“ສິດສອນຄໍາສອນ,” ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ: ສຳລັບທຸກຄົນທີ່ສິດສອນຢູ່ໃນບ້ານ ແລະ ໃນສາດສະໜາຈັກ (2022)
“ສິດສອນຄໍາສອນ,” ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ
ສິດສອນຄໍາສອນ
ເຖິງແມ່ນວ່າພຣະເຢຊູໄດ້ເຕີບໂຕຂຶ້ນດ້ານສະຕິປັນຍາ ແລະ ຄວາມຮູ້ຕະຫລອດຊີວິດຂອງພຣະອົງ, ແຕ່ພຣະອົງກໍບໍ່ເຄີຍໄດ້ຮັບການສຶກສາຄືກັນກັບຜູ້ນຳທາງສາດສະໜາຄົນອື່ນໆໃນສະໄໝຂອງພຣະອົງ. ແລະ ເມື່ອພຣະອົງສິດສອນ, ຜູ້ຄົນໄດ້ປະຫລາດໃຈ, ເວົ້າວ່າ, “ເຫດໃດຄົນນີ້ຈຶ່ງຮູ້ກົດບັນຍັດຫລາຍແທ້, ທັງໆທີ່ລາວບໍ່ເຄີຍໄດ້ຮ່ຳຮຽນຈັກເທື່ອ?” ເປັນຫຍັງການສິດສອນຂອງພຣະອົງຈຶ່ງມີພະລັງຫລາຍແທ້? “ສິ່ງທີ່ເຮົາສັ່ງສອນບໍ່ແມ່ນຂອງເຮົາ,” ພຣະຜູ້ຊ່ວຍໃຫ້ລອດໄດ້ອະທິບາຍ, “ແຕ່ແມ່ນຄຳສັ່ງສອນຈາກພຣະເຈົ້າຜູ້ທີ່ໄດ້ໃຊ້ເຮົາມາ” (ໂຢຮັນ 7:15–16). ຄຳສອນແມ່ນຄວາມຈິງນິລັນດອນ—ພົບເຫັນໃນພຣະຄຳພີ ແລະ ໃນຖ້ອຍຄຳຂອງສາດສະດາຍຸກສຸດທ້າຍ—ທີ່ສະແດງໃຫ້ເຮົາເຫັນວິທີທີ່ຈະກາຍເປັນເໝືອນດັ່ງພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ແລະ ກັບຄືນໄປຫາພຣະອົງ. ບໍ່ວ່າທ່ານຈະມີປະສົບການໜ້ອຍຫລາຍປານໃດກໍຕາມໃນການສິດສອນ, ທ່ານສາມາດສິດສອນດ້ວຍພະລັງ, ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳ, ໂດຍການສິດສອນຄຳສອນຂອງພຣະບິດາ. ທ່ານ ແລະ ຜູ້ທີ່ທ່ານສິດສອນຈະປະຫລາດໃຈກັບພອນທີ່ພຣະເຈົ້າໄດ້ສົ່ງມາ ເມື່ອການສິດສອນ ແລະ ການຮຽນຮູ້ຂອງທ່ານຕັ້ງໝັ້ນຢູ່ໃນພຣະຄຳຂອງພຣະອົງ.
ພຣະຜູ້ຊ່ວຍໃຫ້ລອດໄດ້ຮຽນຮູ້ຄຳສອນ
ເຫັນໄດ້ຢ່າງແຈ່ມແຈ້ງວ່າ ພຣະຜູ້ຊ່ວຍໃຫ້ລອດໄດ້ຮຽນຮູ້ຈາກພຣະຄຳພີໃນໄວເຍົາຂອງພຣະອົງ ແລະ ພຣະອົງໄດ້ເຕີບໂຕຂຶ້ນ “ດ້ານສະຕິປັນຍາ … ເປັນທີ່ພໍພຣະໄທຕໍ່ພຣະເຈົ້າ” (ລູກາ 2:52). ຄວາມເຂົ້າໃຈທີ່ເລິກເຊິ່ງຂອງພຣະອົງເຖິງຄຳສອນຂອງພຣະບິດາກໍຊັດເຈນ ເມື່ອບິດາມານດາຂອງພຣະອົງພົບເຫັນພຣະອົງຢູ່ໃນພຣະວິຫານຕອນພຣະອົງຍັງນ້ອຍ, ກຳລັງສິດສອນພວກອາຈານຊາວຢິວ ແລະ ຕອບຄຳຖາມຂອງເຂົາເຈົ້າຢູ່ (ເບິ່ງ ການແປຂອງໂຈເຊັບ ສະມິດ, ລູກາ 2:46 [ໃນ ລູກາ 2:46, ໝາຍເຫດຢູ່ທາງລຸ່ມໜ້າປຶ້ມ ຄ]). ຕໍ່ມາ, ເມື່ອຊາຕານໄດ້ພະຍາຍາມລໍ້ລວງພຣະອົງຢ່າງໜັກຢູ່ໃນຖິ່ນແຫ້ງແລ້ງກັນດານ, ຄວາມຮູ້ຂອງພຣະເຢຊູເລື່ອງຄຳສອນຢູ່ໃນພຣະຄຳພີໄດ້ຊ່ວຍໃຫ້ພຣະອົງຕ້ານທານກັບການລໍ້ລວງໄດ້ (ເບິ່ງ ລູກາ 4:3–12).
ທ່ານກໍສາມາດຮຽນຮູ້ຄຳສອນທີ່ແທ້ຈິງໃຫ້ເລິກເຊິ່ງຫລາຍກວ່າເກົ່າເໝືອນກັນ ກ່ອນທີ່ທ່ານຈະສິດສອນມັນ. ຂະນະທີ່ທ່ານກະກຽມທີ່ຈະສິດສອນ ແລະ ຮຽນຮູ້ກັບຄົນອື່ນ, ໃຫ້ຊອກຫາສິ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວກ່ຽວກັບຄວາມຈິງທີ່ທ່ານກຳລັງສິດສອນຢ່າງລະມັດລະວັງ. ຄົ້ນຄວ້າພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່ເພື່ອຄຳອະທິບາຍ ແລະ ຄຳແນະນຳ. ການດຳລົງຊີວິດ ແລະ ການນຳໃຊ້ຄວາມຈິງທີ່ທ່ານສຶກສາຈະເຊື້ອເຊີນໃຫ້ພຣະວິນຍານມາສິດສອນຄຳສອນໃຫ້ກັບທ່ານໃນວິທີທາງທີ່ເລິກເຊິ່ງກວ່າ ແລະ ຢືນຢັນຄວາມຈິງຂອງຄຳສອນໃນຫົວໃຈຂອງຜູ້ທີ່ທ່ານສິດສອນ.
ຄຳຖາມເພື່ອໄຕ່ຕອງ: ເປັນຫຍັງການເຂົ້າໃຈຄວາມຈິງຂອງພຣະກິດຕິຄຸນຈຶ່ງສຳຄັນຕໍ່ທ່ານເອງຫລາຍແທ້? ທ່ານຈະມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າເຖິງຄວາມຈິງຂອງພຣະກິດຕິຄຸນໄດ້ແນວໃດ? ທ່ານຮູ້ສຶກໄດ້ຮັບການດົນໃຈໃຫ້ເຮັດຫຍັງເພື່ອປັບປຸງການສຶກສາພຣະຄຳພີຂອງທ່ານ ແລະ ຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່?
ຈາກພຣະຄຳພີ: ສຸພາສິດ 7:1–3; 2 ນີໄຟ 4:15–16; ຄຳສອນ ແລະ ພັນທະສັນຍາ 11:21; 88:118
ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນຈາກພຣະຄຳພີ
ຫລັງຈາກການສິ້ນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດ, ສາວົກສອງຄົນຂອງພຣະອົງໄດ້ຍ່າງ ແລະ ເວົ້າລົມກັນໄປດ້ວຍຄວາມໂສກເສົ້າ ແລະ ຄວາມປະຫລາດໃຈ. ພວກເພິ່ນຈະເຂົ້າໃຈໄດ້ແນວໃດກ່ຽວກັບສິ່ງທີ່ຫາກໍໄດ້ເກີດຂຶ້ນ? ພຣະເຢຊູແຫ່ງນາຊາເຣັດ, ຊາຍທີ່ພວກເພິ່ນໄວ້ວາງໃຈວ່າເປັນພຣະຜູ້ໄຖ່ຂອງພວກເພິ່ນ, ໄດ້ເສຍຊີວິດໄດ້ສາມມື້ແລ້ວຕອນນັ້ນ. ແລະ ແລ້ວພວກເພິ່ນໄດ້ຖືກລາຍງານວ່າ ອຸບມຸງຂອງພຣະອົງວ່າງເປົ່າ, ໂດຍມີເຫລົ່າທູດປະກາດວ່າພຣະອົງຊົງພຣະຊົນຢູ່! ໃນຈຸດທີ່ສຳຄັນໃນສັດທາຂອງພວກສາວົກເຫລົ່ານີ້, ມີຊາຍແປກໜ້າໄດ້ມາຮ່ວມເດີນທາງກັບພວກເພິ່ນ. ເພິ່ນໄດ້ປອບໂຍນພວກເພິ່ນໂດຍ “ອະທິບາຍພຣະຄຳພີທຸກຕອນ ທີ່ກ່າວເຖິງເລື່ອງ [ພຣະຜູ້ຊ່ວຍໃຫ້ລອດ].” ໃນທີ່ສຸດ, ຜູ້ເດີນທາງກໍຮັບຮູ້ວ່າ ຜູ້ສິດສອນພວກເພິ່ນແມ່ນພຣະເຢຊູຄຣິດເອງ ແລະ ວ່າພຣະອົງໄດ້ຟື້ນຄືນແທ້ໆ. ເປັນຫຍັງພວກເພິ່ນຈຶ່ງຈື່ພຣະອົງບໍ່ໄດ້? “ໃຈຂອງພວກເຮົາກໍຮ້ອນຮົນເໝືອນໄຟພາຍໃນພວກເຮົາບໍ່ແມ່ນບໍ,” ພາຍລຸນມາພວກເພິ່ນໄດ້ສະທ້ອນຄິດ, “ເມື່ອພຣະອົງກຳລັງເວົ້ານຳພວກເຮົາຕາມທາງ ແລະ ໄດ້ອະທິບາຍພຣະຄຳພີໃຫ້ພວກເຮົາຟັງ?” (ລູກາ 24:27, 32).
ແອວເດີ ດີ ທອດ ຄຣິສໂຕເຟີສັນ ໄດ້ສິດສອນວ່າ, “ຈຸດປະສົງແທ້ໆຂອງພຣະຄຳພີທັງໝົດ ຄືທີ່ຈະເຮັດໃຫ້ຈິດວິນຍານຂອງເຮົາເຕັມໄປດ້ວຍສັດທາໃນພຣະເຈົ້າອົງເປັນພຣະບິດາ ແລະ ໃນພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ” (“The Blessing of Scripture,” Liahona, May 2010, 34). ຕະຫລອດທົ່ວການປະຕິບັດສາດສະໜາກິດຂອງພຣະອົງ, ພຣະເຢຊູໄດ້ໃຊ້ພຣະຄຳພີເພື່ອສິດສອນ, ດັດແປງ, ແລະ ດົນໃຈຄົນອື່ນ. ໃຫ້ແນ່ໃຈວ່າການສິດສອນຂອງທ່ານບໍ່ໄດ້ອອກໄປຈາກພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາ. ເມື່ອທ່ານເພິ່ງອາໄສພຣະຄຳຂອງພຣະເຈົ້າຢ່າງຊື່ສັດໃນການສິດສອນຂອງທ່ານ, ທ່ານຈະສາມາດເຮັດເພື່ອຄົນອື່ນໃນສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳ. ທ່ານສາມາດຊ່ວຍໃຫ້ເຂົາເຈົ້າຮູ້ຈັກພຣະອົງ, ເພາະເຮົາທຸກຄົນຕ້ອງການເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຮົາໃນພຣະຜູ້ຊ່ວຍໃຫ້ລອດເປັນປະຈຳ. ຄວາມຮັກຂອງທ່ານຕໍ່ພຣະຄຳພີຈະເຫັນໄດ້ຢ່າງຊັດເຈນຕໍ່ຜູ້ທີ່ທ່ານສິດສອນ, ແລະ ການສິດສອນຂອງທ່ານຈະເຊື້ອເຊີນພຣະວິນຍານເຮັດໃຫ້ໃຈຂອງເຂົາເຈົ້າຮ້ອນຮົນເໝືອນໄຟດ້ວຍປະຈັກພະຍານເຖິງພຣະບິດາ ແລະ ພຣະບຸດ.
ຄຳຖາມເພື່ອໄຕ່ຕອງ: ທ່ານໄດ້ຮັບອິດທິພົນຈາກຄູສອນທີ່ໃຊ້ພຣະຄຳພີເພື່ອຊ່ວຍໃຫ້ທ່ານມາຮູ້ຈັກພຣະຜູ້ຊ່ວຍໃຫ້ລອດດີຂຶ້ນແນວໃດ? ທ່ານອາດເຮັດສິ່ງໃດເພື່ອເພິ່ງອາໄສພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາຫລາຍຂຶ້ນຂະນະທີ່ທ່ານສິດສອນ? ທ່ານຈະຊ່ວຍໃຫ້ຄົນທີ່ທ່ານສິດສອນຮູ້ຈັກ ແລະ ຮັກພຣະຄຳຂອງພຣະເຈົ້າໄດ້ແນວໃດ?
ຈາກພຣະຄຳພີ: ລູກາ 4:14–21; ແອວມາ 31:5; ຮີລາມັນ 3:29–30; 3 ນີໄຟ 23
ພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍໃຫ້ຜູ້ຄົນສະແຫວງຫາ, ຮັບຮູ້, ແລະ ເຂົ້າໃຈຄວາມຈິງ
ຄັ້ງໜຶ່ງທະນາຍຄວາມຄົນໜຶ່ງໄດ້ຖາມພຣະເຢຊູວ່າ, “ອາຈານເອີຍ, ຂ້ານ້ອຍຈະຕ້ອງເຮັດຢ່າງໃດ ຈຶ່ງຈະໄດ້ຮັບຊີວິດນິລັນດອນ?” ໃນການຕອບນັ້ນ, ພຣະຜູ້ຊ່ວຍໃຫ້ລອດໄດ້ນຳພາຜູ້ຖາມໄປຫາຂໍ້ພຣະຄຳພີທີ່ວ່າ: “ກົດບັນຍັດມີຂຽນໄວ້ວ່າຢ່າງໃດ? ເມື່ອທ່ານອ່ານແລ້ວ ເຂົ້າໃຈຢ່າງໃດ?” ສິ່ງນີ້ບໍ່ພຽງແຕ່ນຳພາຊາຍຄົນນັ້ນໄປຫາຄຳຕອບຂອງລາວເທົ່ານັ້ນ—“ຈົ່ງຮັກພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ … ແລະ ເພື່ອນບ້ານຂອງເຈົ້າ”—ແຕ່ຍັງໄດ້ຖາມຄຳຖາມດັ່ງຕໍ່ໄປນີ້ນຳອີກ: “ແມ່ນຜູ້ໃດເປັນເພື່ອນບ້ານຂອງຂ້ານ້ອຍ?” ພຣະຜູ້ຊ່ວຍໃຫ້ລອດໄດ້ຕອບຄຳຖາມດ້ວຍຄຳອຸປະມາກ່ຽວກັບຜູ້ຊາຍສາມຄົນທີ່ໄດ້ເຫັນຜູ້ເດີນທາງທີ່ຕ້ອງການຄວາມຊ່ວຍເຫລືອ. ມີພຽງແຕ່ຊາຍຄົນດຽວໃນສາມຄົນນັ້ນ, ຜູ້ເປັນຊາວຊາມາເຣຍ, ທີ່ຊາວຢິວກຽດຊັງ ເພາະບ່ອນທີ່ລາວອາໄສຢູ່, ໄດ້ຢຸດເພື່ອຊ່ວຍເຫລືອ. ແລ້ວພຣະເຢຊູໄດ້ເຊື້ອເຊີນໃຫ້ທະນາຍຄວາມຄົນນັ້ນຕອບຄຳຖາມຂອງລາວເອງ: “ໃນສາມຄົນນີ້, ແມ່ນຜູ້ໃດທີ່ເປັນເພື່ອນບ້ານຂອງຄົນທີ່ຖືກພວກໂຈນປຸ້ນນັ້ນ?” (ເບິ່ງ ລູກາ 10:25–37).
ທ່ານຄິດວ່າເປັນຫຍັງພຣະຜູ້ຊ່ວຍໃຫ້ລອດຈຶ່ງໄດ້ສິດສອນໃນວິທີນີ້—ເປັນການຕອບຄຳຖາມດ້ວຍຄຳເຊື້ອເຊີນໃຫ້ສະແຫວງຫາ, ໄຕ່ຕອງ, ແລະ ຄົ້ນພົບ? ພາກສ່ວນໜຶ່ງຂອງຄຳຕອບຄື ພຣະຜູ້ເປັນເຈົ້າເຫັນຄຸນຄ່າຄວາມພະຍາຍາມຂອງຜູ້ຊອກຫາຄວາມຈິງ. “ຈົ່ງໝັ່ນຊອກຫາ, ແລ້ວເຈົ້າກໍຈະໄດ້ພົບ,” ພຣະອົງໄດ້ເຊື້ອເຊີນເທື່ອແລ້ວເທື່ອອີກ (ເບິ່ງ, ຍົກຕົວຢ່າງ, ມັດທາຍ 7:7; ລູກາ 11:9; ຄຳສອນ ແລະ ພັນທະສັນຍາ 4:7). ພຣະອົງປະທານລາງວັນໃຫ້ແກ່ການກະທຳ ແລະ ຄວາມອົດທົນດ້ວຍສັດທາຂອງຜູ້ຊອກຫາ.
ຄືກັນກັບພຣະຜູ້ຊ່ວຍໃຫ້ລອດ, ທ່ານກໍສາມາດຊ່ວຍໃຫ້ຜູ້ທີ່ທ່ານສິດສອນຮັບຮູ້ ແລະ ເຂົ້າໃຈຄວາມຈິງໄດ້. ຍົກຕົວຢ່າງ, ພຣະຄຳພີແມ່ນເຕັມໄປດ້ວຍຄວາມຈິງຂອງພຣະກິດຕິຄຸນ, ແຕ່ບາງເທື່ອຕ້ອງໃຊ້ຄວາມພະຍາຍາມຢ່າງມີສະຕິເພື່ອຊອກຫາມັນ. ຂະນະທີ່ພວກທ່ານຮຽນຮູ້ນຳກັນຈາກພຣະຄຳພີ, ໃຫ້ຢຸດ ແລະ ຖາມຜູ້ທີ່ທ່ານສິດສອນວ່າ ເຂົາເຈົ້າໄດ້ສັງເກດເຫັນຄວາມຈິງຂອງພຣະກິດຕິຄຸນຢ່າງໃດແດ່. ຊ່ວຍໃຫ້ເຂົາເຈົ້າເຫັນວິທີທີ່ຄວາມຈິງເຫລົ່ານີ້ກ່ຽວຂ້ອງກັບແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນແນວໃດ. ບາງເທື່ອຄວາມຈິງນິລັນດອນຖືກກ່າວເຖິງຢູ່ໃນພຣະຄຳພີ, ແລະ ບາງເທື່ອມັນຖືກສະແດງໃຫ້ເຫັນຢູ່ໃນເລື່ອງລາວ ແລະ ຊີວິດຂອງຜູ້ຄົນທີ່ທ່ານອ່ານກ່ຽວກັບ. ມັນກໍຍັງເປັນປະໂຫຍດນຳອີກທີ່ຈະຄົ້ນຄວ້າເບື້ອງຫລັງປະຫວັດສາດຂອງຂໍ້ເຫລົ່ານັ້ນນຳກັນ ຂະນະທີ່ທ່ານອ່ານ, ຕະຫລອດທັງຄວາມໝາຍຂອງຂໍ້ເຫລົ່ານັ້ນ ແລະ ວິທີທີ່ມັນກ່ຽວຂ້ອງກັບເຮົາໃນທຸກວັນນີ້ແນວໃດ.
ຄຳຖາມເພື່ອໄຕ່ຕອງ: ທ່ານຊີ້ບອກຄວາມຈິງນິລັນດອນໃນພຣະຄຳພີ ຫລື ຖ້ອຍຄຳຂອງສາດສະດາແນວໃດ? ຄວາມຈິງເຫລົ່ານັ້ນເປັນພອນໃຫ້ແກ່ຊີວິດຂອງທ່ານແນວໃດ? ມີວິທີໃດແດ່ທີ່ທ່ານສາມາດຊ່ວຍໃຫ້ຜູ້ຮຽນຮັບຮູ້ ແລະ ເຂົ້າໃຈຄວາມຈິງທີ່ຈະມີຄວາມໝາຍຕໍ່ເຂົາເຈົ້າ ແລະ ຊ່ວຍໃຫ້ເຂົາເຈົ້າເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ?
ຈາກພຣະຄຳພີ: ໂຢຮັນ 5:39; 1 ນີໄຟ 15:14; ຄຳສອນ ແລະ ພັນທະສັນຍາ 42:12
ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນຄວາມຈິງທີ່ນຳໄປສູ່ການປ່ຽນໃຈເຫລື້ອມໃສ ແລະ ສ້າງສັດທາ
ໃນວັນຊະບາໂຕມື້ໜຶ່ງ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພວກສາວົກຂອງພຣະອົງ, ຮູ້ສຶກຫິວເຂົ້າ, ໄດ້ຍ່າງຜ່ານທົ່ງເຂົ້າ ແລະ ໄດ້ເດັດເອົາຮວງເຂົ້າມາກິນ. ພວກຟາຣີຊາຍ, ຊຶ່ງມັກຈະຮີບຮ້ອນໃນການເນັ້ນໜັກເຖິງຈຸດສຳຄັນຂອງກົດຂອງໂມເຊສະເໝີ, ໄດ້ຊີ້ບອກວ່າການເກັບເຂົ້າແມ່ນການອອກແຮງງານ, ຊຶ່ງຖືກສັ່ງຫ້າມໃນວັນຊະບາໂຕ (ເບິ່ງ ມາຣະໂກ 2:23–24). ໃນການໃຊ້ວະລີຂອງສາດສະດາຢາໂຄບໃນພຣະຄຳພີມໍມອນ, ພວກຟາຣີຊາຍໄດ້ “ເບິ່ງຂ້າມເຄື່ອງໝາຍ” (ຢາໂຄບ 4:14). ໃນອີກຄຳໜຶ່ງ, ພວກເຂົາໄດ້ສຸມໃສ່ການຕີຄວາມໝາຍແບບດັ້ງເດີມຂອງພຣະບັນຍັດ ຈົນພວກເຂົາພາດຈຸດປະສົງອັນສູງສົ່ງຂອງພຣະບັນຍັດເຫລົ່ານັ້ນ—ເພື່ອດຶງເຮົາໃຫ້ເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ. ຕາມຈິງແລ້ວ, ພວກຟາຣີຊາຍບໍ່ຮູ້ຊ້ຳວ່າ ຜູ້ທີ່ຕັ້ງພຣະບັນຍັດເພື່ອໃຫ້ກຽດແກ່ວັນຊະບາໂຕກຳລັງຢືນຢູ່ຕໍ່ໜ້າພວກເຂົາ.
ພຣະຜູ້ຊ່ວຍໃຫ້ລອດໄດ້ໃຊ້ໂອກາດນີ້ເພື່ອເປັນພະຍານເຖິງເອກະລັກອັນສູງສົ່ງຂອງພຣະອົງ ແລະ ເພື່ອສິດສອນ ເຫດຜົນ ວ່າວັນຊະບາໂຕສຳຄັນແນວໃດ. ມັນໄດ້ຖືກສ້າງຂຶ້ນສຳລັບເຮົາ ໃຫ້ເປັນວັນນະມັດສະການພຣະຜູ້ເປັນເຈົ້າຂອງວັນຊະບາໂຕ, ພຣະເຢຊູຄຣິດພຣະອົງເອງ (ເບິ່ງ ມາຣະໂກ 2:27–28). ຄວາມຈິງເຊັ່ນນັ້ນໄດ້ຊ່ວຍໃຫ້ເຮົາເຂົ້າໃຈວ່າ ພຣະບັນຍັດຂອງພຣະເຈົ້າແມ່ນກ່ຽວກັບຫລາຍກວ່າພຽງແຕ່ການປະພຶດພາຍນອກຂອງເຮົາເທົ່ານັ້ນ. ມັນມີເຈດຕະນາທີ່ຈະຊ່ວຍໃຫ້ເຮົາປ່ຽນແປງໃຈຂອງເຮົາ ແລະ ປ່ຽນໃຈເຫລື້ອມໃສຢ່າງເຕັມທີ່ຫລາຍຂຶ້ນ.
ໃຫ້ພິຈາລະນາຢ່າງລະມັດລະວັງກ່ຽວກັບຄຳສອນ ແລະ ຫລັກທຳທີ່ທ່ານຕັດສິນໃຈສຸມໃສ່. ເຖິງແມ່ນຈະມີຄວາມຈິງຢ່າງຫລວງຫລາຍຢູ່ໃນພຣະຄຳພີທີ່ສາມາດສົນທະນາ, ດີທີ່ສຸດແມ່ນໃຫ້ສຸມໃສ່ຄວາມຈິງຂອງພຣະກິດຕິຄຸນທີ່ນຳພາໄປສູ່ການປ່ຽນໃຈເຫລື້ອມໃສ ແລະ ສ້າງສັດທາໃນພຣະເຢຊູຄຣິດ. ຄວາມຈິງທີ່ລຽບງ່າຍ ແລະ ເປັນພື້ນຖານທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນ ແລະ ເປັນຕົວຢ່າງ ມີພະລັງທີ່ຍິ່ງໃຫຍ່ທີ່ສຸດໃນການປ່ຽນແປງຊີວິດຂອງເຮົາ—ເປັນຄວາມຈິງກ່ຽວກັບການຊົດໃຊ້ຂອງພຣະອົງ, ແຜນແຫ່ງຄວາມລອດ, ແລະ ພຣະບັນຍັດທີ່ໃຫ້ຮັກພຣະເຈົ້າ ແລະ ຮັກເພື່ອນບ້ານຂອງເຮົາ, ແລະ ອື່ນໆ. ການເຊື້ອເຊີນໃຫ້ພຣະວິນຍານສະແດງປະຈັກພະຍານເຖິງຄວາມຈິງເຫລົ່ານີ້, ຈະຊ່ວຍໃຫ້ຄວາມຈິງເຂົ້າເຖິງສ່ວນເລິກຂອງໃຈຂອງຜູ້ທີ່ທ່ານສິດສອນ.
ຄຳຖາມເພື່ອໄຕ່ຕອງ: ມີຄວາມຈິງຂອງພຣະກິດຕິຄຸນບາງຢ່າງໃດແດ່ທີ່ຊ່ວຍໃຫ້ທ່ານກາຍເປັນຄົນປ່ຽນໃຈເຫລື້ອມໃສຕໍ່ພຣະເຢຊູຄຣິດ ແລະ ມີສັດທາອັນຍິ່ງໃຫຍ່ກວ່າໃນພຣະອົງ? ຄູສອນໄດ້ຊ່ວຍໃຫ້ທ່ານສຸມໃສ່ຄວາມຈິງທີ່ສຳຄັນທີ່ສຸດຂອງພຣະກິດຕິຄຸນແນວໃດ? ທ່ານສາມາດສິດສອນຫຍັງແດ່ທີ່ຈະຊ່ວຍໃຫ້ຄົນອື່ນປ່ຽນໃຈເຫລື້ອມໃສເລິກເຊິ່ງກວ່າເກົ່າຕໍ່ພຣະເຢຊູຄຣິດ?
ຈາກພຣະຄຳພີ: 2 ນີໄຟ 25:26; 3 ນີໄຟ 11:34–41; ຄຳສອນ ແລະ ພັນທະສັນຍາ 19:31–32; 68:25–28; 133:57; ໂມເຊ 6:57–62
ພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍໃຫ້ຜູ້ຄົນຊອກຫາຄວາມກ່ຽວຂ້ອງສ່ວນຕົວໃນຄຳສອນຂອງພຣະອົງ
“ຄົນນີ້ຕ້ອນຮັບຄົນນອກສິນທຳ, ແລະ ຍັງຮ່ວມກິນນຳພວກເຂົາດ້ວຍ,” ພວກຟາຣີຊາຍໄດ້ເວົ້າຈົ່ມກ່ຽວກັບພຣະເຢຊູ—ໝາຍເຖິງ ການປະພຶດນີ້ແມ່ນບໍ່ເໝາະສົມສຳລັບຄູສອນຝ່າຍວິນຍານ (ລູກາ 15:2). ພຣະເຢຊູໄດ້ເຫັນວ່າມັນເປັນໂອກາດທີ່ຈະສິດສອນພວກເຂົາເຖິງຄວາມຈິງທາງວິນຍານທີ່ເລິກເຊິ່ງບາງຢ່າງ. ພຣະອົງຈະເຮັດສິ່ງນັ້ນໄດ້ແນວໃດ? ພຣະອົງຈະຊ່ວຍໃຫ້ພວກຟາຣີຊາຍເຫັນວ່າ ມັນແມ່ນໃຈຂອງພວກເຂົາ—ບໍ່ແມ່ນຂອງພຣະອົງ—ທີ່ບໍ່ບໍລິສຸດ ແລະ ຕ້ອງການ ການປິ່ນປົວໄດ້ແນວໃດ? ພຣະອົງຈະໃຊ້ຄຳສອນຂອງພຣະອົງເພື່ອສະແດງຕໍ່ພວກເຂົາວ່າ ຄວາມຄິດ ແລະ ການປະພຶດຂອງພວກເຂົາຕ້ອງໄດ້ປ່ຽນແປງແນວໃດ?
ພຣະອົງໄດ້ເຮັດສິ່ງນີ້ໂດຍການກ່າວກັບພວກເຂົາກ່ຽວກັບໂຕແກະທີ່ອອກໄປຈາກຝູງ ແລະ ເງິນທີ່ເສຍ. ພຣະອົງໄດ້ກ່າວກ່ຽວກັບລູກຊາຍທີ່ກະບົດຜູ້ໄດ້ຂໍການໃຫ້ອະໄພ ແລະ ກ່ຽວກັບອ້າຍທີ່ປະຕິເສດບໍ່ຍອມຮັບລາວ ຫລື ກິນເຂົ້າກັບລາວ. ຄຳອຸປະມາແຕ່ລະເລື່ອງເຫລົ່ານີ້ບັນຈຸຄວາມຈິງທີ່ກ່ຽວຂ້ອງກັບວິທີທີ່ພວກຟາຣີຊາຍເບິ່ງຄົນອື່ນ, ສິດສອນພວກເຂົາວ່າຈິດວິນຍານແຕ່ລະດວງມີຄຸນຄ່າຫລາຍຂະໜາດໃດ (ເບິ່ງ ລູກາ 15). ພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ບອກພວກຟາຣີຊາຍ—ຫລື ບອກເຮົາທຸກຄົນ—ວ່າເຮົາເປັນຄືຜູ້ໃດຢູ່ໃນຄຳອຸປະມາຂອງພຣະອົງ. ບາງເທື່ອເຮົາອາດເປັນພໍ່ຜູ້ກັງວົນ. ບາງເທື່ອເຮົາອາດເປັນອ້າຍທີ່ອິດສາ. ສ່ວນຫລາຍແລ້ວເຮົາອາດເປັນແກະທີ່ເສຍ ຫລື ລູກຊາຍທີ່ໂງ່ຈ້າ. ບໍ່ວ່າສະຖານະການຂອງເຮົາຈະເປັນແບບໃດ, ຜ່ານທາງຄຳອຸປະມາຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ເຊື້ອເຊີນໃຫ້ເຮົາຊອກຫາຄວາມກ່ຽວຂ້ອງໃນຄຳສອນຂອງພຣະອົງ—ເພື່ອຄົ້ນພົບສິ່ງທີ່ພຣະອົງຢາກໃຫ້ເຮົາຮຽນຮູ້ ແລະ ສິ່ງທີ່ເຮົາຕ້ອງປ່ຽນແປງໃນຄວາມຄິດ ແລະ ການປະພຶດຂອງເຮົາເອງ.
ທ່ານອາດສັງເກດເຫັນຜູ້ຮຽນບາງຄົນເບິ່ງຄືວ່າຄວາມຈິງບາງຢ່າງບໍ່ສຳຄັນຕໍ່ເຂົາເຈົ້າເລີຍ. ຂະນະທີ່ທ່ານພິຈາລະນາຄວາມຕ້ອງການຂອງຜູ້ທີ່ທ່ານສິດສອນ, ໃຫ້ຄິດກ່ຽວກັບວິທີທີ່ຄວາມຈິງໃນພຣະຄຳພີສາມາດມີຄວາມໝາຍ ແລະ ເປັນປະໂຫຍດໃນສະຖານະການຂອງເຂົາເຈົ້າແນວໃດ. ວິທີໜຶ່ງທີ່ທ່ານສາມາດຊ່ວຍໃຫ້ຜູ້ຮຽນເຫັນຄວາມກ່ຽວຂ້ອງກັບຄວາມຈິງທີ່ເຂົາເຈົ້າກຳລັງຄົ້ນພົບ ແມ່ນໂດຍການຖາມຄຳຖາມເຊັ່ນ “ສິ່ງນີ້ສາມາດຊ່ວຍພວກເຈົ້າກັບບາງສິ່ງທີ່ພວກເຈົ້າກຳລັງປະເຊີນຢູ່ໃນເວລານີ້ແນວໃດ?” “ເປັນຫຍັງມັນຈຶ່ງສຳຄັນສຳລັບພວກເຈົ້າທີ່ຈະຮູ້ສິ່ງນີ້?” “ສິ່ງນີ້ສາມາດສ້າງຄວາມແຕກຕ່າງແນວໃດແດ່ໃນຊີວິດຂອງພວກເຈົ້າ?” ຮັບຟັງຜູ້ທີ່ທ່ານສິດສອນ. ໃຫ້ໂອກາດເຂົາເຈົ້າຖາມຄຳຖາມ. ຊຸກຍູ້ໃຫ້ເຂົາເຈົ້າເຊື່ອມຕໍ່ລະຫວ່າງຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດກັບຊີວິດຂອງເຂົາເຈົ້າເອງ. ທ່ານກໍຍັງສາມາດແບ່ງປັນວິທີທີ່ທ່ານໄດ້ພົບຄວາມກ່ຽວຂ້ອງກັບຊີວິດຂອງທ່ານໃນສິ່ງທີ່ທ່ານກຳລັງສິດສອນນຳອີກ. ການເຮັດສິ່ງນີ້ສາມາດເຊື້ອເຊີນໃຫ້ພຣະວິນຍານສິດສອນຜູ້ຮຽນເປັນສ່ວນບຸກຄົນ ເຖິງວິທີທີ່ຄຳສອນສາມາດສ້າງຄວາມແຕກຕ່າງໃນຊີວິດຂອງເຂົາເຈົ້າ.
ຄຳຖາມເພື່ອໄຕ່ຕອງ: ແມ່ນຫຍັງທີ່ເຮັດໃຫ້ຄວາມຈິງຂອງພຣະກິດຕິຄຸນມີຄວາມໝາຍ ແລະ ເປັນປະໂຫຍດຕໍ່ທ່ານ? ແມ່ນຫຍັງທີ່ຊ່ວຍໃຫ້ທ່ານພົບເຫັນຄວາມກ່ຽວຂ້ອງສ່ວນຕົວ ຂະນະທີ່ທ່ານສຶກສາພຣະກິດຕິຄຸນ? ທ່ານຈະເຮັດຫຍັງເພື່ອສຸມໃສ່ຄວາມຈິງທີ່ກ່ຽວຂ້ອງກັບຜູ້ທີ່ທ່ານສິດສອນ?
ຈາກພຣະຄຳພີ: 1 ນີໄຟ 19:23; 2 ນີໄຟ 32:3; ຄຳສອນ ແລະ ພັນທະສັນຍາ 43:7–9