“ຮັກຜູ້ທີ່ທ່ານສິດສອນ,” ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ: ສຳລັບທຸກຄົນທີ່ສິດສອນຢູ່ໃນບ້ານ ແລະ ໃນສາດສະໜາຈັກ (2022)
“ຮັກຜູ້ທີ່ທ່ານສິດສອນ,” ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ
ຮັກຜູ້ທີ່ທ່ານສິດສອນ
ທຸກສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳຜ່ານທາງການປະຕິບັດສາດສະໜາກິດຢູ່ເທິງແຜ່ນດິນໂລກຂອງພຣະອົງໄດ້ເປັນແຮງຈູງໃຈໂດຍຄວາມຮັກ. ຂະນະທີ່ເຮົາພະຍາຍາມເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະຄຣິດ, ເຮົາສາມາດເຕັມໄປດ້ວຍຄວາມຮັກດຽວກັນນີ້ (ເບິ່ງ ໂຢຮັນ 13:34–35; ໂມໂຣໄນ 7:47–48; 8:26). ເມື່ອຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດຢູ່ໃນໃຈຂອງເຮົາ, ເຮົາຈະສະແຫວງຫາໃນທຸກວິທີທາງເພື່ອຊ່ວຍໃຫ້ຄົນອື່ນຮຽນຮູ້ເຖິງພຣະຄຣິດ ແລະ ມາຫາພຣະອົງ. ຄວາມຮັກກາຍເປັນແຮງຈູງໃຈສຳລັບການສິດສອນຂອງເຮົາ.
ພຣະຜູ້ຊ່ວຍໃຫ້ລອດໄດ້ເຫັນສັກກະຍະພາບອັນສູງສົ່ງໃນທຸກຄົນທີ່ພຣະອົງສິດສອນ
ຜູ້ຄົນສ່ວນຫລາຍໃນເມືອງເຢຣິໂກຄິດວ່າພວກເຂົາຮູ້ທຸກສິ່ງທີ່ພວກເຂົາຕ້ອງການທີ່ຈະຮູ້ຈັກກ່ຽວກັບຊັກຂ່າຍ. ລາວເປັນຄົນເກັບພາສີ—ນາຍດ່ານພາສີ, ຕາມຈິງແລ້ວ—ລາວເປັນຄົນຮັ່ງມີ. ແນ່ນອນ, ພວກເຂົາຄິດວ່າ ລາວຄົງເປັນຄົນບໍ່ຊື່ສັດ ແລະ ສໍ້ລາດບັງຫລວງ. ແຕ່ພຣະເຢຊູໄດ້ເບິ່ງທີ່ໃຈຂອງຊັກຂ່າຍ ແລະ ໄດ້ເຫັນ “ລູກຊາຍຂອງອັບຣາຮາມ” ທີ່ມີກຽດ (ເບິ່ງ ລູກາ 19:1–10). ພຣະຜູ້ຊ່ວຍໃຫ້ລອດໄດ້ເຫັນຜູ້ຄົນບໍ່ພຽງແຕ່ການປະກົດພາຍນອກຂອງເຂົາເທົ່ານັ້ນ ແຕ່ຜູ້ທີ່ເຂົາເປັນຢູ່—ແລະ ຜູ້ທີ່ເຂົາສາມາດກາຍເປັນ. ໃນຄົນຫາປາທີ່ບໍ່ຖືກຂັດເກົາດັ່ງເຊັ່ນ ຊີໂມນ, ອັນເດອາ, ຢາໂກໂບ, ແລະ ໂຢຮັນ, ພຣະອົງໄດ້ເຫັນຜູ້ນຳໃນອະນາຄົດຂອງສາດສະໜາຈັກຂອງພຣະອົງ. ໃນຕົວໂຊໂລຜູ້ຂົ່ມເຫັງທີ່ໜ້າຢ້ານກົວ, ພຣະອົງກ່າວວ່າ “ເຮົາໄດ້ເລືອກເອົາຊາຍຄົນນີ້ ໃຫ້ຮັບໃຊ້ເຮົາ,” ຜູ້ຈະສັ່ງສອນພຣະກິດຕິຄຸນຂອງພຣະອົງ ຢູ່ຕໍ່ໜ້າກະສັດ ແລະ ປະຊາຊາດ (ເບິ່ງ ກິດຈະການ 9:10–15). ແລະ ໃນຕົວທ່ານ ແລະ ທຸກຄົນທີ່ທ່ານສິດສອນ, ພຣະຜູ້ຊ່ວຍໃຫ້ລອດເຫັນບຸດ ຫລື ທິດາຂອງພຣະເຈົ້າ ດ້ວຍສັກກະຍະພາບທີ່ບໍ່ມີຂອບເຂດ.
ໃນບັນດາຜູ້ຄົນທີ່ທ່ານສິດສອນ, ເປັນໄປໄດ້ທີ່ທ່ານຈະມີບາງຄົນທີ່ເບິ່ງຄືວ່າຊື່ສັດ ແລະ ປ່ຽນໃຈເຫລື້ອມໃສ ແລະ ບາງຄົນທີ່ເບິ່ງຄືວ່າບໍ່ສົນໃຈ ຫລື ແມ່ນແຕ່ກະບົດ. ຈົ່ງລະວັງບໍ່ໃຫ້ສົມມຸດຕິຖານອີງຕາມພຽງແຕ່ສິ່ງທີ່ທ່ານເຫັນເທົ່ານັ້ນ. ພຣະວິນຍານບໍລິສຸດສາມາດຊ່ວຍໃຫ້ທ່ານເຫັນບາງສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດເຫັນໃນແຕ່ລະຄົນ—ແລະ ຊ່ວຍໃຫ້ທ່ານເລີ່ມຕົ້ນທີ່ຈະຮັກເຂົາເຈົ້າແບບພຣະອົງຮັກ.
ຄຳຖາມເພື່ອໄຕ່ຕອງ: ຄິດກ່ຽວກັບແຕ່ລະຄົນທີ່ທ່ານສິດສອນ, ແລະ ໄຕ່ຕອງວິທີທີ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຮູ້ສຶກກ່ຽວກັບແຕ່ລະຄົນແນວໃດ. ພວກພຣະອົງເຫັນຫຍັງໃນຕົວເຂົາເຈົ້າ? ຄວາມຄິດເຫລົ່ານີ້ມີຜົນກະທົບຕໍ່ວິທີທີ່ທ່ານສິດສອນບຸກຄົນນັ້ນແນວໃດ?
ຈາກພຣະຄຳພີ: 1 ຊາມູເອນ 16:7; ເພງສັນລະເສີນ 8:4–5; ໂຣມ 8:16–17; ຄຳສອນ ແລະ ພັນທະສັນຍາ 18:10–14
ພຣະຜູ້ຊ່ວຍໃຫ້ລອດຮູ້ຈັກເຮົາ ແລະ ເຂົ້າໃຈສະຖານະການ, ຄວາມຕ້ອງການ, ແລະ ຄວາມເຂັ້ມແຂງຂອງເຮົາ
ຍິງຊາວຊາມາເຣຍບໍ່ໄດ້ມາທີ່ນ້ຳສ້າງເພື່ອຟັງຂ່າວສານພຣະກິດຕິຄຸນ. ນາງໄດ້ມາຕັກນ້ຳ. ແຕ່ພຣະຜູ້ຊ່ວຍໃຫ້ລອດຮັບຮູ້ວ່າ ຄວາມກະຫາຍຂອງນາງແມ່ນເກີນກວ່າທາງຝ່າຍຮ່າງກາຍ. ພຣະອົງຮູ້ວ່ານາງມີອະດີດທີ່ມີບັນຫາກັບຄວາມສຳພັນທີ່ບໍ່ໝັ້ນຄົງ. ດັ່ງນັ້ນ ພຣະເຢຊູຈຶ່ງໄດ້ເອົາຄວາມຕ້ອງການທາງດ້ານຮ່າງກາຍທີ່ນາງສົນໃຈໃນເວລານັ້ນ—ນ້ຳທີ່ຊ່ວຍຊີວິດ—ແລະ ເຊື່ອມຕໍ່ມັນເຂົ້າກັບຄວາມຕ້ອງການທາງຝ່າຍວິນຍານທີ່ເລິກເຊິ່ງກວ່າຂອງນາງສຳລັບ “ນ້ຳທີ່ປະກອບດ້ວຍຊີວິດ” ແລະ “ຊີວິດອັນເປັນນິດ.” ໃນທ້າຍການສົນທະນາຂອງພຣະອົງກັບນາງ, ນາງໄດ້ເປັນພະຍານວ່າ ພຣະເຢຊູຄືພຣະຄຣິດ, ໂດຍໄດ້ຮັບການດົນໃຈບາງສ່ວນຈາກການທີ່ພຣະອົງຮູ້ຈັກນາງດີປານໃດ. “[ພຣະອົງ] ໄດ້ບອກຂ້ອຍເຖິງທຸກໆສິ່ງທີ່ຂ້ອຍໄດ້ເຮັດມາແລ້ວ,” ນາງເວົ້າ. “ຜູ້ນີ້ບໍ່ແມ່ນພຣະຄຣິດບໍ?” (ເບິ່ງ ໂຢຮັນ 4:6–29).
ການເປັນຄູສອນເໝືອນດັ່ງພຣະຄຣິດແມ່ນລວມທັງການທຳຄວາມຮູ້ຈັກກັບຄົນທີ່ທ່ານສິດສອນ ແລະ ພະຍາຍາມເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງເຂົາເຈົ້າ. ທ່ານສາມາດໃຫ້ຄວາມສົນໃຈໃນຊີວິດຂອງເຂົາເຈົ້າ ແລະ ສະແດງຄວາມເຫັນອົກເຫັນໃຈ. ທ່ານສາມາດຫາວິທີທີ່ຈະເຂົ້າໃຈພື້ນຖານ, ພອນສະຫວັນ, ຄວາມສົນໃຈ, ແລະ ຄວາມຕ້ອງການຂອງເຂົາເຈົ້າ. ທ່ານສາມາດຊອກຫາວິທີທີ່ເຂົາເຈົ້າຮຽນຮູ້ໄດ້ດີທີ່ສຸດ. ທ່ານສາມາດຖາມຄຳຖາມ, ຟັງຢ່າງລະມັດລະວັງ, ແລະ ສັງເກດ. ເໜືອສິ່ງອື່ນໃດ, ທ່ານສາມາດອະທິຖານເພື່ອຄວາມເຂົ້າໃຈທີ່ພຽງແຕ່ພຣະວິນຍານເທົ່ານັ້ນທີ່ສາມາດປະທານໃຫ້. ເມື່ອທ່ານຮູ້ຈັກຄົນດີຂຶ້ນເທົ່າໃດ, ທ່ານກໍຈະສາມາດຊ່ວຍໃຫ້ເຂົາເຈົ້າພົບຄວາມໝາຍສ່ວນຕົວ ແລະ ພະລັງໃນພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ດີກວ່າເກົ່າ. ເມື່ອທ່ານເຂົ້າໃຈຄວາມກະຫາຍຂອງບຸກຄົນ, ແລ້ວພຣະວິນຍານຈະສາມາດສິດສອນທ່ານໃຫ້ຮູ້ຈັກວິທີຊ່ວຍກຳຈັດຄວາມກະຫາຍດ້ວຍນ້ຳທີ່ປະກອບດ້ວຍຊີວິດຂອງພຣະຜູ້ຊ່ວຍໃຫ້ລອດ.
ຄຳຖາມເພື່ອໄຕ່ຕອງ: ທ່ານຮູ້ຫຍັງແດ່ກ່ຽວກັບຜູ້ຄົນທີ່ທ່ານສິດສອນ? ແມ່ນຫຍັງທີ່ສຳຄັນສຳລັບເຂົາເຈົ້າ? ແມ່ນຫຍັງຄືຄວາມເຂັ້ມແຂງຂອງເຂົາເຈົ້າ? ເຂົາເຈົ້າດີ້ນລົນກັບຫຍັງ? ທ່ານຈະເຮັດແນວໃດຈຶ່ງຈະເຂົ້າໃຈເຂົາເຈົ້າດີຂຶ້ນກວ່າເກົ່າ?
ຈາກພຣະຄຳພີ: ເພງສັນລະເສີນ 139:1–5; ມັດທາຍ 6:25–32; ມາຣະໂກ 10:17–21; ໂຢຮັນ 10:14; 3 ນີໄຟ 17:1–9
ພຣະຜູ້ຊ່ວຍໃຫ້ລອດໄດ້ອະທິຖານເພື່ອຜູ້ທີ່ພຣະອົງສິດສອນ
ລອງນຶກວາດພາບເບິ່ງວ່າ ຊີໂມນ ເປໂຕຄົງຮູ້ສຶກແນວໃດ ເມື່ອເພິ່ນໄດ້ຍິນພຣະຜູ້ຊ່ວຍໃຫ້ລອດກ່າວກັບເພິ່ນວ່າ, “ຊີໂມນ, ຊີໂມນເອີຍ, ເບິ່ງແມ, ຊາຕານໄດ້ຂໍອະນຸຍາດທົດລອງພວກເຈົ້າ, … ແຕ່ເຮົາໄດ້ອະທິຖານສຳລັບເຈົ້າ, ເພື່ອ [ສັດທາ] ຂອງເຈົ້າຈະບໍ່ຂາດໄປ” (ລູກາ 22:31–32). ມັນຈະມີຜົນກະທົບແນວໃດຕໍ່ທ່ານ ທີ່ຮູ້ວ່າພຣະເຢຊູຄຣິດໄດ້ອະທິຖານຫາພຣະບິດາສຳລັບທ່ານ? ຜູ້ຄົນໃນອາເມຣິກາສະໄໝບູຮານເຄີຍມີປະສົບການແບບນີ້, ແລະ ພວກເຂົາໄດ້ບັນຍາຍມັນໄວ້ໃນທາງນີ້: “ບໍ່ມີຜູ້ໃດເຂົ້າໃຈໄດ້ເຖິງຄວາມສຸກ ຊຶ່ງເຕັມຈິດວິນຍານຂອງພວກເຮົາໃນເວລາທີ່ພວກເຮົາໄດ້ຍິນ [ພຣະເຢຊູ] ອະທິຖານຕໍ່ພຣະບິດາເພື່ອພວກເຮົາ” (3 ນີໄຟ 17:17).
ທ່ານກໍຍັງສາມາດຄິດກ່ຽວກັບສິ່ງທີ່ເກີດຂຶ້ນພາຍໃນຕົວທ່ານ ເມື່ອ ທ່ານ ອະທິຖານສຳລັບບາງຄົນ—ຢ່າງສະໝ່ຳສະເໝີ, ໂດຍກ່າວຊື່. ການອະທິຖານຂອງທ່ານມີຜົນກະທົບຕໍ່ວິທີທີ່ທ່ານຮູ້ສຶກກ່ຽວກັບບຸກຄົນນັ້ນແນວໃດ? ມັນມີຜົນກະທົບຕໍ່ການກະທຳຂອງທ່ານແນວໃດ? ແນ່ນອນ ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາໄດ້ຍິນ ແລະ ຕອບຄຳອະທິຖານທີ່ຈິງໃຈຂອງຄູສອນ ຜູ້ປາດຖະໜາທີ່ຈະຊ່ວຍຜູ້ຮຽນ. ແລະ ໃນຫລາຍໆກໍລະນີ, ວິທີໜຶ່ງທີ່ພຣະອົງຕອບຄຳອະທິຖານເຫລົ່ານັ້ນ ແມ່ນໂດຍການສຳພັດໃຈຂອງຄູສອນ ແລະ ດົນໃຈເຂົາເຈົ້າໃຫ້ເຮັດ ຫລື ເວົ້າບາງສິ່ງທີ່ຈະຊ່ວຍໃຫ້ຜູ້ຮຽນຮູ້ສຶກເຖິງຄວາມຮັກຂອງພຣະອົງ.
ຄຳຖາມເພື່ອໄຕ່ຕອງ: ຂະນະທີ່ທ່ານຄິດກ່ຽວກັບຜູ້ຄົນທີ່ທ່ານສິດສອນ, ມີຄົນໃດບໍທີ່ທ່ານຮູ້ສຶກວ່າ ທ່ານຕ້ອງໄດ້ອະທິຖານພິເສດສຳລັບເຂົາເຈົ້າ? ທ່ານຮູ້ສຶກໄດ້ຮັບການດົນໃຈໃຫ້ອະທິຖານກ່ຽວກັບຫຍັງເພື່ອເຂົາເຈົ້າ? ພອນຢ່າງໃດແດ່ຈະມີມາເມື່ອທ່ານເຊື້ອເຊີນຜູ້ຮຽນໃຫ້ອະທິຖານເພື່ອກັນແລະກັນ?
ຈາກພຣະຄຳພີ: ໂຢຮັນ 17; ແອວມາ 31:24–36; 3 ນີໄຟ 18:15–24; 19:19–23, 27–34
ພຣະຜູ້ຊ່ວຍໃຫ້ລອດໄດ້ຮັບຮອງວ່າທຸກຄົນຈະຮູ້ສຶກໄດ້ຮັບຄວາມເຄົາລົບນັບຖື ແລະ ມີຄຸນຄ່າ
ທັດສະນະຄະຕິທົ່ວໄປຂອງຜູ້ນຳທາງສາດສະໜາໃນສະໄໝຂອງພຣະເຢຊູແມ່ນວ່າ ຄວນຫລີກລ້ຽງຄົນບາບ. ດ້ວຍເຫດນີ້, ເມື່ອຜູ້ນຳເຫລົ່ານີ້ເຫັນພຣະເຢຊູປະຕິສຳພັນກັບຄົນບາບ, ພວກເຂົາຈຶ່ງຕົກຕະລຶງ. ຄົນທີ່ກ່ຽວຂ້ອງກັບຜູ້ຄົນເຊັ່ນນັ້ນຈະເປັນຄູສອນຝ່າຍວິນຍານໄດ້ແນວໃດ?
ແນ່ນອນ, ພຣະເຢຊູມີວິທີເຂົ້າຫາທີ່ແຕກຕ່າງ. ພຣະອົງໄດ້ສະແຫວງຫາທີ່ຈະປິ່ນປົວຜູ້ທີ່ເຈັບປ່ວຍທາງວິນຍານ (ເບິ່ງ ມາຣະໂກ 2:15–17; ລູກາ 4:17–18). ພຣະອົງໄດ້ເອື້ອມອອກໄປຫາຜູ້ທີ່ແຕກຕ່າງຈາກຜູ້ຄົນອ້ອມຂ້າງ ຫລື ຜູ້ທີ່ມີບັນຫາໃນອະດີດຢ່າງສະໝ່ຳສະເໝີ, ແລະ ພຣະອົງໄດ້ປະຕິສຳພັນກັບຜູ້ທີ່ເຮັດບາບ. ພຣະອົງຍົກຍ້ອງສັດທາຂອງທະຫານໂຣມ (ເບິ່ງ ມັດທາຍ 8:5–13). ພຣະອົງໄດ້ເອີ້ນຄົນເກັບພາສີທີ່ບໍ່ໜ້າໄວ້ວາງໃຈໃຫ້ເປັນຄົນໜຶ່ງໃນບັນດາສານຸສິດທີ່ໄວ້ວາງໃຈໄດ້ຂອງພຣະອົງ (ເບິ່ງ ມາຣະໂກ 2:14). ເມື່ອຜູ້ຍິງຄົນໜຶ່ງຖືກກ່າວຫາຖານຫລິ້ນຊູ້, ພຣະອົງໄດ້ເຮັດໃຫ້ນາງຮູ້ສຶກປອດໄພ ແລະ ດົນໃຈນາງໃຫ້ກັບໃຈ ແລະ ດຳລົງຊີວິດທີ່ດີກວ່າ (ເບິ່ງ ໂຢຮັນ 8:1–11).
ແຕ່ພຣະເຢຊູໄດ້ເຮັດຫລາຍກວ່ານັ້ນ. ພຣະອົງໄດ້ສົ່ງເສີມທັດສະນະຄະຕິຂອງການຍອມຮັບ ແລະ ຄວາມຮັກດຽວກັນນີ້ໃນບັນດາຜູ້ຕິດຕາມຂອງພຣະອົງ. ຕົວຢ່າງຂອງພຣະອົງໄດ້ຢູ່ໃນໃຈຂອງອັກຄະສາວົກຂອງພຣະອົງຢ່າງແນ່ນອນ ເມື່ອເຖິງເວລາທີ່ເຂົາເຈົ້າຈະນຳເອົາພຣະກິດຕິຄຸນໄປສູ່ທຸກຄົນ. ມັນສະທ້ອນໃຫ້ເຫັນໃນຄຳເວົ້າຂອງເປໂຕທີ່ວ່າ “ຂ້າພະເຈົ້າຮູ້ເຫັນຄັກແນ່ແລ້ວວ່າ ພຣະເຈົ້າເຮັດກັບທຸກຄົນໂດຍບໍ່ເລືອກໜ້າ” (ກິດຈະການ 10:34).
ອາດເປັນໄປໄດ້ທີ່ເກືອບທຸກຄົນທີ່ທ່ານຖືກເອີ້ນໃຫ້ສິດສອນ ກຳລັງດີ້ນລົນໃນທາງໃດທາງໜຶ່ງກັບການຮູ້ສຶກໄດ້ຮັບຄວາມເຄົາລົບນັບຖື ແລະ ມີຄຸນຄ່າ. ໂດຍວິທີທີ່ທ່ານຮັກ ແລະ ເຄົາລົບນັບຖືເຂົາເຈົ້າ, ທ່ານຈະສາມາດສື່ສານວ່າ ເຂົາເຈົ້າບໍ່ພຽງແຕ່ຖືກຮັບຕ້ອນເທົ່ານັ້ນ ແຕ່ ເປັນທີ່ຕ້ອງການ ນຳອີກ. ທ່ານສາມາດເອື້ອມອອກໄປຫາຜູ້ທີ່ບໍ່ເຂົ້າຮ່ວມ, ຜູ້ທີ່ດີ້ນລົນ, ຫລື ຜູ້ທີ່ເບິ່ງຄືວ່າບໍ່ສົນໃຈ, ໂດຍທີ່ອົດທົນຖ້າຫາກຄວາມກ້າວໜ້າເບິ່ງຄືວ່າຊ້າໆ. ທ່ານສາມາດຊ່ວຍໃຫ້ທຸກຄົນຮູ້ສຶກປອດໄພ ແລະ ສະບາຍໃຈທີ່ຈະແບ່ງປັນຂໍ້ກັງວົນຂອງເຂົາເຈົ້າກັບເພື່ອນຜູ້ທີ່ເຊື່ອດ້ວຍກັນ. ແລະ ທ່ານກໍສາມາດເຮັດໄດ້ຫລາຍກວ່ານັ້ນ. ທ່ານສາມາດດົນໃຈຜູ້ຮຽນທຸກຄົນໃຫ້ຊ່ວຍທ່ານສ້າງສະພາບແວດລ້ອມ ບ່ອນທີ່ຄຳສອນຖືກສິດສອນໃນວິນຍານຂອງຄວາມເຄົາລົບນັບຖື, ການເປັນພາກສ່ວນ, ແລະ ຄວາມຮັກ.
ຄຳຖາມເພື່ອໄຕ່ຕອງ: ແມ່ນຫຍັງທີ່ຊ່ວຍໃຫ້ຄົນຮູ້ສຶກໄດ້ຮັບຄວາມເຄົາລົບນັບຖື ແລະ ມີຄຸນຄ່າ? ແມ່ນຫຍັງທີ່ດົນໃຈຄົນໃຫ້ເຄົາລົບນັບຖື ແລະ ເຫັນຄຸນຄ່າຄົນອື່ນ? ຂະນະທີ່ທ່ານຄິດກ່ຽວກັບຜູ້ຄົນທີ່ທ່ານສິດສອນ, ທ່ານຖືກກະຕຸ້ນໃຫ້ເຮັດສິ່ງໃດ ເພື່ອວ່າເຂົາເຈົ້າທຸກຄົນຈະສາມາດຮູ້ສຶກຖືກຮັບຕ້ອນ ແລະ ເປັນທີ່ຕ້ອງການ?
ຈາກພຣະຄຳພີ: ໂຢຮັນ 4; 2 ນີໄຟ 26:27–28, 33; ແອວມາ 1:26; 3 ນີໄຟ 18:22–25
ພຣະຜູ້ຊ່ວຍໃຫ້ລອດໄດ້ສະແດງຄວາມຮັກຂອງພຣະອົງຕໍ່ຜູ້ທີ່ພຣະອົງໄດ້ສິດສອນ.
ໃນທ້າຍຂອງມື້ທີ່ດີເລີດ ແລະ ເຊີດຊູໃຈຂອງການສິດສອນ ແລະ ການປະຕິບັດສາດສະໜາກິດໃນບັນດາຊາວນີໄຟ, ພຣະເຢຊູໄດ້ສັງເກດເຫັນວ່າ ມັນເຖິງເວລາທີ່ພຣະອົງຈະຈາກໄປ. ພຣະອົງມີຜູ້ຄົນອື່ນໆທີ່ຈະໄປຢ້ຽມຢາມ. “ເຈົ້າຈົ່ງກັບໄປບ້ານຂອງເຈົ້າ,” ພຣະອົງໄດ້ກ່າວ, “ແລະ ຈົ່ງຕຽມຈິດໃຈໄວ້ສຳລັບມື້ອື່ນ.” ແຕ່ຜູ້ຄົນຍັງນັ່ງຢູ່ “ຫລັ່ງນ້ຳຕາ,” ຫລຽວເບິ່ງ “ພຣະອົງຄືກັບວ່າຈະທູນຂໍໃຫ້ພຣະອົງຢູ່ກັບພວກເຂົາອີກໜ້ອຍໜຶ່ງ.” ໂດຍທີ່ຮູ້ເຖິງຄວາມຕ້ອງການທີ່ບໍ່ໄດ້ເວົ້າອອກມາຂອງພວກເຂົາ ແລະ “ເຕັມໄປດ້ວຍຄວາມເມດຕາສົງສານ,” ພຣະເຢຊູຈຶ່ງໄດ້ຢູ່ນຳຕື່ມອີກໜ້ອຍໜຶ່ງ (3 ນີໄຟ 17:3, 5–6). ພຣະອົງໄດ້ໃຫ້ພອນແກ່ຄົນເຈັບປ່ວຍ ແລະ ຄົນເປັນທຸກຂອງພວກເຂົາ. ພຣະອົງໄດ້ຄຸເຂົ່າ ແລະ ອະທິຖານກັບພວກເຂົາ. ພຣະອົງໄດ້ກັນແສງກັບພວກເຂົາ, ແລະ ພຣະອົງໄດ້ປິຕິຍິນດີກັບພວກເຂົາ.
ໃຫ້ຄິດທີ່ຈະສຶກສາພຣະຄໍາ ແລະ ການກະທຳຂອງພຣະຜູ້ຊ່ວຍໃຫ້ລອດດ້ວຍການອະທິຖານໃນ 3 ນີໄຟ 17. ໄຕ່ຕອງຄວາມຮັກທີ່ພຣະອົງໄດ້ສະແດງຕໍ່ຜູ້ທີ່ພຣະອົງໄດ້ສິດສອນ. ຊອກຫາການສະແດງຄວາມຮັກຂອງພຣະອົງຢູ່ໃນບ່ອນອື່ນໆໃນພຣະຄຳພີ. ແລ້ວໃຫ້ຄິດກ່ຽວກັບຜູ້ຄົນທີ່ທ່ານສິດສອນ. ທ່ານຈະສະແດງຄວາມຮັກຕໍ່ເຂົາເຈົ້າດ້ວຍຄວາມເໝາະສົມໄດ້ແນວໃດ? ໃຫ້ພຣະວິນຍານນຳພາທ່ານ. ຖ້າຫາກທ່ານພົບເຫັນວ່າມັນຍາກທີ່ຈະຮູ້ສຶກ ຫລື ສະແດງຄວາມຮັກຕໍ່ຜູ້ທີ່ທ່ານສິດສອນ, ໃຫ້ເລີ່ມຕົ້ນໂດຍການເປັນພະຍານເຖິງຄວາມຮັກຂອງພຣະເຈົ້າ. ແລ້ວ “ອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອທ່ານຈະເຕັມໄປດ້ວຍ [ຄວາມຮັກອັນບໍລິສຸດຂອງພຣະຄຣິດ], ຊຶ່ງພຣະອົງປະທານໃຫ້ທຸກຄົນຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ” (ໂມໂຣໂນ 7:48). ແລະ ຈົ່ງຈື່ຈຳໄວ້ວ່າ ຄວາມກັງວົນຂອງທ່ານສຳລັບການສິດສອນບົດຮຽນ ບໍ່ຄວນລົບກວນທ່ານຈາກການສະແດງຄວາມຮັກຜ່ານທາງຄຳເວົ້າ ແລະ ການກະທຳຂອງທ່ານ. ສ່ວນຫລາຍວິທີທີ່ທ່ານປະຕິບັດຕໍ່ຜູ້ຄົນກໍມີຄວາມສຳຄັນເທົ່າໆກັບສິ່ງທີ່ທ່ານສິດສອນເຂົາເຈົ້າ.
ຄຳຖາມເພື່ອໄຕ່ຕອງ: ພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍໃຫ້ທ່ານຮູ້ຈັກຄວາມຮັກຂອງພຣະອົງທີ່ມີຕໍ່ທ່ານແນວໃດ? ພໍ່ແມ່ ຫລື ຄູສອນຄົນອື່ນຊ່ວຍໃຫ້ທ່ານຮູ້ສຶກເຖິງຄວາມຮັກຂອງພຣະອົງໄດ້ແນວໃດ? ຄົນທີ່ທ່ານສິດສອນຮູ້ບໍວ່າທ່ານຮັກເຂົາເຈົ້າ? ເຂົາເຈົ້າຮູ້ບໍວ່າພຣະຜູ້ຊ່ວຍໃຫ້ລອດຮັກເຂົາເຈົ້າ?
ຈາກພຣະຄຳພີ: ມາຣະໂກ 6:31–42; ໂຢຮັນ 13:3–16, 34–35; 15:12–13; 1 ໂກຣິນໂທ 13:1–7; 1 ໂຢຮັນ 4:7–11