ເລື່ອງລາວຂອງພວກລູກຊາຍຂອງໂມໄຊຢາ, ຜູ້ທີ່ປະຕິເສດບໍ່ຍອມຮັບສິດທິຂອງຕົນເພື່ອປົກຄອງອານາຈັກເພາະພຣະຄຳຂອງພຣະເຈົ້າ, ແລະ ໄດ້ຂຶ້ນໄປຫາແຜ່ນດິນນີໄຟເພື່ອສັ່ງສອນຊາວເລມັນ; ຄວາມທຸກທໍລະມານ ແລະ ການປົດປ່ອຍຂອງພວກເຂົາ—ຕາມບັນທຶກຂອງແອວມາ.
ມີຢູ່ໃນບົດທີ 17 ຈົນເຖິງບົດທີ 27.
ບົດທີ 17
ພວກລູກຊາຍຂອງໂມໄຊຢາມິວິນຍານແຫ່ງການທຳນາຍ ແລະ ການເປີດເຜີຍ—ພວກເຂົາໄດ້ແຍກກັນໄປຫລາຍເສັ້ນທາງເພື່ອປະກາດພຣະຄຳແກ່ຊາວເລມັນ—ອຳໂມນໄປຫາແຜ່ນດິນອິດຊະມາເອນ ແລະ ກາຍເປັນຂ້າໃຊ້ຂອງກະສັດລາໂມໄນ—ອຳໂມນປົກປັກຮັກສາຝູງແກະຂອງກະສັດ ແລະ ໄດ້ເຂັ່ນຂ້າສັດຕູຂອງລາວທີ່ນ້ຳຊີບັດ. ຂໍ້ທີ 1–3, ປະມານ 77 ປີ ກ່ອນ ຄ.ສ.; ຂໍ້ທີ 4, ປະມານ 91–77 ປີ ກ່ອນ ຄ.ສ.; ແລະ ຂໍ້ທີ 5–39, ປະມານ 91 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ໃນຂະນະທີ່ແອວມາກຳລັງເດີນທາງອອກຈາກແຜ່ນດິນກີເດໂອນໄປທາງໃຕ້, ໄປຫາແຜ່ນດິນແມນທາຍຢູ່ນັ້ນ, ຈົ່ງເບິ່ງ, ເພິ່ນມີຄວາມແປກປະຫລາດໃຈຫລາຍ, ເພາະວ່າເພິ່ນໄດ້ ພົບເຫັນ ພວກລູກຊາຍຂອງໂມໄຊຢາທີ່ກຳລັງເດີນທາງມຸ້ງໜ້າໄປຫາແຜ່ນດິນເຊຣາເຮັມລາ.
2 ບັດນີ້ພວກລູກຊາຍຂອງໂມໄຊຢານີ້ໄດ້ຢູ່ກັບແອວມາໃນເວລາທີ່ທູດມາປະກົດຕໍ່ເພິ່ນ ເທື່ອທຳອິດ; ສະນັ້ນ ແອວມາຈຶ່ງມີຄວາມປິຕິຍິນດີຢ່າງຍິ່ງທີ່ໄດ້ພົບກັບອ້າຍນ້ອງຂອງເພິ່ນ; ແລະ ສິ່ງທີ່ເຮັດໃຫ້ເພິ່ນມີຄວາມສຸກທີ່ສຸດແມ່ນເຂົາເຈົ້າຍັງເປັນອ້າຍນ້ອງໃນພຣະຜູ້ເປັນເຈົ້າຂອງເພິ່ນຢູ່; ແທ້ຈິງແລ້ວ, ແລະ ເຂົາເຈົ້າໄດ້ໝັ້ນຄົງຫລາຍຂຶ້ນໃນຄວາມຮູ້ເລື່ອງຄວາມຈິງ; ເພາະເຂົາເຈົ້າເປັນຄົນມີຄວາມເຂົ້າໃຈຢ່າງເລິກຊຶ້ງ ແລະ ເຂົາເຈົ້າໄດ້ ຄົ້ນຄວ້າພຣະຄຳພີຢ່າງພາກພຽນ, ເພື່ອເຂົາເຈົ້າຈະໄດ້ຮູ້ຈັກພຣະຄຳຂອງພຣະເຈົ້າ.
3 ແຕ່ນີ້ຍັງບໍ່ໝົດ; ເຂົາເຈົ້າຍອມຕົນໃນການ ອະທິຖານ, ແລະ ການຖືສິນອົດເຂົ້າຫລາຍທີ່ສຸດ; ສະນັ້ນ ເຂົາເຈົ້າຈຶ່ງມີວິນຍານແຫ່ງການທຳນາຍ, ແລະ ວິນຍານແຫ່ງການເປີດເຜີຍຢູ່ນຳ, ແລະ ເວລາເຂົາເຈົ້າ ສິດສອນ, ເຂົາເຈົ້າກໍສິດສອນດ້ວຍອຳນາດ ແລະ ສິດອຳນາດຂອງພຣະເຈົ້າ.
4 ແລະ ເຂົາເຈົ້າໄດ້ສິດສອນພຣະຄຳຂອງພຣະເຈົ້າມາເປັນເວລາສິບສີ່ປີຢູ່ໃນບັນດາຊາວເລມັນ, ໄດ້ຮັບ ຄວາມສຳເລັດຢ່າງຫລວງຫລາຍໃນ ການນຳພາຫລາຍຄົນມາສູ່ຄວາມຮູ້ເລື່ອງຄວາມຈິງ; ແທ້ຈິງແລ້ວ, ໂດຍອຳນາດແຫ່ງການເວົ້າຂອງເຂົາເຈົ້າ ໄດ້ນຳເອົາຫລາຍຄົນມາຢູ່ຕໍ່ໜ້າແທ່ນບູຊາຂອງພຣະເຈົ້າ, ເພື່ອເອີ້ນຫາພຣະນາມຂອງພຣະອົງ ແລະ ສາລະພາບບາບຂອງພວກເຂົາຕໍ່ພຣະອົງ.
5 ບັດນີ້ ນີ້ຄືສິ່ງທີ່ເກີດຂຶ້ນກັບເຂົາເຈົ້າໃນການເດີນທາງຂອງເຂົາເຈົ້າ, ເພາະເຂົາເຈົ້າໄດ້ມີຄວາມທຸກ; ເຂົາເຈົ້າໄດ້ທົນມາຫລາຍ, ທັງທາງຮ່າງກາຍ ແລະ ທາງຈິດໃຈ, ເປັນຕົ້ນວ່າຄວາມອຶດຫິວ, ຄວາມອິດເມື່ອຍ, ແລະ ເຮັດວຽກໜັກທາງວິນຍານນຳອີກ.
6 ບັດນີ້ ນີ້ຄືການເດີນທາງຂອງເຂົາເຈົ້າ: ໂດຍທີ່ໄດ້ ອຳລາຈາກໂມໄຊຢາບິດາຂອງເຂົາເຈົ້າໄປໃນປີທຳອິດຂອງຜູ້ຕັດສິນ; ໂດຍ ບໍ່ຍອມຮັບລາຊາອານາຈັກຊຶ່ງບິດາຂອງຕົນປາດຖະໜາຈະມອບໃຫ້, ແລະ ນີ້ກໍເປັນເຈດຕະນາຂອງຜູ້ຄົນນຳອີກ;
7 ເຖິງຢ່າງໃດກໍຕາມ ເຂົາເຈົ້າໄດ້ອອກຈາກແຜ່ນດິນເຊຣາເຮັມລາໄປ, ແລະ ໄດ້ເອົາດາບຂອງເຂົາເຈົ້າ ແລະ ຄັນທະນູຂອງເຂົາເຈົ້າ, ແລະ ລູກທະນູຂອງເຂົາເຈົ້າ, ແລະ ກະຖຸນຂອງເຂົາເຈົ້າ; ແລະ ສິ່ງນີ້ເຂົາເຈົ້າເຮັດໄປເພື່ອຈະໄດ້ຫາອາຫານມາລ້ຽງຕົນເອງໃນລະຫວ່າງທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ.
8 ແລະ ເຂົາເຈົ້າໄດ້ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານພ້ອມດ້ວຍຄົນຈຳນວນໜຶ່ງ ຊຶ່ງເຂົາເຈົ້າໄດ້ເລືອກໄວ້, ຂຶ້ນໄປຫາແຜ່ນດິນນີໄຟ, ເພື່ອສັ່ງສອນພຣະຄຳຂອງພຣະເຈົ້າໃຫ້ແກ່ຊາວເລມັນ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຂົາເຈົ້າໄດ້ເດີນທາງໄປໃນຖິ່ນແຫ້ງແລ້ງກັນດານຫລາຍມື້, ແລະ ເຂົາເຈົ້າໄດ້ຖືສິນອົດເຂົ້າ ແລະ ອະທິຖານຂໍໃຫ້ພຣະຜູ້ເປັນເຈົ້າປະທານສ່ວນໜຶ່ງຂອງພຣະວິນຍານຂອງພຣະອົງໃຫ້ໄປນຳ ແລະ ສະຖິດຢູ່ກັບເຂົາເຈົ້າ, ເພື່ອເຂົາເຈົ້າຈະໄດ້ເປັນ ເຄື່ອງມືໃນພຣະຫັດຂອງພຣະເຈົ້າ, ຖ້າຫາກເປັນໄປໄດ້, ເພື່ອຈະໄດ້ນຳພາຊາວເລມັນຜູ້ເປັນພີ່ນ້ອງຂອງເຂົາເຈົ້າມາສູ່ຄວາມຮູ້ເລື່ອງຄວາມຈິງ, ໃຫ້ມາຮູ້ເລື່ອງຄວາມຕ້ອຍຕ່ຳຂອງ ຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາ ຊຶ່ງບໍ່ຖືກຕ້ອງ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ສະເດັດມາ ຢ້ຽມຢາມເຂົາເຈົ້າດ້ວຍ ພຣະວິນຍານຂອງພຣະອົງ, ແລະ ໄດ້ກ່າວກັບເຂົາເຈົ້າດັ່ງນີ້: ຈົ່ງ ສະບາຍໃຈເຖີດ. ແລະ ເຂົາເຈົ້າກໍສະບາຍໃຈ.
11 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບເຂົາເຈົ້າອີກວ່າ: ຈົ່ງອອກໄປໃນບັນດາຊາວເລມັນພີ່ນ້ອງຂອງພວກເຈົ້າ, ແລະ ສະຖາປະນາຄຳຂອງເຮົາ; ເຖິງຢ່າງໃດກໍຕາມ, ພວກເຈົ້າຈົ່ງ ອົດທົນໃນຄວາມອົດກັ້ນ ແລະ ຄວາມທຸກເພື່ອພວກເຈົ້າຈະໄດ້ສະແດງຕົວຢ່າງອັນດີໃນເຮົາອອກມາໃຫ້ຜູ້ຄົນເຫລົ່ານັ້ນເຫັນ, ແລະ ເຮົາຈະເຮັດໃຫ້ພວກເຈົ້າເປັນເຄື່ອງມືໃນພຣະຫັດຂອງເຮົາ ເພື່ອຈິດວິນຍານຫລາຍດວງຈະໄດ້ຮັບຄວາມລອດ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃຈຂອງພວກລູກຊາຍຂອງໂມໄຊຢາ, ແລະ ຜູ້ທີ່ຢູ່ກັບເຂົາເຈົ້າເກີດຄວາມກ້າຫານຂຶ້ນເພື່ອຈະອອກໄປຫາຊາວເລມັນ ເພື່ອປະກາດພຣະຄຳຂອງພຣະເຈົ້າແກ່ພວກເຂົາ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອເຂົາເຈົ້າໄປຮອດຊາຍແດນຂອງແຜ່ນດິນຂອງຊາວເລມັນນັ້ນ, ເຂົາເຈົ້າກໍໄດ້ ແຍກຍ້າຍກັນໄປ, ໂດຍໄວ້ວາງໃຈໃນພຣະຜູ້ເປັນເຈົ້າວ່າເຂົາເຈົ້າຈະໄດ້ພົບກັນອີກຫລັງຈາກການ ເກັບກ່ຽວຂອງເຂົາເຈົ້າສິ້ນສຸດລົງ; ເພາະວ່າເຂົາເຈົ້າຄິດວ່າວຽກງານທີ່ເຂົາເຈົ້າເຮັດເປັນວຽກງານອັນສຳຄັນ.
14 ແລະ ມັນຍິ່ງໃຫຍ່ແທ້ໆ, ເພາະວ່າເຂົາເຈົ້າຍອມຮັບວຽກງານທີ່ຈະສັ່ງສອນພຣະຄຳຂອງພຣະເຈົ້າໃຫ້ຄົນ ປ່າ ແລະ ແຂງກະດ້າງ ແລະ ປ່າເຖື່ອນ; ໃຫ້ແກ່ຜູ້ຄົນທີ່ເບີກບານໃນການຄາດຕະກຳ, ໂຈນລະກຳ, ແລະ ປຸ້ນຈີ້ຊາວນີໄຟ; ແລະ ໃຈຂອງພວກເຂົາໝົກໝຸ້ນຢູ່ກັບຂອງມີຄ່າ, ຫລື ຢູ່ກັບຄຳ ແລະ ເງິນ, ແລະ ຫີນທີ່ມີຄ່າ; ເຖິງຢ່າງໃດກໍຕາມ ພວກເຂົາຍັງພະຍາຍາມຫາສິ່ງຂອງເຫລົ່ານີ້ມາດ້ວຍການຄາດຕະກຳ ແລະ ການປຸ້ນຈີ້, ເພື່ອພວກເຂົາຈະບໍ່ຕ້ອງເຮັດວຽກເພື່ອມັນດ້ວຍມືຂອງຕົນເອງ.
15 ພວກເຂົາຈຶ່ງເປັນຄົນຂີ້ຄ້ານມັກງ່າຍແບບນີ້, ຊຶ່ງສ່ວນຫລາຍໄດ້ກາບໄຫວ້ຮູບບູຊາ, ແລະ ຄວາມສາບແຊ່ງຂອງພຣະເຈົ້າຈຶ່ງຕົກຢູ່ກັບພວກເຂົາ ເພາະວ່າ ຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາທັງໆທີ່ພຣະຜູ້ເປັນເຈົ້າຍື່ນຄຳສັນຍາມາໃຫ້ພວກເຂົາແລ້ວໃນເງື່ອນໄຂຂອງການກັບໃຈ.
16 ສະນັ້ນ, ສິ່ງນີ້ຈຶ່ງ ເປັນເຫດໃຫ້ພວກລູກຊາຍຂອງໂມໄຊຢາຍອມຮັບວຽກງານອັນນີ້, ເພື່ອວ່າບາງທີເຂົາເຈົ້າອາດຈະໄດ້ນຳພາພວກເຂົາມາສູ່ການກັບໃຈໄດ້; ເພື່ອເຂົາເຈົ້າອາດຈະນຳພາພວກເຂົາມາຮູ້ຈັກເຖິງແຜນແຫ່ງການໄຖ່.
17 ສະນັ້ນ ເຂົາເຈົ້າຈຶ່ງໄດ້ແຍກຍ້າຍກັນໄປ, ແລະ ອອກໄປໃນບັນດາຄົນເຫລົ່ານັ້ນໂດຍລຳພັງຕາມພຣະຄຳ ແລະ ອຳນາດຂອງພຣະເຈົ້າຊຶ່ງຖືກມອບໃຫ້ແກ່ເຂົາເຈົ້າ.
18 ແຕ່ອຳໂມນໂດຍທີ່ເປັນຫົວໜ້າຂອງເຂົາເຈົ້າ, ຫລື ຕາມຈິງແລ້ວ ລາວໄດ້ປະຕິບັດສາດສະໜາກິດແກ່ເຂົາເຈົ້າ, ແລະ ລາວກໍໄດ້ອຳລາຈາກເຂົາເຈົ້າໄປຫລັງຈາກ ໃຫ້ພອນຕາມໜ້າທີ່ຂອງໃຜລາວ, ໂດຍໃຫ້ພຣະຄຳຂອງພຣະເຈົ້າແກ່ເຂົາເຈົ້າ, ຫລື ປະຕິບັດສາດສະໜາກິດແກ່ເຂົາເຈົ້າກ່ອນທີ່ລາວຈະຈາກໄປ; ແລະ ເຂົາເຈົ້າຈຶ່ງໄດ້ອອກໄປບ່ອນຕ່າງໆທົ່ວແຜ່ນດິນຕາມນັ້ນ.
19 ແລະ ອຳໂມນໄດ້ໄປຫາແຜ່ນດິນອິດຊະມາເອນ, ຊຶ່ງເອີ້ນຕາມຊື່ພວກລູກຊາຍຂອງ ອິດຊະມາເອນ, ຜູ້ກັບກາຍເປັນຊາວເລມັນ.
20 ແລະ ເວລາທີ່ອຳໂມນເຂົ້າໄປໃນແຜ່ນດິນອິດຊະມາເອນ, ຊາວເລມັນກໍຈັບລາວ, ແລະ ມັດລາວໄວ້ເພາະວ່າມັນເປັນທຳນຽມຂອງເຂົາເຈົ້າທີ່ຈະມັດຊາວນີໄຟທຸກຄົນທີ່ຕົກຢູ່ໃນກຳມືຂອງຕົນ, ແລະ ເອົາລາວໄປຢູ່ຕໍ່ໜ້າກະສັດ; ແລະ ສຸດແລ້ວແຕ່ຄວາມພໍໃຈຂອງກະສັດທີ່ຈະຂ້າ ຫລື ເອົາໄວ້ເປັນຊະເລີຍ, ຫລື ເອົາເຂົ້າຄຸກ, ຫລື ເນລະເທດອອກຈາກແຜ່ນດິນຕາມຄວາມປະສົງ ແລະ ຄວາມພໍໃຈຂອງເພິ່ນ.
21 ແລະ ອຳໂມນໄດ້ຖືກນຳໄປຢູ່ຕໍ່ໜ້າກະສັດຜູ້ປົກຄອງແຜ່ນດິນອິດຊະມາເອນດັ່ງນີ້; ແລະ ຊື່ຂອງເພິ່ນຄື ລາໂມໄນ; ແລະ ເພິ່ນເປັນຜູ້ສືບເຊື້ອສາຍຂອງອິດຊະມາເອນ.
22 ແລະ ກະສັດໄດ້ສອບຖາມອຳໂມນວ່າ ເປັນຫຍັງລາວຈຶ່ງເຂົ້າມາໃນແຜ່ນດິນຊາວເລມັນ ຫລື ວ່າໃນບັນດາຜູ້ຄົນຂອງເພິ່ນ.
23 ແລະ ອຳໂມນເວົ້າກັບເພິ່ນວ່າ: ແທ້ຈິງແລ້ວ, ຂ້ານ້ອຍປາດຖະໜາຈະຢູ່ໃນບັນດາຜູ້ຄົນພວກນີ້ຊົ່ວໄລຍະໜຶ່ງ; ແທ້ຈິງແລ້ວ, ແລະ ອາດຈະຢູ່ຈົນຮອດມື້ຂ້ານ້ອຍຕາຍ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດລາໂມໄນມີຄວາມພໍໃຈກັບອຳໂມນ, ແລະ ໄດ້ສັ່ງໃຫ້ແກ້ເຊືອກຂອງລາວອອກ; ແລະ ເພິ່ນຢາກໃຫ້ອຳໂມນຮັບເອົາລູກສາວຄົນໜຶ່ງຂອງເພິ່ນໄວ້ເປັນພັນລະຍາ.
25 ແຕ່ອຳໂມນເວົ້າຕໍ່ກະສັດວ່າ: ບໍ່ໄດ້ດອກ, ແຕ່ຂ້ານ້ອຍຈະເປັນຂ້າໃຊ້ທ່ານ. ສະນັ້ນ ອຳໂມນຈຶ່ງໄດ້ກາຍເປັນຂ້າໃຊ້ຂອງກະສັດລາໂມໄນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວຖືກແຕ່ງຕັ້ງໃຫ້ຢູ່ກັບບັນດາຂ້າໃຊ້ຄົນອື່ນໆເພື່ອດູແລຝູງສັດລ້ຽງຂອງລາໂມໄນຕາມທຳນຽມຂອງຊາວເລມັນ.
26 ແລະ ຫລັງຈາກລາວໄດ້ຮັບໃຊ້ກະສັດຢູ່ສາມມື້ແລ້ວ, ໃນຂະນະທີ່ລາວກຳລັງຢູ່ກັບຂ້າໃຊ້ທີ່ເປັນຊາວເລມັນ ຜູ້ກຳລັງພາຝູງສັດລ້ຽງລົງໄປກິນນ້ຳ, ຊຶ່ງເອີ້ນວ່ານ້ຳຊີບັດ, ແລະ ເປັນບ່ອນທີ່ຊາວເລມັນທັງໝົດຕ້ອນເອົາຝູງສັດລ້ຽງຂອງພວກເຂົາໄປບ່ອນນັ້ນ, ເພື່ອມັນຈະໄດ້ກິນນ້ຳ—
27 ສະນັ້ນ, ໃນຂະນະທີ່ອຳໂມນ ແລະ ຂ້າໃຊ້ຂອງກະສັດກຳລັງຕ້ອນເອົາຝູງສັດລ້ຽງຂອງພວກເຂົາໄປບ່ອນມີນ້ຳນັ້ນ, ຈົ່ງເບິ່ງ, ຊາວເລມັນຈຳນວນໜຶ່ງທີ່ໄດ້ເອົາຝູງສັດລ້ຽງຂອງຕົນໄປກິນນ້ຳແລ້ວ, ໄດ້ຢືນຢູ່ ແລະ ເຮັດໃຫ້ຝູງສັດລ້ຽງຂອງອຳໂມນ ແລະ ຂ້າໃຊ້ຂອງກະສັດແຕກກະຈາຍໄປ, ແລະ ພວກເຂົາໄດ້ເຮັດໃຫ້ມັນແຕກກະຈາຍໄປຫລາຍແທ້ໆ ເຖິງຂະໜາດທີ່ມັນໄດ້ແຕກໄປຫລາຍທິດທາງ.
28 ບັດນີ້ພວກຂ້າໃຊ້ຂອງກະສັດເລີ່ມຈົ່ມ ໂດຍກ່າວວ່າ: ບັດນີ້ກະສັດຈະຂ້າພວກເຮົາຖິ້ມແລ້ວ, ຄືກັນກັບເພິ່ນໄດ້ກະທຳກັບພີ່ນ້ອງຂອງພວກເຮົາ ເພາະວ່າຝູງສັດລ້ຽງຂອງພວກເຂົາໄດ້ກະຈັດກະຈາຍໄປດ້ວຍຄວາມຊົ່ວຮ້າຍຂອງຄົນພວກນັ້ນ. ແລະ ພວກເຂົາກໍເລີ່ມຮ້ອງໄຫ້ຢ່າງໜັກ, ໂດຍກ່າວວ່າ: ຈົ່ງເບິ່ງ, ຝູງສັດລ້ຽງຂອງພວກເຮົາໄດ້ກະຈັດກະຈາຍໄປໝົດແລ້ວ.
29 ບັດນີ້ພວກເຂົາຮ້ອງໄຫ້ເພາະຢ້ານວ່າຈະຖືກຂ້າຖິ້ມ. ບັດນີ້ເມື່ອອຳໂມນເຫັນດັ່ງນັ້ນ ໃຈຂອງລາວກໍເຕັມໄປດ້ວຍຄວາມສຸກ; ເພາະລາວກ່າວຢູ່ໃນໃຈວ່າ, ເຮົາຈະໄດ້ສະແດງອຳນາດຂອງເຮົາແກ່ໝູ່ເພື່ອນຂ້າໃຊ້ຂອງເຮົາ, ຫລື ໃຊ້ອຳນາດທີ່ຢູ່ກັບເຮົາ, ໃນການນຳເອົາຝູງສັດລ້ຽງເຫລົ່ານັ້ນຄືນມາໃຫ້ກະສັດ, ເພື່ອເຮົາຈະໄດ້ເອົາຊະນະໃຈຂອງໝູ່ເພື່ອນຂ້າໃຊ້ເຫລົ່ານີ້ຂອງເຮົາ, ເພື່ອເຮົາຈະໄດ້ນຳພວກເຂົາໄປໃຫ້ເຊື່ອຖືໃນຄຳເວົ້າຂອງເຮົາ.
30 ແລະ ບັດນີ້, ນີ້ຄືຄວາມຄິດຂອງອຳໂມນ, ເວລາລາວໄດ້ເຫັນຄວາມທຸກຂອງຄົນເຫລົ່ານັ້ນ ຜູ້ທີ່ລາວຖືວ່າເປັນພີ່ນ້ອງຂອງລາວ.
31 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ເຮັດໃຫ້ພວກເຂົາໝັ້ນໃຈໃນຄຳເວົ້າຂອງລາວ, ໂດຍກ່າວວ່າ: ພີ່ນ້ອງຂອງເຮົາເອີຍ, ຈົ່ງສະບາຍໃຈເຖີດ, ແລະ ຂໍໃຫ້ພວກເຮົາອອກໄປເພື່ອຊອກຫາຝູງສັດລ້ຽງ ແລະ ຮວບຮວມມັນເຂົ້າກັນອີກ ແລະ ປ້ອງມັນມາຫາບ່ອນມີນ້ຳ; ແລະ ພວກເຮົາຈະປົກປັກຮັກສາຝູງສັດລ້ຽງໄວ້ໃຫ້ກະສັດດ້ວຍວິທີນີ້ ແລະ ເພິ່ນຈະບໍ່ຂ້າພວກເຮົາ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ໄປຊອກຫາຝູງສັດລ້ຽງ, ໂດຍຕິດຕາມອຳໂມນໄປ, ແລະ ພວກເຂົາຟ້າວອອກໄປຢ່າງວ່ອງໄວ ແລະ ໄດ້ສະກັດກັ້ນຝູງສັດລ້ຽງຂອງກະສັດ ແລະ ໄດ້ຮວບຮວມມັນເຂົ້າກັນອີກໄປຫາແມ່ນ້ຳ.
33 ແລະ ຄົນພວກນັ້ນໄດ້ມາຢືນຢູ່ເພື່ອຈະເຮັດໃຫ້ຝູງສັດລ້ຽງຂອງພວກເຂົາແຕກກະຈັດກະຈາຍໄປອີກ; ແຕ່ອຳໂມນໄດ້ເວົ້າກັບອ້າຍນ້ອງຂອງລາວວ່າ: ຈົ່ງລ້ອມຝູງສັດໄວ້ໂດຍຮອບເພື່ອບໍ່ໃຫ້ມັນໜີໄປ; ແລະ ເຮົາເອງຈະໄປຕໍ່ສູ້ກັບຄົນພວກນັ້ນຜູ້ທີ່ເຮັດໃຫ້ຝູງສັດຂອງພວກເຮົາແຕກກະຈັດກະຈາຍໄປ.
34 ສະນັ້ນ, ພວກເຂົາຈຶ່ງໄດ້ເຮັດຕາມທີ່ອຳໂມນສັ່ງ, ແລະ ລາວໄດ້ອອກໄປຕໍ່ສູ້ກັບພວກນັ້ນ ຊຶ່ງຢືນຢູ່ໃກ້ນ້ຳຊີບັດ; ແລະ ພວກເຂົາມີຈຳນວນບໍ່ໜ້ອຍເລີຍ.
35 ສະນັ້ນ ພວກເຂົາຈຶ່ງບໍ່ຢ້ານອຳໂມນ, ເພາະພວກເຂົາຄິດວ່າຄົນຜູ້ດຽວຂອງພວກເຂົາກໍສາມາດຂ້າລາວໄດ້ ຕາມຄວາມພໍໃຈຂອງພວກເຂົາ, ເພາະວ່າພວກເຂົາບໍ່ຮູ້ວ່າພຣະຜູ້ເປັນເຈົ້າໄດ້ສັນຍາກັບໂມໄຊຢາໄວ້ວ່າ ພຣະອົງຈະ ປົດປ່ອຍພວກລູກຊາຍຂອງເພິ່ນໃຫ້ພົ້ນຈາກກຳມືຂອງພວກເຂົາ; ທັງພວກເຂົາບໍ່ຮູ້ຈັກຫຍັງເລີຍກ່ຽວກັບພຣະຜູ້ເປັນເຈົ້າ; ສະນັ້ນ ພວກເຂົາຈຶ່ງດີໃຈໃນຄວາມພິນາດຂອງພີ່ນ້ອງຂອງພວກເຂົາ; ແລະ ເພາະເຫດນີ້ ພວກເຂົາຈຶ່ງຢືນຢູ່ເພື່ອເຮັດໃຫ້ຝູງສັດລ້ຽງຂອງກະສັດແຕກກະຈັດກະຈາຍໄປອີກ.
36 ແຕ່ ອຳໂມນໄດ້ກ້າວອອກໄປ ແລະ ເລີ່ມແກວ່ງກ້ອນຫີນໃສ່ພວກເຂົາດ້ວຍກະຖຸນຂອງລາວ; ແທ້ຈິງແລ້ວ, ດ້ວຍອຳນາດອັນຍິ່ງໃຫຍ່ ລາວໄດ້ແກວ່ງກ້ອນຫີນໃສ່ພວກເຂົາ; ແລະ ລາວໄດ້ຂ້າພວກເຂົາເຫລົ່ານັ້ນ ຈຳນວນໜຶ່ງໂດຍວິທີນີ້ ເຖິງຂະໜາດທີ່ພວກເຂົາແປກປະຫລາດໃຈໃນອຳນາດຂອງລາວ; ເຖິງຢ່າງໃດກໍຕາມ ພວກເຂົາຍັງໃຈຮ້າຍເພາະຄົນຕາຍເປັນພີ່ນ້ອງຂອງພວກເຂົາ, ແລະ ພວກເຂົາຕັ້ງໃຈຈະໃຫ້ລາວຕາຍ; ສະນັ້ນ, ເມື່ອເຫັນວ່າພວກເຂົາບໍ່ ສາມາດແກວ່ງກ້ອນຫີນໃສ່ລາວ, ພວກເຂົາຈຶ່ງອອກມາພ້ອມດ້ວຍໄມ້ຄ້ອນເພື່ອຈະຂ້າລາວ.
37 ແຕ່ຈົ່ງເບິ່ງ, ທຸກຄົນທີ່ຍົກໄມ້ຄ້ອນເພື່ອຈະຕີອຳໂມນນັ້ນ, ລາວໄດ້ຕັດແຂນຂອງພວກເຂົາອອກດ້ວຍດາບຂອງລາວ; ເພາະລາວໄດ້ຕ້ານທານການຕີຂອງພວກເຂົາດ້ວຍການຟັນແຂນຂອງພວກເຂົາ, ດ້ວຍຄົມດາບຂອງລາວ, ເຖິງຂະໜາດທີ່ພວກເຂົາເລີ່ມແປກປະຫລາດໃຈ ແລະ ເລີ່ມປົບໜີໄປຕໍ່ໜ້າລາວ; ແທ້ຈິງແລ້ວ, ພວກເຂົາມີຈຳນວນບໍ່ໜ້ອຍເລີຍ; ແລະ ລາວເຮັດໃຫ້ພວກເຂົາປົບໜີໄປດ້ວຍກຳລັງແຂນຂອງລາວ.
38 ບັດນີ້ມີຫົກຄົນຂອງພວກເຂົາລົ້ມຕາຍລົງດ້ວຍກະຖຸນ, ແຕ່ລາວບໍ່ໄດ້ຂ້າຜູ້ໃດດ້ວຍດາບຂອງລາວນອກຈາກຫົວໜ້າຂອງພວກເຂົາ; ແລະ ລາວໄດ້ຟັນແຂນຂອງທຸກຄົນທີ່ຍົກຂຶ້ນເພື່ອຈະທຳລາຍລາວ, ແລະ ມັນມີຈຳນວນບໍ່ໜ້ອຍເລີຍ.
39 ແລະ ເວລາລາວໄດ້ຂັບໄລ່ພວກເຂົາອອກໄປໄກແລ້ວ, ລາວຈຶ່ງກັບມາ ແລະ ພວກເຂົາໄດ້ພາຝູງສັດລ້ຽງໄປກິນນ້ຳ ແລະ ຕ້ອນມັນກັບໄປຫາທົ່ງຫຍ້າຂອງກະສັດ, ຈາກນັ້ນພວກເຂົາກໍໄດ້ເຂົ້າໄປຫາກະສັດ, ໂດຍເອົາແຂນຂອງຄົນທີ່ພະຍາຍາມຂ້າລາວໄປນຳ ຊຶ່ງຖືກຟັນດ້ວຍດາບຂອງອຳໂມນ, ແລະ ພວກເຂົານຳເອົາແຂນເຫລົ່ານັ້ນໄປຫາກະສັດເພື່ອເປັນປະຈັກພະຍານເຖິງສິ່ງທີ່ພວກເຂົາໄດ້ກະທຳໄປ.