ພຣະ​ຄຳ​ພີ
ໂມ​ໄຊ​ຢາ 25


ບົດ​ທີ 25

ລູກ​ຫລານ​ຂອງ​ມິວ​ເລັກ ທີ່​ເຊ​ຣາ​ເຮັມ​ລາ​ກາຍ​ເປັນ​ຊາວ​ນີ​ໄຟ—ພວກ​ເຂົາ​ໄດ້​ຮູ້​ເຖິງ​ຜູ້​ຄົນ​ຂອງ​ແອວ​ມາ ແລະ ຜູ້​ຄົນ​ຂອງ​ຊີ​ນິບ—ແອວ​ມາ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ລິມ​ໄຮ ແລະ ຜູ້​ຄົນ​ທັງ​ໝົດ​ຂອງ​ເພິ່ນ—ໂມ​ໄຊ​ຢາ​ມອບ​ສິດ​ອຳ​ນາດ​ໃຫ້​ແອວ​ມາ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ຂຶ້ນ. ປະ​ມານ 120 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ກະ​ສັດ​ໂມ​ໄຊ​ຢາ​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ທັງ​ໝົດ​ມາ​ເຕົ້າ​ໂຮມ​ກັນ.

2 ບັດ​ນີ້​ລູກ​ຫລານ​ຂອງ​ນີ​ໄຟ ຫລື ວ່າ​ຜູ້​ສືບ​ຕະ​ກຸນ​ຂອງ​ນີ​ໄຟ​ບໍ່​ມີ​ຫລາຍ​ເທົ່າ​ກັບ ຜູ້ຄົນ​ຂອງ​ເຊ​ຣາ​ເຮັມ​ລາ, ຜູ້​ຊຶ່ງ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ ມິວ​ເລັກ, ແລະ ພວກ​ທີ່​ເດີນ​ທາງ​ມາ​ກັບ​ເພິ່ນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

3 ແລະ ຜູ້​ຄົນ​ຂອງ​ນີ​ໄຟ ແລະ ຜູ້​ຄົນ​ຂອງ​ເຊ​ຣາ​ເຮັມ​ລາ​ກໍ​ຍັງ​ບໍ່​ຫລາຍ​ເທົ່າ​ກັບ​ຊາວ​ເລ​ມັນ; ແທ້​ຈິງ​ແລ້ວ, ມີ​ບໍ່​ຮອດ​ເຄິ່ງ​ໜຶ່ງ​ຂອງ​ຈຳ​ນວນ​ຂອງ​ພວກ​ນັ້ນ​ຊ້ຳ.

4 ແລະ ບັດ​ນີ້​ຜູ້​ຄົນ​ຂອງ​ນີ​ໄຟ​ທັງ​ໝົດ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມ​ໜຶ່ງ, ແລະ ຜູ້​ຄົນ​ຂອງ​ເຊ​ຣາ​ເຮັມ​ລາ​ກໍ​ໄດ້​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມ​ໜຶ່ງ​ເໝືອນ​ກັນ, ແລະ ພວກ​ເຂົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເປັນ​ສອງ​ກຸ່ມ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໄຊ​ຢາ​ໄດ້​ອ່ານ ແລະ ໃຫ້​ອ່ານ​ບັນ​ທຶກ​ຂອງ​ຊີ​ນິບ​ສູ່​ຜູ້​ຄົນ​ຂອງ​ເພິ່ນ​ຟັງ; ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ອ່ານ​ບັນ​ທຶກ​ຂອງ​ຜູ້​ຄົນ​ຂອງ​ຊີ​ນິບ​ນັບ​ຕັ້ງ​ແຕ່​ເວ​ລາ​ທີ່​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ​ໄປ​ຈົນ​ເຖິງ​ເວ​ລາ​ທີ່​ພວກ​ເຂົາ​ກັບ​ຄືນ​ມາ.

6 ແລະ ເພິ່ນ​ໄດ້​ອ່ານ​ເລື່ອງ​ລາວ​ຂອງ​ແອວ​ມາ​ກັບ​ພີ່​ນ້ອງ​ຂອງ​ເພິ່ນ​ນຳ​ອີກ, ເຖິງ​ຄວາມ​ທຸກ​ທັງ​ໝົດ​ຂອງ​ພວກ​ເຂົາ​ນັບ​ຕັ້ງ​ແຕ່​ເວ​ລາ​ທີ່​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ​ໄປ ຈົນ​ເຖິງ​ເວ​ລາ​ທີ່​ພວກ​ເຂົາ​ກັບ​ຄືນ​ມາ.

7 ແລະ ບັດ​ນີ້, ເມື່ອ​ໂມ​ໄຊ​ຢາ​ອ່ານ​ບັນ​ທຶກ​ຈົບ​ແລ້ວ ຜູ້​ຄົນ​ຂອງ​ເພິ່ນ​ຜູ້​ຢູ່​ໃນ​ແຜ່ນ​ດິນ​ເຕັມ​ໄປ​ດ້ວຍ​ຄວາມ​ສົງ​ໄສ ແລະ ປະ​ຫລາດ​ໃຈ.

8 ເພາະ​ວ່າ​ພວກ​ເຂົາ​ບໍ່​ຮູ້​ວ່າຈະ​ຄິດ​ແນວ​ໃດ; ເພາະ​ວ່າ​ເມື່ອ​ພວກ​ເຂົາ​ເຫັນ​ຜູ້​ທີ່​ຖືກ​ປົດ​ປ່ອຍ ອອກ​ມາ​ຈາກ​ຄວາມ​ເປັນ​ທາດ​ແລ້ວ ພວກ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມຢ່າງ​ລົ້ນ​ເຫລືອ.

9 ແລະ ອີກ​ເທື່ອ​ໜຶ່ງ, ເມື່ອ​ພວກ​ເຂົາ​ຄິດ​ເຖິງ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ຜູ້​ທີ່​ຖືກ​ຊາວ​ເລ​ມັນ​ຂ້າ​ຖິ້ມ​ນັ້ນ ພວກ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ໃຈ, ຈົນ​ເຖິງ​ນ້ຳ​ຕາ​ຕົກ​ເພາະ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ນັ້ນ.

10 ແລະ ອີກ​ເທື່ອ​ໜຶ່ງ, ເມື່ອ​ພວກ​ເຂົາ​ຄິດ​ເຖິງ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ທັນ​ທີ​ຂອງ​ພຣະ​ເຈົ້າ, ແລະ ອຳ​ນາດ​ຂອງ​ພຣະ​ອົງ​ໃນ​ການ​ປົດ​ປ່ອຍ​ແອວ​ມາ​ກັບ​ພີ່​ນ້ອງ​ຂອງ​ເພິ່ນ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ຊາວ​ເລ​ມັນ ແລະ ພົ້ນ​ຈາກ​ຄວາມ​ເປັນ​ທາດ​ແລ້ວ, ພວກ​ເຂົາ​ກໍ​ໄດ້​ຮ້ອງ​ສົ່ງ​ສຽງ​ຖວາຍ​ຂອບ​ພຣະ​ຄຸນ​ແດ່​ພຣະ​ເຈົ້າ.

11 ແລະ ອີກ​ເທື່ອ​ໜຶ່ງ, ເມື່ອ​ພວກ​ເຂົາ​ຄິດ​ເຖິງ​ຊາວ​ເລ​ມັນ, ຊຶ່ງ​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ແລະ ຄິດ​ເຖິງ​ສະ​ພາບ​ອັນ​ເຕັມ​ໄປ​ດ້ວຍ​ບາບ ແລະ ຄວາມ​ເປິ​ເປື້ອນ​ຂອງ​ພວກ​ເຂົາ, ພວກ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ ເຈັບ​ປວດ​ລວດ​ລ້າວ​ເພາະ​ເຫັນ​ແກ່​ຄວາມ​ຜາ​ສຸກ​ຂອງ ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ທີ່​ເປັນ​ລູກ​ຫລານ​ຂອງ​ອະ​ມິວ​ລອນ ແລະ ພີ່​ນ້ອງ​ຂອງ​ລາວ ຊຶ່ງ​ໄດ້​ລັກ​ເອົາ​ພວກ​ລູກ​ສາວ​ຂອງ​ຊາວ​ເລ​ມັນ​ໄປ​ເປັນ​ເມຍ​ກໍ​ບໍ່​ພໍ​ໃຈ​ໃນ​ຄວາມ​ປະ​ພຶດ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ ແລະ ບໍ່​ຍອມ​ໃສ່​ຊື່​ຕາມ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ​ອີກ​ຕໍ່​ໄປ, ສະ​ນັ້ນ​ພວກ​ເຂົາ​ຈຶ່ງ​ຮັບ​ເອົາ​ຊື່​ຂອງ​ນີ​ໄຟ​ມາ​ເປັນ​ຊື່​ຂອງ​ຕົນ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຖືກ​ເອີ້ນ​ວ່າ​ເປັນ​ລູກ​ຫລານ​ຂອງ​ຊາວ​ນີ​ໄຟ ແລະ ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ທີ່​ມີ​ຊື່​ວ່າ​ຊາວ​ນີ​ໄຟ.

13 ແລະ ບັດ​ນີ້​ຜູ້​ຄົນ​ຂອງ​ເຊ​ຣາ​ເຮັມ​ລາ​ທັງ​ໝົດ​ຖືກ ນັບ​ເຂົ້າ​ຢູ່​ກັບ​ຊາວ​ນີ​ໄຟ, ແລະ ຈະ​ບໍ່​ມອບ​ລາ​ຊາ​ອາ​ນາ​ຈັກ ໃຫ້​ຜູ້​ໃດ​ເລີຍ​ນອກ​ຈາກ​ຈະ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ​ນີ​ໄຟ.

14 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ໂມ​ໄຊ​ຢາ​ກ່າວ ແລະ ອ່ານ​ແກ່​ຜູ້​ຄົນ​ຈົບ​ແລ້ວ, ເພິ່ນ​ປາດ​ຖະ​ໜາ​ຈະ​ໃຫ້​ແອວ​ມາ​ກ່າວ​ກັບ​ຜູ້​ຄົນ​ອີກ.

15 ແລະ ແອວ​ມາ​ໄດ້​ກ່າວ​ກັບ​ພວກ​ເຂົາ​ເວ​ລາ​ທີ່​ພວກ​ເຂົາ​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມ​ໃຫຍ່, ແລະ ເພິ່ນ​ໄດ້​ໄປ​ຫາ​ແຕ່​ລະ​ກຸ່ມ, ສັ່ງ​ສອນ​ເຖິງ​ການ​ກັບ​ໃຈ ແລະ ການ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

16 ແລະ ເພິ່ນ​ໄດ້​ຊັກ​ຊວນ​ຜູ້​ຄົນ​ຂອງ​ລິມ​ໄຮ ແລະ ພີ່​ນ້ອງ​ຂອງ​ເພິ່ນ, ຄົນ​ທັງ​ໝົດ​ທີ່​ໄດ້​ຮັບ​ການ​ປົດ​ປ່ອຍ​ອອກ​ຈາກ​ຄວາມ​ເປັນ​ທາດ, ວ່າ​ພວກ​ເຂົາ​ຄວນ​ຈື່​ຈຳ​ໄວ້​ວ່າ ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ໄດ້​ປົດ​ປ່ອຍ​ພວກ​ເຂົາ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ແອວ​ມາ​ໄດ້​ສິດ​ສອນ​ຜູ້​ຄົນ​ໃນ​ຫລາຍ​ເລື່ອງ ແລະ ຈົບ​ການ​ເວົ້າ​ກັບ​ພວກ​ເຂົາ​ແລ້ວ, ກະ​ສັດ​ລິມ​ໄຮ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ; ແລະ ຜູ້​ຄົນ​ຂອງ​ເພິ່ນ​ທັງ​ໝົດ​ກໍ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ​ເໝືອນ​ກັນ.

18 ສະ​ນັ້ນ, ແອວ​ມາ​ຈຶ່ງ​ໄດ້​ອອກ​ໄປ​ໃນ​ນ້ຳ ແລະ ໃຫ້ ບັບ​ຕິ​ສະ​ມາ​ແກ່​ພວກ​ເຂົາ; ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ຕາມ​ວິ​ທີ​ດຽວ​ດັ່ງ​ທີ່​ເພິ່ນ​ໄດ້​ກະ​ທຳ​ກັບ​ພີ່​ນ້ອງ​ຂອງ​ເພິ່ນ​ໃນ ນ້ຳ​ມໍ​ມອນ; ແທ້​ຈິງ​ແລ້ວ, ມີ​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ເພິ່ນ​ໄດ້​ໃຫ້​ບັບ​ຕິ​ສະ​ມາ ແລະ ໄດ້​ຂຶ້ນ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ; ແລະ ນີ້​ເປັນ​ຍ້ອນ​ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ຄຳ​ເວົ້າ​ຂອງ​ແອວ​ມາ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະ​ສັດ​ໂມ​ໄຊ​ຢາ​ອະ​ນຸ​ຍາດ​ໃຫ້​ແອວ​ມາ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂຶ້ນ ທົ່ວ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ; ແລະ ໃຫ້ ອຳ​ນາດ​ແກ່​ເພິ່ນ​ເພື່ອ​ແຕ່ງ​ຕັ້ງ​ປະ​ໂລ​ຫິດ ແລະ ຜູ້​ສອນ​ເພື່ອ​ດູ​ແລ​ສາດ​ສະ​ໜາ​ຈັກ​ທົ່ວ​ທຸກ​ບ່ອນ.

20 ບັດ​ນີ້​ຕ້ອງ​ເຮັດ​ແນວ​ນີ້​ເພາະ​ວ່າ​ມັນ​ມີ​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຈົນ​ວ່າ​ຜູ້​ສອນ​ຜູ້​ດຽວ​ປົກ​ຄອງ​ພວກ​ເຂົາ​ທັງ​ໝົດ​ບໍ່​ໄດ້; ເພາະ​ພວກ​ເຂົາ​ທັງ​ໝົດ​ບໍ່​ສາ​ມາດ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃນ​ບ່ອນ​ຊຸມ​ນຸມ​ບ່ອນ​ດຽວ​ໄດ້;

21 ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຊຸມ​ນຸມ​ກັນ​ແຕ່​ລະ​ກຸ່ມ​ແຕກ​ຕ່າງ​ກັນ, ຊຶ່ງ​ເອີ້ນ​ວ່າ​ສາດ​ສະ​ໜາ​ຈັກ; ແຕ່​ລະ​ສາດ​ສະ​ໜາ​ຈັກ​ມີ​ປະ​ໂລ​ຫິດ​ຂອງ​ຕົນ​ເອງ ແລະ ມີ​ຜູ້​ສອນ​ຂອງ​ຕົນ​ເອງ, ແລະ ປະ​ໂລ​ຫິດ​ທຸກ​ຄົນ​ສິດ​ສອນ​ພຣະ​ຄຳ​ຕາມ​ທີ່​ໄດ້​ຮັບ​ມອບ​ໃຫ້​ພວກ​ເຂົາ​ຈາກ​ປາກ​ຂອງ​ແອວ​ມາ.

22 ແລະ ເຖິງ​ແມ່ນ​ວ່າ ມັນ​ມີ​ສາດ​ສະ​ໜາ​ຈັກ​ຫລາຍ​ບ່ອນ​ກໍ​ຕາມ, ແຕ່​ລະ​ບ່ອນ​ກໍ​ເປັນ ສາດ​ສະ​ໜາ​ຈັກ​ດຽວ​ກັນ, ແທ້​ຈິງ​ແລ້ວ, ຄື​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ; ເພາະ​ວ່າ​ບໍ່​ມີ​ການ​ສັ່ງ​ສອນ​ຫຍັງ​ໝົດ​ໃນ​ສາດ​ສະ​ໜາ​ຈັກ​ນອກ​ຈາກ​ເລື່ອງ​ການ​ກັບ​ໃຈ ແລະ ການ​ມີ​ສັດ​ທາ​ໃນ​ພຣະ​ເຈົ້າ.

23 ແລະ ບັດ​ນີ້​ມີ​ສາດ​ສະ​ໜາ​ຈັກ​ຢູ່​ເຈັດ​ບ່ອນ​ໃນ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ເອົາ ພຣະ​ນາມ​ຂອງ​ພຣະ​ຄຣິດ, ຫລື ພຣະ​ເຈົ້າ, ຜູ້​ນັ້ນ​ກໍ​ໄດ້​ເຂົ້າ​ຮ່ວມ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ;

24 ແລະ ພວກ​ເຂົາ​ຖືກ​ເອີ້ນ​ວ່າ ຜູ້ຄົນ​ຂອງ​ພຣະ​ເຈົ້າ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖອກ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ລົງ​ມາ​ເທິງ​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້​ຮັບ​ພອນ, ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ.

ພິມ