ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ
ເຊື້ອ​ເຊີນ​ການ​ຮຽນ​ຮູ້​ທີ່​ພາກ​ພຽນ


“ເຊື້ອ​ເຊີນ​ການ​ຮຽນ​ຮູ້​ທີ່​ພາກ​ພຽນ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ຢູ່​ໃນ​ບ້ານ ແລະ ໃນ​ສາດ​ສະ​ໜາ​ຈັກ (2022)

“ເຊື້ອ​ເຊີນ​ການ​ຮຽນ​ຮູ້​ທີ່​ພາກ​ພຽນ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ດຶງ​ເປ​ໂຕ​ຂຶ້ນ​ຈາກ​ນ້ຳ​ພະ​ຍຸ

Finisher of Faith [ຜູ້​ຊົງ​ເຮັດ​ໃຫ້​ສັດ​ທາ​ເຖິງ​ທີ່​ສຳ​ເລັດ], ໂດຍ ເຈ ອາ​ລານ ແບ​ແຣັດ

ເຊື້ອ​ເຊີນ​ການ​ຮຽນ​ຮູ້​ທີ່​ພາກ​ພຽນ

ມັນ​ຄົງ​ເປັນ​ສິ່ງ​ທີ່​ໜ້າ​ພິ​ສະ​ຫວົງ​ອັດ​ສະ​ຈັນ​ໃຈ​ທີ່​ໄດ້​ເບິ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ. ແຕ່ນັ້ນ​ຍັງ​ບໍ່​ພໍ​ສຳ​ລັບ​ເປ​ໂຕ. ເພິ່ນ​ຢາກ​ເຮັດ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ, ຢາກ​ຢູ່​ບ່ອນ​ທີ່​ພຣະ​ອົງ​ຢູ່, ແລະ ຢາກ​ມີ​ປະ​ສົບ​ການ​ດຽວ​ກັນ​ນັ້ນ​ດ້ວຍ​ຕົວ​ເພິ່ນ​ເອງ. “​ໂຜດ​ສັ່ງ​ໃຫ້​ຂ້າ​ນ້ອຍ​ຍ່າງ​ເທິງ​ໜ້າ​ນ້ຳ​ໄປ​ຫາ​ທ່ານ​ແດ່​ທ້ອນ,” ເພິ່ນ​ເວົ້າ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຕອບ​ດ້ວຍ​ຄຳ​ເຊື້ອ​ເຊີນ​ທີ່​ລຽບ​ງ່າຍ​ວ່າ: “ມາ​ແມ.” ດ້ວຍ​ຄຳ​ນັ້ນ, ເປ​ໂຕ​ຈຶ່ງ​ກະ​ໂດດ​ອອກ​ຈາກ​ເຮືອ​ທີ່​ປອດ​ໄພ ແລະ ໄດ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ ການ​ເປັນ​ສາ​ນຸ​ສິດ​ບໍ່​ໄດ້​ເປັນ​ປະ​ສົບ​ການ​ທີ່​ນັ່ງ​ເບິ່ງ​ຊື່ໆ (ເບິ່ງ ມັດ​ທາຍ 14:24–33). ມັນ​ຮຽກ​ຮ້ອງ​ສັດ​ທາ​ໃນ​ພຣະ​ຄຣິດ ແລະ ຄວາມ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ. ແຕ່​ມັນ​ກໍ​ຍັງ​ນຳ​ລາງ​ວັນ​ຢ່າງ​ຫລວງ​ຫລາຍ​ທີ່​ໄດ້​ເດີນ​ໄປ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມາ​ໃຫ້​ນຳ​ອີກ.

“ມາ​ແມ.” “ເຊີນ​ມາ ແລະ ເບິ່ງ​ເອົາ.” “ຈົ່ງ​ຕາມ​ເຮົາ​ມາ.” “ທ່ານ​ຈົ່ງ​ໄປ​ເຮັດ​ຢ່າງ​ນັ້ນ​ເໝືອນ​ກັນ” (ມັດ​ທາຍ 14:29; ໂຢ​ຮັນ 1:39; ລູ​ກາ 18:22; 10:37). ຈາກ​ຕອນ​ຕົ້ນ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຊື້ອ​ເຊີນ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ໃຫ້​ມີ​ປະ​ສົບ​ການ​ກັບ​ຄວາມ​ຈິງ, ພະ​ລັງ, ແລະ ຄວາມ​ຮັກ​ທີ່​ພຣະ​ອົງ​ໄດ້​ສະ​ເໜີ​ມອບ​ໃຫ້​ດ້ວຍ​ຕົວ​ເອງ. ພຣະ​ອົງ​ໄດ້​ກະ​ທຳ​ສິ່ງນີ້​ຍ້ອນ​ວ່າ​ການ​ຮຽນ​ຮູ້​ເປັນ​ແບບ​ນີ້​ແທ້ໆ. ມັນ​ບໍ່​ແມ່ນ​ພຽງ​ແຕ່​ເປັນ​ການ​ຟັງ ຫລື ​ການ​ອ່ານ​ເທົ່າ​ນັ້ນ; ມັນ​ແມ່ນ​ການ​ປ່ຽນ​ແປງ, ການ​ກັບ​ໃຈ, ແລະ ຄວາມ​ກ້າວ​ໜ້າ​ນຳ​ອີກ. ໃນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ການ​ຮຽນ​ຮູ້​ມີ​ມາ “ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ ນຳ​ອີກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:118; ເນັ້ນ​ຄຳ​ເນີ້ງ). ແລະ ສັດ​ທາ​ແມ່ນ​ລວມ​ທັງ​ການ​ກະ​ທຳ​ເພື່ອ​ຕົວ​ເຮົາ​ເອງ, ບໍ່​ແມ່ນ​ພຽງ​ແຕ່​ໃຫ້​ຖືກ​ກະ​ທຳ​ຕໍ່​ເທົ່າ​ນັ້ນ (ເບິ່ງ 2 ນີ​ໄຟ 2:26).

ເມື່ອ​ເຮົາ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ໄດ້​ເຊື້ອ​ເຊີນ​ໃຫ້​ຜູ້​ທີ່​ເຮົາ​ສິດ​ສອນ​ໝັ່ນ​ຂໍ, ໝັ່ນ​ຊອກ​ຫາ, ແລະ ​ໝັ່ນ​ເຄາະ—ແລະ ແລ້ວ​ຈະ​ພົບ (ເບິ່ງ ມັດ​ທາຍ 7:7–8). ແລະ ເຮົາ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ນັ້ນ​ດ້ວຍ​ຕົວ​ເອງ. ພ້ອມ​ກັນ, ຜ່ານ​ທາງ​ສັດ​ທາ​ຂອງ​ເຮົາ​ເອງ​ໃນ​ພຣະ​ຄຣິດ ແລະ ຄວາມ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ, ເຮົາ​ຈະ​ມາ​ຮູ້​ຈັກ​ດ້ວຍ​ຕົວ​ເອງວ່າ ການ​ເດີນ​ໄປ​ກັບ​ພຣະ​ອົງ​ໝາຍ​ຄວາມ​ວ່າ​ແນວ​ໃດ.

ເພື່ອ​ເຊື້ອ​ເຊີນ​ການ​ຮຽນ​ຮູ້​ທີ່​ພາກ​ພຽນ

  • ຊ່ວຍ​ໃຫ້​ຜູ້​ຮຽນ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຂົາ​ເຈົ້າ.

  • ຊຸກ​ຍູ້​ໃຫ້​ຜູ້​ຮຽນ​ມາ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໂດຍ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ທຸກ​ວັນ.

  • ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ກະ​ກຽມ​ທີ່​ຈະ​ຮຽນ​ຮູ້.

  • ຊຸກ​ຍູ້​ໃຫ້​ຜູ້​ຮຽນ​ແບ່ງ​ປັນ​ຄວາມ​ຈິງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້.

  • ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊ່ວຍ​ໃຫ້​ຄົນ​ອື່ນ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສິ່ງ​ທີ່​ພວກ​ເຂົາ​ຮຽນ​ຮູ້

ການ​ສ້າງ​ເຮືອ​ໃຫຍ່​ເພື່ອ​ຂ້າມ​ທະ​ເລ​ຢ່າງ​ປອດ​ໄພ​ຈະ​ຕ້ອງ​ເປັນ​ວຽກ​ງານ​ທີ່​ຍາກ​ລຳ​ບາກ​ສຳ​ລັບ​ທຸກ​ຄົນ. ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໄດ້​ຖືກ “ຊີ້​ນຳ​ຕະ​ຫລອດ​ເວ​ລາ ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ອີ​ເທີ 2:6), ໄດ້​ຮັບ​ຄຳ​ແນະ​ນຳ​ກ່ຽວ​ກັບ​ຮູບ​ຮ່າງ​ຂອງ​ເຮືອ ແລະ ວິ​ທີ​ທີ່​ເຮືອ​ຈະ​ລະ​ບາຍ​ອາ​ກາດ. ແຕ່​ທ່ານ​ສັງ​ເກດ​ເຫັນ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ ເມື່ອ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ທູນ​ຂໍ​ໃຫ້​ພຣະ​ອົງ​ຈັດ​ຫາ​ແສງ​ສະ​ຫວ່າງ​ໃນ​ເຮືອ? (ເບິ່ງ ອີ​ເທີ 2:22–25). ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໄດ້​ຮັບ​ພອນ​ແນວ​ໃດ​ໂດຍ​ຄຳ​ເຊື້ອ​ເຊີນ​ໃຫ້​ໃຊ້​ສັດ​ທາ​ຂອງ​ລາວ​ໃນ​ທາງ​ນີ້? (ເບິ່ງ ອີ​ເທີ 3:1–16).

ມັນ​ອາດ​ເບິ່ງ​ຄື​ວ່າ​ເປັນ​ສິ່ງ​ທີ່​ງ່າຍ​ກວ່າ​ຖ້າ​ພຽງ​ແຕ່​ບອກ​ຜູ້​ຮຽນ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ຄວນ​ຮູ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ແນະ​ນຳ​ວ່າ: “ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ບໍ່​ຄວນ​ເປັນ​ວ່າ ‘ເຮົາ​ຈະ​ບອກ​ຫຍັງ​ກັບ​ເຂົາ​ເຈົ້າ?’ ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ, ຄຳ​ຖາມ​ທີ່​ຖາມ​ຕົວ​ເອງ​ແມ່ນ ‘ເຮົາ​ຈະ​ເຊື້ອ​ເຊີນ​ໃຫ້​ເຂົາ​ເຈົ້າ​ເຮັດ​ຫຍັງ? ຄຳ​ຖາມ​ທີ່​ດົນ​ໃຈ​ອັນ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຖາມ, ຖ້າ​ຫາກ​ເຂົາ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ຕອບ, ຈະ​ເລີ່ມ​ເຊື້ອ​ເຊີນ​ໃຫ້​ພຣະ​ວິນ​ຍານ​ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ? (evening with a General Authority, Feb. 7, 2020, broadcasts.ChurchofJesusChrist.org).

ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຂົາ​ເຈົ້າ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ເຂົາ​ເຈົ້າ​ຖາມ​ຄຳ​ຖາມ​ຂອງ​ຕົວ​ເອງ, ຊອກ​ຫາ​ຄຳ​ຕອບ, ໄຕ່​ຕອງ, ແລະ ແບ່ງ​ປັນ ຫລື ບັນ​ທຶກ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ. ເມື່ອ​ເຂົາ​ເຈົ້າ​ເຮັດ, ເຂົາ​ເຈົ້າ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ, ຄົ້ນ​ພົບ​ຄວາມ​ຈິງ​ໃນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ມີ​ປະ​ສົບ​ການ​ດ້ວຍ​ຕົວ​ເອງ​ກັບ​ຄວາມ​ຈິງ​ເຫລົ່າ​ນີ້. ເມື່ອ​ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຮົາ​ເອງ, ເຮົາ​ສາ​ມາດ​ເວົ້າ, ດັ່ງ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ເວົ້າ​ວ່າ “ລູກ​ໄດ້​ຮຽນ​ຮູ້​ດ້ວຍ​ຕົວ​ເອງ” (ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:20).

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ຜູ້​ຮຽນ​ທີ່​ຈະ​ຫ້າວ​ຫັນ ແທນ​ທີ່​ຈະ​ບໍ່​ເຮັດ​ຫຍັງ​ເລີຍ​ໃນ​ການ​ຮຽນ​ຮູ້​ຂອງ​ເຂົາ​ເຈົ້າ? ທ່ານ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ? ຄູ​ສອນ​ໄດ້​ຊ່ວຍ​ທ່ານ​ເຮັດ​ສິ່ງ​ນີ້​ແນວ​ໃດ? ຕົວ​ຢ່າງ​ໃດ​ແດ່​ຈາກ​ພຣະ​ຄຳ​ພີ​ທີ່​ທ່ານ​ຄິດ​ອອກ ທີ່​ຜູ້​ຄົນ​ຖືກ​ເຊື້ອ​ເຊີນ​ໃຫ້​ຮຽນ​ຮູ້​ເພື່ອ​ຕົວ​ເອງ? ຕົວ​ຢ່າງ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ສິດ​ສອນ​ແນວ​ໃດ?

ຈາກ​ພຣະ​ຄຳ​ພີ: 1 ນີ​ໄຟ 11; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 9:7–8; 58:26–28; 88:118–125; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:11–20

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊຸກ​ຍູ້​ໃຫ້​ຄົນ​ອື່ນ​ມາ​ຮູ້​ຈັກ​ພຣະ​ອົງ ໂດຍ​ການ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ອົງ

ເມື່ອ​ເຖິງ​ເວ​ລາ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ເປັນ​ທາງ​ການ​ໃນ​ຍຸກ​ສຸດ​ທ້າຍ, ພຣະ​ອົງ​ໄດ້​ບອກ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ວ່າ​ໃຫ້, “ໄວ້​ວາງ​ໃຈ​ເລື່ອງ​ທີ່​ຖືກ​ຂຽນ​ໄວ້” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:3). ແນ່ນອນ, ພຣະ​ຄຳ​ພີ​ມໍ​ມອນ, ຊຶ່ງ​ພວກ​ເພິ່ນ​ໄດ້​ແປ​ໃກ້​ຈະ​ສຳ​ເລັດ, ບັນ​ຈຸ​ຄຳ​ແນະ​ນຳ​ທີ່​ເປັນ​ປະ​ໂຫຍດ​ສຳ​ລັບ​ວຽກ​ງານນີ້, ລວມ​ທັງ​ວິ​ທີ​ການ​ບັບ​ຕິ​ສະ​ມາ, ວິ​ທີ​ປະ​ຕິ​ບັດ​ສິນ​ລະ​ລຶກ, ແລະ ລາຍ​ລະ​ອຽດ​ທີ່​ມີ​ຄ່າ​ອື່ນໆ ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ຢາກ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເຫັນ​ການ​ເປີດ​ເຜີຍ​ຂອງ​ພຣະ​ອົງ ວ່າ​ເປັນ​ໂອ​ກາດ​ທີ່​ຈະ​ໄດ້​ຍິນ​ພຣະ​ອົງ ແລະ ມາ​ຮູ້​ຈັກ​ພຣະ​ອົງ​ຢ່າງ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ. ໃນ​ການ​ເປີດ​ເຜີຍ​ດຽວ​ກັນ​ນັ້ນ, ພຣະ​ອົງ​ໄດ້​ບອກ​ພວກ​ເພິ່ນ​ວ່າ, “ແມ່ນ​ສຽງ​ຂອງ​ເຮົາ ຊຶ່ງ​ກ່າວ [ຄຳ​ເຫລົ່າ​ນີ້] ກັບ​ພວກ​ເຈົ້າ; … ດັ່ງ​ນັ້ນ, ພວກ​ເຈົ້າ​ສາ​ມາດ​ເປັນ​ພະ​ຍານ​ໄດ້​ວ່າ ພວກ​ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ເຮົາ, ແລະ ຮູ້​ຖ້ອຍ​ຄຳ​ຂອງ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:35–36).

ໃຫ້​ຄິດ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ. ເຂົາ​ເຈົ້າ​ເຫັນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ວ່າ​ເປັນ​ຢ່າງ​ໃດ? ສຳ​ລັບ​ເລື່ອງ​ນັ້ນ, ທ່ານ​ເຫັນ​ມັນ​ວ່າ​ເປັນ​ຢ່າງ​ໃດ? ມັນ​ເປັນ​ຫລາຍ​ກວ່າ​ພັນ​ທະ​ປະ​ຈຳ​ວັນ​ບໍ? ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ, ທ່ານ​ຮູ້​ສຶກ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ກ່າວ​ໂດຍ​ກົງ​ກັບ​ທ່ານ​ບໍ? ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ເຮົາ ສາ​ມາດ ໄປ​ຊອກ​ຮັບ​ຟັງ​ພຣະ​ອົງ​ໄດ້​ຢູ່​ບ່ອນ​ໃດ? ເຮົາ​ສາ​ມາດ​ໄປ​ຫາ​ພຣະ​ຄຳ​ພີ. … ການ​ເຂົ້າ​ຫາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທຸກ​ວັນ ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ຢູ່​ລອດ​ທາງ​ຈິດ​ວິນ​ຍານ, ໂດຍ​ສະ​ເພາະ​ໃນ​ວັນ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ຫລາຍ​ຂຶ້ນ​ເລື້ອຍໆ​ເຫລົ່າ​ນີ້. ເມື່ອ​ເຮົາ​ຊື່ນ​ຊົມ​ຢູ່​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ທຸກ​ວັນ, ແລ້ວ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ​ເຮົາ​ໃຫ້​ຮູ້​ວິ​ທີ​ຕອບ​ຮັບ​ຄວາມ​ຫຍຸ້ງ​ຍາກ ທີ່​ເຮົາ​ບໍ່​ເຄີຍ​ຄິດ​ວ່າ ມັນ​ຈະ​ເກີດ​ກັບ​ເຮົາ” (“Hear Him,” Liahona, May 2020, 89). ຂະ​ນະ​ທີ່​ທ່ານ​ສິດ​ສອນ, ໃຫ້​ຊຸກ​ຍູ້​ຜູ້​ຮຽນ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ​ດ້ວຍ​ຈຸດ​ປະ​ສົງ​ຂອງ​ການ​ຊອກ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ບໍ່​ພຽງ​ແຕ່​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ ຫລື ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ອົງ​ເທົ່າ​ນັ້ນ ແຕ່​ໃຫ້​ຊອກ​ຫາ ພຣະ​ອົງ. ການ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທຸກໆ​ວັນ​ໃນ​ພຣະ​ຄຳ​ພີ ເປັນ​ຮາກ​ຖານ​ຂອງ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ໄປ​ຕະ​ຫລອດ​ຊີ​ວິດ​ຢ່າງ​ພາກ​ພຽນ ແລະ ເປັນ​ອິດ​ສະ​ລະ.

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ໃຫ້​ພິ​ຈາ​ລະ​ນາ​ນິ​ໄສ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ທ່ານ​ເອງ. ການ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ອົງ​ແນວ​ໃດ? ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ຂອງ​ທ່ານ? ທ່ານ​ຈະ​ດົນ​ໃຈ​ຄົນ​ອື່ນ​ໃຫ້​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢ່າງ​ພາກ​ພຽນ ແລະ ເປັນ​ປະ​ຈຳ​ໄດ້​ແນວ​ໃດ? ພອນ​ຢ່າງ​ໃດ​ແດ່​ທີ່​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເຮັດ?

ຈາກ​ພຣະ​ຄຳ​ພີ: ໂຢ​ຊວຍ 1:8; 2 ຕີ​ໂມ​ທຽວ 3:15–17; 2 ນີ​ໄຟ 32:3; ຢາ​ໂຄບ 2:8; 4:6; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 33:16

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຊື້ອ​ເຊີນ​ໃຫ້​ຄົນ​ອື່ນ​ກະ​ກຽມ​ທີ່​ຈະ​ຮຽນ​ຮູ້

ເຖິງ​ແມ່ນ​ວ່າ​ເປັນ​ເມັດ​ພືດ​ດີ ແຕ່​ກໍ​ບໍ່​ສາ​ມາດ​ເຕີບ​ໂຕ​ໃນ​ບ່ອນ​ດິນ​ແຂງ, ດິນ​ທີ່​ມີ​ຫີນ, ຫລື ດິນ​ທີ່​ມີ​ໜາມ​ໄດ້. ຄ້າຍ​ຄື​ກັນ​ນີ້, ເຖິງ​ແມ່ນ​ວ່າ​ເປັນ​ຄຳ​ສອນ​ທີ່​ປະ​ເສີດ​ລ້ຳ ແລະ ສົ່ງ​ເສີມ​ສັດ​ທາ ແຕ່​ຈະ​ບໍ່​ສາ​ມາດ​ປ່ຽນ​ໃຈ​ທີ່​ບໍ່​ໄດ້​ກະ​ກຽມ​ທີ່​ຈະ​ຮັບ​ເອົາ​ມັນ. ນັ້ນ​ຄື​ຂ່າວ​ສານ​ໃນ​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່ຽວ​ກັບ​ຜູ້​ຫວ່ານ, ເມັດ​ພືດ, ແລະ ດິນ​ໃນ​ສະ​ພາບ​ທີ່​ຫລາກ​ຫລາຍ. ໃນ​ບ່ອນ “ດິນ​ດີ” ນີ້​ແຫລະ—ທີ່​ຫົວ​ໃຈ​ຖືກ​ເຮັດ​ໃຫ້​ອ່ອນ​ລົງ ແລະ ຫີນ ແລະ ໜາມ​ຖືກ​ກຳ​ຈັດ—ເພື່ອ​ວ່າ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ເຕີບ​ໂຕ-ອອກ​ຜົນ (ເບິ່ງ ມັດ​ທາຍ 13:1–9, 18–23).

ການ​ກະ​ກຽມ​ທາງ​ວິນ​ຍານ​ແມ່ນ​ສຳ​ຄັນ—ສຳ​ລັບ​ທ່ານ ແລະ ສຳ​ລັບ​ຜູ້​ທີ່​ທ່ານ​ສິດ​ສອນ. ສະ​ນັ້ນ​ເຮົາ​ຈະ​ຊ່ວຍ​ກະ​ກຽມ​ຫົວ​ໃຈ​ຂອງ​ເຮົາ​ໄດ້​ແນວ​ໃດ ເພື່ອ​ວ່າ​ມັນ​ຈະ​ເປັນ “ດິນ​ດີ” ສຳ​ລັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ? ໃຫ້​ພິ​ຈາ​ລະ​ນາ​ຫລັກ​ທຳ​ຂອງ​ການ​ກະ​ກຽມ​ດັ່ງ​ຕໍ່​ໄປ​ນີ້, ຊຶ່ງ​ທ່ານ​ສາ​ມາດ​ນຳ​ໃຊ້​ໃນ​ຊີ​ວິດ​ຂອງ​ທ່ານ ແລະ ຊຸກ​ຍູ້​ໃນ​ຊີ​ວິດ​ຂອງ​ຄົນ​ທີ່​ທ່ານ​ສິດ​ສອນ. ຈົ່ງ​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້. ດຳ​ລົງ​ຊີ​ວິດ​ໃນ​ວິ​ທີ​ທີ່​ຈະ​ເຊື້ອ​ເຊີນ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ທ່ານ. ກັບ​ໃຈ​ທຸກ​ວັນ. ບຳ​ລຸງ​ລ້ຽງ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ທີ່​ຈະ​ຮຽນ​ຮູ້ ໂດຍ​ການ​ທູນ​ຖາມ​ຢ່າງ​ຈິງ​ໃຈ. ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ດ້ວຍ​ສັດ​ທາ ວ່າ​ພຣະ​ອົງ​ຈະ​ນຳ​ພາ​ທ່ານ​ໄປ​ຫາ​ຄຳ​ຕອບ. ເປີດ​ໃຈ​ຂອງ​ທ່ານ​ກັບ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ອົງ​ຈະ​ສິດ​ສອນ​ທ່ານ.

ຂະ​ນະ​ທີ່​ຜູ້​ຮຽນ​ກະ​ກຽມ​ທີ່​ຈະ​ຮຽນ​ຮູ້​ໃນ​ວິ​ທີ​ນີ້, ເຂົາ​ເຈົ້າ​ຈະ​ມີ​ຕາ​ທາງ​ວິນ​ຍານ​ເພື່ອ​ມອງ​ເຫັນ ແລະ ມີ​ຫູ​ເພື່ອ​ໄດ້​ຍິນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ເຂົາ​ເຈົ້າ​ຮູ້ (ເບິ່ງ ມັດ​ທາຍ 13:16).

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ທ່ານ​ເຮັດ​ຫຍັງ​ແດ່​ເພື່ອ​ກະ​ກຽມ​ຕົວ​ເອງ​ທີ່​ຈະ​ຮຽນ​ຮູ້? ການ​ກະ​ກຽມ​ຂອງ​ທ່ານ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ມອງ​ເຫັນ, ໄດ້​ຍິນ, ແລະ ເຂົ້າ​ໃຈ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແນວ​ໃດ? ທ່ານ​ຈະ​ສາ​ມາດ​ດົນ​ໃຈ​ຄົນ​ອື່ນ​ໃຫ້​ກະ​ກຽມ​ທີ່​ຈະ​ຮຽນ​ຮູ້​ໄດ້​ແນວ​ໃດ? ມັນ​ຈະ​ແຕກ​ຕ່າງ​ແນວ​ໃດ​ໃນ​ວິ​ທີ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ?

ຈາກ​ພຣະ​ຄຳ​ພີ: ເອ​ໂນດ 1:1–8; ແອວ​ມາ 16:16–17; 32:6, 27–43; 3 ນີ​ໄຟ 17:3

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ຢູ່​ໃນ​ຫ້ອງ​ຮຽນ

ຜູ້​ຮຽນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ໂອ​ກາດ​ໃນ​ການ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້​ກັບ​ຄົນ​ອື່ນ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊຸກ​ຍູ້​ໃຫ້​ຄົນ​ອື່ນ​ແບ່ງ​ປັນ​ຄວາມ​ຈິງ​ທີ່​ພວກ​ເຂົາ​ກຳ​ລັງ​ຮຽນ​ຮູ້

“ຂ້າ​ພຣະ​ອົງ​ເວົ້າ​ຜ່ຳ,” ເອ​ນົກ​ຄ່ຳ​ຄວນ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ໃຫ້​ເພິ່ນ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ. ແຕ່​ຄວາມ​ໂວ​ຫານ​ບໍ່​ເຄີຍ​ເປັນ​ຂໍ້​ຮຽກ​ຮ້ອງ​ສຳ​ລັບ​ການ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ກົງ​ກັນ​ຂ້າມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ກັບ​ເອ​ນົກ​ວ່າ ຖ້າ​ຫາກ​ເພິ່ນ​ມີ​ສັດ​ທາ​ພຽງ​ພໍ​ທີ່​ຈະ​ເປີດ​ປາກ​ຂອງ​ເພິ່ນ, ແລ້ວ​ຄຳ​ເວົ້າ​ຈະ​ອອກ​ມາ​ເອງ. “ເຮົາ​ຈະ​ໃຫ້​ເຈົ້າ​ເອີ່ຍ​ປາກ,” ພຣະ​ອົງ​ໄດ້​ກ່າວ (ໂມ​ເຊ 6:31–32). ເອ​ນົກ​ໄດ້​ໃຊ້​ສັດ​ທາ​ຂອງ​ເພິ່ນ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຜ່ານ​ທາງ​ເພິ່ນ​ແທ້ໆ, ດ້ວຍ​ຖ້ອຍ​ຄຳ​ທີ່​ມີ​ພະ​ລັງ ຈົນ​ວ່າ​ຜູ້​ຄົນ​ຕົວ​ສັ່ນ (ເບິ່ງ ໂມ​ເຊ 6:47). ຕາມ​ຈິງ​ແລ້ວ, ມັນ​ໄດ້​ເຮັດ​ໃຫ້​ແຜ່ນ​ດິນ​ໂລກ​ສັ່ນ​ສະ​ເທືອນ. ພູ​ເຂົາ​ໄດ້​ຫລົບ​ໜີ, ແມ່​ນ້ຳ​ໄດ້​ຫັນ​ໜີ​ຈາກ​ເສັ້ນ​ທາງ​ຂອງ​ມັນ, ແລະ ປະ​ຊາ​ຊາດ​ທັງ​ປວງ​ຢ້ານ​ກົວ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ, “ຖ້ອຍ​ຄຳ​ຂອງ​ເອ​ນົກ​ມີ​ພະ​ລັງ​ຫລາຍ, ແລະ ພາ​ສາ​ຂອງ​ເພິ່ນ​ມີ​ອຳ​ນາດ​ຫລາຍ ຊຶ່ງ​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ເພິ່ນ” (ໂມ​ເຊ 7:13).

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ທຸກ​ຄົນ—ບໍ່​ພຽງ​ແຕ່​ສາດ​ສະ​ດາ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ—ມີ​ພະ​ລັງ​ທີ່​ຈະ​ກ່າວ​ພຣະ​ຄຳ​ຂອງ​ພຣະ​ອົງ. ພຣະ​ອົງ​ປະ​ສົງ​ສິ່ງ​ນັ້ນ​ສຳ​ລັບ​ເຮົາ​ທຸກ​ຄົນ, ລວມ​ທັງ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:20–21). ຄຳ​ຂອງ​ເຮົາ​ອາດ​ບໍ່​ສາ​ມາດ​ຍ້າຍ​ພູ​ເຂົາ ຫລື ປ່ຽນ​ທາງ​ເດີນ​ຂອງ​ສາຍ​ນ້ຳ, ແຕ່​ມັນ​ສາ​ມາດ​ຊ່ວຍ​ປ່ຽນ​ໃຈ​ໄດ້. ນັ້ນ​ຄື​ເຫດ​ຜົນ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຫລາຍ​ທີ່​ຈະ​ໃຫ້​ຜູ້​ຮຽນ​ມີ​ໂອ​ກາດ​ທີ່​ຈະ​ແບ່ງ​ປັນ​ນຳ​ກັນ ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ການ​ເຮັດ​ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ນຳ​ໃຊ້​ຄວາມ​ຈິງ​ທີ່​ເຂົາ​ເຈົ້າ​ໄດ້​ຖືກ​ສິດ​ສອນ ແລະ ສະ​ແດງ​ມັນ. ມັນ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ກັບ​ຄວາມ​ສາ​ມາດ​ຂອງ​ຕົນ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຈິງ​ໃນ​ສະ​ພາບ​ແວດ​ລ້ອມ​ອື່ນ​ນຳ​ອີກ.

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ໃຫ້​ຄິດ​ກ່ຽວ​ກັບ​ເວ​ລາ​ຕອນ​ທີ່​ທ່ານ​ໄດ້​ເວົ້າ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ກັບ​ບາງ​ຄົນ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ? ເມື່ອ​ໃດ​ທີ່​ທ່ານ​ມີ​ຄວາມ​ກະ​ຕັນ​ຍູ​ທີ່​ບາງ​ຄົນ​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຄິດ ແລະ ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ? ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ໂອ​ກາດ​ທີ່​ຈະ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້​ໄດ້​ແນວ​ໃດ? ໂອ​ກາດ​ຢ່າງ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ສ້າງ​ຂຶ້ນ​ເພື່ອ​ເຂົາ​ເຈົ້າ?

ຈາກ​ພຣະ​ຄຳ​ພີ: ແອວ​ມາ 17:2–3; ໂມ​ໂຣ​ໄນ 6:4–6; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:85; 88:122; 100:5–8

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຊື້ອ​ເຊີນ​ໃຫ້​ຄົນ​ອື່ນ​ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ

“ຈົ່ງ​ໃຫ້​ແສງ​ສະ​ຫວ່າງ​ທີ່​ຢູ່​ໃນ​ພວກ​ເຈົ້າ​ນັ້ນ​ສ່ອງ​ແສງ​ຕໍ່​ໜ້າ​ຄົນ​ທັງ​ປວງ.” “ຈົ່ງ​ຮັກ​ສັດ​ຕູ​ຂອງ​ເຈົ້າ.” “ຈົ່ງ​ໝັ່ນ​ຂໍ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ.” “ຈົ່ງ​ເຂົ້າ​ໄປ​ທາງ​ປະ​ຕູ​ຄັບ.” (ມັດ​ທາຍ 5:16, 44; 7:7, 13.) ຄຳ​ເຊື້ອ​ເຊີນ​ທີ່​ແຈ່ມ​ແຈ້ງ ແລະ ໜ້າ​ຊົງ​ຈຳ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທັງ​ໝົດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຖືກ​ກ່າວ ຂະ​ນະ​ທີ່​ພຣະ​ອົງ​ສິດ​ສອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຢູ່​ໂນນ​ພູ​ແຄມ​ທະ​ເລ​ສາບ​ຄາ​ລີ​ເລ. ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຄື ທີ່​ຈະ​ປ່ຽນ​ຊີ​ວິດ, ດັ່ງ​ທີ່​ລະ​ບຸ​ໄວ້​ຢ່າງ​ແຈ່ມ​ແຈ້ງ​ໃນ​ຄຳ​ເຊື້ອ​ເຊີນ​ຕອນ​ທ້າຍ​ຂອງ​ພຣະ​ອົງ​ທີ່​ວ່າ: “ຜູ້​ໃດ​ທີ່​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ຂອງ​ເຮົາ​ແລ້ວ, ແລະ ປະ​ຕິ​ບັດ​ຕາມ, ຄົນ​ເຫລົ່າ​ນັ້ນ​ກໍ​ເປັນ​ເໝືອນ​ຄົນ​ສະ​ຫລາດ​ທີ່​ປຸກ​ເຮືອນ​ຂອງ​ຕົນ​ຢູ່​ເທິງ​ດານ​ຫີນ” (ມັດ​ທາຍ 7:24; ເນັ້ນ​ຄຳ​ເນີ້ງ).

ຝົນ​ຈະ​ຕົກ​ລົງ​ມາ ແລະ ນ້ຳ​ຈະ​ຖ້ວມ ແລະ ລົມ​ຈະ​ພັດ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ທຸກ​ຄົນ. ການ​ຮຽນ​ຮູ້ ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຈະ​ບໍ່​ພຽງ​ພໍ ຖ້າ​ຫາກ​ຜູ້​ຮຽນ​ຕ້ອງ​ທົນ​ກັບ​ການ​ທົດ​ລອງ​ທັງ​ໝົດ​ທີ່​ເຂົາ​ເຈົ້າ​ຈະ​ປະ​ເຊີນ. ນີ້​ຄື​ເຫດ​ຜົນ​ທີ່​ເຮົາ​ບໍ່​ຄວນ​ລັງ​ເລ​ທີ່​ຈະ​ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ ດຳ​ລົງ​ຊີ​ວິດ ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້. ໂດຍ​ການ​ໃຫ້​ກຽດ​ແກ່​ອຳ​ເພີ​ໃຈ​ຂອງ​ຄົນ​ອື່ນ, ຄຳ​ເຊື້ອ​ເຊີນ​ຂອງ​ເຮົາ​ຈະ​ເປັນ​ແບບ​ທົ່ວ​ໄປ: “ພວກ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ວ່າ​ໃຫ້​ເຮັດ​ຫຍັງ?” ບາງ​ຄັ້ງ​ຄຳ​ເຊື້ອ​ເຊີນ​ຂອງ​ເຮົາ​ອາດ​ຈະ​ຕ້ອງ​ເປັນ​ແບບ​ສະ​ເພາະ​ເຈາະ​ຈົງ​ຕື່ມ​ອີກ: “ພວກ​ເຈົ້າ​ຈະ​ເລືອກ​ເອົາ​ຄຸນ​ລັກ​ສະ​ນະ​ໜຶ່ງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ພວກ​ເຈົ້າ​ຢາກ​ເຮັດ​ບໍ?” ເມື່ອ​ທ່ານ​ໃຫ້​ໂອ​ກາດ​ແກ່​ຜູ້​ຮຽນ​ທີ່​ຈະ​ໄດ້​ຍິນ, ຮັບ​ຮູ້, ແລະ ແບ່ງ​ປັນ​ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ອົງ​ຈະ​ສິດ​ສອນ​ເຂົາ​ເຈົ້າ​ເຖິງ​ການ​ກະ​ທຳ​ສ່ວນ​ຕົວ​ທີ່​ເຂົາ​ເຈົ້າ​ຕ້ອງ​ເຮັດ. ຊ່ວຍ​ໃຫ້​ຜູ້​ຮຽນ​ພິ​ຈາ​ລະ​ນາ​ພອນ​ທີ່​ຈະ​ຕິດ​ຕາມ​ມາ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້, ແລະ ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ອົດ​ທົນ​ຕໍ່​ໄປ ເຖິງ​ແມ່ນ​ວ່າ​ມັນ​ຈະ​ຫຍຸ້ງ​ຍາກ​ກໍ​ຕາມ. ການ​ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ຈິງ​ເປັນ​ເສັ້ນ​ທາງ​ທີ່​ໄວ​ທີ່​ສຸດ​ທີ່​ນຳ​ໄປ​ສູ່​ສັດ​ທາ, ປະ​ຈັກ​ພະ​ຍານ, ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ຍິ່ງ​ໃຫຍ່​ກວ່າ. ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ, ການ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ບິ​ດາ ເປັນ​ວິ​ທີ​ສຳ​ລັບ​ເຮົາ​ທຸກ​ຄົນ​ທີ່​ຈະ​ຮູ້​ແທ້ໆ​ວ່າ ຄຳ​ສອນ​ນັ້ນ​ເປັນ​ຄວາມ​ຈິງ (ເບິ່ງ ໂຢ​ຮັນ 7:17).

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ເມື່ອ​ໃດ​ທີ່​ທ່ານ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ກະ​ທຳ​ຍ້ອນ​ຄຳ​ເຊື້ອ​ເຊີນ​ຈາກ​ຜູ້​ໃດ​ຜູ້​ໜຶ່ງ? ຊີ​ວິດ​ຂອງ​ທ່ານ​ມີ​ການ​ປ່ຽນ​ແປງ​ແນວ​ໃດ​ເພາະ​ການ​ນັ້ນ? ໃຫ້​ສັງ​ເກດ​ເບິ່ງ​ຄຳ​ເຊື້ອ​ເຊີນ​ທີ່​ໄດ້​ຮັບ​ໃນ​ພຣະ​ຄຳ​ພີ ແລະ ໂດຍ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ທີ່​ສາ​ມາດ​ຊ່ວຍ​ທ່ານ​ຂະ​ນະ​ທີ່​ທ່ານ​ເຊື້ອ​ເຊີນ​ໃຫ້​ຄົນ​ອື່ນ​ກະ​ທຳ? ທ່ານ​ສາ​ມາດ​ຕິດ​ຕາມ​ເບິ່ງ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ໃນ​ທາງ​ໃດ​ແດ່?

ຈາກ​ພຣະ​ຄຳ​ພີ: ລູ​ກາ 10:36–37; ໂຢ​ຮັນ 7:17; ຢາ​ໂກ​ໂບ 1:22; ໂມ​ໄຊ​ຢາ 4:9–10; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 43:8–10; 82:10

ບາງ​ວິ​ທີ​ທີ່​ຈະ​ນຳ​ໃຊ້​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້

  • ຂໍ​ໃຫ້​ຄົນ​ອື່ນ​ກະ​ກຽມ​ທີ່​ຈະ​ແບ່ງ​ປັນ​ບາງ​ສິ່ງ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສິດ​ສອນ​ເຂົາ​ເຈົ້າ, ດັ່ງ​ເຊັ່ນ​ຄວາມ​ຮູ້​ຈາກ​ຂໍ້​ພຣະ​ຄຳ​ພີ​ທີ່​ມີ​ຄວາມ​ໝາຍ.

  • ໃຫ້​ໂອ​ກາດ​ຜູ້​ຮຽນ​ໄດ້​ສິດ​ສອນ​ບົດ​ຮຽນ​ບາງ​ສ່ວນ.

  • ຊຸກ​ຍູ້​ໃຫ້​ຜູ້​ຮຽນ​ທົບ​ທວນ​ວິ​ດີ​ໂອ, ພຣະ​ຄຳ​ພີ, ຫລື ຂ່າວ​ສານ​ກ່ອນ​ຫ້ອງ​ຮຽນ.

  • ຕໍ່​ຕ້ານ​ແນວ​ໂນ້ມ​ທີ່​ຈະ​ຕອບ​ທຸກ​ຄຳ​ຖາມ. ໃຫ້​ຄົນ​ອື່ນ​ມີ​ສ່ວນ​ຮ່ວມ​ໃນ​ການ​ຊອກ​ຫາ​ຄຳ​ຕອບ.

  • ກ່ອນ​ແບ່ງ​ປັນ​ຄວາມ​ຮູ້​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຄຳ​ພີ, ຂໍ​ໃຫ້​ຜູ້​ຮຽນ​ແບ່ງ​ປັນ​ຄວາມ​ຮູ້​ຂອງ​ເຂົາ​ເຈົ້າ​ກ່ອນ.

  • ຖາມ​ຄຳ​ຖາມ​ທີ່​ຊຸກ​ຍູ້​ໃຫ້​ຜູ້​ຮຽນ​ຊອກ​ຫາ​ຄຳ​ຕອບ​ໃນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

  • ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ຖາມ​ຄຳ​ຖາມ​ຂອງ​ຕົວ​ເອງ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້.

  • ໃຫ້​ເວ​ລາ​ຜູ້​ຮຽນ​ທຸກ​ຄົນ​ເພື່ອ​ໄຕ່​ຕອງ​ຄຳ​ຖາມ​ກ່ອນ​ຂໍ​ໃຫ້​ເຂົາ​ເຈົ້າ​ແບ່ງ​ປັນ​ຄຳ​ຕອບ.

  • ໃຫ້​ຄິດ​ທີ່​ຈະ​ແຍກ​ຜູ້​ຮຽນ​ອອກ​ເປັນ​ກຸ່ມ​ສົນ​ທະ​ນາ​ນ້ອຍໆ, ຕາມ​ຄວາມ​ເໝາະ​ສົມ.

  • ກ່າວ​ຄວາມ​ຄາດ​ຫວັງ​ຢ່າງ​ແຈ່ມ​ແຈ້ງ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຮຽນ​ເຕີບ​ໂຕ.

  • ສະ​ເໜີ​ຄຳ​ເຊື້ອ​ເຊີນ​ທີ່​ດົນ​ໃຈ​ໃຫ້​ຜູ້​ຮຽນ​ປັບ​ປຸງ ແຕ່​ບໍ່​ໃຫ້​ຫລາຍ​ເກີນ​ໄປ. ຕິດ​ຕາມ​ເບິ່ງ ແລະ ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ.

  • ຊ່ວຍ​ໃຫ້​ຜູ້​ຮຽນ ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ​ໂດຍ:

    • ການ​ໝາຍ​ຂໍ້​ພຣະ​ຄຳ​ພີ​ທີ່​ມີ​ຄວາມ​ໝາຍ, ຖ້າ​ຕ້ອງ​ການ.

    • ການ​ເຊື້ອ​ເຊີນ​ການ​ເປີດ​ເຜີຍ​ຜ່ານ​ທາງ​ການ​ໄຕ່​ຕອງ ແລະ ການ​ອະ​ທິ​ຖານ.

    • ການ​ຂຽນ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ​ລົງ​ໄວ້.

    • ການ​ບັນ​ທຶກ​ສ່ວນ​ຕົວ​ກ່ຽວ​ກັບ​ການ​ສຶກ​ສາ.

    • ການ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ກະ​ທຳ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້.

ພິມ