“ຄຳແນະນຳສຳລັບສະພາບແວດລ້ອມຂອງການສິດສອນ ແລະ ຜູ້ຮຽນທີ່ຫລາກຫລາຍ,” ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ: ສຳລັບທຸກຄົນທີ່ສິດສອນຢູ່ໃນບ້ານ ແລະ ໃນສາດສະໜາຈັກ (2022)
“ຄຳແນະນຳສຳລັບສະພາບແວດລ້ອມຂອງການສິດສອນ ແລະ ຜູ້ຮຽນທີ່ຫລາກຫລາຍ,” ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ
ຄຳແນະນຳສຳລັບສະພາບແວດລ້ອມຂອງການສິດສອນ ແລະ ຜູ້ຮຽນທີ່ຫລາກຫລາຍ
ຫລັກທຳຂອງການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ ສາມາດຖືກນຳໃຊ້ໃນໂອກາດສິດສອນໃດໆກໍໄດ້—ທີ່ບ້ານ, ທີ່ໂບດ, ແລະ ບ່ອນອື່ນ. ເຖິງຢ່າງໃດກໍຕາມ, ທຸກໂອກາດຈະມາກັບສະຖານະການທີ່ພິເສດສະເພາະຂອງມັນເອງ. ພາກນີ້ໃຫ້ຄຳແນະນຳເພີ່ມເຕີມທີ່ເຈາະຈົງໃສ່ກັບຜູ້ຮຽນ ແລະ ສະພາບແວດລ້ອມຂອງການສິດສອນທີ່ຫລາກຫລາຍ.
ບ້ານເຮືອນ ແລະ ຄອບຄົວ
ບ້ານເຮືອນເປັນສະຖານທີ່ ທີ່ດີທີ່ສຸດສຳລັບການສິດສອນ ແລະ ການຮຽນຮູ້ພຣະກິດຕິຄຸນ
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ ບ້ານເຮືອນຄວນເປັນ “ສູນກາງການຮຽນຮູ້ພຣະກິດຕິຄຸນ” (“Becoming Exemplary Latter-day Saints,” Liahona, Nov. 2018, 113). ການສິດສອນທີ່ເກີດຂຶ້ນຢູ່ທີ່ໂບດ ຫລື ໃນຫ້ອງຮຽນສາດສະໜາແມ່ນມີຄ່າ ແລະ ເປັນທີ່ຕ້ອງການ, ແຕ່ມັນມີຈຸດປະສົງເພື່ອໃຫ້ການສະໜັບສະໜູນການສິດສອນທີ່ເກີດຂຶ້ນຢູ່ທີ່ບ້ານ. ສະພາບແວດລ້ອມຕົ້ນຕໍ—ແລະ ສະພາບແວດລ້ອມທີ່ດີທີ່ສຸດ—ສຳລັບການຮຽນຮູ້ພຣະກິດຕິຄຸນ, ສຳລັບທັງຕົວເຮົາ ແລະ ຄອບຄົວຂອງເຮົາ, ແມ່ນຢູ່ທີ່ບ້ານ.
ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ການຮຽນຮູ້ພຣະກິດຕິຄຸນທີ່ດີເກີດຂຶ້ນແບບອັດຕະໂນມັດທີ່ບ້ານ; ມັນຈະຕ້ອງໃຊ້ຄວາມພະຍາຍາມຢ່າງມີສະຕິ. ປະທານແນວສັນໄດ້ແນະນຳວ່າ ທ່ານອາດຕ້ອງໄດ້ “ປ່ຽນ” ຫລື “ສ້ອມແປງບ້ານເຮືອນຂອງທ່ານ”—ບໍ່ຈຳເປັນຕ້ອງມ້າງຝາລົງ ຫລື ຕື່ມພື້ນຫ້ອງ ແຕ່ໂດຍການປະເມີນພາບລວມຂອງຝ່າຍວິນຍານຢູ່ໃນບ້ານເຮືອນຂອງທ່ານ, ລວມທັງການປະກອບສ່ວນຂອງທ່ານຕໍ່ຝ່າຍວິນຍານນັ້ນ (“Becoming Exemplary Latter-day Saints,” 113). ຍົກຕົວຢ່າງ, ໃຫ້ພິຈາລະນາເພງ, ວິດີໂອ, ແລະ ສື່ອື່ນໆຢູ່ໃນບ້ານເຮືອນຂອງທ່ານ; ຮູບພາບຢູ່ເທິງຝາ; ແລະ ວິທີທີ່ສະມາຊິກຂອງຄອບຄົວທ່ານເວົ້າລົມ ແລະ ປະຕິບັດຕໍ່ກັນແລະກັນ. ສິ່ງເຫລົ່ານີ້ເຊື້ອເຊີນອິດທິພົນຂອງພຣະວິນຍານບໍລິສຸດບໍ? ທ່ານໄດ້ຈັດເວລາສຳລັບການຮຽນຮູ້ພຣະກິດຕິຄຸນ, ເປັນສ່ວນຕົວ ແລະ ເປັນຄອບຄົວບໍ? ສະມາຊິກໃນຄອບຄົວຮູ້ສຶກເປັນທີ່ຮັກ, ປອດໄພ, ແລະ ໃກ້ຊິດກັບພຣະເຈົ້າເວລາເຂົາເຈົ້າຢູ່ໃນບ້ານເຮືອນຂອງທ່ານບໍ?
ທ່ານອາດບໍ່ຮູ້ສຶກວ່າທ່ານສາມາດຄວບຄຸມສະພາບແວດລ້ອມທາງວິນຍານຢູ່ໃນບ້ານເຮືອນຂອງທ່ານ. ຖ້າເປັນເຊັ່ນນັ້ນ, ຈົ່ງເປັນອິດທິພົນທີ່ດີທີ່ສຸດທີ່ທ່ານສາມາດເປັນ ແລະ ທູນຂໍຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ. ພຣະອົງຈະໃຫ້ກຽດຄວາມພະຍາຍາມທີ່ຊອບທຳຂອງທ່ານ. ເມື່ອທ່ານພະຍາຍາມສິດສອນ ແລະ ຮຽນຮູ້ພຣະກິດຕິຄຸນ, ເຖິງແມ່ນວ່າທ່ານບໍ່ເຫັນຜົນດັ່ງຄວາມປາດຖະໜາໃນທັນທີ, ແຕ່ທ່ານກຳລັງ ປະສົບຜົນສຳເລັດ.
ການຮຽນຮູ້ຢູ່ທີ່ບ້ານແມ່ນເກີດຈາກຄວາມສຳພັນ
“ຮັກຜູ້ທີ່ທ່ານສິດສອນ” ກ່ຽວຂ້ອງກັບທຸກສະພາບແວດລ້ອມສຳລັບການສິດສອນພຣະກິດຕິຄຸນ, ແຕ່ຢູ່ທີ່ບ້ານ, ຄວາມຮັກຄວນເກີດຂຶ້ນແບບທຳມະຊາດ ແລະ ຮູ້ສຶກຢ່າງເລິກເຊິ່ງທີ່ສຸດ. ເຖິງແມ່ນວ່າບ້ານເຮືອນຂອງທ່ານນ້ອຍກວ່າອຸດົມຄະຕິ, ແຕ່ມັນຄວນເປັນສູນກາງການສິດສອນພຣະກິດຕິຄຸນ ເພາະນັ້ນຄືບ່ອນທີ່ຄວາມສຳພັນທີ່ຍືນຍົງທີ່ສຸດຂອງເຮົາຖືກສ້າງຂຶ້ນ. ຄູສອນນອກບ້ານອາດມີປະສົບການຫລາຍກວ່າ ຫລື ໄດ້ຮັບການຝຶກອົບຮົມໃນຖານະຄູສອນຫລາຍກວ່າ, ແຕ່ເຂົາເຈົ້າບໍ່ສາມາດຮຽນແບບສັກກະຍະພາບສຳລັບຄວາມຮັກ, ຄວາມສຳພັນນິລັນດອນທີ່ມີຢູ່ໃນບ້ານໄດ້. ສະນັ້ນຈົ່ງບຳລຸງລ້ຽງຄວາມສຳພັນເຫລົ່ານັ້ນ. ໃຊ້ເວລາ ແລະ ຄວາມພະຍາຍາມທີ່ຈຳເປັນໃນການຟັງສະມາຊິກໃນຄອບຄົວ ແລະ ສ້າງຄວາມໄວ້ວາງໃຈ ແລະ ຄວາມເຂົ້າໃຈກັບເຂົາເຈົ້າ. ສິ່ງນີ້ຈະຊ່ວຍສ້າງຮາກຖານທີ່ໝັ້ນຄົງໃຫ້ແກ່ຄວາມພະຍາຍາມຂອງທ່ານທີ່ຈະສິດສອນ ແລະ ຮຽນຮູ້ພຣະກິດຕິຄຸນຢູ່ທີ່ບ້ານ.
ການຮຽນຮູ້ທີ່ບ້ານສາມາດຖືກວາງແຜນ ແຕ່ເກີດຂຶ້ນແບບທຳມະຊາດໄດ້
ຫ້ອງຮຽນສ່ວນຫລາຍຂອງສາດສະໜາຈັກ ເກີດຂຶ້ນອາທິດລະເທື່ອ, ໂດຍມີຕາຕະລາງການເລີ່ມຕົ້ນ ແລະ ສິ້ນສຸດ, ແຕ່ຈະບໍ່ເປັນແບບນີ້ສະເໝີໄປຢູ່ທີ່ບ້ານ. ທ່ານອາດຈັດບົດຮຽນສຳລັບການສັງສັນໃນຕອນແລງ ຫລື ການສຶກສາພຣະຄຳພີເປັນຄອບຄົວ, ແຕ່ໂອກາດສິດສອນໃນຄອບຄົວມັກຈະເກີດຂຶ້ນແບບເປັນກັນເອງ, ໃນທຸກເວລາແຕ່ລະວັນ—ຂະນະທີ່ຮັບປະທານອາຫານ, ເຮັດວຽກບ້ານ, ຫລິ້ນເກມ, ເດີນທາງໄປທຳງານ ຫລື ໄປໂຮງຮຽນ, ອ່ານປຶ້ມ, ຫລື ເບິ່ງໜັງນຳກັນ. ພະຍຸຝົນອາດເປັນໂອກາດທີ່ຈະເວົ້າກ່ຽວກັບວິທີທີ່ພຣະຜູ້ຊ່ວຍໃຫ້ລອດເປັນທີ່ພັກອາໄສຂອງເຮົາຈາກພະຍຸທາງວິນຍານ. ຊາວໜຸ່ມທີ່ຕັດສິນໃຈຍາກອາດພ້ອມທີ່ຈະຮຽນຮູ້ກ່ຽວກັບການເປີດເຜີຍສ່ວນຕົວ. ເດັກນ້ອຍທີ່ຢ້ານກົວອາດໄດ້ຮັບຜົນປະໂຫຍດຈາກປະຈັກພະຍານຂອງທ່ານກ່ຽວກັບພຣະຜູ້ປອບໂຍນ. ເດັກນ້ອຍຜູ້ປະພຶດຕົວທີ່ບໍ່ເໝາະສົມ ຫລື ຂົ່ມເຫັງກັນ ສາມາດຖືກສິດສອນກ່ຽວກັບການກັບໃຈ ແລະ ການໃຫ້ອະໄພ.
ເພາະຊ່ວງເວລາເຊັ່ນນັ້ນບໍ່ໄດ້ຖືກວາງແຜນໄວ້ລ່ວງໜ້າ, ທ່ານຈຶ່ງບໍ່ສາມາດກຽມຕົວໃຫ້ພ້ອມສຳລັບບົດຮຽນແບບດັ້ງເດີມໄດ້. ເຖິງຢ່າງໃດກໍຕາມ, ທ່ານສາມາດກະກຽມ ຕົວເອງ ໂດຍການມີຄວາມຮູ້ສຶກໄວຕໍ່ພຣະວິນຍານ ແລະ ພະຍາຍາມ “ພ້ອມຢູ່ສະເໝີ” (1 ເປໂຕ 3:15). ທຸກເວລາສາມາດກາຍເປັນເວລາແຫ່ງການສິດສອນ ຫລື ການຮຽນຮູ້ໄດ້.
ການຮຽນຮູ້ທີ່ບ້ານປະກອບດ້ວຍຄວາມພະຍາຍາມເລັກນ້ອຍ, ລຽບງ່າຍ, ແລະ ສະໝ່ຳສະເໝີ.
ບາງຄັ້ງພໍ່ແມ່ຮູ້ສຶກທໍ້ແທ້ເມື່ອຄວາມພະຍາຍາມຂອງເຂົາເຈົ້າທີ່ຈະສິດສອນພຣະກິດຕິຄຸນທີ່ບ້ານ ເບິ່ງຄືບໍ່ປະສົບຜົນສຳເລັດ. ການສັງສັນໃນຕອນແລງຄົນດຽວ, ຊ່ວງການສຶກສາພຣະຄຳພີ, ຫລື ການສົນທະນາພຣະກິດຕິຄຸນອາດເບິ່ງຄືບໍ່ປະສົບຜົນສຳເລັດຫລາຍ. ແຕ່ຄວາມພະຍາຍາມເລັກໆນ້ອຍໆ ແລະ ລຽບງ່າຍທີ່ສະສົມໄວ້, ຊຶ່ງເກີດຂຶ້ນຢ່າງສະໝ່ຳສະເໝີເປັນເວລາດົນນານ, ສາມາດມີພະລັງ ແລະ ເຂັ້ມແຂງຫລາຍກວ່າຊ່ວງເວລາທີ່ສຳຄັນ ຫລື ບົດຮຽນທີ່ສຳຄັນເປັນບາງຄັ້ງບາງຄາວ. “ທຸກສິ່ງຕ້ອງເກີດຂຶ້ນໃນເວລາຂອງມັນ,” ພຣະຜູ້ເປັນເຈົ້າໄດ້ກ່າວ. “ດັ່ງນັ້ນ, ຢ່າເມື່ອຍລ້າໃນການເຮັດວຽກງານດີ, ເພາະພວກເຈົ້າພວມວາງຮາກຖານຂອງວຽກງານອັນຍິ່ງໃຫຍ່. ແລະ ຈາກສິ່ງເລັກນ້ອຍ ສິ່ງຍິ່ງໃຫຍ່ຈະເກີດຂຶ້ນ” (ຄຳສອນ ແລະ ພັນທະສັນຍາ 64:32–33; ເບິ່ງ ແອວມາ 37:6–7 ນຳອີກ). ສະນັ້ນຢ່າທໍ້ຖອຍ, ແລະ ຢ່າເປັນຫ່ວງກ່ຽວກັບການເຮັດສຳເລັດບາງສິ່ງທີ່ຍິ່ງໃຫຍ່ທຸກເທື່ອ. ພຽງແຕ່ມີຄວາມສະໝ່ຳສະເໝີໃນຄວາມພະຍາຍາມຂອງທ່ານເທົ່ານັ້ນກໍພໍ.
ຢູ່ໃນບ້ານ, ການຮຽນຮູ້ ແລະ ການດຳລົງຊີວິດແຍກອອກຈາກກັນບໍ່ໄດ້
ພຣະກິດຕິຄຸນມີຄວາມກ່ຽວຂ້ອງທັນທີໃນບ້ານ. ຄົນໃນນັ້ນທີ່ທ່ານກຳລັງຮຽນຮູ້ພຣະກິດຕິຄຸນນຳ ຄືຄົນທີ່ທ່ານຈະໃຊ້ຊີວິດຢູ່ດ້ວຍ—ທຸກວັນ. ຕາມຈິງແລ້ວ, ສ່ວນຫລາຍ, ການດຳລົງຊີວິດຕາມພຣະກິດຕິຄຸນຄື ວິທີ ທີ່ເຮົາຮຽນຮູ້ພຣະກິດຕິຄຸນ. ສະນັ້ນຂະນະທີ່ທ່ານຮຽນຮູ້ ແລະ ສິດສອນພຣະກິດຕິຄຸນຢູ່ທີ່ບ້ານ, ໃຫ້ຊອກຫາວິທີທີ່ຈະເຊື່ອມຕໍ່ສິ່ງທີ່ທ່ານຮຽນຮູ້ໃສ່ກັບສິ່ງທີ່ກຳລັງເຮັດຢູ່. ຢູ່ໃນບ້ານຂອງທ່ານ, ຈົ່ງໃຫ້ພຣະກິດຕິຄຸນເປັນບາງສິ່ງທີ່ທ່ານພະຍາຍາມດຳລົງຊີວິດຕາມ, ບໍ່ແມ່ນພຽງແຕ່ເປັນບາງສິ່ງທີ່ທ່ານເວົ້າກ່ຽວກັບເທົ່ານັ້ນ.
ການສິດສອນເດັກນ້ອຍ
ເດັກນ້ອຍຕ້ອງການຄວາມຫລາກຫລາຍ
ເດັກນ້ອຍທຸກຄົນແມ່ນແຕກຕ່າງ, ແລະ ຂະນະທີ່ພວກເຂົາພັດທະນາເຕີບໂຕ, ຄວາມຕ້ອງການຂອງພວກເຂົາຈະປ່ຽນໄປ. ການປ່ຽນວິທີສິດສອນຂອງທ່ານຈະຊ່ວຍໃຫ້ທ່ານສະໜອງຄວາມຕ້ອງການທີ່ຫລາກຫລາຍໄດ້. ຍົກຕົວຢ່າງ, ໃຫ້ພິຈາລະນາໃຊ້ສິ່ງດັ່ງຕໍ່ໄປນີ້:
-
ເລື່ອງລາວ. ເລື່ອງລາວຊ່ວຍໃຫ້ເດັກນ້ອຍເຫັນວິທີທີ່ພຣະກິດຕິຄຸນກ່ຽວຂ້ອງກັບຊີວິດປະຈຳວັນແນວໃດ. ໃຊ້ເລື່ອງລາວຈາກພຣະຄຳພີ, ຈາກຊີວິດຂອງທ່ານເອງ, ຈາກປະຫວັດຄອບຄົວ, ຫລື ຈາກວາລະສານຂອງສາດສະໜາຈັກ, ໂດຍສະເພາະເລື່ອງລາວກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ. ວາງແຜນວິທີໃຫ້ເດັກນ້ອຍມີພາກສ່ວນໃນເລື່ອງລາວ—ໂດຍການຖືຮູບພາບ, ກ່າວວະລີຊ້ຳ, ຫລື ສະແດງສ່ວນຕ່າງໆ.
-
ສິ່ງຊ່ວຍທີ່ຫລຽວເຫັນໄດ້. ຮູບພາບ, ວິດີໂອ, ແລະ ສິ່ງຂອງສາມາດຊ່ວຍໃຫ້ເດັກນ້ອຍເຂົ້າໃຈ ແລະ ຈື່ຈຳຫລັກທຳພຣະກິດຕິຄຸນ. ຮູບພາບ ແລະ ວິດີໂອຢ່າງຫລວງຫລາຍມີຢູ່ໃນ Media Library ທີ່ ChurchofJesusChrist.org.
-
ເພງ. ເພງສວດ ແລະ ເພງສັກສິດອື່ນໆສາມາດຊ່ວຍໃຫ້ເດັກນ້ອຍຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ, ຮູ້ສຶກເຖິງພຣະວິນຍານ, ແລະ ຮຽນຮູ້ຄວາມຈິງຂອງພຣະກິດຕິຄຸນໄດ້. ເນື້ອເພງ, ຈັງຫວະ, ແລະ ບົດກະວີທີ່ລຽບງ່າຍ ສາມາດຊ່ວຍໃຫ້ເດັກນ້ອຍຈື່ຈຳຄວາມຈິງຂອງພຣະກິດຕິຄຸນໄດ້ເປັນເວລາຫລາຍປີ. ຂະນະທີ່ທ່ານຮ້ອງເພງກັບເດັກນ້ອຍ, ຈົ່ງຊ່ວຍໃຫ້ພວກເຂົາຄົ້ນພົບ ແລະ ເຂົ້າໃຈຫລັກທຳທີ່ສິດສອນຢູ່ໃນເພງເຫລົ່ານັ້ນ.
ເດັກນ້ອຍສ່ວນຫລາຍຈະຮຽນຮູ້ໄດ້ດີທີ່ສຸດເມື່ອມີປະສາດສຳພັດຫລາຍຢ່າງກ່ຽວຂ້ອງ. ຫາທາງຊ່ວຍໃຫ້ເດັກນ້ອຍໃຊ້ປະສາດສຳພັດໃນການເບິ່ງເຫັນ, ການໄດ້ຍິນ, ແລະ ການແຕະຕ້ອງ ຂະນະທີ່ພວກເຂົາຮຽນຮູ້. ໃນບາງກໍລະນີ, ທ່ານອາດຕ້ອງຫາທາງລວມການໄດ້ກິ່ນ ແລະ ການຊີມລົດຊາດເຂົ້າໄປນຳ!
ເດັກນ້ອຍມີຄວາມຄິດທີ່ສ້າງສັນ
ເມື່ອທ່ານເຊື້ອເຊີນໃຫ້ເດັກນ້ອຍແຕ້ມ, ສ້າງ, ລະບາຍສີ, ຫລື ຂຽນບາງຢ່າງທີ່ກ່ຽວພັນກັບຫລັກທຳພຣະກິດຕິຄຸນ, ທ່ານໄດ້ຊ່ວຍໃຫ້ພວກເຂົາເຂົ້າໃຈຫລັກທຳຫລາຍກວ່າເກົ່າ ແລະ ທ່ານໄດ້ເຕືອນພວກເຂົາດ້ວຍສິ່ງຂອງທີ່ສາມາດຈັບບາຍໄດ້ ເຖິງສິ່ງທີ່ພວກເຂົາໄດ້ຮຽນຮູ້. ພວກເຂົາກໍສາມາດໃຊ້ສິ່ງທີ່ພວກເຂົາໄດ້ປະດິດຄິດສ້າງ ເພື່ອແບ່ງປັນສິ່ງທິ່ພວກເຂົາຮຽນຮູ້ກັບຄົນອື່ນນຳອີກ. ວາລະສານ Friend ແຕ່ລະສະບັບມີກິດຈະກຳທີ່ສ້າງສັນສຳລັບເດັກນ້ອຍຢູ່ດ້ວຍ.
ເດັກນ້ອຍມັກຢາກຮູ້ຢາກເຫັນ
ເມື່ອເດັກນ້ອຍຖາມຄຳຖາມ, ໃຫ້ເບິ່ງວ່າມັນເປັນໂອກາດ, ບໍ່ແມ່ນການລົບກວນ. ຄຳຖາມຂອງເດັກນ້ອຍເປັນສິ່ງບົ່ງບອກວ່າພວກເຂົາພ້ອມທີ່ຈະຮຽນຮູ້, ແລະ ຄຳຖາມຂອງພວກເຂົາໄດ້ໃຫ້ຄວາມຮູ້ອັນມີຄ່າໃນສິ່ງທີ່ພວກເຮົາກຳລັງຄິດ ແລະ ຮູ້ສຶກ. ຊ່ວຍໃຫ້ພວກເຂົາເຫັນວ່າຄຳຕອບຕໍ່ຄຳຖາມທາງວິນຍານຂອງພວກເຂົາສາມາດພົບເຫັນຢູ່ໃນພຣະຄຳພີ ແລະ ໃນຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່.
ເດັກນ້ອຍຕ້ອງການຄວາມຮັກແມ່ນແຕ່ໃນເວລາທີ່ພວກເຂົາລົບກວນ
ບາງຄັ້ງເດັກນ້ອຍຈະປະພຶດໃນທາງທີ່ລົບກວນການຮຽນຮູ້ຂອງຄົນອື່ນ. ການປະພຶດທີ່ລົບກວນສ່ວນຫລາຍເກີດຈາກຄວາມຕ້ອງການທີ່ບໍ່ໄດ້ຮັບການຕອບສະໜອງ. ເມື່ອສິ່ງນີ້ເກີດຂຶ້ນ, ໃຫ້ອົດທົນ, ມີຄວາມຮັກ, ແລະ ເຂົ້າໃຈກ່ຽວກັບການທ້າທາຍທີ່ເດັກກຳລັງປະເຊີນຢູ່. ເຂົາອາດຕ້ອງການໂອກາດຫລາຍກວ່າເກົ່າເພື່ອມີສ່ວນຮ່ວມໃນບົດຮຽນທີ່ເປັນທາງບວກ—ຍົກຕົວຢ່າງ, ໂດຍການຖືຮູບພາບ, ແຕ້ມບາງສິ່ງ, ຫລື ອ່ານພຣະຄຳພີ.
ຖ້າຫາກເດັກຍັງລົບກວນຢູ່, ອາດເປັນການດີທີ່ຈະເວົ້າລົມກັບເຂົາເປັນສ່ວນຕົວ. ໃນວິນຍານແຫ່ງຄວາມຮັກ ແລະ ຄວາມອົດທົນ, ໃຫ້ອະທິບາຍຄວາມຄາດຫວັງ ແລະ ຄວາມໝັ້ນໃຈຂອງທ່ານວ່າ ເຂົາສາມາດສະໜອງໄດ້. ຍົກຍ້ອງເດັກເມື່ອເຂົາເລືອກເຮັດສິ່ງທີ່ດີກວ່າ.
ເດັກນ້ອຍມີຫລາຍສິ່ງຫລາຍຢ່າງທີ່ຈະແບ່ງປັນ
ເມື່ອເດັກນ້ອຍຮຽນຮູ້ບາງສິ່ງທີ່ໃໝ່ໆ, ຕາມປົກກະຕິແລ້ວພວກເຂົາຢາກບອກຄົນອື່ນໃຫ້ຮູ້ນຳ. ໃຫ້ຊຸກຍູ້ຄວາມປາດຖະໜານີ້ໂດຍການໃຫ້ໂອກາດເດັກໄດ້ສິດສອນຫລັກທຳພຣະກິດຕິຄຸນໃຫ້ກັນແລະກັນ, ໃຫ້ສະມາຊິກໃນຄອບຄົວຂອງພວກເຂົາ, ແລະ ໃຫ້ໝູ່ເພື່ອນຂອງພວກເຂົາ. ຂໍໃຫ້ພວກເຂົາແບ່ງປັນຄວາມຄິດ, ຄວາມຮູ້ສຶກ, ແລະ ປະສົບການທີ່ກ່ຽວຂ້ອງກັບຫລັກທຳທີ່ທ່ານກຳລັງສິດສອນນຳອີກ. ທ່ານຈະພົບວ່າພວກເຂົາມີຄວາມຮູ້ທີ່ລຽບງ່າຍ, ບໍລິສຸດ, ແລະ ມີພະລັງ.
ເດັກນ້ອຍສາມາດຮູ້ສຶກເຖິງພຣະວິນຍານ ແຕ່ອາດຕ້ອງການຄວາມຊ່ວຍເຫລືອໃຫ້ຮັບຮູ້ອິດທິພົນຂອງພຣະອົງ
ແມ່ນແຕ່ເດັກນ້ອຍທີ່ຍັງບໍ່ໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດເທື່ອ ກໍສາມາດຮູ້ສຶກເຖິງອິດທິພົນຂອງພຣະອົງ, ໂດຍສະເພາະເມື່ອພວກເຂົາກຳລັງຮຽນຮູ້ກ່ຽວກັບພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ. ເມື່ອພວກເຂົາເລືອກເຮັດສິ່ງທີ່ຊອບທຳ, ພວກເຂົາຈະສາມາດຮູ້ສຶກເຖິງຄວາມເຫັນຊອບຂອງພຣະຜູ້ຊ່ວຍໃຫ້ລອດຜ່ານທາງພຣະວິນຍານ. ສິດສອນເດັກນ້ອຍກ່ຽວກັບວິທີຕ່າງໆທີ່ພຣະວິນຍານໃຊ້ສື່ສານກັບເຮົາ. ຊ່ວຍໃຫ້ພວກເຂົາຮັບຮູ້ສຸລະສຽງຂອງພຣະອົງຂະນະທີ່ພຣະອົງກ່າວກັບພວກເຂົາ. ສິ່ງນີ້ຈະຊ່ວຍໃຫ້ພວກເຂົາພັດທະນານິໄສຂອງການສະແຫວງຫາ ແລະ ການກະທຳຕາມການເປີດເຜີຍສ່ວນຕົວຕະຫລອດຊີວິດຂອງພວກເຂົາ.
ການສິດສອນຊາວໜຸ່ມ
ຊາວໜຸ່ມມີສັກກະຍະພາບທີ່ສູງສົ່ງ
ຊາວໜຸ່ມມີສັກກະຍະພາບທີ່ຈະເຮັດສິ່ງທີ່ໂດດເດັ່ນໃນການຮັບໃຊ້ພຣະເຈົ້າ. ປະສົບການຢ່າງຫລວງຫລາຍທີ່ບັນທຶກຢູ່ໃນພຣະຄຳພີສະແດງໃຫ້ເຫັນວ່າ ພຣະເຈົ້າໄວ້ວາງພຣະໄທໃນຄວາມສາມາດທາງວິນຍານຂອງຄົນໜຸ່ມ. ຖ້າຫາກຊາວໜຸ່ມຮູ້ສຶກວ່າທ່ານໄວ້ວາງໃຈພວກເຂົາ, ຄວາມໝັ້ນໃຈຂອງພວກເຂົາໃນສັກກະຍະພາບອັນສູງສົ່ງຂອງພວກເຂົາຈະເຕີບໂຕ ແລະ ພວກເຂົາຈະເຮັດໃຫ້ທ່ານປະຫລາດໃຈກັບສິ່ງທີ່ພວກເຂົາສາມາດເຮັດສຳເລັດ. ດ້ວຍຄວາມຮັກ ໃຫ້ຊ່ວຍພວກເຂົາເຫັນວ່າພຣະບິດາເທິງສະຫວັນຮູ້ຈັກສິ່ງທີ່ພວກເຂົາສາມາດກາຍເປັນ. ເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດໂດຍການທີ່ຈະຮັກ ແລະ ຊຸກຍູ້ພວກເຂົາຕໍ່ໄປ, ເຮັດວຽກກັບພວກເຂົາດ້ວຍຄວາມອົດທົນ, ແລະ ບໍ່ຍອມແພ້ໃນຕົວພວກເຂົາ.
ຊາວໜຸ່ມກຳລັງຮຽນຮູ້ກ່ຽວກັບຕົວເອງ
ຊາວໜຸ່ມທີ່ທ່ານສິດສອນກຳລັງສ້າງຮາກຖານປະຈັກພະຍານຂອງພວກເຂົາ. ພວກເຂົາຢູ່ໃນຂັ້ນຕອນຂອງການຄົ້ນພົບຄວາມເຊື່ອ ແລະ ຄວາມເຊື່ອໝັ້ນຂອງພວກເຂົາ. ພວກເຂົາກຳລັງຕັດສິນໃຈໃນສິ່ງທີ່ຈະມີຜົນກະທົບຕໍ່ວິຖີຊີວິດຂອງພວກເຂົາ. ເພື່ອຈະຢູ່ລອດທາງວິນຍານໃນຊ່ວງເວລາທີ່ອັນຕະລາຍເຫລົ່ານີ້ ແລະ ເພື່ອຈະບັນລຸພາລະກິດຂອງພຣະຜູ້ເປັນເຈົ້າສຳລັບພວກເຂົາໄດ້ນັ້ນ, ຊາວໜຸ່ມທີ່ທ່ານສິດສອນຈະຕ້ອງຮູ້ຈັກວິທີຊອກຫາຄວາມເຂັ້ມແຂງລະຫວ່າງການທົດລອງຂອງພວກເຂົາ, ຊອກຫາຄຳຕອບໃຫ້ກັບຄຳຖາມຂອງພວກເຂົາ, ແລະ ຊອກຫາຄວາມກ້າຫານທີ່ຈະ “ຢືນເປັນພະຍານຂອງພຣະເຈົ້າ” (ໂມໄຊຢາ 18:9).
ຊາວໜຸ່ມມີຄວາມປາດຖະໜາເພີ່ມຂຶ້ນທີ່ຈະຮຽນຮູ້ສິ່ງຕ່າງໆ ໂດຍການໃຊ້ເຫດຜົນ ແລະ ປະສົບການ ແທນທີ່ພຽງແຕ່ຈະຟັງຄຳບອກກ່າວເທົ່ານັ້ນ. ນີ້ໝາຍຄວາມວ່າ ການສິດສອນຊາວໜຸ່ມຈະຮຽກຮ້ອງທັກສະການຟັງທີ່ດີ. ເມື່ອຊາວໜຸ່ມຮູ້ສຶກມີຄົນເຂົ້າໃຈ, ພວກເຂົາຈະຮູ້ສຶກເປີດໃຈກວ້າງຫລາຍຂຶ້ນຕໍ່ຄຳແນະນຳ ແລະ ການຊີ້ນຳ. ຮັບຮອງພວກເຂົາວ່າພຣະຜູ້ເປັນເຈົ້າຮູ້ຈັກພວກເຂົາ ແລະ ຈະຊ່ວຍພວກເຂົາຂະນະທີ່ພວກເຂົາຕໍ່ສູ້ກັບຄຳຖາມ ແລະ ການທົດລອງ. ພວກເຂົາສາມາດໃຊ້ສັດທາຂອງພວກເຂົາ ໂດຍການພັດທະນານິໄສທຸກວັນເລື່ອງການອະທິຖານ ແລະ ການສຶກສາພຣະຄຳພີ ແລະ ໂດຍການຮັບໃຊ້ຄົນອື່ນ. ການຊຸກຍູ້ໃຫ້ຊາວໜຸ່ມມີພາກສ່ວນໃນຫ້ອງຮຽນຂອງສາດສະໜາຈັກ ແລະ ສຶກສາດ້ວຍຕົວເອງ ສາມາດຊ່ວຍໃຫ້ພວກເຂົາມີປະສົບການສ່ວນຕົວ ທີ່ຈະສ້າງປະຈັກພະຍານຂອງຕົນກ່ຽວກັບມໍລະດົກທີ່ສູງສົ່ງຂອງພວກເຂົາ.
ຊາວໜຸ່ມຫລາຍຄົນສະບາຍໃຈກັບການໃຊ້ເທັກໂນໂລຈີ
ຖ້າຫາກຊາວໜຸ່ມທີ່ທ່ານສິດສອນມີເຄື່ອງອີເລັກໂທຣນິກຂອງຕົວເອງ, ໃຫ້ຈື່ຈຳວ່າເຄື່ອງເຫລົ່ານີ້ເປັນເຄື່ອງມືໃນການສົ່ງເສີມການຮຽນຮູ້. ສິດສອນພວກເຂົາໃຫ້ຮູ້ວິທີໃຊ້ພຣະຄຳພີໃນເຄື່ອງອີເລັກໂທຣນິກຂອງພວກເຂົາ ແລະ ແຫລ່ງອື່ນໆຢູ່ໃນຫ້ອງສະໝຸດພຣະກິດຕິຄຸນ. ທ່ານກໍສາມາດສົ່ງຂ່າວສານ ແລະ ລິ້ງໄປໃຫ້ຊາວໜຸ່ມເພື່ອຊ່ວຍພວກເຂົາກະກຽມສຳລັບບົດຮຽນທີ່ຈະມາເຖິງນຳອີກ.
ການສິດສອນຜູ້ໃຫຍ່
ຜູ້ໃຫຍ່ສາມາດຮັບຜິດຊອບຕໍ່ການຮຽນຮູ້ຂອງເຂົາເຈົ້າ
ຜູ້ຮຽນທີ່ເປັນຜູ້ໃຫຍ່ມີຄວາມສາມາດທີ່ຈະກະທຳດ້ວຍຕົວເອງໃນສະພາບແວດລ້ອມຂອງການຮຽນຮູ້ພຣະກິດຕິຄຸນ (ເບິ່ງ 2 ນີໄຟ 2:26). ເຊື້ອເຊີນໃຫ້ເຂົາເຈົ້າກະກຽມສຳລັບການສົນທະນາກ່ຽວກັບພຣະກິດຕິຄຸນ ໂດຍການສຶກສາບາງສິ່ງລ່ວງໜ້າ, ແລະ ຊຸກຍູ້ໃຫ້ເຂົາເຈົ້າແບ່ງປັນສິ່ງທີ່ເຂົາເຈົ້າກຳລັງຮຽນຮູ້ໂດຍພຣະວິນຍານ. ທ່ານອາດຖາມເຂົາເຈົ້ານຳອີກວ່າ ຫລັກທຳພຣະກິດຕິຄຸນໃດທີ່ເຂົາເຈົ້າຢາກໃຊ້ໃນເວລາທີ່ຮຽນຮູ້ນຳກັນ.
ຜູ້ໃຫຍ່ຈະໃຊ້ປະສົບການຂອງຕົນເມື່ອຮຽນຮູ້
ໂຢບໄດ້ກ່າວວ່າ, “ຄົນເຖົ້າແກ່ແລ້ວ ກໍຖືວ່າມີຄວາມເຂົ້າໃຈຢ່າງເລິກເຊິ່ງ” (ໂຢບ 12:12). ໂດຍທົ່ວໄປແລ້ວ, ປັນຍາ ແລະ ຄວາມເຂົ້າໃຈທາງວິນຍານເກີດຂຶ້ນຫລັງຈາກຫລາຍປີ. ຂະນະທີ່ທ່ານສິດສອນຜູ້ໃຫຍ່, ໃຫ້ເຊື້ອເຊີນເຂົາເຈົ້າເພື່ອແບ່ງປັນປະສົບການທີ່ສ້າງສັດທາຂອງເຂົາເຈົ້າໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ສິ່ງນີ້ຈະໃຫ້ໂອກາດເຂົາເຈົ້າໄດ້ເປັນປະຈັກພະຍານກ່ຽວກັບສິ່ງທີ່ເຂົາເຈົ້າມາຮູ້ຈັກວ່າ ຫລັກທຳພຣະກິດຕິຄຸນທີ່ເຂົາເຈົ້າກຳລັງຮຽນຮູ້ນັ້ນເປັນຄວາມຈິງ. ການແບ່ງປັນປະສົບການຈະສ້າງຄວາມສຳພັນລະຫວ່າງຜູ້ທີ່ທ່ານສິດສອນນຳອີກ, ຊ່ວຍເຫລືອ “ທຸກຄົນ … ຮັບການເສີມສ້າງຈາກທຸກຄົນ” (ຄຳສອນ ແລະ ພັນທະສັນຍາ 88:122).
ຜູ້ໃຫຍ່ຈະສະແຫວງຫາການນຳໃຊ້ໃນພາກປະຕິບັດ
ຜູ້ໃຫຍ່ທີ່ທ່ານສິດສອນອາດມີຫລາຍບົດບາດ ແລະ ໜ້າທີ່ຮັບຜິດຊອບໃນວິຊາອາຊີບ, ຊຸມຊົນ, ການເອີ້ນໃນສາດສະໜາຈັກ, ແລະ ຄອບຄົວຂອງເຂົາເຈົ້າ. ເມື່ອເຂົາເຈົ້າສຶກສາພຣະກິດຕິຄຸນ, ສ່ວນຫລາຍແລ້ວເຂົາເຈົ້າມັກຈະຄິດກ່ຽວກັບວ່າ ສິ່ງທີ່ເຂົາເຈົ້າກຳລັງຮຽນຮູ້ຈະຊ່ວຍເຂົາເຈົ້າໃນບົດບາດເຫລົ່ານັ້ນໄດ້ແນວໃດ. ເຊື້ອເຊີນໃຫ້ເຂົາເຈົ້າເຫັນວິທີທີ່ພຣະຄຳຂອງພຣະເຈົ້າກ່ຽວຂ້ອງກັບສະຖານະການສະເພາະຂອງເຂົາເຈົ້າແນວໃດ. ທ່ານສາມາດເຮັດສິ່ງນີ້ໄດ້ໂດຍການຖາມເຂົາເຈົ້າວ່າ ຫລັກທຳພຣະກິດຕິຄຸນມີຄວາມໝາຍ ແລະ ຖືກນຳໃຊ້ໃນຊີວິດຂອງເຂົາເຈົ້າແນວໃດ.
ຜູ້ໃຫຍ່ສາມາດຄິດໃນວິທີຊັບຊ້ອນ
ເພາະປະສົບການ ແລະ ຄວາມຮູ້ຂອງເຂົາເຈົ້າ, ຜູ້ໃຫຍ່ຈຶ່ງຮູ້ຈັກວ່າ ບໍ່ມີຄຳຕອບທີ່ງ່າຍສະເໝີໄປສຳລັບຄຳຖາມເລື່ອງພຣະກິດຕິຄຸນ. ເຂົາເຈົ້າສາມາດຊາບຊຶ້ງກັບຂໍ້ພຣະຄຳພີທີ່ມີຫລາຍຄວາມໝາຍ, ແລະ ເຂົາເຈົ້າສາມາດນຳໃຊ້ຫລັກທຳພຣະກິດຕິຄຸນກັບສະຖານະການຂອງຊີວິດທີ່ຫລາກຫລາຍ. ເຊື້ອເຊີນໃຫ້ເຂົາເຈົ້າໄຕ່ຕອງວິທີທີ່ຫລັກທຳພຣະກິດຕິຄຸນກ່ຽວຂ້ອງກັນ ແລະ ກ່ຽວຂ້ອງກັບສິ່ງທີ່ເກີດຂຶ້ນໃນຊີວິດຂອງເຂົາເຈົ້າແນວໃດ. ຊຸກຍູ້ການມີພາກສ່ວນ ແລະ ການສົນທະນາ ເພື່ອວ່າເຂົາເຈົ້າຈະສາມາດຮຽນຮູ້ຈາກມຸມມອງສະເພາະຂອງຄົນອື່ນ.
ການສິດສອນຄົນພິການ
ຊ່ວຍໃຫ້ແຕ່ລະຄົນເຕີບໂຕ ແລະ ກ້າວໜ້າ
ໂຈເຊັບ ສະມິດ ໄດ້ສິດສອນວ່າ, “ທຸກຈິດໃຈ ແລະ ທຸກວິນຍານທີ່ພຣະເຈົ້າໄດ້ສົ່ງມາສູ່ໂລກນີ້ມີຄວາມສາມາດທີ່ຈະຂະຫຍາຍຕົວ” (Teachings of Presidents of the Church: Joseph Smith [2007], 210). ສັນນິຖານວ່າ ລູກໆຂອງພຣະເຈົ້າທຸກຄົນມີຄວາມສາມາດເພີ່ມພູນໃນຄວາມຮູ້ ແລະ ຄວາມກ້າວໜ້າ. ທູນຂໍໃຫ້ພຣະຜູ້ເປັນເຈົ້າຊ່ວຍໃຫ້ທ່ານຮູ້ວິທີຊ່ວຍເຫລືອແຕ່ລະຄົນ.
ຮຽນຮູ້ກ່ຽວກັບຄວາມຕ້ອງການສະເພາະ
ເວົ້າລົມກັບຜູ້ຮຽນ ຫລື ພໍ່ແມ່ຂອງເຂົາເຈົ້າ ຫລື ຜູ້ດູແລ. ຊອກຫາວິທີທີ່ບຸກຄົນຮຽນຮູ້ໄດ້ດີທີ່ສຸດ ແລະ ຍຸດທະວິທີໃດທີ່ເປັນປະໂຫຍດຫລາຍທີ່ສຸດ. ທ່ານກໍຍັງສາມາດປຶກສາກັບຜູ້ນຳ ແລະ ຄູສອນຄົນອື່ນໆ ຜູ້ມີປະສົບການ ແລະ ຄວາມຮູ້ທີ່ຈະແບ່ງປັນນຳອີກ. ສຳລັບຍຸດທະວິທີການສິດສອນທີ່ເປັນປະໂຫຍດ, ໃຫ້ເບິ່ງ disabilities.ChurchofJesusChrist.org.
ສ້າງບັນຍາກາດໃນທາງບວກ
ສ້າງບັນຍາກາດໃນທາງບວກ ບ່ອນທີ່ທຸກຄົນຮູ້ສຶກປອດໄພ ແລະ ເປັນທີ່ຮັກ. ຢ່າສັນນິຖານວ່າ ຜູ້ຮຽນທຸກຄົນທີ່ພິການເປັນຄືກັນໝົດ, ແລະ ໃຫ້ປະຕິບັດຕໍ່ທຸກຄົນດ້ວຍຄວາມຮັກ ແລະ ຄວາມເຄົາລົບນັບຖື. ຊຸກຍູ້ໃຫ້ຄົນອື່ນມີເມດຕາ ແລະ ຍອມຮັບ.
ໃຫ້ແນ່ໃຈວ່າທຸກຄົນສາມາດມີສ່ວນຮ່ວມ
ການປ່ຽນແປງເລັກນ້ອຍສາມາດເຮັດໄດ້ກັບກິດຈະກຳ ເພື່ອໃຫ້ແນ່ໃຈວ່າ ຜູ້ຮຽນທຸກຄົນສາມາດຮຽນຮູ້, ລວມທັງຜູ້ທີ່ມີຄວາມຈຳກັດທາງດ້ານສຸຂະພາບ ຫລື ມີບັນຫາໃນການຮຽນຮູ້. ຍົກຕົວຢ່າງ, ຖ້າຫາກກິດຈະກຳແນະນຳໃຫ້ສະແດງຮູບພາບ, ທ່ານສາມາດຮ້ອງເພງທີ່ກ່ຽວຂ້ອງແທນ ເພື່ອຈະໄດ້ລວມຜູ້ຮຽນທີ່ມີບັນຫາເລື່ອງການຫລຽວເຫັນເຂົ້ານຳ.
ສ້າງກິດຈະວັດ ແລະ ໂຄງສ້າງທີ່ສະໝ່ຳສະເໝີ
ວິທີໜຶ່ງໃນການສ້າງກິດຈະວັດຄື ການເຮັດໂປສເຕີຕາຕະລາງ. ຕາຕະລາງຂອງທ່ານອາດລວມທັງການອະທິຖານ, ເວລາສິດສອນ, ແລະ ເວລາເຮັດກິດຈະກຳ. ການປະຕິບັດຕາມຕາຕະລາງສາມາດຊ່ວຍລົດຄວາມຮູ້ສຶກບໍ່ແນ່ນອນ ແລະ ຄວາມກັງວົນສຳລັບຜູ້ຮຽນບາງຄົນ.
ເຂົ້າໃຈເຫດຜົນວ່າເປັນຫຍັງພຶດຕິກຳທີ່ທ້າທາຍຈຶ່ງເກີດຂຶ້ນ
ຮຽນຮູ້ກ່ຽວກັບຄວາມພິການ ຫລື ສະຖານະການທີ່ອາດມີອິດທິພົນຕໍ່ຄົນໃຫ້ກະທຳຢ່າງບໍ່ເໝາະສົມ. ເອົາໃຈໃສ່ຢ່າງລະມັດລະວັງກັບສິ່ງທີ່ກຳລັງເກີດຂຶ້ນເມື່ອພຶດຕິກຳທີ່ທ້າທາຍເກີດຂຶ້ນ. ພິຈາລະນາດ້ວຍການອະທິຖານວ່າຈະແກ້ໄຂສະຖານະການໄດ້ແນວໃດ ເພື່ອຈະໄດ້ສະໜັບສະໜູນຜູ້ຮຽນໄດ້ດີກວ່າເກົ່າ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການສິດສອນຄົນພິການ, ໃຫ້ເບິ່ງ disabilities.ChurchofJesusChrist.org.
ການສິດສອນທາງອອນລາຍ
ໃຫ້ຄຸ້ນເຄີຍກັບເທັກໂນໂລຈີ
ກ່ອນຫ້ອງຮຽນ ຫລື ການປະຊຸມຂອງທ່ານ, ໃຫ້ໃຊ້ເວລາເພື່ອຄຸ້ນເຄີຍກັບເທັກໂນໂລຈີທີ່ທ່ານຈະນໍາໃຊ້. ສຳຫລວດຈຸດເດັ່ນຂອງມັນ, ດັ່ງເຊັ່ນວິທີແບ່ງປັນວິດີໂອ ຫລື ຮູບພາບ. ລອງຈັດການປະຊຸມ “ທົດລອງ” ກັບສະມາຊິກໃນຄອບຄົວ ຫລື ໝູ່ເພື່ອນ.
ຫວອດ ແລະ ສະເຕກສ່ວນໃຫຍ່ມີຜູ້ຊ່ຽວຊານດ້ານເທັກໂນໂລຈີ ທ່ານອາດຮູ້ຈັກຄົນອື່ນນຳອີກທີ່ມີປະສົບການກັບການປະຊຸມທາງອອນລາຍ. ໃຫ້ຂໍຄໍາແນະນໍາ ຫລື ການຊີ້ນໍາຈາກເຂົາເຈົ້າ.
ກຳຈັດສິ່ງລົບກວນທີ່ອາດຈະເກີດຂຶ້ນ
ຖ້າເປັນໄປໄດ້, ໃຫ້ຊອກຫາບ່ອນງຽບໆເພື່ອເຂົ້າຮ່ວມການປະຊຸມຂອງທ່ານ. ສຽງຕ່າງໆອາດເຮັດໃຫ້ເສຍສະມາທິໄດ້. ຊຸກຍູ້ໃຫ້ຜູ້ຮຽນເຮັດເຊັ່ນດຽວກັນ ຫລື ໃຫ້ເຂົາເຈົ້າປິດສຽງໄມ ຖ້າຫາກເຂົາເຈົ້າບໍ່ເວົ້າ.
ໃຊ້ກ້ອງ
ຖ້າເປັນໄປໄດ້, ໃຫ້ເປີດກ້ອງຂອງທ່ານ ເພື່ອວ່າຜູ້ຮຽນຈະສາມາດເຫັນໜ້າທ່ານໄດ້. ເຊື້ອເຊີນ (ແຕ່ບໍ່ຈໍາເປັນ) ໃຫ້ຜູ້ຮຽນເປີດກ້ອງຂອງເຂົາເຈົ້າຄືກັນ. ສິ່ງນີ້ສາມາດຊ່ວຍສ້າງວິນຍານແຫ່ງຄວາມເປັນນ້ຳໜຶ່ງໃຈດຽວກັນ ແລະ ການສະໜັບສະໜູນຊຶ່ງກັນແລະກັນ.
ໃຊ້ຈຸດເດັ່ນສົນທະນາທາງອອນລາຍ
ຫລາຍໆໂປຣແກຣມຂອງການປະຊຸມອອນລາຍໃຫ້ຜູ້ເຂົ້າຮ່ວມພິມຄໍາຖາມ ຫລື ຄວາມຄິດຄວາມເຫັນໃນໜ້າຕ່າງສົນທະນາ. ບາງອັນຍັງສາມາດໃຫ້ຜູ້ເຂົ້າຮ່ວມຍົກມືຂຶ້ນທາງອອນລາຍໄດ້. ບອກໃຫ້ຜູ້ຮຽນຮູ້ຈັກກ່ຽວກັບຈຸດເດັ່ນເຫລົ່ານີ້. ທ່ານອາດຕ້ອງໄດ້ມອບໝາຍໃຫ້ບາງຄົນເຝົ້າເບິ່ງການຍົກມື ຫລື ຄວາມຄິດຄວາມເຫັນໃນບ່ອນສົນທະນາ ເພື່ອວ່າທ່ານຈະສາມາດສຸມໃສ່ການນຳພາການສົນທະນານັ້ນ.
ຫາວິທີໃຫ້ຜູ້ຮຽນມີສ່ວນຮ່ວມ
ສະພາບແວດລ້ອມຂອງການຮຽນຮູ້ທາງອອນລາຍ ບາງຄັ້ງກໍຍາກທີ່ຄົນຈະເຫັນ ແລະ ໄດ້ຍິນ. ໃຫ້ໃຊ້ຄວາມພະຍາຍາມຢ່າງມີສະຕິ ເພື່ອໃຫ້ຜູ້ຢາກມີສ່ວນຮ່ວມໄດ້ເຂົ້າຮ່ວມນຳ. ບາງຄັ້ງນີ້ໝາຍຄວາມວ່າ ຕ້ອງຈັດກຸ່ມທີ່ນ້ອຍກວ່າ (ຍົກຕົວຢ່າງ, ໂດຍການແຍກຫ້ອງຮຽນຂອງໂຮງຮຽນວັນອາທິດຫ້ອງໃຫຍ່). ບາງຄັ້ງມັນໝາຍຄວາມວ່າ ຕ້ອງຂໍໃຫ້ຜູ້ຮຽນມີສ່ວນຮ່ວມໃນວິທີສະເພາະລ່ວງໜ້າ. ຢ່າປ່ອຍໃຫ້ຄວາມຈຳກັດທາງເທັກໂນໂລຈີເຮັດໃຫ້ທ່ານລືມ ຫລື ມອງຂ້າມຜູ້ຄົນທີ່ກະຕືລືລົ້ນ ແລະ ເຕັມໃຈທີ່ຈະຮຽນຮູ້.