັ້ນ.
22 ບັດນີ້ມັນເປັນໄປເຊັ່ນນີ້ຍ້ອນວ່າຊາວເລມັນໄດ້ຍອມໃຫ້ກອງທັບທັງໝົດຂອງພວກເຂົາເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ຍົກເວັ້ນແຕ່ທະຫານຍາມບໍ່ເທົ່າໃດຄົນເທົ່ານັ້ນ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂດຍວິທີນີ້ ກິດ ແລະ ທີອອມເນີ ຈຶ່ງໄດ້ຍຶດເອົາທີ່ໝັ້ນຂອງພວກເຂົາໄດ້. ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກທີ່ໄດ້ເດີນທາງໄປໃນຖິ່ນແຫ້ງແລ້ງກັນດານດົນພໍສົມຄວນ, ພວກເຮົາຈຶ່ງໄດ້ອອກໄປຕາມເສັ້ນທາງຂອງພວກເຮົາມຸ້ງໜ້າໄປຫາແຜ່ນດິນເຊຣາເຮັມລາ.
24 ແລະ ເວລາຊາວເລມັນເຫັນວ່າພວກເຂົາກຳລັງເດີນທັບມຸ້ງໜ້າໄປຫາແຜ່ນດິນເຊຣາເຮັມລາ, ພວກເຂົາຈຶ່ງເກີດມີຄວາມຢ້ານກົວຫລາຍທີ່ສຸດ, ຢ້ານວ່າຈະມີແຜນການວາງໄວ້ເພື່ອຈະພາພວກເຂົາໄປສູ່ຄວາມພິນາດ; ສະນັ້ນ ພວກເຂົາຈຶ່ງເລີ່ມຖອຍຄືນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ແທ້ຈິງແລ້ວ, ແມ່ນແຕ່ໄດ້ຖອຍກັບໄປທາງເກົ່າຊຶ່ງພວກເຂົາໄດ້ຍົກມາ.
25 ແລະ ຈົ່ງເບິ່ງ, ມັນເປັນເວລາກາງຄືນ ແລະ ພວກເຂົາຈຶ່ງໄດ້ຕັ້ງຄ້າຍຂຶ້ນ, ເພາະວ່າຫົວໜ້ານາຍທະຫານຂອງຊາວເລມັນຄິດວ່າ ຊາວນີໄຟຈະອ່ອນເພຍ ຍ້ອນການເດີນທັບຂອງພວກເຂົາ; ແລະ ໂດຍຄິດວ່າຕົນເອງໄດ້ຂັບໄລ່ກອງທັບທັງໝົດຂອງຊາວນີໄຟໄປແລ້ວ ສະນັ້ນ ພວກເຂົາຈຶ່ງບໍ່ຄິດອັນໃດເລີຍກ່ຽວກັບເມືອງແມນທາຍນັ້ນ.
26 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເວລາຮອດຕອນກາງຄືນ, ຂ້າພະເຈົ້າບໍ່ໄດ້ໃຫ້ຄົນຂອງຂ້າພະເຈົ້ານອນ, ແຕ່ວ່າໃຫ້ເດີນທັບຕໍ່ໄປຕາມເສັ້ນທາງອື່ນມຸ້ງໜ້າໄປຫາເມືອງແມນທາຍ.
27 ແລະ ຍ້ອນວ່າການເດີນທັບຂອງພວກເຮົາໃນຕອນກາງຄືນ, ຈົ່ງເບິ່ງ, ໃນມື້ຕໍ່ມາ ພວກເຮົາກໍເລີຍໜ້າຊາວເລມັນໄປ, ເຖິງຂະໜາດທີ່ພວກເຮົາໄດ້ມາຮອດເມືອງແມນທາຍກ່ອນພວກເຂົາ.
28 ແລະ ເຫດການໄດ້ບັງເກີດຂຶ້ນມາຕາມນີ້ແລ້ວ, ເປັນຍ້ອນກົນອຸບາຍ, ພວກເຮົາຈຶ່ງໄດ້ຍຶດເອົາເມືອງແມນທາຍໄດ້ໂດຍບໍ່ໄດ້ເສຍເລືອດເນື້ອເລີຍ.
29 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາກອງທັບຂອງຊາວເລມັນໄດ້ກັບມາໃກ້ເມືອງ, ແລະ ເຫັນວ່າພວກເຮົາຕຽມພ້ອມທີ່ຈະພົບກັບພວກເຂົາຢູ່, ພວກເຂົາກໍແປກປະຫລາດໃຈຫລາຍທີ່ສຸດ ແລະ ເກີດຄວາມຢ້ານກົວຢ່າງໃຫຍ່ຫລວງຂຶ້ນ, ເຖິງຂະໜາດທີ່ພວກເຂົາໄດ້ໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.
30 ແທ້ຈິງແລ້ວ, ແລະ ເຫດການໄດ້ບັງເກີດຂຶ້ນຄື ກອງທັບຂອງຊາວເລມັນໄດ້ໜີອອກຈາກແຜ່ນດິນສ່ວນນີ້ທັງໝົດ. ແຕ່ຈົ່ງເບິ່ງ, ພວກເຂົາໄດ້ເອົາພວກຜູ້ຍິງ ແລະ ເດັກນ້ອຍເປັນຈຳນວນຫລວງຫລາຍຈາກແຜ່ນດິນໄປນຳພວກເຂົາ.
31 ແລະ ໃນເວລານີ້ ເມືອງ ຕ່າງໆທີ່ຊາວເລມັນໄດ້ຍຶດເອົາໄປ ໄດ້ຕົກຢູ່ໃນຄວາມຄອບຄອງຂອງພວກເຮົາແລ້ວ; ແລະ ບິດາຂອງພວກເຮົາ ແລະ ຜູ້ຍິງຂອງພວກເຮົາ ແລະ ເດັກນ້ອຍຂອງພວກເຮົາ ກໍກຳລັງກັບຄືນໄປຫາເຮືອນຊານຂອງຕົນ, ຍົກເວັ້ນແຕ່ພວກທີ່ຖືກຈັບໄປເປັນຊະເລີຍເສິກ ແລະ ຖືກຊາວເລມັນພາໄປເທົ່ານັ້ນ.
32 ແຕ່ຈົ່ງເບິ່ງ, ກອງທັບຂອງພວກເຮົາມີກຳລັງບໍ່ຫລາຍທີ່ຈະຮັກສາຫລາຍຫົວເມືອງ ແລະ ຊັບສິນຢ່າງຫລວງຫລາຍເຊັ່ນນີ້ໄວ້ໄດ້.
33 ແຕ່ຈົ່ງເບິ່ງ, ພວກເຮົາໄວ້ວາງໃຈໃນພຣະເຈົ້າຂອງພວກເຮົາ ຜູ້ປະທານໄຊຊະນະເໜືອແຜ່ນດິນໃຫ້ແກ່ພວກເຮົາ, ເຖິງຂະໜາດທີ່ພວກເຮົາໄດ້ເມືອງ ແລະ ແຜ່ນດິນເຫລົ່ານັ້ນຊຶ່ງເປັນຂອງພວກເຮົາຄືນມາ.
34 ບັດນີ້ພວກເຮົາບໍ່ຮູ້ຈັກເຖິງສາເຫດວ່າດ້ວຍເຫດໃດຝ່າຍຜູ້ປົກຄອງຈຶ່ງບໍ່ສົ່ງກຳລັງມາໃຫ້ພວກເຮົາ; ແລະ ພວກຜູ້ຊາຍທີ່ມາຊ່ວຍພວກເຮົາກໍບໍ່ຮູ້ວ່າດ້ວຍເຫດໃດພວກເຮົາຈຶ່ງບໍ່ໄດ້ຮັບກຳລັງເພີ່ມເຕີມ.
35 ຈົ່ງເບິ່ງ, ພວກເຮົາບໍ່ຮູ້ວ່າ ທ່ານກຳລັງຕົກຢູ່ໃນຂັ້ນອັນຕະລາຍ, ແລະ ທ່ານໄດ້ນຳກຳລັງໄປຊ່ວຍເຫລືອແຜ່ນດິນສ່ວນນັ້ນ; ຖ້າຫາກເປັນເຊັ່ນນີ້ ພວກເຮົາກໍຈະບໍ່ຈົ່ມເລີຍ.
36 ແລະ ຖ້າຫາກມັນບໍ່ເປັນເຊັ່ນນີ້, ຈົ່ງເບິ່ງ, ພວກເຮົາຢ້ານວ່າມັນຈະມີ ການແຕກແຍກໃນຝ່າຍຜູ້ປົກຄອງ, ເຂົາເຈົ້າຈຶ່ງບໍ່ສົ່ງຄົນມາເພີ່ມອີກ; ເພາະພວກເຮົາຮູ້ຈັກວ່າ ມັນມີຜູ້ຄົນຢູ່ຢ່າງຫລວງຫລາຍ, ຫລາຍກວ່າທີ່ໄດ້ສົ່ງມາແລ້ວ.
37 ແຕ່ຈົ່ງເບິ່ງ, ມັນບໍ່ສຳຄັນເລີຍ—ພວກເຮົາໄວ້ວາງໃຈວ່າພຣະເຈົ້າຈະ ປົດປ່ອຍພວກເຮົາ, ທັງໆທີ່ກອງທັບຂອງພວກເຮົາອ່ອນເພຍ, ແທ້ຈິງແລ້ວ, ພຣະອົງໄດ້ປົດປ່ອຍພວກເຮົາໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຮົາ.
38 ຈົ່ງເບິ່ງ, ຕອນນີ້ຄືທ້າຍປີທີຊາວເກົ້າ, ແລະ ພວກເຮົາໄດ້ເປັນເຈົ້າຂອງແຜ່ນດິນຂອງພວກເຮົາ; ແລະ ຊາວເລມັນໄດ້ໜີກັບໄປຫາແຜ່ນດິນນີໄຟແລ້ວ.
39 ແລະ ພວກລູກຊາຍຂອງຜູ້ຄົນຂອງອຳໂມນຜູ້ທີ່ຂ້າພະເຈົ້າເວົ້າເຖິງດ້ວຍຄວາມຍ້ອງຍໍນັ້ນ, ກໍຢູ່ກັບຂ້າພະເຈົ້າຢູ່ເມືອງແມນທາຍ; ແລະ ພຣະຜູ້ເປັນເຈົ້າໄດ້ຄ້ຳຊູພວກເຂົາ, ແທ້ຈິງແລ້ວ, ແລະ ໄດ້ຄຸ້ມຄອງພວກເຂົາໃຫ້ພົ້ນຈາກການຖືກຂ້າດ້ວຍດາບ, ເຖິງຂະໜາດທີ່ບໍ່ມີ ຜູ້ໃດຖືກຂ້າຕາຍເລີຍ.
40 ແຕ່ຈົ່ງເບິ່ງ, ພວກເຂົາໄດ້ຮັບບາດເຈັບຫລາຍບ່ອນ; ເຖິງຢ່າງໃດກໍຕາມ ພວກເຂົາຍັງໝັ້ນຄົງຢູ່ໃນ ເສລີພາບ ເປັນດ້ວຍເຫດນີ້ພຣະເຈົ້າຈຶ່ງເຮັດໃຫ້ພວກເຂົາເປັນອິດສະລະ; ແລະ ນັບມື້ນັບວັນພວກເຂົາຍິ່ງໝັ້ນຢູ່ໃນການລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາຫລາຍຂຶ້ນ; ແທ້ຈິງແລ້ວ, ພວກເຂົາຍຶດຖື ທີ່ຈະຮັກສາຂໍ້ກຳນົດຂອງພຣະອົງ, ແລະ ການພິພາກສາຂອງພຣະອົງ, ແລະ ພຣະບັນຍັດຂອງພຣະອົງຕະຫລອດເວລາ; ແລະ ພວກເຂົາມີສັດທາຢ່າງລົ້ນເຫລືອໃນຄຳທຳນາຍກ່ຽວກັບສິ່ງທີ່ຈະມາເຖິງ.
41 ແລະ ບັດນີ້, ອ້າຍນ້ອງໂມໂຣໄນທີ່ຮັກແພງຂອງຂ້າພະເຈົ້າ, ຂໍໃຫ້ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຮົາ, ຜູ້ໄຖ່ພວກເຮົາ ແລະ ເຮັດໃຫ້ພວກເຮົາເປັນອິດສະລະ ຈົ່ງໂປດຄຸ້ມຄອງທ່ານໄວ້ໃນທີ່ປະທັບຂອງພຣະອົງຕະຫລອດໄປດ້ວຍເຖີດ; ແທ້ຈິງແລ້ວ, ຂໍໃຫ້ພຣະອົງຈົ່ງໂປດຄຸ້ມຄອງຜູ້ຄົນພວກນີ້, ເພື່ອພວກເຂົາຈະໄດ້ຮັບຄວາມສຳເລັດໃນການຍຶດເອົາທຸກສິ່ງທຸກຢ່າງທີ່ຊາວເລມັນໄດ້ຍຶດໄປຈາກພວກເຮົາກັບຄືນມາ, ເພື່ອຈະໄດ້ຄ້ຳຊູພວກເຮົາ. ແລະ ບັດນີ້, ຈົ່ງເບິ່ງຂ້າພະເຈົ້າຂໍຈົບສານຂອງຂ້າພະເຈົ້າເທົ່ານີ້. ຂ້າພະເຈົ້າຄືຮີລາມັນລູກຊາຍຂອງແອວມາ.