“ວັນທີ 8–14 ເດືອນເມສາ: ‘ພຣະຜູ້ເປັນເຈົ້າເຮັດວຽກງານຮ່ວມກັບພວກເຮົາ.’ ຢາໂຄບ 5–7,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີມໍມອນ 2024 (2024)
“ວັນທີ 8–14 ເດືອນເມສາ: ຢາໂຄບ 5–7,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີມໍມອນ 2024 (2024)
ວັນທີ 8–14 ເດືອນເມສາ: ພຣະຜູ້ເປັນເຈົ້າເຮັດວຽກງານຮ່ວມກັບພວກເຮົາ
ຢາໂຄບ 5–7
ມີຫລາຍໆຄົນທີ່ຍັງບໍ່ເຄີຍໄດ້ຍິນພຣະກິດຕິຄຸນຂອງພຣະເຢຊູຄຣິດເທື່ອ. ຖ້າຫາກທ່ານຮູ້ສຶກໜັກໜ່ວງກັບພາລະເລື່ອງການເຕົ້າໂຮມເຂົາເຈົ້າເຂົ້າໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ, ສິ່ງທີ່ຢາໂຄບໄດ້ກ່າວກ່ຽວກັບຕົ້ນໝາກກອກໃນ ຢາໂຄບ 5 ມີຄຳເຕືອນທີ່ໃຫ້ຄວາມໝັ້ນໃຈ ທີ່ວ່າ: ສວນອະງຸ່ນເປັນຂອງພຣະຜູ້ເປັນເຈົ້າ. ພຣະອົງໄດ້ມອບສວນຕອນນ້ອຍໃຫ້ເຮົາແຕ່ລະຄົນ ເພື່ອຊ່ວຍໃນວຽກງານຂອງພຣະອົງ—ຄອບຄົວຂອງເຮົາ, ໝູ່ເພື່ອນຂອງເຮົາ, ຂອບເຂດອິດທິພົນຂອງເຮົາ. ແລະ ບາງເທື່ອຄົນທຳອິດທີ່ເຮົາຊ່ວຍເຕົ້າໂຮມ ແມ່ນຕົວເຮົາເອງ. ແຕ່ເຮົາບໍ່ເຄີຍຢູ່ຄົນດຽວໃນວຽກງານນີ້, ເພາະພຣະຜູ້ເປັນເຈົ້າຂອງສວນອະງຸ່ນໄດ້ທຳງານຄຽງຂ້າງຄົນໃຊ້ຂອງພຣະອົງ (ເບິ່ງ ຢາໂຄບ 5:72). ພຣະເຈົ້າຮູ້ຈັກ ແລະ ຮັກລູກໆຂອງພຣະອົງ, ແລະ ພຣະອົງຈະຕຽມທາງສຳລັບເຂົາເຈົ້າແຕ່ລະຄົນ ເພື່ອຈະໄດ້ຍິນພຣະກິດຕິຄຸນ, ແມ່ນແຕ່ຜູ້ທີ່ປະຕິເສດພຣະອົງ ໃນອະດີດ (ເບິ່ງ ຢາໂຄບ 4:15–18). ແລະ ແລ້ວ, ເມື່ອວຽກງານສຳເລັດແລ້ວ, ທຸກຄົນທີ່ໄດ້ “ອອກແຮງງານຢ່າງພາກພຽນກັບ [ພຣະອົງ] … ຈະມີຄວາມສຸກກັບ [ພຣະອົງ] ເພາະໝາກໄມ້ໃນສວນອະງຸ່ນ [ຂອງພຣະອົງ]” (ຢາໂຄບ 5:75).
ເບິ່ງ “Jacob Teaches about the Gathering of Israel” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ພຣະເຢຊູຄຣິດຄືພຣະຜູ້ເປັນເຈົ້າຂອງສວນອະງຸ່ນ.
ຢາໂຄບ 5 ແມ່ນເລື່ອງລາວທີ່ມີຄວາມໝາຍທາງສັນຍາລັກ. ມັນບັນຍາຍຕົ້ນໄມ້ ແລະ ໝາກໄມ້ ແລະ ຄົນງານ, ແຕ່ທີ່ຈິງແລ້ວ ມັນເວົ້າກ່ຽວກັບການປະຕິສຳພັນຂອງພຣະເຈົ້າກັບຜູ້ຄົນຂອງພຣະອົງຕະຫລອດທັງປະຫວັດສາດ. ດັ່ງນັ້ນ ຂະນະທີ່ທ່ານອ່ານເລື່ອງລາວພື້ນຖານ, ໃຫ້ຄິດວ່າ ບາງຢ່າງໃນເລື່ອງລາວນີ້ອາດເປັນສັນຍາລັກເຖິງຫຍັງ.
ຍົກຕົວຢ່າງ, ຖ້າສວນອະງຸ່ນເປັນຕົວແທນໃຫ້ແກ່ໂລກນີ້, ແລະ ຕົ້ນໝາກກອກເທດ ເປັນຕົວແທນໃຫ້ແກ່ອິດສະຣະເອນ (ຫລື ຜູ້ທີ່ໄດ້ເຮັດພັນທະສັນຍາໄວ້ກັບພຣະເຈົ້າແລ້ວ; ເບິ່ງ ຢາໂຄບ 5:3), ຕົ້ນໝາກກອກປ່າອາດເປັນຕົວແທນໃຫ້ແກ່ຫຍັງ? ໝາກທີ່ດີ ແລະ ໝາກທີ່ບໍ່ດີສາມາດເປັນຕົວແທນໃຫ້ແກ່ສິ່ງໃດ? ທ່ານເຫັນສັນຍາລັກອື່ນໃດແດ່?
ເຖິງແມ່ນວ່າ ຢາໂຄບ 5 ສິດສອນກ່ຽວກັບຊົນຊາດ ແລະ ສັດຕະວັດຕ່າງໆໃນປະຫວັດສາດໂລກ, ມັນກໍກ່ຽວກັບທ່ານ ແລະ ຊີວິດຂອງທ່ານເຊັ່ນກັນ. ຂ່າວສານໃດແດ່ທີ່ທ່ານພົບເຫັນສຳລັບຕົວທ່ານເອງ ຢູ່ໃນ ຢາໂຄບ 5?
ບາງທີ ສິ່ງທີ່ສຳຄັນທີ່ສຸດກໍຄື, ຢາໂຄບ 5 ແມ່ນກ່ຽວກັບພຣະເຢຊູຄຣິດ. ໃຫ້ຊອກຫາພຣະອົງຂະນະທີ່ທ່ານອ່ານ. ທ່ານຮຽນຮູ້ຫຍັງແດ່ກ່ຽວກັບພຣະອົງ, ຍົກຕົວຢ່າງ, ຢູ່ໃນ ຂໍ້ທີ 40–41, 46–47?
ສຳລັບຄວາມຮູ້ເພີ່ມເຕີມກ່ຽວກັບ ຢາໂຄບ 5, ໃຫ້ເບິ່ງແຜນພາບທີ່ຢູ່ໃນໂຄງຮ່າງນີ້.
ຮູບພາບໄອຄອນຫ້ອງຮຽນສາດສະໜາ ພຣະຜູ້ເປັນເຈົ້າເຊື້ອເຊີນເຮົາໃຫ້ອອກແຮງກັບພຣະອົງໃນສວນອະງຸ່ນຂອງພຣະອົງ.
“ຄົນໃຊ້ຜູ້ອື່ນ” (ຢາໂຄບ 5:70) ທີ່ຖືກເອີ້ນໃຫ້ເຮັດວຽກຢູ່ໃນສວນອະງຸ່ນຂອງພຣະຜູ້ເປັນເຈົ້າ ແມ່ນລວມທັງຜູ້ຄົນທີ່ຄືກັນກັບທ່ານ. ຄວາມຈິງໃດແດ່ທີ່ທ່ານພົບເຫັນຢູ່ໃນ ຢາໂຄບ 5, ໂດຍສະເພາະ ຂໍ້ທີ 61–62 ແລະ 70–75, ກ່ຽວກັບການເຮັດວຽກຢູ່ໃນສວນອະງຸ່ນຂອງພຣະຜູ້ເປັນເຈົ້າ? ທ່ານໄດ້ຮຽນຮູ້ຫຍັງແດ່ກ່ຽວກັບພຣະອົງໂດຍການຊ່ວຍເຮັດວຽກງານຂອງພຣະອົງ?
ຂະນະທີ່ທ່ານອ່ານກ່ຽວກັບວ່າ ພຣະຜູ້ເປັນເຈົ້າຈະທຳງານຢູ່ໃນສວນອະງຸ່ນຂອງພຣະອົງເປັນ “ເທື່ອສຸດທ້າຍ,” ແມ່ນຫຍັງທີ່ດົນໃຈທ່ານໃຫ້ຮັບໃຊ້ພຣະຜູ້ເປັນເຈົ້າ “ດ້ວຍກຳລັງຂອງພວກເຈົ້າ”? (ຢາໂຄບ 5:71). ບາງທີທ່ານສາມາດຄິດເຖິງປະສົບການສ່ວນຕົວຂອງທ່ານ ຊຶ່ງທ່ານໄດ້ຮູ້ສຶກມີຄວາມສຸກໃນຂະນະທີ່ຮັບໃຊ້ພຣະຜູ້ເປັນເຈົ້າຂອງສວນອະງຸ່ນ—ຍົກຕົວຢ່າງ, ຜ່ານທາງການແບ່ງປັນພຣະກິດຕິຄຸນ, ການຮັບໃຊ້ຢູ່ໃນພຣະວິຫານ, ຫລື ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄົນອື່ນໆ. ທ່ານອາດສາມາດສຳຫລວດຕົວຢ່າງຕ່າງໆ ທີ່ແອວເດີ ແກຣີ ອີ ສະຕີບເວັນສັນ ໄດ້ແບ່ງປັນໃນຂ່າວສານຂອງເພິ່ນ “Simply Beautiful—Beautifully Simple” (Liahona, Nov. 2021, 47–50).
ປະທານແນວສັນໄດ້ສິດສອນວ່າ: “ທຸກເທື່ອ ທີ່ທ່ານເຮັດ ສິ່ງ ທີ່ຊ່ວຍ ບາງຄົນ—ຢູ່ທັງສອງຟາກມ່ານ—ເພື່ອເຮັດ ແລະ ຮັກສາພັນທະສັນຍາກັບພຣະເຈົ້າ ແລະ ຮັບເອົາການບັບຕິສະມາ ແລະ ພິທີການຂອງພຣະວິຫານທີ່ຈຳເປັນ, ແລ້ວທ່ານກໍໄດ້ຊ່ວຍເຕົ້າໂຮມອິດສະຣາເອນ. ມັນງ່າຍໆແບບນັ້ນ.” (“Hope of Israel” [worldwide youth devotional, June 3, 2018], ChurchofJesusChrist.org). ໃຫ້ຄິດທີ່ຈະເລີ່ມຂຽນລາຍການແນວຄິດກ່ຽວກັບສິ່ງທີ່ທ່ານສາມາດເຮັດໄດ້ ເພື່ອເຕົ້າໂຮມອິດສະຣະເອນ. ຈາກລາຍການຂອງທ່ານ, ທ່ານຮູ້ສຶກວ່າ ພຣະຜູ້ເປັນເຈົ້າຈະໃຫ້ທ່ານເຮັດສິ່ງໃດໃນມື້ນີ້ ໃນສວນອະງຸ່ນຂອງພຣະອົງ? ອີງຕາມ ຂໍ້ທີ 75, ພຣະຜູ້ເປັນເຈົ້າໃຫ້ລາງວັນແກ່ເຮົາສຳລັບການຮັບໃຊ້ໃນສວນອະງຸ່ນຂອງພຣະອົງແນວໃດ?
ເບິ່ງ “ເຮົາຈະໄປທີ່ພຣະອົງບັນຊາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 50; “Old Testament Olive Vineyard” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ; Gospel Topics, “Gathering Israel,” “Inviting All to Receive the Gospel of Jesus Christ,” “Participating in Temple and Family History Work,” ຫ້ອງສະໝຸດພຣະກິດຕິຄຸນ.
ສິດສອນຄໍາສອນ. ໃຫ້ແນ່ໃຈວ່າ ການສົນທະນາຂອງທ່ານສຸມໃສ່ຄຳສອນທີ່ເປັນພື້ນຖານໃນພຣະຄຳພີ. ພວກທ່ານສາມາດເຮັດສິ່ງນີ້ໄດ້ໂດຍການອ່ານພຣະຄຳພີນຳກັນ ແລະ ຈາກນັ້ນກໍແບ່ງປັນຄວາມຈິງທີ່ພວກທ່ານພົບເຫັນໃຫ້ກັນແລະກັນ, ພ້ອມທັງປະສົບການຕ່າງໆຂອງການດຳລົງຊີວິດຕາມຄວາມຈິງເຫລົ່ານັ້ນ.
ພຣະຜູ້ເປັນເຈົ້າຈື່ຈຳຜູ້ຄົນຂອງພຣະອົງໃນຄວາມຮັກ ແລະ ຄວາມເມດຕາ.
ອີກຄວາມໝາຍໜຶ່ງຂອງຄຳວ່າ ສະໜິດ ແມ່ນການຍຶດໝັ້ນ ຫລື ຍຶດຕິດກັບບາງສິ່ງຢ່າງໝັ້ນຄົງ, ຢ່າງໃກ້ຊິດ, ແລະ ຢ່າງບໍ່ຫວັ່ນໄຫວ. ຄຳນິຍາມນີ້ມີຜົນກະທົບຕໍ່ວິທີທີ່ທ່ານເຂົ້າໃຈ ຢາໂຄບ 6:4–5 ແນວໃດ? ໃນເລື່ອງລາວຂອງຕົ້ນໝາກກອກນັ້ນ, ພຣະຜູ້ເປັນເຈົ້າຂອງສວນອະງຸ່ນໄດ້ຍື່ນ “ແຂນແຫ່ງຄວາມເມດຕາ” ອອກມາແນວໃດ? (ເບິ່ງ, ຍົກຕົວຢ່າງ, ຢາໂຄບ 5:47, 51, 60–61, 71–72). ພຣະອົງໄດ້ກະທຳສິ່ງນີ້ສຳລັບທ່ານແນວໃດ?
ເຮົາສາມາດຢືນຢູ່ຢ່າງເຂັ້ມແຂງ ເມື່ອຄົນອື່ນທ້າທາຍສັດທາຂອງເຮົາໃນພຣະເຢຊູຄຣິດ.
ປະສົບການຂອງຊາວນີໄຟນຳເຊເຣັມ ມັກຈະຊໍ້າຮອຍໃນທຸກວັນນີ້: ຜູ້ຄົນກຳລັງພະຍາຍາມທຳລາຍສັດທາໃນພຣະຄຣິດ. ຢາໂຄບຕອບຮັບແນວໃດ ເມື່ອສັດທາຂອງເພິ່ນຖືກໂຈມຕີ? ທ່ານຮຽນຮູ້ຫຍັງແດ່ຈາກການຕອບຮັບຂອງເພິ່ນ? ທ່ານສາມາດເຮັດຫຍັງແດ່ໃນເວລານີ້ ເພື່ອກະກຽມສຳລັບເວລາທີ່ສັດທາຂອງທ່ານໃນພຣະຜູ້ຊ່ວຍໃຫ້ລອດຈະຖືກທ້າທາຍ?
ເບິ່ງ Jeffrey R. Holland, “The Cost—and Blessings—of Discipleship,” Ensign ຫລື Liahona, May 2014, 6–9; “Sherem Denies Christ” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ພຣະຜູ້ເປັນເຈົ້າຫ່ວງໃຍຜູ້ຄົນຂອງພຣະອົງ.
-
ທ່ານສາມາດແບ່ງປັນເລື່ອງລາວຂອງຕົ້ນໝາກກອກໃນວິທີທີ່ລູກໆຂອງທ່ານສາມາດເຂົ້າໃຈໄດ້ແນວໃດ? ວິທີໜຶ່ງແມ່ນການຍ່າງອອກໄປທາງນອກເພື່ອເບິ່ງຕົ້ນໄມ້ຕົ້ນໜຶ່ງ ແລະ ທົບທວນປະເດັນຫລັກຂອງເລື່ອງລາວນັ້ນແບບຫຍໍ້ໆ. ພຣະຜູ້ເປັນເຈົ້າຂອງສວນອະງຸ່ນໄດ້ເຮັດຫຍັງຕໍ່ຕົ້ນໄມ້ຂອງພຣະອົງ? ເຮົາຈະສາມາດເປັນເໝືອນດັ່ງຄົນງານໃນເລື່ອງລາວນັ້ນ ແລະ ຊ່ວຍຄົນອື່ນໃຫ້ຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດໄດ້ແນວໃດ?
-
ຢາໂຄບໄດ້ແບ່ງປັນເລື່ອງລາວຂອງຕົ້ນໝາກກອກ ເພື່ອເຊື້ອເຊີນຜູ້ຄົນຂອງເພິ່ນໃຫ້ມາຫາພຣະຄຣິດ. ເລື່ອງລາວສາມາດເຮັດຢ່າງດຽວກັນສຳລັບລູກໆຂອງທ່ານ. ບາງທີ ທ່ານກໍສາມາດສະຫລຸບເລື່ອງລາວກັບຂໍ້ພຣະຄຳພີຕ່າງໆເຊັ່ນ: ຢາໂຄບ 5:3–4, 28–29, 47, ແລະ 70–72 (ເບິ່ງ “Old Testament Olive Vineyard” [ວິດີໂອ], ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ). ແລ້ວທ່ານ ຫລື ລູກໆຂອງທ່ານສາມາດອ່ານ ຢາໂຄບ 5:11, 41, 47, ແລະ 72, ເພື່ອຊອກຫາສິ່ງທີ່ສະແດງໃຫ້ເຫັນວ່າ ພຣະຜູ້ເປັນເຈົ້າຂອງສວນອະງຸ່ນ (ພຣະເຢຊູຄຣິດ) ຫ່ວງໃຍຕົ້ນໄມ້ເຫລົ່ານັ້ນສໍ່າໃດ. ພຣະຜູ້ຊ່ວຍໃຫ້ລອດເຮັດສິ່ງໃດແດ່ ເພື່ອສະແດງໃຫ້ເຫັນວ່າພຣະອົງຫ່ວງໃຍພວກເຮົາ?
ພຣະບິດາເທິງສະຫວັນຮັກເຮົາ ແລະ ຈະໃຫ້ອະໄພເຮົາເມື່ອເຮົາກັບໃຈ.
-
ຢາໂຄບ 6:4–5 ມີຂ່າວສານສຳຄັນສຳລັບເຮົາ ເມື່ອເຮົາເລືອກທາງທີ່ຜິດ. ບາງເທື່ອທ່ານກໍສາມາດຊ່ວຍລູກໆຂອງທ່ານຊອກຫາມັນ. ຖ້ອຍຄຳໃດແດ່ໃນຂໍ້ເຫລົ່ານີ້ທີ່ໃຫ້ຄວາມຫວັງໃນຄວາມຮັກທີ່ໄຖ່ຂອງພຣະເຈົ້າແກ່ເຮົາ? ເລື່ອງລາວຂອງ ແອວເດີ ອາເລັນ ດີ ເຮນີ ກ່ຽວກັບການເຮັດໃຫ້ຕົວເອງເປື້ອນໃນກອງຕົມ, ໃນຂ່າວສານຂອງເພິ່ນ “Remembering in Whom We Have Trusted” (Liahona, Nov. 2015, 121–22), ອາດຊ່ວຍໄດ້. ເລື່ອງລາວນີ້ ແລະ ຢາໂຄບ 6:4–5 ສິດສອນເຮົາກ່ຽວກັບສິ່ງໃດແດ່ທີ່ເຮົາຕ້ອງເຮັດ ເພື່ອທີ່ຈະລອດໃນອານາຈັກຂອງພຣະເຈົ້າ?
ເຮົາສາມາດຢືນຢັດເພື່ອສິ່ງທີ່ເຮົາຮູ້ວ່າເປັນຄວາມຈິງ.
-
ທ່ານຈະສາມາດດົນໃຈລູກໆຂອງທ່ານໃຫ້ຢືນຢັດເພື່ອຄວາມຈິງເໝືອນດັ່ງທີ່ຢາໂຄບໄດ້ເຮັດແນວໃດ? ລູກໆຂອງທ່ານສາມາດເບິ່ງວິດີໂອ “Chapter 10: Jacob and Sherem” (ຫ້ອງສະໝຸດພຣະກິດຕິຄຸນ) ແລະ ສະແດງບົດບາດການປະຕິສຳພັນລະຫວ່າງຢາໂຄບ ແລະ ເຊເຣັມ, ໂດຍໃຊ້ ຢາໂຄບ 7:1–23 ເປັນແນວທາງ. ຢາໂຄບໄດ້ຢືນຢັດເພື່ອສິ່ງທີ່ເພິ່ນຮູ້ວ່າຖືກຕ້ອງແນວໃດ? ເຊື້ອເຊີນລູກໆຂອງທ່ານໃຫ້ແບ່ງປັນປະສົບການຕ່າງໆ ຕອນທີ່ພວກເຂົາໄດ້ຢືນຢັດເພື່ອສິ່ງທີ່ຖືກຕ້ອງ, ຫລື ແບ່ງປັນປະສົບການຂອງທ່ານເອງ. ບາງທີ ພວກເຂົາກໍສາມາດຮ້ອງເພງທີ່ສະແດງອອກເຖິງຄວາມກ້າຫານຄືກັນກັບຢາໂຄບ, ເຊັ່ນ: “ກ້າເຮັດສິ່ງຖືກ,” ເພງສວດ ແລະ ເພງຂອງເດັກນ້ອຍ, 70.
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.