“ສິດສອນໂດຍພຣະວິນຍານ,” ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ: ສຳລັບທຸກຄົນທີ່ສິດສອນຢູ່ໃນບ້ານ ແລະ ໃນສາດສະໜາຈັກ (2022)
“ສິດສອນໂດຍພຣະວິນຍານ,” ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ
ສິດສອນໂດຍພຣະວິນຍານ
ເມື່ອພຣະຜູ້ຊ່ວຍໃຫ້ລອດໄດ້ບັນຊາໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໃຫ້ສັ່ງສອນພຣະກິດຕິຄຸນຂອງພຣະອົງ, ພຣະອົງໄດ້ສັນຍາກັບພວກເພິ່ນວ່າ, “ພຣະວິນຍານບໍລິສຸດຈະຖືກສົ່ງໄປໃຫ້ ໃນການເປັນພະຍານເຖິງທຸກສິ່ງທັງປວງສິ່ງໃດກໍຕາມທີ່ພວກເຈົ້າຈະກ່າວ” (ຄຳສອນ ແລະ ພັນທະສັນຍາ 100:8; ເບິ່ງ ຄຳສອນ ແລະ ພັນທະສັນຍາ 42:15–17; 50:17–22 ນຳອີກ). ຄຳສັນຍາດຽວກັນນີ້ກໍໃຊ້ໄດ້ກັບທຸກຄົນທີ່ສິດສອນພຣະກິດຕິຄຸນ, ລວມທັງທ່ານ. ຂະນະທີ່ທ່ານສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ, ທ່ານສາມາດມີພຣະວິນຍານບໍລິສຸດຢູ່ກັບທ່ານເພື່ອຊີ້ນຳທ່ານ ແລະ ເປັນພະຍານເຖິງຄວາມຈິງຕໍ່ຈິດໃຈ ແລະ ຫົວໃຈຂອງຜູ້ທີ່ທ່ານສິດສອນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 8:2). ທ່ານບໍ່ໄດ້ຢູ່ຄົນດຽວເມື່ອທ່ານສິດສອນ, ເພາະ “ຈົ່ງເວົ້າຕາມຖ້ອຍຄຳທີ່ພຣະເຈົ້າໂຜດໃຫ້ເຈົ້າເວົ້າ ເພາະວ່າບໍ່ແມ່ນເຈົ້າເອງເປັນຜູ້ເວົ້າ ແຕ່ແມ່ນພຣະວິນຍານບໍລິສຸດ” (ມາຣະໂກ 13:11).
ພຣະວິນຍານບໍລິສຸດເປັນຄູສອນທີ່ແທ້ຈິງ. ບໍ່ມີຄູສອນທີ່ເປັນມະນຸດຄົນໃດ, ບໍ່ມີທັກສະ ຫລື ປະສົບການໃດ, ທີ່ສາມາດມາແທນທີ່ບົດບາດຂອງພຣະອົງ ໃນການເປັນພະຍານເຖິງຄວາມຈິງ, ເປັນພະຍານເຖິງພຣະຄຣິດ, ແລະ ການປ່ຽນແປງຫົວໃຈ. ແຕ່ຄູສອນທຸກຄົນສາມາດເປັນເຄື່ອງມືໃນການຊ່ວຍໃຫ້ລູກໆຂອງພຣະເຈົ້າຮຽນຮູ້ໂດຍພຣະວິນຍານໄດ້.
ພຣະຜູ້ຊ່ວຍໃຫ້ລອດໄດ້ກະກຽມຕົວເອງທາງວິນຍານເພື່ອສິດສອນ
ເພື່ອກະກຽມສຳລັບພາລະກິດຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ໃຊ້ເວລາ 40 ມື້ຢູ່ໃນຖິ່ນແຫ້ງແລ້ງກັນດານ “ເພື່ອໄປຢູ່ກັບພຣະເຈົ້າ” (ການແປຂອງໂຈເຊັບ ສະມິດ, ມັດທາຍ 4:1 [ໃນ ມັດທາຍ 4:1, ໝາຍເຫດຢູ່ທາງລຸ່ມໜ້າປຶ້ມ ຂ]). ແຕ່ການກະກຽມທາງວິນຍານຂອງພຣະອົງໄດ້ເລີ່ມຕົ້ນດົນນານກ່ອນນັ້ນ. ເມື່ອຊາຕານໄດ້ລໍ້ລວງພຣະອົງ, ພຣະອົງສາມາດໃຊ້ “ຖ້ອຍຄຳແຫ່ງຊີວິດ” ພຣະອົງໄດ້ສະສົມໄວ້ສຳລັບ “ຊົ່ວໂມງນັ້ນ” ເມື່ອພຣະອົງຕ້ອງການມັນ (ຄຳສອນ ແລະ ພັນທະສັນຍາ 84:85). ໃຫ້ຄິດກ່ຽວກັບຄວາມພະຍາຍາມຂອງທ່ານເອງທີ່ຈະກະກຽມຕົວເອງທາງວິນຍານເພື່ອສິດສອນ. ທ່ານຮຽນຮູ້ຫຍັງແດ່ຈາກ ມັດທາຍ 4:1–11 ກ່ຽວກັບວິທີທີ່ທ່ານສາມາດເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດໃນການກະກຽມທາງວິນຍານຂອງທ່ານ?
ພຣະວິນຍານເປັນຄູສອນທີ່ແທ້ຈິງ ແລະ ເປັນແຫລ່ງຂອງການປ່ຽນໃຈເຫລື້ອມໃສທີ່ແທ້ຈິງ. ການສິດສອນພຣະກິດຕິຄຸນທີ່ມີພະລັງຮຽກຮ້ອງບໍ່ພຽງແຕ່ການກະກຽມບົດຮຽນເທົ່ານັ້ນ ແຕ່ຕ້ອງກະກຽມຕົວທ່ານເອງທາງວິນຍານນຳອີກ ກ່ອນທ່ານເລີ່ມຕົ້ນສິດສອນ. ຖ້າຫາກທ່ານກະກຽມທາງວິນຍານ, ທ່ານຈະສາມາດໄດ້ຍິນດີຂຶ້ນກວ່າເກົ່າ ແລະ ເຮັດຕາມການຊົງນຳຂອງພຣະວິນຍານໄດ້ດີກວ່າເກົ່າ ຂະນະທີ່ທ່ານສິດສອນ. ວິທີທີ່ຈະເຊື້ອເຊີນໃຫ້ພຣະວິນຍານບໍລິສຸດເຂົ້າມາໃນການສິດສອນຂອງທ່ານ ຄືການເຊື້ອເຊີນໃຫ້ພຣະອົງເຂົ້າມາໃນຊີວິດຂອງທ່ານ. ສິ່ງນີ້ແມ່ນລວມທັງຄວາມພະຍາຍາມຢ່າງພາກພຽນທີ່ຈະເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະອົງດ້ວຍສຸດໃຈຂອງທ່ານ. ແລະ ເພາະວ່າບໍ່ມີຄົນໃດໃນພວກເຮົາເຮັດສິ່ງນີ້ໄດ້ຢ່າງສົມບູນ, ມັນຈຶ່ງໝາຍເຖິງການກັບໃຈໃນແຕ່ລະວັນນຳອີກ.
ຄຳຖາມເພື່ອໄຕ່ຕອງ: ການກະກຽມຕົວເອງທາງວິນຍານເພື່ອສິດສອນໝາຍຄວາມວ່າແນວໃດຕໍ່ທ່ານ? ທ່ານຮູ້ສຶກໄດ້ຮັບການດົນໃຈໃຫ້ເຮັດຫຍັງແດ່ເພື່ອປັບປຸງວິທີທີ່ທ່ານກະກຽມຕົວເອງທາງວິນຍານ? ທ່ານຄິດວ່າການກະກຽມທາງວິນຍານສາມາດສ້າງຄວາມແຕກຕ່າງໃນການສິດສອນຂອງທ່ານແນວໃດ?
ຈາກພຣະຄຳພີ: ເອຊະຣາ 7:10; ລູກາ 6:12; ແອວມາ 17:2–3, 9; ຄຳສອນ ແລະ ພັນທະສັນຍາ 11:21; 42:13–14
ພຣະຜູ້ຊ່ວຍໃຫ້ລອດພ້ອມສະເໝີທີ່ຈະສະໜອງຄວາມຕ້ອງການຂອງຄົນອື່ນ
ຢາອີໂຣ, ຫົວໜ້າທຳມະສາລາ, ໄດ້ຂາບລົງທີ່ພຣະບາດຂອງພຣະເຢຊູ, ອ້ອນວອນໃຫ້ພຣະອົງຊ່ວຍລູກສາວຂອງລາວທີ່ໃກ້ຈະສິ້ນໃຈຕາຍ. ພຣະເຢຊູ ແລະ ພວກສາວົກຂອງພຣະອົງກຳລັງເດີນຜ່ານປະຊາຊົນທີ່ໜາແໜ້ນໃນຖະໜົນ ມຸ້ງໜ້າໄປຫາເຮືອນຂອງຢາອີໂຣ ແຕ່ໃນທັນໃດ ພຣະເຢຊູໄດ້ຢຸດ. “ແມ່ນຜູ້ໃດບາຍເຮົາ?” ພຣະອົງໄດ້ຖາມ. ເບິ່ງຄືວ່າມັນເປັນຄຳຖາມແປກໆ—ໃນກຸ່ມຜູ້ຄົນ, ທີ່ ບໍ່ໄດ້ ບາຍພຣະອົງ? ແຕ່ພຣະຜູ້ຊ່ວຍໃຫ້ລອດໄດ້ຮັບຮູ້ວ່າ ຢູ່ໃນຝູງຊົນນັ້ນ, ມີບາງຄົນໄດ້ເຂົ້າມາຫາພຣະອົງ ດ້ວຍຄວາມຕ້ອງການສະເພາະ ແລະ ດ້ວຍສັດທາທີ່ຈະໄດ້ຮັບການປິ່ນປົວທີ່ພຣະອົງມອບໃຫ້. ຍັງມີເວລາທີ່ຈະໄປຢ້ຽມລູກສາວຂອງຢາອີໂຣຢູ່. ແຕ່ກ່ອນອື່ນພຣະອົງໄດ້ກ່າວກັບຜູ້ຍິງທີ່ໄດ້ບາຍເຄື່ອງນຸ່ງຂອງພຣະອົງວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ ຈົ່ງໄປເປັນສຸກເທີ້ນ” (ເບິ່ງ ລູກາ 8:41–48).
ໃນຖານະຄູສອນ, ບາງເທື່ອທ່ານອາດພົບເຫັນຕົນເອງຮີບຮ້ອນທີ່ຈະກ່າວເຖິງບາງສິ່ງທີ່ທ່ານໄດ້ກະກຽມເພື່ອສິດສອນ. ເຖິງແມ່ນວ່າສິ່ງນັ້ນອາດສຳຄັນ, ແຕ່ໃຫ້ແນ່ໃຈວ່າ ໃນຄວາມຮີບຮ້ອນຂອງທ່ານ ທ່ານບໍ່ໄດ້ຕັ້ງໃຈຮີບຮ້ອນຜ່ານຂ້າມຄວາມຕ້ອງການອັນຮີບດ່ວນຂອງຄົນທີ່ທ່ານກຳລັງສິດສອນ. ນອກເໜືອໄປຈາກການຊີ້ນຳທາງວິນຍານທີ່ທ່ານສະແຫວງຫາ ຂະນະທີ່ທ່ານ ກະກຽມ ທີ່ຈະສິດສອນ, ໃຫ້ສະແຫວງຫາການຊີ້ນຳຂອງພຣະວິນຍານນຳອີກ ຂະນະ ທີ່ທ່ານກຳລັງສິດສອນ. ພະຍາຍາມຮູ້ສຶກເຖິງຄວາມຕ້ອງການ, ຄຳຖາມ, ແລະ ຄວາມສົນໃຈຂອງຜູ້ຮຽນ. ພຣະວິນຍານບໍລິສຸດສາມາດຊ່ວຍໃຫ້ທ່ານຫລິງເຫັນວິທີທີ່ຜູ້ຮຽນໄດ້ຮັບ ຫລື ເຂົ້າໃຈບາງສິ່ງທີ່ທ່ານໄດ້ສິດສອນ. ພຣະອົງອາດກະຕຸ້ນທ່ານ, ເປັນບາງຄັ້ງ, ເພື່ອໃຫ້ປ່ຽນແຜນການຂອງທ່ານ. ຍົກຕົວຢ່າງ, ທ່ານອາດຮູ້ສຶກປະທັບໃຈໃຫ້ໃຊ້ເວລາຫລາຍກວ່າທີ່ທ່ານຕັ້ງໃຈກັບຫົວຂໍ້ໃດໜຶ່ງ ຫລື ເກັບການສົນທະນານັ້ນໄວ້ທີຫລັງ ເພື່ອກ່າວເຖິງບາງສິ່ງທີ່ສຳຄັນກວ່າຕໍ່ຜູ້ຮຽນໃນເວລານັ້ນ.
ຄຳຖາມເພື່ອໄຕ່ຕອງ: ທ່ານເຄີຍຮູ້ສຶກວ່າພໍ່ແມ່ ຫລື ຄູສອນຄົນອື່ນຮູ້ຈັກເຖິງຄວາມຕ້ອງການຂອງທ່ານໃນຖານະຜູ້ຮຽນເມື່ອໃດ? ຜູ້ທີ່ທ່ານສິດສອນຮູ້ບໍວ່າ ທ່ານສົນໃຈກັບການຮຽນຮູ້ຂອງເຂົາເຈົ້າຫລາຍກວ່າການສິດສອນບົດຮຽນໃຫ້ຈົບ? ທ່ານຈະສາມາດສື່ສານຄວາມສົນໃຈຂອງທ່ານໃຫ້ດີຂຶ້ນໄດ້ແນວໃດ?
ຈາກພຣະຄຳພີ: 1 ເປໂຕ 3:15; ແອວມາ 32:1–9; 40:1; 41:1; 42:1
ພຣະຜູ້ຊ່ວຍໃຫ້ລອດໄດ້ໃຫ້ໂອກາດຜູ້ຄົນທີ່ຈະໄດ້ຮັບການສິດສອນໂດຍພຣະວິນຍານບໍລິສຸດ
ມັນເປັນເລື່ອງຍາກສຳລັບຫລາຍຄົນໃນສະໄໝຂອງພຣະເຢຊູທີ່ຈະເຂົ້າໃຈວ່າພຣະອົງເປັນໃຜກັນແທ້, ແຕ່ກໍມີຄວາມຄິດເຫັນຢ່າງຫລວງຫລາຍ. “ບາງຄົນເວົ້າວ່າທ່ານເປັນໂຢຮັນບັບຕິສະໂຕ,” ສາວົກຂອງພຣະອົງໄດ້ລາຍງານ, “ຄົນອື່ນເວົ້າວ່າທ່ານເປັນເອລີຢາ; ສ່ວນຄົນອື່ນອີກວ່າທ່ານເປັນເຢເຣມີຢາ, ຫລື ເປັນ [ສາດສະດາ].” ແຕ່ແລ້ວພຣະເຢຊູໄດ້ຖາມຄຳຖາມທີ່ເຊື້ອເຊີນໃຫ້ພວກສາວົກຂອງພຣະອົງປະຖິ້ມຄວາມຄິດເຫັນຂອງຄົນອື່ນ ແລະ ໃຫ້ເບິ່ງເຂົ້າໄປໃນໃຈຂອງຕົນເອງ: “ແລ້ວພວກເຈົ້າເດ ວ່າເຮົາເປັນຜູ້ໃດ?” ພຣະອົງຢາກໃຫ້ພວກເພິ່ນພົບເຫັນຄຳຕອບຂອງຕົນເອງ ບໍ່ແມ່ນຈາກ “ມະນຸດ” ແຕ່ໂດຍກົງຈາກ “ພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ.” ການເປັນພະຍານແບບນີ້—ການເປີດເຜີຍສ່ວນຕົວຈາກພຣະວິນຍານບໍລິສຸດ—ທີ່ເຮັດໃຫ້ເປໂຕປະກາດວ່າ, “ພຣະອົງເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າອົງຊົງພຣະຊົນຢູ່” (ເບິ່ງ ມັດທາຍ 16:13–17).
ເພື່ອຈະຢູ່ລອດທາງວິນຍານໃນຍຸກສຸດທ້າຍ, ຜູ້ຄົນທີ່ທ່ານສິດສອນຈະຕ້ອງການພະຍານທາງວິນຍານເຖິງຄວາມຈິງ. ທ່ານບໍ່ສາມາດມອບມັນໃຫ້ເຂົາເຈົ້າ, ແຕ່ທ່ານສາມາດເຊື້ອເຊີນ, ຊຸກຍູ້, ດົນໃຈ, ແລະ ສິດສອນເຂົາເຈົ້າໃຫ້ສະແຫວງຫາມັນ. ທ່ານສາມາດເຮັດໃຫ້ແຈ້ງຊັດ—ຜ່ານທາງຄຳເວົ້າ ແລະ ການກະທຳຂອງທ່ານ—ພຣະວິນຍານບໍລິສຸດສຳຄັນຕໍ່ການຮຽນຮູ້ພຣະກິດຕິຄຸນຫລາຍຂະໜາດໃດ. ໃຫ້ພິຈາລະນາ, ຍົກຕົວຢ່າງ, ສະພາບແວດລ້ອມຂອງການຮຽນຮູ້ທີ່ທ່ານສ້າງ ແລະ ຊຸກຍູ້. ບາງສິ່ງບາງຢ່າງທີ່ລຽບງ່າຍດັ່ງເຊັ່ນການລຽນຕັ່ງຢູ່ໃນຫ້ອງ ຫລື ວິທີທີ່ທ່ານທັກທາຍ ແລະ ປະຕິສຳພັນກັບຜູ້ຮຽນ ຈະສ້າງຄວາມຮູ້ສຶກທາງວິນຍານສຳລັບປະສົບການທີ່ຜູ້ຮຽນຈະມີ. ທ່ານກໍສາມາດເຊື້ອເຊີນໃຫ້ຜູ້ຮຽນກະກຽມຕົວເອງທາງວິນຍານນຳອີກເພື່ອຮຽນຮູ້, ຄືກັນກັບທີ່ທ່ານໄດ້ກະກຽມທາງວິນຍານເພື່ອສິດສອນ. ຂໍໃຫ້ເຂົາເຈົ້າຮັບຜິດຊອບຕໍ່ຄວາມຮູ້ສຶກທີ່ເຂົາເຈົ້າເອົາມານຳ. ແລະ ທ່ານສາມາດຈັດຫາໂອກາດໃຫ້ເຂົາເຈົ້າຮູ້ສຶກພຣະວິນຍານເປັນພະຍານເຖິງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ. ພະຍານນັ້ນຈະກາຍເປັນ “ສີລາ” ສຳລັບພວກເຂົາ, “ປະຕູແຫ່ງແດນມໍຣະນາຈະເອົາຊະນະ [ພວກເຂົາ] ບໍ່ໄດ້” (ມັດທາຍ 16:18).
ຄຳຖາມເພື່ອໄຕ່ຕອງ: ທ່ານໄດ້ສັງເກດເຫັນຫຍັງແດ່ທີ່ມີສ່ວນຊ່ວຍໃຫ້ກັບສະພາບແວດລ້ອມທາງວິນຍານສໍາລັບການຮຽນຮູ້ພຣະກິດຕິຄຸນ? ແມ່ນຫຍັງທີ່ເຮັດໃຫ້ພຣະວິນຍານລົດນ້ອຍລົງ? ແມ່ນຫຍັງທີ່ຊ່ວຍໃຫ້ຜູ້ຄົນທີ່ທ່ານສິດສອນຮຽນຮູ້ຈາກພຣະວິນຍານ? ຄິດກ່ຽວກັບສະພາບແວດລ້ອມບ່ອນທີ່ທ່ານສິດສອນເລື້ອຍໆ. ທ່ານຮູ້ສຶກແນວໃດຕອນທ່ານຢູ່ທີ່ນັ້ນ? ທ່ານຈະສາມາດເຊື້ອເຊີນໃຫ້ພຣະວິນຍານມາສະຖິດຢູ່ທີ່ນັ້ນຢ່າງມີປະສິດທິພາບໄດ້ແນວໃດ?
ຈາກພຣະຄຳພີ: ລູກາ 24:31–32; ໂຢຮັນ 14:26; 16:13–15; ໂມໂຣໄນ 10:4–5; ຄຳສອນ ແລະ ພັນທະສັນຍາ 42:16–17; 50:13–24
ພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍໃຫ້ຄົນອື່ນສະແຫວງຫາ, ຮັບຮູ້, ແລະ ກະທຳຕາມການເປີດເຜີຍສ່ວນຕົວ
ພຣະຜູ້ເປັນເຈົ້າຢາກສື່ສານກັບເຮົາ—ແລະ ພຣະອົງຢາກໃຫ້ເຮົາຮູ້ວ່າ ພຣະອົງກຳລັງສື່ສານກັບເຮົາ. ໃນປີ 1829, ນາຍຄູຄົນໜຶ່ງຊື່ ອໍລີເວີ ຄາວເດີຣີ ອາຍຸ 22 ປີ ໄດ້ຍິນກ່ຽວກັບຄຳສອນທີ່ກ້າຫານ ແລະ ໜ້າຕື່ນເຕັ້ນ ວ່າທຸກຄົນສາມາດໄດ້ຮັບການເປີດເຜີຍສ່ວນຕົວ. ແຕ່ເພິ່ນມີຄຳຖາມທີ່ຄ້າຍຄືກັນກັບຫລາຍຄົນໃນພວກເຮົາມີ: “ພຣະຜູ້ເປັນເຈົ້າພະຍາຍາມກ່າວກັບເຮົາແທ້ໆບໍ? ແລະ ເຮົາຈະຮູ້ຈັກສິ່ງທີ່ພຣະອົງກຳລັງກ່າວໄດ້ແນວໃດ?” ເພື່ອຕອບຄຳຖາມເຫລົ່ານີ້, ພຣະເຢຊູຄຣິດໄດ້ເຊື້ອເຊີນໃຫ້ອໍລີເວີຄິດຄືນຫລັງເຖິງເວລາສ່ວນຕົວຕອນສະແຫວງຫາທາງວິນຍານ. “ເຮົາບໍ່ໄດ້ກ່າວໃຫ້ຄວາມສະຫງົບແກ່ຈິດໃຈຂອງເຈົ້າບໍ?” ພຣະອົງໄດ້ຖາມ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 6:21–24). ຕໍ່ມາ, ພຣະອົງໄດ້ສິດສອນອໍລີເວີກ່ຽວກັບວິທີອື່ນທີ່ພຣະວິນຍານສາມາດກ່າວກັບເພິ່ນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 8:2–3; 9:7–9; ເບິ່ງ ຄຳສອນ ແລະ ພັນທະສັນຍາ 11:12–14 ນຳອີກ).
ການຢູ່ໃນໂລກທີ່ມັກຈະລືມສິ່ງທີ່ເປັນຝ່າຍວິນຍານ, ເຮົາທຸກຄົນຕ້ອງການຄວາມຊ່ວຍເຫລືອໃນການຮັບຮູ້ສຸລະສຽງຂອງພຣະວິນຍານ. ເຮົາອາດຮູ້ສຶກເຖິງພຣະວິນຍານໂດຍບໍ່ຮູ້ສຶກຕົວ. ແລະ ເຮົາທຸກຄົນສາມາດຮຽນຮູ້ຕື່ມກ່ຽວກັບວິທີທີ່ຈະສະແຫວງຫາພຣະວິນຍານ, ຮັບຮູ້ອິດທິພົນຂອງພຣະອົງ, ແລະ ກະທຳຕາມການກະຕຸ້ນທີ່ພຣະອົງປະທານໃຫ້ເຮົາ. ຂະນະທີ່ທ່ານສິດສອນ, ຈົ່ງຊ່ວຍໃຫ້ຜູ້ຮຽນຄົ້ນພົບວິທີທີ່ພຣະວິນຍານສາມາດສື່ສານ—ແລະ ວິທີທີ່ພຣະອົງໄດ້ສື່ສານກັບເຂົາເຈົ້າ. ໜຶ່ງໃນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດ ທີ່ທ່ານສາມາດມອບໃຫ້ໃນຖານະຄູສອນຄື ການຊ່ວຍໃຫ້ຜູ້ທີ່ທ່ານສິດສອນກ້າວໜ້າ ໃນການສະແຫວງຫາການເປີດເຜີຍສ່ວນຕົວຕະຫລອດຊີວິດນີ້.
ຄຳຖາມເພື່ອໄຕ່ຕອງ: ເປັນຫຍັງການຮຽນຮູ້ທີ່ຈະຮັບການເປີດເຜີຍສ່ວນຕົວຈຶ່ງສຳຄັນ? ມີໃຜເຄີຍຊ່ວຍໃຫ້ທ່ານເຂົ້າໃຈວິທີສະແຫວງຫາ ແລະ ຮັບຮູ້ການເປີດເຜີຍບໍ? ທ່ານຈະສາມາດຊຸກຍູ້ໃຫ້ຄົນທີ່ທ່ານສິດສອນສະແຫວງຫາ, ຮັບຮູ້, ແລະ ກະທຳຕາມການເປີດເຜີຍຈາກພຣະວິນຍານບໍລິສຸດໄດ້ແນວໃດ?
ຈາກພຣະຄຳພີ: ຄາລາເຕຍ 5:22–23; ແອວມາ 5:45–47; ຄຳສອນ ແລະ ພັນທະສັນຍາ 42:61; 121:33; ໂຈເຊັບ ສະມິດ—ປະຫວັດ 1:8–20
ພຣະຜູ້ຊ່ວຍໃຫ້ລອດໄດ້ສະແດງປະຈັກພະຍານຕໍ່ຜູ້ທີ່ພຣະອົງສິດສອນ
ໃນຊ່ວງເວລາທີ່ລະອຽດອ່ອນເປັນພິເສດຂອງການສິດສອນ ແລະ ການປະຕິບັດສາດສະໜາກິດ, ພຣະເຢຊູໄດ້ພະຍາຍາມປອບໂຍນນາງມາທາເພື່ອນຂອງພຣະອົງ, ຜູ້ທີ່ນ້ອງຊາຍໄດ້ເສຍຊີວິດ. ພຣະອົງໄດ້ແບ່ງປັນປະຈັກພະຍານທີ່ລຽບງ່າຍກັບນາງ ເຖິງຄວາມຈິງນິລັນດອນ ທີ່ວ່າ: “ນ້ອງຊາຍຂອງເຈົ້າຈະເປັນຄືນມາຈາກຕາຍ” (ໂຢຮັນ 11:23). ພະຍານຂອງພຣະອົງໄດ້ກະຕຸ້ນນາງມາທາໃຫ້ແບ່ງປັນປະຈັກພະຍານຂອງນາງເອງວ່າ: “ຂ້ານ້ອຍຮູ້ແລ້ວວ່າ ລາວຈະເປັນຄືນມາອີກ ໃນການຄືນມາຈາກຕາຍເມື່ອວັນສຸດທ້າຍ” (ໂຢຮັນ 11:24). ໃຫ້ສັງເກດວິທີທີ່ແບບແຜນນີ້ຊ້ຳກັນແນວໃດ ໂຢຮັນ 11:25–27. ແມ່ນຫຍັງທີ່ປະທັບໃຈທ່ານກ່ຽວກັບຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ? ເປັນຫຍັງການແບ່ງປັນປະຈັກພະຍານເຖິງຄວາມຈິງຂອງພຣະກິດຕິຄຸນຈຶ່ງເປັນພາກສ່ວນສຳຄັນຂອງການສິດສອນ?
ປະຈັກພະຍານຂອງທ່ານສາມາດມີອິດທິພົນທີ່ມີພະລັງຕໍ່ຜູ້ທີ່ທ່ານສິດສອນໄດ້. ມັນບໍ່ຈຳເປັນຕ້ອງຄົມຄາຍ ຫລື ຍືດຍາວ. ແລະ ມັນບໍ່ຈຳເປັນຕ້ອງເລີ່ມຕົ້ນດ້ວຍ “ຂ້ອຍຢາກສະແດງປະຈັກພະຍານ.” ພຽງແຕ່ແບ່ງປັນສິ່ງທີ່ທ່ານຮູ້ ໂດຍອຳນາດຂອງພຣະວິນຍານບໍລິສຸດ. ປະຈັກພະຍານເຖິງຄວາມຈິງຈະມີພະລັງຫລາຍທີ່ສຸດ ເມື່ອມັນກົງໄປກົງມາ ແລະ ຈິງໃຈ. ສະແດງປະຈັກພະຍານເລື້ອຍໆເຖິງພຣະຜູ້ຊ່ວຍໃຫ້ລອດ, ພຣະກິດຕິຄຸນຂອງພຣະອົງ, ແລະ ອຳນາດຂອງພຣະອົງໃນຊີວິດຂອງທ່ານ, ແລະ ຊຸກຍູ້ໃຫ້ຄົນທີ່ທ່ານສິດສອນເຮັດເຊັ່ນດຽວກັນ. ແລະ ຈົ່ງຈື່ຈຳໄວ້ວ່າ ບາງເທື່ອພະຍານທີ່ມີພະລັງທີ່ສຸດບໍ່ໄດ້ເກີດຈາກຄູສອນ ແຕ່ໂດຍເພື່ອນຮ່ວມຮຽນດ້ວຍກັນ.
ຄຳຖາມເພື່ອໄຕ່ຕອງ: ຊອກຫາຕົວຢ່າງຢູ່ໃນພຣະຄຳພີທີ່ສະແດງໃຫ້ເຫັນອິດທິພົນທີ່ມີພະລັງຂອງບາງຄົນທີ່ສະແດງປະຈັກພະຍານ. ທ່ານຮຽນຮູ້ຫຍັງແດ່ຈາກຕົວຢ່າງເຫລົ່ານັ້ນ? ທ່ານເຄີຍໄດ້ຮັບພອນຈາກປະຈັກພະຍານຂອງຄົນໃດຄົນໜຶ່ງເມື່ອໃດ? ການແບ່ງປັນປະຈັກພະຍານຂອງທ່ານມີອິດທິພົນຕໍ່ຜູ້ທີ່ທ່ານສິດສອນແນວໃດ? ມັນມີອິດທິພົນຕໍ່ທ່ານແນວໃດ?
ຈາກພຣະຄຳພີ: ກິດຈະການ 2:32–38; ໂມໄຊຢາ 5:1–3; ແອວມາ 5:45–48; 18:24–42; 22:12–18; ຄຳສອນ ແລະ ພັນທະສັນຍາ 46:13–14; 62:3