ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ
ພາບ​ລວມ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ


“ພາບ​ລວມ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (2022)

ພາບ​ລວມ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ

ຕາ​ຕະ​ລາງ​ດັ່ງ​ຕໍ່​ໄປ​ນີ້​ໃຫ້​ພາບ​ລວມ​ກ່ຽວ​ກັບ​ຫລັກ​ທຳ​ທີ່​ສິດ​ສອນ​ຢູ່​ໃນ​ແຫລ່ງ​ຊ່ວຍ​ນີ້.

ສຸມ​ໃສ່​ພຣະ​ເຢ​ຊູ​ຄຣິດ

ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ບໍ່​ວ່າ​ທ່ານ​ກຳ​ລັງ​ສິດ​ສອນ​ຫຍັງ

  • ເນັ້ນ​ໜັກ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ສິດ​ສອນ​ກ່ຽວ​ກັບ​ຕຳ​ແໜ່ງ, ບົດ​ບາດ, ແລະ ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ຊອກ​ຫາ​ສັນ​ຍາ​ລັກ​ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ຊ່ວຍ​ໃຫ້​ຜູ້​ຮຽນ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ

  • ຊ່ວຍ​ໃຫ້​ຜູ້​ຮຽນ​ຮັບ​ຮູ້​ຄວາມ​ຮັກ, ອຳ​ນາດ, ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

  • ຊ່ວຍ​ໃຫ້​ຜູ້​ຮຽນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ພັນ​ຂອງ​ເຂົາ​ເຈົ້າ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

  • ຊ່ວຍ​ໃຫ້​ຜູ້​ຮຽນ​ຕັ້ງ​ໃຈ​ພະ​ຍາ​ຍາມ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ.

ຫລັກ​ທຳ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ

ຮັກ​ຜູ້​ທີ່​ທ່ານ​ສິດ​ສອນ

  • ເຫັນ​ຜູ້​ຮຽນ​ແບບ​ທີ່​ພຣະ​ເຈົ້າ​ເຫັນ​ເຂົາ​ເຈົ້າ.

  • ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ເຂົາ​ເຈົ້າ—ເຂົ້າ​ໃຈ​ສະ​ຖາ​ນະ​ການ, ຄວາມ​ຕ້ອງ​ການ, ແລະ ຄວາມ​ເຂັ້ມ​ແຂງ​ຂອງ​ເຂົາ​ເຈົ້າ.

  • ອະ​ທິ​ຖານ​ເພື່ອ​ເຂົາ​ເຈົ້າ​ໂດຍ​ກ່າວ​ຊື່.

  • ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ປອດ​ໄພ ບ່ອນ​ທີ່​ທຸກ​ຄົນ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຮູ້​ວ່າ​ການ​ມີ​ສ່ວນ​ຮ່ວມ​ຂອງ​ເຂົາ​ເຈົ້າ​ນັ້ນ​ມີ​ຄຸນ​ຄ່າ.

  • ຊອກ​ຫາ​ວິ​ທີ​ທີ່​ເໝາະ​ສົມ​ໃນ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ທ່ານ.

ສິດ​ສອນ​ໂດຍ​ພຣະ​ວິນ​ຍານ

  • ກະ​ກຽມ​ຕົວ​ເອງ​ທາງ​ວິນ​ຍານ.

  • ພ້ອມ​ສະ​ເໝີ​ທີ່​ຈະ​ຕອບ​ຮັບ​ການ​ກະ​ຕຸ້ນ​ທາງ​ວິນ​ຍານ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຮຽນ.

  • ສ້າງ​ສະ​ພາບ​ແວດ​ລ້ອມ ແລະ ໂອ​ກາດ​ສຳ​ລັບ​ຜູ້​ຮຽນ​ເພື່ອ​ຮັບ​ການ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

  • ຊ່ວຍ​ໃຫ້​ຜູ້​ຮຽນ​ສະ​ແຫວງ​ຫາ, ຮັບ​ຮູ້, ແລະ ກະ​ທຳ​ຕາມ​ການ​ເປີດ​ເຜີຍ​ສ່ວນ​ຕົວ.

  • ສະ​ແດງ​ປະ​ຈັກ​ພະ​ຍານ​ເລື້ອຍໆ, ແລະ ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ແບ່ງ​ປັນ​ຄວາມ​ຮູ້​ສຶກ, ປະ​ສົບ​ການ, ແລະ ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ.

ສິດ​ສອນ​ຄໍາ​ສອນ

  • ຮຽນ​ຮູ້​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເພື່ອ​ຕົວ​ທ່ານ​ເອງ.

  • ສິດ​ສອນ​ຈາກ​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ.

  • ຊ່ວຍ​ໃຫ້​ຜູ້​ຮຽນ​ສະ​ແຫວງ​ຫາ, ຮັບ​ຮູ້, ແລະ ເຂົ້າ​ໃຈ​ຄວາມ​ຈິງ​ຢູ່​ໃນ​ພຣະ​ຄຳ​ພີ.

  • ສຸມ​ໃສ່​ຄວາມ​ຈິງ​ທີ່​ນຳ​ໄປ​ສູ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ.

  • ຊ່ວຍ​ໃຫ້​ຜູ້​ຮຽນ​ພົບ​ເຫັນ​ຄວາມ​ກ່ຽວ​ຂ້ອງ​ສ່ວນ​ຕົວ​ໃນ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເຊື້ອ​ເຊີນ​ການ​ຮຽນ​ຮູ້​ທີ່​ພາກ​ພຽນ

  • ຊ່ວຍ​ໃຫ້​ຜູ້​ຮຽນ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຂົາ​ເຈົ້າ.

  • ຊຸກ​ຍູ້​ໃຫ້​ຜູ້​ຮຽນ​ມາ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໂດຍ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ທຸກ​ວັນ.

  • ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ກະ​ກຽມ​ທີ່​ຈະ​ຮຽນ​ຮູ້.

  • ຊຸກ​ຍູ້​ໃຫ້​ຜູ້​ຮຽນ​ແບ່ງ​ປັນ​ຄວາມ​ຈິງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້.

  • ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້.

ຮູບ​ພາບ
ຕາ​ຕະ​ລາງ​ພາບ​ລວມ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ

ພິມ