ບົດທີ 59
ໂມໂຣໄນຮ້ອງຂໍເພໂຮຣັນໃຫ້ເພີ່ມກຳລັງກອງທັບຂອງຮີລາມັນ—ຊາວເລມັນຍຶດເອົາເມືອງນີໄຟຮາ—ໂມໂຣໄນໃຈຮ້າຍໃຫ້ຝ່າຍຜູ້ປົກຄອງ. ປະມານ 62 ປີ ກ່ອນ ຄ.ສ.
1 ບັດນີ້ເຫດການໄດ້ບັງເກີດຂຶ້ນໃນປີທີສາມສິບແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ, ຫລັງຈາກໂມໂຣໄນໄດ້ຮັບ ສານຂອງຮີລາມັນ ແລະ ອ່ານມັນແລ້ວ, ເພິ່ນກໍມີຄວາມປິຕິຍິນດີຢ່າງຍິ່ງ ແລະ ເຕັມໄປດ້ວຍຄວາມຜາສຸກ, ແທ້ຈິງແລ້ວ, ເພິ່ນມີຄວາມຊື່ນຊົມກັບຄວາມສຳເລັດອັນຍິ່ງໃຫຍ່ ຊຶ່ງຮີລາມັນໄດ້ຮັບໃນການຍຶດເອົາແຜ່ນດິນຕ່າງໆທີ່ເສຍໄປກັບຄືນມາ.
2 ແທ້ຈິງແລ້ວ, ແລະ ເພິ່ນໄດ້ປະກາດໃຫ້ຜູ້ຄົນທຸກຄົນຂອງເພິ່ນຮູ້ຈັກ, ແລະ ເພິ່ນໄດ້ປະກາດໃຫ້ຜູ້ຄົນທີ່ອາໄສຢູ່ໃນອ້ອມແອ້ມນັ້ນຮູ້ຈັກນຳອີກ, ເພື່ອພວກເຂົາຈະໄດ້ປິຕິຍິນດີນຳກັນ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ສົ່ງສານ ສະບັບໜຶ່ງໄປຫາ ເພໂຮຣັນໂດຍທັນທີ, ໂດຍປາດຖະໜາໃຫ້ເພິ່ນເກນທະຫານ ເພື່ອເພີ່ມກຳລັງໃຫ້ຮີລາມັນ, ຫລື ກອງທັບຂອງຮີລາມັນ, ເຖິງຂະໜາດທີ່ເພິ່ນຈະສາມາດຮັກສາແຜ່ນດິນສ່ວນນັ້ນໄວ້ໄດ້ຢ່າງສະບາຍ ຊຶ່ງເພິ່ນໄດ້ຮັບການຊ່ວຍເຫລືອຢ່າງແປກປະຫລາດໃນການຍຶດເອົາມັນຄືນມາໄດ້.
4 ແລະ ເຫດການໄດ້ບັງເກີດຂຶ້ນເວລາໂມໂຣໄນສົ່ງສານນີ້ໄປຫາແຜ່ນດິນເຊຣາເຮັມລາແລ້ວ, ເພິ່ນໄດ້ເລີ່ມວາງແຜນອີກ ເພື່ອເພິ່ນຈະໄດ້ສິ່ງຂອງທັງໝົດ ແລະ ຫົວເມືອງຕ່າງໆທີ່ເຫລືອຢູ່ນັ້ນຄືນມາ ຊຶ່ງຊາວເລມັນໄດ້ຍຶດເອົາໄປຈາກພວກເຂົາ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂະນະທີ່ໂມໂຣໄນກຳລັງຕຽມຕົວທີ່ຈະໄປສູ້ຮົບກັບຊາວເລມັນຢູ່ນັ້ນ, ຈົ່ງເບິ່ງ, ຜູ້ຄົນຂອງນີໄຟຮາທີ່ມາເຕົ້າໂຮມກັນຈາກເມືອງໂມໂຣໄນ ແລະ ຈາກເມືອງລີໄຮ ແລະ ຈາກເມືອງໂມຣິອານທັນກຳລັງຖືກຊາວເລມັນໂຈມຕີ.
6 ແທ້ຈິງແລ້ວ, ພວກທີ່ຖືກບັງຄັບໃຫ້ໜີຈາກແຜ່ນດິນແມນທາຍ, ແລະ ຈາກແຜ່ນດິນອ້ອມແອ້ມນັ້ນໄດ້ຂ້າມມາເຂົ້າຮ່ວມກັບຊາວເລມັນໃນແຜ່ນດິນສ່ວນນີ້.
7 ແລະ ພວກເຂົາມີຜູ້ຄົນເປັນຈຳນວນຫລວງຫລາຍ, ແທ້ຈິງແລ້ວ, ແຕ່ລະມື້ພວກເຂົາໄດ້ຮັບກຳລັງເພີ່ມຂຶ້ນ, ໂດຍຄຳສັ່ງຂອງອາມໂມຣອນ, ພວກເຂົາຈຶ່ງໄດ້ຍົກມາສູ້ຮົບກັບຜູ້ຄົນຂອງນີໄຟຮາ, ແລະ ພວກເຂົາໄດ້ເລີ່ມຂ້າພວກເຂົາຈົນວ່າຜູ້ຄົນເປັນຈຳນວນຫລວງຫລາຍໄດ້ຖືກຂ້າຕາຍ.
8 ແລະ ກອງທັບຂອງພວກເຂົາມີກຳລັງຢ່າງຫລວງຫລາຍ ຈົນວ່າຜູ້ຄົນຂອງນີໄຟຮາທີ່ເຫລືອຢູ່ຈຳເປັນຕ້ອງໜີໄປ; ແລະ ພວກເຂົາໄດ້ເຂົ້າມາຮ່ວມກັບກອງທັບຂອງໂມໂຣໄນ.
9 ແລະ ບັດນີ້ຕາມຄວາມຄິດຂອງໂມໂຣໄນນັ້ນ ເພິ່ນຄວນສົ່ງຄົນໄປເມືອງນີໄຟຮາ, ເພື່ອຊ່ວຍເຫລືອຜູ້ຄົນໃຫ້ຮັກສາເມືອງນີ້, ແລະ ໂດຍທີ່ຮູ້ວ່າການທີ່ຈະຮັກສາເມືອງບໍ່ໃຫ້ຕົກຢູ່ໃນກຳມືຂອງຊາວເລມັນນັ້ນແມ່ນງ່າຍກວ່າຈະໄປຕີເອົາຄືນ, ເພິ່ນຄິດວ່າຜູ້ຄົນໃນເມືອງນີ້ຈະຮັກສາເມືອງໄວ້ໄດ້ຢ່າງງ່າຍດາຍ.
10 ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ກຳລັງທັງໝົດຂອງເພິ່ນຢູ່ຮັກສາບ່ອນຕ່າງໆຊຶ່ງເພິ່ນໄດ້ຍຶດຄືນມາໄດ້.
11 ແລະ ບັດນີ້, ເມື່ອໂມໂຣໄນຮູ້ວ່າ ເມືອງນີໄຟຮາຖືກຍຶດເອົາໄປແລ້ວ, ເພິ່ນກໍເສົ້າສະຫລົດໃຈຫລາຍທີ່ສຸດ ແລະ ເກີດມີຄວາມສົງໄສຂຶ້ນມາຍ້ອນວ່າຄວາມຊົ່ວຮ້າຍຂອງຜູ້ຄົນ, ຖ້າຫາກພວກເຂົາຄວນຕົກໄປຢູ່ໃນກຳມືຂອງພີ່ນ້ອງຂອງພວກເຂົາຫລືບໍ່.
12 ບັດນີ້ເລື່ອງນີ້ກໍເກີດຂຶ້ນກັບຫົວໜ້ານາຍທະຫານຂອງເພິ່ນທັງໝົດ. ເຂົາເຈົ້າກໍສົງໄສ ແລະ ແປກປະຫລາດໃຈຄືກັນ ເພາະຄວາມຊົ່ວຮ້າຍຂອງຜູ້ຄົນ, ແລະ ມັນແປກປະຫລາດໃຈຫລາຍກ່ຽວກັບຊາວເລມັນທີ່ມີອຳນາດເໜືອກວ່າພວກເຂົາ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນໄດ້ຄຽດແຄ້ນໃຫ້ຝ່າຍຜູ້ປົກຄອງ, ຍ້ອນວ່າເຂົາເຈົ້າ ບໍ່ເອົາຫົວຊາກ່ຽວກັບອິດສະລະພາບຂອງປະເທດຊາດຂອງຕົນ.