ພຣະ​ຄຳ​ພີ
ແອວ​ມາ 6


ບົດ​ທີ 6

ສາດ​ສະ​ໜາ​ຈັກ​ໃນ​ເຊ​ຣາ​ເຮັມ​ລາ​ໄດ້​ຖືກ​ຊຳ​ລະ​ໃຫ້​ສະ​ອາດ ແລະ ເຮັດ​ໃຫ້​ເປັນ​ລະ​ບຽບ​ຮຽບ​ຮ້ອຍ—ແອວ​ມາ​ໄປ​ຫາ​ເມືອງ​ກີ​ເດ​ໂອນ​ເພື່ອ​ສັ່ງ​ສອນ. ປະ​ມານ 83 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ແອວ​ມາ​ໄດ້​ເວົ້າ​ກັບ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ ຊຶ່ງ​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ​ໃນ​ເມືອງ​ເຊ​ຣາ​ເຮັມ​ລາ​ແລ້ວ, ເພິ່ນ​ໄດ້ ແຕ່ງ​ຕັ້ງ​ໃຫ້​ມີ​ປະ​ໂລ​ຫິດ ແລະ ແອວ​ເດີ​ໂດຍ​ວາງ ມື​ຂອງ​ເພິ່ນ ໃສ່​ຕາມ​ລະ​ບຽບ​ຂອງ​ພຣະ​ເຈົ້າ ເພື່ອ​ໃຫ້​ເປັນ​ປະ​ທານ ແລະ ດູ​ແລ​ສາດ​ສະ​ໜາ​ຈັກ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ໄດ້​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ແຕ່​ກັບ​ໃຈ​ຈາກ​ບາບ​ຂອງ​ຕົນ ແລ້ວ ຮັບ​ບັບ​ຕິ​ສະ​ມາ​ໄວ້​ກັບ​ການ​ກັບ​ໃຈ, ຜູ້​ນັ້ນ​ກໍ​ຖືກ​ຮັບ​ເຂົ້າ​ຢູ່​ໃນ​ສາດ​ສະ​ໜາ​ຈັກ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ບໍ່ ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຕົນ ແລະ ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ຂ້າ​ພະ​ເຈົ້າ​ໝາຍ​ເຖິງ​ຜູ້​ທີ່​ລະ​ເມີ​ເພີ້​ຝັນ​ດ້ວຍ ຄວາມ​ທະ​ນົງ​ໃຈ ຄົນ​ເຫລົ່າ​ນັ້ນ​ຍ່ອມ​ຖືກ​ປະ​ຕິ​ເສດ, ແລະ ຊື່​ຂອງ​ພວກ​ເຂົາ​ຖືກ ລຶບ​ອອກ ແລະ ຊື່​ຂອງ​ພວກ​ເຂົາ​ບໍ່​ໄດ້​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຊື່​ຂອງ​ຄົນ​ທີ່​ຊອບ​ທຳ.

4 ແລະ ພວກ​ເຂົາ​ເລີ່ມ​ສະ​ຖາ​ປະ​ນາ​ລະ​ບຽບ​ຂອງ​ສາດ​ສະ​ໜາ​ຈັກ​ຂຶ້ນ​ແນວ​ນີ້​ໃນ​ເມືອງ​ເຊ​ຣາ​ເຮັມ​ລາ.

5 ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ເຂົ້າ​ໃຈ​ວ່າ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເພື່ອ​ແຜ່​ແກ່​ຄົນ​ທັງ​ປວງ​ເພື່ອ​ຈະ​ບໍ່​ໃຫ້​ມີ​ຜູ້​ໃດ​ຖືກ​ຕັດ​ສິດ​ທີ່​ຈະ​ມາ​ຊຸມ​ນຸມ​ກັນ​ເພື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

6 ເຖິງ​ຢ່າງ​ໃດ​ກໍ​ຕາມ ລູກໆ​ຂອງ​ພຣະ​ເຈົ້າ​ຍັງ​ໄດ້​ຮັບ​ບັນ​ຊາ​ວ່າ ພວກ​ເຂົາ​ຄວນ​ມາ​ເຕົ້າ​ໂຮມ​ກັນ​ເລື້ອຍໆ ແລະ ຮ່ວມ​ກັນ ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຢ່າງ​ສຸດ​ກຳ​ລັງ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ​ຂອງ​ຜູ້​ທີ່​ບໍ່​ຮູ້​ຈັກ​ພຣະ​ເຈົ້າ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວ​ລາ​ແອວ​ມາ​ໄດ້​ວາງ​ຂໍ້​ບັງ​ຄັບ​ແລ້ວ ເພິ່ນ​ກໍ​ໄດ້​ອຳ​ລາ​ພວກ​ເຂົາ​ໄປ, ແທ້​ຈິງ​ແລ້ວ, ເພິ່ນ​ໄດ້​ຈາກ​ສາດ​ສະ​ໜາ​ຈັກ​ທີ່​ຢູ່​ໃນ​ເມືອງ​ເຊ​ຣາ​ເຮັມ​ລາ​ໄປ, ແລະ ຂ້າມ​ໄປ​ທາງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຊີ​ໂດນ, ເຂົ້າ​ໄປ​ໃນ ຮ່ອມ​ພູ​ກີ​ເດ​ໂອນ​ທີ່​ມີ​ເມືອງ​ສ້າງ​ໄວ້, ຊຶ່ງ​ມີ​ຊື່​ວ່າ ເມືອງ​ກີ​ເດ​ໂອນ, ຊຶ່ງ​ຕັ້ງ​ຢູ່​ໃນ​ຮ່ອມ​ພູ​ທີ່​ມີ​ຊື່​ວ່າ ກີ​ເດ​ໂອນ, ຕາມ​ຊື່​ຂອງ​ກີ​ເດ​ໂອນ​ຜູ້​ທີ່​ຖືກ ຂ້າ​ຕາຍ​ດ້ວຍ​ດາບ​ຂອງ​ນີ​ຮໍ.

8 ແລະ ແອວ​ມາ​ໄດ້​ໄປ ແລະ ເລີ່ມ​ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ສາດ​ສະ​ໜາ​ຈັກ ຊຶ່ງ​ໄດ້​ສະ​ຖາ​ປະ​ນາ​ຂຶ້ນ​ໃນ​ຮ່ອມ​ພູ​ກີ​ເດ​ໂອນ, ອັນ​ເປັນ​ໄປ​ຕາມ​ການ​ເປີດ​ເຜີຍ​ຂອງ​ຄວາມ​ຈິງ​ໃນ​ຄຳ​ເວົ້າ​ທີ່​ບັນ​ພະ​ບຸ​ລຸດ​ຂອງ​ເພິ່ນ​ໄດ້​ເວົ້າ​ໄວ້ ແລະ ຕາມ​ພຣະ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ​ຊຶ່ງ​ມີ​ຢູ່​ກັບ​ເພິ່ນ ຕາມ ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຈະ​ສະ​ເດັດ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ​ຈາກ​ບາບ​ຂອງ​ພວກ​ເຂົາ, ແລະ ຕາມ​ຖາ​ນະ​ອັນ​ສັກ​ສິດ​ນີ້ ຊຶ່ງ​ໂດຍ​ຖາ​ນະ​ນີ້​ທີ່​ເພິ່ນ​ຖືກ​ເອີ້ນ. ແລະ ມີ​ຂຽນ​ໄວ້​ດັ່ງ​ນັ້ນ. ອາ​ແມນ.

ພິມ