ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ
ຈຸດ​ປະ​ສົງ​ຂອງ​ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ


“ຈຸດ​ປະ​ສົງ​ຂອງ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ຢູ່​ໃນ​ບ້ານ ແລະ ໃນ​ສາດ​ສະ​ໜາ​ຈັກ (2022)

“ຈຸດ​ປະ​ສົງ​ຂອງ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຈຸດ​ປະ​ສົງ​ຂອງ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຫລັກ​ທຳ​ທີ່​ບັນ​ຍາຍ​ຢູ່​ໃນ​ແຫລ່ງ​ຊ່ວຍ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ​ທຸກ​ຄົນ ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ນັ້ນ​ລວມ​ທັງ​ພໍ່​ແມ່, ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ຄູ​ສອນ​ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ, ແລະ ທຸກ​ຄົນ​ທີ່​ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ​ໃຫ້​ໂອ​ກາດ​ເຂົາ​ເຈົ້າ​ໄດ້​ສິດ​ສອນ.

ທ່ານ​ສາ​ມາດ​ສຶກ​ສາ​ແຫລ່ງ​ຊ່ວຍ​ນີ້​ດ້ວຍ​ຕົວ​ເອງ ຫລື ໃຊ້​ມັນ​ເພື່ອ​ນຳ​ພາ​ການ​ສົນ​ທະ​ນາ​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ກາຍ​ເປັນ​ຄູ​ສອນ​ທີ່​ດີ​ກວ່າ​ເກົ່າ. ຍົກ​ຕົວ​ຢ່າງ, ແຫລ່ງ​ຊ່ວຍ​ນີ້​ສາ​ມາດ​ຖືກ​ນຳ​ໃຊ້​ຢູ່​ໃນ​ການ​ສັງ​ສັນ​ໃນ​ຕອນ​ແລງ, ການ​ປະ​ຊຸມ​ຝ່າຍ​ປະ​ທານ, ການ​ປະ​ຊຸມ​ສະ​ພາ​ຫວອດ ຫລື ສະ​ເຕກ, ການ​ປະ​ຊຸມ​ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ​ໃນ​ການ​ຮັບ​ໃຊ້, ແລະ ການ​ປະ​ຊຸມ​ສະ​ພາ​ຄູ​ສອນ (ເບິ່ງ “ສຳ​ລັບ​ຜູ້​ນຳ—ການ​ຊ່ວຍ​ໃຫ້​ຄູ​ສອນ​ປະ​ສົບ​ຜົນ​ສຳ​ເລັດ”).

ການ​ຈັດ​ລຽງ​ແຫລ່ງ​ຊ່ວຍ​ນີ້

ພາກ​ທີ 1 ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ການ​ສຸມ​ໃສ່​ພຣະ​ເຢ​ຊູ​ຄຣິດ ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ພາກນີ້​ບັນ​ຍາຍ ສິ່ງ ທີ່​ເຮົາ​ສິດ​ສອນ.

ພາກ​ທີ 2 ເນັ້ນ​ໜັກ​ຫລັກ​ທຳ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ. ພາກ​ນີ້​ບັນ​ຍາຍ ວິ​ທີ ທີ່​ເຮົາ​ສິດ​ສອນ.

ພາກ​ທີ 3 ໃຫ້​ຄຳ​ແນະ​ນຳ​ພາກ​ປະ​ຕິ​ບັດ​ເພື່ອ​ຊ່ວຍ​ຄູ​ສອນ ນຳ​ໃຊ້ ຫລັກ​ທຳ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ.

ພາບ​ລວມ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ

ຕາ​ຕະ​ລາງ​ດັ່ງ​ຕໍ່​ໄປ​ນີ້​ໃຫ້​ພາບ​ລວມ​ກ່ຽວ​ກັບ​ຫລັກ​ທຳ​ທີ່​ສິດ​ສອນ​ຢູ່​ໃນ​ແຫລ່ງ​ຊ່ວຍ​ນີ້.

ຮູບ​ພາບ
ຕົວ​ຢ່າງ​ບົດ​ຮຽນ-ໂຄງ​ຮ່າງ​ການ​ວາງ​ແຜນ

ພິມ