“ເຊື້ອເຊີນການຮຽນຮູ້ທີ່ພາກພຽນ,” ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ: ສຳລັບທຸກຄົນທີ່ສິດສອນຢູ່ໃນບ້ານ ແລະ ໃນສາດສະໜາຈັກ (2022)
“ເຊື້ອເຊີນການຮຽນຮູ້ທີ່ພາກພຽນ,” ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ
ເຊື້ອເຊີນການຮຽນຮູ້ທີ່ພາກພຽນ
ມັນຄົງເປັນສິ່ງທີ່ໜ້າພິສະຫວົງອັດສະຈັນໃຈທີ່ໄດ້ເບິ່ງພຣະຜູ້ຊ່ວຍໃຫ້ລອດຍ່າງຢູ່ເທິງໜ້ານ້ຳ. ແຕ່ນັ້ນຍັງບໍ່ພໍສຳລັບເປໂຕ. ເພິ່ນຢາກເຮັດສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳ, ຢາກຢູ່ບ່ອນທີ່ພຣະອົງຢູ່, ແລະ ຢາກມີປະສົບການດຽວກັນນັ້ນດ້ວຍຕົວເພິ່ນເອງ. “ໂຜດສັ່ງໃຫ້ຂ້ານ້ອຍຍ່າງເທິງໜ້ານ້ຳໄປຫາທ່ານແດ່ທ້ອນ,” ເພິ່ນເວົ້າ. ພຣະຜູ້ຊ່ວຍໃຫ້ລອດໄດ້ຕອບດ້ວຍຄຳເຊື້ອເຊີນທີ່ລຽບງ່າຍວ່າ: “ມາແມ.” ດ້ວຍຄຳນັ້ນ, ເປໂຕຈຶ່ງກະໂດດອອກຈາກເຮືອທີ່ປອດໄພ ແລະ ໄດ້ສະແດງໃຫ້ເຮົາເຫັນວ່າ ການເປັນສານຸສິດບໍ່ໄດ້ເປັນປະສົບການທີ່ນັ່ງເບິ່ງຊື່ໆ (ເບິ່ງ ມັດທາຍ 14:24–33). ມັນຮຽກຮ້ອງສັດທາໃນພຣະຄຣິດ ແລະ ຄວາມພະຍາຍາມຢ່າງພາກພຽນ. ແຕ່ມັນກໍຍັງນຳລາງວັນຢ່າງຫລວງຫລາຍທີ່ໄດ້ເດີນໄປກັບພຣະຜູ້ຊ່ວຍໃຫ້ລອດມາໃຫ້ນຳອີກ.
“ມາແມ.” “ເຊີນມາ ແລະ ເບິ່ງເອົາ.” “ຈົ່ງຕາມເຮົາມາ.” “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ” (ມັດທາຍ 14:29; ໂຢຮັນ 1:39; ລູກາ 18:22; 10:37). ຈາກຕອນຕົ້ນຂອງການປະຕິບັດສາດສະໜາກິດຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ເຊື້ອເຊີນຜູ້ຕິດຕາມຂອງພຣະອົງໃຫ້ມີປະສົບການກັບຄວາມຈິງ, ພະລັງ, ແລະ ຄວາມຮັກທີ່ພຣະອົງໄດ້ສະເໜີມອບໃຫ້ດ້ວຍຕົວເອງ. ພຣະອົງໄດ້ກະທຳສິ່ງນີ້ຍ້ອນວ່າການຮຽນຮູ້ເປັນແບບນີ້ແທ້ໆ. ມັນບໍ່ແມ່ນພຽງແຕ່ເປັນການຟັງ ຫລື ການອ່ານເທົ່ານັ້ນ; ມັນແມ່ນການປ່ຽນແປງ, ການກັບໃຈ, ແລະ ຄວາມກ້າວໜ້ານຳອີກ. ໃນພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ, ການຮຽນຮູ້ມີມາ “ໂດຍການສຶກສາ ແລະ ໂດຍສັດທາ ນຳອີກ” (ຄຳສອນ ແລະ ພັນທະສັນຍາ 88:118; ເນັ້ນຄຳເນີ້ງ). ແລະ ສັດທາແມ່ນລວມທັງການກະທຳເພື່ອຕົວເຮົາເອງ, ບໍ່ແມ່ນພຽງແຕ່ໃຫ້ຖືກກະທຳຕໍ່ເທົ່ານັ້ນ (ເບິ່ງ 2 ນີໄຟ 2:26).
ເມື່ອເຮົາເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາໄດ້ເຊື້ອເຊີນໃຫ້ຜູ້ທີ່ເຮົາສິດສອນໝັ່ນຂໍ, ໝັ່ນຊອກຫາ, ແລະ ໝັ່ນເຄາະ—ແລະ ແລ້ວຈະພົບ (ເບິ່ງ ມັດທາຍ 7:7–8). ແລະ ເຮົາຮັບເອົາຄຳເຊື້ອເຊີນນັ້ນດ້ວຍຕົວເອງ. ພ້ອມກັນ, ຜ່ານທາງສັດທາຂອງເຮົາເອງໃນພຣະຄຣິດ ແລະ ຄວາມພະຍາຍາມຢ່າງພາກພຽນ, ເຮົາຈະມາຮູ້ຈັກດ້ວຍຕົວເອງວ່າ ການເດີນໄປກັບພຣະອົງໝາຍຄວາມວ່າແນວໃດ.
ພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍໃຫ້ຄົນອື່ນມີຄວາມຮັບຜິດຊອບຕໍ່ສິ່ງທີ່ພວກເຂົາຮຽນຮູ້
ການສ້າງເຮືອໃຫຍ່ເພື່ອຂ້າມທະເລຢ່າງປອດໄພຈະຕ້ອງເປັນວຽກງານທີ່ຍາກລຳບາກສຳລັບທຸກຄົນ. ນ້ອງຊາຍຂອງຢາເຣັດໄດ້ຖືກ “ຊີ້ນຳຕະຫລອດເວລາ ໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ” (ອີເທີ 2:6), ໄດ້ຮັບຄຳແນະນຳກ່ຽວກັບຮູບຮ່າງຂອງເຮືອ ແລະ ວິທີທີ່ເຮືອຈະລະບາຍອາກາດ. ແຕ່ທ່ານສັງເກດເຫັນຫຍັງແດ່ກ່ຽວກັບວິທີທີ່ພຣະຜູ້ເປັນເຈົ້າໄດ້ຕອບ ເມື່ອນ້ອງຊາຍຂອງຢາເຣັດທູນຂໍໃຫ້ພຣະອົງຈັດຫາແສງສະຫວ່າງໃນເຮືອ? (ເບິ່ງ ອີເທີ 2:22–25). ນ້ອງຊາຍຂອງຢາເຣັດໄດ້ຮັບພອນແນວໃດໂດຍຄຳເຊື້ອເຊີນໃຫ້ໃຊ້ສັດທາຂອງລາວໃນທາງນີ້? (ເບິ່ງ ອີເທີ 3:1–16).
ມັນອາດເບິ່ງຄືວ່າເປັນສິ່ງທີ່ງ່າຍກວ່າຖ້າພຽງແຕ່ບອກຜູ້ຮຽນທຸກສິ່ງທີ່ເຂົາເຈົ້າຄວນຮູ້. ເຖິງຢ່າງໃດກໍຕາມ, ແອວເດີ ເດວິດ ເອ ແບ໊ດນາ ໄດ້ແນະນຳວ່າ: “ຄວາມຕັ້ງໃຈຂອງເຮົາບໍ່ຄວນເປັນວ່າ ‘ເຮົາຈະບອກຫຍັງກັບເຂົາເຈົ້າ?’ ແທນທີ່ຈະເຮັດແນວນັ້ນ, ຄຳຖາມທີ່ຖາມຕົວເອງແມ່ນ ‘ເຮົາຈະເຊື້ອເຊີນໃຫ້ເຂົາເຈົ້າເຮັດຫຍັງ? ຄຳຖາມທີ່ດົນໃຈອັນໃດແດ່ທີ່ເຮົາສາມາດຖາມ, ຖ້າຫາກເຂົາເຈົ້າເຕັມໃຈທີ່ຈະຕອບ, ຈະເລີ່ມເຊື້ອເຊີນໃຫ້ພຣະວິນຍານເຂົ້າມາສູ່ຊີວິດຂອງເຂົາເຈົ້າ? (evening with a General Authority, Feb. 7, 2020, broadcasts.ChurchofJesusChrist.org).
ໃຫ້ພິຈາລະນາວິທີທີ່ທ່ານສາມາດເຊື້ອເຊີນໃຫ້ຜູ້ຮຽນຮັບຜິດຊອບຕໍ່ການຮຽນຮູ້ຂອງເຂົາເຈົ້າ. ຍົກຕົວຢ່າງ, ທ່ານສາມາດເຊື້ອເຊີນໃຫ້ເຂົາເຈົ້າຖາມຄຳຖາມຂອງຕົວເອງ, ຊອກຫາຄຳຕອບ, ໄຕ່ຕອງ, ແລະ ແບ່ງປັນ ຫລື ບັນທຶກຄວາມຄິດ ແລະ ຄວາມຮູ້ສຶກຂອງເຂົາເຈົ້າ. ເມື່ອເຂົາເຈົ້າເຮັດ, ເຂົາເຈົ້າຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຂົາເຈົ້າ, ຄົ້ນພົບຄວາມຈິງໃນພຣະຄຳຂອງພຣະເຈົ້າ, ແລະ ມີປະສົບການດ້ວຍຕົວເອງກັບຄວາມຈິງເຫລົ່ານີ້. ເມື່ອເຮົາມີຄວາມຮັບຜິດຊອບຕໍ່ການຮຽນຮູ້ຂອງເຮົາເອງ, ເຮົາສາມາດເວົ້າ, ດັ່ງທີ່ໂຈເຊັບ ສະມິດ ໄດ້ເວົ້າວ່າ “ລູກໄດ້ຮຽນຮູ້ດ້ວຍຕົວເອງ” (ໂຈເຊັບ ສະມິດ—ປະຫວັດ 1:20).
ຄຳຖາມເພື່ອໄຕ່ຕອງ: ເປັນຫຍັງມັນຈຶ່ງສຳຄັນຕໍ່ຜູ້ຮຽນທີ່ຈະຫ້າວຫັນ ແທນທີ່ຈະບໍ່ເຮັດຫຍັງເລີຍໃນການຮຽນຮູ້ຂອງເຂົາເຈົ້າ? ທ່ານຈະຊ່ວຍໃຫ້ເຂົາເຈົ້າມີຄວາມຮັບຜິດຊອບຕໍ່ການຮຽນຮູ້ຂອງເຂົາເຈົ້າໄດ້ແນວໃດ? ຄູສອນໄດ້ຊ່ວຍທ່ານເຮັດສິ່ງນີ້ແນວໃດ? ຕົວຢ່າງໃດແດ່ຈາກພຣະຄຳພີທີ່ທ່ານຄິດອອກ ທີ່ຜູ້ຄົນຖືກເຊື້ອເຊີນໃຫ້ຮຽນຮູ້ເພື່ອຕົວເອງ? ຕົວຢ່າງເຫລົ່ານີ້ມີຜົນກະທົບຕໍ່ວິທີທີ່ທ່ານສິດສອນແນວໃດ?
ຈາກພຣະຄຳພີ: 1 ນີໄຟ 11; ຄຳສອນ ແລະ ພັນທະສັນຍາ 9:7–8; 58:26–28; 88:118–125; ໂຈເຊັບ ສະມິດ—ປະຫວັດ 1:11–20
ພຣະຜູ້ຊ່ວຍໃຫ້ລອດໄດ້ຊຸກຍູ້ໃຫ້ຄົນອື່ນມາຮູ້ຈັກພຣະອົງ ໂດຍການສຶກສາພຣະຄຳຂອງພຣະອົງ
ເມື່ອເຖິງເວລາທີ່ພຣະຜູ້ຊ່ວຍໃຫ້ລອດຈະຈັດຕັ້ງສາດສະໜາຈັກຂອງພຣະອົງເປັນທາງການໃນຍຸກສຸດທ້າຍ, ພຣະອົງໄດ້ບອກຜູ້ຮັບໃຊ້ຂອງພຣະອົງວ່າໃຫ້, “ໄວ້ວາງໃຈເລື່ອງທີ່ຖືກຂຽນໄວ້” (ຄຳສອນ ແລະ ພັນທະສັນຍາ 18:3). ແນ່ນອນ, ພຣະຄຳພີມໍມອນ, ຊຶ່ງພວກເພິ່ນໄດ້ແປໃກ້ຈະສຳເລັດ, ບັນຈຸຄຳແນະນຳທີ່ເປັນປະໂຫຍດສຳລັບວຽກງານນີ້, ລວມທັງວິທີການບັບຕິສະມາ, ວິທີປະຕິບັດສິນລະລຶກ, ແລະ ລາຍລະອຽດທີ່ມີຄ່າອື່ນໆ ແຕ່ພຣະຜູ້ຊ່ວຍໃຫ້ລອດກໍຢາກໃຫ້ຜູ້ຮັບໃຊ້ຂອງພຣະອົງເຫັນການເປີດເຜີຍຂອງພຣະອົງ ວ່າເປັນໂອກາດທີ່ຈະໄດ້ຍິນພຣະອົງ ແລະ ມາຮູ້ຈັກພຣະອົງຢ່າງເລິກເຊິ່ງຫລາຍຂຶ້ນ. ໃນການເປີດເຜີຍດຽວກັນນັ້ນ, ພຣະອົງໄດ້ບອກພວກເພິ່ນວ່າ, “ແມ່ນສຽງຂອງເຮົາ ຊຶ່ງກ່າວ [ຄຳເຫລົ່ານີ້] ກັບພວກເຈົ້າ; … ດັ່ງນັ້ນ, ພວກເຈົ້າສາມາດເປັນພະຍານໄດ້ວ່າ ພວກເຈົ້າໄດ້ຍິນສຽງຂອງເຮົາ, ແລະ ຮູ້ຖ້ອຍຄຳຂອງເຮົາ” (ຄຳສອນ ແລະ ພັນທະສັນຍາ 18:35–36).
ໃຫ້ຄິດກ່ຽວກັບຜູ້ຄົນທີ່ທ່ານສິດສອນ. ເຂົາເຈົ້າເຫັນການສຶກສາພຣະຄຳພີວ່າເປັນຢ່າງໃດ? ສຳລັບເລື່ອງນັ້ນ, ທ່ານເຫັນມັນວ່າເປັນຢ່າງໃດ? ມັນເປັນຫລາຍກວ່າພັນທະປະຈຳວັນບໍ? ເມື່ອທ່ານສຶກສາພຣະຄຳພີ, ທ່ານຮູ້ສຶກວ່າພຣະຜູ້ຊ່ວຍໃຫ້ລອດກຳລັງກ່າວໂດຍກົງກັບທ່ານບໍ? ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ: “ເຮົາ ສາມາດ ໄປຊອກຮັບຟັງພຣະອົງໄດ້ຢູ່ບ່ອນໃດ? ເຮົາສາມາດໄປຫາພຣະຄຳພີ. … ການເຂົ້າຫາພຣະຄຳຂອງພຣະເຈົ້າທຸກວັນ ເປັນສິ່ງຈຳເປັນຕໍ່ການຢູ່ລອດທາງຈິດວິນຍານ, ໂດຍສະເພາະໃນວັນເວລາທີ່ຫຍຸ້ງຍາກຫລາຍຂຶ້ນເລື້ອຍໆເຫລົ່ານີ້. ເມື່ອເຮົາຊື່ນຊົມຢູ່ດ້ວຍພຣະຄຳຂອງພຣະຄຣິດທຸກວັນ, ແລ້ວພຣະຄຳຂອງພຣະຄຣິດຈະບອກເຮົາໃຫ້ຮູ້ວິທີຕອບຮັບຄວາມຫຍຸ້ງຍາກ ທີ່ເຮົາບໍ່ເຄີຍຄິດວ່າ ມັນຈະເກີດກັບເຮົາ” (“Hear Him,” Liahona, May 2020, 89). ຂະນະທີ່ທ່ານສິດສອນ, ໃຫ້ຊຸກຍູ້ຜູ້ຮຽນໃຫ້ສຶກສາພຣະຄຳພີດ້ວຍຈຸດປະສົງຂອງການຊອກຫາພຣະຜູ້ຊ່ວຍໃຫ້ລອດ—ບໍ່ພຽງແຕ່ຊອກຫາຂໍ້ພຣະຄຳພີ ຫລື ຄວາມຈິງກ່ຽວກັບພຣະອົງເທົ່ານັ້ນ ແຕ່ໃຫ້ຊອກຫາ ພຣະອົງ. ການໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າທຸກໆວັນໃນພຣະຄຳພີ ເປັນຮາກຖານຂອງການຮຽນຮູ້ພຣະກິດຕິຄຸນໄປຕະຫລອດຊີວິດຢ່າງພາກພຽນ ແລະ ເປັນອິດສະລະ.
ຄຳຖາມເພື່ອໄຕ່ຕອງ: ໃຫ້ພິຈາລະນານິໄສສຶກສາພຣະຄຳພີຂອງທ່ານເອງ. ການສຶກສາພຣະຄຳຂອງພຣະເຈົ້າໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄວາມສຳພັນຂອງທ່ານກັບພຣະອົງແນວໃດ? ທ່ານສາມາດເຮັດສິ່ງໃດເພື່ອປັບປຸງການສຶກສາຂອງທ່ານ? ທ່ານຈະດົນໃຈຄົນອື່ນໃຫ້ສຶກສາພຣະຄຳຂອງພຣະເຈົ້າຢ່າງພາກພຽນ ແລະ ເປັນປະຈຳໄດ້ແນວໃດ? ພອນຢ່າງໃດແດ່ທີ່ເຂົາເຈົ້າຈະໄດ້ຮັບຂະນະທີ່ເຂົາເຈົ້າເຮັດ?
ຈາກພຣະຄຳພີ: ໂຢຊວຍ 1:8; 2 ຕີໂມທຽວ 3:15–17; 2 ນີໄຟ 32:3; ຢາໂຄບ 2:8; 4:6; ຄຳສອນ ແລະ ພັນທະສັນຍາ 33:16
ພຣະຜູ້ຊ່ວຍໃຫ້ລອດໄດ້ເຊື້ອເຊີນໃຫ້ຄົນອື່ນກະກຽມທີ່ຈະຮຽນຮູ້
ເຖິງແມ່ນວ່າເປັນເມັດພືດດີ ແຕ່ກໍບໍ່ສາມາດເຕີບໂຕໃນບ່ອນດິນແຂງ, ດິນທີ່ມີຫີນ, ຫລື ດິນທີ່ມີໜາມໄດ້. ຄ້າຍຄືກັນນີ້, ເຖິງແມ່ນວ່າເປັນຄຳສອນທີ່ປະເສີດລ້ຳ ແລະ ສົ່ງເສີມສັດທາ ແຕ່ຈະບໍ່ສາມາດປ່ຽນໃຈທີ່ບໍ່ໄດ້ກະກຽມທີ່ຈະຮັບເອົາມັນ. ນັ້ນຄືຂ່າວສານໃນຄຳອຸປະມາຂອງພຣະຜູ້ຊ່ວຍໃຫ້ລອດກ່ຽວກັບຜູ້ຫວ່ານ, ເມັດພືດ, ແລະ ດິນໃນສະພາບທີ່ຫລາກຫລາຍ. ໃນບ່ອນ “ດິນດີ” ນີ້ແຫລະ—ທີ່ຫົວໃຈຖືກເຮັດໃຫ້ອ່ອນລົງ ແລະ ຫີນ ແລະ ໜາມຖືກກຳຈັດ—ເພື່ອວ່າພຣະຄຳຂອງພຣະເຈົ້າຈະເຕີບໂຕ-ອອກຜົນ (ເບິ່ງ ມັດທາຍ 13:1–9, 18–23).
ການກະກຽມທາງວິນຍານແມ່ນສຳຄັນ—ສຳລັບທ່ານ ແລະ ສຳລັບຜູ້ທີ່ທ່ານສິດສອນ. ສະນັ້ນເຮົາຈະຊ່ວຍກະກຽມຫົວໃຈຂອງເຮົາໄດ້ແນວໃດ ເພື່ອວ່າມັນຈະເປັນ “ດິນດີ” ສຳລັບພຣະຄຳຂອງພຣະເຈົ້າ? ໃຫ້ພິຈາລະນາຫລັກທຳຂອງການກະກຽມດັ່ງຕໍ່ໄປນີ້, ຊຶ່ງທ່ານສາມາດນຳໃຊ້ໃນຊີວິດຂອງທ່ານ ແລະ ຊຸກຍູ້ໃນຊີວິດຂອງຄົນທີ່ທ່ານສິດສອນ. ຈົ່ງອະທິຖານເພື່ອຈະໄດ້ຮູ້ຈັກສິ່ງທີ່ພຣະຜູ້ເປັນເຈົ້າປະສົງໃຫ້ທ່ານຮຽນຮູ້. ດຳລົງຊີວິດໃນວິທີທີ່ຈະເຊື້ອເຊີນການປະທັບຢູ່ຂອງພຣະອົງໃນຊີວິດຂອງທ່ານ. ກັບໃຈທຸກວັນ. ບຳລຸງລ້ຽງຄວາມປາດຖະໜາຂອງທ່ານທີ່ຈະຮຽນຮູ້ ໂດຍການທູນຖາມຢ່າງຈິງໃຈ. ສຶກສາພຣະຄຳຂອງພຣະເຈົ້າດ້ວຍສັດທາ ວ່າພຣະອົງຈະນຳພາທ່ານໄປຫາຄຳຕອບ. ເປີດໃຈຂອງທ່ານກັບສິ່ງໃດກໍຕາມທີ່ພຣະອົງຈະສິດສອນທ່ານ.
ຂະນະທີ່ຜູ້ຮຽນກະກຽມທີ່ຈະຮຽນຮູ້ໃນວິທີນີ້, ເຂົາເຈົ້າຈະມີຕາທາງວິນຍານເພື່ອມອງເຫັນ ແລະ ມີຫູເພື່ອໄດ້ຍິນສິ່ງທີ່ພຣະຜູ້ເປັນເຈົ້າຢາກໃຫ້ເຂົາເຈົ້າຮູ້ (ເບິ່ງ ມັດທາຍ 13:16).
ຄຳຖາມເພື່ອໄຕ່ຕອງ: ທ່ານເຮັດຫຍັງແດ່ເພື່ອກະກຽມຕົວເອງທີ່ຈະຮຽນຮູ້? ການກະກຽມຂອງທ່ານມີຜົນກະທົບຕໍ່ວິທີທີ່ທ່ານມອງເຫັນ, ໄດ້ຍິນ, ແລະ ເຂົ້າໃຈພຣະຄຳຂອງພຣະເຈົ້າແນວໃດ? ທ່ານຈະສາມາດດົນໃຈຄົນອື່ນໃຫ້ກະກຽມທີ່ຈະຮຽນຮູ້ໄດ້ແນວໃດ? ມັນຈະແຕກຕ່າງແນວໃດໃນວິທີທີ່ເຂົາເຈົ້າໄດ້ຮັບຄວາມຈິງຂອງພຣະກິດຕິຄຸນ?
ຈາກພຣະຄຳພີ: ເອໂນດ 1:1–8; ແອວມາ 16:16–17; 32:6, 27–43; 3 ນີໄຟ 17:3
ພຣະຜູ້ຊ່ວຍໃຫ້ລອດໄດ້ຊຸກຍູ້ໃຫ້ຄົນອື່ນແບ່ງປັນຄວາມຈິງທີ່ພວກເຂົາກຳລັງຮຽນຮູ້
“ຂ້າພຣະອົງເວົ້າຜ່ຳ,” ເອນົກຄ່ຳຄວນເມື່ອພຣະຜູ້ເປັນເຈົ້າໄດ້ເອີ້ນໃຫ້ເພິ່ນສັ່ງສອນພຣະກິດຕິຄຸນ. ແຕ່ຄວາມໂວຫານບໍ່ເຄີຍເປັນຂໍ້ຮຽກຮ້ອງສຳລັບການເປັນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ. ກົງກັນຂ້າມ, ພຣະຜູ້ເປັນເຈົ້າໄດ້ສັນຍາກັບເອນົກວ່າ ຖ້າຫາກເພິ່ນມີສັດທາພຽງພໍທີ່ຈະເປີດປາກຂອງເພິ່ນ, ແລ້ວຄຳເວົ້າຈະອອກມາເອງ. “ເຮົາຈະໃຫ້ເຈົ້າເອີ່ຍປາກ,” ພຣະອົງໄດ້ກ່າວ (ໂມເຊ 6:31–32). ເອນົກໄດ້ໃຊ້ສັດທາຂອງເພິ່ນ, ແລະ ພຣະຜູ້ເປັນເຈົ້າໄດ້ກ່າວຜ່ານທາງເພິ່ນແທ້ໆ, ດ້ວຍຖ້ອຍຄຳທີ່ມີພະລັງ ຈົນວ່າຜູ້ຄົນຕົວສັ່ນ (ເບິ່ງ ໂມເຊ 6:47). ຕາມຈິງແລ້ວ, ມັນໄດ້ເຮັດໃຫ້ແຜ່ນດິນໂລກສັ່ນສະເທືອນ. ພູເຂົາໄດ້ຫລົບໜີ, ແມ່ນ້ຳໄດ້ຫັນໜີຈາກເສັ້ນທາງຂອງມັນ, ແລະ ປະຊາຊາດທັງປວງຢ້ານກົວຜູ້ຄົນຂອງພຣະເຈົ້າ, “ຖ້ອຍຄຳຂອງເອນົກມີພະລັງຫລາຍ, ແລະ ພາສາຂອງເພິ່ນມີອຳນາດຫລາຍ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ເພິ່ນ” (ໂມເຊ 7:13).
ພຣະຜູ້ເປັນເຈົ້າປະສົງໃຫ້ເຮົາທຸກຄົນ—ບໍ່ພຽງແຕ່ສາດສະດາຂອງພຣະອົງເທົ່ານັ້ນ—ມີພະລັງທີ່ຈະກ່າວພຣະຄຳຂອງພຣະອົງ. ພຣະອົງປະສົງສິ່ງນັ້ນສຳລັບເຮົາທຸກຄົນ, ລວມທັງຜູ້ຄົນທີ່ທ່ານສິດສອນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 1:20–21). ຄຳຂອງເຮົາອາດບໍ່ສາມາດຍ້າຍພູເຂົາ ຫລື ປ່ຽນທາງເດີນຂອງສາຍນ້ຳ, ແຕ່ມັນສາມາດຊ່ວຍປ່ຽນໃຈໄດ້. ນັ້ນຄືເຫດຜົນວ່າເປັນຫຍັງມັນຈຶ່ງສຳຄັນຫລາຍທີ່ຈະໃຫ້ຜູ້ຮຽນມີໂອກາດທີ່ຈະແບ່ງປັນນຳກັນ ໃນສິ່ງທີ່ເຂົາເຈົ້າກຳລັງຮຽນຮູ້ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ. ການເຮັດສິ່ງນີ້ຈະຊ່ວຍໃຫ້ເຂົາເຈົ້ານຳໃຊ້ຄວາມຈິງທີ່ເຂົາເຈົ້າໄດ້ຖືກສິດສອນ ແລະ ສະແດງມັນ. ມັນຈະຊ່ວຍໃຫ້ເຂົາເຈົ້າມີຄວາມໝັ້ນໃຈກັບຄວາມສາມາດຂອງຕົນທີ່ຈະແບ່ງປັນຄວາມຈິງໃນສະພາບແວດລ້ອມອື່ນນຳອີກ.
ຄຳຖາມເພື່ອໄຕ່ຕອງ: ໃຫ້ຄິດກ່ຽວກັບເວລາຕອນທີ່ທ່ານໄດ້ເວົ້າເຖິງຄວາມຈິງຂອງພຣະກິດຕິຄຸນກັບບາງຄົນ. ທ່ານຮຽນຮູ້ຫຍັງແດ່ຈາກປະສົບການ? ເມື່ອໃດທີ່ທ່ານມີຄວາມກະຕັນຍູທີ່ບາງຄົນມີຄວາມກ້າຫານທີ່ຈະແບ່ງປັນຄວາມຄິດ ແລະ ຄວາມເຊື່ອຂອງເຂົາເຈົ້າ? ຜູ້ຄົນທີ່ທ່ານສິດສອນຈະໄດ້ຮັບຜົນປະໂຫຍດຈາກໂອກາດທີ່ຈະເວົ້າກ່ຽວກັບສິ່ງທີ່ເຂົາເຈົ້າກຳລັງຮຽນຮູ້ໄດ້ແນວໃດ? ໂອກາດຢ່າງໃດແດ່ທີ່ທ່ານສາມາດສ້າງຂຶ້ນເພື່ອເຂົາເຈົ້າ?
ຈາກພຣະຄຳພີ: ແອວມາ 17:2–3; ໂມໂຣໄນ 6:4–6; ຄຳສອນ ແລະ ພັນທະສັນຍາ 84:85; 88:122; 100:5–8
ພຣະຜູ້ຊ່ວຍໃຫ້ລອດໄດ້ເຊື້ອເຊີນໃຫ້ຄົນອື່ນດຳລົງຊີວິດຕາມສິ່ງທີ່ພຣະອົງໄດ້ສິດສອນ
“ຈົ່ງໃຫ້ແສງສະຫວ່າງທີ່ຢູ່ໃນພວກເຈົ້ານັ້ນສ່ອງແສງຕໍ່ໜ້າຄົນທັງປວງ.” “ຈົ່ງຮັກສັດຕູຂອງເຈົ້າ.” “ຈົ່ງໝັ່ນຂໍ, ແລ້ວເຈົ້າຈະໄດ້ຮັບ.” “ຈົ່ງເຂົ້າໄປທາງປະຕູຄັບ.” (ມັດທາຍ 5:16, 44; 7:7, 13.) ຄຳເຊື້ອເຊີນທີ່ແຈ່ມແຈ້ງ ແລະ ໜ້າຊົງຈຳໃນການປະຕິບັດສາດສະໜາກິດທັງໝົດຂອງພຣະຜູ້ຊ່ວຍໃຫ້ລອດໄດ້ຖືກກ່າວ ຂະນະທີ່ພຣະອົງສິດສອນສານຸສິດຂອງພຣະອົງຢູ່ໂນນພູແຄມທະເລສາບຄາລີເລ. ຈຸດປະສົງຂອງພຣະຜູ້ຊ່ວຍໃຫ້ລອດຄື ທີ່ຈະປ່ຽນຊີວິດ, ດັ່ງທີ່ລະບຸໄວ້ຢ່າງແຈ່ມແຈ້ງໃນຄຳເຊື້ອເຊີນຕອນທ້າຍຂອງພຣະອົງທີ່ວ່າ: “ຜູ້ໃດທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາແລ້ວ, ແລະ ປະຕິບັດຕາມ, ຄົນເຫລົ່ານັ້ນກໍເປັນເໝືອນຄົນສະຫລາດທີ່ປຸກເຮືອນຂອງຕົນຢູ່ເທິງດານຫີນ” (ມັດທາຍ 7:24; ເນັ້ນຄຳເນີ້ງ).
ຝົນຈະຕົກລົງມາ ແລະ ນ້ຳຈະຖ້ວມ ແລະ ລົມຈະພັດເຂົ້າມາໃນຊີວິດຂອງທຸກຄົນ. ການຮຽນຮູ້ ກ່ຽວກັບພຣະກິດຕິຄຸນຈະບໍ່ພຽງພໍ ຖ້າຫາກຜູ້ຮຽນຕ້ອງທົນກັບການທົດລອງທັງໝົດທີ່ເຂົາເຈົ້າຈະປະເຊີນ. ນີ້ຄືເຫດຜົນທີ່ເຮົາບໍ່ຄວນລັງເລທີ່ຈະເຊື້ອເຊີນໃຫ້ຜູ້ຮຽນພິຈາລະນາວິທີທີ່ເຂົາເຈົ້າສາມາດ ດຳລົງຊີວິດ ຕາມສິ່ງທີ່ເຂົາເຈົ້າກຳລັງຮຽນຮູ້. ໂດຍການໃຫ້ກຽດແກ່ອຳເພີໃຈຂອງຄົນອື່ນ, ຄຳເຊື້ອເຊີນຂອງເຮົາຈະເປັນແບບທົ່ວໄປ: “ພວກເຈົ້າຮູ້ສຶກປະທັບໃຈວ່າໃຫ້ເຮັດຫຍັງ?” ບາງຄັ້ງຄຳເຊື້ອເຊີນຂອງເຮົາອາດຈະຕ້ອງເປັນແບບສະເພາະເຈາະຈົງຕື່ມອີກ: “ພວກເຈົ້າຈະເລືອກເອົາຄຸນລັກສະນະໜຶ່ງຂອງພຣະຜູ້ຊ່ວຍໃຫ້ລອດທີ່ພວກເຈົ້າຢາກເຮັດບໍ?” ເມື່ອທ່ານໃຫ້ໂອກາດແກ່ຜູ້ຮຽນທີ່ຈະໄດ້ຍິນ, ຮັບຮູ້, ແລະ ແບ່ງປັນການກະຕຸ້ນຈາກພຣະວິນຍານບໍລິສຸດ, ພຣະອົງຈະສິດສອນເຂົາເຈົ້າເຖິງການກະທຳສ່ວນຕົວທີ່ເຂົາເຈົ້າຕ້ອງເຮັດ. ຊ່ວຍໃຫ້ຜູ້ຮຽນພິຈາລະນາພອນທີ່ຈະຕິດຕາມມາໃນຂະນະທີ່ເຂົາເຈົ້າປະຕິບັດຕາມສິ່ງທີ່ເຂົາເຈົ້າຮຽນຮູ້, ແລະ ຊຸກຍູ້ໃຫ້ເຂົາເຈົ້າອົດທົນຕໍ່ໄປ ເຖິງແມ່ນວ່າມັນຈະຫຍຸ້ງຍາກກໍຕາມ. ການດຳລົງຊີວິດຕາມຄວາມຈິງເປັນເສັ້ນທາງທີ່ໄວທີ່ສຸດທີ່ນຳໄປສູ່ສັດທາ, ປະຈັກພະຍານ, ແລະ ການປ່ຽນໃຈເຫລື້ອມໃສທີ່ຍິ່ງໃຫຍ່ກວ່າ. ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວ, ການດຳລົງຊີວິດຕາມຄຳສອນຂອງພຣະບິດາ ເປັນວິທີສຳລັບເຮົາທຸກຄົນທີ່ຈະຮູ້ແທ້ໆວ່າ ຄຳສອນນັ້ນເປັນຄວາມຈິງ (ເບິ່ງ ໂຢຮັນ 7:17).
ຄຳຖາມເພື່ອໄຕ່ຕອງ: ເມື່ອໃດທີ່ທ່ານໄດ້ຮັບການດົນໃຈໃຫ້ກະທຳຍ້ອນຄຳເຊື້ອເຊີນຈາກຜູ້ໃດຜູ້ໜຶ່ງ? ຊີວິດຂອງທ່ານມີການປ່ຽນແປງແນວໃດເພາະການນັ້ນ? ໃຫ້ສັງເກດເບິ່ງຄຳເຊື້ອເຊີນທີ່ໄດ້ຮັບໃນພຣະຄຳພີ ແລະ ໂດຍຜູ້ນຳຂອງສາດສະໜາຈັກ. ທ່ານຮຽນຮູ້ຫຍັງແດ່ທີ່ສາມາດຊ່ວຍທ່ານຂະນະທີ່ທ່ານເຊື້ອເຊີນໃຫ້ຄົນອື່ນກະທຳ? ທ່ານສາມາດຕິດຕາມເບິ່ງຄຳເຊື້ອເຊີນຂອງທ່ານໃນທາງໃດແດ່?
ຈາກພຣະຄຳພີ: ລູກາ 10:36–37; ໂຢຮັນ 7:17; ຢາໂກໂບ 1:22; ໂມໄຊຢາ 4:9–10; ຄຳສອນ ແລະ ພັນທະສັນຍາ 43:8–10; 82:10