ພຣະ​ຄຳ​ພີ
ອັບ​ຣາ​ຮາມ 2


ບົດ​ທີ 2

ອັບ​ຣາ​ຮາມ​ໜີ​ຈາກ​ອູ​ເຣ​ໄປ​ຢູ່​ກາ​ນາ​ອານ—​ພຣະ​ເຢ​ໂຮ​ວາ​ມາ​ປະ​ກົດ​ຕໍ່​ເພິ່ນ​ທີ່​ຮາ​ຣານ—ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທັງ​ປວງ​ໄດ້​ຖືກ​ສັນ​ຍາ​ໄວ້​ແກ່​ລູກ​ຫລານ​ຂອງ​ເພິ່ນ ແລະ ຜ່ານ​ລູກ​ຫລານ​ຂອງ​ເພິ່ນ​ໄປ​ສູ່​ຜູ້​ຄົນ​ທັງ​ປວງ—ເພິ່ນ​ໄປ​ກາ​ນາ​ອານ ແລະ ໄປ​ເອ​ຢິບ​ຕໍ່.

1 ບັດ​ນີ້ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ຄວາມ​ອຶດ​ຢາກ​ເກີດ​ຂຶ້ນ​ຢ່າງ​ໜັກ​ຢູ່​ແຜ່ນ​ດິນ​ອູ​ເຣ, ເຖິງ​ຂະ​ໜາດ​ທີ່ ຮາ​ຣານ, ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ຕາຍ​ໄປ; ແຕ່ ເຕ​ຣາ, ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ, ຍັງ​ມີ​ຊີ​ວິດ​ຢູ່​ໃນ​ແຜ່ນ​ດິນ​ອູ​ເຣ, ແຫ່ງ​ເຄນ​ເດຍ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ໄດ້​ເອົາ​ນາງ ຊາ​ຣາຍ​ມາ​ເປັນ​ເມຍ, ແລະ ນາ​ໂຮ, ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ເອົາ​ນາງ​ມີ​ລະ​ກາ​ມາ​ເປັນ​ເມຍ, ຜູ້​ຊຶ່ງ​ເປັນ​ລູກ​ສາວ​ຂອງ​ຮາ​ຣານ.

3 ບັດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ອັບ​ຣາ​ຮາມ, ຈົ່ງ​ໜີ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຈົ້າ, ແລະ ຈາກ​ຍາດ​ພີ່​ນ້ອງ​ຂອງ​ເຈົ້າ, ແລະ ຈາກ​ບ້ານ​ຂອງ​ບິ​ດາ​ຂອງ​ເຈົ້າ, ໄປ​ຍັງ​ແຜ່ນ​ດິນ​ບ່ອນ​ທີ່​ເຮົາ​ຈະ​ສະ​ແດງ​ແກ່​ເຈົ້າ.

4 ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ໜີ​ຈາກ​ແຜ່ນ​ດິນ ອູ​ເຣ, ແຫ່ງ​ເຄນ​ເດຍ, ໄປ​ຍັງ​ແຜ່ນ​ດິນ​ກາ​ນາ​ອານ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເອົາ​ທ້າວ​ໂລດ, ລູກ​ຊາຍ​ຂອງ​ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ ແລະ ເມຍ​ຂອງ​ລາວ, ແລະ ຊາ​ຣາຍ​ເມຍ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ນຳ; ແລະ ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຕາມ​ຂ້າ​ພະ​ເຈົ້າ​ໄປ​ນຳ​ຄື​ກັນ, ໄປ​ຍັງ​ແຜ່ນ​ດິນ ຊຶ່ງ​ພວກ​ເຮົາ​ເອີ້ນ​ວ່າ​ຮາ​ຣານ.

5 ແລະ ຄວາມ​ອຶດ​ຢາກ​ໄດ້​ຜ່ອນ​ຄາຍ​ລົງ; ແລະ ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຢູ່​ຮາ​ຣານ​ຕໍ່​ໄປ ແລະ ໄດ້​ອາ​ໄສ​ຢູ່​ທີ່​ນັ້ນ, ເພາະ​ວ່າ​ມີ​ສັດ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ຮາ​ຣານ; ແລະ ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫັນ​ໄປ​ສູ່ ການ​ນະ​ມັດ​ສະ​ການ​ຮູບ​ບູ​ຊາ​ຂອງ​ເພິ່ນ​ອີກ, ສະ​ນັ້ນ ເພິ່ນ​ຈຶ່ງ​ຄົງ​ຢູ່​ຕໍ່​ໄປ​ໃນ​ຮາ​ຣານ.

6 ແຕ່​ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ແລະ ໂລດ, ລູກ​ຊາຍ​ຂອງ​ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ ປະ​ກົດ​ຕໍ່​ຂ້າ​ພະ​ເຈົ້າ, ແລະ ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ລຸກ​ຂຶ້ນ, ແລະ ພາ​ໂລດ​ໄປ​ກັບ​ເຈົ້າ; ເພາະ​ວ່າ​ເຮົາ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ພາ​ເຈົ້າ​ໄປ​ຈາກ​ຮາ​ຣານ, ແລະ ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ ນາມ​ຂອງ​ເຮົາ​ຢູ່​ຕ່າງ ແດນ ຊຶ່ງ​ເຮົາ​ຈະ​ມອບ​ໃຫ້​ແກ່​ລູກ​ຫລານ​ຂອງ​ເຈົ້າ​ຕໍ່​ຈາກ​ເຈົ້າ ເພື່ອ​ເປັນ​ຊັບ​ສົມ​ບັດ​ອັນ​ເປັນ​ນິດ, ເມື່ອ​ພວກ​ເຂົາ​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ.

7 ເພາະ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ; ເຮົາ​ປະ​ທັບ​ຢູ່​ໃນ​ສະ​ຫວັນ; ແຜ່ນ​ດິນ​ໂລກ​ຄື ບ່ອນ​ຮອງ​ຕີນ​ຂອງ​ເຮົາ; ເຮົາ​ເດ່​ມື​ຂອງ​ເຮົາ​ເທິງ​ທະ​ເລ, ແລະ ມັນ​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ; ເຮົາ​ເຮັດ​ໃຫ້​ລົມ ແລະ ໄຟ​ເປັນ ລົດ​ມ້າ​ຂອງ​ເຮົາ; ເຮົາ​ກ່າວ​ກັບ​ພູ​ເຂົາ​ວ່າ—ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນີ້—ແລະ ຈົ່ງ​ເບິ່ງ, ມັນ​ຖືກ​ພັດ​ໄປ​ໂດຍ​ລົມ​ບ້າ​ໝູ, ໃນ​ທັນ​ທີ, ທັນ​ໃດ.

8 ນາມ​ຂອງ​ເຮົາ​ຄື ເຢ​ໂຮ​ວາ, ແລະ ເຮົາ ຮູ້​ຈັກ​ທີ່​ສຸດ​ຕັ້ງ​ແຕ່​ຕົ້ນ; ສະ​ນັ້ນ ມື​ຂອງ​ເຮົາ​ຈະ​ຢູ່​ເທິງ​ເຈົ້າ.

9 ແລະ ເຮົາ​ຈະ​ເຮັດ​ໃຫ້​ມີ​ປະ​ຊາ​ຊາດ​ທີ່​ຍິ່ງ​ໃຫຍ່​ຈາກ​ເຈົ້າ, ແລະ ເຮົາ​ຈະ ອວຍ​ພອນ​ເຈົ້າ​ເກີນ​ກວ່າ​ຈະ​ວັດ​ແທກ​ໄດ້, ແລະ ເຮັດ​ໃຫ້​ຊື່​ຂອງ​ເຈົ້າ​ຍິ່ງ​ໃຫຍ່​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ, ແລະ ເຈົ້າ​ຈະ​ເປັນ​ພອນ​ໃຫ້​ແກ່​ລູກ​ຫລານ​ຂອງ​ເຈົ້າ​ຕໍ່​ຈາກ​ເຈົ້າ, ເພື່ອ​ວ່າ​ໃນ​ມື​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈະ​ນຳ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຖາ​ນະ​ປະ​ໂລ​ຫິດ​ນີ້​ໄປ​ສູ່​ປະ​ຊາ​ຊາດ​ທັງ​ປວງ;

10 ແລະ ເຮົາ​ຈະ​ປະ​ທານ​ພອນ​ໃຫ້​ແກ່​ພວກ​ເຂົາ​ຜ່ານ​ນາມ​ຂອງ​ເຮົາ; ເພາະ​ວ່າ​ເທົ່າ​ທີ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຮັບ​ເອົາ ພຣະ​ກິດ​ຕິ​ຄຸນ​ນີ້​ຈະ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເຈົ້າ, ແລະ ຈະ​ນັບ​ໄວ້​ເປັນ ລູກ​ຫລານ​ຂອງ​ເຈົ້າ, ແລະ ຈະ​ລຸກ​ຂຶ້ນ ແລະ ອວຍ​ພອນ​ເຈົ້າ, ເປັນ ບິ​ດາ​ຂອງ​ພວກ​ເຂົາ;

11 ແລະ ເຮົາ​ຈະ ອວຍ​ພອນ​ຄົນ​ທີ່​ອວຍ​ພອນ​ເຈົ້າ, ແລະ ສາບ​ແຊ່ງ​ຄົນ​ທີ່​ສາບ​ແຊ່ງ​ເຈົ້າ; ແລະ ໃນ​ເຈົ້າ (ນັ້ນ​ຄື, ໃນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຈົ້າ) ແລະ ໃນ ລູກ​ຫລານ​ຂອງ​ເຈົ້າ (ນັ້ນ​ຄື, ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຈົ້າ), ເພາະ​ວ່າ​ເຮົາ​ໄດ້​ໃຫ້​ຄຳ​ສັນ​ຍາ​ແກ່​ເຈົ້າ ວ່າ ສິດ​ທິ​ນີ້​ຈະ​ຄົງ​ຢູ່​ໃນ​ເຈົ້າ, ແລະ ໃນ​ລູກ​ຫລານ​ຂອງ​ເຈົ້າ​ຕໍ່​ຈາກ​ເຈົ້າ (ນັ້ນ​ໝາຍ​ເຖິງ, ລູກ​ຫລານ​ໂດຍ​ກົງ, ຫລື ລູກ​ຫລານ​ຂອງ​ເຈົ້າ) ຄອບ​ຄົວ​ທັງ​ໝົດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ, ແມ່ນ​ແຕ່​ດ້ວຍ​ພອນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ, ຊຶ່ງ​ເປັນ​ພອນ​ແຫ່ງ​ຄວາມ​ລອດ, ແມ່ນ​ແຕ່​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ.

12 ບັດ​ນີ້, ຫລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຊົາ​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ແລະ ໄດ້​ຖອນ​ພຣະ​ພັກ​ຂອງ​ພຣະ​ອົງ​ໄປ​ຈາກ​ຂ້າ​ພະ​ເຈົ້າ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຢູ່​ໃນ​ໃຈ​ວ່າ: ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄດ້ ສະ​ແຫວງ​ຫາ​ພຣະ​ອົງ​ຢ່າງ​ພາກ​ພຽນ; ບັດ​ນີ້ ຂ້າ​ພຣະ​ອົງ​ໄດ້​ພົບ​ພຣະ​ອົງ​ແລ້ວ;

13 ພຣະ​ອົງ​ໄດ້​ສົ່ງ​ທູດ​ຂອງ​ພຣະ​ອົງ​ລົງ​ມາ ປົດ​ປ່ອຍ​ຂ້າ​ພຣະ​ອົງ​ຈາກ​ພຣະ​ເຈົ້າ​ຂອງ​ເອ​ເຄ​ນາ, ແລະ ຈະ​ເປັນ​ການ​ດີ​ຖ້າ​ຫາກ​ຂ້າ​ພຣະ​ອົງ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ສະ​ນັ້ນ ຂໍ​ຈົ່ງ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ລຸກ​ຂຶ້ນ ແລະ ອອກ​ໄປ​ຢ່າງ​ສັນ​ຕິ.

14 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ຈຶ່ງ​ໄດ້​ອອກ​ໄປ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ແລະ ໂລດ​ໄດ້​ໄປ​ກັບ​ຂ້າ​ພະ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ມີ​ອາ​ຍຸ​ໄດ້ ຫົກ​ສິບ​ສອງ​ປີ​ຕອນ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ຮາ​ຣານ.

15 ແລະ ຂ້າ​ພະ​ເຈົ້າ​ໄດ້​ພາ ຊາ​ຣາຍ, ຜູ້​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເອົາ​ມາ​ເປັນ​ເມຍ​ຕອນ​ຂ້າ​ພະ​ເຈົ້າຢູ່ ອູ​ເຣ, ໃນ​ເຄນ​ເດຍ, ແລະ ໂລດ, ລູກ​ຊາຍ​ຂອງ​ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ, ແລະ ເຂົ້າ​ຂອງ​ທັງ​ໝົດ​ຂອງ​ພວກ​ເຮົາ​ທີ່​ພວກ​ເຮົາ​ໄດ້​ຮວບ​ຮວມ​ໄວ້, ແລະ ຜູ້​ຄົນ​ທີ່​ພວກ​ເຮົາ​ເອົາ ຊະ​ນະ​ໃຈ​ຢູ່​ໃນ​ຮາ​ຣານ​ໄປ​ນຳ, ແລະ ໄດ້​ອອກ​ໄປ​ໃນ​ເສັ້ນ​ທາງ​ທີ່​ພາ​ໄປ​ຫາ​ແຜ່ນ​ດິນ ກາ​ນາ​ອານ, ແລະ ໄດ້​ອາ​ໄສ​ຢູ່​ໃນ​ຜ້າ​ເຕັນ​ເມື່ອ​ພວກ​ເຮົາ​ຢູ່​ລະ​ຫວ່າງ​ທາງ;

16 ສະ​ນັ້ນ, ຊົ່ວ​ນິ​ລັນ​ດອນ​ຄື​ສິ່ງ​ປົກ​ປ້ອງ​ພວກ​ເຮົາ ແລະ ຫີນ​ສີ​ລາ​ຂອງ​ພວກ​ເຮົາ ແລະ ຄວາມ​ລອດ​ຂອງ​ພວກ​ເຮົາ, ໃນ​ຂະ​ນະ​ທີ່​ພວກ​ເຮົາ​ເດີນ​ທາງ​ຈາກ​ຮາ​ຣານ​ໂດຍ​ຜ່ານ​ໄປ​ທາງ​ເຈີ​ຊອນ, ເພື່ອ​ມາ​ຍັງ​ແຜ່ນ​ດິນ​ກາ​ນາ​ອານ.

17 ບັດ​ນີ້ ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ໄດ້​ສ້າງ ແທ່ນ​ບູ​ຊາ​ໃນ​ແຜ່ນ​ດິນ​ເຈີ​ຊອນ, ແລະ ຖວາຍ​ເຄື່ອງ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ອະ​ທິ​ຖານ​ທູນ​ຂໍ​ເພື່ອ​ວ່າ ຄວາມ​ອຶດ​ຢາກ​ຈະ​ໄດ້​ໝົດ​ສິ້ນ​ໄປ​ຈາກ​ບ້ານ​ຂອງ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ບໍ່​ຕາຍ.

18 ແລະ ຈາກ​ນັ້ນ​ພວກ​ເຮົາ​ໄດ້​ຜ່ານ​ເຈີ​ຊອນ​ທາງ​ແຜ່ນ​ດິນ​ໄປ​ຍັງ​ສະ​ຖານ​ທີ່​ຊື່ ເຊ​ເຄມ; ມັນ​ຕັ້ງ​ຢູ່​ໃນ​ທົ່ງ​ພຽງ​ຂອງ​ໂມ​ເຣ, ແລະ ເມື່ອ​ພວກ​ເຮົາ​ໄດ້​ເຂົ້າ​ມາ​ເຖິງ​ຊາຍ​ແດນ​ແຜ່ນ​ດິນ​ຂອງ ຊາວ​ກາ​ນາ​ອານ​ແລ້ວ, ແລະ ຂ້າ​ພະ​ເຈົ້າ​ໄດ້ ຖວາຍ​ເຄື່ອງ​ບູ​ຊາ​ຢູ່​ທີ່​ນັ້ນ​ໃນ​ທົ່ງ​ພຽງ​ຂອງ​ໂມ​ເຣ, ແລະ ໄດ້​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ຈົ່ງ​ຮັກ​ພັກ​ດີ, ເພາະ​ວ່າ​ພວກ​ເຮົາ​ໄດ້​ມາ​ເຖິງ​ແຜ່ນ​ດິນ​ຂອງ​ປະ​ຊາ​ຊາດ​ທີ່​ນັບ​ຖື​ຮູບ​ບູ​ຊາ​ນີ້.

19 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປະ​ກົດ​ຕໍ່​ຂ້າ​ພະ​ເຈົ້າ​ໃນ​ການ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ, ແລະ ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຮົາ​ຈະ​ມອບ ແຜ່ນ​ດິນ​ນີ້​ໃຫ້​ແກ່​ລູກ​ຫລານ​ຂອງ​ເຈົ້າ.

20 ແລະ ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ໄດ້​ລຸກ​ຂຶ້ນ​ຈາກ​ສະ​ຖານ​ທີ່​ຂອງ​ແທ່ນ​ບູ​ຊາ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ແດ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ອອກ​ໄປ​ຈາກ​ບ່ອນ​ນັ້ນ​ໄປ​ຫາ​ພູ​ໜ່ວຍ​ໜຶ່ງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເມືອງ ເບັດ​ເອນ, ແລະ ໄດ້​ຕັ້ງ​ຜ້າ​ເຕັນ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ທີ່​ນັ້ນ, ເບັດ​ເອນ​ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ, ແລະ ເມືອງ ອາ​ອີ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ; ແລະ ຢູ່​ທີ່​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ແທ່ນ​ບູ​ຊາ​ໜຶ່ງ​ແທ່ນ​ອີກ​ແດ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້ ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອີກ.

21 ແລະ ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ໄດ້​ເດີນ​ທາງ, ໂດຍ​ມຸ້ງ​ໜ້າ​ໄປ​ທາງ​ໃຕ້; ແລະ ຄວາມ​ອຶດ​ຢາກ​ກໍ​ສືບ​ຕໍ່​ມີ​ຢູ່​ໃນ​ແຜ່ນ​ດິນ; ແລະ ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ໄດ້​ຕັດ​ສິນ​ໃຈ​ລົງ​ໄປ​ຫາ​ເອ​ຢິບ, ເພື່ອ​ພັກ​ຢູ່​ທີ່​ນັ້ນ, ເພາະ​ວ່າ​ຄວາມ​ອົດ​ຢາກ​ເລີ່ມ​ຮ້າຍ​ແຮງ​ໜັກ​ຂຶ້ນ​ກວ່າ​ເກົ່າ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ມາ​ໃກ້​ຈົນ​ເກືອບ​ເຖິງ​ເອ​ຢິບ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ, ຊາ​ຣາຍ, ເມຍ​ຂອງ​ເຈົ້າ, ເປັນ​ຍິງ​ທີ່​ສວຍ​ງາມ​ເປັນ​ຕາ​ຊົມ;

23 ສະ​ນັ້ນ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຊາວ​ເອ​ຢິບ​ເຫັນ​ນາງ, ພວກ​ເຂົາ​ຈະ​ເວົ້າ​ວ່າ—ນາງ​ເປັນ​ເມຍ​ຂອງ​ລາວ; ແລະ ພວກ​ເຂົາ​ຈະ​ຂ້າ​ເຈົ້າ, ແຕ່​ພວກ​ເຂົາ​ຈະ​ຊ່ວຍ​ນາງ​ໄວ້​ບໍ່​ໃຫ້​ຕາຍ; ສະ​ນັ້ນ ຈົ່ງ​ເບິ່ງ​ວ່າ​ເຈົ້າ​ເຮັດ​ໃນ​ວິ​ທີ​ນີ້:

24 ໃຫ້​ນາງ​ກ່າວ​ກັບ​ຊາວ​ເອ​ຢິບ​ວ່າ ນາງ​ເປັນ​ນ້ອງ​ສາວ​ຂອງ​ເຈົ້າ, ແລະ ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ, ອັບ​ຣາ​ຮາມ, ໄດ້​ບອກ​ຊາ​ຣາຍ, ເມຍ​ຂອງ​ຂ້າ​ພະ​ເຈົ້າ, ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ—ສະ​ນັ້ນ ໃຫ້​ກ່າວ​ກັບ​ພວກ​ເຂົາ, ອ້າຍ​ຂໍ​ຮ້ອງ​ນ້ອງ, ວ່າ​ນ້ອງ​ເປັນ​ນ້ອງ​ສາວ​ຂອງ​ອ້າຍ, ເພື່ອ​ວ່າ​ມັນ​ຈະ​ເປັນ​ການ​ດີ​ກັບ​ອ້າຍ​ເພື່ອ​ເຫັນ​ແກ່​ນ້ອງ, ແລະ ອ້າຍ​ຈະ​ມີ​ຊີ​ວິດ​ຢູ່​ເພາະ​ນ້ອງ.