ບົດທີ 7
(ເດືອນທັນວາ 1830)
ເອນົກສິດສອນ, ນຳພາຜູ້ຄົນ, ແລະ ເຄື່ອນຍ້າຍພູເຂົາ—ເມືອງຊີໂອນຖືກສະຖາປະນາຂຶ້ນ—ເອນົກຫລິງເຫັນລ່ວງໜ້າເຖິງການສະເດັດມາຂອງບຸດມະນຸດ, ການເສຍສະລະຊົດໃຊ້ຂອງພຣະອົງ, ແລະ ການຟື້ນຄືນຊີວິດຂອງໄພ່ພົນຂອງພຣະເຈົ້າ—ເພິ່ນຫລິງເຫັນລ່ວງໜ້າເຖິງການຟື້ນຟູ, ການເຕົ້າໂຮມ, ການສະເດັດມາຄັ້ງທີສອງ, ແລະ ການກັບຄືນຂອງຊີໂອນ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອນົກກ່າວປາໄສຂອງເພິ່ນຕໍ່ໄປ, ໂດຍກ່າວວ່າ: ຈົ່ງເບິ່ງ, ອາດາມບິດາຂອງພວກເຮົາໄດ້ສິດສອນສິ່ງເຫລົ່ານີ້, ແລະ ຫລາຍຄົນໄດ້ເຊື່ອ ແລະ ກາຍເປັນ ບຸດຂອງພຣະເຈົ້າ, ແລະ ຫລາຍຄົນບໍ່ໄດ້ເຊື່ອ, ແລະ ໄດ້ຕາຍໄປໃນຄວາມບາບຂອງພວກເຂົາ, ແລະ ເຝົ້າຄອຍດ້ວຍ ຄວາມຢ້ານກົວ, ໃນຄວາມທໍລະມານ, ເຖິງຄວາມເຄືອງແຄ້ນເໝືອນກັບໄຟອັນໜ້າເກງຂາມ ແລະ ໜ້າຢ້ານກົວຂອງພຣະເຈົ້າ ທີ່ຈະຖອກເທລົງໃສ່ພວກເຂົາ.
2 ແລະ ນັບແຕ່ເວລານັ້ນມາເອນົກໄດ້ເລີ່ມທຳນາຍ, ໂດຍກ່າວກັບຜູ້ຄົນວ່າ: ໃນຂະນະທີ່ຂ້າພະເຈົ້າເດີນທາງ, ແລະ ຢືນຢູ່ເທິງສະຖານທີ່ ເມຮູຢາ, ແລະ ໄດ້ທູນຕໍ່ພຣະຜູ້ເປັນເຈົ້າ, ໄດ້ມີສຸລະສຽງອອກມາຈາກສະຫວັນ, ໂດຍກ່າວວ່າ—ເຈົ້າຈົ່ງຫັນກັບໄປ, ແລະ ເຈົ້າຈົ່ງຂຶ້ນໄປເທິງພູຊີເມໂອນ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ກັບໄປ ແລະ ໄດ້ຂຶ້ນໄປເທິງພູ; ແລະ ໃນຂະນະທີ່ຂ້າພະເຈົ້າຢືນຢູ່ເທິງພູ, ຂ້າພະເຈົ້າໄດ້ເຫັນຟ້າສະຫວັນເປີດ, ແລະ ຂ້າພະເຈົ້າໄດ້ຖືກຫຸ້ມຫໍ່ດ້ວຍ ລັດສະໝີພາບ;
4 ແລະ ຂ້າພະເຈົ້າໄດ້ເຫັນພຣະຜູ້ເປັນເຈົ້າ; ແລະ ພຣະອົງໄດ້ປະທັບຢູ່ຕໍ່ໜ້າຂອງຂ້າພະເຈົ້າ, ແລະ ພຣະອົງໄດ້ເວົ້າລົມກັບຂ້າພະເຈົ້າ, ແມ່ນແຕ່ຄືກັນກັບຄົນຜູ້ໜຶ່ງເວົ້າກັບຄົນອີກຜູ້ໜຶ່ງ, ໜ້າຕໍ່ໜ້າ; ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງ ຫລຽວເບິ່ງ, ແລະ ເຮົາຈະສະແດງໃຫ້ເຈົ້າເຫັນໂລກເປັນເວລາຫລາຍລຸ້ນຄົນ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຫັນຫ່ອມພູຊຳ, ແລະ ເບິ່ງແມ, ຜູ້ຄົນຢ່າງຫລວງຫລາຍທີ່ອາໄສຢູ່ໃນຜ້າເຕັນ, ຊຶ່ງເປັນຜູ້ຄົນຂອງຊຳ.
6 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າອີກ: ຈົ່ງເບິ່ງເຖີດ; ແລະ ຂ້າພະເຈົ້າໄດ້ຫລຽວໄປທາງທິດເໜືອ, ແລະ ຂ້າພະເຈົ້າໄດ້ເຫັນຜູ້ຄົນຂອງການາອານ, ຊຶ່ງອາໄສຢູ່ໃນຜ້າເຕັນ.
7 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງທຳນາຍ; ແລະ ຂ້າພະເຈົ້າໄດ້ທຳນາຍ, ໂດຍກ່າວວ່າ: ຈົ່ງເບິ່ງຜູ້ຄົນຂອງການາອານ, ຊຶ່ງມີຈຳນວນຢ່າງຫລວງຫລາຍ, ຈະອອກໄປຕໍ່ສູ້ກັບຜູ້ຄົນຂອງຊຳ, ແລະ ຈະຂ້າພວກເຂົາ ຈົນວ່າພວກເຂົາຖືກທຳລາຍຈົນໝົດສິ້ນ; ແລະ ຜູ້ຄົນຂອງການາອານຈະແຍກກັນອອກໄປໃນແຜ່ນດິນ, ແລະ ແຜ່ນດິນຈະແຫ້ງແລ້ງ ແລະ ບໍ່ເກີດຜົນ, ແລະ ບໍ່ມີຜູ້ຄົນອື່ນໃດຈະອາໄສຢູ່ທີ່ນັ້ນນອກຈາກຜູ້ຄົນຂອງການາອານ;
8 ເພາະຈົ່ງເບິ່ງ, ພຣະຜູ້ເປັນເຈົ້າຈະສາບແຊ່ງແຜ່ນດິນດ້ວຍຄວາມຮ້ອນທີ່ສຸດ, ແລະ ຄວາມແຫ້ງແລ້ງຂອງມັນຈະເປັນໄປເຊັ່ນນັ້ນຕະຫລອດການ; ແລະ ຄວາມດຳໄດ້ເກີດກັບລູກຫລານທັງປວງຂອງການາອານ, ຈົນວ່າພວກເຂົາຖືກກຽດຊັງໃນບັນດາຜູ້ຄົນທັງປວງ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງເບິ່ງເຖີດ; ແລະ ຂ້າພະເຈົ້າໄດ້ເບິ່ງ, ແລະ ຂ້າພະເຈົ້າໄດ້ເຫັນແຜ່ນດິນຊາໂຣນ, ແລະ ແຜ່ນດິນເອນົກ, ແລະ ແຜ່ນດິນອອມເນີ, ແລະ ແຜ່ນດິນເຮໄນ, ແລະ ແຜ່ນດິນເຊມ, ແລະ ແຜ່ນດິນເຮເນີ, ແລະ ແຜ່ນດິນຮານັນນີຫາ, ແລະ ຜູ້ອາໄສທັງປວງຢູ່ໃນນັ້ນ;
10 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງໄປຫາຜູ້ຄົນພວກນີ້, ແລະ ກ່າວກັບພວກເຂົາວ່າ—ຈົ່ງ ກັບໃຈ, ຖ້າບໍ່ດັ່ງນັ້ນ ເຮົາຈະອອກມາ ແລະ ລົງໂທດພວກເຂົາດ້ວຍຄຳສາບແຊ່ງ, ແລະ ພວກເຂົາຈະຕາຍ.
11 ແລະ ພຣະອົງໄດ້ປະທານພຣະບັນຍັດຂໍ້ໜຶ່ງໃຫ້ຂ້າພະເຈົ້າ ວ່າຂ້າພະເຈົ້າຄວນໃຫ້ ບັບຕິສະມາໃນພຣະນາມຂອງພຣະບິດາ, ແລະ ຂອງພຣະບຸດ, ຊຶ່ງເຕັມໄປດ້ວຍ ພຣະຄຸນ ແລະ ຄວາມຈິງ, ແລະ ຂອງ ພຣະວິນຍານບໍລິສຸດ, ຊຶ່ງເປັນພະຍານເຖິງພຣະບິດາ ແລະ ພຣະບຸດ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອນົກໄດ້ເອີ້ນຫາຜູ້ຄົນທັງປວງຕໍ່ໄປ, ຍົກເວັ້ນແຕ່ຜູ້ຄົນຂອງການາອານ, ໃຫ້ກັບໃຈ;
13 ແລະ ສັດທາຂອງເອນົກນັ້ນຍິ່ງໃຫຍ່ ຈົນວ່າເພິ່ນໄດ້ນຳພາຜູ້ຄົນຂອງພຣະເຈົ້າ, ແລະ ສັດຕູຂອງພວກເຂົາໄດ້ອອກມາສູ້ຮົບກັບພວກເຂົາ; ແລະ ເພິ່ນໄດ້ກ່າວພຣະຄຳຂອງພຣະຜູ້ເປັນເຈົ້າ, ແລະ ແຜ່ນດິນໂລກສັ່ນສະເທືອນ, ແລະ ພູເຂົາໄດ້ຫລົບໜີ, ແມ່ນແຕ່ຕາມຄຳສັ່ງຂອງເພິ່ນ; ແລະ ແມ່ນ້ຳຂອງສາຍນ້ຳໄດ້ຫັນໜີຈາກເສັ້ນທາງຂອງມັນ; ແລະ ສຽງຄວນຄາງຂອງໂຕສິງໄດ້ຍິນອອກມາຈາກຖິ່ນແຫ້ງແລ້ງກັນດານ; ແລະ ປະຊາຊາດທັງປວງຢ້ານກົວຫລາຍທີ່ສຸດ, ຖ້ອຍຄຳຂອງເອນົກມີພະລັງຫລາຍ, ແລະ ພາສາຂອງເພິ່ນມີ ອຳນາດຫລາຍ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ເພິ່ນ.
14 ມີດິນປະກົດຂຶ້ນມາຈາກຄວາມເລິກຂອງທະເລ, ແລະ ສັດຕູຂອງຜູ້ຄົນຂອງພຣະເຈົ້າແມ່ນໃຫຍ່ຫລວງ, ຈົນວ່າພວກເຂົາໄດ້ຫລົບໜີໄປ ແລະ ຢືນຢູ່ຫ່າງໄກ ແລະ ໄປຢູ່ເທິງດິນທີ່ປະກົດຂຶ້ນມາຈາກຄວາມເລິກຂອງທະເລ.
15 ແລະ ຍັກຂອງແຜ່ນດິນກໍເໝືອນກັນ, ໄດ້ຢືນຢູ່ຫ່າງໄກ; ແລະ ມີຄຳສາບແຊ່ງອອກໄປສູ່ຜູ້ຄົນທັງປວງທີ່ຕໍ່ສູ້ກັບພຣະເຈົ້າ;
16 ແລະ ນັບແຕ່ເວລານັ້ນມາ ໄດ້ມີສົງຄາມ ແລະ ການນອງເລືອດໃນບັນດາພວກເຂົາ; ແຕ່ພຣະຜູ້ເປັນເຈົ້າໄດ້ມາ ແລະ ສະຖິດຢູ່ກັບຜູ້ຄົນຂອງພຣະອົງ, ແລະ ພວກເຂົາໄດ້ດຳລົງຢູ່ໃນຄວາມຊອບທຳ.
17 ຄວາມຢ້ານກົວພຣະຜູ້ເປັນເຈົ້າຢູ່ເທິງປະຊາຊາດທັງປວງ, ລັດສະໝີພາບຂອງພຣະຜູ້ເປັນເຈົ້າແມ່ນມີຢູ່ຢ່າງຫລວງຫລາຍ, ຊຶ່ງຢູ່ເທິງຜູ້ຄົນຂອງພຣະອົງ. ແລະ ພຣະຜູ້ເປັນເຈົ້າໄດ້ ອວຍພອນແຜ່ນດິນ, ແລະ ພວກເຂົາໄດ້ຮັບພອນຢູ່ເທິງພູ, ແລະ ເທິງບ່ອນສູງ, ແລະ ຈະເລີນຮຸ່ງເຮືອງ.
18 ແລະ ພຣະຜູ້ເປັນເຈົ້າໄດ້ເອີ້ນຜູ້ຄົນຂອງພຣະອົງວ່າ ຊີໂອນ, ເພາະວ່າພວກເຂົາມີໃຈ ດຽວ ແລະ ມີຄວາມຄິດດຽວ, ແລະ ໄດ້ດຳລົງຢູ່ໃນຄວາມຊອບທຳ; ແລະ ບໍ່ມີຄົນຍາກຈົນໃນບັນດາພວກເຂົາ.
19 ແລະ ເອນົກໄດ້ສັ່ງສອນຕໍ່ໄປໃນຄວາມຊອບທຳໃຫ້ແກ່ຜູ້ຄົນຂອງພຣະເຈົ້າ. ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນວັນເວລາຂອງເພິ່ນ, ຄືເພິ່ນໄດ້ສ້າງເມືອງທີ່ເອີ້ນວ່າເມືອງບໍລິສຸດ, ແມ່ນແຕ່ ຊີໂອນ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອນົກໄດ້ເວົ້າລົມກັບພຣະຜູ້ເປັນເຈົ້າ; ແລະ ເພິ່ນໄດ້ກ່າວກັບພຣະຜູ້ເປັນເຈົ້າວ່າ: ແນ່ນອນວ່າ ຊີໂອນຈະຢູ່ໃນຄວາມປອດໄພຕະຫລອດການ. ແຕ່ພຣະຜູ້ເປັນເຈົ້າໄດ້ກ່າວກັບ ເອນົກວ່າ: ເຮົາໄດ້ອວຍພອນຊີໂອນ, ແຕ່ຜູ້ຄົນທີ່ເຫລືອຢູ່ເຮົາໄດ້ສາບແຊ່ງ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ສະແດງໃຫ້ເອນົກເຫັນຜູ້ອາໄສທັງປວງຂອງແຜ່ນດິນໂລກ; ແລະ ເພິ່ນໄດ້ເຫັນ, ແລະ ເບິ່ງແມ, ຊີໂອນ, ຕາມຄວາມສົມຄວນຂອງເວລາ, ໄດ້ຖືກ ເອົາຂຶ້ນໄປສະຫວັນ. ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບເອນົກ: ຈົ່ງເບິ່ງ ບ່ອນເຮົາສະຖິດຢູ່ຕະຫລອດການ.
22 ແລະ ເອນົກກໍໄດ້ເຫັນຜູ້ຄົນທີ່ເຫລືອຢູ່ຜູ້ຊຶ່ງເປັນພວກລູກຊາຍຂອງອາດາມ; ແລະ ພວກເຂົາເປັນຊາດປະສົມໃນບັນດາລູກຫລານທັງປວງຂອງອາດາມ ຍົກເວັ້ນແຕ່ລູກຫລານຂອງກາອິນ, ເພາະວ່າລູກຫລານຂອງກາອິນເປັນ ຄົນດຳ, ແລະ ບໍ່ມີບ່ອນຢູ່ໃນທ່າມກາງພວກເຂົາ.
23 ແລະ ຫລັງຈາກວ່າຊີໂອນໄດ້ຖືກຮັບຂຶ້ນໄປ ສະຫວັນແລ້ວ, ເອນົກໄດ້ ເຫັນ, ແລະ ເບິ່ງແມ, ປະຊາຊາດ ທັງປວງຂອງແຜ່ນດິນໂລກໄດ້ຢູ່ຕໍ່ໜ້າເພິ່ນ;
24 ແລະ ລຸ້ນແລ້ວລຸ້ນເລົ່າໄດ້ເກີດມາ; ແລະ ເອນົກໄດ້ຢູ່ບ່ອນສູງ ແລະ ຖືກ ຍົກຂຶ້ນ, ແມ່ນແຕ່ໃນພຣະຊວງ ຂອງພຣະບິດາ, ແລະ ຂອງບຸດມະນຸດ; ແລະ ຈົ່ງເບິ່ງ, ອຳນາດຂອງຊາຕານມີຢູ່ທົ່ວຜືນແຜ່ນດິນໂລກ.
25 ແລະ ເພິ່ນໄດ້ເຫັນເຫລົ່າທູດລົງມາຈາກສະຫວັນ; ແລະ ເພິ່ນໄດ້ຍິນສຽງດັງກ່າວວ່າ: ວິບັດ, ວິບັດ ຈົ່ງມີແກ່ຜູ້ອາໄສຂອງແຜ່ນດິນໂລກ.
26 ແລະ ເພິ່ນໄດ້ເຫັນຊາຕານ; ແລະ ມັນມີ ໂສ້ເສັ້ນໃຫຍ່ຢູ່ໃນມືຂອງມັນ, ແລະ ມັນບັງຜືນແຜ່ນດິນໂລກ ດ້ວຍ ຄວາມມືດ; ແລະ ມັນໄດ້ແຫງນໜ້າຂຶ້ນ ແລະ ຫົວ, ແລະ ບໍລິວານຂອງມັນປິຕິຍິນດີ.
27 ແລະ ເອນົກໄດ້ເຫັນ ເຫລົ່າທູດລົງມາຈາກສະຫວັນ, ໂດຍສະແດງ ປະຈັກພະຍານເຖິງພຣະບິດາ ແລະ ພຣະບຸດ; ແລະ ພຣະວິນຍານບໍລິສຸດໄດ້ລົງມາເທິງຫລາຍຄົນ, ແລະ ພວກເຂົາໄດ້ຖືກຮັບຂຶ້ນໄປຫາຊີໂອນໂດຍອຳນາດຂອງສະຫວັນ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະເຈົ້າແຫ່ງສະຫວັນໄດ້ທອດພຣະເນດເບິ່ງຜູ້ຄົນທີ່ເຫລືອຢູ່, ແລະ ພຣະອົງໄດ້ກັນແສງ; ແລະ ເອນົກໄດ້ເປັນພະຍານເຖິງເລື່ອງນີ້, ໂດຍກ່າວວ່າ: ສະຫວັນຮ້ອງໄຫ້ໄດ້ແນວໃດ, ແລະ ຫລັ່ງນ້ຳຕາລົງມາຄືກັນກັບສາຍຝົນຕົກໃສ່ພູ?
29 ແລະ ເອນົກໄດ້ກ່າວກັບພຣະຜູ້ເປັນເຈົ້າວ່າ: ພຣະອົງ ກັນແສງໄດ້ແນວໃດ, ໂດຍທີ່ເຫັນວ່າພຣະອົງຊົງບໍລິສຸດ, ແລະ ຈາກຕະຫລອດຊົ່ວນິລັນດອນເຖິງຕະຫລອດຊົ່ວນິລັນດອນ?
30 ແລະ ເປັນໄປໄດ້ແນວໃດທີ່ມະນຸດຈະສາມາດນັບແມ່ນແຕ່ໜ້ອຍໜຶ່ງຂອງ ແຜ່ນດິນໂລກໄດ້, ແທ້ຈິງແລ້ວ, ແຜ່ນດິນໂລກນັບເປັນລ້ານໆທີ່ຄືກັນນີ້, ນີ້ຄົງບໍ່ໄດ້ເປັນການເລີ່ມຕົ້ນຂອງ ການສ້າງຂອງພຣະອົງ; ແລະ ຜ້າມ່ານຂອງພຣະອົງຍັງບັງກັ້ນໄວ້ຢູ່; ແຕ່ວ່າພຣະອົງຢູ່ທີ່ນັ້ນ, ແລະ ຊວງເອິກຂອງພຣະອົງຢູ່ທີ່ນັ້ນ; ແລະ ພຣະອົງທ່ຽງທຳນຳອີກ; ພຣະອົງມີເມດຕາ ແລະ ກະລຸນາຕະຫລອດການ;
31 ແລະ ພຣະອົງໄດ້ຮັບເອົາຊີໂອນໄວ້ໃນຊວງເອິກຂອງພຣະອົງເອງ, ຈາກການສ້າງທັງປວງຂອງພຣະອົງ, ຈາກຕະຫລອດຊົ່ວນິລັນດອນເຖິງຕະຫລອດຊົ່ວນິລັນດອນ; ແລະ ບໍ່ມີສິ່ງໃດເລີຍນອກຈາກແຕ່ ສັນຕິສຸກ, ຄວາມຍຸດຕິທຳ, ແລະ ຄວາມຈິງເປັນສະຖານທີ່ຂອງພຣະບັນລັງຂອງພຣະອົງ; ແລະ ຄວາມເມດຕາຈະອອກໄປຕໍ່ພຣະພັກຂອງພຣະອົງ ແລະ ບໍ່ມີທີ່ສຸດ; ພຣະອົງກັນແສງໄດ້ແນວໃດ?
32 ພຣະຜູ້ເປັນເຈົ້າໄດ້ກ່າວກັບເອນົກວ່າ: ຈົ່ງເບິ່ງ ອ້າຍເອື້ອຍນ້ອງເຫລົ່ານີ້ຂອງເຈົ້າ; ພວກເຂົາເປັນ ຝີມືຈາກມືຂອງເຮົາເອງ, ແລະ ເຮົາໄດ້ມອບ ຄວາມຮູ້ຂອງພວກເຂົາໃຫ້ແກ່ພວກເຂົາ, ໃນມື້ທີ່ເຮົາໄດ້ສ້າງພວກເຂົາ; ແລະ ໃນສວນເອເດນ, ເຮົາໄດ້ມອບ ອຳເພີໃຈໃຫ້ມະນຸດ;
33 ແລະ ກັບອ້າຍເອື້ອຍນ້ອງຂອງເຈົ້າເຮົາໄດ້ກ່າວ, ແລະ ໄດ້ປະທານບັນຍັດໃຫ້, ວ່າພວກເຂົາຈະ ຮັກກັນແລະກັນ, ແລະ ວ່າພວກເຂົາຄວນເລືອກເອົາເຮົາ, ພຣະບິດາພວກເຂົາ; ແຕ່ຈົ່ງເບິ່ງ, ພວກເຂົາປາດສະຈາກຄວາມຮັກ, ແລະ ພວກເຂົາກຽດຊັງສາຍເລືອດຂອງຕົນເອງ;
34 ແລະ ໄຟແຫ່ງຄວາມເຄືອງແຄ້ນຂອງເຮົາໄດ້ເກີດກັບພວກເຂົາ; ແລະ ໃນຄວາມບໍ່ພໍໃຈທີ່ຮ້ອນດັ່ງໄຟຂອງເຮົາ, ເຮົາຈະສົ່ງ ນ້ຳຖ້ວມໄປຍັງພວກເຂົາ, ເພາະຄວາມຄຽດແຄ້ນອັນຮຸນແຮງຂອງເຮົາໄດ້ເກີດກັບພວກເຂົາ.
35 ຈົ່ງເບິ່ງ, ເຮົາຄືພຣະເຈົ້າ; ພຣະຜູ້ບໍລິສຸດຄືນາມຂອງເຮົາ; ພຣະຜູ້ປຶກສາຄືນາມຂອງເຮົາ; ແລະ ບໍ່ມີທີ່ສຸດ ແລະ ນິລັນດອນຄື ນາມຂອງເຮົານຳອີກ.
36 ດັ່ງນັ້ນ, ເຮົາຈຶ່ງສາມາດເດ່ມືຂອງເຮົາອອກໄປ ແລະ ຄວບຄຸມການສ້າງທັງປວງຂອງເຮົາ ຊຶ່ງເຮົາໄດ້ສ້າງຂຶ້ນ; ແລະ ຕາຂອງເຮົາສາມາດສຽບແທງພວກເຂົານຳອີກ, ແລະ ໃນບັນດາຝີມືທັງປວງຂອງເຮົາ ບໍ່ເຄີຍມີ ຄວາມຊົ່ວຮ້າຍອັນໃຫຍ່ຫລວງດັ່ງທີ່ມີຢູ່ໃນບັນດາອ້າຍເອື້ອຍນ້ອງຂອງເຈົ້າ.
37 ແຕ່ຈົ່ງເບິ່ງ, ບາບຂອງພວກເຂົາຈະຕົກຢູ່ເທິງຫົວຂອງບັນພະບຸລຸດຂອງພວກເຂົາ; ຊາຕານຈະເປັນບິດາຂອງພວກເຂົາ, ແລະ ຄວາມທຸກທໍລະມານຈະເປັນຊາຕາກຳຂອງພວກເຂົາ; ແລະ ທົ່ວທັງສະຫວັນຈະຮ້ອງໄຫ້ນຳພວກເຂົາ, ແມ່ນແຕ່ຝີມືທັງປວງຈາກມືຂອງເຮົາ; ດັ່ງນັ້ນ ສະຫວັນບໍ່ຄວນຮ້ອງໄຫ້ບໍ, ໂດຍເຫັນວ່າຄົນເຫລົ່ານີ້ຈະທົນທຸກ?
38 ແຕ່ຈົ່ງເບິ່ງ, ຄົນເຫລົ່ານີ້ທີ່ເຈົ້າຫລຽວເຫັນຈະຕາຍໃນນ້ຳຖ້ວມ; ແລະ ຈົ່ງເບິ່ງ, ເຮົາຈະຂັງພວກເຂົາ; ເຮົາໄດ້ຕຽມ ຄຸກໄວ້ໃຫ້ພວກເຂົາແລ້ວ.
39 ແລະ ຜູ້ທີ່ເຮົາເລືອກໄວ້ໄດ້ອ້ອນວອນຢູ່ຕໍ່ໜ້າເຮົາ. ດັ່ງນັ້ນ, ລາວຈຶ່ງໄດ້ຮັບທຸກທໍລະມານເພື່ອບາບຂອງພວກເຂົາ; ຕາບໃດທີ່ພວກເຂົາຈະກັບໃຈໃນວັນທີ່ ຜູ້ທີ່ເຮົາເລືອກໄວ້ຈະກັບມາຫາເຮົາ, ແລະ ຈົນເຖິງວັນນັ້ນ ພວກເຂົາຈະຢູ່ໃນ ຄວາມທໍລະມານ;
40 ດັ່ງນັ້ນ, ເພາະດ້ວຍເຫດນີ້ສະຫວັນຈຶ່ງຮ້ອງໄຫ້, ແທ້ຈິງແລ້ວ, ແລະ ຝີມືທັງປວງຈາກມືຂອງເຮົາ.
41 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ກ່າວກັບເອນົກ, ແລະ ໄດ້ບອກເອນົກເຖິງການກະທຳທັງປວງຂອງລູກຫລານມະນຸດ; ດັ່ງນັ້ນເອນົກຈຶ່ງຮູ້, ແລະ ເຫັນຄວາມຊົ່ວຮ້າຍຂອງພວກເຂົາ, ແລະ ຄວາມທຸກທໍລະມານຂອງພວກເຂົາ, ແລະ ໄດ້ຮ້ອງໄຫ້ ແລະ ໄດ້ເດ່ແຂນອອກໄປ, ແລະ ໃຈຂອງລາວພອງກວ້າງດັ່ງຊົ່ວນິລັນດອນ; ແລະ ອຸທອນຂອງລາວສົງສານ; ແລະ ຕະຫລອດຊົ່ວນິລັນດອນໄດ້ສັ່ນສະເທືອນ.
42 ແລະ ເອນົກກໍໄດ້ເຫັນ ໂນອານຳອີກ, ແລະ ຄອບຄົວຂອງເພິ່ນ; ວ່າລູກຫລານຂອງໂນອາຈະລອດ ດ້ວຍຄວາມລອດທາງໂລກ;
43 ດັ່ງນັ້ນ ເອນົກຈຶ່ງໄດ້ເຫັນວ່າໂນອາໄດ້ສ້າງ ເຮືອ; ແລະ ວ່າພຣະຜູ້ເປັນເຈົ້າໄດ້ຍິ້ມໃສ່ມັນ, ແລະ ໄດ້ຮັກສາມັນໄວ້ຢູ່ໃນພຣະຫັດຂອງພຣະອົງ; ແຕ່ສ່ວນຄົນຊົ່ວຜູ້ທີ່ເຫລືອຢູ່ ນ້ຳຖ້ວມໄດ້ມາເຖິງ ແລະ ກືນກິນພວກເຂົາ.
44 ແລະ ໃນຂະນະທີ່ເອນົກໄດ້ເຫັນສິ່ງນີ້, ເພິ່ນມີຄວາມຂົມຂື່ນໃນຈິດວິນຍານ, ແລະ ຮ້ອງໄຫ້ນຳອ້າຍເອື້ອຍນ້ອງຂອງເພິ່ນ, ແລະ ໄດ້ກ່າວກັບສະຫວັນວ່າ: ຂ້າພຣະອົງຈະ ປະຕິເສດບໍ່ຮັບເອົາການປອບໂຍນ; ແຕ່ພຣະຜູ້ເປັນເຈົ້າໄດ້ກ່າວກັບເອນົກວ່າ: ຈົ່ງລື້ນເລີງ ແລະ ເບີກບານເຖີດ; ແລະ ເບິ່ງເຖີດ.
45 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອນົກໄດ້ຫລຽວເບິ່ງ; ແລະ ຈາກໂນອາ, ເພິ່ນໄດ້ເຫັນຄອບຄົວທັງປວງຂອງແຜ່ນດິນໂລກ; ແລະ ເພິ່ນໄດ້ທູນຕໍ່ພຣະຜູ້ເປັນເຈົ້າ, ໂດຍກ່າວວ່າ: ເມື່ອໃດວັນຂອງພຣະຜູ້ເປັນເຈົ້າຈະມາເຖິງ? ເມື່ອໃດໂລຫິດຂອງພຣະຜູ້ຊອບທຳຈະຫລັ່ງ, ເພື່ອວ່າຜູ້ຄົນທັງປວງທີ່ໂສກເສົ້າຈະໄດ້ຮັບ ການຊຳລະໃຫ້ບໍລິສຸດ ແລະ ມີຊີວິດນິລັນດອນ?
46 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ມັນຈະເກີດຂຶ້ນໃນ ເວລາອັນຮຸ່ງໂລດ, ໃນວັນເວລາຂອງຄວາມຊົ່ວຮ້າຍ ແລະ ການແກ້ແຄ້ນ.
47 ແລະ ຈົ່ງເບິ່ງ, ເອນົກໄດ້ເຫັນວັນແຫ່ງການສະເດັດມາຂອງບຸດມະນຸດ, ແມ່ນແຕ່ໃນເນື້ອໜັງ; ແລະ ຈິດວິນຍານຂອງເພິ່ນໄດ້ປິຕິຍິນດີ, ໂດຍກ່າວວ່າ: ພຣະຜູ້ຊອບທຳໄດ້ຖືກຍົກຂຶ້ນ, ແລະ ພຣະເມສານ້ອຍໄດ້ຖືກປະຫານນັບຕັ້ງແຕ່ການວາງຮາກຖານຂອງໂລກ; ແລະ ຜ່ານສັດທາຂ້າພະເຈົ້າໄດ້ຢູ່ໃນຊວງເອິກຂອງພຣະບິດາ, ແລະ ຈົ່ງເບິ່ງ, ຊີໂອນຢູ່ກັບຂ້າພະເຈົ້າ.
48 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອນົກໄດ້ຫລຽວເບິ່ງ ແຜ່ນດິນໂລກ; ແລະ ເພິ່ນໄດ້ຍິນສຽງຈາກອຸທອນຂອງນາງ, ໂດຍກ່າວວ່າ: ວິບັດ, ວິບັດ ຄືເຮົາ, ມານດາຂອງມະນຸດ; ເຮົາເຈັບປວດ, ເຮົາອິດເມື່ອຍ, ເພາະຄວາມຊົ່ວຮ້າຍຂອງລູກໆຂອງເຮົາ. ເມື່ອໃດເຮົາຈຶ່ງຈະໄດ້ ພັກຜ່ອນ, ແລະ ຖືກຊຳລະລ້າງຈາກ ຄວາມສົກກະປົກ ຊຶ່ງໄດ້ອອກໄປຈາກເຮົາ? ເມື່ອໃດນໍພຣະຜູ້ສ້າງຂອງເຮົາຈຶ່ງຈະຊຳລະເຮົາໃຫ້ບໍລິສຸດ, ເພື່ອວ່າເຮົາຈະໄດ້ພັກຜ່ອນ, ແລະ ຄວາມຊອບທຳຊົ່ວໄລຍະເວລາໜຶ່ງຈະຢູ່ເທິງໃບໜ້າຂອງເຮົາ?
49 ແລະ ເມື່ອເອນົກໄດ້ຍິນແຜ່ນດິນໂລກເປັນທຸກ, ເພິ່ນກໍໄດ້ຮ້ອງໄຫ້, ແລະ ໄດ້ທູນຕໍ່ພຣະຜູ້ເປັນເຈົ້າ, ໂດຍກ່າວວ່າ: ໂອ້ ພຣະຜູ້ເປັນເຈົ້າ, ພຣະອົງຈະບໍ່ເມດຕາສົງສານແຜ່ນດິນໂລກແດ່ບໍ? ພຣະອົງຈະບໍ່ອວຍພອນລູກຫລານຂອງໂນອາແດ່ບໍ?
50 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອນົກໄດ້ທູນຕໍ່ໄປອີກກັບພຣະຜູ້ເປັນເຈົ້າ, ໂດຍກ່າວວ່າ: ຂ້າພຣະອົງທູນຂໍນຳພຣະອົງ, ໂອ້ ພຣະຜູ້ເປັນເຈົ້າ, ໃນພຣະນາມຂອງພຣະອົງດຽວທີ່ຖືກຳເນີດຂອງພຣະອົງ, ແມ່ນແຕ່ພຣະເຢຊູຄຣິດ, ວ່າພຣະອົງຈະມີເມດຕາຕໍ່ໂນອາ ແລະ ລູກຫລານຂອງເພິ່ນ, ເພື່ອວ່າແຜ່ນດິນໂລກຈະບໍ່ຖືກປົກຄຸມດ້ວຍນ້ຳຖ້ວມອີກເລີຍ.
51 ແລະ ພຣະຜູ້ເປັນເຈົ້າບໍ່ສາມາດປະຕິເສດ; ແລະ ພຣະອົງໄດ້ເຮັດພັນທະສັນຍາກັບເອນົກ, ແລະ ໄດ້ສາບານກັບເພິ່ນ, ວ່າພຣະອົງຈະຢັບຢັ້ງ ນ້ຳຖ້ວມໄວ້; ວ່າພຣະອົງຈະເອີ້ນຫາລູກຫລານຂອງໂນອາ;
52 ແລະ ພຣະອົງໄດ້ສົ່ງຄຳສັ່ງທີ່ບໍ່ປ່ຽນແປງອອກໄປ, ວ່າ ຜູ້ທີ່ເຫລືອຢູ່ຂອງເຊື້ອສາຍຂອງເພິ່ນຈະຖືກພົບເຫັນສະເໝີຢູ່ໃນບັນດາປະຊາຊາດທັງປວງ, ໃນຂະນະທີ່ແຜ່ນດິນໂລກຍັງຕັ້ງຢູ່;
53 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ຂໍໃຫ້ເຂົາເປັນສຸກເຖີດ ຜູ້ຊຶ່ງຜ່ານເຊື້ອສາຍຂອງເຂົາ ພຣະເມຊີອາຈະສະເດັດມາ; ພຣະອົງໄດ້ກ່າວວ່າ—ເຮົາຄື ພຣະເມຊີອາ, ກະສັດແຫ່ງຊີໂອນ, ຫີນສີລາຂອງສະຫວັນ, ຊຶ່ງກວ້າງໃຫຍ່ດັ່ງຊົ່ວນິລັນດອນ; ຜູ້ໃດກໍຕາມທີ່ເຂົ້າທາງປະຕູ ແລະ ປີນຂຶ້ນໂດຍອາໄສເຮົາຈະບໍ່ມີວັນຕົກ; ດັ່ງນັ້ນ, ຜູ້ຄົນທີ່ເຮົາໄດ້ກ່າວເຖິງຍ່ອມເປັນສຸກ, ເພາະວ່າພວກເຂົາຈະອອກມາດ້ວຍ ເພງແຫ່ງຄວາມສຸກອັນເປັນນິດ.
54 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອນົກໄດ້ທູນຕໍ່ພຣະຜູ້ເປັນເຈົ້າ, ໂດຍກ່າວວ່າ: ເມື່ອບຸດມະນຸດສະເດັດມາໃນເນື້ອໜັງ, ແຜ່ນດິນໂລກຈະໄດ້ພັກຜ່ອນບໍ? ຂ້າພຣະອົງອ້ອນວອນພຣະອົງ ຂໍຈົ່ງສະແດງສິ່ງເຫລົ່ານີ້ໃຫ້ຂ້າພຣະອົງເຫັນແດ່ທ້ອນ.
55 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບເອນົກວ່າ: ຈົ່ງເບິ່ງເຖີດ, ແລະ ເພິ່ນໄດ້ຫລຽວເບິ່ງ ແລະ ໄດ້ເຫັນ ບຸດມະນຸດຖືກຍົກຂຶ້ນເທິງ ໄມ້ກາງແຂນ, ຕາມວິທີຂອງມະນຸດ;
56 ແລະ ເພິ່ນໄດ້ຍິນສຽງອັນດັງ; ແລະ ຟ້າສະຫວັນຖືກມ່ານປິດໄວ້; ແລະ ການສ້າງທັງປວງຂອງພຣະເຈົ້າເປັນທຸກ; ແລະ ແຜ່ນດິນໂລກ ຄວນຄາງ; ແລະ ກ້ອນຫີນແຕກເປັນປ່ຽງໆ; ແລະ ໄພ່ພົນຂອງພຣະເຈົ້າໄດ້ ລຸກຂຶ້ນ, ແລະ ໄດ້ຮັບການ ສວມມົງກຸດຢູ່ທາງ ເບື້ອງຂວາພຣະຫັດຂອງບຸດມະນຸດ, ດ້ວຍມົງກຸດແຫ່ງລັດສະໝີພາບ;
57 ແລະ ວິນຍານຫລາຍຕໍ່ຫລາຍດວງທີ່ຢູ່ໃນ ຄຸກໄດ້ອອກມາ, ແລະ ຢືນຢູ່ທາງເບື້ອງຂວາພຣະຫັດຂອງພຣະເຈົ້າ; ແລະ ຜູ້ທີ່ເຫລືອຢູ່ຈະຖືກຈ່ອງຈຳໄວ້ໃນໂສ້ແຫ່ງຄວາມມືດຈົນກວ່າການພິພາກສາແຫ່ງວັນອັນຍິ່ງໃຫຍ່.
58 ແລະ ເອນົກໄດ້ຮ້ອງໄຫ້ອີກ ແລະ ໄດ້ທູນຕໍ່ພຣະຜູ້ເປັນເຈົ້າ, ໂດຍກ່າວວ່າ: ເມື່ອໃດແຜ່ນດິນໂລກຈະໄດ້ພັກຜ່ອນ?
59 ແລະ ເອນົກໄດ້ເຫັນບຸດມະນຸດສະເດັດຂຶ້ນໄປເຝົ້າພຣະບິດາ; ແລະ ເພິ່ນໄດ້ທູນຕໍ່ພຣະຜູ້ເປັນເຈົ້າ, ໂດຍກ່າວວ່າ: ພຣະອົງຈະບໍ່ສະເດັດມາຍັງແຜ່ນດິນໂລກອີກບໍ? ໂດຍທີ່ເຫັນວ່າພຣະອົງເປັນພຣະຜູ້ເປັນເຈົ້າ, ແລະ ຂ້າພຣະອົງຮູ້ຈັກພຣະອົງ, ແລະ ພຣະອົງໄດ້ສັນຍາກັບຂ້າພຣະອົງ, ແລະ ໄດ້ບັນຊາຂ້າພຣະອົງວ່າຂ້າພຣະອົງຈະທູນຂໍໃນພຣະນາມຂອງພຣະອົງດຽວທີ່ຖືກຳເນີດຂອງພຣະອົງ; ພຣະອົງໄດ້ສ້າງຂ້າພຣະອົງ, ແລະ ໄດ້ປະທານສິດຕໍ່ພຣະບັນລັງຂອງພຣະອົງໃຫ້ແກ່ຂ້າພຣະອົງ, ແລະ ບໍ່ແມ່ນດ້ວຍຕົວຂອງຂ້າພຣະອົງເອງ, ແຕ່ໂດຍຜ່ານທາງພຣະຄຸນຂອງພຣະອົງເອງ; ດັ່ງນັ້ນ, ຂ້າພຣະອົງຈຶ່ງທູນຖາມພຣະອົງ ວ່າພຣະອົງຈະສະເດັດມາຍັງແຜ່ນດິນໂລກອີກຫລືບໍ່.
60 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບເອນົກວ່າ: ເຮົາຍັງມີຊີວິດຢູ່ສັນໃດ, ແມ່ນແຕ່ສັນນັ້ນເຮົາຈະມາໃນ ຍຸກສຸດທ້າຍ, ໃນວັນເວລາຂອງຄວາມຊົ່ວຮ້າຍ ແລະ ການແກ້ແຄ້ນ, ເພື່ອເຮັດໃຫ້ຄຳສັນຍາທີ່ເຮົາໄດ້ເຮັດໄວ້ກັບເຈົ້າກ່ຽວກັບລູກຫລານຂອງໂນອາສຳເລັດຄົບຖ້ວນ;
61 ແລະ ວັນນັ້ນຈະມາເຖິງເມື່ອແຜ່ນດິນໂລກຈະ ພັກຜ່ອນ, ແຕ່ກ່ອນວັນນັ້ນ ຟ້າສະຫວັນຈະ ມືດດັບ, ແລະ ມ່ານແຫ່ງຄວາມມືດຈະປົກຄຸມແຜ່ນດິນໂລກ; ແລະ ຟ້າສະຫວັນສັ່ນສະເທືອນ, ແລະ ແຜ່ນດິນໂລກນຳອີກ; ແລະ ຄວາມທຸກຍາກລຳບາກອັນໃຫຍ່ຫລວງຈະມີຢູ່ໃນບັນດາລູກຫລານມະນຸດ, ແຕ່ເຮົາຈະ ຮັກສາຜູ້ຄົນຂອງເຮົາໄວ້;
62 ແລະ ຄວາມຊອບທຳຈະຖືກສົ່ງລົງມາຈາກສະຫວັນ; ແລະ ເຮົາຈະສົ່ງ ຄວາມຈິງຂຶ້ນມາຈາກ ແຜ່ນດິນໂລກ, ເພື່ອເປັນ ປະຈັກພະຍານເຖິງພຣະອົງດຽວທີ່ຖືກຳເນີດຂອງເຮົາ; ການຟື້ນຄືນຊີວິດຂອງພຣະອົງຈາກຄວາມຕາຍ; ແທ້ຈິງແລ້ວ, ແລະ ການຟື້ນຄືນຊີວິດຂອງມະນຸດທຸກຄົນນຳອີກ; ແລະ ເຮົາຈະເຮັດໃຫ້ຄວາມຊອບທຳ ແລະ ຄວາມຈິງກວາດແຜ່ນດິນໂລກດັ່ງນ້ຳຖ້ວມ, ເພື່ອ ເຕົ້າໂຮມຜູ້ທີ່ເຮົາເລືອກໄວ້ຈາກສີ່ສ່ວນຂອງແຜ່ນດິນໂລກ, ໄປສູ່ສະຖານທີ່ຊຶ່ງເຮົາຈະຈັດຕຽມໄວ້, ນະຄອນສັກສິດ, ເພື່ອວ່າຜູ້ຄົນຂອງເຮົາຈະຄາດແອວຂອງພວກເຂົາ, ແລະ ຄອຍຖ້າເວລາແຫ່ງການສະເດັດມາຂອງເຮົາ; ເພາະວ່າສະຖານທີ່ນະມັດສະການຂອງເຮົາຈະຢູ່ທີ່ນັ້ນ, ແລະ ມັນຈະຖືກເອີ້ນວ່າ ຊີໂອນ, ເຢຣູຊາເລັມໃໝ່.
63 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບເອນົກວ່າ: ຈາກນັ້ນເຈົ້າກັບ ເມືອງຂອງເຈົ້າທັງເມືອງຈະພົບພວກເຂົາຢູ່ທີ່ນັ້ນ, ແລະ ພວກເຮົາຈະຮັບເອົາພວກເຂົາໄວ້ໃນຊວງເອິກຂອງພວກເຮົາ, ແລະ ພວກເຂົາຈະໄດ້ເຫັນພວກເຮົາ; ແລະ ພວກເຮົາຈະໂອບກອດຄໍພວກເຂົາ, ແລະ ພວກເຂົາຈະໂອບກອດຄໍພວກເຮົາ, ແລະ ພວກເຮົາຈະຈູບກັນ;
64 ແລະ ທີ່ປະທັບຂອງເຮົາຈະຢູ່ທີ່ນັ້ນ, ແລະ ມັນຈະເປັນຊີໂອນ, ຊຶ່ງຈະອອກມາຈາກການສ້າງທັງປວງທີ່ເຮົາໄດ້ສ້າງໄວ້; ແລະ ແຜ່ນດິນໂລກຈະ ພັກຜ່ອນເປັນເວລາ ໜຶ່ງພັນປີ.
65 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອນົກໄດ້ເຫັນວັນເວລາແຫ່ງ ການສະເດັດມາຂອງບຸດມະນຸດ, ໃນຍຸກສຸດທ້າຍ, ເພື່ອປະທັບຢູ່ເທິງແຜ່ນດິນໂລກໃນຄວາມຊອບທຳເປັນເວລາໜຶ່ງພັນປີ;
66 ແຕ່ກ່ອນວັນນັ້ນ ເພິ່ນໄດ້ເຫັນຄວາມທຸກຍາກລຳບາກອັນໃຫຍ່ຫລວງໃນບັນດາຄົນຊົ່ວ; ແລະ ເພິ່ນກໍໄດ້ເຫັນທະເລນຳອີກ, ວ່າມັນປັ່ນປ່ວນ, ແລະ ຫົວໃຈຂອງມະນຸດ ທໍ້ຖອຍ, ຄອຍຖ້າ ການພິພາກສາຂອງຜູ້ຊົງລິດອຳນາດຍິ່ງໃຫຍ່ດ້ວຍຄວາມຢ້ານກົວ, ຊຶ່ງຈະມາເຖິງຄົນຊົ່ວ.
67 ແລະ ພຣະຜູ້ເປັນເຈົ້າໄດ້ສະແດງທຸກສິ່ງທັງປວງໃຫ້ເອນົກເຫັນ, ແມ່ນແຕ່ຈົນເຖິງຄາວສິ້ນສຸດໂລກ; ແລະ ເພິ່ນໄດ້ເຫັນວັນຂອງຄົນຊອບທຳ, ຊົ່ວໂມງແຫ່ງການໄຖ່ຂອງພວກເຂົາ, ແລະ ໄດ້ຮັບຄວາມສົມບູນແຫ່ງ ຄວາມຊື່ນຊົມ;
68 ແລະ ວັນເວລາທັງໝົດຂອງ ຊີໂອນ, ໃນວັນເວລາຂອງເອນົກ, ຄືສາມຮ້ອຍຫົກສິບຫ້າປີ.
69 ແລະ ເອນົກ ແລະ ຜູ້ຄົນທັງປວງຂອງເພິ່ນໄດ້ ເດີນໄປກັບພຣະເຈົ້າ, ແລະ ພຣະອົງໄດ້ສະຖິດຢູ່ທ່າມກາງຊີໂອນ; ແລະ ເຫດການໄດ້ບັງເກີດຂຶ້ນຄື ຊີໂອນບໍ່ມີແລ້ວ, ເພາະວ່າພຣະເຈົ້າໄດ້ຮັບເອົາມັນໄປໄວ້ໃນຊວງເອິກຂອງພຣະອົງເອງ; ແລະ ນັບແຕ່ນັ້ນມາ ມີການກ່າວວ່າ, ຊີໂອນຫລົບໜີໄປແລ້ວ.