ການຄັດເລືອກມາຈາກ
ໜັງສືໂມເຊ
ພາກສ່ວນໜຶ່ງທີ່ເອົາມາຈາກການແປພຣະຄຣິສຕະທຳຄຳພີດັ່ງທີ່ເປີດເຜີຍແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ, ເດືອນມິຖຸນາ 1830–ເດືອນກຸມພາ 1831.
ບົດທີ 1
(ເດືອນມິຖຸນາ 1830)
ພຣະເຈົ້າເປີດເຜີຍພຣະອົງເອງຕໍ່ໂມເຊ—ໂມເຊຖືກປ່ຽນສະພາບ—ເພິ່ນປະເຊີນກັບຊາຕານ—ໂມເຊເຫັນໂລກຢ່າງຫລວງຫລາຍທີ່ມີຜູ້ຄົນອາໄສຢູ່—ພຣະບຸດສ້າງໂລກຕ່າງໆຈົນນັບບໍ່ຖ້ວນ—ວຽກງານ ແລະ ລັດສະໝີພາບຂອງພຣະເຈົ້າຄືການກໍ່ໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.
1 ພຣະຄຳຂອງພຣະເຈົ້າ, ຊຶ່ງພຣະອົງໄດ້ ກ່າວກັບ ໂມເຊໃນເວລາທີ່ໄດ້ພາໂມເຊຂຶ້ນໄປຍັງພູທີ່ສູງທີ່ສຸດ,
2 ແລະ ເພິ່ນໄດ້ ເຫັນພຣະເຈົ້າ ໜ້າຕໍ່ໜ້າ, ແລະ ເພິ່ນໄດ້ເວົ້າລົມກັບພຣະອົງ, ແລະ ລັດສະໝີພາບຂອງ ພຣະເຈົ້າໄດ້ຢູ່ກັບໂມເຊ; ສະນັ້ນໂມເຊຈຶ່ງສາມາດ ທົນກັບການປະທັບຢູ່ຂອງພຣະອົງໄດ້.
3 ແລະ ພຣະເຈົ້າໄດ້ກ່າວກັບໂມເຊວ່າ: ຈົ່ງເບິ່ງ, ເຮົາຄືອົງພຣະຜູ້ເປັນເຈົ້າ ຜູ້ຊົງລິດອຳນາດຍິ່ງໃຫຍ່, ແລະ ບໍ່ມີທີ່ສຸດຄືນາມຂອງເຮົາ; ເພາະເຮົາປາດສະຈາກການເລີ່ມຕົ້ນຂອງມື້ ຫລື ການສິ້ນສຸດຂອງປີ; ແລະ ນີ້ບໍ່ແມ່ນບໍ່ມີທີ່ສຸດບໍ?
4 ແລະ, ຈົ່ງເບິ່ງ, ເຈົ້າເປັນບຸດຂອງເຮົາ; ດັ່ງນັ້ນຈົ່ງ ເບິ່ງ, ແລະ ເຮົາຈະສະແດງໃຫ້ເຈົ້າເຫັນ ຝີມືຂອງເຮົາ; ແຕ່ບໍ່ແມ່ນທັງໝົດ, ເພາະ ວຽກງານຂອງເຮົາບໍ່ມີ ທີ່ສຸດ, ແລະ ຖ້ອຍຄຳຂອງເຮົານຳອີກ, ເພາະມັນບໍ່ເຄີຍສິ້ນສຸດ.
5 ດັ່ງນັ້ນ, ບໍ່ມີມະນຸດຄົນໃດຈະສາມາດຫລຽວເຫັນວຽກງານທັງໝົດຂອງເຮົາ, ຍົກເວັ້ນແຕ່ເຂົາຈະຫລຽວເບິ່ງລັດສະໝີພາບທັງໝົດຂອງເຮົາ; ແລະ ບໍ່ມີມະນຸດຄົນໃດຈະສາມາດຫລຽວເຫັນລັດສະໝີພາບທັງໝົດຂອງເຮົາໄດ້, ແລະ ຫລັງຈາກນັ້ນຍັງຄົງຢູ່ໃນເນື້ອໜັງເທິງແຜ່ນດິນໂລກ.
6 ແລະ ເຮົາມີວຽກງານຢ່າງໜຶ່ງສຳລັບເຈົ້າ, ໂມເຊ, ບຸດຂອງເຮົາ; ແລະ ເຈົ້າຈະ ເໝືອນ ພຣະອົງດຽວທີ່ຖືກຳເນີດຂອງເຮົາ; ແລະ ພຣະອົງດຽວທີ່ຖືກຳເນີດຂອງເຮົາເປັນ ແລະ ຈະເປັນ ພຣະຜູ້ຊ່ວຍໃຫ້ລອດ, ເພາະວ່າພຣະອົງເຕັມໄປດ້ວຍ ພຣະຄຸນ ແລະ ຄວາມຈິງ; ແຕ່ ບໍ່ມີພຣະເຈົ້າອື່ນນອກຈາກເຮົາ, ແລະ ທຸກສິ່ງທັງປວງຢູ່ຕໍ່ໜ້າເຮົາ, ເພາະເຮົາ ຮູ້ຈັກມັນທັງໝົດ.
7 ແລະ ບັດນີ້, ຈົ່ງເບິ່ງ, ສິ່ງນີ້ສິ່ງດຽວທີ່ເຮົາສະແດງແກ່ເຈົ້າ, ໂມເຊ, ບຸດຂອງເຮົາ, ເພາະເຈົ້າຢູ່ໃນໂລກ, ແລະ ບັດນີ້ເຮົາຈຶ່ງສະແດງມັນແກ່ເຈົ້າ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມເຊໄດ້ຫລຽວເບິ່ງ, ແລະ ໄດ້ເຫັນ ໂລກຊຶ່ງເທິງນັ້ນເພິ່ນໄດ້ຖືກສ້າງຂຶ້ນ; ແລະ ໂມເຊໄດ້ ເຫັນໂລກ ແລະ ບ່ອນໄກສຸດຂອງມັນ, ແລະ ລູກຫລານມະນຸດທັງປວງທີ່ອາໄສຢູ່, ແລະ ສິ່ງທີ່ໄດ້ຖືກສ້າງຂຶ້ນມາ; ຊຶ່ງໃນສິ່ງເຫລົ່ານັ້ນເພິ່ນມີ ຄວາມແປກໃຈ ແລະ ປະຫລາດໃຈຫລາຍທີ່ສຸດ.
9 ແລະ ການປະທັບຢູ່ຂອງພຣະເຈົ້າໄດ້ຖອນໄປຈາກໂມເຊ, ຈົນວ່າລັດສະໝີພາບຂອງພຣະອົງບໍ່ໄດ້ຢູ່ກັບໂມເຊອີກຕໍ່ໄປ; ແລະ ໂມເຊຖືກປະໄວ້ຢູ່ຕາມລຳພັງ, ເພິ່ນຈຶ່ງໄດ້ລົ້ມລົງຢູ່ກັບພື້ນດິນ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ເປັນເວລາຫລາຍຊົ່ວໂມງກ່ອນໂມເຊຈະໄດ້ຮັບ ກຳລັງວັງຊາປົກກະຕິເໝືອນມະນຸດຄືນ; ແລະ ເພິ່ນໄດ້ກ່າວກັບຕົນເອງວ່າ: ບັດນີ້, ເພາະເຫດນີ້ ຂ້າພະເຈົ້າຈຶ່ງຮູ້ວ່າ ມະນຸດ ບໍ່ໄດ້ເປັນອັນໃດເລີຍ, ຊຶ່ງເລື່ອງນີ້ຂ້າພະເຈົ້າບໍ່ເຄີຍຄິດມາກ່ອນ.
11 ແຕ່ບັດນີ້ດວງຕາຂອງຂ້າພະເຈົ້າໄດ້ຫລຽວເຫັນ ພຣະເຈົ້າແລ້ວ; ແຕ່ບໍ່ແມ່ນ ຝ່າຍທຳມະຊາດຂອງຂ້າພະເຈົ້າ, ແຕ່ດວງຕາຝ່າຍວິນຍານຂອງຂ້າພະເຈົ້າ, ເພາະວ່າດວງຕາຝ່າຍທຳມະຊາດຂອງຂ້າພະເຈົ້າບໍ່ສາມາດຫລຽວເຫັນ; ເພາະວ່າຂ້າພະເຈົ້າຈະ ຫ່ຽວແຫ້ງ ແລະ ຕາຍໄປໃນການປະທັບຢູ່ຂອງພຣະອົງ; ແຕ່ລັດສະໝີພາບຂອງພຣະອົງໄດ້ຢູ່ນຳຂ້າພະເຈົ້າ; ແລະ ຂ້າພະເຈົ້າໄດ້ເຫັນ ພຣະພັກຂອງພຣະອົງ, ເພາະວ່າຂ້າພະເຈົ້າໄດ້ຖືກ ປ່ຽນສະພາບຢູ່ຕໍ່ພຣະພັກຂອງພຣະອົງ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອໂມເຊໄດ້ກ່າວຖ້ອຍຄຳເຫລົ່ານີ້ແລ້ວ, ຈົ່ງເບິ່ງ, ຊາຕານໄດ້ມາ ລໍ້ລວງເພິ່ນ, ໂດຍກ່າວວ່າ: ໂມເຊ, ບຸດມະນຸດ, ຈົ່ງນະມັດສະການເຮົາ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມເຊໄດ້ຫລຽວເບິ່ງຊາຕານ ແລະ ໄດ້ກ່າວວ່າ: ທ່ານເປັນໃຜ? ເພາະຈົ່ງເບິ່ງ, ຂ້າພະເຈົ້າເປັນ ບຸດຂອງພຣະເຈົ້າ, ເປັນເໝືອນພຣະອົງດຽວທີ່ຖືກຳເນີດຂອງພຣະອົງ; ແລະ ລັດສະໝີພາບຂອງທ່ານຢູ່ໃສ, ທີ່ຂ້າພະເຈົ້າຈະນະມັດການທ່ານ?
14 ເພາະຈົ່ງເບິ່ງ, ຂ້າພະເຈົ້າບໍ່ສາມາດຫລຽວເບິ່ງພຣະເຈົ້າ, ຍົກເວັ້ນແຕ່ລັດສະໝີພາບຂອງພຣະອົງມາຢູ່ນຳຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ ປ່ຽນສະພາບຕໍ່ພຣະພັກຂອງພຣະອົງ. ແຕ່ຂ້າພະເຈົ້າສາມາດຫລຽວເບິ່ງທ່ານໄດ້ໃນສະພາບຂອງມະນຸດທີ່ມີຈິດໃຈທຳມະດາ. ເປັນແນວນັ້ນແທ້, ບໍ່ແມ່ນບໍ?
15 ຂໍພຣະນາມຂອງພຣະເຈົ້າຂອງຂ້າພະເຈົ້າຈົ່ງພຣະກະເສີມສຳລານເຖີດ, ເພາະພຣະວິນຍານຂອງພຣະອົງຍັງບໍ່ໄດ້ຖອນອອກໄປຈາກຂ້າພະເຈົ້າທັງໝົດເທື່ອ, ຖ້າບໍ່ດັ່ງນັ້ນ ລັດສະໝີພາບຂອງທ່ານຢູ່ໃສ, ເພາະວ່າມັນເປັນຄວາມມືດສຳລັບຂ້າພະເຈົ້າ? ແລະ ຂ້າພະເຈົ້າສາມາດຈຳແນກໄດ້ລະຫວ່າງທ່ານ ແລະ ພຣະເຈົ້າ; ເພາະວ່າພຣະເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງ ນະມັດສະການພຣະເຈົ້າ, ເພາະວ່າພຣະອົງເທົ່ານັ້ນທີ່ເຈົ້າຈະ ຮັບໃຊ້.
16 ຈົ່ງອອກໄປຈາກບ່ອນນີ້ເສຍ, ຊາຕານ; ຢ່າຫລອກລວງຂ້າພະເຈົ້າ; ເພາະວ່າພຣະເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ເຈົ້າເປັນ ເໝືອນພຣະອົງດຽວທີ່ຖືກຳເນີດຂອງເຮົາ.
17 ແລະ ພຣະອົງຍັງໄດ້ປະທານພຣະບັນຍັດໃຫ້ຂ້າພະເຈົ້ານຳອີກຕອນພຣະອົງເອີ້ນຂ້າພະເຈົ້າຈາກ ຟຸ່ມໄມ້ທີ່ລຸກເປັນໄຟ, ໂດຍກ່າວວ່າ: ຈົ່ງ ເອີ້ນຫາພຣະເຈົ້າໃນພຣະນາມຂອງພຣະອົງດຽວທີ່ຖືກຳເນີດຂອງເຮົາ, ແລະ ນະມັດສະການເຮົາ.
18 ແລະ ໂມເຊໄດ້ກ່າວອີກວ່າ: ຂ້າພະເຈົ້າຈະບໍ່ຢຸດເອີ້ນຫາພຣະເຈົ້າ, ຂ້າພະເຈົ້າມີເລື່ອງອື່ນໆທີ່ຈະທູນຖາມພຣະອົງ: ເພາະວ່າລັດສະໝີພາບຂອງພຣະອົງໄດ້ມາຢູ່ກັບຂ້າພະເຈົ້າ, ດັ່ງນັ້ນຂ້າພະເຈົ້າຈຶ່ງສາມາດຈຳແນກໄດ້ລະຫວ່າງພຣະອົງ ແລະ ທ່ານ. ຈົ່ງອອກໄປຈາກບ່ອນນີ້ເສຍ, ຊາຕານ.
19 ແລະ ບັດນີ້, ເມື່ອໂມເຊໄດ້ກ່າວຖ້ອຍຄຳເຫລົ່ານີ້ແລ້ວ, ຊາຕານໄດ້ຮ້ອງຂຶ້ນດ້ວຍສຽງອັນດັງ, ແລະ ໄດ້ເວົ້າແບບໃຈຮ້າຍຢູ່ເທິງຜືນແຜ່ນດິນ, ແລະ ໄດ້ບັນຊາ, ໂດຍກ່າວວ່າ: ເຮົາຄື ພຣະອົງດຽວທີ່ຖືກຳເນີດ, ຈົ່ງນະມັດສະການເຮົາ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມເຊໄດ້ເລີ່ມຢ້ານກົວຢ່າງໜັກ; ແລະ ໃນຂະນະທີ່ເພິ່ນເລີ່ມຢ້ານກົວ, ເພິ່ນໄດ້ເຫັນຄວາມຂົມຂື່ນຂອງ ນະລົກ. ເຖິງຢ່າງໃດກໍຕາມ, ໂດຍທີ່ໄດ້ ເອີ້ນຫາພຣະເຈົ້າ, ເພິ່ນກໍໄດ້ຮັບພະລັງ, ແລະ ເພິ່ນໄດ້ສັ່ງ, ໂດຍກ່າວວ່າ: ຈົ່ງໄປຈາກຂ້າພະເຈົ້າ, ຊາຕານ, ເພາະວ່າພຣະເຈົ້າອົງດຽວນີ້ເທົ່ານັ້ນທີ່ຂ້າພະເຈົ້າຈະນະມັດສະການ, ຊຶ່ງເປັນພຣະເຈົ້າແຫ່ງລັດສະໝີພາບ.
21 ແລະ ບັດນີ້ ຊາຕານເລີ່ມຕົວສັ່ນ, ແລະ ແຜ່ນດິນໂລກໄດ້ສັ່ນສະເທືອນ; ແລະ ໂມເຊໄດ້ຮັບພະລັງ, ແລະ ໄດ້ເອີ້ນຫາພຣະເຈົ້າ, ໂດຍກ່າວວ່າ: ໃນພຣະນາມຂອງພຣະອົງດຽວທີ່ຖືກຳເນີດ, ຈົ່ງອອກໄປຈາກບ່ອນນີ້ເສຍ, ຊາຕານ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາຕານໄດ້ຮ້ອງອອກມາດ້ວຍສຽງອັນດັງ, ດ້ວຍການຮ້ອງໄຫ້, ແລະ ການຄວນຄາງ, ແລະ ການ ຂົບແຂ້ວຄ້ຽວຟັນ; ແລະ ມັນໄດ້ອອກໄປຈາກບ່ອນນີ້, ແມ່ນແຕ່ຈາກໄປພົ້ນໜ້າຂອງໂມເຊ, ຈົນວ່າເພິ່ນຫລຽວບໍ່ເຫັນມັນອີກ.
23 ແລະ ບັດນີ້ ກ່ຽວກັບເລື່ອງນີ້ໂມເຊໄດ້ເປັນພະຍານ; ແຕ່ເພາະຄວາມຊົ່ວຮ້າຍ ເລື່ອງນີ້ຈຶ່ງບໍ່ມີຢູ່ໃນບັນດາລູກຫລານມະນຸດ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອຊາຕານໄດ້ອອກໄປພົ້ນໜ້າຂອງໂມເຊແລ້ວ, ຄືໂມເຊໄດ້ແຫງນໜ້າຂຶ້ນຫລຽວເບິ່ງຟ້າສະຫວັນ, ໂດຍເຕັມໄປດ້ວຍ ພຣະວິນຍານບໍລິສຸດ, ຊຶ່ງເປັນພະຍານເຖິງພຣະບິດາ ແລະ ພຣະບຸດ;
25 ແລະ ໂດຍທີ່ເອີ້ນຫາພຣະນາມຂອງພຣະເຈົ້າ, ເພິ່ນໄດ້ເຫັນລັດສະໝີພາບຂອງພຣະອົງອີກ; ເພາະມັນໄດ້ຢູ່ກັບເພິ່ນ; ແລະ ເພິ່ນໄດ້ຍິນສຸລະສຽງຂອງພຣະອົງ, ກ່າວວ່າ: ເຈົ້າເປັນສຸກແລ້ວ, ໂມເຊ, ເພາະເຮົາ, ຜູ້ຊົງລິດອຳນາດຍິ່ງໃຫຍ່, ໄດ້ເລືອກເຈົ້າແລ້ວ, ແລະ ເຈົ້າຈະຖືກເຮັດໃຫ້ເຂັ້ມແຂງຫລາຍກວ່າ ແມ່ນ້ຳທັງຫລາຍ; ເພາະວ່າມັນຈະເຊື່ອຟັງ ຄຳສັ່ງຂອງເຈົ້າຄືກັບວ່າເຈົ້າເປັນ ພຣະເຈົ້າ.
26 ແລະ ເບິ່ງແມ, ເຮົາຢູ່ນຳເຈົ້າ, ແມ່ນແຕ່ຈົນເຖິງທີ່ສຸດຂອງວັນເວລາຂອງເຈົ້າ; ເພາະວ່າເຈົ້າຈະ ປົດປ່ອຍຜູ້ຄົນຂອງເຮົາຈາກ ຄວາມເປັນທາດ, ແມ່ນແຕ່ ອິດສະຣາເອນ ຜູ້ທີ່ຖືກເລືອກຂອງເຮົາ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຂະນະທີ່ສຸລະສຽງຍັງບໍ່ຂາດຄຳ, ໂມເຊໄດ້ກວາດຕາເບິ່ງ ແລະ ໄດ້ເຫັນແຜ່ນດິນໂລກ, ແທ້ຈິງແລ້ວ, ແມ່ນແຕ່ທັງໝົດ; ແລະ ບໍ່ມີພາກສ່ວນໃດຂອງມັນທີ່ເພິ່ນບໍ່ໄດ້ເຫັນ, ໂດຍໄດ້ຫລິງເຫັນມັນດ້ວຍພຣະວິນຍານຂອງພຣະເຈົ້າ.
28 ແລະ ເພິ່ນໄດ້ເຫັນຜູ້ອາໄສຢູ່ໃນນັ້ນນຳອີກ, ແລະ ບໍ່ມີຄົນໃດທີ່ເພິ່ນບໍ່ໄດ້ເຫັນ; ແລະ ເພິ່ນໄດ້ຫລິງເຫັນພວກເຂົາດ້ວຍພຣະວິນຍານຂອງພຣະເຈົ້າ; ແລະ ຈຳນວນຂອງພວກເຂົານັ້ນແມ່ນຫລວງຫລາຍ, ແມ່ນແຕ່ເກີນກວ່າຈະນັບໄດ້ດັ່ງເມັດຊາຍຢູ່ເທິງຝັ່ງທະເລ.
29 ແລະ ເພິ່ນໄດ້ເຫັນພື້ນດິນຢ່າງຫລວງຫລາຍ; ແລະ ພື້ນດິນແຕ່ລະແຫ່ງຖືກເອີ້ນວ່າ ແຜ່ນດິນໂລກ, ແລະ ມີຜູ້ອາໄສຢູ່ເທິງນັ້ນ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມເຊໄດ້ເອີ້ນຫາພຣະເຈົ້າ, ໂດຍກ່າວວ່າ: ຂໍຊົງບອກຂ້າພຣະອົງແດ່ທ້ອນ, ດ້ວຍເຫດໃດສິ່ງເຫລົ່ານີ້ຈຶ່ງເປັນເຊັ່ນນີ້, ແລະ ພຣະອົງໄດ້ສ້າງສິ່ງເຫລົ່ານີ້ດ້ວຍສິ່ງໃດ?
31 ແລະ ຈົ່ງເບິ່ງ, ລັດສະໝີພາບຂອງພຣະຜູ້ເປັນເຈົ້າໄດ້ຢູ່ກັບໂມເຊ, ເພື່ອວ່າໂມເຊຈະໄດ້ຢືນຢູ່ໃນທີ່ປະທັບຢູ່ຂອງພຣະເຈົ້າ, ແລະ ໄດ້ເວົ້າລົມກັບພຣະອົງ ໜ້າຕໍ່ໜ້າ. ແລະ ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບໂມເຊວ່າ: ເພື່ອ ຈຸດປະສົງຂອງເຮົາເອງທີ່ເຮົາໄດ້ສ້າງສິ່ງເຫລົ່ານີ້ຂຶ້ນມາ. ນີ້ຄືປັນຍາ ແລະ ຈຸດປະສົງທີ່ຢູ່ໃນເຮົາ.
32 ແລະ ໂດຍ ຄຳແຫ່ງອຳນາດຂອງເຮົາ, ເຮົາຈຶ່ງໄດ້ສ້າງມັນຂຶ້ນມາ, ຊຶ່ງຄືພຣະບຸດອົງດຽວທີ່ຖືກຳເນີດຂອງເຮົາ, ຜູ້ທີ່ເຕັມໄປດ້ວຍ ພຣະຄຸນ ແລະ ຄວາມຈິງ.
33 ແລະ ໂລກຕ່າງໆຈົນນັບບໍ່ຖ້ວນ ເຮົາໄດ້ ສ້າງຂຶ້ນມາ; ແລະ ເຮົາຍັງໄດ້ສ້າງມັນເພື່ອຈຸດປະສົງຂອງເຮົາເອງນຳອີກ; ແລະ ໂດຍພຣະບຸດ ເຮົາໄດ້ສ້າງມັນຂຶ້ນມາ, ຊຶ່ງຄື ພຣະອົງດຽວທີ່ຖືກຳເນີດຂອງເຮົາ.
34 ແລະ ມະນຸດຄົນ ທຳອິດ ເຮົາໄດ້ເອີ້ນວ່າ ອາດາມ, ຊຶ່ງຄື ຫລວງຫລາຍ.
35 ແຕ່ເລື່ອງລາວຂອງແຜ່ນດິນໂລກນີ້ເທົ່ານັ້ນ, ແລະ ຜູ້ອາໄສຢູ່ໃນນັ້ນ, ເຮົາໃຫ້ແກ່ເຈົ້າ. ເພາະຈົ່ງເບິ່ງ, ມີຫລາຍໂລກທີ່ສູນສິ້ນໄປໂດຍຄຳແຫ່ງອຳນາດຂອງເຮົາ. ແລະ ມີຫລາຍໂລກທີ່ຕັ້ງຢູ່ດຽວນີ້, ແລະ ມີຈົນນັບບໍ່ຖ້ວນຕໍ່ມະນຸດ; ແຕ່ວ່າທຸກສິ່ງທັງປວງໄດ້ຖືກນັບໄວ້ສຳລັບເຮົາ, ເພາະວ່າມັນເປັນຂອງເຮົາ ແລະ ເຮົາ ຮູ້ຈັກມັນ.
36 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມເຊໄດ້ກ່າວກັບພຣະຜູ້ເປັນເຈົ້າ, ໂດຍກ່າວວ່າ: ຂໍຈົ່ງເມດຕາຜູ້ຮັບໃຊ້ຂອງພຣະອົງດ້ວຍເທີ້ນ, ໂອ້ ພຣະອົງເຈົ້າ, ແລະ ຂໍຈົ່ງບອກຂ້າພຣະອົງກ່ຽວກັບແຜ່ນດິນໂລກນີ້, ແລະ ຜູ້ອາໄສຢູ່ໃນນັ້ນ, ແລະ ຟ້າສະຫວັນນຳອີກ, ແລະ ຈາກນັ້ນຜູ້ຮັບໃຊ້ຂອງພຣະອົງຈະພໍໃຈ.
37 ແລະ ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບໂມເຊວ່າ: ຟ້າສະຫວັນນັ້ນ, ມີຢ່າງຫລວງຫລາຍ, ແລະ ນັບບໍ່ໄດ້ສຳລັບມະນຸດ; ແຕ່ວ່ານັບມັນໄດ້ສຳລັບເຮົາ, ເພາະວ່າມັນເປັນຂອງເຮົາ.
38 ແລະ ດັ່ງທີ່ແຜ່ນດິນໂລກໜຶ່ງຈະສູນສິ້ນໄປ, ແລະ ຟ້າສະຫວັນຂອງມັນສັນໃດ, ອັນໃໝ່ອີກອັນໜຶ່ງຈະບັງເກີດຂຶ້ນສັນນັ້ນ; ແລະ ບໍ່ມີທີ່ ສິ້ນສຸດກັບວຽກງານຂອງເຮົາ, ທັງຖ້ອຍຄຳຂອງເຮົາກໍຄືກັນ.
39 ເພາະຈົ່ງເບິ່ງ, ນີ້ຄື ວຽກງານຂອງເຮົາ ແລະ ລັດສະໝີພາບຂອງເຮົາ—ຄືການທີ່ຈະເຮັດໃຫ້ເກີດຄວາມເປັນ ອະມະຕະ ແລະ ຊີວິດ ນິລັນດອນຂອງມະນຸດ.
40 ແລະ ບັດນີ້, ໂມເຊ, ບຸດຂອງເຮົາ, ເຮົາຈະກ່າວກັບເຈົ້າກ່ຽວກັບແຜ່ນດິນໂລກນີ້ ຊຶ່ງຢູ່ເທິງນັ້ນເຈົ້າຈະຢືນຢູ່; ແລະ ເຈົ້າຈະ ຂຽນເລື່ອງທີ່ເຮົາຈະກ່າວ.
41 ແລະ ໃນວັນທີ່ລູກຫລານມະນຸດຈະຖືວ່າຖ້ອຍຄຳຂອງເຮົາບໍ່ມີຄຸນຄ່າ ແລະ ເອົາຫລາຍຄຳອອກໄປຈາກໜັງສືທີ່ເຈົ້າຈະຂຽນ, ຈົ່ງເບິ່ງ, ເຮົາຈະຍົກອີກຄົນໜຶ່ງຂຶ້ນ ເໝືອນກັບເຈົ້າ; ແລະ ມັນຈະມີອີກຢູ່ໃນບັນດາລູກຫລານມະນຸດ—ໃນບັນດາຫລາຍຕໍ່ຫລາຍຄົນທີ່ຈະເຊື່ອ.
42 (ຖ້ອຍຄຳເຫລົ່ານີ້ໄດ້ຖືກ ກ່າວກັບໂມເຊຢູ່ເທິງພູ, ຊຶ່ງຊື່ຂອງມັນຈະບໍ່ເປັນທີ່ຮູ້ຈັກໃນບັນດາລູກຫລານມະນຸດ. ແລະ ບັດນີ້ ມັນໄດ້ຖືກກ່າວກັບເຈົ້າແລ້ວ. ຢ່າສະແດງມັນກັບຄົນໃດ ຍົກເວັ້ນແຕ່ຄົນທີ່ເຊື່ອ. ແມ່ນເປັນດັ່ງນັ້ນ. ອາແມນ.)