ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ
ຊ່ວຍ​ໃຫ້​ຜູ້​ຮຽນ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ


“ຊ່ວຍ​ໃຫ້​ຜູ້​ຮຽນ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ຢູ່​ໃນ​ບ້ານ ແລະ ໃນ​ສາດ​ສະ​ໜາ​ຈັກ (2022)

“ຊ່ວຍ​ໃຫ້​ຜູ້​ຮຽນ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຮູບ​ພາບ
ພຣະ​ເຢ​ຊູ​ນັ່ງ​ຢູ່​ກັບ​ເດັກ​ນ້ອຍ

ໃນ​ຖາ​ນະ​ເປັນ​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຊ່ວຍ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ ແລະ ເພິ່ງ​ອາ​ໄສ​ຄຳ​ສອນ, ອຳ​ນາດ, ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ.

ຊ່ວຍ​ໃຫ້​ຜູ້​ຮຽນ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ

ບໍ່​ມີ​ສິ່ງ​ໃດ​ໃນ​ຖາ​ນະ​ຄູ​ສອນ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຜູ້​ຮຽນ​ໄດ້​ຫລາຍ​ກວ່າ​ການ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້​ຈັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພວກ​ພຣະ​ອົງ (ເບິ່ງ ໂຢ​ຮັນ 17:3). ໃຫ້​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ທີ່​ຊ່ວຍ​ໃຫ້​ທ່ານ​ມາ​ຮູ້​ຈັກ ແລະ ຮັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ທ່ານ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ຄຸນ​ລັກ​ສະ​ນະ, ອຳ​ນາດ, ແລະ ຄວາມ​ຮັກ​ຂອງ​ພວກ​ພຣະ​ອົງ? ຄວາມ​ຮັກ​ຂອງ​ທ່ານ​ທີ່​ມີ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ນຳ​ຄວາມ​ສຸກ​ມາ​ໃຫ້​ທ່ານ​ແນວ​ໃດ? ແລ້ວ​ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ຄວາມ​ຮັກ ແລະ ອຳ​ນາດ​ຂອງ​ພວກ​ພຣະ​ອົງ​ສາ​ມາດ​ເຮັດ​ເພື່ອ​ແຕ່​ລະ​ຄົນ​ທີ່​ທ່ານ​ສິດ​ສອນ. (ເບິ່ງ ແອວ​ມາ 26:16; ໂມ​ເຊ 5:11.)

ເປົ້າ​ໝາຍ​ສູງ​ສຸດ​ຂອງ​ເຮົາ​ໃນ​ຊີ​ວິດ​ນີ້​ຄື ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຫລາຍ​ຂຶ້ນ ແລະ ກັບ​ຄືນ​ໄປ​ຫາ​ພຣະ​ອົງ. ວິ​ທີ​ທີ່​ເຮົາ​ບັນ​ລຸ​ເປົ້າ​ໝາຍ​ນັ້ນ​ຄື ໂດຍ​ການ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ໂຢ​ຮັນ 14:6). ນີ້​ຄື​ເຫດ​ຜົນ, ດັ່ງ​ທີ່​ສາດ​ສະ​ດາ​ນີ​ໄຟ​ໄດ້​ສິດ​ສອນ​ວ່າ, “ພວກ​ເຮົາ​ເວົ້າ​ເຖິງ​ພຣະ​ຄຣິດ, ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ” (2 ນີ​ໄຟ 25:26).

ລູກ​ແຕ່​ລະ​ຄົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ການ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ​ທີ່​ມາ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາ​ມາດ​ເລືອກ​ທີ່​ຈະ​ຕອບ​ຮັບ​ມັນ. ການ​ເປັນ​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໝາຍ​ເຖິງ​ການ​ຊ່ວຍ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ ແລະ ເພິ່ງ​ອາ​ໄສ​ຄຳ​ສອນ, ອຳ​ນາດ​ທີ່​ໄຖ່, ແລະ ຄວາມ​ຮັກ​ທີ່​ສົມ​ບູນ​ແບບ​ຂອງ​ພຣະ​ອົງ. ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ແນວ​ຄິດ​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ດົນ​ໃຈ​ຄົນ​ອື່ນ​ໃຫ້​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ​ດີ​ຂຶ້ນ ແລະ ຕິດ​ຕາມ​ພຣະ​ອົງ​ແນວ​ໃດ.

ຊ່ວຍ​ໃຫ້​ຜູ້​ຮຽນ​ຮັບ​ຮູ້​ຄວາມ​ຮັກ, ອຳ​ນາດ, ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ

ມັນ​ເປັນ​ເລື່ອງ​ດີ​ທີ່ ຮູ້​ຈັກ​ກ່ຽວ​ກັບ ຄວາມ​ຮັກ, ອຳ​ນາດ, ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແຕ່​ເຮົາ​ຈຳ​ເປັນ​ຕ້ອງ​ມີ ປະ​ສົບ​ການ ກັບ​ມັນ​ເຊັ່ນ​ກັນ. ການ​ເຫັນ​ວິ​ທີ​ທີ່​ພຣະ​ອົງ​ປິ່ນ​ປົວ​ຜູ້​ຄົນ​ຢູ່​ໃນ​ພຣະ​ຄຳ​ພີ ຊ່ວຍ​ໃຫ້​ເຮົາ​ພັດ​ທະ​ນາ​ສັດ​ທາ​ທີ່​ຍິ່ງ​ໃຫຍ່​ກວ່າ ວ່າ​ພຣະ​ອົງ​ສາ​ມາດ​ໃຫ້​ພອນ ແລະ ປິ່ນ​ປົວ​ເຮົາ. ຍົກ​ຕົວ​ຢ່າງ, ການ​ຮຽນ​ຮູ້​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ດາ​ນີ​ເອນ​ຈະ​ບໍ່​ສົມ​ບູນ ຖ້າ​ຫາກ​ມັນ​ບໍ່​ໄດ້​ດົນ​ໃຈ​ເຮົາ​ໃຫ້​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ເຮົາ​ປະ​ເຊີນ​ກັບ​ຖ້ຳ​ສິງ​ຂອງ​ເຮົາ​ເອງ​ໃນ​ທາງ​ປຽບ​ທຽບ.

ຂະ​ນະ​ທີ່​ທ່ານ​ຊ່ວຍ​ໃຫ້​ຜູ້​ຮຽນ​ຮັບ​ຮູ້ “ຄວາມ​ເມດ​ຕາ​ອັນ​ລະ​ອຽດ​ອ່ອນ” ຂອງ​ພຣະ​ຜູ້​ເປັນ​ເຈົ້າ (1 ນີ​ໄຟ 1:20), ທັງ​ໃນ​ພຣະ​ຄຳ​ພີ ແລະ ໃນ​ປະ​ສົບ​ການ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ​ເອງ, ເຂົາ​ເຈົ້າ​ຈະ​ຮູ້​ສຶກ ແລະ ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ເຂົາ​ເຈົ້າ ແລະ ຈະ​ຢືນ​ຄຽງ​ຂ້າງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຮັກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:6). ເຂົາ​ເຈົ້າ​ຈະ​ເຫັນ ແລະ ຮູ້​ສຶກ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຄວາມ​ຕ້ອງ​ການ ແລະ ສະ​ຖາ​ນະ​ການ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ເທດ​ສະ​ໜາ​ທີ່​ໂນນ​ພູ

ຄູ​ສອນ​ສາ​ມາດ​ຊ່ວຍ​ໃຫ້​ຜູ້​ຮຽນ​ມີ​ປະ​ສົບ​ການ​ກັບ​ຄວາມ​ຮັກ, ອຳ​ນາດ, ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຊ່ວຍ​ໃຫ້​ຜູ້​ຮຽນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ພັນ​ຂອງ​ເຂົາ​ເຈົ້າ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ

ຈຸດ​ປະ​ສົງ​ຂອງ​ການ​ສິດ​ສອນ ແລະ ການ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ຄື ເພື່ອ​ຊ່ວຍ​ໃຫ້​ແຕ່​ລະ​ຄົນ​ເຂົ້າ​ໃກ້​ຊິດ​ກັບ​ພຣະ​ອົງ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ຊ່ວຍ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ບໍ່​ໃຫ້​ສູນ​ເສຍ​ຈຸດ​ປະ​ສົງ​ນັ້ນ. ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ພັນ​ຂອງ​ເຂົາ​ເຈົ້າ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ສຶກ​ສາ​ພຣະ​ຄຳ​ພີ, ການ​ກັບ​ໃຈ​ເລື້ອຍ​ໄປ, ການ​ເວົ້າ​ນຳ​ພຣະ​ບິ​ດາ​ໃນ​ການ​ອະ​ທິ​ຖານ, ແລະ ການ​ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ. ສິດ​ສອນ​ຜູ້​ຮຽນ​ໂດຍ​ຄຳ​ເວົ້າ ແລະ ຕົວ​ຢ່າງ ເຖິງ​ວິ​ທີ​ທີ່​ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຜູກ​ມັດ​ເຮົາ​ໄວ້​ກັບ​ພວກ​ພຣະ​ອົງ​ແນວ​ໃດ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ ເຮົາ​ປະ​ເສີດ​ລ້ຳ ແລະ ເປັນ​ທີ່​ຮັກ​ຕໍ່​ພວກ​ພຣະ​ອົງ​ຫລາຍ​ຂະ​ໜາດ​ໃດ. ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ​ວ່າ ພຣະ​ເຢ​ຊູ​ຄຣິດ, ໂດຍ​ຄຸນ​ນະ​ທຳ​ຂອງ​ການ​ຊົດ​ໃຊ້​ທີ່​ສົມ​ບູນ​ແບບ​ຂອງ​ພຣະ​ອົງ, ເປັນ​ພຽງ​ທາງ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ພາ​ກັບ​ໄປ​ຫາ​ພຣະ​ບິ​ດາ​ຂອງ​ເຮົາ. ຈັດ​ຫາ​ໂອ​ກາດ​ໃຫ້​ຜູ້​ຮຽນ​ເພື່ອ​ຮັບ​ເອົາ​ການ​ເປັນ​ພະ​ຍານ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, “ຊຶ່ງ​ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ” (ໂມ​ເຊ 5:9).

ຊ່ວຍ​ໃຫ້​ຜູ້​ຮຽນ​ຕັ້ງ​ໃຈ​ພະ​ຍາ​ຍາມ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ

ໃນ​ທີ່​ສຸດ, ການ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຈະ​ດົນ​ໃຈ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ແຕ່​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຈະ​ເກີດ​ຂຶ້ນ​ພຽງ​ແຕ່​ເມື່ອ​ເຮົາ​ກະ​ທຳ​ດ້ວຍ​ສັດ​ທາ, ທັງ​ໃນ ແລະ ນອກ​ຫ້ອງ, ຕັ້ງ​ໃຈ​ເລືອກ​ທີ່​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ ແລະ ຮັບ​ເອົາ​ພຣະ​ຄຸນ​ຂອງ​ພຣະ​ອົງ. ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເພື່ອ​ຊີ້​ບອກ​ທາງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້. ສະ​ເໜີ​ການ​ຊີ້​ນຳ ແລະ ການ​ສະ​ໜັບ​ສະ​ໜູນ ຂະ​ນະ​ທີ່​ຜູ້​ຮຽນ​ພະ​ຍາ​ຍາມ​ໃຫ້​ການ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ເປັນ​ການ​ສະ​ແຫວງ​ຫາ​ຕະ​ຫລອດ​ຊີ​ວິດ.

ຢາ​ໂຄບ​ໄດ້​ສິດ​ສອນ​ວ່າ “ທຸກ​ຢ່າງ​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້​ມະ​ນຸດ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ” ສາ​ມາດ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ (2 ນີ​ໄຟ 11:4). ຄຳ​ສອນ​ຂອງ​ທ່ານ​ສາ​ມາດ​ເປັນ​ໜຶ່ງ​ໃນ​ສິ່ງ​ເຫລົ່າ​ນັ້ນ. ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ຈຸດ​ສູນ​ກາງ​ຂອງ​ປະ​ສົບ​ການ ໃນ​ການ​ສິດ​ສອນ ແລະ ການ​ຮຽນ​ຮູ້​ແຕ່​ລະ​ຢ່າງ. ຂະ​ນະ​ທີ່​ທ່ານ ແລະ ຜູ້​ຮຽນ “ເວົ້າ​ເຖິງ​ພຣະ​ຄຣິດ, … ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, … ສັ່ງ​ສອນ​ເລື່ອງ​ພຣະ​ຄຣິດ” (2 ນີ​ໄຟ 25:26), ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ປູກ​ຝັງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄວ້​ໃນ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ແຕ່​ລະ​ຄົນ. ເມື່ອ​ທ່ານ​ຊ່ວຍ​ໃຫ້​ຜູ້​ຮຽນ​ຂອງ​ທ່ານ​ຮູ້​ຈັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ດ້ວຍ​ຕົວ​ເຂົາ​ເຈົ້າ​ເອງ, ສ່ວນ​ຫລາຍ​ແລ້ວ ເຂົາ​ເຈົ້າ​ຈະ​ຫັນ​ຫາ​ພວກ​ພຣະ​ອົງ​ໃຫ້​ຊ່ວຍ​ເຫລືອ, ໃຫ້​ຄວາມ​ຫວັງ, ແລະ ໃຫ້​ການ​ປິ່ນ​ປົວ ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ພິມ