ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ
ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ບໍ່​ວ່າ​ທ່ານ​ກຳ​ລັງ​ສິດ​ສອນ​ຫຍັງ


“ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ບໍ່​ວ່າ​ທ່ານ​ກຳ​ລັງ​ສິດ​ສອນ​ຫຍັງ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ຢູ່​ໃນ​ບ້ານ ແລະ ໃນ​ສາດ​ສະ​ໜາ​ຈັກ (2022)

“ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ບໍ່​ວ່າ​ທ່ານ​ກຳ​ລັງ​ສິດ​ສອນ​ຫຍັງ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຮູບ​ພາບ
ພຣະ​ເຢ​ຊູ ແລະ ພວກ​ສາ​ວົກ​ຂອງ​ພຣະ​ອົງ​ກຳ​ລັງ​ກິນ​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ

Peace I Leave with You [ສັນ​ຕິ​ສຸກ​ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ], ໂດຍ ວາວເຕີ ເຣນ

ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ບໍ່​ວ່າ​ທ່ານ​ກຳ​ລັງ​ສິດ​ສອນ​ຫຍັງ

ມັນ​ມີ​ຫລາຍ​ສິ່ງ​ທີ່​ຈະ​ສິດ​ສອນ​ຢູ່​ໃນ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ—ຫລັກ​ທຳ, ພຣະ​ບັນ​ຍັດ, ຄຳ​ທຳ​ນາຍ, ແລະ ເລື່ອງ​ລາວ​ພຣະ​ຄຳ​ພີ. ແຕ່​ທັງ​ໝົດ​ນີ້​ແມ່ນ​ກິ່ງ​ງ່າ​ຈາກ​ຕົ້ນ​ດຽວ​ກັນ, ເພາະ​ທັງ​ໝົດ​ມີ​ຈຸດ​ປະ​ສົງ​ດຽວ​ຄື: ເພື່ອ​ຊ່ວຍ​ໃຫ້​ທຸກ​ຄົນ​ມາ​ຫາ​ພຣະ​ຄຣິດ ແລະ ດີ​ພ້ອມ​ໃນ​ພຣະ​ອົງ (ເບິ່ງ ເຈ​ຣອມ 1:11; ໂມ​ໂຣ​ໄນ 10:32). ສະ​ນັ້ນ​ບໍ່​ວ່າ​ທ່ານ​ກຳ​ລັງ​ສິດ​ສອນ​ຫຍັງ, ຈົ່ງ​ຈື່​ຈຳ​ວ່າ ທ່ານ​ກຳ​ລັງ​ສິດ​ສອນ​ແທ້ໆ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ວິ​ທີ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ​ໃນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ພຣະ​ບັນ​ຍັດ, ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ແຕ່​ລະ​ຂໍ້ (ເບິ່ງ ຢາ​ໂຄບ 7:10–11).

ທ່ານ​ກຳ​ລັງ​ສິດ​ສອນ​ກ່ຽວ​ກັບ​ການ​ເສຍ​ສະ​ລະ​ບໍ? ໃຫ້​ຄິດ​ທີ່​ຈະ​ສຳ​ຫລວດ​ກັບ​ຜູ້​ຮຽນ​ວ່າ ການ​ເສຍ​ສະ​ລະ​ທີ່​ເຮົາ​ເຮັດ​ຊີ້​ນຳ​ຈິດ​ວິນ​ຍານ​ຂອງ​ເຮົາ​ໄປ​ຫາ “ການ​ເສຍ​ສະ​ລະ​ຄັ້ງ​ຍິ່ງ​ໃຫຍ່ ແລະ ຄັ້ງ​ສຸດ​ທ້າຍ” ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ (ແອວ​ມາ 34:10). ທ່ານ​ກຳ​ລັງ​ສິດ​ສອນ​ກ່ຽວ​ກັບ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ບໍ? ໃຫ້​ຄິດ​ທີ່​ຈະ​ສົນ​ທະ​ນາ​ເຖິງ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ບັນ​ລຸ​ກັບ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ແລະ ກ່ຽວ​ກັບ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ໃຫ້​ເຮົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ກັບ​ພວກ​ພຣະ​ອົງ (ເບິ່ງ ໂຢ​ຮັນ 17). ເບິ່ງ​ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ​ທຸກ​ຫົວ​ຂໍ້​ວ່າ ມັນ​ເປັນ​ໂອ​ກາດ​ທີ່​ຈະ​ສິດ​ສອນ ແລະ ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

ພຣະ​ບັນ​ຍັດ​ທຸກ​ຂໍ້​ກໍ​ໃຫ້​ໂອ​ກາດ​ນີ້​ຄື​ກັນ. ຢ່າ​ພຽງ​ແຕ່​ເຈາະ​ຈົງ​ຢູ່​ທີ່​ກົດ​ຂອງ​ພຣະ​ກິດ​ຕິ​ຄຸນ​ເທົ່າ​ນັ້ນ—ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ຜູ້​ໃຫ້​ກົດ​ນຳ​ອີກ. ຖ້າ​ຫາກ​ທ່ານ​ສົນ​ທະ​ນາ​ກ່ຽວ​ກັບ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ ແລະ ຢຸດ​ຢູ່​ທີ່​ການ​ເຮັດ ແລະ ການ​ບໍ່​ເຮັດ​ຕາມ​ຊີ​ວິດ​ທີ່​ມີ​ສຸ​ຂະ​ພາບ​ດີ, ແລ້ວ​ທ່ານ​ຈະ​ພາດ​ໂອ​ກາດ​ທີ່​ຈະ​ໄຕ່​ຕອງ​ວ່າ ພຣະ​ເຢ​ຊູ​ຄຣິດ​ຄົງ​ຫ່ວງ​ໃຍ​ເຮົາ​ຫລາຍ​ຂະ​ໜາດ​ໃດ—ທັງ​ຄວາມ​ຜາ​ສຸກ​ທາງ​ວິນ​ຍານ ແລະ ທາງ​ຮ່າງ​ກາຍ—ຈຶ່ງ​ໄດ້​ປະ​ທານ​ກົດ​ນີ້​ໃຫ້​ແກ່​ເຮົາ. ສຸມ​ໃສ່​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຕັມ​ພຣະ​ໄທ ແລະ ຮ້ອນ​ຮົນ​ຫລາຍ​ຂະ​ໜາດ​ໃດ​ທີ່​ຈະ​ປະ​ທານ​ພອນ​ໃຫ້​ເຮົາ ດ້ວຍ​ອຳ​ນາດ​ຂອງ​ພຣະ​ອົງ ເພື່ອ​ຊ່ວຍ​ໃຫ້​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ຂອງ​ພຣະ​ອົງ. ພຣະ​ບັນ​ຍັດ​ທຸກ​ຂໍ້​ທີ່​ພຣະ​ອົງ​ປະ​ທານ​ໃຫ້​ເຮົາ ເປີດ​ເຜີຍ​ບາງ​ສິ່ງ​ກ່ຽວ​ກັບ​ພຣະ​ດຳ​ລັດ ແລະ ພຣະ​ປະ​ສົງ ແລະ ພຣະ​ໄທ​ຂອງ​ພຣະ​ອົງ—ພົບ​ຄວາມ​ສຸກ​ໃນ​ການ​ຄົ້ນ​ພົບ​ສິ່ງ​ນີ້​ນຳ​ກັນ!

ເນັ້ນ​ໜັກ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ

ເຮົາ​ສາ​ມາດ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ຈຸດ​ສູນ​ກາງ​ຂອງ​ການ​ສິດ​ສອນ ແລະ ການ​ຮຽນ​ຮູ້ ໂດຍ​ການ​ຮັບ​ຮູ້ ແລະ ການ​ເນັ້ນ​ໜັກ​ວ່າ ພຣະ​ອົງ​ເປັນ​ຕົວ​ຢ່າງ​ທີ່​ສົມ​ບູນ​ແບບ​ຂອງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ໃນ​ຖາ​ນະ​ສາ​ນຸ​ສິດ, ເຮົາ​ບໍ່​ພຽງ​ແຕ່​ເຮັດ​ຕາມ​ຫລັກ​ທຳ​ເທົ່າ​ນັ້ນ—ເຮົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ນຳ​ອີກ. ເມື່ອ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ຕົວ​ຢ່າງ​ທີ່​ສົມ​ບູນ​ແບບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ ແລະ ດົນ​ໃຈ​ເຮົາ​ໃຫ້​ຕິດ​ຕາມ​ພຣະ​ອົງ.

ໃຫ້​ຄິດ​ວາດ​ພາບ​ຈັກ​ບຶດ​ໜຶ່ງ​ວ່າ ທ່ານ​ກຳ​ລັງ​ສິດ​ສອນ​ຫລັກ​ທຳ​ຂອງ​ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ. ການ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຕົວ​ຢ່າງ​ຂອງ​ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ສາ​ມາດ​ນຳ​ຄວາມ​ຮູ້​ສຶກ​ຄາ​ລະ​ວະ​ທີ່​ຫວານ​ຊື່ນ​ເຖິງ​ພຣະ​ອົງ​ມາ​ໃຫ້. ຜູ້​ທີ່​ທ່ານ​ສິດ​ສອນ​ອາດ​ຮຽນ​ຮູ້ ແລະ ຮູ້​ສຶກ​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ພຣະ​ອົງ?

ຮູບ​ພາບ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ປິ່ນ​ປົວ​ຜູ້​ຊາຍ​ທີ່​ນອນ​ຢູ່​ເທິງ​ພື້ນ​ດິນ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຕັ້ງ​ຕົວ​ຢ່າງ​ໄວ້​ສຳ​ລັບ​ເຮົາ​ທຸກ​ຄົນ. He Healed Them All [ພຣະ​ອົງ​ໄດ້​ຊົງ​ໂຜດ​ຮັກ​ສາ​ທຸກ​ຄົນ​ໃຫ້​ດີ​ພະ​ຍາດ], ໂດຍ ໄມ​ໂກ ມອມ

ສິດ​ສອນ​ກ່ຽວ​ກັບ​ຕຳ​ແໜ່ງ, ບົດ​ບາດ, ແລະ ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ເຢ​ຊູ​ຄຣິດ

ພຣະ​ເຢ​ຊູ​ຄຣິດ​ມີ​ຫລາຍ​ຕຳ​ແໜ່ງ​ໃນ​ພຣະ​ຄຳ​ພີ. ແຕ່​ລະ​ຕຳ​ແໜ່ງ​ສະ​ທ້ອນ​ເຖິງ​ບົດ​ບາດ​ຂອງ​ພຣະ​ອົງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ ແລະ ສິດ​ສອນ​ເຮົາ​ກ່ຽວ​ກັບ​ຄຸນ​ລັກ​ສະ​ນະ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ. ທ່ານ​ອາດ​ຢາກ​ຄິດ​ທີ່​ຈະ​ສຳ​ຫລວດ​ກັບ​ຜູ້​ຮຽນ​ເບິ່ງ​ວ່າ ຕຳ​ແໜ່ງ​ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ຜູ້​ວິງ​ວອນ​ແທນ, ຜູ້​ຊົງ​ເຮັດ​ໃຫ້ [ສັດ​ທາ] ຂອງ​ເຮົາ​ເຖິງ​ທີ່​ສຳ​ເລັດ, ແລະ ເປັນ​ຄວາມ​ສະ​ຫວ່າງ​ຂອງ​ໂລກ ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ພ້ອມ​ນີ້, ຂະ​ນະ​ທີ່​ທ່ານ​ຊ່ວຍ​ໃຫ້​ຜູ້​ຮຽນ​ມາ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ, ໃຫ້​ເບິ່ງ​ກາຍ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ ແລະ ກະ​ທຳ ແລະ ໃຫ້​ເບິ່ງ​ຜູ້​ທີ່​ພຣະ​ອົງ​ເປັນ ແລະ ບົດ​ບາດ​ໃດ​ທີ່​ພຣະ​ອົງ​ປະ​ສົງ​ທີ່​ຈະ​ເປັນ​ໃນ​ຊີ​ວິດ​ຂອງ​ເຮົາ. ຂະ​ນະ​ທີ່​ພວກ​ທ່ານ​ຮຽນ​ຮູ້​ນຳ​ກັນ​ກ່ຽວ​ກັບ​ລັກ​ສະ​ນະ ແລະ ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເຮັດ​ໃຫ້​ພວກ​ທ່ານ​ເຂົ້າ​ໃຈ ແລະ ຮັກ​ພຣະ​ອົງ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ.

ຊອກ​ຫາ​ສັນ​ຍາ​ລັກ​ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ

“ທຸກ​ສິ່ງ​ທັງ​ປວງ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ, “ໄດ້​ຖືກ​ສ້າງ​ຂຶ້ນ​ມາ ແລະ ຖືກ​ເຮັດ​ເພື່ອ​ໃຫ້​ເປັນ​ພະ​ຍານ​ເຖິງ​ເຮົາ” (ໂມ​ເຊ 6:63; ເບິ່ງ 2 ນີ​ໄຟ 11:4 ນຳ​ອີກ). ດ້ວຍ​ຄວາມ​ຈິງ​ນັ້ນ​ຢູ່​ໃນ​ໃຈ, ເຮົາ​ສາ​ມາດ​ຮຽນ​ຮູ້​ທີ່​ຈະ​ເຫັນ​ສັນ​ຍາ​ລັກ​ຫລາຍ​ຢ່າງ​ໃນ​ພຣະ​ຄຳ​ພີ​ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ສັນ​ຍາ​ລັກ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ເຂົ້າ​ຈີ່, ນ້ຳ, ແລະ ແສງ​ສະ​ຫວ່າງ. ເມື່ອ​ເຮົາ​ເຂົ້າ​ໃຈ​ວິ​ທີ​ທີ່​ສິ່ງ​ຂອງ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ, ມັນ​ສາ​ມາດ​ສິດ​ສອນ​ເຮົາ​ເຖິງ​ອຳ​ນາດ ແລະ ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ອົງ​ໄດ້. ທ່ານ​ສາ​ມາດ​ແມ່ນ​ແຕ່​ຊອກ​ຫາ​ຄວາມ​ຄ້າຍ​ຄື​ກັນ​ກັບ​ຊີ​ວິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊີ​ວິດ​ຂອງ​ສາດ​ສະ​ດາ ແລະ ຊາຍ ແລະ ຍິງ​ທີ່​ຊື່​ສັດ​ຄົນ​ອື່ນໆ ຢູ່​ໃນ​ພຣະ​ຄຳ​ພີ​ນຳ​ອີກ. ການ​ຊອກ​ຫາ​ສັນ​ຍາ​ລັກ​ຈະ​ເປີດ​ເຜີຍ​ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ບ່ອນ​ທີ່​ທ່ານ​ອາດ​ມອງ​ຂ້າມ.

ພິມ