ພຣະ​ຄຳ​ພີ
ໂມ​ໄຊ​ຢາ 21


ບົດ​ທີ 21

ຜູ້​ຄົນ​ຂອງ​ລິມ​ໄຮ​ໄດ້​ຜ່າຍ​ແພ້ ແລະ ຖືກ​ຂ້າ​ຕາຍ​ໂດຍ​ຊາວ​ເລ​ມັນ—ຜູ້​ຄົນ​ຂອງ​ລິມ​ໄຮ​ໄດ້​ພົບ​ພໍ້​ອຳ​ໂມນ ແລະ ເຫລື້ອມ​ໃສ—ພວກ​ເຂົາ​ບອກ​ອຳ​ໂມນ​ກ່ຽວ​ກັບ​ແຜ່ນ​ຈາ​ລຶກ​ຊາວ​ສີ່​ແຜ່ນ​ຂອງ​ຊາວ​ຢາ​ເຣັດ. ປະ​ມານ 122–121 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລິມ​ໄຮ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ກັບ​ຄືນ​ໄປ​ຫາ​ເມືອງ​ນີ​ໄຟ, ແລະ ເລີ່ມ​ຢູ່​ໃນ​ແຜ່ນ​ດິນ​ຢ່າງ​ສັນ​ຕິ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລາຍ​ມື້​ຕໍ່​ມາ​ຊາວ​ເລ​ມັນ​ໄດ້​ຖືກ​ຍຸ​ຍົງ​ໃຫ້​ຄຽດ​ແຄ້ນ​ໃຫ້​ຊາວ​ນີ​ໄຟ​ອີກ, ແລະ ພວກ​ເຂົາ​ເລີ່ມ​ເຂົ້າ​ມາ​ໃນ​ຊາຍ​ແດນ​ຮອບ​ແຜ່ນ​ດິນ​ນີ​ໄຟ.

3 ບັດ​ນີ້​ພວກ​ເຂົາ​ບໍ່​ກ້າ​ຂ້າ​ຊາວ​ນີ​ໄຟ​ຍ້ອນ​ວ່າ​ຄຳ​ສາ​ບານ ຊຶ່ງ​ກະ​ສັດ​ຂອງ​ພວກ​ເຂົາ​ເຮັດ​ໄວ້​ກັບ​ລິມ​ໄຮ; ແຕ່​ໄດ້ ຕົບ​ໜ້າ​ພວກ​ເຂົາ, ແລະ ໃຊ້​ສິດ​ອຳ​ນາດ​ກັບ​ພວກ​ເຂົາ; ແລະ ເລີ່ມ​ໃຫ້ ແບກ​ຫາບ​ຂອງ​ໜັກ​ເທິງ​ຫລັງ​ຂອງ​ພວກ​ເຂົາ, ແລະ ໄລ່​ພວກ​ເຂົາໄປ​ຄື​ກັນ​ກັບ​ໂຕ​ລໍ​ທີ່​ໂງ່​ຈ້າ—

4 ແທ້​ຈິງ​ແລ້ວ, ທັງ​ໝົດ​ນີ້​ເປັນ​ໄປ​ເພື່ອ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ສຳ​ເລັດ.

5 ແລະ ບັດ​ນີ້​ຄວາມ​ທຸກ​ຂອງ​ຊາວ​ນີ​ໄຟ​ນີ້​ໜັກ​ໜ່ວງ​ທີ່​ສຸດ, ແລະ ບໍ່​ມີ​ທາງ​ໃດ​ເລີຍ​ທີ່​ຈະ​ປົດ​ປ່ອຍ​ຕົວ​ອອກ​ຈາກ​ກຳ​ມື​ຂອງ​ຊາວ​ເລ​ມັນ​ໄດ້, ເພາະ​ວ່າ​ຊາວ​ເລ​ມັນ​ອ້ອມ​ພວກ​ເຂົາ​ໄວ້​ທຸກ​ດ້ານ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ເລີ່ມ​ຈົ່ມ​ຕໍ່​ກະ​ສັດ​ຍ້ອນ​ວ່າ​ຄວາມ​ທຸກ​ຂອງ​ພວກ​ເຂົາ; ແລະ ປາດ​ຖະ​ໜາ​ຈະ​ໄປ​ສູ້​ຮົບ​ກັບ​ຊາວ​ເລ​ມັນ. ແລະ ພວກ​ເຂົາ​ໄດ້​ອ້ອນ​ວອນ​ກະ​ສັດ​ໂດຍ​ການ​ຈົ່ມ​ວ່າ​ຕ່າງໆ​ນາໆ; ສະ​ນັ້ນ ເພິ່ນ​ຈຶ່ງ​ອະ​ນຸ​ຍາດ​ພວກ​ເຂົາ ວ່າ​ພວກ​ເຂົາ​ຄວນ​ເຮັດ​ຕາມ​ຄວາມ​ປະ​ສົງ​ຂອງ​ພວກ​ເຂົາ.

7 ແລະ ພວກ​ເຂົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ອີກ, ແລະ ໃສ່​ເຄື່ອງ​ປ້ອງ​ກັນ​ຂອງ​ພວກ​ເຂົາ, ແລະ ອອກ​ໄປ​ຫາ​ຊາວ​ເລ​ມັນ​ດ້ວຍ​ເຈດ​ຕະ​ນາ​ທີ່​ຈະ​ຂັບ​ໄລ່​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ຕົນ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລ​ມັນ​ໄດ້​ໄຊ​ຊະ​ນະ​ພວກ​ເຂົາ​ອີກ, ແລະ ໄລ່​ພວກ​ເຂົາ​ກັບ​ຄືນ​ໄປ, ແລະ ຂ້າ​ພວກ​ເຂົາ​ຫລາຍ​ຄົນ.

9 ແລະ ບັດ​ນີ້​ມີ ຄວາມ​ໂສກ​ເສົ້າ ແລະ ການ​ຄ່ຳ​ຄວນ​ຢ່າງ​ໃຫຍ່​ຫລວງ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ລິມ​ໄຮ, ແມ່​ໝ້າຍ​ໄວ້​ທຸກ​ນຳ​ຜົວ​ຂອງ​ນາງ, ແລະ ລູກ​ຊາຍ ແລະ ລູກ​ສາວ​ກໍ​ໄວ້​ທຸກ​ນຳ​ບິ​ດາ​ຂອງ​ພວກ​ເຂົາ, ແລະ ອ້າຍ​ນ້ອງ​ກໍ​ໄວ້​ທຸກ​ນຳ​ອ້າຍ​ນ້ອງ​ຂອງ​ພວກ​ເຂົາ.

10 ບັດ​ນີ້​ມັນ​ມີ​ແມ່​ໝ້າຍ​ຈຳ​ນວນ​ຫລວງ​ຫລາຍ​ຢູ່​ໃນ​ແຜ່ນ​ດິນ, ແລະ ພວກ​ເຂົາ​ໄດ້​ຮ້ອງ​ໄຫ້​ຢ່າງ​ສຸດ​ກຳ​ລັງ​ທຸກໆ​ມື້, ເພາະ​ຄວາມ​ຢ້ານ​ກົວ​ຊາວ​ເລ​ມັນ​ຢ່າງ​ໃຫຍ່​ຫລວງ​ເກີດ​ກັບ​ພວກ​ເຂົາ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສຽງ​ຮ້ອງ​ໄຫ້​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ພວກ​ເຂົາ​ໄດ້​ຍຸ​ຍົງ​ໃຫ້​ຜູ້ຄົນ​ຂອງ​ລິມ​ໄຮ​ທີ່​ຍັງ​ເຫລືອ​ຢູ່​ຄຽດ​ແຄ້ນ​ໃຫ້​ຊາວ​ເລ​ມັນ; ແລະ ເຮັດ​ໃຫ້​ພວກ​ເຂົາ​ອອກ​ໄປ​ສູ້​ຮົບ​ອີກ, ແຕ່​ພວກ​ເຂົາ​ໄດ້​ຖືກ​ຂັບ​ໄລ່​ກັບ​ຄືນ​ມາ, ໄດ້​ຮັບ​ການ​ເສຍ​ຫາຍ​ຢ່າງ​ໜັກ.

12 ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ກັບ​ຄືນ​ໄປ​ອີກ​ເປັນ​ເທື່ອ​ທີ​ສາມ, ແລະ ຖືກ​ທໍ​ລະ​ມານ​ເໝືອນ​ດັ່ງ​ຄັ້ງ​ກ່ອນ; ແລະ ຜູ້​ທີ່​ບໍ່​ໄດ້​ຖືກ​ຂ້າ​ກໍ​ກັບ​ຄືນ​ມາ​ຫາ​ເມືອງ​ນີ​ໄຟ.

13 ແລະ ພວກ​ເຂົາ​ໄດ້​ຖ່ອມ​ຕົວ​ລົງ​ຈົນ​ເຖິງ​ພື້ນ​ດິນ, ຍອມ​ຕົວ​ແບກ​ຫາບ​ແອກ​ແຫ່ງ​ຄວາມ​ເປັນ​ທາດ, ແລະ ຍອມ​ຕົວ​ໃຫ້​ຖືກ​ຂ້ຽນ​ຕີ, ແລະ ຂັບ​ໄລ່​ໄປ​ມາ ແລະ ບັນ​ທຸກ​ຂອງ​ໜັກ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ.

14 ແລະ ພວກ​ເຂົາ​ໄດ້ ຖ່ອມ​ຕົວ​ລົງ​ຈົນ​ເຖິງ​ສ່ວນ​ເລິກ​ແຫ່ງ​ຄວາມ​ຖ່ອມ​ຕົວ; ແລະ ພວກ​ເຂົາ​ໄດ້​ຮ້ອງ​ທຸກ​ຢ່າງ​ສຸດ​ກຳ​ລັງ​ຕໍ່​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຮ້ອງ​ທຸກຕໍ່​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຕະ​ຫລອດ​ທັງ​ວັນ ເພື່ອ​ຂໍ​ໃຫ້​ພຣະ​ອົງ​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ຄວາມ​ທຸກ​ຂອງ​ພວກ​ເຂົາ.

15 ແລະ ບັດ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ລ້າ​ຊ້າ​ທີ່​ຈະ​ໄດ້​ຍິນ​ສຽງ​ຮ້ອງ​ທຸກ​ຂອງ​ພວກ​ເຂົາ ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ຍິນ​ສຽງ​ຮ້ອງ​ທຸກ​ຂອງ​ພວກ​ເຂົາ, ແລະ ໄດ້​ເລີ່ມ​ເຮັດ​ໃຫ້​ໃຈ​ຂອງ​ຊາວ​ເລ​ມັນ​ອ່ອນ​ລົງ​ຈົນ​ໄດ້​ເລີ່ມ​ຫລຸດ​ຜ່ອນ​ພາ​ລະ​ແບກ​ຫາບ​ຂອງ​ພວກ​ເຂົາ; ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ບໍ່​ເຫັນ​ສົມ​ຄວນ​ທີ່​ຈະ​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ຄວາມ​ເປັນ​ທາດ​ນັ້ນ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ເລີ່ມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ​ເປັນ​ລະ​ດັບ​ຢູ່​ໃນ​ແຜ່ນ​ດິນ ແລະ ເລີ່ມ​ປູກ​ພືດ​ພັນ​ຂຶ້ນ, ແລະ ລ້ຽງ​ຝູງ​ສັດ, ແລະ ຝູງ​ສັດ​ທີ່​ໃຊ້​ແຮງ​ງານ, ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ເປັນ​ທຸກ​ທໍ​ລະ​ມານ ເພາະ​ຄວາມ​ອຶດ​ຫິວ​ຕໍ່​ໄປ.

17 ບັດ​ນີ້​ມີ​ຜູ້​ຍິງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ຫລາຍ​ກວ່າ​ຈຳ​ນວນ​ຂອງ​ຜູ້​ຊາຍ; ສະ​ນັ້ນ ກະ​ສັດ​ລິມ​ໄຮ​ຈຶ່ງ​ສັ່ງ​ໃຫ້​ຜູ້​ຊາຍ​ທຸກ​ຄົນ ໃຫ້​ອາ​ຫານ ເພື່ອ​ຊ່ວຍ​ເຫລືອ ແມ່ໝ້າຍ ແລະ ລູກໆ​ຂອງ​ພວກ​ນາງ ເພື່ອ​ພວກ​ເຂົາ​ຈະ​ບໍ່​ຕາຍ​ເພາະ​ຄວາມ​ອຶດ​ຫິວ; ແລະ ການ​ນີ້​ພວກ​ເຂົາ​ເຮັດ​ໄປ​ເພາະ​ຈຳ​ນວນ​ຄົນ​ທີ່​ຖືກ​ຂ້າ​ຕາຍ​ນັ້ນ​ຫລວງ​ຫລາຍ.

18 ບັດ​ນີ້​ຜູ້​ຄົນ​ຂອງ​ລິມ​ໄຮ​ໄດ້​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມ​ໃຫຍ່​ເທົ່າ​ທີ່​ຈະ​ເຮັດ​ໄດ້, ແລະ ໄດ້​ໃຫ້​ຄວາມ​ປອດ​ໄພ​ແກ່​ເຄື່ອງ​ປູກ​ຂອງ​ຝັງ ແລະ ສັດ​ລ້ຽງ​ຂອງ​ຕົນ;

19 ແລະ ກະ​ສັດ​ເອງ​ກໍ​ບໍ່​ໄວ້​ໃຈ​ຜູ້​ຄົນ​ຂອງ​ເພິ່ນ ເວ​ລາ​ເພິ່ນ​ຢູ່​ນອກ​ກຳ​ແພງ​ເມືອງ, ນອກ​ຈາກ​ວ່າ​ຈະ​ເອົາ​ທະ​ຫານ​ອາ​ລັກ​ຂາ​ຂອງ​ເພິ່ນ​ໄປ​ນຳ, ເພາະ​ຢ້ານ​ວ່າ ບໍ່​ທາງ​ໃດ​ກໍ​ທາງ​ໜຶ່ງ ເພິ່ນ​ອາດ​ຈະ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຊາວ​ເລ​ມັນ.

20 ແລະ ເພິ່ນ​ໄດ້​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ເຝົ້າ​ຍາມ​ທົ່ວ​ແຜ່ນ​ດິນ, ເພາະ​ວ່າ​ບໍ່​ທາງ​ໃດ​ກໍ​ທາງ​ໜຶ່ງ ພວກ​ເຂົາ​ອາດ​ຈະ​ຈັບ​ພວກ​ປະ​ໂລ​ຫິດ​ໄດ້ ຜູ້​ທີ່​ປົບ​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ຊຶ່ງ​ເປັນ​ຜູ້​ທີ່​ລັກ​ເອົາ ພວກ​ລູກ​ສາວ​ຂອງ​ຊາວ​ເລ​ມັນ​ໄປ, ແລະ ກໍ່​ໃຫ້​ເກີດ​ຄວາມ​ພິ​ນາດ​ຢ່າງ​ໃຫຍ່​ຫລວງ​ແນວນີ້​ກັບ​ພວກ​ເຂົາ.

21 ເພາະ​ວ່າ​ພວກ​ເຂົາ​ປາດ​ຖະ​ໜາ​ຈະ​ເອົາ​ພວກ​ນັ້ນ​ມາ​ລົງ​ໂທດ; ເພາະ​ພວກ​ເຂົາ​ໄດ້​ລັກ​ເຂົ້າ​ມາ​ໃນ​ແຜ່ນ​ດິນ​ນີ​ໄຟ​ຕອນ​ກາງ​ຄືນ, ແລະ ລັກ​ເອົາ​ພືດ​ພັນ ແລະ ສິ່ງ​ທີ່​ມີ​ຄ່າ​ຫລາຍ​ຢ່າງ​ໄປ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ດັກ​ຖ້າ​ພວກ​ນັ້ນ​ຢູ່.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ບໍ່​ມີ​ການ​ກໍ່​ກວນ​ເກີດ​ຂຶ້ນ​ລະ​ຫວ່າງ​ຊາວ​ເລ​ມັນ​ກັບ​ຜູ້​ຄົນ​ຂອງ​ລິມ​ໄຮ​ອີກ​ຕໍ່​ໄປ, ຈົນ​ເຖິງ​ເວ​ລາ​ທີ່ ອຳ​ໂມນ​ກັບ​ພີ່​ນ້ອງ​ຂອງ​ລາວ​ເຂົ້າ​ມາ​ໃນ​ແຜ່ນ​ດິນ​ນັ້ນ.

23 ແລະ ເວ​ລາ​ທີ່​ກະ​ສັດ​ໄດ້​ອອກ​ໄປ​ນອກ​ປະ​ຕູ​ເມືອງ​ກັບ​ທະ​ຫານ​ອາ​ລັກ​ຂາ​ຂອງ​ເພິ່ນ, ເພິ່ນ​ໄດ້​ເຫັນ​ອຳ​ໂມນ​ກັບ​ພີ່​ນ້ອງ​ຂອງ​ລາວ; ແລະ ໂດຍ​ຄິດ​ວ່າ​ພວກ​ນີ້​ເປັນ​ພວກ​ປະ​ໂລ​ຫິດ​ຂອງ​ໂນ​ອາ ສະ​ນັ້ນ ເພິ່ນ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຈັບ, ແລະ ມັດ​ໄວ້, ແລະ ເອົາ​ໄປ ເຂົ້າຄຸກ. ແລະ ຖ້າ​ຫາກ​ພວກ​ເຂົາ​ເປັນ​ພວກ​ປະ​ໂລ​ຫິດ​ຂອງ​ໂນ​ອາ​ແລ້ວ ເພິ່ນ​ຈະ​ສັ່ງ​ໃຫ້​ປະ​ຫານ​ຊີ​ວິດ​ທັນ​ທີ.

24 ແຕ່​ເມື່ອ​ເພິ່ນ​ຮູ້​ວ່າ ພວກ​ເຂົາ​ບໍ່​ແມ່ນ​ພວກ​ປະ​ໂລ​ຫິດ, ແຕ່​ເປັນ​ພີ່​ນ້ອງ​ຂອງ​ເພິ່ນ​ເອງ, ແລະ ມາ​ຈາກ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ, ເພິ່ນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ລົ້ນ​ເຫລືອ.

25 ບັດ​ນີ້​ກ່ອນ​ການ​ມາ​ຂອງ​ອຳ​ໂມນ​ນັ້ນ ກະ​ສັດ​ລິມ​ໄຮ​ໄດ້​ເຄີຍ​ສົ່ງ​ຄົນ​ຈຳ​ນວນ ໜ້ອຍໜຶ່ງ​ໄປ ຊອກ​ຫາ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ; ແຕ່​ພວກ​ເຂົາ​ຫາ​ບໍ່​ເຫັນ, ແລະ ພວກ​ເຂົາ​ໄດ້​ຫລົງ​ທາງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

26 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ໄດ້​ພົບ​ເຫັນ​ແຜ່ນ​ດິນ​ແຫ່ງ​ໜຶ່ງ ຊຶ່ງ​ເຄີຍ​ມີ​ຜູ້​ຄົນ​ອາ​ໄສ​ຢູ່; ແທ້​ຈິງ​ແລ້ວ, ຊຶ່ງ​ເປັນ​ແຜ່ນ​ດິນ​ທີ່​ເຕັມ​ໄປ​ດ້ວຍ ກະ​ດູກ​ແຫ້ງ; ແທ້​ຈິງ​ແລ້ວ, ເປັນ​ແຜ່ນ​ດິນ​ຊຶ່ງ​ເຄີຍ​ມີ​ຜູ້​ຄົນ​ອາ​ໄສ​ຢູ່ ແລະ ຖືກ​ທຳ​ລາຍ​ໄປ​ແລ້ວ; ແລະ ໂດຍ​ທີ່​ຄິດ​ວ່າ​ແມ່ນ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ, ຈຶ່ງ​ໄດ້​ກັບ​ຄືນ​ມາ​ຫາ​ແຜ່ນ​ດິນ​ນີ​ໄຟ, ຊຶ່ງ​ມາ​ຮອດ​ຊາຍ​ແດນ​ບໍ່​ເທົ່າ​ໃດ​ມື້ ກ່ອນ​ການ​ມາ​ຂອງ​ອຳ​ໂມນ.

27 ແລະ ພວກ​ເຂົາ​ໄດ້​ນຳ​ເອົາ​ບັນ​ທຶກ​ເຫລັ້ມ​ໜຶ່ງ​ມາ​ນຳ, ຊຶ່ງ​ເປັນ​ບັນ​ທຶກ​ຂອງ​ຜູ້​ຄົນ​ທີ່​ຍັງ​ເຫລືອ​ແຕ່​ຊາກ​ກະ​ດູກ; ຊຶ່ງ​ມັນ​ບັນ​ທຶກ​ໄວ້​ຢູ່​ໃນ​ແຜ່ນ​ຈາ​ລຶກ​ທີ່​ເປັນ​ໂລ​ຫະ.

28 ແລະ ບັດ​ນີ້​ລິມ​ໄຮ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ​ເມື່ອ​ຮູ້​ຈາກ​ປາກ​ຂອງ​ອຳ​ໂມນ​ວ່າ ກະ​ສັດ​ໂມ​ໄຊ​ຢາ​ມີ ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ​ທີ່​ສາ​ມາດ​ແປ​ຄວາມ​ໝາຍ​ຕົວ​ອັກ​ສອນ​ນັ້ນ​ໄດ້; ແທ້​ຈິງ​ແລ້ວ, ແລະ ອຳ​ໂມນ​ກໍ​ປິ​ຕິ​ຍິນ​ດີ​ເໝືອນ​ກັນ.

29 ເຖິງ​ຢ່າງ​ໃດ​ກໍ​ຕາມ ອຳ​ໂມນ​ກັບ​ພີ່​ນ້ອງ​ຂອງ​ລາວ​ຍັງ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ໃຈ ເພາະ​ວ່າ​ພີ່​ນ້ອງ​ຂອງ​ລາວ​ຢ່າງ​ຫລວງ​ຫລາຍ​ໄດ້​ຖືກ​ຂ້າ​ຕາຍ;

30 ແລະ ວ່າ​ກະ​ສັດ​ໂນ​ອາ ແລະ ພວກ​ປະ​ໂລ​ຫິດ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເຮັດ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ຫລາຍ​ຢ່າງ​ຕໍ່​ພຣະ​ເຈົ້າ; ແລະ ພວກ​ເຂົາ​ໄດ້​ເປັນ​ທຸກ​ເພາະ ຄວາມ​ຕາຍ​ຂອງ​ອະ​ບີ​ນາ​ໄດ​ນຳ​ອີກ; ແລະ ເປັນ​ທຸກ​ຍ້ອນ ການ​ຈາກ​ໄປ​ຂອງ​ແອວ​ມາ ແລະ ຜູ້​ຄົນ​ທີ່​ໄປ​ກັບ​ເພິ່ນ, ຜູ້​ຊຶ່ງ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ຂຶ້ນ​ໂດຍ​ພະ​ລັງ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ, ແລະ ເຊື່ອ​ຖື​ໃນ​ຄຳ​ເວົ້າ​ທີ່​ອະ​ບີ​ນາ​ໄດ​ກ່າວ​ໄວ້.

31 ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້ເປັນ​ທຸກ​ເພາະ​ການ​ຈາກ​ໄປ​ຂອງ​ຄົນ​ພວກ​ນັ້ນ, ເພາະ​ບໍ່​ຮູ້​ຈັກ​ວ່າ ພວກ​ນັ້ນ​ໜີ​ໄປ​ບ່ອນ​ໃດ. ບັດ​ນີ້​ພວກ​ເຂົາ​ມີ​ຄວາມ​ຊື່ນ​ຊົມ​ທີ່​ໄດ້​ເຂົ້າ​ຮ່ວມ​ກັບ​ພວກ​ເຂົາ, ເພາະ​ວ່າ​ພວກ​ເຂົາ​ໄດ້​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ເພື່ອ​ຮັບ​ໃຊ້​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

32 ແລະ ບັດ​ນີ້​ນັບ​ຕັ້ງ​ແຕ່​ການ​ມາ​ຂອງ​ອຳ​ໂມນ, ກະ​ສັດ​ລິມ​ໄຮ​ກໍ​ໄດ້​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ນຳ​ອີກ, ພ້ອມ​ທັງ​ຜູ້​ຄົນ​ຂອງ​ເພິ່ນ​ຢ່າງ​ຫລວງ​ຫລາຍ, ເພື່ອ​ຮັບ​ໃຊ້​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະ​ສັດ​ລິມ​ໄຮ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ; ແຕ່​ວ່າ​ບໍ່​ມີ​ຜູ້​ໃດ​ໃນ​ແຜ່ນ​ດິນ​ມີ ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ. ແລະ ອຳ​ໂມນ​ກໍ​ປະ​ຕິ​ເສດ​ບໍ່​ເຮັດ​ສິ່ງ​ນີ້, ໂດຍ​ຖື​ວ່າ​ຕົນ​ເອງ​ເປັນ​ຜູ້​ຮັບ​ໃຊ້​ທີ່​ບໍ່​ສົມ​ຄວນ.

34 ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ຈັດ​ຕັ້ງ​ຕົວ​ເອງ​ໃຫ້​ເປັນ​ສາດ​ສະ​ໜາ​ຈັກ, ໂດຍ​ລໍ​ຖ້າ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່. ບັດ​ນີ້​ພວກ​ເຂົາ​ປາດ​ຖະ​ໜາ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ແອວ​ມາ​ກັບ​ພີ່​ນ້ອງ​ຂອງ​ເພິ່ນ, ຊຶ່ງ​ໄດ້​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

35 ພວກ​ເຂົາ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ​ເພື່ອ​ເປັນ​ພະ​ຍານ ແລະ ປະ​ຈັກ​ພະ​ຍານ​ວ່າ ພວກ​ເຂົາ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ພວກ​ເຂົາ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ໄດ້​ລໍ​ຖ້າ​ເວ​ລາ​ນັ້ນ; ແລະ ເລື່ອງ​ລາວ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ພວກ​ເຂົາ ຈະ ໃຫ້​ໄວ້​ໃນ​ພາຍ​ຫລັງ.

36 ແລະ ບັດ​ນີ້​ຄວາມ​ພະ​ຍາ​ຍາມ​ທັງ​ໝົດ​ຂອງ​ອຳ​ໂມນ​ກັບ​ຜູ້​ຄົນ​ຂອງ​ລາວ, ແລະ ກະ​ສັດ​ລິມ​ໄຮ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ຄື ເພື່ອ​ປົດ​ປ່ອຍ​ຕົນ​ເອງ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ຊາວ​ເລ​ມັນ ແລະ ອອກ​ຈາກ​ການ​ເປັນ​ທາດ.

ພິມ