ຄຳເວົ້າຂອງແອວມາຜູ້ເປັນມະຫາປະໂລຫິດຕາມລະບຽບອັນສັກສິດຂອງພຣະເຈົ້າໄດ້ປະກາດຕໍ່ຜູ້ຄົນຢູ່ໃນເມືອງ ແລະ ໝູ່ບ້ານຕ່າງໆທົ່ວແຜ່ນດິນ.
ເລີ່ມຕົ້ນດ້ວຍບົດທີ 5.
ບົດທີ 5
ກ່ອນຈະໄດ້ຮັບຄວາມລອດ, ມະນຸດຕ້ອງກັບໃຈ ແລະ ຮັກສາພຣະບັນຍັດ, ເກີດໃໝ່, ຊຳລະອາພອນໃຫ້ສະອາດໂດຍໂລຫິດຂອງພຣະຄຣິດ, ເປັນຄົນຖ່ອມຕົວ ແລະ ຖອດຄວາມທະນົງຕົວ ແລະ ຄວາມອິດສາບັງບຽດ ອອກຈາກຕົນ, ແລະ ກະທຳໃນສິ່ງທີ່ຊອບທຳ—ຜູ້ລ້ຽງທີ່ດີຮ້ອງຫາຜູ້ຄົນຂອງພຣະອົງ—ຜູ້ທີ່ເຮັດຄວາມຊົ່ວເປັນລູກຫລານຂອງມານ—ແອວມາໃຫ້ປະຈັກພະຍານເຖິງຄວາມຈິງຂອງຄຳສອນຂອງເພິ່ນ ແລະ ສັ່ງໃຫ້ຜູ້ຄົນກັບໃຈ—ຊື່ຂອງຜູ້ທີ່ຊອບທຳຈະຖືກບັນທຶກໄວ້ໃນທະບຽນແຫ່ງຊີວິດ. ປະມານ 83 ປີ ກ່ອນ ຄ.ສ.
1 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ແອວມາເລີ່ມ ປະກາດພຣະຄຳຂອງ ພຣະເຈົ້າແກ່ຜູ້ຄົນ, ທຳອິດຢູ່ໃນແຜ່ນດິນເຊຣາເຮັມລາ, ແລະ ຫລັງຈາກນັ້ນໄປຕະຫລອດທົ່ວແຜ່ນດິນ.
2 ແລະ ນີ້ຄືຄຳຊຶ່ງແອວມາໄດ້ເວົ້າກັບຜູ້ຄົນໃນສາດສະໜາຈັກ ຊຶ່ງສະຖາປະນາຂຶ້ນຢູ່ໃນເມືອງເຊຣາເຮັມລາ, ຕາມບັນທຶກຂອງເພິ່ນເອງ, ມີຄວາມວ່າ:
3 ຂ້າພະເຈົ້າແອວມາໄດ້ຮັບ ແຕ່ງຕັ້ງໂດຍແອວມາບິດາຂອງຂ້າພະເຈົ້າໃຫ້ເປັນ ມະຫາປະໂລຫິດດູແລສາດສະໜາຈັກຂອງພຣະເຈົ້າ, ໂດຍທີ່ເພິ່ນມີອຳນາດ ແລະ ສິດອຳນາດຈາກພຣະເຈົ້າຊຶ່ງໃຫ້ເຮັດວຽກງານເຫລົ່ານີ້, ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ເພິ່ນໄດ້ເລີ່ມຕົ້ນສະຖາປະນາສາດສະໜາຈັກໃນ ແຜ່ນດິນ ຊຶ່ງຢູ່ໃນຊາຍແດນນີໄຟ; ແທ້ຈິງແລ້ວ, ແຜ່ນດິນທີ່ມີຊື່ວ່າແຜ່ນດິນມໍມອນ; ແທ້ຈິງແລ້ວ, ເພິ່ນໄດ້ໃຫ້ບັບຕິສະມາແກ່ພີ່ນ້ອງຂອງເພິ່ນໃນນ້ຳມໍມອນ.
4 ແລະ ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ເຂົາເຈົ້າຖືກ ປົດປ່ອຍໃຫ້ພົ້ນຈາກກຳມືຂອງຜູ້ຄົນຂອງກະສັດໂນອາໂດຍພຣະເມດຕາ ແລະ ອຳນາດຂອງພຣະເຈົ້າ.
5 ແລະ ຈົ່ງເບິ່ງ, ຫລັງຈາກນັ້ນເຂົາເຈົ້າຖືກນຳໄປສູ່ ຄວາມເປັນທາດໃນຖິ່ນແຫ້ງແລ້ງກັນດານດ້ວຍມືຂອງຊາວເລມັນ; ແທ້ຈິງແລ້ວ, ຂ້າພະເຈົ້າກ່າວກັບພວກທ່ານວ່າ, ເຂົາເຈົ້າຢູ່ໃນຄວາມເປັນຊະເລີຍ, ແລະ ພຣະຜູ້ເປັນເຈົ້າໄດ້ປົດປ່ອຍເຂົາເຈົ້າອອກຈາກ ຄວາມເປັນທາດອີກໂດຍອຳນາດຂອງພຣະຄຳຂອງພຣະອົງ, ແລະ ພວກເຮົາຈຶ່ງຖືກນຳມາຫາແຜ່ນດິນນີ້, ແລະ ໃນບ່ອນນີ້ຊຶ່ງພວກເຮົາເລີ່ມສະຖະປະນາສາດສະໜາຈັກຂອງພຣະເຈົ້າຂຶ້ນທົ່ວແຜ່ນດິນນຳອີກ.
6 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານພີ່ນ້ອງຂອງຂ້າພະເຈົ້າ, ພວກທ່ານທີ່ເປັນຂອງສາດສະໜາຈັກນີ້ ພວກທ່ານໄດ້ເກັບຄວາມເປັນຊະເລີຍຂອງບັນພະບຸລຸດຂອງພວກທ່ານໄວ້ພຽງພໍຫລືບໍ່ໃນຄວາມຊົງຈຳ? ແທ້ຈິງແລ້ວ, ແລະ ໄດ້ເກັບພຣະເມດຕາ ແລະ ຄວາມອົດກັ້ນຂອງພຣະອົງທີ່ມີຕໍ່ເຂົາເຈົ້າໄວ້ພຽງພໍຫລືບໍ່ໃນຄວາມຊົງຈຳ? ແລະ ຍິ່ງໄປກວ່ານັ້ນ, ພວກທ່ານໄດ້ເກັບກຳໄວ້ພຽງພໍຫລືບໍ່ໃນຄວາມຊົງຈຳ ວ່າພຣະອົງໄດ້ປົດປ່ອຍຈິດວິນຍານຂອງເຂົາເຈົ້າໃຫ້ພົ້ນຈາກນະລົກແລ້ວ?
7 ຈົ່ງເບິ່ງ, ພຣະອົງໄດ້ປ່ຽນໃຈຂອງເຂົາເຈົ້າ; ແທ້ຈິງແລ້ວ, ພຣະອົງໄດ້ປຸກໃຫ້ເຂົາເຈົ້າຕື່ນຈາກການນອນຫລັບສະໜິດ, ແລະ ເຂົາເຈົ້າໄດ້ຕື່ນຂຶ້ນມາຫາພຣະເຈົ້າ. ຈົ່ງເບິ່ງ, ເຂົາເຈົ້າຢູ່ໃນທ່າມກາງຄວາມມືດ; ເຖິງຢ່າງໃດກໍຕາມ, ຈິດວິນຍານຂອງເຂົາເຈົ້າຍັງສະຫວ່າງສະໄຫວດ້ວຍຄວາມສະຫວ່າງຂອງພຣະຄຳອັນເປັນນິດ; ແທ້ຈິງແລ້ວ, ເຂົາເຈົ້າໄດ້ຖືກລ້ອມໄວ້ດ້ວຍ ສາຍຮັດແຫ່ງຄວາມຕາຍ ແລະ ສາຍໂສ້ແຫ່ງນະລົກ, ແລະ ຄວາມພິນາດອັນເປັນນິດໄດ້ຄອຍຖ້າເຂົາເຈົ້າຢູ່.
8 ແລະ ບັດນີ້ຂ້າພະເຈົ້າຂໍຖາມພວກທ່ານພີ່ນ້ອງຂອງຂ້າພະເຈົ້າວ່າ ເຂົາເຈົ້າໄດ້ຖືກທຳລາຍບໍ? ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ, ບໍ່ເລີຍ, ເຂົາເຈົ້າບໍ່ໄດ້ຖືກທຳລາຍ.
9 ແລະ ຂ້າພະເຈົ້າຂໍຖາມອີກວ່າ ສາຍຮັດແຫ່ງຄວາມຕາຍຂາດອອກແລ້ວບໍ, ແລະ ສາຍໂສ້ແຫ່ງນະລົກ ຊຶ່ງລ້ອມເຂົາເຈົ້າໄວ້ນັ້ນຫລຸດອອກແລ້ວບໍ? ຂ້າພະເຈົ້າກ່າວກັບພວກທ່ານວ່າ, ແທ້ຈິງແລ້ວ, ມັນໄດ້ຫລຸດອອກແລ້ວ, ແລະ ຈິດວິນຍານຂອງເຂົາເຈົ້າໄດ້ຂະຫຍາຍຂຶ້ນ, ແລະ ເຂົາເຈົ້າໄດ້ຮ້ອງສັນລະເສີນຄວາມຮັກທີ່ໄຖ່. ແລະ ຂ້າພະເຈົ້າກ່າວກັບພວກທ່ານວ່າ ເຂົາເຈົ້າລອດແລ້ວ.
10 ແລະ ບັດນີ້ຂ້າພະເຈົ້າຂໍຖາມພວກທ່ານວ່າ ເຂົາເຈົ້າ ລອດດ້ວຍເງື່ອນໄຂອັນໃດ? ແທ້ຈິງແລ້ວ, ເຂົາເຈົ້າມີເຫດຜົນອັນໃດທີ່ຈະຫວັງໃນຄວາມລອດ? ແມ່ນຫຍັງທີ່ເປັນເຫດໃຫ້ເຂົາເຈົ້າຫລຸດພົ້ນຈາກສາຍຮັດແຫ່ງຄວາມຕາຍ, ແທ້ຈິງແລ້ວ, ແລະ ຈາກສາຍໂສ້ແຫ່ງນະລົກນັ້ນ?
11 ຈົ່ງເບິ່ງ, ຂ້າພະເຈົ້າບອກພວກທ່ານວ່າ—ແອວມາບິດາຂອງຂ້າພະເຈົ້າບໍ່ໄດ້ເຊື່ອໃນຄຳ ຊຶ່ງປະກາດໂດຍປາກຂອງ ອະບີນາໄດບໍ? ແລະ ເພິ່ນບໍ່ແມ່ນສາດສະດາຜູ້ບໍລິສຸດບໍ? ເພິ່ນບໍ່ໄດ້ເວົ້າພຣະຄຳຂອງພຣະເຈົ້າບໍ, ແລະ ແອວມາບິດາຂອງຂ້າພະເຈົ້າໄດ້ເຊື່ອຖ້ອຍຄຳເຫລົ່ານັ້ນບໍ?
12 ແລະ ຕາມສັດທາຂອງເພິ່ນ, ຈຶ່ງມີ ການປ່ຽນແປງອັນຍິ່ງໃຫຍ່ເກີດຂຶ້ນໃນໃຈຂອງເພິ່ນ. ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກທ່ານວ່າ ທັງໝົດນີ້ເປັນຄວາມຈິງ.
13 ແລະ ຈົ່ງເບິ່ງ, ເພິ່ນໄດ້ ສັ່ງສອນພຣະຄຳໃຫ້ແກ່ບັນພະບຸລຸດຂອງພວກທ່ານ, ແລະ ການປ່ຽນແປງອັນຍິ່ງໃຫຍ່ກໍເກີດຂຶ້ນໃນໃຈຂອງເຂົາເຈົ້າຄືກັນ, ແລະ ເຂົາເຈົ້າໄດ້ຖ່ອມຕົວ ແລະ ໄວ້ວາງໃຈໃນ ພຣະເຈົ້າອົງທ່ຽງແທ້ ແລະ ຊົງພຣະຊົນຢູ່. ແລະ ຈົ່ງເບິ່ງ, ເຂົາເຈົ້າຊື່ສັດຈົນເຖິງ ວັນຕາຍ; ສະນັ້ນເຂົາເຈົ້າຈຶ່ງລອດ.
14 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າຂໍຖາມພວກທ່ານພີ່ນ້ອງຂອງຂ້າພະເຈົ້າໃນສາດສະໜາຈັກວ່າ ພວກທ່ານໄດ້ ເກີດຈາກພຣະເຈົ້າທາງວິນຍານແລ້ວບໍ? ພວກທ່ານໄດ້ຮັບເງົາຂອງພຣະອົງໄວ້ໃນໃບໜ້າຂອງພວກທ່ານແລ້ວບໍ? ພວກທ່ານເຄີຍປະສົບ ການປ່ຽນແປງອັນຍິ່ງໃຫຍ່ນີ້ໃນໃຈຂອງພວກທ່ານແລ້ວບໍ?
15 ພວກທ່ານໃຊ້ສັດທາໃນການໄຖ່ຂອງພຣະອົງຜູ້ ສ້າງພວກທ່ານບໍ? ພວກທ່ານໄດ້ຄອຍຖ້າດ້ວຍຕາແຫ່ງສັດທາບໍ່ ແລະ ຫລຽວເບິ່ງຮ່າງກາຍທີ່ເປັນມະຕະນີ້ຖືກ ຍົກຂຶ້ນໄປຫາຄວາມເປັນອະມະຕະ, ແລະ ຄວາມເນົ່າເປື່ອຍນີ້ຖືກຍົກຂຶ້ນໄປຫາຄວາມບໍ່ເນົ່າເປື່ອຍເພື່ອຢືນຢູ່ຕໍ່ພຣະພັກຂອງພຣະເຈົ້າ, ເພື່ອຮັບ ການພິພາກສາຕາມການກະທຳຊຶ່ງເຮັດໄວ້ເມື່ອຢູ່ໃນຮ່າງກາຍທີ່ເປັນມະຕະນີ້?
16 ຂ້າພະເຈົ້າກ່າວກັບພວກທ່ານວ່າ, ພວກທ່ານຄິດເອງໄດ້ບໍວ່າ ພວກທ່ານໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າກ່າວກັບພວກທ່ານໃນມື້ນັ້ນວ່າ: ຈົ່ງມາຫາເຮົາເຖີດ ເຈົ້າ ເປັນສຸກແລ້ວ, ເພາະຈົ່ງເບິ່ງ, ວຽກງານຂອງເຈົ້າເປັນວຽກງານທີ່ຊອບທຳໃນຜືນແຜ່ນດິນໂລກ?
17 ຫລື ພວກທ່ານຄິດເອງໄດ້ບໍວ່າ ພວກທ່ານຈະເວົ້າຕົວະຕໍ່ພຣະເຈົ້າໄດ້ໃນມື້ນັ້ນ, ແລະ ທູນວ່າ—ພຣະອົງເຈົ້າເອີຍ, ວຽກງານຂອງຂ້ານ້ອຍເປັນວຽກງານທີ່ຊອບທຳໃນຜືນແຜ່ນດິນໂລກ—ແລະ ວ່າພຣະອົງຈະຊ່ວຍພວກທ່ານໃຫ້ລອດ?
18 ຫລື ອີກປະການໜຶ່ງ, ພວກທ່ານເຫັນຕົວເອງໄດ້ບໍວ່າ ພວກທ່ານຖືກນຳມາຢູ່ໜ້າສານຂອງພຣະເຈົ້າ ຊຶ່ງຈິດວິນຍານຂອງພວກທ່ານເຕັມໄປດ້ວຍຄວາມຮູ້ສຶກຜິດ ແລະ ຄວາມສຳນຶກຜິດ, ໂດຍມີຄວາມຊົງຈຳເຖິງຄວາມຜິດທັງໝົດຂອງພວກທ່ານ, ແທ້ຈິງແລ້ວ, ຄວາມຊົງຈຳເປັນຢ່າງດີເຖິງຄວາມຊົ່ວຮ້າຍທັງໝົດຂອງພວກທ່ານ, ແທ້ຈິງແລ້ວ, ຄວາມຊົງຈຳທີ່ພວກທ່ານໄດ້ຕໍ່ຕ້ານພຣະບັນຍັດຂອງພຣະເຈົ້າ?
19 ຂ້າພະເຈົ້າກ່າວກັບພວກທ່ານວ່າ ພວກທ່ານຈະເງີຍໜ້າເບິ່ງພຣະເຈົ້າໃນມື້ນັ້ນດ້ວຍໃຈອັນບໍລິສຸດ ແລະ ດ້ວຍມືທີ່ສະອາດໄດ້ບໍ? ຂ້າພະເຈົ້າກ່າວກັບພວກທ່ານວ່າ ພວກທ່ານຈະເງີຍຂຶ້ນດ້ວຍໃບໜ້າທີ່ມີ ເງົາຂອງພຣະເຈົ້າຊຶ່ງຈາລຶກໄວ້ໃນໃບໜ້າຂອງພວກທ່ານໄດ້ບໍ?
20 ຂ້າພະເຈົ້າກ່າວກັບພວກທ່ານວ່າ ພວກທ່ານຄິດເຖິງຄວາມລອດໄດ້ບໍ ເມື່ອພວກທ່ານ ຍອມຕົນຂຶ້ນຢູ່ກັບມານ?
21 ຂ້າພະເຈົ້າກ່າວກັບພວກທ່ານວ່າ ພວກທ່ານຈະຮູ້ໃນມື້ນັ້ນວ່າ ພວກທ່ານຈະ ລອດບໍ່ໄດ້ ເພາະວ່າບໍ່ມີມະນຸດຄົນໃດທີ່ຈະລອດໄດ້ ຖ້າບໍ່ຊຳລະ ອາພອນຂອງເຂົາໃຫ້ຂາວສະອາດເສຍກ່ອນ; ແທ້ຈິງແລ້ວ, ຕ້ອງເຮັດໃຫ້ອາພອນຂອງເຂົາ ບໍລິສຸດຈົນມັນສະອາດຈາກຮອຍເປື້ອນທັງໝົດໂດຍໂລຫິດຂອງພຣະອົງ, ຜູ້ທີ່ບັນພະບຸລຸດຂອງພວກເຮົາໄດ້ເວົ້າເຖິງ, ຜູ້ທີ່ຈະມາໄຖ່ຜູ້ຄົນຂອງພຣະອົງຈາກບາບຂອງພວກເຂົາ.
22 ແລະ ບັດນີ້ຂ້າພະເຈົ້າຂໍຖາມພວກທ່ານພີ່ນ້ອງຂອງຂ້າພະເຈົ້າວ່າ ພວກທ່ານຈະຮູ້ສຶກແນວໃດຖ້າຫາກພວກທ່ານໄດ້ຢືນຢູ່ຕໍ່ໜ້າບ່ອນພິພາກສາຂອງພຣະເຈົ້າ ແລະ ອາພອນຂອງພວກທ່ານເປື້ອນ ເລືອດ ແລະ ເຕັມໄປດ້ວຍ ຄວາມສົກກະປົກຕ່າງໆນາໆ? ຈົ່ງເບິ່ງ, ສິ່ງເຫລົ່ານີ້ຈະເປັນຫລັກຖານຟ້ອງຫຍັງແດ່ຕໍ່ຕ້ານພວກທ່ານ?
23 ຈົ່ງເບິ່ງ, ມັນຈະບໍ່ ເປັນຫລັກຖານບໍວ່າ ພວກທ່ານເປັນຄາດຕະກອນ, ແທ້ຈິງແລ້ວ, ແລະ ວ່າພວກທ່ານມີຄວາມຜິດກ່ຽວກັບຄວາມຊົ່ວຮ້າຍຕ່າງໆນຳອີກບໍ?
24 ຈົ່ງເບິ່ງ, ພີ່ນ້ອງຂອງຂ້າພະເຈົ້າ, ພວກທ່ານຄິດບໍວ່າຄົນເຊັ່ນນັ້ນຈະມີບ່ອນນັ່ງຢູ່ໃນອານາຈັກຂອງພຣະເຈົ້າຮ່ວມກັບ ອັບຣາຮາມ, ຮ່ວມກັບອີຊາກ, ແລະ ຮ່ວມກັບຢາໂຄບ, ແລະ ຮ່ວມກັບສາດສະດາຜູ້ບໍລິສຸດທັງຫລາຍ, ຊຶ່ງອາພອນຂອງຄົນເຫລົ່ານັ້ນສະອາດ ແລະ ບໍ່ມີມົນທິນ, ບໍລິສຸດ ແລະ ຂາວສະອາດ?
25 ຂ້າພະເຈົ້າກ່າວກັບພວກທ່ານວ່າ, ບໍ່ເລີຍ; ເວັ້ນເສຍແຕ່ພວກທ່ານຈະເຮັດໃຫ້ພຣະຜູ້ສ້າງຂອງພວກເຮົາເປັນຜູ້ເວົ້າຕົວະນັບຕັ້ງແຕ່ຕົ້ນ, ຫລື ຄິດວ່າພຣະອົງເປັນຜູ້ເວົ້າຕົວະນັບຕັ້ງແຕ່ຕົ້ນ, ພວກທ່ານຈະບໍ່ຄິດວ່າຄົນເຊັ່ນນັ້ນຈະມີບ່ອນອາໄສໃນອານາຈັກສະຫວັນໄດ້; ແຕ່ພວກເຂົາຈະຖືກຂັບໄລ່ອອກໄປເພາະວ່າພວກເຂົາເປັນ ລູກຫລານຂອງອານາຈັກຂອງມານ.
26 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານພີ່ນ້ອງຂອງຂ້າພະເຈົ້າວ່າ ຖ້າຫາກພວກທ່ານເຄີຍປະສົບກັບ ການປ່ຽນແປງໃນໃຈ ແລະ ຖ້າຫາກພວກທ່ານຮູ້ສຶກຢາກຮ້ອງ ເພງສັນລະເສີນຄວາມຮັກທີ່ໄຖ່, ຂ້າພະເຈົ້າຈະຖາມວ່າ ພວກທ່ານ ສາມາດຮູ້ສຶກເຊັ່ນນັ້ນບໍ່ໃນຂະນະນີ້?
27 ພວກທ່ານໄດ້ເດີນໄປໂດຍການຮັກສາຕົນເອງ ບໍ່ໃຫ້ມີຂໍ້ຕຳນິຕໍ່ພຣະພັກຂອງພຣະເຈົ້າບໍ? ຖ້າຫາກພວກທ່ານຖືກເອີ້ນໃຫ້ຕາຍໃນເວລານີ້, ພວກທ່ານຈະກ່າວໄດ້ບໍພາຍໃນຕົວຂອງພວກທ່ານວ່າ ພວກທ່ານ ຖ່ອມຕົວພຽງພໍແລ້ວ? ວ່າອາພອນຂອງພວກທ່ານນັ້ນສະອາດ ແລະ ຂາວແລ້ວດ້ວຍໂລຫິດຂອງພຣະຄຣິດຜູ້ຈະສະເດັດມາ ໄຖ່ຜູ້ຄົນຂອງພຣະອົງຈາກບາບຂອງພວກເຂົາ?
28 ຈົ່ງເບິ່ງ, ພວກທ່ານຖອດ ຄວາມທະນົງຕົວອອກແລ້ວບໍ? ຂ້າພະເຈົ້າກ່າວກັບພວກທ່ານວ່າ ຖ້າຫາກພວກທ່ານຍັງບໍ່ໄດ້ຖອດມັນອອກ, ພວກທ່ານກໍຍັງບໍ່ພ້ອມທີ່ຈະພົບກັບພຣະເຈົ້າເທື່ອ. ຈົ່ງເບິ່ງ ພວກທ່ານຕ້ອງຕຽມຢ່າງໄວ ເພາະອານາຈັກສະຫວັນຈະມາເຖິງໃນບໍ່ຊ້ານີ້ ແລະ ຄົນເຊັ່ນນັ້ນຈະບໍ່ມີຊີວິດນິລັນດອນ.
29 ຈົ່ງເບິ່ງ, ຂ້າພະເຈົ້າກ່າວວ່າ, ມີໃຜແດ່ໃນບັນດາພວກທ່ານທີ່ຍັງບໍ່ໄດ້ຖອດ ຄວາມອິດສາອອກເທື່ອ? ຂ້າພະເຈົ້າກ່າວກັບພວກທ່ານວ່າ ຄົນເຊັ່ນນັ້ນຍັງບໍ່ຕຽມພ້ອມເທື່ອ; ແລະ ຂ້າພະເຈົ້າຂໍໃຫ້ເຂົາຕຽມຕົວຢ່າງໄວເພາະຊົ່ວໂມງໃກ້ເຂົ້າມາແລ້ວ, ແລະ ເຂົາບໍ່ຮູ້ວ່າເມື່ອໃດເວລານັ້ນຈະມາເຖິງ; ເພາະຄົນເຊັ່ນນັ້ນຈະບໍ່ຖືກພົບວ່າປາດສະຈາກຄວາມຜິດ.
30 ແລະ ອີກຢ່າງໜຶ່ງ ຂ້າພະເຈົ້າກ່າວກັບພວກທ່ານວ່າ, ມີໃຜແດ່ໃນບັນດາພວກທ່ານທີ່ກະທຳໃຫ້ພີ່ນ້ອງຂອງຕົນເປັນທີ່ ເຍາະເຍີ້ຍ, ຫລື ທຸ້ມເທການຂົ່ມເຫັງລົງໃສ່ເຂົາ?
31 ວິບັດແກ່ຄົນເຊັ່ນນັ້ນ, ເພາະເຂົາຍັງບໍ່ຕຽມພ້ອມເທື່ອ, ແລະ ເວລາໃກ້ເຂົ້າມາເຖິງແລ້ວທີ່ພວກເຂົາຈະຕ້ອງກັບໃຈ ຖ້າບໍ່ດັ່ງນັ້ນພວກເຂົາຈະລອດບໍ່ໄດ້!
32 ແທ້ຈິງແລ້ວ, ເຖິງແມ່ນວິບັດແກ່ທຸກຄົນ ຜູ້ທີ່ເຮັດຄວາມຊົ່ວຮ້າຍ; ຈົ່ງກັບໃຈ, ຈົ່ງກັບໃຈເຖີດ, ເພາະອົງພຣະຜູ້ເປັນເຈົ້າໄດ້ຮັບສັ່ງເລື່ອງນີ້!
33 ຈົ່ງເບິ່ງ, ພຣະອົງໄດ້ສົ່ງຄຳເຊີນມາຫາມະນຸດ ທັງປວງ, ເພາະ ພຣະພາຫາແຫ່ງຄວາມເມດຕາຂອງພຣະອົງໄດ້ເດ່ອອກມາຫາພວກເຂົາ, ແລະ ພຣະອົງໄດ້ກ່າວວ່າ: ຈົ່ງກັບໃຈເຖີດ, ແລະ ເຮົາຈະຮັບເຈົ້າໄວ້.
34 ແທ້ຈິງແລ້ວ, ພຣະອົງໄດ້ກ່າວວ່າ: ຈົ່ງ ມາຫາເຮົາ ແລະ ເຈົ້າຈະຮັບ ໝາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ; ແທ້ຈິງແລ້ວ, ເຈົ້າຈະກິນ ເຂົ້າ ແລະ ດື່ມນ້ຳແຫ່ງຊີວິດຢ່າງມີ ອິດສະລະ;
35 ແທ້ຈິງແລ້ວ, ຈົ່ງມາຫາເຮົາ ແລະ ຈົ່ງນຳເອົາວຽກງານແຫ່ງຄວາມຊອບທຳມາ, ແລະ ເຈົ້າຈະບໍ່ຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ—
36 ເພາະຈົ່ງເບິ່ງ, ເວລາໃກ້ເຂົ້າມາເຖິງແລ້ວຖ້າຜູ້ໃດກໍຕາມທີ່ບໍ່ ນຳເອົາຜົນດີອອກມາ, ຫລື ຜູ້ໃດກໍຕາມທີ່ບໍ່ທຳງານແຫ່ງຄວາມຊອບທຳ, ຜູ້ນັ້ນຍ່ອມມີເຫດຜົນທີ່ຈະຮ້ອງໄຫ້ ແລະ ເປັນທຸກ.
37 ໂອ້ ທ່ານຜູ້ສ້າງຄວາມຊົ່ວຮ້າຍເອີຍ; ທ່ານທັງຫລາຍທີ່ອວດອົ່ງກັບ ສິ່ງທີ່ບໍ່ມີປະໂຫຍດຂອງໂລກ, ທ່ານທັງຫລາຍທີ່ບອກວ່າຕົວເອງຮູ້ທາງແຫ່ງຄວາມຊອບທຳ, ປານນັ້ນຍັງ ຫລົງທາງໄປເໝືອນ ໂຕແກະທີ່ບໍ່ມີຜູ້ລ້ຽງ, ທັງທີ່ຜູ້ລ້ຽງໄດ້ ເອີ້ນຫາພວກທ່ານ ແລະ ຍັງເອີ້ນຫາພວກທ່ານຢູ່, ແຕ່ພວກທ່ານບໍ່ຍອມ ເຊື່ອຟັງສຸລະສຽງຂອງພຣະອົງເລີຍ!
38 ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ຜູ້ລ້ຽງທີ່ດີຄົນນັ້ນໄດ້ເອີ້ນຫາພວກທ່ານຢູ່; ແທ້ຈິງແລ້ວ, ແລະ ໃນພຣະນາມຂອງພຣະອົງເອງທີ່ພຣະອົງເອີ້ນຫາພວກທ່ານ, ຊຶ່ງຄືພຣະນາມຂອງພຣະຄຣິດ; ແລະ ຖ້າຫາກ ພວກທ່ານບໍ່ ເຊື່ອຟັງສຸລະສຽງຂອງ ຜູ້ລ້ຽງທີ່ດີຕາມ ຊື່ທີ່ໃຊ້ເອີ້ນພວກທ່ານນັ້ນ, ຈົ່ງເບິ່ງ, ພວກທ່ານກໍບໍ່ແມ່ນແກະຂອງຜູ້ລ້ຽງທີ່ດີຄົນນັ້ນ.
39 ແລະ ບັດນີ້ຖ້າຫາກພວກທ່ານບໍ່ແມ່ນແກະຂອງຜູ້ລ້ຽງທີ່ດີຄົນນັ້ນ, ພວກທ່ານເປັນແກະຂອງ ຝູງໃດ? ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ມານຄືຜູ້ລ້ຽງຂອງພວກທ່ານ, ແລະ ພວກທ່ານເປັນແກະຂອງມັນ; ແລະ ບັດນີ້, ໃຜຈະປະຕິເສດເລື່ອງນີ້ໄດ້? ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ຜູ້ໃດກໍຕາມທີ່ປະຕິເສດເລື່ອງນີ້ ຍ່ອມເປັນ ຄົນເວົ້າຕົວະ ແລະ ເປັນ ລູກຂອງມານ.
40 ເພາະຂ້າພະເຈົ້າກ່າວກັບພວກທ່ານວ່າ ອັນໃດກໍຕາມທີ່ ດີແມ່ນມາຈາກພຣະເຈົ້າ, ແລະ ອັນໃດກໍຕາມທີ່ຊົ່ວແມ່ນມາຈາກມານ.
41 ສະນັ້ນ, ຖ້າຫາກຄົນໜຶ່ງນຳເອົາ ວຽກງານດີອອກມາ ເຂົາຍ່ອມເຊື່ອຟັງສຽງຂອງຜູ້ລ້ຽງທີ່ດີຄົນນັ້ນ ແລະ ເຂົາຍ່ອມຕິດຕາມຄົນນັ້ນ; ແຕ່ຜູ້ໃດກໍຕາມທີ່ນຳເອົາວຽກງານຊົ່ວອອກມາ, ຜູ້ນັ້ນກໍກາຍເປັນ ລູກຂອງມານ ເພາະເຊື່ອຟັງສຽງຂອງມັນ ແລະ ຕິດຕາມມັນໄປ.
42 ແລະ ຜູ້ໃດກໍຕາມທີ່ເຮັດແບບນີ້ຕ້ອງໄດ້ຮັບ ຄ່າຈ້າງຂອງຕົນ; ສະນັ້ນ, ສຳລັບ ຄ່າຈ້າງຂອງເຂົາ, ເຂົາຈຶ່ງໄດ້ຮັບ ຄວາມຕາຍໃນເລື່ອງທີ່ກ່ຽວກັບຄວາມຊອບທຳ, ໂດຍທີ່ຕາຍຈາກວຽກງານດີທັງໝົດ.
43 ແລະ ບັດນີ້ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າຢາກໃຫ້ພວກທ່ານຟັງຂ້າພະເຈົ້າ, ເພາະວ່າຂ້າພະເຈົ້າເວົ້າດ້ວຍພະລັງຂອງຈິດວິນຍານຂອງຂ້າພະເຈົ້າ; ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານຢ່າງແຈ່ມແຈ້ງ ເພື່ອພວກທ່ານຈະບໍ່ເຂົ້າໃຈຜິດ, ຫລື ໄດ້ເວົ້າຕາມພຣະບັນຍັດຂອງພຣະເຈົ້າ.
44 ເພາະຂ້າພະເຈົ້າໄດ້ຖືກເອີ້ນໃຫ້ມາເວົ້າຕາມນີ້, ຕາມ ລະບຽບອັນສັກສິດຂອງພຣະເຈົ້າ, ຊຶ່ງມີຢູ່ໃນພຣະຄຣິດພຣະເຢຊູ; ແທ້ຈິງແລ້ວ, ຂ້າພະເຈົ້າໄດ້ຖືກບັນຊາໃຫ້ມາຢືນຢັນ ແລະ ໃຫ້ຖ້ອຍຄຳແກ່ຜູ້ຄົນພວກນີ້ເຖິງເລື່ອງທີ່ບັນພະບຸລຸດຂອງພວກເຮົາໄດ້ກ່າວໄວ້ກ່ຽວກັບເລື່ອງທີ່ຈະມາເຖິງ.
45 ແລະ ນີ້ຍັງບໍ່ໝົດ. ພວກທ່ານບໍ່ຄິດບໍວ່າ ຂ້າພະເຈົ້າເອງກໍ ຮູ້ຈັກເຖິງເລື່ອງເຫລົ່ານີ້ໂດຍຕົວຂອງຂ້າພະເຈົ້າເອງ? ຈົ່ງເບິ່ງ, ຂ້າພະເຈົ້າຂໍເປັນພະຍານຕໍ່ພວກທ່ານວ່າ ຂ້າພະເຈົ້າຮູ້ເລື່ອງເຫລົ່ານີ້ທີ່ຂ້າພະເຈົ້າເວົ້າມາແລ້ວວ່າເປັນຄວາມຈິງ. ແລະ ພວກທ່ານຄິດວ່າຂ້າພະເຈົ້າຮູ້ເຖິງຄວາມແນ່ນອນຂອງເລື່ອງເຫລົ່ານີ້ໄດ້ແນວໃດ?
46 ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ເລື່ອງນີ້ເປັນທີ່ ຮູ້ແກ່ຂ້າພະເຈົ້າໂດຍພຣະວິນຍານສັກສິດຂອງພຣະເຈົ້າ. ຈົ່ງເບິ່ງ, ຂ້າພະເຈົ້າໄດ້ ຖືສິນອົດເຂົ້າ ແລະ ອະທິຖານມາຫລາຍມື້ ເພື່ອຂ້າພະເຈົ້າຈະໄດ້ຮູ້ເລື່ອງເຫລົ່ານີ້ດ້ວຍຕົວເອງ. ແລະ ບັດນີ້ຂ້າພະເຈົ້າຮູ້ໄດ້ດ້ວຍຕົວເອງວ່າ ເລື່ອງເຫລົ່ານີ້ເປັນຄວາມຈິງ ເພາະອົງພຣະຜູ້ເປັນເຈົ້າໄດ້ສະແດງມັນໃຫ້ປະຈັກແກ່ຂ້າພະເຈົ້າໂດຍພຣະວິນຍານສັກສິດຂອງພຣະອົງ; ແລະ ນີ້ຄືວິນຍານແຫ່ງ ການເປີດເຜີຍ ຊຶ່ງຢູ່ໃນຂ້າພະເຈົ້າ.
47 ແລະ ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ຂ້າພະເຈົ້າໄດ້ຮັບການເປີດເຜີຍດັ່ງນີ້ວ່າ ຄຳຊຶ່ງບັນພະບຸລຸດຂອງພວກເຮົາເວົ້າໄວ້ນັ້ນເປັນຄວາມຈິງ ແມ່ນແຕ່ຕາມວິນຍານແຫ່ງການທຳນາຍຊຶ່ງມີຢູ່ໃນຂ້າພະເຈົ້າ, ຊຶ່ງເປັນໄປໂດຍການສະແດງໃຫ້ປະຈັກຂອງພຣະວິນຍານຂອງພຣະເຈົ້ານຳອີກ.
48 ຂ້າພະເຈົ້າກ່າວກັບພວກທ່ານວ່າ ຂ້າພະເຈົ້າຮູ້ດ້ວຍຕົວເອງວ່າອັນໃດກໍຕາມທີ່ຂ້າພະເຈົ້າຈະກ່າວກັບພວກທ່ານກ່ຽວກັບສິ່ງທີ່ຈະມາເຖິງນັ້ນ ເປັນຄວາມຈິງ; ແລະ ຂ້າພະເຈົ້າກ່າວກັບພວກທ່ານ ວ່າຂ້າພະເຈົ້າຮູ້ວ່າ ພຣະເຢຊູຄຣິດຈະສະເດັດມາ, ແທ້ຈິງແລ້ວ, ແມ່ນພຣະບຸດອົງດຽວທີ່ຖືກຳເນີດຈາກພຣະບິດາ, ເຕັມໄປດ້ວຍພຣະຄຸນ ແລະ ພຣະເມດຕາ ແລະ ຄວາມຈິງ. ແລະ ຈົ່ງເບິ່ງ, ພຣະອົງຈະສະເດັດມາເພື່ອເອົາບາບຂອງໂລກໄປ, ແທ້ຈິງແລ້ວ, ບາບຂອງທຸກຄົນທີ່ເຊື່ອຢ່າງແນ່ວແນ່ໃນພຣະນາມຂອງພຣະອົງ.
49 ແລະ ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ ນີ້ຄື ຖານະຊຶ່ງຂ້າພະເຈົ້າຖືກເອີ້ນມາ, ແທ້ຈິງແລ້ວ, ເພື່ອສັ່ງສອນພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ແລະ ທຸກຄົນທີ່ຢູ່ໃນແຜ່ນດິນ ເພື່ອສັ່ງສອນຄົນທັງປວງ, ທັງແກ່ ແລະ ໜຸ່ມ, ທັງຂ້າທາດ ແລະ ຜູ້ເປັນອິດສະລະ; ແທ້ຈິງແລ້ວ, ຂ້າພະເຈົ້າກ່າວກັບພວກທ່ານຜູ້ມີອາຍຸສູງ ແລະ ຜູ້ທີ່ມີອາຍຸປານກາງ, ແລະ ຄົນລຸ້ນໃໝ່; ແທ້ຈິງແລ້ວ, ເພື່ອອ້ອນວອນຕໍ່ພວກເຂົາວ່າ ພວກເຂົາຕ້ອງກັບໃຈ ແລະ ເກີດໃໝ່.
50 ແທ້ຈິງແລ້ວ, ພຣະວິນຍານໄດ້ກ່າວດັ່ງນີ້: ຈົ່ງກັບໃຈ, ເຈົ້າທັງຫລາຍທີ່ສຸດຂອງແຜ່ນດິນໂລກ, ເພາະອານາຈັກສະຫວັນໃກ້ຈະມາເຖິງໃນບໍ່ຊ້ານີ້; ແທ້ຈິງແລ້ວ, ພຣະບຸດຂອງພຣະເຈົ້າຈະສະເດັດມາ ດ້ວຍລັດສະໝີພາບຂອງພຣະອົງ, ດ້ວຍລິດເດດ, ເດຊານຸພາບ, ອຳນາດ ແລະ ການຄອບຄອງຂອງພຣະອົງ. ແທ້ຈິງແລ້ວ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ພຣະວິນຍານໄດ້ກ່າວໄວ້ວ່າ: ຈົ່ງເບິ່ງ ລັດສະໝີພາບຂອງ ອົງກະສັດແຫ່ງແຜ່ນດິນໂລກທັງໝົດ; ແລະ ໃນໄວໆນີ້ອົງກະສັດແຫ່ງສະຫວັນຈະສ່ອງຄວາມສະຫວ່າງລົງມາເທິງບັນດາລູກຫລານມະນຸດທັງປວງນຳອີກ.
51 ແລະ ພຣະວິນຍານໄດ້ກ່າວກັບຂ້າພະເຈົ້າອີກ, ແທ້ຈິງແລ້ວ, ໄດ້ຮ້ອງຂໍຂ້າພະເຈົ້າດ້ວຍສຽງອັນມີລິດເດດ, ມີຄວາມວ່າ: ຈົ່ງອອກໄປ ແລະ ກ່າວກັບຜູ້ຄົນພວກນີ້—ຈົ່ງກັບໃຈ, ເພາະຖ້າຫາກພວກທ່ານບໍ່ກັບໃຈ ພວກທ່ານກໍບໍ່ມີທາງທີ່ຈະໄດ້ຮັບອານາຈັກ ສະຫວັນມາເປັນມູນມໍລະດົກໄດ້.
52 ແລະ ອີກຢ່າງໜຶ່ງ ຂ້າພະເຈົ້າກ່າວກັບພວກທ່ານວ່າ ພຣະວິນຍານໄດ້ກ່າວໄວ້ວ່າ: ຈົ່ງເບິ່ງ, ຂວານລໍຢູ່ທີ່ຮາກຕົ້ນໄມ້; ສະນັ້ນ ຕົ້ນໃດທີ່ບໍ່ເປັນໝາກດີຈະຖືກ ໂຄ່ນລົງ ແລະ ໂຍນເຂົ້າກອງໄຟ, ແທ້ຈິງແລ້ວ, ເປັນໄຟທີ່ຈະມອດບໍ່ໄດ້, ເຖິງແມ່ນເປັນໄຟທີ່ບໍ່ຮູ້ມອດ. ຈົ່ງເບິ່ງ, ແລະ ຈົ່ງຈຳໄວ້ວ່າ ພຣະຜູ້ບໍລິສຸດໄດ້ຮັບສັ່ງເລື່ອງນີ້.
53 ແລະ ບັດນີ້ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າກ່າວກັບພວກທ່ານວ່າ, ພວກທ່ານຈະຕໍ່ຕ້ານຂໍ້ຄວາມນີ້ໄດ້ບໍ; ແທ້ຈິງແລ້ວ, ພວກທ່ານຈະປະຖິ້ມເລື່ອງເຫລົ່ານີ້ໄດ້ບໍ, ແລະ ຢຽບຍ່ຳພຣະຜູ້ບໍລິສຸດໄວ້ໃຕ້ຕີນຂອງພວກທ່ານໄດ້ບໍ; ແທ້ຈິງແລ້ວ, ພວກທ່ານຈະອວດອົ່ງໃນ ຄວາມທະນົງໃຈຂອງພວກທ່ານໄດ້ບໍ; ແທ້ຈິງແລ້ວ, ທ່ານຍັງຈະຂືນນຸ່ງເສື້ອຜ້າ ລາຄາແພງ ແລະ ໝົກໝຸ້ນຢູ່ກັບສິ່ງທີ່ບໍ່ມີປະໂຫຍດຂອງໂລກ, ກັບ ຂອງມີຄ່າຂອງພວກທ່ານຢູ່ບໍ?
54 ແທ້ຈິງແລ້ວ, ພວກທ່ານຈະຝືນຄິດຢູ່ບໍວ່າ ພວກທ່ານເປັນຄົນດີກວ່າຄົນອື່ນ; ແທ້ຈິງແລ້ວ, ພວກທ່ານຈະຝືນຂົ່ມເຫັງພີ່ນ້ອງຂອງພວກທ່ານຜູ້ທີ່ຖ່ອມຕົວ ແລະ ເດີນໄປຕາມລະບຽບອັນສັກສິດຂອງພຣະເຈົ້າ, ຊຶ່ງໂດຍຖານະນີ້ພວກເຂົາໄດ້ຖືກນຳມາສູ່ສາດສະໜາຈັກ, ໂດຍໄດ້ຮັບ ການຊຳລະໃຫ້ບໍລິສຸດໂດຍພຣະວິນຍານສັກສິດ, ແລະ ພວກເຂົາໄດ້ນຳວຽກງານຊຶ່ງສົມຄວນກັບການກັບໃຈອອກມາ—
55 ແທ້ຈິງແລ້ວ, ແລະ ພວກທ່ານຈະຂືນຫັນຫລັງໃຫ້ ຄົນຍາກຈົນ ແລະ ຄົນຂັດສົນ, ແລະ ກີດກັນເຂົ້າຂອງ ຂອງພວກທ່ານຈາກພວກເຂົາຢູ່ບໍ?
56 ແລະ ສຸດທ້າຍ, ທຸກຄົນທີ່ຈະຂືນຢູ່ໃນຄວາມຊົ່ວຮ້າຍ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ຄົນເຫລົ່ານີ້ຄືຄົນທີ່ຈະຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ ຖ້າຫາກພວກເຂົາບໍ່ກັບໃຈຢ່າງໄວ.
57 ແລະ ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ ທຸກຄົນທີ່ປາດຖະໜາຈະຕິດຕາມສຽງຂອງ ຜູ້ລ້ຽງທີ່ດີ, ຈົ່ງອອກມາຈາກຄົນຊົ່ວເຖີດ, ແລະ ຈົ່ງ ແຍກຍ້າຍກັນຢູ່, ແລະ ຈົ່ງຢ່າແຕະຕ້ອງສິ່ງທີ່ບໍ່ສະອາດຂອງພວກເຂົາ; ແລະ ຈົ່ງເບິ່ງຊື່ຂອງພວກເຂົາຈະຖືກ ລຶບໄປ, ເພື່ອວ່າຊື່ຂອງຄົນຊົ່ວຈະບໍ່ຖືກນັບເຂົ້າຢູ່ໃນບັນດາຊື່ຂອງຄົນຊອບທຳ, ເພື່ອພຣະຄຳຂອງພຣະເຈົ້າຈະສຳເລັດ ຊຶ່ງກ່າວໄວ້ວ່າ: ຊື່ຂອງຄົນຊົ່ວຈະບໍ່ປະປົນຢູ່ກັບຊື່ຂອງຜູ້ຄົນຂອງເຮົາ;
58 ເພາະວ່າເຮົາຈະຂຽນຊື່ຂອງຄົນຊອບທຳໄວ້ໃນ ທະບຽນແຫ່ງຊີວິດ, ແລະ ເຮົາຈະມອບມູນມໍລະດົກໃຫ້ແກ່ພວກເຂົາທາງຂວາມືຂອງເຮົາ. ແລະ ບັດນີ້, ພີ່ນ້ອງຂອງຂ້າພະເຈົ້າ, ພວກທ່ານມີອັນໃດແດ່ທີ່ຈະກ່າວຄັດຄ້ານໃນເລື່ອງນີ້? ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຖ້າຫາກພວກທ່ານເວົ້າຄັດຄ້ານ, ມັນກໍບໍ່ເປັນປະໂຫຍດຫຍັງ, ເພາະພຣະຄຳຂອງພຣະເຈົ້າຕ້ອງສຳເລັດຢ່າງແນ່ນອນ.
59 ເພາະມີຜູ້ລ້ຽງຄົນໃດແດ່ໃນບັນດາພວກທ່ານທີ່ມີແກະຫລາຍໂຕ ແຕ່ບໍ່ຄອຍເຝົ້າມັນ, ເພື່ອໝາປ່າຈະບໍ່ເຂົ້າມາກິນຝູງແກະຂອງລາວ? ແລະ ຈົ່ງເບິ່ງ, ຖ້າຫາກໝາປ່າເຂົ້າມາຫາຝູງແກະຂອງລາວ, ລາວຈະບໍ່ໄລ່ມັນອອກໄປບໍ? ແທ້ຈິງແລ້ວ, ແລະ ໃນທີ່ສຸດ, ຖ້າຫາກລາວເຮັດໄດ້, ລາວກໍຈະທຳລາຍມັນເສຍ.
60 ແລະ ບັດນີ້ ຂ້າພະເຈົ້າກ່າວກັບພວກທ່ານວ່າ ຜູ້ລ້ຽງທີ່ດີໄດ້ເອີ້ນຫາພວກທ່ານຢູ່; ແລະ ຖ້າຫາກພວກທ່ານຈະເຊື່ອຟັງສຸລະສຽງຂອງພຣະອົງ, ພຣະອົງຈະນຳພວກທ່ານເຂົ້າຝູງຂອງພຣະອົງ, ແລະ ພວກທ່ານຈະເປັນແກະຂອງພຣະອົງ; ແລະ ພຣະອົງຈະກ່າວກັບພວກທ່ານວ່າ ໝາປ່າທີ່ຫິວໂຫຍຈະບໍ່ສາມາດເຂົ້າມາທຳຮ້າຍພວກທ່ານໄດ້ເລີຍ, ເພື່ອພວກທ່ານຈະບໍ່ຖືກທຳລາຍ.
61 ແລະ ບັດນີ້ຂ້າພະເຈົ້າແອວມາຂໍສັ່ງພວກທ່ານດ້ວຍພາສາຂອງ ພຣະອົງຜູ້ໄດ້ບັນຊາຂ້າພະເຈົ້າ, ໃຫ້ພວກທ່ານຍຶດຖືປະຕິບັດຕາມຄຳທີ່ຂ້າພະເຈົ້າໄດ້ເວົ້າກັບພວກທ່ານ.
62 ຂ້າພະເຈົ້າເວົ້າເປັນຄຳສັ່ງກັບພວກທ່ານຜູ້ເປັນຂອງສາດສະໜາຈັກ; ແລະ ກັບຜູ້ທີ່ບໍ່ໄດ້ເປັນຂອງສາດສະໜາຈັກ ຂ້າພະເຈົ້າເວົ້າເປັນການເຊື້ອເຊີນ, ມີຄວາມວ່າ: ຈົ່ງມາ ແລະ ຮັບບັບຕິສະມາໄວ້ກັບການກັບໃຈ, ເພື່ອພວກທ່ານຈະໄດ້ເປັນຜູ້ຮັບສ່ວນໝາກໄມ້ຈາກ ຕົ້ນໄມ້ແຫ່ງຊີວິດ.