ພຣະ​ຄຳ​ພີ
ໂມ​ໂຣ​ໄນ 4


ບົດ​ທີ 4

ວິ​ທີ​ແອວ​ເດີ ແລະ ປະ​ໂລ​ຫິດ​ປະ​ຕິ​ບັດ​ສິນ​ລະ​ລຶກ​ໃຫ້​ພອນ​ແກ່​ເຂົ້າ​ຈີ່​ມີ​ອະ​ທິ​ບາຍ​ໄວ້. ປະ​ມານ ຄ.ສ. 401–421.

1 ນີ້​ຄື ວິ​ທີ​ຂອງ ແອວ​ເດີ ແລະ ປະ​ໂລ​ຫິດ​ປະ​ຕິ​ບັດ​ເນື້ອ​ໜັງ ແລະ ໂລ​ຫິດ​ຂອງ​ພຣະ​ຄຣິດ​ໃຫ້​ຄົນ​ໃນ​ສາດ​ສະ​ໜາ​ຈັກ; ແລະ ພວກ​ເພິ່ນ​ໄດ້ ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຄຣິດ; ດັ່ງ​ນັ້ນ ເຮົາ​ຈຶ່ງ​ຮູ້​ວ່າ ມັນ​ເປັນ​ວິ​ທີ​ທີ່​ຖືກ​ຕ້ອງ; ແລະ ແອວ​ເດີ ຫລື ປະ​ໂລ​ຫິດ​ໄດ້​ປະ​ຕິ​ບັດ​ມັນ—

2 ແລະ ພວກ​ເພິ່ນ​ໄດ້​ຄຸ​ເຂົ່າ​ລົງ​ພ້ອມ​ກັບ​ຄົນ​ໃນ​ສາດ​ສະ​ໜາ​ຈັກ, ແລະ ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ມີ​ຄວາມ​ວ່າ:

3 ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ; ພຣະ​ເຢ​ຊູ​ຄຣິດ, ໂປດ​ປະ​ທານ​ພອນ ແລະ ເຮັດ​ໃຫ້ ເຂົ້າ​ຈີ່​ນີ້​ສັກ​ສິດ​ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ທັງ​ຫລາຍ​ຜູ້​ທີ່​ຮັບ​ສ່ວນ ເພື່ອ​ເຂົາ​ຈະ​ໄດ້​ຮັບ​ປະ​ທານ​ດ້ວຍ ຄວາມ​ລະ​ນຶກ​ເຖິງ​ພຣະ​ກາຍ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ແລະ ເປັນ​ສັກ​ຂີ​ພະ​ຍານ​ຕໍ່​ພຣະ​ອົງ, ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ວ່າ​ເຂົາ​ເຕັມ​ໃຈ​ຮັບ ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ແລະ ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຊຶ່ງ​ປະ​ທານ​ໃຫ້​ເຂົາ, ເພື່ອ​ເຂົາ​ຈະ​ມີ ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ​ຕະ​ຫລອດ​ເວ​ລາ. ອາ​ແມນ.

ພິມ