ບົດທີ 8
ການບັບຕິສະມາໃຫ້ເດັກນ້ອຍໆເປັນຄວາມຊົ່ວທີ່ໜ້າກຽດຊັງ—ເດັກນ້ອຍໆໄດ້ຮັບຄວາມລອດເພາະການຊົດໃຊ້ຂອງພຣະຄຣິດ—ສັດທາ, ການກັບໃຈ, ການມີໃຈອ່ອນໂຍນ ແລະ ຄວາມຕ່ຳຕ້ອຍໃນໃຈ, ການຮັບເອົາພຣະວິນຍານບໍລິສຸດ, ແລະ ການອົດທົນຈົນເຖິງທີ່ສຸດຈະນຳໄປສູ່ຄວາມລອດ. ປະມານ ຄ.ສ. 401–421.
1 ສານສະບັບໜຶ່ງຂອງ ບິດາຂອງຂ້າພະເຈົ້າມໍມອນທີ່ຂຽນຫາຂ້າພະເຈົ້າໂມໂຣໄນ; ແລະ ເພິ່ນໄດ້ຂຽນຫາຂ້າພະເຈົ້າບໍ່ດົນຫລັງຈາກການເອີ້ນສູ່ການປະຕິບັດສາດສະໜາກິດຂອງຂ້າພະເຈົ້າ. ແລະ ເພິ່ນໄດ້ຂຽນຫາຂ້າພະເຈົ້າໃນທຳນອງນີ້, ມີຄວາມວ່າ:
2 ໂມໂຣໄນລູກທີ່ຮັກຂອງພໍ່, ພໍ່ມີຄວາມປິຕິຍິນດີຢ່າງຍິ່ງທີ່ອົງພຣະເຢຊູຄຣິດເຈົ້າຂອງລູກນຶກເຖິງລູກ, ແລະ ເອີ້ນລູກມາສູ່ການປະຕິບັດສາດສະໜາກິດຂອງພຣະອົງ, ແລະ ມາສູ່ວຽກງານອັນສັກສິດຂອງພຣະອົງ.
3 ພໍ່ນຶກເຖິງລູກສະເໝີໃນຄຳອະທິຖານຂອງພໍ່, ໂດຍການອະທິຖານຫາພຣະເຈົ້າອົງເປັນພຣະບິດາຕະຫລອດເວລາໃນພຣະນາມຂອງພຣະເຢຊູ, ພຣະບຸດຜູ້ບໍລິສຸດຂອງພຣະອົງ, ເພື່ອໂດຍທາງ ພຣະກະລຸນາທິຄຸນ ແລະ ພຣະຄຸນອັນບໍ່ມີຂອບເຂດຂອງພຣະອົງ, ພຣະອົງຈະປົກປັກຮັກສາລູກໂດຍທາງຄວາມອົດທົນແຫ່ງສັດທາໃນພຣະນາມຂອງພຣະອົງຈົນເຖິງທີ່ສຸດ.
4 ແລະ ບັດນີ້, ລູກຂອງພໍ່, ພໍ່ຂໍເວົ້າກັບລູກກ່ຽວກັບເລື່ອງທີ່ເຮັດໃຫ້ພໍ່ໂສກເສົ້າຫລາຍທີ່ສຸດ; ເພາະມັນເຮັດໃຫ້ພໍ່ໂສກເສົ້າທີ່ມີ ການໂຕ້ຖຽງກັນຢູ່ໃນບັນດາພວກລູກ.
5 ເພາະຖ້າຫາກເລື່ອງທີ່ພໍ່ຮູ້ມານັ້ນເປັນຄວາມຈິງ, ມັນໄດ້ມີການໂຕ້ຖຽງກັນໃນບັນດາພວກລູກກ່ຽວກັບການບັບຕິສະມາໃຫ້ແກ່ເດັກນ້ອຍໆ.
6 ແລະ ບັດນີ້, ລູກຂອງພໍ່, ພໍ່ປາດຖະໜາໃຫ້ລູກເຮັດວຽກຢ່າງພາກພຽນ, ເພື່ອຈະເອົາຄວາມຜິດອັນຮ້າຍແຮງນີ້ໄປຈາກບັນດາພວກລູກ; ເພາະດ້ວຍເຈດຕະນານີ້ ພໍ່ຈຶ່ງໄດ້ຂຽນສານມາຫາລູກ.
7 ເພາະໃນທັນທີທີ່ພໍ່ຮູ້ຈັກເລື່ອງເຫລົ່ານີ້ກ່ຽວກັບພວກລູກ ພໍ່ກໍໄດ້ທູນຖາມພຣະຜູ້ເປັນເຈົ້າກ່ຽວກັບເລື່ອງນີ້. ແລະ ພຣະຄຳຂອງພຣະຜູ້ເປັນເຈົ້າໄດ້ມາເຖິງພໍ່ໂດຍອຳນາດຂອງພຣະວິນຍານບໍລິສຸດ, ມີຄວາມວ່າ:
8 ຈົ່ງຟັງພຣະຄຳຂອງພຣະຄຣິດ, ພຣະຜູ້ໄຖ່ຂອງລູກ, ພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງເຈົ້າ. ຈົ່ງເບິ່ງ, ເຮົາມາໃນໂລກນີ້ບໍ່ແມ່ນເພື່ອເອີ້ນເອົາຄົນຊອບທຳ ແຕ່ເພື່ອເອີ້ນເອົາຄົນບາບມາສູ່ການກັບໃຈ; ຄົນທີ່ສະບາຍບໍ່ຕ້ອງການໝໍ, ແຕ່ຄົນທີ່ເຈັບປ່ວຍຕ້ອງການໝໍ; ດັ່ງນັ້ນ, ເດັກນ້ອຍໆ ເປັນຄົນດີເພາະພວກເຂົາບໍ່ສາມາດເຮັດ ບາບໄດ້; ດັ່ງນັ້ນ ໃນເຮົາ, ການສາບແຊ່ງທີ່ມີກັບ ອາດາມຈຶ່ງຖືກເອົາໄປຈາກເຂົາ; ແລະ ໃນເຮົາ, ກົດກ່ຽວກັບ ພິທີຕັດຈຶ່ງຖືກເອົາໄປຈາກເຂົາ.
9 ແລະ ພຣະວິນຍານບໍລິສຸດໄດ້ສະແດງພຣະຄຳຂອງພຣະເຈົ້າໃຫ້ປະຈັກແກ່ພໍ່ຕາມນີ້; ດັ່ງນັ້ນ, ລູກທີ່ຮັກຂອງພໍ່, ພໍ່ຮູ້ວ່າມັນເປັນການເຍາະເຍີ້ຍພຣະເຈົ້າຢ່າງຮຸນແຮງທີ່ພວກລູກຈະໃຫ້ບັບຕິສະມາແກ່ເດັກນ້ອຍໆ.
10 ຈົ່ງເບິ່ງ ພໍ່ກ່າວກັບລູກວ່າ ລູກຈົ່ງສິດສອນເລື່ອງຕໍ່ໄປນີ້—ເຊັ່ນ ການກັບໃຈ ແລະ ການບັບຕິສະມາໃຫ້ຄົນທີ່ ຮູ້ຈັກຮັບຜິດຊອບ ແລະ ສາມາດເຮັດບາບໄດ້; ແທ້ຈິງແລ້ວ, ຈົ່ງສິດສອນຜູ້ເປັນບິດາມານດາວ່າ ພວກເຂົາຕ້ອງກັບໃຈ ແລະ ຮັບບັບຕິສະມາ, ແລະ ຖ່ອມຕົວຄືກັນກັບ ລູກນ້ອຍໆຂອງພວກເຂົາ, ແລ້ວພວກເຂົາຈະໄດ້ຮັບຄວາມລອດພ້ອມກັບລູກນ້ອຍໆຂອງພວກເຂົາທັງໝົດ.
11 ແລະ ລູກນ້ອຍໆຂອງພວກເຂົາບໍ່ຕ້ອງການການກັບໃຈ ຫລື ຮັບບັບຕິສະມາ. ຈົ່ງເບິ່ງ, ການບັບຕິສະມາແມ່ນກະທຳໄວ້ກັບການກັບໃຈເພື່ອຈະເຮັດໃຫ້ພຣະບັນຍັດສຳເລັດ ອັນນຳໄປສູ່ ການປົດບາບ.
12 ແຕ່ ເດັກນ້ອຍໆມີຊີວິດຢູ່ໃນພຣະຄຣິດ, ເຖິງແມ່ນຕັ້ງແຕ່ການວາງຮາກຖານຂອງໂລກມາ; ຖ້າຫາກບໍ່ເປັນດັ່ງນັ້ນ, ພຣະເຈົ້າກໍຄົງເປັນພຣະເຈົ້າທີ່ບໍ່ຍຸດຕິທຳ, ແລະ ເປັນພຣະເຈົ້າທີ່ປ່ຽນແປງຢູ່ສະເໝີ ແລະ ເລືອກໜ້າຄົນ; ເພາະວ່າມີເດັກນ້ອຍໆຈັກຄົນແລ້ວທີ່ຕາຍໄປໂດຍປາດສະຈາກການບັບຕິສະມາ!
13 ດັ່ງນັ້ນ, ຖ້າຫາກເດັກນ້ອຍໆຈະລອດບໍ່ໄດ້ໂດຍປາດສະຈາກການບັບຕິສະມາ, ພວກເຂົາເຫລົ່ານັ້ນກໍຕ້ອງຕົກໄປສູ່ນະລົກອັນບໍ່ມີບ່ອນສິ້ນສຸດ.
14 ຈົ່ງເບິ່ງ ພໍ່ກ່າວກັບລູກວ່າ, ຄົນທີ່ຄິດວ່າເດັກນ້ອຍໆຕ້ອງໄດ້ຮັບບັບຕິສະມາຍ່ອມຢູ່ໃນນ້ຳບີແຫ່ງຄວາມຂົມຂື່ນ ແລະ ໃນພັນທະການແຫ່ງຄວາມຊົ່ວຮ້າຍ; ເພາະເຂົາບໍ່ມີ ສັດທາ, ຄວາມຫວັງ, ຫລື ຄວາມໃຈບຸນເລີຍ; ດັ່ງນັ້ນ, ຖ້າຫາກເຂົາຖືກຕັດອອກໄປໃນຂະນະທີ່ຢູ່ໃນຄວາມຄິດນັ້ນ, ເຂົາຈະຕ້ອງຕົກໄປສູ່ນະລົກ.
15 ເພາະມັນເປັນຄວາມຊົ່ວຮ້າຍອັນເປັນຕາຢ້ານທີ່ຈະຄິດວ່າພຣະເຈົ້າຊ່ວຍເດັກນ້ອຍຄົນໜຶ່ງໃຫ້ໄດ້ຮັບຄວາມລອດເພາະການບັບຕິສະມາ, ແລະ ອີກຄົນໜຶ່ງຕ້ອງຕົກໄປສູ່ຄວາມອັບປະໂຫຍດຍ້ອນວ່າບໍ່ໄດ້ຮັບບັບຕິສະມາ.
16 ວິບັດແກ່ຄົນທີ່ບິດເບືອນທາງຂອງພຣະຜູ້ເປັນເຈົ້າຕາມນີ້ ເພາະເຂົາຈະຕົກໄປສູ່ຄວາມອັບປະໂຫຍດຖ້າຫາກເຂົາບໍ່ກັບໃຈ. ຈົ່ງເບິ່ງ, ພໍ່ເວົ້າດ້ວຍຄວາມອາດຫານໂດຍມີ ສິດອຳນາດຈາກພຣະເຈົ້າ; ແລະ ພໍ່ບໍ່ມີຄວາມຢ້ານກົວຕໍ່ອຳນາດຂອງມະນຸດ; ເພາະ ຄວາມຮັກທີ່ສົມບູນຍ່ອມຂັບໄລ່ຄວາມຢ້ານກົວທັງໝົດ ອອກໄປ.
17 ແລະ ພໍ່ເຕັມໄປດ້ວຍ ຄວາມໃຈບຸນ, ຊຶ່ງເປັນຄວາມຮັກອັນເປັນນິດ; ດັ່ງນັ້ນ, ສຳລັບພໍ່ແລ້ວເດັກນ້ອຍທຸກຄົນເທົ່າທຽມກັນໝົດ; ດັ່ງນັ້ນ, ພໍ່ຈຶ່ງຮັກ ເດັກນ້ອຍໆທຸກຄົນດ້ວຍຄວາມຮັກທີ່ສົມບູນ; ແລະ ເຂົາເທົ່າທຽມກັນໝົດ ແລະ ເປັນຜູ້ມີສ່ວນໃນຄວາມລອດ.
18 ເພາະພໍ່ຮູ້ວ່າ ພຣະເຈົ້າບໍ່ເປັນພຣະເຈົ້າທີ່ບໍ່ຍຸດຕິທຳ, ທັງບໍ່ເປັນຜູ້ທີ່ປ່ຽນແປງຢູ່ສະເໝີ; ແຕ່ພຣະອົງຈະບໍ່ມີ ວັນປ່ຽນແປງຈາກຊົ່ວນິລັນດອນເຖິງ ຊົ່ວນິລັນດອນ.
19 ເດັກນ້ອຍໆບໍ່ສາມາດກັບໃຈ; ດັ່ງນັ້ນ, ຈຶ່ງເປັນຄວາມຊົ່ວຮ້າຍອັນເປັນຕາຢ້ານທີ່ຈະປະຕິເສດພຣະເມດຕາອັນບໍລິສຸດຂອງພຣະເຈົ້າທີ່ພຣະອົງມີຕໍ່ເຂົາ, ເພາະເຂົາທັງໝົດມີຊີວິດຢູ່ໃນພຣະອົງເພາະ ພຣະເມດຕາຂອງພຣະອົງ.
20 ແລະ ຄົນທີ່ເວົ້າວ່າເດັກນ້ອຍໆຕ້ອງຮັບບັບຕິສະມາຍ່ອມປະຕິເສດພຣະເມດຕາຂອງພຣະຄຣິດ, ແລະ ຖືວ່າ ການຊົດໃຊ້ ແລະ ອຳນາດແຫ່ງການໄຖ່ຂອງພຣະອົງບໍ່ມີຄ່າ.
21 ວິບັດແກ່ຄົນເຊັ່ນນັ້ນ, ເພາະເຂົາຢູ່ໃນຂັ້ນອັນຕະລາຍແຫ່ງຄວາມຕາຍ, ນະລົກ, ແລະ ຄວາມທໍລະມານທີ່ ບໍ່ມີວັນສິ້ນສຸດ; ພໍ່ເວົ້າເລື່ອງນີ້ຢ່າງອາດຫານ ເພາະພຣະເຈົ້າບັນຊາພໍ່ໃຫ້ເວົ້າ. ຈົ່ງຟັງເລື່ອງເຫລົ່ານີ້ ແລະ ຈົ່ງເອົາໃຈໃສ່, ຖ້າບໍ່ດັ່ງນັ້ນ ມັນຈະຢືນກ່າວໂທດລູກທີ່ ບັນລັງພິພາກສາຂອງພຣະຄຣິດ.
22 ເພາະຈົ່ງເບິ່ງ ເດັກນ້ອຍໆທຸກຄົນ ມີຊີວິດຢູ່ໃນພຣະຄຣິດ, ແລະ ລວມທັງທຸກຄົນທີ່ຢູ່ໂດຍປາດສະຈາກ ກົດ. ເພາະວ່າອຳນາດແຫ່ງ ການໄຖ່ມາເຖິງເຂົາທຸກຄົນທີ່ບໍ່ມີກົດ; ດັ່ງນັ້ນ, ຄົນທີ່ບໍ່ຖືກກ່າວໂທດ, ຫລື ຄົນທີ່ບໍ່ຢູ່ພາຍໃຕ້ການກ່າວໂທດ ຍ່ອມກັບໃຈບໍ່ໄດ້; ແລະ ການບັບຕິສະມາຈະບໍ່ມີຜົນປະໂຫຍດຫຍັງເລີຍແກ່ຄົນເຫລົ່ານັ້ນ—
23 ແຕ່ວ່າມັນເປັນການເຍາະເຍີ້ຍພຣະເຈົ້າ, ເປັນການປະຕິເສດພຣະເມດຕາຂອງພຣະຄຣິດ, ແລະ ອຳນາດຂອງພຣະວິນຍານສັກສິດຂອງພຣະອົງ, ແລະ ເປັນການໃຫ້ຄວາມໄວ້ວາງໃຈໃນ ວຽກງານທີ່ບໍ່ມີຄ່າ.
24 ຈົ່ງເບິ່ງ, ລູກຂອງພໍ່, ບໍ່ຄວນຈະໃຫ້ມີເລື່ອງເຊັ່ນນີ້ເກີດຂຶ້ນເລີຍ; ເພາະ ການກັບໃຈແມ່ນສຳລັບຜູ້ທີ່ຝ່າຝືນກົດເຫລົ່ານັ້ນ.
25 ແລະ ຜົນທຳອິດຂອງ ການກັບໃຈຄື ການບັບຕິສະມາ; ແລະ ການບັບຕິສະມາມາໂດຍສັດທາ ອັນນຳໄປສູ່ການເຮັດໃຫ້ພຣະບັນຍັດສຳເລັດ; ແລະ ການເຮັດໃຫ້ພຣະບັນຍັດສຳເລັດນຳມາຊຶ່ງ ການປົດບາບ.
26 ແລະ ການປົດບາບນຳມາຊຶ່ງ ຄວາມອ່ອນໂຍນ, ແລະ ຄວາມຕ່ຳຕ້ອຍໃນໃຈ; ແລະ ເພາະຄວາມອ່ອນໂຍນ ແລະ ຄວາມຕ່ຳຕ້ອຍໃນໃຈ ການມາຢ້ຽມຢາມຂອງ ພຣະວິນຍານບໍລິສຸດຍ່ອມມາເຖິງ ຊຶ່ງ ພຣະຜູ້ປອບໂຍນ ເຮັດໃຫ້ເຕັມປ່ຽມໄປດ້ວຍ ຄວາມຫວັງ ແລະ ຄວາມຮັກທີ່ສົມບູນ, ຊຶ່ງຄວາມຮັກນັ້ນອົດທົນດ້ວຍ ຄວາມພາກພຽນຕໍ່ ການອະທິຖານຈົນທີ່ສຸດຈະມາເຖິງ, ເມື່ອ ໄພ່ພົນຂອງພຣະເຈົ້າທັງໝົດຈະໄດ້ຢູ່ກັບພຣະເຈົ້າ.
27 ຈົ່ງເບິ່ງ, ລູກຂອງພໍ່, ພໍ່ຈະຂຽນຫາລູກອີກຖ້າຫາກພໍ່ບໍ່ໄດ້ໄປຕໍ່ສູ້ກັບຊາວເລມັນໃນໄວໆນີ້. ຈົ່ງເບິ່ງ, ຄວາມທະນົງຕົວຂອງຊົນຊາດນີ້, ຫລື ຜູ້ຄົນຂອງຊາວນີໄຟປະກົດເປັນຄວາມພິນາດຂອງພວກເຂົາ ຖ້າຫາກພວກເຂົາບໍ່ກັບໃຈ.
28 ຈົ່ງອະທິຖານເພື່ອພວກເຂົາ, ລູກຂອງພໍ່, ເພື່ອການກັບໃຈຈະມາເຖິງພວກເຂົາ. ແຕ່ຈົ່ງເບິ່ງ, ພໍ່ຢ້ານວ່າ ພຣະວິນຍານເລີກ ຄວາມພະຍາຍາມກັບພວກເຂົາ; ແລະ ຜູ້ຄົນໃນແຜ່ນດິນສ່ວນນີ້ກຳລັງພະຍາຍາມທຳລາຍອຳນາດ ແລະ ສິດອຳນາດທັງໝົດຊຶ່ງມາຈາກພຣະເຈົ້າ; ແລະ ພວກເຂົາກຳລັງ ປະຕິເສດພຣະວິນຍານບໍລິສຸດ.
29 ແລະ ຫລັງຈາກທີ່ບໍ່ຍອມຮັບເອົາຄວາມຮູ້ອັນຍິ່ງໃຫຍ່ເຊັ່ນນີ້, ລູກຂອງພໍ່, ພວກເຂົາຈະຕ້ອງຕາຍໃນບໍ່ຊ້ານີ້, ແລ້ວຈະເຮັດໃຫ້ຄຳທຳນາຍຊຶ່ງສາດສະດາທີ່ເວົ້າໄວ້ສຳເລັດ ເຊັ່ນດຽວກັນກັບພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດເອງຂອງເຮົາ.
30 ລາກ່ອນ, ລູກຂອງພໍ່, ຈົນກວ່າພໍ່ຈະຂຽນຫາລູກອີກ, ຫລື ຈະພົບລູກອີກ. ອາແມນ.