ພຣະ​ຄຳ​ພີ
ແອວ​ມາ 43


ບົດ​ທີ 43

ແອວ​ມາ ແລະ ລູກ​ຊາຍ​ໄດ້​ສັ່ງ​ສອນ​ພຣະ​ຄຳ—ຊາວ​ໂຊ​ຣຳ ແລະ ຊາວ​ນີ​ໄຟ​ຄົນ​ອື່ນໆ​ທີ່​ແຍກ​ອອກ​ໄປ ກາຍ​ເປັນ​ຊາວ​ເລ​ມັນ—ຊາວ​ເລ​ມັນ​ມາ​ກໍ່​ສົງ​ຄາມ​ກັບ​ຊາວ​ນີ​ໄຟ—ໂມ​ໂຣ​ໄນ​ປະ​ກອບ​ອາ​ວຸດ​ໃຫ້​ຊາວ​ນີ​ໄຟ​ດ້ວຍ​ເຄື່ອງ​ປ້ອງ​ກັນ​ຕ່າງໆ—ພຣະ​ຜູ້​ເປັນ​ເຈົ້າ​ເປີດ​ເຜີຍ​ແຜນ​ການ​ຍຸດ​ທະ​ສາດ​ຂອງ​ຊາວ​ເລ​ມັນ​ຕໍ່​ແອວ​ມາ—ຊາວ​ນີ​ໄຟ​ປ້ອງ​ກັນ​ບ້ານ​ເຮືອນ, ເສ​ລີ​ພາບ, ຄອບ​ຄົວ, ແລະ ສາດ​ສະ​ໜາ​ຂອງ​ພວກ​ເຂົາ—ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ກັບ​ລີ​ໄຮ​ປິດ​ລ້ອມ​ຊາວ​ເລ​ມັນ. ປະ​ມານ 74 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ລູກ​ຊາຍ​ຂອງ​ແອວ​ມາ​ໄດ້​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ, ເພື່ອ​ປະ​ກາດ​ພຣະ​ຄຳ​ແກ່​ພວກ​ເຂົາ. ແລະ ແອວ​ມາ​ເອງ​ກໍ​ໄດ້​ອອກ​ໄປ​ຢ່າງ​ບໍ່​ໄດ້​ພັກ​ຜ່ອນ​ເລີຍ.

2 ບັດ​ນີ້​ພວກ​ເຮົາ​ຈະ​ບໍ່​ກ່າວ​ເຖິງ​ການ​ສັ່ງ​ສອນ​ຂອງ​ເຂົາ​ເຈົ້າ​ຕໍ່​ໄປ​ອີກ, ນອກ​ຈາກ​ວ່າ​ເຂົາ​ເຈົ້າ​ໄດ້​ສັ່ງ​ສອນ​ພຣະ​ຄຳ ແລະ ຄວາມ​ຈິງ​ຕາມ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ແລະ ການ​ເປີດ​ເຜີຍ; ແລະ ເຂົາ​ເຈົ້າ​ໄດ້​ສັ່ງ​ສອນ​ຕາມ ລະ​ບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ​ຜູ້​ໄດ້​ເອີ້ນ​ເຂົາ​ເຈົ້າ.

3 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຈະ​ກັບ​ມາ​ເວົ້າ​ກ່ຽວ​ກັບ​ສົງ​ຄາມ​ລະ​ຫວ່າງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ​ໃນ​ປີ​ທີ​ສິບ​ແປດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ.

4 ເພາະ​ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ໂຊ​ຣຳ​ໄດ້​ກາຍ​ເປັນ​ຊາວ​ເລ​ມັນ; ສະ​ນັ້ນ, ໃນ​ຕົ້ນ​ປີ​ທີ​ສິບ​ແປດ​ນີ້ ຜູ້​ຄົນ​ຂອງ​ນີ​ໄຟ​ໄດ້​ເຫັນ​ວ່າ​ຊາວ​ເລ​ມັນ​ກຳ​ລັງ​ຈະ​ມາ​ໂຈມ​ຕີ​ພວກ​ເຂົາ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຕຽມ​ເພື່ອ​ສົງ​ຄາມ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ເຕົ້າ​ໂຮມ​ເອົາ​ກອງ​ທັບ​ຂອງ​ພວກ​ເຂົາ​ທີ່​ຢູ່​ໃນ​ແຜ່ນ​ດິນ​ເຈີ​ຊອນ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລ​ມັນ​ໄດ້​ຍົກ​ກອງ​ທັບ​ທະ​ຫານ​ມາ​ເປັນ​ຈຳ​ນວນ​ຫລາຍ​ພັນ​ຄົນ; ແລະ ພວກ​ເຂົາ​ໄດ້​ຍົກ​ກອງ​ທັບ​ເຂົ້າ​ມາ​ໃນ​ແຜ່ນ​ດິນ​ອານ​ທິ​ໂອ​ນຳ, ຊຶ່ງ​ເປັນ​ແຜ່ນ​ດິນ​ຂອງ​ຊາວ​ໂຊ​ຣຳ; ແລະ ຜູ້​ນຳ​ກອງ​ທັບ​ຂອງ​ພວກ​ເຂົາ​ມີ​ຊື່​ວ່າ ເຊ​ຣາ​ເຮັມ​ນາ.

6 ແລະ ບັດ​ນີ້, ໂດຍ​ທີ່​ຊາວ​ອາ​ມາ​ລະ​ໄຄ​ເປັນ​ຄົນ​ຊົ່ວ ແລະ ມັກ​ຂ້າ​ຄົນ​ຫລາຍ​ກວ່າ​ຊາວ​ເລ​ມັນ, ສະ​ນັ້ນ, ເຊ​ຣາ​ເຮັມ​ນາ​ຈຶ່ງ​ໄດ້​ແຕ່ງ​ຕັ້ງ​ຫົວ​ໜ້າ​ນາຍ​ທະ​ຫານ​ຂຶ້ນ​ເພື່ອ​ດູ​ແລ​ຊາວ​ເລ​ມັນ, ຊຶ່ງ​ພວກ​ຫົວ​ໜ້າ​ເຫລົ່າ​ນັ້ນ​ເປັນ​ຊາວ​ອາ​ມາ​ລະ​ໄຄ ແລະ ຊາວ​ໂຊ​ຣຳ.

7 ບັດ​ນີ້​ລາວ​ໄດ້​ເຮັດ​ແບບ​ນີ້​ເພື່ອ​ວ່າ​ລາວ​ຈະ​ໄດ້​ເກັບ​ກຳ​ຄວາມ​ຄຽດ​ແຄ້ນ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ຊາວ​ນີ​ໄຟ​ໄວ້, ເພື່ອ​ລາວ​ຈະ​ໄດ້​ເອົາ​ຄົນ​ເຫລົ່າ​ນັ້ນ​ມາ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຕາມ​ແຜນ​ການ​ຂອງ​ລາວ.

8 ເພາະ​ຈົ່ງ​ເບິ່ງ, ແຜນ​ການ​ຂອງ​ລາວ​ຄື ຍຸ​ແຍ່​ໃຫ້​ຊາວ​ເລ​ມັນ​ຄຽດ​ແຄ້ນ​ໃຫ້​ຊາວ​ນີ​ໄຟ; ລາວ​ເຮັດ​ແບບ​ນີ້​ເພື່ອ​ວ່າ​ລາວ​ຈະ​ໄດ້​ແຍ້ງ​ຊີງ​ເອົາ​ອຳ​ນາດ​ເພື່ອ​ປົກ​ຄອງ​ຄົນ​ເຫລົ່າ​ນັ້ນ, ແລະ ເພື່ອ​ວ່າ​ລາວ​ຈະ​ໄດ້​ມີ​ອຳ​ນາດ​ປົກ​ຄອງ​ຊາວ​ນີ​ໄຟ ໂດຍ​ເອົາ​ພວກ​ເຂົາ​ເຫລົ່າ​ນັ້ນ​ມາ​ເປັນ​ທາດ​ນຳ​ອີກ.

9 ແລະ ບັດ​ນີ້​ແຜນ​ການ​ຂອງ​ຊາວ​ນີ​ໄຟ​ນັ້ນ​ແມ່ນ ການ​ປົກ​ປັກ​ຮັກ​ສາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ, ແລະ ບ້ານ​ເຮືອນ​ຂອງ​ພວກ​ເຂົາ, ແລະ ເມຍ​ຂອງ​ພວກ​ເຂົາ, ແລະ ລູກ​ຂອງ​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ປົກ​ປັກ​ຮັກ​ສາ​ສິ່ງ​ເຫລົ່າ​ນີ້​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ; ແລະ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັກ​ສາ​ສິດ ແລະ ສິດ​ທິ​ພິ​ເສດ​ຂອງ​ພວກ​ເຂົາ​ນຳ​ອີກ, ແທ້​ຈິງ​ແລ້ວ, ເສ​ລີ​ພາບ​ຂອງ​ພວກ​ເຂົາ​ນຳ​ອີກ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ຕົນ.

10 ເພາະ​ພວກ​ເຂົາ​ຮູ້​ວ່າ ຖ້າ​ຫາກ​ພວກ​ເຂົາ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຊາວ​ເລ​ມັນ​ແລ້ວ, ຄືຊາວ​ເລ​ມັນ​ຈະ​ທຳ​ລາຍ​ຜູ້​ໃດ​ກໍ​ຕາມ​ທີ່ ນະ​ມັດ​ສະ​ການ​ພຣະ​ເຈົ້າ​ໃນ ວິນ​ຍານ ແລະ ໃນ​ຄວາມ​ຈິງ, ຊຶ່ງ​ເປັນ​ພຣະ​ເຈົ້າ​ທີ່​ທ່ຽງ​ແທ້ ແລະ ຊົງ​ພຣະ​ຊົນ​ຢູ່.

11 ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ຮູ້​ຈັກ​ເຖິງ​ຄວາມ​ກຽດ​ຊັງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊາວ​ເລ​ມັນ​ທີ່​ມີ​ຕໍ່ ພີ່​ນ້ອງ​ຂອງ​ພວກ​ເຂົາ, ຜູ້​ຊຶ່ງ​ເປັນ​ຜູ້​ຄົນ​ຂອງ​ອານ​ໄທ​-​ນີ​ໄຟ-ລີ​ໄຮ, ຊຶ່ງ​ມີ​ຊື່​ວ່າ​ຜູ້​ຄົນ​ຂອງ​ອຳ​ໂມນ—ແລະ ຜູ້​ຄົນ​ເຫລົ່າ​ນີ້​ບໍ່​ຍອມ​ຈັບ​ອາ​ວຸດ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ເຂົ້າ​ຢູ່​ໃນ​ພັນ​ທະ​ສັນ​ຍາ ແລະ ພວກ​ເຂົາ​ຈະ​ບໍ່​ລະ​ເມີດ—ສະ​ນັ້ນ, ຖ້າ​ຫາກ​ພວກ​ເຂົາ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຊາວ​ເລ​ມັນ, ພວກ​ເຂົາ​ກໍ​ຈະ​ຖືກ​ທຳ​ລາຍ.

12 ແລະ ຊາວ​ນີ​ໄຟ​ບໍ່​ຍອມ​ໃຫ້​ພວກ​ເຂົາ​ຖືກ​ທຳ​ລາຍ; ສະ​ນັ້ນ ຊາວ​ນີ​ໄຟ​ຈຶ່ງ​ໄດ້​ມອບ​ແຜ່ນ​ດິນ​ໃຫ້​ພວກ​ເຂົາ​ເພື່ອ​ເປັນ​ມູນ​ມໍ​ລະ​ດົກ.

13 ແລະ ຜູ້​ຄົນ​ຂອງ​ອຳ​ໂມນ​ໄດ້​ມອບ​ເຂົ້າ​ຂອງ​ຢ່າງ​ຫລວງ​ຫລາຍ​ຂອງ​ຕົນ​ໃຫ້​ແກ່​ຊາວ​ນີ​ໄຟ ເພື່ອ​ອູ້ມ​ຊູ​ກອງ​ທັບ​ຂອງ​ພວກ​ເຂົາ; ແລະ ດັ່ງ​ນັ້ນ ຊາວ​ນີ​ໄຟ​ຈຶ່ງ​ຖືກ​ບັງ​ຄັບ​ໃຫ້​ຕ້ານ​ທານ​ຊາວ​ເລ​ມັນ​ແຕ່​ຝ່າຍ​ດຽວ, ຊຶ່ງ​ເປັນ​ເຊື້ອ​ສາຍ​ຂອງ​ເລ​ມັນ ແລະ ເລ​ມູ​ເອນ, ແລະ ພວກ​ລູກ​ຫລານ​ຂອງ​ອິດ​ຊະ​ມາ​ເອນ, ແລະ ຄົນ​ທັງ​ໝົດ​ທີ່​ໄດ້​ແຍກ​ອອກ​ໄປ​ຈາກ​ຊາວ​ນີ​ໄຟ​ຄື ຊາວ​ອາ​ມາ​ລະ​ໄຄ, ຊາວ​ໂຊ​ຣຳ, ແລະ ເຊື້ອ​ສາຍ​ຂອງ​ພວກ​ປະ​ໂລ​ຫິດ​ຂອງ​ກະ​ສັດ​ໂນ​ອາ​ຄົນ​ນັ້ນ.

14 ບັດ​ນີ້​ຜູ້​ສືບ​ເຊື້ອ​ສາຍ​ເຫລົ່າ​ນີ້​ມີ​ຈຳ​ນວນ​ຫລວງ​ຫລາຍ​ເກືອບ​ເທົ່າ​ກັບ​ຊາວ​ນີ​ໄຟ; ແລະ ສະ​ນັ້ນ​ຊາວ​ນີ​ໄຟ​ຈຶ່ງ​ຖືກ​ບັງ​ຄັບ​ໃຫ້​ຕໍ່​ສູ້​ກັບ​ພີ່​ນ້ອງ​ຂອງ​ຕົນ​ດັ່ງ​ນີ້, ຈົນ​ກະ​ທັ້ງ​ມີ​ການ​ນອງ​ເລືອດ​ເກີດ​ຂຶ້ນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ໃນ​ຂະ​ນະ​ທີ່​ກອງ​ທັບ​ຂອງ​ຊາວ​ເລ​ມັນ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ແຜ່ນ​ດິນ​ອານ​ທິ​ໂອ​ນຳ, ຈົ່ງ​ເບິ່ງ, ກອງ​ທັບ​ຂອງ​ຊາວ​ນີ​ໄຟ​ພ້ອມ​ແລ້ວ​ທີ່​ຈະ​ພົບ​ກັບ​ພວກ​ເຂົາ​ໃນ​ແຜ່ນ​ດິນ​ເຈີ​ຊອນ.

16 ບັດ​ນີ້, ຜູ້​ນຳ​ຂອງ​ຊາວ​ນີ​ໄຟ ຫລື ຜູ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ຊາວ​ນີ​ໄຟ—ບັດ​ນີ້​ຫົວ​ໜ້າ​ນາຍ​ທະ​ຫານ​ຜູ້​ນີ້​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ທັບ​ທັງ​ໝົດ​ຂອງ​ຊາວ​ນີ​ໄຟ—​ແລະ ຊື່​ຂອງ​ເພິ່ນ​ຄື ໂມ​ໂຣ​ໄນ;

17 ແລະ ໂມ​ໂຣ​ໄນ​ໄດ້​ຮັບ​ຕຳ​ແໜ່ງ​ໃຫ້​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ທັງ​ໝົດ ແລະ ພ້ອມ​ກັບ​ການ​ປົກ​ຄອງ​ກ່ຽວ​ກັບ​ສົງ​ຄາມ. ແລະ ເພິ່ນ​ມີ​ອາ​ຍຸ​ພຽງ​ແຕ່​ຊາວ​ຫ້າ​ປີ​ເທົ່າ​ນັ້ນ​ຕອນ​ເພິ່ນ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ກອງ​ທັບ​ຊາວ​ນີ​ໄຟ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ພົບ​ກັບ​ຊາວ​ເລ​ມັນ​ທີ່​ຊາຍ​ແດນ​ເຈີ​ຊອນ, ແລະ ພວກ​ທະ​ຫານ​ຂອງ​ເພິ່ນ​ໄດ້​ຖື​ຫອກ, ແລະ ດາບ, ແລະ ອາ​ວຸດ​ແຫ່ງ​ສົງ​ຄາມ​ທຸກ​ຊະ​ນິດ.

19 ແລະ ເມື່ອ​ກອງ​ທັບ​ຊາວ​ເລ​ມັນ​ເຫັນ​ວ່າ​ຜູ້​ຄົນ​ຂອງ​ນີ​ໄຟ ຫລື ວ່າ​ໂມ​ໂຣ​ໄນ​ຕຽມ​ກອງ​ທະ​ຫານ​ຂອງ​ເພິ່ນ​ໄວ້​ພ້ອມ​ດ້ວຍ​ແຜ່ນ​ປົກ​ເອິກ ແລະ ພ້ອມ​ດ້ວຍ​ເຄື່ອງ​ປ້ອງ​ກັນ​ແຂນ, ແທ້​ຈິງ​ແລ້ວ, ພ້ອມ​ທັງ​ເຄື່ອງ​ປ້ອງ​ກັນ​ຫົວ​ຂອງ​ພວກ​ເຂົາ​ນຳ​ອີກ, ແລະ ພວກ​ເຂົາ​ນຸ່ງ​ຫົ່ມ​ເສື້ອ​ຜ້າ​ໜາ—

20 ບັດ​ນີ້​ກອງ​ທັບ​ຂອງ​ເຊ​ຣາ​ເຮັມ​ນາ​ບໍ່​ໄດ້​ມີ​ການ​ຕຽມ​ສິ່ງ​ເຫລົ່າ​ນີ້​ເລີຍ; ພວກ​ເຂົາ​ມີ​ພຽງ​ແຕ່​ຫອກ ແລະ ດາບ, ແລະ ຄັນ​ທະ​ນູ ແລະ ລູກ​ທະ​ນູ, ແລະ ມີ​ກ້ອນ​ຫີນ​ກັບ​ກະ​ຖຸນ​ຂອງ​ພວກ​ເຂົາ; ແລະ ຕົນ​ຕົວ​ຂອງ​ພວກ​ເຂົາ ເປືອຍ​ເປົ່າ, ນອກ​ຈາກ​ແຜ່ນ​ໜັງ​ຄຽນ​ແອວ​ເທົ່າ​ນັ້ນ; ແທ້​ຈິງ​ແລ້ວ, ຕົນ​ຕົວ​ຂອງ​ພວກ​ເຂົາ​ທຸກ​ຄົນ​ເປືອຍ​ເປົ່າ​ໝົດ, ເວັ້ນ​ເສຍ​ແຕ່​ຊາວ​ໂຊ​ຣຳ ແລະ ຊາວ​ອາ​ມາ​ລະ​ໄຄ​ເທົ່າ​ນັ້ນ;

21 ແຕ່​ພວກ​ເຂົາ​ບໍ່​ມີ​ແຜ່ນ​ປົກ​ເອິກ ຫລື ໂລ່—ສະ​ນັ້ນ, ພວກ​ເຂົາ​ຈຶ່ງ​ມີ​ຄວາມ​ຢ້ານ​ກົວ​ກອງ​ທັບ​ຂອງ​ຊາວ​ນີ​ໄຟ​ຫລາຍ​ທີ່​ສຸດ ເພາະ​ວ່າ​ເຄື່ອງ​ນຸ່ງ​ຂອງ​ພວກ​ນີ​ໄຟ, ທັງໆ​ທີ່​ຈຳ​ນວນ​ຄົນ​ຂອງ​ພວກ​ເຂົາ​ມີ​ຫລາຍ​ກວ່າ​ຊາວ​ນີ​ໄຟ​ຕັ້ງ​ຫລາຍ​ເທົ່າ.

22 ຈົ່ງ​ເບິ່ງ, ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ບໍ່​ກ້າ​ມາ​ສູ້​ຮົບ​ກັບ​ຊາວ​ນີ​ໄຟ​ທີ່​ຊາຍ​ແດນ​ເຈີ​ຊອນ​ເລີຍ; ສະ​ນັ້ນ​ພວກ​ເຂົາ​ຈຶ່ງ​ໄດ້​ອອກ​ໄປ​ຈາກ​ແຜ່ນ​ດິນ​ອານ​ທິ​ໂອ​ນຳ ແລະ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃກ້​ຫົວ​ແມ່​ນ້ຳ​ຊີ​ໂດນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ເຂົ້າ​ໄປ​ຫາ​ແຜ່ນ​ດິນ​ແມນ​ທາຍ ແລະ ຍຶດ​ເອົາ​ຫົວ​ເມືອງ; ເພາະ​ພວກ​ເຂົາ​ບໍ່​ຄິດ​ວ່າ​ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ຮູ້​ຈັກ​ແລ້ວ​ວ່າ ພວກ​ເຂົາ​ໄດ້​ໄປ​ທາງ​ໃດ.

23 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ, ໃນ​ທັນ​ທີ​ທີ່​ພວກ​ເຂົາ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ໂມ​ໂຣ​ໄນ​ກໍ​ໄດ້​ສົ່ງ​ນັກ​ສືບ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເພື່ອ​ຕິດ​ຕາມ​ເບິ່ງ​ຄ້າຍ​ພັກ​ຂອງ​ພວກ​ເຂົາ; ແລະ ໂມ​ໂຣ​ໄນ​ໂດຍ​ທີ່​ຮູ້​ຈັກ​ເຖິງ​ການ​ທຳ​ນາຍ​ຂອງ​ແອວ​ມາ, ຈຶ່ງ​ໄດ້​ສົ່ງ​ຄົນ​ຈຳ​ນວນ​ໜຶ່ງ​ໄປ​ຫາ​ເພິ່ນ, ໂດຍ​ປາດ​ຖະ​ໜາ​ຈະ​ໃຫ້​ເພິ່ນ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ກອງ​ທັບ​ຂອງ​ຊາວ​ນີ​ໄຟ​ຄວນ​ຈະ​ໄປ​ສູ້​ຮົບ​ກັບ​ຊາວ​ເລ​ມັນ ຢູ່​ບ່ອນ​ໃດ​ເພື່ອ​ປົກ​ປ້ອງ​ຕົວ​ເອງ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ແອວ​ມາ, ແລະ ແອວ​ມາ​ໄດ້​ບອກ​ຂ່າວ​ແກ່​ພວກ​ສົ່ງ​ສານ​ຂອງ​ໂມ​ໂຣ​ໄນ​ວ່າ ກອງ​ທັບ​ຂອງ​ຊາວ​ເລ​ມັນ​ກຳ​ລັງ​ຍົກ​ທັບ​ເດີນ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເພື່ອ​ຈະ​ໄດ້​ຂ້າມ​ມາ​ຫາ​ແຜ່ນ​ດິນ​ແມນ​ທາຍ, ເພື່ອ​ຈະ​ໄດ້​ເລີ່ມ​ໂຈມ​ຕີ​ຜູ້​ຄົນ​ທີ່​ອ່ອນ​ແອ​ກວ່າ​ພວກ​ເຂົາ. ແລະ ພວກ​ສົ່ງ​ສານ​ໄດ້​ໄປ​ແຈ້ງ​ຕໍ່​ໂມ​ໂຣ​ໄນ.

25 ບັດ​ນີ້​ໂມ​ໂຣ​ໄນ, ຈຶ່ງ​ໄດ້​ໃຫ້​ກອງ​ທັບ​ສ່ວນ​ໜຶ່ງ​ຂອງ​ເພິ່ນ​ຄຸ້ມ​ກັນ​ຢູ່​ໃນ​ແຜ່ນ​ດິນ​ເຈີ​ຊອນ, ເພາະ​ຢ້ານ​ວ່າ​ໂດຍ​ວິ​ທີ​ໃດ​ວິ​ທີ​ໜຶ່ງ​ຊາວ​ເລ​ມັນ​ບາງ​ຈຳ​ນວນ​ອາດ​ຈະ​ເຂົ້າ​ມາ​ຍຶດ​ເອົາ​ແຜ່ນ​ດິນ​ນັ້ນ ແລະ ເຂົ້າ​ເປັນ​ເຈົ້າ​ຂອງ, ຈຶ່ງ​ໄດ້​ຍົກ​ກອງ​ທັບ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ເພິ່ນ ແລະ ຂ້າມ​ໄປ​ຫາ​ແຜ່ນ​ດິນ​ແມນ​ທາຍ.

26 ແລະ ເພິ່ນ​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ທັງ​ໝົດ​ໃນ​ແຜ່ນ​ດິນ​ສ່ວນ​ນັ້ນ​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຈະ​ໄດ້​ຕໍ່​ສູ້​ກັບ​ຊາວ​ເລ​ມັນ, ເພື່ອ ປົກ​ປ້ອງ​ແຜ່ນ​ດິນ ແລະ ປະ​ເທດ​ຊາດ​ຂອງ​ພວກ​ເຂົາ, ແລະ ສິດ​ທິ ແລະ ເສ​ລີ​ພາບ​ຂອງ​ພວກ​ເຂົາ; ສະ​ນັ້ນ ຜູ້​ຄົນ​ຈຶ່ງ​ໄດ້​ຕຽມ​ພ້ອມ​ຢູ່​ສະ​ເໝີ​ທີ່​ຈະ​ຕໍ່​ສູ້​ກັບ​ຊາວ​ເລ​ມັນ​ເມື່ອ​ເວ​ລາ​ພວກ​ເຂົາ​ເຂົ້າ​ມາ​ໂຈມ​ຕີ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ໄດ້​ສັ່ງ​ໃຫ້​ກອງ​ທັບ​ຂອງ​ເພິ່ນ​ໄປ​ລີ້​ຖ້າ​ຢູ່​ໃນ​ຮ່ອມ​ພູ ຊຶ່ງ​ຢູ່​ໃກ້​ກັບ​ຝັ່ງ​ແມ່​ນ້ຳ​ຊີ​ໂດນ, ຊຶ່ງ​ມັນ​ຢູ່​ທາງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຊີ​ໂດນ ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

28 ແລະ ໂມ​ໂຣ​ໄນ​ໄດ້​ວາງ​ຄົນ​ສອດ​ແນມ​ໄວ້​ໂດຍ​ຮອບ, ເພື່ອ​ເພິ່ນ​ຈະ​ໄດ້​ຮູ້​ຈັກ​ວ່າ​ເວ​ລາ​ໃດ​ຄ້າຍ​ຂອງ​ຊາວ​ເລ​ມັນ​ຈະ​ມາ​ຕັ້ງ​ຂຶ້ນ.

29 ແລະ ບັດ​ນີ້, ໂມ​ໂຣ​ໄນ​ຮູ້​ຈັກ​ເຈດ​ຕະ​ນາ​ຂອງ​ຊາວ​ເລ​ມັນ, ວ່າ​ພວກ​ເຂົາ​ຢາກ​ຈະ​ທຳ​ລາຍ​ພີ່​ນ້ອງ​ຂອງ​ຕົນ, ຫລື ເພື່ອ​ຈະ​ໄດ້​ນຳ​ເອົາ​ພວກ​ເຂົາ​ມາ​ຂຶ້ນ​ກັບ​ພວກ​ເຂົາ ແລະ ເອົາ​ພວກ​ເຂົາ​ເຫລົ່າ​ນັ້ນ​ມາ​ເປັນ​ທາດ ເພື່ອ​ພວກ​ເຂົາ​ເອງ​ຈະ​ໄດ້​ສະ​ຖາ​ປະ​ນາ​ອາ​ນາ​ຈັກ​ຂອງ​ຕົນ​ຂຶ້ນ ເພື່ອ​ພວກ​ເຂົາ​ຈະ​ໄດ້​ປົກ​ຄອງ​ທົ່ວ​ແຜ່ນ​ດິນ;

30 ແລະ ໂດຍ​ທີ່​ເພິ່ນ​ໄດ້​ຮູ້​ຈັກ​ອີກ​ວ່າ ຄວາມ​ປາດ​ຖະ​ໜາ​ຢ່າງ​ດຽວ​ຂອງ​ຊາວ​ນີ​ໄຟ​ນັ້ນ​ຄື ເພື່ອ​ປົກ​ປັກ​ຮັກ​ສາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ, ແລະ ເສ​ລີ​ພາບ​ຂອງ​ພວກ​ເຂົາ, ແລະ ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຂົາ, ສະ​ນັ້ນ​ເພິ່ນ​ຈຶ່ງ​ຄິດ​ວ່າ​ມັນ​ບໍ່​ເປັນ​ການ​ກະ​ທຳ​ບາບ​ທີ່​ເພິ່ນ​ຈະ​ປ້ອງ​ກັນ​ຊາວ​ນີ​ໄຟ​ດ້ວຍ​ກົນ​ອຸ​ບາຍ; ສະ​ນັ້ນ, ເພິ່ນ​ຈຶ່ງ​ຮູ້​ຈັກ​ໂດຍ​ຄົນ​ສອດ​ແນມ​ຂອງ​ເພິ່ນ​ວ່າ ຊາວ​ເລ​ມັນ​ຈະ​ໄປ​ທາງ​ໃດ.

31 ສະ​ນັ້ນ, ເພິ່ນ​ຈຶ່ງ​ໄດ້​ແບ່ງ​ກອງ​ທັບ​ຂອງ​ເພິ່ນ ແລະ ໄດ້​ນຳ​ເອົາ​ສ່ວນ​ໜຶ່ງ​ໄປ​ໃນ​ຮ່ອມ​ພູ, ແລະ ລີ້​ຢູ່​ທາງ​ຕາ​ເວັນ​ອອກ ແລະ ທາງ​ໃຕ້​ຂອງ​ເນີນ​ພູ​ຣິບລາ;

32 ແລະ ສ່ວນ​ທີ່​ເຫລືອ​ນັ້ນ ເພິ່ນ​ໄດ້​ໃຫ້​ລີ້​ຢູ່​ໃນ​ຮ່ອມ​ພູ​ທາງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຊີ​ໂດນ, ຈົນ​ສຸດ​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ແມນ​ທາຍ.

33 ເມື່ອ​ເພິ່ນ​ໄດ້​ຈັດ​ວາງ​ກອງ​ທັບ​ຂອງ​ເພິ່ນ​ໄວ້​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເພິ່ນ​ຮຽບ​ຮ້ອຍ​ແລ້ວ, ເພິ່ນ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ພົບ​ກັບ​ພວກ​ເຂົາ.

34 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລ​ມັນ​ໄດ້​ຍົກ​ກອງ​ທັບ​ມາ​ທາງ​ເໜືອ​ຂອງ​ເນີນ​ພູ, ຊຶ່ງ​ກອງ​ທັບ​ສ່ວນ​ໜຶ່ງ​ຂອງ​ໂມ​ໂຣ​ໄນ​ໄດ້​ລີ້​ຖ້າ​ຢູ່​ແລ້ວ.

35 ແລະ ເວ​ລາ​ທີ່​ຊາວ​ເລ​ມັນ​ຜ່ານ​ເນີນ​ພູ​ຣິບລາ, ແລະ ມາ​ຮອດ​ຮ່ອມ​ພູ, ແລະ ກຳ​ລັງ​ຈະ​ຂ້າມ​ແມ່​ນ້ຳ​ຊີ​ໂດນ​ຢູ່​ນັ້ນ, ກອງ​ທັບ​ທີ່​ລີ້​ຖ້າ​ຢູ່​ທາງ​ໃຕ້​ຂອງ​ເນີນ​ພູ ຊຶ່ງ​ນຳ​ໂດຍ​ຄົນ​ຜູ້​ໜຶ່ງ​ຊື່​ວ່າ ລີ​ໄຮ, ແລະ ລາວ​ໄດ້​ນຳ​ເອົາ​ກອງ​ທັບ​ຂອງ​ລາວ​ອອກ​ມາ ແລະ ລ້ອມ​ຊາວ​ເລ​ມັນ​ໄວ້​ທາງ​ຕາ​ເວັນ​ອອກ​ທາງ​ດ້ານ​ຫລັງ.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວ​ລາ​ຊາວ​ເລ​ມັນ​ເຫັນ​ກອງ​ທັບ​ຊາວ​ນີ​ໄຟ​ເຂົ້າ​ໂຈມ​ຕີ​ຂ້າງ​ຫລັງ, ພວກ​ເຂົາ​ຈຶ່ງ​ໄດ້​ຫັນ​ກັບ​ຄືນ​ໄປ ແລະ ເລີ່ມ​ຕໍ່​ສູ້​ກັບ​ກອງ​ທັບ​ຂອງ​ລີ​ໄຮ.

37 ແລະ ການ​ຕາຍ​ໄດ້​ທະ​ວີ​ຂຶ້ນ​ທັງ​ສອງ​ຝ່າຍ, ແຕ່​ວ່າ​ການ​ຕາຍ​ຂອງ​ຝ່າຍ​ຊາວ​ເລ​ມັນ​ເປັນ​ໜ້າ​ຢ້ານ​ກົວ​ຫລາຍ​ທີ່​ສຸດ, ເພາະ​ວ່າ ຄວາມ​ເປືອຍ​ເປົ່າ​ຂອງ​ພວກ​ເຂົາ​ທີ່​ຮັບ​ການ​ຟັນ​ຢ່າງ​ໜັກ​ຂອງ​ຊາວ​ນີ​ໄຟ​ດ້ວຍ​ດາບ ແລະ ຖືກ​ແທງ​ດ້ວຍ​ຫອກ, ຄື​ທຸກ​ເທື່ອ​ທີ່​ໄດ້​ຟັນ​ລົງ​ໄປ​ຕ້ອງ​ໄດ້​ຂ້າ​ເກືອບ​ທຸກ​ເທື່ອ.

38 ສ່ວນ​ໃນ​ບັນ​ດາ​ຊາວ​ນີ​ໄຟ​ນັ້ນ, ດົນໆ​ຈຶ່ງ​ຕາຍ​ຄົນ​ໜຶ່ງ​ດ້ວຍ​ດາບ ແລະ ດ້ວຍ​ການ​ເສຍ​ເລືອດ, ໂດຍ​ທີ່​ພວກ​ເຂົາ​ມີ​ເຄື່ອງ​ປ້ອງ​ກັນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ຮ່າງ​ກາຍ, ແລະ ພາກ​ສ່ວນ​ສຳ​ຄັນ​ທີ່​ສຸດ​ຂອງ​ຮ່າງ​ກາຍ​ກໍ​ມີ​ເຄື່ອງ​ປ້ອງ​ກັນ​ໃຫ້​ພົ້ນ​ຈາກ​ການ​ຟັ​ນ​ຂອງ​ຊາວ​ເລ​ມັນ, ໂດຍ​ມີ ແຜ່ນ​ປົກ​ເອິກ ແລະ ເຄື່ອງ​ປ້ອງ​ກັນ​ແຂນ ແລະ ປ້ອງ​ກັນ​ຫົວ​ຂອງ​ພວກ​ເຂົາ; ດ້ວຍ​ເຫດ​ນີ້ ຊາວ​ນີ​ໄຟ​ຈຶ່ງ​ໄດ້​ຂ້າ​ຊາວ​ເລ​ມັນ​ຢ່າງ​ຫລວງ​ຫລາຍ.

39 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລ​ມັນ​ມີ​ຄວາມ​ຢ້ານ​ກົວ​ຫລາຍ, ເພາະ​ຄວາມ​ພິ​ນາດ​ອັນ​ໃຫຍ່​ຫລວງ​ໃນ​ບັນ​ດາ​ພວກ​ເຂົາ, ຈົນ​ວ່າ​ພວກ​ເຂົາ​ໄດ້​ເລີ່ມ​ປົບ​ໜີ​ໄປ​ທາງ​ແມ່​ນ້ຳ​ຊີ​ໂດນ.

40 ແລະ ພວກ​ເຂົາ​ຖືກ​ລີ​ໄຮ ແລະ ທະ​ຫານ​ຂອງ​ລາວ​ໄລ່​ຕິດ​ຕາມ​ໄປ; ແລະ ພວກ​ເຂົາ​ຖືກ​ລີ​ໄຮ​ໄລ່​ລົງ​ໄປ​ໃນ​ນ້ຳ​ຊີ​ໂດນ ແລະ ພວກ​ເຂົາ​ໄດ້​ຂ້າມ​ນ້ຳ​ຊີ​ໂດນ​ໄປ. ແລະ ລີ​ໄຮ​ສັ່ງ​ໃຫ້​ກອງ​ທັບ​ຂອງ​ລາວ​ຢຸດ​ທີ່​ຝັ່ງ​ແມ່​ນ້ຳ​ຊີ​ໂດນ​ບໍ່​ໃຫ້​ຂ້າມ​ໄປ.

41 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ ແລະ ກອງ​ທັບ​ຂອງ​ເພິ່ນ​ໄດ້​ພົບ​ກັບ​ຊາວ​ເລ​ມັນ​ໃນ​ຮ່ອມ​ພູ​ທາງ​ຝັ່ງ​ແມ່​ນ້ຳ​ຊີ​ໂດນ​ເບື້ອງ​ນັ້ນ ແລະ ເລີ່ມ​ໂຈມ​ຕີ ແລະ ຂ້າ​ຟັນ​ພວກ​ເຂົາ.

42 ແລະ ຊາວ​ເລ​ມັນ​ໄດ້​ປົບ​ໜີ​ໄປ​ທາງ​ໜ້າ​ຂອງ​ພວກ​ເຂົາ, ໄປ​ທາງ​ແຜ່ນ​ດິນ​ແມນ​ທາຍ; ແລະ ພວກ​ເຂົາ​ໄດ້​ພົບ​ກັບ​ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ອີກ.

43 ບັດ​ນີ້​ເມື່ອ​ເປັນ​ດັ່ງ​ນີ້​ແລ້ວ ຊາວ​ເລ​ມັນ​ຈຶ່ງ​ໄດ້​ຕໍ່​ສູ້​ຈົນ​ສຸດ​ກຳ​ລັງ; ແທ້​ຈິງ​ແລ້ວ, ມັນ​ບໍ່​ເຄີຍ​ມີ​ຈັກ​ເທື່ອ​ທີ່​ຊາວ​ເລ​ມັນ​ຈະ​ຕໍ່​ສູ້​ດ້ວຍ​ກຳ​ລັງ ແລະ ດ້ວຍ​ຄວາມ​ກ້າ​ຫານ​ອັນ​ໃຫຍ່​ຫລວງ​ພຽງ​ນີ້, ບໍ່​ມີ​ຈັກ​ເທື່ອ, ບໍ່​ເຄີຍ​ມີ​ເລີຍ​ຕັ້ງ​ແຕ່​ຕົ້ນ.

44 ແລະ ພວກ​ເຂົາ​ໄດ້​ຮັບ​ກຳ​ລັງ​ໃຈ​ຈາກ ຊາວ​ໂຊ​ຣຳ ແລະ ຊາວ​ອາ​ມາ​ລະ​ໄຄ, ຜູ້​ທີ່​ເປັນ​ນາຍ​ທະ​ຫານ​ຊັ້ນ​ຫົວ​ໜ້າ ແລະ ຜູ້​ນຳ​ຂອງ​ພວກ​ເຂົາ, ແລະ ຈາກ​ເຊ​ຣາ​ເຮັມ​ນາ ຜູ້​ເປັນ​ຫົວ​ໜ້າ​ນາຍ​ທະ​ຫານ​ຂອງ​ພວກ​ເຂົາ, ຫລື ຫົວ​ໜ້າ​ຜູ້​ນຳ ແລະ ຜູ້​ບັງ​ຄັບ​ບັນ​ຊາ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຕໍ່​ສູ້​ຄື​ກັນ​ກັບ​ມັງ​ກອນ, ແລະ ຊາວ​ນີ​ໄຟ​ຫລາຍ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ດ້ວຍ​ມື​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ເພາະ​ວ່າ​ພວກ​ເຂົາ​ໄດ້​ຟັນ​ເຄື່ອງ​ປ້ອງ​ກັນ​ຫົວ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຂອງ​ຊາວ​ນີ​ໄຟ​ຂາດ​ອອກ​ເປັນ​ສອງ​ຕ່ອນ, ແລະ ພວກ​ເຂົາ​ໄດ້​ແທງ​ແຜ່ນ​ປົກ​ເອິກ​ຂອງ​ຊາວ​ນີ​ໄຟ​ຊອດ, ແລະ ພວກ​ເຂົາ​ໄດ້​ຟັນ​ແຂນ​ຂອງ​ຊາວ​ນີ​ໄຟ​ຂາດ​ຫລາຍ​ແຂນ, ແລະ ຊາວ​ເລ​ມັນ​ໄດ້​ຟັນ​ລົງ​ດ້ວຍ​ຄວາມ​ຄຽດ​ແຄ້ນ​ທີ່​ສຸດ​ຂອງ​ພວກ​ເຂົາ.

45 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊາວ​ນີ​ໄຟ​ຍັງ​ໄດ້​ຮັບ​ກຳ​ລັງ​ໃຈ​ດ້ວຍ​ອຸ​ດົມ​ການ​ທີ່​ດີ​ກວ່າ, ເພາະ​ວ່າ​ພວກ​ເຂົາ​ບໍ່​ໄດ້ ຕໍ່​ສູ້​ເພື່ອ​ກະ​ສັດ ຫລື ວ່າ​ເພື່ອ​ອຳ​ນາດ​ໃດໆ ແຕ່​ພວກ​ເຂົາ​ໄດ້​ຕໍ່​ສູ້​ເພື່ອ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ ແລະ ເພື່ອ ເສ​ລີ​ພາບ​ຂອງ​ພວກ​ເຂົາ, ແລະ ເພື່ອ​ເມຍ​ຂອງ​ພວກ​ເຂົາ ແລະ ເພື່ອ​ລູກ​ຂອງ​ພວກ​ເຂົາ, ແລະ ເພື່ອ​ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ເພື່ອ​ພິ​ທີ​ການ​ແຫ່ງ​ການ​ນະ​ມັດ​ສະ​ການ ແລະ ເພື່ອ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຂົາ​ນຳ​ອີກ.

46 ແລະ ພວກ​ເຂົາ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຂົາ​ຮູ້​ວ່າ​ອັນ​ໃດ​ເປັນ ໜ້າ​ທີ່ ຊຶ່ງ​ພວກ​ເຂົາ​ໄດ້​ເປັນ​ໜີ້​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຢູ່; ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ເຂົາ ແລະ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ນຳ​ອີກ​ວ່າ: ຕາບ​ໃດ​ທີ່​ເຈົ້າ​ບໍ່​ມີ​ຄວາມ​ຜິດ​ຍ້ອນ​ການ​ຮຸກ​ຮານ​ເທື່ອ ທຳ​ອິດ, ຫລື ເທື່ອ​ທີ​ສອງ, ຕາບ​ນັ້ນ​ເຮົາ​ຈະ​ບໍ່​ຍອມ​ໃຫ້​ເຈົ້າ​ຖືກ​ຂ້າ​ດ້ວຍ​ມື​ສັດ​ຕູ​ຂອງ​ເຈົ້າ.

47 ແລະ ອີກ​ເທື່ອ​ໜຶ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ເຈົ້າ​ຈົ່ງ ປ້ອງ​ກັນ​ຄອບ​ຄົວ​ຂອງ​ເຈົ້າ ຈົນ​ເຖິງ​ການ​ນອງ​ເລືອດ. ສະ​ນັ້ນ ຍ້ອນ​ວ່າ​ອຸ​ດົມ​ການ​ອັນ​ນີ້ ຊາວ​ນີ​ໄຟ​ຈຶ່ງ​ມີ​ກຳ​ລັງ​ໃຈ​ຕໍ່​ສູ້​ກັບ​ຊາວ​ເລ​ມັນ ເພື່ອ​ປ້ອງ​ກັນ​ຕົວ​ເອງ, ແລະ ຄອບ​ຄົວ​ຂອງ​ພວກ​ເຂົາ, ແລະ ແຜ່ນ​ດິນ​ຂອງ​ພວກ​ເຂົາ, ແລະ ປະ​ເທດ​ຊາດ​ຂອງ​ພວກ​ເຂົາ, ແລະ ສິດ​ທິ​ຂອງ​ພວກ​ເຂົາ, ແລະ ສາດ​ສະ​ໜາ​ຂອງ​ພວກ​ເຂົາ.

48 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຄົນ​ຂອງ​ໂມ​ໂຣ​ໄນ​ໄດ້​ເຫັນ​ຄວາມ​ເປັນ​ໜ້າ​ຢ້ານ​ກົວ ແລະ ຄວາມ​ຄຽດ​ແຄ້ນ​ຂອງ​ຊາວ​ເລ​ມັນ ພວກ​ເຂົາ​ກໍ​ເກືອບ​ຈະ​ປົບ​ໜີ​ໄປ​ຈາກ​ພວກ​ນັ້ນ. ແລະ ໂມ​ໂຣ​ໄນ​ໂດຍ​ທີ່​ເຫັນ​ເຈດ​ຕະ​ນາ​ຂອງ​ພວກ​ເຂົາ ຈຶ່ງ​ໄດ້​ອອກ​ຄຳ​ສັ່ງ​ໂດຍ​ໃຫ້​ກຳ​ລັງ​ໃຈ​ພວກ​ເຂົາ​ດ້ວຍ​ຄວາມ​ຄິດ​ດັ່ງ​ນີ້—​ແທ້​ຈິງ​ແລ້ວ, ຄວາມ​ຄິດ​ເຖິງ​ແຜ່ນ​ດິນ​ຂອງ​ພວກ​ເຂົາ, ເສ​ລີ​ພາບ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ອິດ​ສະ​ລະ​ພາບ​ຂອງ​ພວກ​ເຂົາ​ຈາກ​ຄວາມ​ເປັນ​ທາດ.

49 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຫັນ​ກັບ​ຄືນ​ໄປ​ຕໍ່​ສູ້​ກັບ​ຊາວ​ເລ​ມັນ, ແລະ ພວກ​ເຂົາ​ໄດ້ ຮ້ອງ​ອອກ​ມາ​ເພື່ອ​ທູນ​ຂໍ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ເປັນ​ສຽງ​ດຽວ​ກັນ, ເພື່ອ​ເສ​ລີ​ພາບ​ຂອງ​ພວກ​ເຂົາ ແລະ ເພື່ອ​ອິດ​ສະ​ລະ​ພາບ​ຂອງ​ພວກ​ເຂົາ​ຈາກ​ຄວາມ​ເປັນ​ທາດ.

50 ແລະ ພວກ​ເຂົາ​ເລີ່ມ​ຢືນ​ຕໍ່​ສູ້​ກັບ​ຊາວ​ເລ​ມັນ​ດ້ວຍ​ພະ​ລັງ; ແລະ ໃນ​ຕອນ​ທີ່​ພວກ​ເຂົາ​ກຳ​ລັງ​ຮ້ອງ​ທູນ​ຂໍ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ອິດ​ສະ​ລະ​ພາບ​ຂອງ​ຕົນ​ຢູ່​ນັ້ນ, ຊາວ​ເລ​ມັນ​ກໍ​ເລີ່ມ​ຖອຍ​ໜີ​ໄປ​ຕໍ່​ໜ້າ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ໜີ​ໄປ​ຈົນ​ເຖິງ​ແມ່​ນ້ຳ​ຊີ​ໂດນ.

51 ບັດ​ນີ້, ຊາວ​ເລ​ມັນ​ມີ​ຈຳ​ນວນ​ຫລາຍ​ກວ່າ, ແທ້​ຈິງ​ແລ້ວ, ຫລາຍ​ກວ່າ​ຕັ້ງ​ສອງ​ເທົ່າ​ຂອງ​ຈຳ​ນວນ​ຂອງ​ຊາວ​ນີ​ໄຟ; ປານ​ນັ້ນ, ພວກ​ເຂົາ​ຍັງ​ຖືກ​ໄລ່​ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ຕ້ອງ​ໄປ​ເຕົ້າ​ໂຮມ​ກັນ​ເປັນ​ກອງ​ດຽວ​ຢູ່​ໃນ​ຮ່ອມ​ພູ​ເທິງ​ຝັ່ງ​ແມ່​ນ້ຳ​ຊີ​ໂດນ.

52 ສະ​ນັ້ນ​ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ຈຶ່ງ​ອ້ອມ​ພວກ​ເຂົາ​ໄວ້​ທັງ​ສອງ​ຝັ່ງ​ແມ່​ນ້ຳ, ຈົ່ງ​ເບິ່ງ, ທາງ​ຕາ​ເວັນ​ອອກ​ກໍ​ມີ​ຄົນ​ຂອງ​ລີ​ໄຮ​ເຕັມ​ຢູ່.

53 ສະ​ນັ້ນ ເວ​ລາ​ເຊ​ຣາ​ເຮັມ​ນາ​ເຫັນ​ຄົນ​ຂອງ​ລີ​ໄຮ​ຢູ່​ທາງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຊີ​ໂດນ, ແລະ ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ຢູ່​ທາງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຊີ​ໂດນ, ແລະ ເຫັນ​ວ່າ​ເຂົາ​ຖືກ​ຊາວ​ນີ​ໄຟ​ລ້ອມ ກໍ​ເກີດ​ມີ​ຄວາມ​ຢ້ານ​ກົວ ແລະ ຕົກ​ໃຈ​ຫລາຍ​ຂຶ້ນ.

54 ບັດ​ນີ້​ໂມ​ໂຣ​ໄນ, ເມື່ອ​ເຫັນ​ຄວາມ​ຢ້ານ​ກົວ​ຂອງ​ຊາວ​ເລ​ມັນ, ແລ້ວ​ເພິ່ນ​ກໍ​ສັ່ງ​ໃຫ້​ຄົນ​ຂອງ​ເພິ່ນ​ຢຸດ​ການ​ຂ້າ​ຟັນ​ລົງ.

ພິມ