ພຣະ​ຄຳ​ພີ
ໂມ​ເຊ 7


ບົດ​ທີ 7

(ເດືອນ​ທັນ​ວາ 1830)

ເອ​ນົກ​ສິດ​ສອນ, ນຳ​ພາ​ຜູ້​ຄົນ, ແລະ ເຄື່ອນ​ຍ້າຍ​ພູ​ເຂົາ—​ເມືອງ​ຊີ​ໂອນ​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ—ເອ​ນົກ​ຫລິງ​ເຫັນ​ລ່ວງ​ໜ້າ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ບຸດ​ມະ​ນຸດ, ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ແລະ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ—ເພິ່ນ​ຫລິງ​ເຫັນ​ລ່ວງ​ໜ້າ​ເຖິງ​ການ​ຟື້ນ​ຟູ, ການ​ເຕົ້າ​ໂຮມ, ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ, ແລະ ການ​ກັບ​ຄືນ​ຂອງ​ຊີ​ໂອນ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ນົກ​ກ່າວ​ປາ​ໄສ​ຂອງ​ເພິ່ນ​ຕໍ່​ໄປ, ໂດຍ​ກ່າວ​ວ່າ: ຈົ່ງ​ເບິ່ງ, ອາ​ດາມ​ບິ​ດາ​ຂອງ​ພວກ​ເຮົາ​ໄດ້​ສິດ​ສອນ​ສິ່ງ​ເຫລົ່າ​ນີ້, ແລະ ຫລາຍ​ຄົນ​ໄດ້​ເຊື່ອ ແລະ ກາຍ​ເປັນ ບຸດ​ຂອງ​ພຣະ​ເຈົ້າ, ແລະ ຫລາຍ​ຄົນ​ບໍ່​ໄດ້​ເຊື່ອ, ແລະ ໄດ້​ຕາຍ​ໄປ​ໃນ​ຄວາມ​ບາບ​ຂອງ​ພວກ​ເຂົາ, ແລະ ເຝົ້າ​ຄອຍ​ດ້ວຍ ຄວາມ​ຢ້ານ​ກົວ, ໃນ​ຄວາມ​ທໍ​ລະ​ມານ, ເຖິງ​ຄວາມ​ເຄືອງ​ແຄ້ນ​ເໝືອນ​ກັບ​ໄຟ​ອັນ​ໜ້າ​ເກງ​ຂາມ ແລະ ໜ້າ​ຢ້ານ​ກົວ​ຂອງ​ພຣະ​ເຈົ້າ ທີ່​ຈະ​ຖອກ​ເທ​ລົງ​ໃສ່​ພວກ​ເຂົາ.

2 ແລະ ນັບ​ແຕ່​ເວ​ລາ​ນັ້ນ​ມາ​ເອ​ນົກ​ໄດ້​ເລີ່ມ​ທຳ​ນາຍ, ໂດຍ​ກ່າວ​ກັບ​ຜູ້​ຄົນ​ວ່າ: ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ເດີນ​ທາງ, ແລະ ຢືນ​ຢູ່​ເທິງ​ສະ​ຖານ​ທີ່ ເມ​ຮູ​ຢາ, ແລະ ໄດ້​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ມີ​ສຸ​ລະ​ສຽງ​ອອກ​ມາ​ຈາກ​ສະ​ຫວັນ, ໂດຍ​ກ່າວ​ວ່າ—​ເຈົ້າ​ຈົ່ງ​ຫັນ​ກັບ​ໄປ, ແລະ ເຈົ້າ​ຈົ່ງ​ຂຶ້ນ​ໄປ​ເທິງ​ພູ​ຊີ​ເມ​ໂອນ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ກັບ​ໄປ ແລະ ໄດ້​ຂຶ້ນ​ໄປ​ເທິງ​ພູ; ແລະ ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຢືນ​ຢູ່​ເທິງ​ພູ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຟ້າ​ສະ​ຫວັນ​ເປີດ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຫຸ້ມ​ຫໍ່​ດ້ວຍ ລັດ​ສະ​ໝີ​ພາບ;

4 ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພຣະ​ອົງ​ໄດ້​ປະ​ທັບ​ຢູ່​ຕໍ່​ໜ້າ​ຂອງ​ຂ້າ​ພະ​ເຈົ້າ, ແລະ ພຣະ​ອົງ​ໄດ້​ເວົ້າ​ລົມ​ກັບ​ຂ້າ​ພະ​ເຈົ້າ, ແມ່ນ​ແຕ່​ຄື​ກັນ​ກັບ​ຄົນ​ຜູ້​ໜຶ່ງ​ເວົ້າ​ກັບ​ຄົນ​ອີກ​ຜູ້​ໜຶ່ງ, ໜ້າ​ຕໍ່​ໜ້າ; ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ ຫລຽວ​ເບິ່ງ, ແລະ ເຮົາ​ຈະ​ສະ​ແດງ​ໃຫ້​ເຈົ້າ​ເຫັນ​ໂລກ​ເປັນ​ເວ​ລາ​ຫລາຍ​ລຸ້ນ​ຄົນ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫ່ອມ​ພູ​ຊຳ, ແລະ ເບິ່ງ​ແມ, ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ທີ່​ອາ​ໄສ​ຢູ່​ໃນ​ຜ້າ​ເຕັນ, ຊຶ່ງ​ເປັນ​ຜູ້​ຄົນ​ຂອງ​ຊຳ.

6 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກ: ຈົ່ງ​ເບິ່ງ​ເຖີດ; ແລະ ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ໄປ​ທາງ​ທິດ​ເໜືອ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຜູ້​ຄົນ​ຂອງ​ກາ​ນາ​ອານ, ຊຶ່ງ​ອາ​ໄສ​ຢູ່​ໃນ​ຜ້າ​ເຕັນ.

7 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ທຳ​ນາຍ; ແລະ ຂ້າ​ພະ​ເຈົ້າ​ໄດ້​ທຳ​ນາຍ, ໂດຍ​ກ່າວ​ວ່າ: ຈົ່ງ​ເບິ່ງ​ຜູ້​ຄົນ​ຂອງ​ກາ​ນາ​ອານ, ຊຶ່ງ​ມີ​ຈຳ​ນວນ​ຢ່າງ​ຫລວງ​ຫລາຍ, ຈະ​ອອກ​ໄປ​ຕໍ່​ສູ້​ກັບ​ຜູ້​ຄົນ​ຂອງ​ຊຳ, ແລະ ຈະ​ຂ້າ​ພວກ​ເຂົາ ຈົນ​ວ່າ​ພວກ​ເຂົາ​ຖືກ​ທຳ​ລາຍ​ຈົນ​ໝົດ​ສິ້ນ; ແລະ ຜູ້​ຄົນ​ຂອງ​ກາ​ນາ​ອານ​ຈະ​ແຍກ​ກັນ​ອອກ​ໄປ​ໃນ​ແຜ່ນ​ດິນ, ແລະ ແຜ່ນ​ດິນ​ຈະ​ແຫ້ງ​ແລ້ງ ແລະ ບໍ່​ເກີດ​ຜົນ, ແລະ ບໍ່​ມີ​ຜູ້​ຄົນ​ອື່ນ​ໃດ​ຈະ​ອາ​ໄສ​ຢູ່​ທີ່​ນັ້ນ​ນອກ​ຈາກ​ຜູ້​ຄົນ​ຂອງ​ກາ​ນາ​ອານ;

8 ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສາບ​ແຊ່ງ​ແຜ່ນ​ດິນ​ດ້ວຍ​ຄວາມ​ຮ້ອນ​ທີ່​ສຸດ, ແລະ ຄວາມ​ແຫ້ງ​ແລ້ງ​ຂອງ​ມັນ​ຈະ​ເປັນ​ໄປ​ເຊັ່ນ​ນັ້ນ​ຕະ​ຫລອດ​ການ; ແລະ ຄວາມ​ດຳ​ໄດ້​ເກີດ​ກັບ​ລູກ​ຫລານ​ທັງ​ປວງ​ຂອງ​ກາ​ນາ​ອານ, ຈົນ​ວ່າ​ພວກ​ເຂົາ​ຖືກ​ກຽດ​ຊັງ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ປວງ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ​ເຖີດ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແຜ່ນ​ດິນ​ຊາ​ໂຣນ, ແລະ ແຜ່ນ​ດິນ​ເອ​ນົກ, ແລະ ແຜ່ນ​ດິນ​ອອມ​ເນີ, ແລະ ແຜ່ນ​ດິນ​ເຮ​ໄນ, ແລະ ແຜ່ນ​ດິນ​ເຊມ, ແລະ ແຜ່ນ​ດິນ​ເຮ​ເນີ, ແລະ ແຜ່ນ​ດິນ​ຮາ​ນັນ​ນີ​ຫາ, ແລະ ຜູ້​ອາ​ໄສ​ທັງ​ປວງ​ຢູ່​ໃນ​ນັ້ນ;

10 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ໄປ​ຫາ​ຜູ້​ຄົນ​ພວກ​ນີ້, ແລະ ກ່າວ​ກັບ​ພວກ​ເຂົາ​ວ່າ—ຈົ່ງ ກັບ​ໃຈ, ຖ້າ​ບໍ່​ດັ່ງ​ນັ້ນ ເຮົາ​ຈະ​ອອກ​ມາ ແລະ ລົງ​ໂທດ​ພວກ​ເຂົາ​ດ້ວຍ​ຄຳ​ສາບ​ແຊ່ງ, ແລະ ພວກ​ເຂົາ​ຈະ​ຕາຍ.

11 ແລະ ພຣະ​ອົງ​ໄດ້​ປະ​ທານ​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ຂ້າ​ພະ​ເຈົ້າ ວ່າ​ຂ້າ​ພະ​ເຈົ້າ​ຄວນ​ໃຫ້ ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ບິ​ດາ, ແລະ ຂອງ​ພຣະ​ບຸດ, ຊຶ່ງ​ເຕັມ​ໄປ​ດ້ວຍ ພຣະ​ຄຸນ ແລະ ຄວາມ​ຈິງ, ແລະ ຂອງ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ນົກ​ໄດ້​ເອີ້ນ​ຫາ​ຜູ້​ຄົນ​ທັງ​ປວງ​ຕໍ່​ໄປ, ຍົກ​ເວັ້ນ​ແຕ່​ຜູ້​ຄົນ​ຂອງ​ກາ​ນາ​ອານ, ໃຫ້​ກັບ​ໃຈ;

13 ແລະ ສັດ​ທາ​ຂອງ​ເອ​ນົກ​ນັ້ນ​ຍິ່ງ​ໃຫຍ່ ຈົນ​ວ່າ​ເພິ່ນ​ໄດ້​ນຳ​ພາ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ, ແລະ ສັດ​ຕູ​ຂອງ​ພວກ​ເຂົາ​ໄດ້​ອອກ​ມາ​ສູ້​ຮົບ​ກັບ​ພວກ​ເຂົາ; ແລະ ເພິ່ນ​ໄດ້​ກ່າວ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ແຜ່ນ​ດິນ​ໂລກ​ສັ່ນ​ສະ​ເທືອນ, ແລະ ພູ​ເຂົາ​ໄດ້​ຫລົບ​ໜີ, ແມ່ນ​ແຕ່​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ; ແລະ ແມ່​ນ້ຳ​ຂອງ​ສາຍ​ນ້ຳ​ໄດ້​ຫັນ​ໜີ​ຈາກ​ເສັ້ນ​ທາງ​ຂອງ​ມັນ; ແລະ ສຽງ​ຄວນ​ຄາງ​ຂອງ​ໂຕ​ສິງ​ໄດ້​ຍິນ​ອອກ​ມາ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ປະ​ຊາ​ຊາດ​ທັງ​ປວງ​ຢ້ານ​ກົວ​ຫລາຍ​ທີ່​ສຸດ, ຖ້ອຍ​ຄຳ​ຂອງ​ເອ​ນົກ​ມີ​ພະ​ລັງ​ຫລາຍ, ແລະ ພາ​ສາ​ຂອງ​ເພິ່ນ​ມີ ອຳ​ນາດ​ຫລາຍ ຊຶ່ງ​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ເພິ່ນ.

14 ມີ​ດິນ​ປະ​ກົດ​ຂຶ້ນ​ມາ​ຈາກ​ຄວາມ​ເລິກ​ຂອງ​ທະ​ເລ, ແລະ ສັດ​ຕູ​ຂອງ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ແມ່ນ​ໃຫຍ່​ຫລວງ, ຈົນ​ວ່າ​ພວກ​ເຂົາ​ໄດ້​ຫລົບ​ໜີ​ໄປ ແລະ ຢືນ​ຢູ່​ຫ່າງ​ໄກ ແລະ ໄປ​ຢູ່​ເທິງ​ດິນ​ທີ່​ປະ​ກົດ​ຂຶ້ນ​ມາ​ຈາກ​ຄວາມ​ເລິກ​ຂອງ​ທະ​ເລ.

15 ແລະ ຍັກ​ຂອງແຜ່ນ​ດິນ​ກໍ​ເໝືອນ​ກັນ, ໄດ້​ຢືນ​ຢູ່​ຫ່າງ​ໄກ; ແລະ ມີ​ຄຳ​ສາບ​ແຊ່ງ​ອອກ​ໄປ​ສູ່​ຜູ້​ຄົນ​ທັງ​ປວງ​ທີ່​ຕໍ່​ສູ້​ກັບ​ພຣະ​ເຈົ້າ;

16 ແລະ ນັບ​ແຕ່​ເວ​ລາ​ນັ້ນ​ມາ ໄດ້​ມີ​ສົງ​ຄາມ ແລະ ການ​ນອງ​ເລືອດ​ໃນ​ບັນ​ດາ​ພວກ​ເຂົາ; ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ ແລະ ສະ​ຖິດ​ຢູ່​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ພວກ​ເຂົາ​ໄດ້​ດຳ​ລົງ​ຢູ່​ໃນ​ຄວາມ​ຊອບ​ທຳ.

17 ຄວາມ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເທິງ​ປະ​ຊາ​ຊາດ​ທັງ​ປວງ, ລັດ​ສະ​ໝີ​ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ, ຊຶ່ງ​ຢູ່​ເທິງ​ຜູ້​ຄົນ​ຂອງ​ພຣະ​ອົງ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ອວຍ​ພອນ​ແຜ່ນ​ດິນ, ແລະ ພວກ​ເຂົາ​ໄດ້​ຮັບ​ພອນ​ຢູ່​ເທິງ​ພູ, ແລະ ເທິງ​ບ່ອນ​ສູງ, ແລະ ຈະ​ເລີນ​ຮຸ່ງ​ເຮືອງ.

18 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຜູ້​ຄົນ​ຂອງ​ພຣະ​ອົງ​ວ່າ ຊີ​ໂອນ, ເພາະ​ວ່າ​ພວກ​ເຂົາ​ມີ​ໃຈ ດຽວ ແລະ ມີ​ຄວາມ​ຄິດ​ດຽວ, ແລະ ໄດ້​ດຳ​ລົງ​ຢູ່​ໃນ​ຄວາມ​ຊອບ​ທຳ; ແລະ ບໍ່​ມີ​ຄົນ​ຍາກ​ຈົນ​ໃນ​ບັນ​ດາ​ພວກ​ເຂົາ.

19 ແລະ ເອ​ນົກ​ໄດ້​ສັ່ງ​ສອນ​ຕໍ່​ໄປ​ໃນ​ຄວາມ​ຊອບ​ທຳ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ເຈົ້າ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ວັນ​ເວ​ລາ​ຂອງ​ເພິ່ນ, ຄື​ເພິ່ນ​ໄດ້​ສ້າງ​ເມືອງ​ທີ່​ເອີ້ນ​ວ່າ​ເມືອງ​ບໍ​ລິ​ສຸດ, ແມ່ນ​ແຕ່ ຊີ​ໂອນ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ນົກ​ໄດ້​ເວົ້າ​ລົມ​ກັບ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ເພິ່ນ​ໄດ້​ກ່າວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: ແນ່​ນອນ​ວ່າ ຊີ​ໂອນ​ຈະ​ຢູ່​ໃນ​ຄວາມ​ປອດ​ໄພ​ຕະ​ຫລອດ​ການ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ ເອ​ນົກ​ວ່າ: ເຮົາ​ໄດ້​ອວຍ​ພອນ​ຊີ​ໂອນ, ແຕ່​ຜູ້​ຄົນ​ທີ່​ເຫລືອ​ຢູ່​ເຮົາ​ໄດ້​ສາບ​ແຊ່ງ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ເອ​ນົກ​ເຫັນ​ຜູ້​ອາ​ໄສ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ; ແລະ ເພິ່ນ​ໄດ້​ເຫັນ, ແລະ ເບິ່ງ​ແມ, ຊີ​ໂອນ, ຕາມ​ຄວາມ​ສົມ​ຄວນ​ຂອງ​ເວ​ລາ, ໄດ້​ຖືກ ເອົາ​ຂຶ້ນ​ໄປ​ສະ​ຫວັນ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອ​ນົກ: ຈົ່ງ​ເບິ່ງ ບ່ອນ​ເຮົາ​ສະ​ຖິດ​ຢູ່​ຕະ​ຫລອດ​ການ.

22 ແລະ ເອ​ນົກ​ກໍ​ໄດ້​ເຫັນ​ຜູ້​ຄົນ​ທີ່​ເຫລືອ​ຢູ່​ຜູ້​ຊຶ່ງ​ເປັນ​ພວກ​ລູກ​ຊາຍ​ຂອງ​ອາ​ດາມ; ແລະ ພວກ​ເຂົາ​ເປັນ​ຊາດ​ປະ​ສົມ​ໃນ​ບັນ​ດາ​ລູກ​ຫລານ​ທັງ​ປວງ​ຂອງ​ອາ​ດາມ ຍົກ​ເວັ້ນ​ແຕ່​ລູກ​ຫລານ​ຂອງ​ກາ​ອິນ, ເພາະ​ວ່າ​ລູກ​ຫລານ​ຂອງ​ກາ​ອິນ​ເປັນ ຄົນ​ດຳ, ແລະ ບໍ່​ມີ​ບ່ອນ​ຢູ່​ໃນ​ທ່າມ​ກາງ​ພວກ​ເຂົາ.

23 ແລະ ຫລັງ​ຈາກ​ວ່າ​ຊີ​ໂອນ​ໄດ້​ຖືກ​ຮັບ​ຂຶ້ນ​ໄປ ສະ​ຫວັນ​ແລ້ວ, ເອ​ນົກ​ໄດ້ ເຫັນ, ແລະ ເບິ່ງ​ແມ, ປະ​ຊາ​ຊາດ ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ​ໄດ້​ຢູ່​ຕໍ່​ໜ້າ​ເພິ່ນ;

24 ແລະ ລຸ້ນ​ແລ້ວ​ລຸ້ນ​ເລົ່າ​ໄດ້​ເກີດ​ມາ; ແລະ ເອ​ນົກ​ໄດ້​ຢູ່​ບ່ອນ​ສູງ ແລະ ຖືກ ຍົກ​ຂຶ້ນ, ແມ່ນ​ແຕ່​ໃນ​ພຣະ​ຊວງ ຂອງ​ພຣະ​ບິ​ດາ, ແລະ ຂອງ​ບຸດ​ມະ​ນຸດ; ແລະ ຈົ່ງ​ເບິ່ງ, ອຳ​ນາດ​ຂອງ​ຊາ​ຕານ​ມີ​ຢູ່​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ.

25 ແລະ ເພິ່ນ​ໄດ້​ເຫັນ​ເຫລົ່າ​ທູດ​ລົງ​ມາ​ຈາກ​ສະ​ຫວັນ; ແລະ ເພິ່ນ​ໄດ້​ຍິນ​ສຽງ​ດັງ​ກ່າວ​ວ່າ: ວິ​ບັດ, ວິ​ບັດ ຈົ່ງ​ມີ​ແກ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ.

26 ແລະ ເພິ່ນ​ໄດ້​ເຫັນ​ຊາ​ຕານ; ແລະ ມັນ​ມີ ໂສ້​ເສັ້ນ​ໃຫຍ່​ຢູ່​ໃນ​ມື​ຂອງ​ມັນ, ແລະ ມັນ​ບັງ​ຜືນ​ແຜ່ນ​ດິນ​ໂລກ ດ້ວຍ ຄວາມ​ມືດ; ແລະ ມັນ​ໄດ້​ແຫງນ​ໜ້າ​ຂຶ້ນ ແລະ ຫົວ, ແລະ ບໍ​ລິ​ວານ​ຂອງ​ມັນ​ປິ​ຕິ​ຍິນ​ດີ.

27 ແລະ ເອ​ນົກ​ໄດ້​ເຫັນ ເຫລົ່າ​ທູດ​ລົງ​ມາ​ຈາກ​ສະ​ຫວັນ, ໂດຍ​ສະ​ແດງ ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ; ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ລົງ​ມາ​ເທິງ​ຫລາຍ​ຄົນ, ແລະ ພວກ​ເຂົາ​ໄດ້​ຖືກ​ຮັບ​ຂຶ້ນ​ໄປ​ຫາ​ຊີ​ໂອນ​ໂດຍ​ອຳ​ນາດ​ຂອງ​ສະ​ຫວັນ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ເຈົ້າ​ແຫ່ງ​ສະ​ຫວັນ​ໄດ້​ທອດ​ພຣະ​ເນດ​ເບິ່ງ​ຜູ້​ຄົນ​ທີ່​ເຫລືອ​ຢູ່, ແລະ ພຣະ​ອົງ​ໄດ້​ກັນ​ແສງ; ແລະ ເອ​ນົກ​ໄດ້​ເປັນ​ພະ​ຍານ​ເຖິງ​ເລື່ອງ​ນີ້, ໂດຍ​ກ່າວ​ວ່າ: ສະ​ຫວັນ​ຮ້ອງ​ໄຫ້​ໄດ້​ແນວ​ໃດ, ແລະ ຫລັ່ງ​ນ້ຳ​ຕາ​ລົງ​ມາ​ຄື​ກັນ​ກັບ​ສາຍ​ຝົນ​ຕົກ​ໃສ່​ພູ?

29 ແລະ ເອ​ນົກ​ໄດ້​ກ່າວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: ພຣະ​ອົງ ກັນ​ແສງ​ໄດ້​ແນວ​ໃດ, ໂດຍ​ທີ່​ເຫັນ​ວ່າ​ພຣະ​ອົງ​ຊົງ​ບໍ​ລິ​ສຸດ, ແລະ ຈາກ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ​ເຖິງ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ?

30 ແລະ ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ມະ​ນຸດ​ຈະ​ສາ​ມາດ​ນັບ​ແມ່ນ​ແຕ່​ໜ້ອຍ​ໜຶ່ງ​ຂອງ ແຜ່ນ​ດິນ​ໂລກ​ໄດ້, ແທ້​ຈິງ​ແລ້ວ, ແຜ່ນ​ດິນ​ໂລກ​ນັບ​ເປັນ​ລ້ານໆ​ທີ່​ຄື​ກັນ​ນີ້, ນີ້​ຄົງ​ບໍ່​ໄດ້​ເປັນ​ການ​ເລີ່ມ​ຕົ້ນ​ຂອງ ການ​ສ້າງ​ຂອງ​ພຣະ​ອົງ; ແລະ ຜ້າ​ມ່ານ​ຂອງ​ພຣະ​ອົງ​ຍັງ​ບັງ​ກັ້ນ​ໄວ້​ຢູ່; ແຕ່​ວ່າ​ພຣະ​ອົງ​ຢູ່​ທີ່​ນັ້ນ, ແລະ ຊວງ​ເອິກ​ຂອງ​ພຣະ​ອົງ​ຢູ່​ທີ່​ນັ້ນ; ແລະ ພຣະ​ອົງ​ທ່ຽງ​ທຳ​ນຳ​ອີກ; ພຣະ​ອົງ​ມີ​ເມດ​ຕາ ແລະ ກະ​ລຸ​ນາ​ຕະ​ຫລອດ​ການ;

31 ແລະ ພຣະ​ອົງ​ໄດ້​ຮັບ​ເອົາ​ຊີ​ໂອນ​ໄວ້​ໃນ​ຊວງ​ເອິກ​ຂອງ​ພຣະ​ອົງ​ເອງ, ຈາກ​ການ​ສ້າງ​ທັງ​ປວງ​ຂອງ​ພຣະ​ອົງ, ຈາກ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ​ເຖິງ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ; ແລະ ບໍ່​ມີ​ສິ່ງ​ໃດ​ເລີຍ​ນອກ​ຈາກ​ແຕ່ ສັນ​ຕິ​ສຸກ, ຄວາມ​ຍຸດ​ຕິ​ທຳ, ແລະ ຄວາມ​ຈິງ​ເປັນ​ສະ​ຖານ​ທີ່​ຂອງ​ພຣະ​ບັນ​ລັງ​ຂອງ​ພຣະ​ອົງ; ແລະ ຄວາມ​ເມດ​ຕາ​ຈະ​ອອກ​ໄປ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ແລະ ບໍ່​ມີ​ທີ່​ສຸດ; ພຣະ​ອົງ​ກັນ​ແສງ​ໄດ້​ແນວ​ໃດ?

32 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອ​ນົກ​ວ່າ: ຈົ່ງ​ເບິ່ງ ອ້າຍ​ເອື້ອຍ​ນ້ອງ​ເຫລົ່າ​ນີ້​ຂອງ​ເຈົ້າ; ພວກ​ເຂົາ​ເປັນ ຝີ​ມື​ຈາກ​ມື​ຂອງ​ເຮົາ​ເອງ, ແລະ ເຮົາ​ໄດ້​ມອບ ຄວາມ​ຮູ້​ຂອງ​ພວກ​ເຂົາ​ໃຫ້​ແກ່​ພວກ​ເຂົາ, ໃນ​ມື້​ທີ່​ເຮົາ​ໄດ້​ສ້າງ​ພວກ​ເຂົາ; ແລະ ໃນ​ສວນ​ເອ​ເດນ, ເຮົາ​ໄດ້​ມອບ ອຳ​ເພີ​ໃຈ​ໃຫ້​ມະ​ນຸດ;

33 ແລະ ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ເຮົາ​ໄດ້​ກ່າວ, ແລະ ໄດ້​ປະ​ທານ​ບັນ​ຍັດ​ໃຫ້, ວ່າ​ພວກ​ເຂົາ​ຈະ ຮັກ​ກັນ​ແລະ​ກັນ, ແລະ ວ່າ​ພວກ​ເຂົາ​ຄວນ​ເລືອກ​ເອົາ​ເຮົາ, ພຣະ​ບິ​ດາ​ພວກ​ເຂົາ; ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ປາດ​ສະ​ຈາກ​ຄວາມ​ຮັກ, ແລະ ພວກ​ເຂົາ​ກຽດ​ຊັງ​ສາຍ​ເລືອດ​ຂອງ​ຕົນ​ເອງ;

34 ແລະ ໄຟ​ແຫ່ງ​ຄວາມ​ເຄືອງ​ແຄ້ນ​ຂອງ​ເຮົາ​ໄດ້​ເກີດ​ກັບ​ພວກ​ເຂົາ; ແລະ ໃນ​ຄວາມ​ບໍ່​ພໍ​ໃຈ​ທີ່​ຮ້ອນ​ດັ່ງ​ໄຟ​ຂອງ​ເຮົາ, ເຮົາ​ຈະ​ສົ່ງ ນ້ຳ​ຖ້ວມ​ໄປ​ຍັງ​ພວກ​ເຂົາ, ເພາະ​ຄວາມ​ຄຽດ​ແຄ້ນ​ອັນ​ຮຸນ​ແຮງ​ຂອງ​ເຮົາ​ໄດ້​ເກີດ​ກັບ​ພວກ​ເຂົາ.

35 ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຈົ້າ; ພຣະ​ຜູ້​ບໍ​ລິ​ສຸດ​ຄື​ນາມ​ຂອງ​ເຮົາ; ພຣະ​ຜູ້​ປຶກ​ສາ​ຄື​ນາມ​ຂອງ​ເຮົາ; ແລະ ບໍ່​ມີ​ທີ່​ສຸດ ແລະ ນິ​ລັນ​ດອນ​ຄື ນາມ​ຂອງ​ເຮົາ​ນຳ​ອີກ.

36 ດັ່ງ​ນັ້ນ, ເຮົາ​ຈຶ່ງ​ສາ​ມາດ​ເດ່​ມື​ຂອງ​ເຮົາ​ອອກ​ໄປ ແລະ ຄວບ​ຄຸມ​ການ​ສ້າງ​ທັງ​ປວງ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ສ້າງ​ຂຶ້ນ; ແລະ ຕາ​ຂອງ​ເຮົາ​ສາ​ມາດ​ສຽບ​ແທງ​ພວກ​ເຂົາ​ນຳ​ອີກ, ແລະ ໃນ​ບັນ​ດາ​ຝີ​ມື​ທັງ​ປວງ​ຂອງ​ເຮົາ ບໍ່​ເຄີຍ​ມີ ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ດັ່ງ​ທີ່​ມີ​ຢູ່​ໃນ​ບັນ​ດາ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ.

37 ແຕ່​ຈົ່ງ​ເບິ່ງ, ບາບ​ຂອງ​ພວກ​ເຂົາ​ຈະ​ຕົກ​ຢູ່​ເທິງ​ຫົວ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ; ຊາ​ຕານ​ຈະ​ເປັນ​ບິ​ດາ​ຂອງ​ພວກ​ເຂົາ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ຈະ​ເປັນ​ຊາ​ຕາ​ກຳ​ຂອງ​ພວກ​ເຂົາ; ແລະ ທົ່ວ​ທັງ​ສະ​ຫວັນ​ຈະ​ຮ້ອງ​ໄຫ້​ນຳ​ພວກ​ເຂົາ, ແມ່ນ​ແຕ່​ຝີ​ມື​ທັງ​ປວງ​ຈາກ​ມື​ຂອງ​ເຮົາ; ດັ່ງ​ນັ້ນ ສະ​ຫວັນ​ບໍ່​ຄວນ​ຮ້ອງ​ໄຫ້​ບໍ, ໂດຍ​ເຫັນ​ວ່າ​ຄົນ​ເຫລົ່າ​ນີ້​ຈະ​ທົນ​ທຸກ?

38 ແຕ່​ຈົ່ງ​ເບິ່ງ, ຄົນ​ເຫລົ່າ​ນີ້​ທີ່​ເຈົ້າ​ຫລຽວ​ເຫັນ​ຈະ​ຕາຍ​ໃນ​ນ້ຳ​ຖ້ວມ; ແລະ ຈົ່ງ​ເບິ່ງ, ເຮົາ​ຈະ​ຂັງ​ພວກ​ເຂົາ; ເຮົາ​ໄດ້​ຕຽມ ຄຸກ​ໄວ້​ໃຫ້​ພວກ​ເຂົາ​ແລ້ວ.

39 ແລະ ຜູ້​ທີ່​ເຮົາ​ເລືອກ​ໄວ້​ໄດ້​ອ້ອນ​ວອນ​ຢູ່​ຕໍ່​ໜ້າ​ເຮົາ. ດັ່ງ​ນັ້ນ, ລາວ​ຈຶ່ງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ບາບ​ຂອງ​ພວກ​ເຂົາ; ຕາບ​ໃດ​ທີ່​ພວກ​ເຂົາ​ຈະ​ກັບ​ໃຈ​ໃນ​ວັນ​ທີ່ ຜູ້​ທີ່​ເຮົາ​ເລືອກ​ໄວ້​ຈະ​ກັບ​ມາ​ຫາ​ເຮົາ, ແລະ ຈົນ​ເຖິງ​ວັນ​ນັ້ນ ພວກ​ເຂົາ​ຈະ​ຢູ່​ໃນ ຄວາມ​ທໍ​ລະ​ມານ;

40 ດັ່ງ​ນັ້ນ, ເພາະ​ດ້ວຍ​ເຫດ​ນີ້​ສະ​ຫວັນ​ຈຶ່ງ​ຮ້ອງ​ໄຫ້, ແທ້​ຈິງ​ແລ້ວ, ແລະ ຝີ​ມື​ທັງ​ປວງ​ຈາກ​ມື​ຂອງ​ເຮົາ.

41 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອ​ນົກ, ແລະ ໄດ້​ບອກ​ເອ​ນົກ​ເຖິງ​ການ​ກະ​ທຳ​ທັງ​ປວງ​ຂອງ​ລູກ​ຫລານ​ມະ​ນຸດ; ດັ່ງ​ນັ້ນ​ເອ​ນົກ​ຈຶ່ງ​ຮູ້, ແລະ ເຫັນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພວກ​ເຂົາ, ແລະ ໄດ້​ຮ້ອງ​ໄຫ້ ແລະ ໄດ້​ເດ່​ແຂນ​ອອກ​ໄປ, ແລະ ໃຈ​ຂອງ​ລາວ​ພອງ​ກວ້າງ​ດັ່ງ​ຊົ່ວ​ນິ​ລັນ​ດອນ; ແລະ ອຸ​ທອນ​ຂອງ​ລາວ​ສົງ​ສານ; ແລະ ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ​ໄດ້​ສັ່ນ​ສະ​ເທືອນ.

42 ແລະ ເອ​ນົກ​ກໍ​ໄດ້​ເຫັນ ໂນ​ອາ​ນຳ​ອີກ, ແລະ ຄອບ​ຄົວ​ຂອງ​ເພິ່ນ; ວ່າ​ລູກ​ຫລານ​ຂອງ​ໂນ​ອາ​ຈະ​ລອດ ດ້ວຍ​ຄວາມ​ລອດ​ທາງ​ໂລກ;

43 ດັ່ງ​ນັ້ນ ເອ​ນົກ​ຈຶ່ງ​ໄດ້​ເຫັນ​ວ່າ​ໂນ​ອາ​ໄດ້​ສ້າງ ເຮືອ; ແລະ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍິ້ມ​ໃສ່​ມັນ, ແລະ ໄດ້​ຮັກ​ສາ​ມັນ​ໄວ້​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ; ແຕ່​ສ່ວນ​ຄົນ​ຊົ່ວ​ຜູ້​ທີ່​ເຫລືອ​ຢູ່ ນ້ຳ​ຖ້ວມ​ໄດ້​ມາ​ເຖິງ ແລະ ກືນ​ກິນ​ພວກ​ເຂົາ.

44 ແລະ ໃນ​ຂະ​ນະ​ທີ່​ເອ​ນົກ​ໄດ້​ເຫັນ​ສິ່ງ​ນີ້, ເພິ່ນ​ມີ​ຄວາມ​ຂົມ​ຂື່ນ​ໃນ​ຈິດ​ວິນ​ຍານ, ແລະ ຮ້ອງ​ໄຫ້​ນຳ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເພິ່ນ, ແລະ ໄດ້​ກ່າວ​ກັບ​ສະ​ຫວັນ​ວ່າ: ຂ້າ​ພຣະ​ອົງ​ຈະ ປະ​ຕິ​ເສດ​ບໍ່​ຮັບ​ເອົາ​ການ​ປອບ​ໂຍນ; ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອ​ນົກ​ວ່າ: ຈົ່ງ​ລື້ນ​ເລີງ ແລະ ເບີກ​ບານ​ເຖີດ; ແລະ ເບິ່ງ​ເຖີດ.

45 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ນົກ​ໄດ້​ຫລຽວ​ເບິ່ງ; ແລະ ຈາກ​ໂນ​ອາ, ເພິ່ນ​ໄດ້​ເຫັນ​ຄອບ​ຄົວ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ; ແລະ ເພິ່ນ​ໄດ້​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ກ່າວ​ວ່າ: ເມື່ອ​ໃດ​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ? ເມື່ອ​ໃດ​ໂລ​ຫິດ​ຂອງ​ພຣະ​ຜູ້​ຊອບ​ທຳ​ຈະ​ຫລັ່ງ, ເພື່ອ​ວ່າ​ຜູ້​ຄົນ​ທັງ​ປວງ​ທີ່​ໂສກ​ເສົ້າ​ຈະ​ໄດ້​ຮັບ ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ ແລະ ມີ​ຊີ​ວິດ​ນິ​ລັນ​ດອນ?

46 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ມັນ​ຈະ​ເກີດ​ຂຶ້ນ​ໃນ ເວ​ລາ​ອັນ​ຮຸ່ງ​ໂລດ, ໃນ​ວັນ​ເວ​ລາ​ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ການ​ແກ້​ແຄ້ນ.

47 ແລະ ຈົ່ງ​ເບິ່ງ, ເອ​ນົກ​ໄດ້​ເຫັນ​ວັນ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ບຸດ​ມະ​ນຸດ, ແມ່ນ​ແຕ່​ໃນ​ເນື້ອ​ໜັງ; ແລະ ຈິດ​ວິນ​ຍານ​ຂອງ​ເພິ່ນ​ໄດ້​ປິ​ຕິ​ຍິນ​ດີ, ໂດຍ​ກ່າວ​ວ່າ: ພຣະ​ຜູ້​ຊອບ​ທຳ​ໄດ້​ຖືກ​ຍົກ​ຂຶ້ນ, ແລະ ພຣະ​ເມ​ສາ​ນ້ອຍ​ໄດ້​ຖືກ​ປະ​ຫານ​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ; ແລະ ຜ່ານ​ສັດ​ທາ​ຂ້າ​ພະ​ເຈົ້າ​ໄດ້​ຢູ່​ໃນ​ຊວງ​ເອິກ​ຂອງ​ພຣະ​ບິ​ດາ, ແລະ ຈົ່ງ​ເບິ່ງ, ຊີ​ໂອນ​ຢູ່​ກັບ​ຂ້າ​ພະ​ເຈົ້າ.

48 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ນົກ​ໄດ້​ຫລຽວ​ເບິ່ງ ແຜ່ນ​ດິນ​ໂລກ; ແລະ ເພິ່ນ​ໄດ້​ຍິນ​ສຽງ​ຈາກ​ອຸ​ທອນ​ຂອງ​ນາງ, ໂດຍ​ກ່າວ​ວ່າ: ວິ​ບັດ, ວິ​ບັດ ຄື​ເຮົາ, ມານ​ດາ​ຂອງ​ມະ​ນຸດ; ເຮົາ​ເຈັບ​ປວດ, ເຮົາ​ອິດ​ເມື່ອຍ, ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ລູກໆ​ຂອງ​ເຮົາ. ເມື່ອ​ໃດ​ເຮົາ​ຈຶ່ງ​ຈະ​ໄດ້ ພັກ​ຜ່ອນ, ແລະ ຖືກ​ຊຳ​ລະ​ລ້າງ​ຈາກ ຄວາມ​ສົກ​ກະ​ປົກ ຊຶ່ງ​ໄດ້​ອອກ​ໄປ​ຈາກ​ເຮົາ? ເມື່ອ​ໃດ​ນໍ​ພຣະ​ຜູ້​ສ້າງ​ຂອງ​ເຮົາ​ຈຶ່ງ​ຈະ​ຊຳ​ລະ​ເຮົາ​ໃຫ້​ບໍ​ລິ​ສຸດ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ພັກ​ຜ່ອນ, ແລະ ຄວາມ​ຊອບ​ທຳ​ຊົ່ວ​ໄລ​ຍະ​ເວ​ລາ​ໜຶ່ງ​ຈະ​ຢູ່​ເທິງ​ໃບ​ໜ້າ​ຂອງ​ເຮົາ?

49 ແລະ ເມື່ອ​ເອ​ນົກ​ໄດ້​ຍິນ​ແຜ່ນ​ດິນ​ໂລກ​ເປັນ​ທຸກ, ເພິ່ນ​ກໍ​ໄດ້​ຮ້ອງ​ໄຫ້, ແລະ ໄດ້​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ກ່າວ​ວ່າ: ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ບໍ່​ເມດ​ຕາ​ສົງ​ສານ​ແຜ່ນ​ດິນ​ໂລກ​ແດ່​ບໍ? ພຣະ​ອົງ​ຈະ​ບໍ່​ອວຍ​ພອນ​ລູກ​ຫລານ​ຂອງ​ໂນ​ອາ​ແດ່​ບໍ?

50 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ນົກ​ໄດ້​ທູນ​ຕໍ່​ໄປ​ອີກ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ກ່າວ​ວ່າ: ຂ້າ​ພຣະ​ອົງ​ທູນ​ຂໍ​ນຳ​ພຣະ​ອົງ, ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ແມ່ນ​ແຕ່​ພຣະ​ເຢ​ຊູ​ຄຣິດ, ວ່າ​ພຣະ​ອົງ​ຈະ​ມີ​ເມດ​ຕາ​ຕໍ່​ໂນ​ອາ ແລະ ລູກ​ຫລານ​ຂອງ​ເພິ່ນ, ເພື່ອ​ວ່າ​ແຜ່ນ​ດິນ​ໂລກ​ຈະ​ບໍ່​ຖືກ​ປົກ​ຄຸມ​ດ້ວຍ​ນ້ຳ​ຖ້ວມ​ອີກ​ເລີຍ.

51 ແລະ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ສາ​ມາດ​ປະ​ຕິ​ເສດ; ແລະ ພຣະ​ອົງ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ເອ​ນົກ, ແລະ ໄດ້​ສາ​ບານ​ກັບ​ເພິ່ນ, ວ່າ​ພຣະ​ອົງ​ຈະ​ຢັບ​ຢັ້ງ ນ້ຳ​ຖ້ວມ​ໄວ້; ວ່າ​ພຣະ​ອົງ​ຈະ​ເອີ້ນ​ຫາ​ລູກ​ຫລານ​ຂອງ​ໂນ​ອາ;

52 ແລະ ພຣະ​ອົງ​ໄດ້​ສົ່ງ​ຄຳ​ສັ່ງ​ທີ່​ບໍ່​ປ່ຽນ​ແປງ​ອອກ​ໄປ, ວ່າ ຜູ້​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ຂອງ​ເພິ່ນ​ຈະ​ຖືກ​ພົບ​ເຫັນ​ສະ​ເໝີ​ຢູ່​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ, ໃນ​ຂະ​ນະ​ທີ່​ແຜ່ນ​ດິນ​ໂລກ​ຍັງ​ຕັ້ງ​ຢູ່;

53 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ຂໍ​ໃຫ້​ເຂົາ​ເປັນ​ສຸກ​ເຖີດ ຜູ້​ຊຶ່ງ​ຜ່ານ​ເຊື້ອ​ສາຍ​ຂອງ​ເຂົາ ພຣະ​ເມ​ຊີ​ອາ​ຈະ​ສະ​ເດັດ​ມາ; ພຣະ​ອົງ​ໄດ້​ກ່າວ​ວ່າ—ເຮົາຄື ພຣະ​ເມ​ຊີ​ອາ, ກະ​ສັດ​ແຫ່ງ​ຊີ​ໂອນ, ຫີນ​ສີ​ລາ​ຂອງ​ສະ​ຫວັນ, ຊຶ່ງ​ກວ້າງ​ໃຫຍ່​ດັ່ງ​ຊົ່ວ​ນິ​ລັນ​ດອນ; ຜູ້​ໃດ​ກໍ​ຕາມ​ທີ່​ເຂົ້າ​ທາງ​ປະ​ຕູ ແລະ ປີນ​ຂຶ້ນ​ໂດຍ​ອາ​ໄສ​ເຮົາ​ຈະ​ບໍ່​ມີ​ວັນ​ຕົກ; ດັ່ງ​ນັ້ນ, ຜູ້​ຄົນ​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ພວກ​ເຂົາ​ຈະ​ອອກ​ມາ​ດ້ວຍ ເພງ​ແຫ່ງ​ຄວາມ​ສຸກ​ອັນ​ເປັນ​ນິດ.

54 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ນົກ​ໄດ້​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ກ່າວ​ວ່າ: ເມື່ອ​ບຸດ​ມະ​ນຸດ​ສະ​ເດັດ​ມາ​ໃນ​ເນື້ອ​ໜັງ, ແຜ່ນ​ດິນ​ໂລກ​ຈະ​ໄດ້​ພັກ​ຜ່ອນ​ບໍ? ຂ້າ​ພຣະ​ອົງ​ອ້ອນ​ວອນ​ພຣະ​ອົງ ຂໍ​ຈົ່ງ​ສະ​ແດງ​ສິ່ງ​ເຫລົ່າ​ນີ້​ໃຫ້​ຂ້າ​ພຣະ​ອົງ​ເຫັນ​ແດ່​ທ້ອນ.

55 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອ​ນົກ​ວ່າ: ຈົ່ງ​ເບິ່ງ​ເຖີດ, ແລະ ເພິ່ນ​ໄດ້​ຫລຽວ​ເບິ່ງ ແລະ ໄດ້​ເຫັນ ບຸດ​ມະ​ນຸດ​ຖືກ​ຍົກ​ຂຶ້ນ​ເທິງ ໄມ້​ກາງ​ແຂນ, ຕາມ​ວິ​ທີ​ຂອງ​ມະ​ນຸດ;

56 ແລະ ເພິ່ນ​ໄດ້​ຍິນ​ສຽງ​ອັນ​ດັງ; ແລະ ຟ້າ​ສະ​ຫວັນ​ຖືກ​ມ່ານ​ປິດ​ໄວ້; ແລະ ການ​ສ້າງ​ທັງ​ປວງ​ຂອງ​ພຣະ​ເຈົ້າ​ເປັນ​ທຸກ; ແລະ ແຜ່ນ​ດິນ​ໂລກ ຄວນ​ຄາງ; ແລະ ກ້ອນ​ຫີນ​ແຕກ​ເປັນ​ປ່ຽງໆ; ແລະ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້ ລຸກ​ຂຶ້ນ, ແລະ ໄດ້​ຮັບ​ການ ສວມ​ມົງ​ກຸດ​ຢູ່​ທາງ ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ບຸດ​ມະ​ນຸດ, ດ້ວຍ​ມົງ​ກຸດ​ແຫ່ງ​ລັດ​ສະ​ໝີ​ພາບ;

57 ແລະ ວິນ​ຍານ​ຫລາຍ​ຕໍ່​ຫລາຍ​ດວງ​ທີ່​ຢູ່​ໃນ ຄຸກ​ໄດ້​ອອກ​ມາ, ແລະ ຢືນ​ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ; ແລະ ຜູ້​ທີ່​ເຫລືອ​ຢູ່​ຈະ​ຖືກ​ຈ່ອງ​ຈຳ​ໄວ້​ໃນ​ໂສ້​ແຫ່ງ​ຄວາມ​ມືດ​ຈົນ​ກວ່າ​ການ​ພິ​ພາກ​ສາ​ແຫ່ງ​ວັນ​ອັນ​ຍິ່ງ​ໃຫຍ່.

58 ແລະ ເອ​ນົກ​ໄດ້​ຮ້ອງ​ໄຫ້​ອີກ ແລະ ໄດ້​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ກ່າວ​ວ່າ: ເມື່ອ​ໃດ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ພັກ​ຜ່ອນ?

59 ແລະ ເອ​ນົກ​ໄດ້​ເຫັນ​ບຸດ​ມະ​ນຸດ​ສະ​ເດັດ​ຂຶ້ນ​ໄປ​ເຝົ້າ​ພຣະ​ບິ​ດາ; ແລະ ເພິ່ນ​ໄດ້​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ກ່າວ​ວ່າ: ພຣະ​ອົງ​ຈະ​ບໍ່​ສະ​ເດັດ​ມາ​ຍັງ​ແຜ່ນ​ດິນ​ໂລກ​ອີກ​ບໍ? ໂດຍ​ທີ່​ເຫັນ​ວ່າ​ພຣະ​ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຂ້າ​ພຣະ​ອົງ​ຮູ້​ຈັກ​ພຣະ​ອົງ, ແລະ ພຣະ​ອົງ​ໄດ້​ສັນ​ຍາ​ກັບ​ຂ້າ​ພຣະ​ອົງ, ແລະ ໄດ້​ບັນ​ຊາ​ຂ້າ​ພຣະ​ອົງ​ວ່າ​ຂ້າ​ພຣະ​ອົງ​ຈະ​ທູນ​ຂໍ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ; ພຣະ​ອົງ​ໄດ້​ສ້າງ​ຂ້າ​ພຣະ​ອົງ, ແລະ ໄດ້​ປະ​ທານ​ສິດ​ຕໍ່​ພຣະ​ບັນ​ລັງ​ຂອງ​ພຣະ​ອົງ​ໃຫ້​ແກ່​ຂ້າ​ພຣະ​ອົງ, ແລະ ບໍ່​ແມ່ນ​ດ້ວຍ​ຕົວ​ຂອງ​ຂ້າ​ພຣະ​ອົງ​ເອງ, ແຕ່​ໂດຍ​ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ອົງ​ເອງ; ດັ່ງ​ນັ້ນ, ຂ້າ​ພຣະ​ອົງ​ຈຶ່ງ​ທູນ​ຖາມ​ພຣະ​ອົງ ວ່າ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ຍັງ​ແຜ່ນ​ດິນ​ໂລກ​ອີກ​ຫລື​ບໍ່.

60 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອ​ນົກ​ວ່າ: ເຮົາ​ຍັງ​ມີ​ຊີ​ວິດ​ຢູ່​ສັນ​ໃດ, ແມ່ນ​ແຕ່​ສັນ​ນັ້ນ​ເຮົາ​ຈະ​ມາ​ໃນ ຍຸກ​ສຸດ​ທ້າຍ, ໃນ​ວັນ​ເວ​ລາ​ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ການ​ແກ້​ແຄ້ນ, ເພື່ອ​ເຮັດ​ໃຫ້​ຄຳ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ເຈົ້າ​ກ່ຽວ​ກັບ​ລູກ​ຫລານ​ຂອງ​ໂນ​ອາ​ສຳ​ເລັດ​ຄົບ​ຖ້ວນ;

61 ແລະ ວັນ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ແຜ່ນ​ດິນ​ໂລກ​ຈະ ພັກ​ຜ່ອນ, ແຕ່​ກ່ອນ​ວັນ​ນັ້ນ ຟ້າ​ສະ​ຫວັນ​ຈະ ມືດ​ດັບ, ແລະ ມ່ານ​ແຫ່ງ​ຄວາມ​ມືດ​ຈະ​ປົກ​ຄຸມ​ແຜ່ນ​ດິນ​ໂລກ; ແລະ ຟ້າ​ສະ​ຫວັນ​ສັ່ນ​ສະ​ເທືອນ, ແລະ ແຜ່ນ​ດິນ​ໂລກ​ນຳ​ອີກ; ແລະ ຄວາມ​ທຸກ​ຍາກ​ລຳ​ບາກ​ອັນ​ໃຫຍ່​ຫລວງ​ຈະ​ມີ​ຢູ່​ໃນ​ບັນ​ດາ​ລູກ​ຫລານ​ມະ​ນຸດ, ແຕ່​ເຮົາ​ຈະ ຮັກ​ສາ​ຜູ້​ຄົນ​ຂອງ​ເຮົາ​ໄວ້;

62 ແລະ ຄວາມ​ຊອບ​ທຳ​ຈະ​ຖືກ​ສົ່ງ​ລົງ​ມາ​ຈາກ​ສະ​ຫວັນ; ແລະ ເຮົາ​ຈະ​ສົ່ງ ຄວາມ​ຈິງ​ຂຶ້ນ​ມາ​ຈາກ ແຜ່ນ​ດິນ​ໂລກ, ເພື່ອ​ເປັນ ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ; ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ພຣະ​ອົງ​ຈາກ​ຄວາມ​ຕາຍ; ແທ້​ຈິງ​ແລ້ວ, ແລະ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ມະ​ນຸດ​ທຸກ​ຄົນ​ນຳ​ອີກ; ແລະ ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ຊອບ​ທຳ ແລະ ຄວາມ​ຈິງ​ກວາດ​ແຜ່ນ​ດິນ​ໂລກ​ດັ່ງ​ນ້ຳ​ຖ້ວມ, ເພື່ອ ເຕົ້າ​ໂຮມ​ຜູ້​ທີ່​ເຮົາ​ເລືອກ​ໄວ້​ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ, ໄປ​ສູ່​ສະ​ຖານ​ທີ່​ຊຶ່ງ​ເຮົາ​ຈະ​ຈັດ​ຕຽມ​ໄວ້, ນະ​ຄອນ​ສັກ​ສິດ, ເພື່ອ​ວ່າ​ຜູ້​ຄົນ​ຂອງ​ເຮົາ​ຈະ​ຄາດ​ແອວ​ຂອງ​ພວກ​ເຂົາ, ແລະ ຄອຍ​ຖ້າ​ເວ​ລາ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ເຮົາ; ເພາະ​ວ່າ​ສະ​ຖານ​ທີ່​ນະ​ມັດ​ສະ​ການ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ, ແລະ ມັນ​ຈະ​ຖືກ​ເອີ້ນ​ວ່າ ຊີ​ໂອນ, ເຢ​ຣູ​ຊາ​ເລັມ​ໃໝ່.

63 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອ​ນົກ​ວ່າ: ຈາກ​ນັ້ນ​ເຈົ້າ​ກັບ ເມືອງ​ຂອງ​ເຈົ້າ​ທັງ​ເມືອງ​ຈະ​ພົບ​ພວກ​ເຂົາ​ຢູ່​ທີ່​ນັ້ນ, ແລະ ພວກ​ເຮົາ​ຈະ​ຮັບ​ເອົາ​ພວກ​ເຂົາ​ໄວ້​ໃນ​ຊວງ​ເອິກ​ຂອງ​ພວກ​ເຮົາ, ແລະ ພວກ​ເຂົາ​ຈະ​ໄດ້​ເຫັນ​ພວກ​ເຮົາ; ແລະ ພວກ​ເຮົາ​ຈະ​ໂອບ​ກອດ​ຄໍ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ໂອບ​ກອດ​ຄໍ​ພວກ​ເຮົາ, ແລະ ພວກ​ເຮົາ​ຈະ​ຈູບ​ກັນ;

64 ແລະ ທີ່​ປະ​ທັບ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ, ແລະ ມັນ​ຈະ​ເປັນ​ຊີ​ໂອນ, ຊຶ່ງ​ຈະ​ອອກ​ມາ​ຈາກ​ການ​ສ້າງ​ທັງ​ປວງ​ທີ່​ເຮົາ​ໄດ້​ສ້າງ​ໄວ້; ແລະ ແຜ່ນ​ດິນ​ໂລກ​ຈະ ພັກ​ຜ່ອນ​ເປັນ​ເວ​ລາ ໜຶ່ງ​ພັນ​ປີ.

65 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເອ​ນົກ​ໄດ້​ເຫັນ​ວັນ​ເວ​ລາ​ແຫ່ງ ການ​ສະ​ເດັດ​ມາ​ຂອງ​ບຸດ​ມະ​ນຸດ, ໃນ​ຍຸກ​ສຸດ​ທ້າຍ, ເພື່ອ​ປະ​ທັບ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ຄວາມ​ຊອບ​ທຳ​ເປັນ​ເວ​ລາ​ໜຶ່ງ​ພັນ​ປີ;

66 ແຕ່​ກ່ອນ​ວັນ​ນັ້ນ ເພິ່ນ​ໄດ້​ເຫັນ​ຄວາມ​ທຸກ​ຍາກ​ລຳ​ບາກ​ອັນ​ໃຫຍ່​ຫລວງ​ໃນ​ບັນ​ດາ​ຄົນ​ຊົ່ວ; ແລະ ເພິ່ນ​ກໍ​ໄດ້​ເຫັນ​ທະ​ເລ​ນຳ​ອີກ, ວ່າ​ມັນ​ປັ່ນ​ປ່ວນ, ແລະ ຫົວ​ໃຈ​ຂອງ​ມະ​ນຸດ ທໍ້​ຖອຍ, ຄອຍ​ຖ້າ ການ​ພິ​ພາກ​ສາ​ຂອງ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ດ້ວຍ​ຄວາມ​ຢ້ານ​ກົວ, ຊຶ່ງ​ຈະ​ມາ​ເຖິງ​ຄົນ​ຊົ່ວ.

67 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ທຸກ​ສິ່ງ​ທັງ​ປວງ​ໃຫ້​ເອ​ນົກ​ເຫັນ, ແມ່ນ​ແຕ່​ຈົນ​ເຖິງ​ຄາວ​ສິ້ນ​ສຸດ​ໂລກ; ແລະ ເພິ່ນ​ໄດ້​ເຫັນ​ວັນ​ຂອງ​ຄົນ​ຊອບ​ທຳ, ຊົ່ວ​ໂມງ​ແຫ່ງ​ການ​ໄຖ່​ຂອງ​ພວກ​ເຂົາ, ແລະ ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ ຄວາມ​ຊື່ນ​ຊົມ;

68 ແລະ ວັນ​ເວ​ລາ​ທັງ​ໝົດ​ຂອງ ຊີ​ໂອນ, ໃນ​ວັນ​ເວ​ລາ​ຂອງ​ເອ​ນົກ, ຄື​ສາມ​ຮ້ອຍ​ຫົກ​ສິບ​ຫ້າ​ປີ.

69 ແລະ ເອ​ນົກ ແລະ ຜູ້​ຄົນ​ທັງ​ປວງ​ຂອງ​ເພິ່ນ​ໄດ້ ເດີນ​ໄປ​ກັບ​ພຣະ​ເຈົ້າ, ແລະ ພຣະ​ອົງ​ໄດ້​ສະ​ຖິດ​ຢູ່​ທ່າມ​ກາງ​ຊີ​ໂອນ; ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊີ​ໂອນ​ບໍ່​ມີ​ແລ້ວ, ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຮັບ​ເອົາ​ມັນ​ໄປ​ໄວ້​ໃນ​ຊວງ​ເອິກ​ຂອງ​ພຣະ​ອົງ​ເອງ; ແລະ ນັບ​ແຕ່​ນັ້ນ​ມາ ມີ​ການ​ກ່າວ​ວ່າ, ຊີ​ໂອນ​ຫລົບ​ໜີ​ໄປ​ແລ້ວ.