ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ
ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ


“ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ຢູ່​ໃນ​ບ້ານ ແລະ ໃນ​ສາດ​ສະ​ໜາ​ຈັກ (2022)

“ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ,

ຊ່າງ​ເປັນ​ໂອ​ກາດ​ທີ່​ດີ​ເລີດ​ແທ້ໆ ທີ່​ທ່ານຈະ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ! ບໍ່​ວ່າ​ທ່ານ​ໄດ້​ຮັບ​ການ​ເອີ້ນ​ສະ​ເພາະ​ເພື່ອ​ສິດ​ສອນ​ຫລື​ບໍ່, ແຕ່​ທ່ານ ເປັນ ຄູ​ສອນ​ຄົນ​ໜຶ່ງ. ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ອາ​ຈານ, ພຣະ​ເຢ​ຊູ​ຄຣິດ, ທ່ານ​ມີ​ໂອ​ກາດ​ໃຫ້​ແບ່ງ​ປັນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ ບ່ອນ​ໃດ​ກໍ​ຕາມ​ທີ່​ທ່ານ​ໄປ​ຫາ—ໃນ​ບ້ານ, ທີ່​ໂບດ, ຂະ​ນະ​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ, ແລະ ໃນ​ທ່າມ​ກາງ​ໝູ່​ເພື່ອນ​ຂອງ​ທ່ານ. ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ເປັນ​ຄວາມ​ໄວ້​ວາງ​ໃຈ​ທີ່​ສັກ​ສິດ. ມັນ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ມັນ​ໄດ້​ຜົນ​ດີ​ທີ່​ສຸດ​ເມື່ອ​ເຮົາ​ເຮັດ​ຕາມ​ວິ​ທີ​ຂອງ​ພຣະ​ອົງ.

ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ໃຫ້​ທ່ານ​ຮຽນ​ຮູ້​ຕື່ມ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ວິ​ທີ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ. ຈົ່ງ​ສຶກ​ສາ​ພຣະ​ຄຳ, ການ​ກະ​ທຳ, ແລະ ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ອົງ​ດ້ວຍ​ການ​ອະ​ທິ​ຖານ, ແລະ ພະ​ຍາ​ຍາມ​ຕິດ​ຕາມ​ພຣະ​ອົງ​ຢ່າງ​ໃກ້​ຊິດ. ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສາ​ມາດ​ເປັນ​ແນວ​ທາງ​ໃຫ້​ທ່ານ​ໄດ້.

ຝ່າຍ​ປະ​ທານ​ສູງ​ສຸດ

ພິມ