ພຣະ​ຄຳ​ພີ
ແອວ​ມາ 18


ບົດ​ທີ 18

ກະ​ສັດ​ລາ​ໂມ​ໄນ​ຄິດ​ວ່າ​ອຳ​ໂມນ​ເປັນ​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່—ອຳ​ໂມນ​ສິດ​ສອນ​ກະ​ສັດ​ກ່ຽວ​ກັບ​ການ​ສ້າງ, ການ​ກະ​ທຳ​ຂອງ​ພຣະ​ເຈົ້າ​ຕໍ່​ມະ​ນຸດ, ແລະ ການ​ໄຖ່​ຊຶ່ງ​ມາ​ໂດຍ​ຜ່ານ​ທາງ​ພຣະ​ຄຣິດ—ລາ​ໂມ​ໄນ​ເຊື່ອ ແລະ ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ​ຄື​ກັບ​ວ່າ​ຕາຍ​ແລ້ວ. ປະ​ມານ 90 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະ​ສັດ​ລາ​ໂມ​ໄນ​ໄດ້​ສັ່ງ​ໃຫ້​ຂ້າ​ໃຊ້​ຂອງ​ເພິ່ນ​ອອກ​ມາ​ຢືນ ເພື່ອ​ເປັນ​ພະ​ຍານ​ເຖິງ​ເລື່ອງ​ທັງ​ໝົດ​ທີ່​ພວກ​ເຂົາ​ເຫັນ​ມາ​ກ່ຽວ​ກັບ​ເລື່ອງ​ນີ້.

2 ແລະ ເວ​ລາ​ພວກ​ເຂົາ​ທຸກ​ຄົນ​ໃຫ້​ການ​ເຖິງ​ເລື່ອງ​ທີ່​ໄດ້​ເຫັນ​ມາ ແລະ ພວກ​ເຂົາ​ຈຶ່ງ​ຮູ້​ຈັກ​ເຖິງ​ຄວາມ​ຊື່​ສັດ​ຂອງ​ອຳ​ໂມນ​ໃນ​ການ​ປົກ​ປັກ​ຮັກ​ສາ​ຝູງ​ສັດ​ລ້ຽງ​ຂອງ​ເພິ່ນ, ແລະ ຮູ້​ເຖິງ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່​ຂອງ​ລາວ​ໃນ​ການ​ຕໍ່​ສູ້​ກັບ​ຄົນ​ພວກ​ນັ້ນ ຊຶ່ງ​ພະ​ຍາ​ຍາມ​ຈະ​ຂ້າ​ລາວ​ອີກ, ເພິ່ນ​ມີ​ຄວາມ​ແປກ​ປະ​ຫລາດ​ໃຈ​ຢ່າງ​ຍິ່ງ, ແລະ ໄດ້​ກ່າວ​ວ່າ: ແນ່​ນອນ​ທີ່​ສຸດ, ນີ້​ຍິ່ງ​ໃຫຍ່​ກວ່າ​ມະ​ນຸດ​ທຳ​ມະ​ດາ. ຈົ່ງ​ເບິ່ງ, ນີ້​ບໍ່​ແມ່ນ​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ບໍ ທີ່​ໄດ້​ສົ່ງ​ໂທດ​ອັນ​ແສນ​ສາ​ຫັດ​ມາ​ສູ່​ຜູ້​ຄົນ​ພວກ​ນີ້ ຍ້ອນ​ວ່າ​ການ​ຄາດ​ຕະ​ກຳ​ຂອງ​ພວກ​ເຂົາ?

3 ແລະ ພວກ​ເຂົາ​ຕອບ​ກະ​ສັດ, ແລະ ກ່າວ​ວ່າ: ພວກ​ຂ້າ​ນ້ອຍ​ບໍ່​ຮູ້​ຈັກ​ວ່າ​ລາວ​ເປັນ​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່ ຫລື ວ່າ​ມະ​ນຸດ​ທຳ​ມະ​ດາ; ແຕ່​ພວກ​ຂ້າ​ນ້ອຍ​ຮູ້​ຈັກ​ພຽງ​ແຕ່​ວ່າ​ສັດ​ຕູ​ຂອງ​ກະ​ສັດ​ຈະ​ຂ້າ​ລາວ ບໍ່​ໄດ້; ທັງ​ພວກ​ເຂົາ​ບໍ່​ສາ​ມາດ​ທຳ​ລາຍ​ຝູງ​ສັດ​ລ້ຽງ​ຂອງ​ກະ​ສັດ​ໃຫ້​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ໄດ້ ຕາບ​ໃດ​ທີ່​ລາວ​ຍັງ​ຢູ່​ກັບ​ພວກ​ຂ້າ​ນ້ອຍ, ເພາະ​ວ່າ​ຄວາມ​ຊຳ​ນິ​ຊຳ​ນານ ແລະ ພະ​ລັງ​ອັນ​ຍິ່ງ​ໃຫຍ່​ຂອງ​ລາວ; ສະ​ນັ້ນ, ພວກ​ຂ້າ​ນ້ອຍ​ຈຶ່ງ​ຮູ້​ວ່າ ລາວ​ເປັນ​ເພື່ອນ​ຂອງ​ກະ​ສັດ. ແລະ ບັດ​ນີ້, ໂອ້ ກະ​ສັດ​ເອີຍ, ພວກ​ຂ້າ​ນ້ອຍ​ບໍ່​ເຊື່ອ​ວ່າ​ມະ​ນຸດ​ທຳ​ມະ​ດາ​ຈະ​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ພຽງ​ນີ້, ເພາະ​ພວກ​ຂ້າ​ນ້ອຍ​ຮູ້​ວ່າ​ພວກ​ເຂົາ​ບໍ່​ສາ​ມາດ​ຂ້າ​ລາວ​ໄດ້.

4 ແລະ ບັດ​ນີ້, ເມື່ອ​ກະ​ສັດ​ໄດ້​ຍິນ​ຂໍ້​ຄວາມ​ນີ້​ແລ້ວ, ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກ​ເຂົາ​ວ່າ: ບັດ​ນີ້​ຂ້າ​ພະ​ເຈົ້າ​ຮູ້​ວ່າ ນີ້​ຄື​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່; ແລະ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ໃນ​ເວ​ລາ​ນີ້​ເພື່ອ​ປົກ​ປັກ​ຮັກ​ສາ​ຊີ​ວິດ​ຂອງ​ພວກ​ເຈົ້າ, ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ໄດ້ ຂ້າ​ພວກ​ເຈົ້າ​ຄື​ກັນ​ກັບ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ເຮັດ​ມາ​ແລ້ວ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ. ບັດ​ນີ້ ນີ້​ຄື​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່ ຊຶ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ເວົ້າ​ໄວ້.

5 ບັດ​ນີ້ ນີ້​ເປັນ​ປະ​ເພ​ນີ​ຂອງ​ກະ​ສັດ​ລາ​ໂມ​ໄນ, ຊຶ່ງ​ມາ​ຈາກ​ບິ​ດາ​ຂອງ​ເພິ່ນ​ວ່າ ມັນ​ມີ ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່, ທັງໆ​ທີ່​ພວກ​ເຂົາ​ເຊື່ອ​ໃນ​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່ ພວກ​ເຂົາ​ກໍ​ຍັງ​ຄິດ​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ເຮັດ​ໄປ​ນັ້ນ​ຖືກ​ຕ້ອງ​ແລ້ວ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາ​ໂມ​ໄນ​ໄດ້​ເລີ່ມ​ມີ​ຄວາມ​ຢ້ານ​ກົວ​ທີ່​ສຸດ, ດ້ວຍ​ຄວາມ​ຢ້ານ​ທີ່​ເພິ່ນ​ເຮັດ​ຜິດ​ໃນ​ການ​ຂ້າ​ພວກ​ຂ້າ​ໃຊ້​ຂອງ​ເພິ່ນ;

6 ເພາະ​ວ່າ​ເພິ່ນ​ໄດ້​ຂ້າ​ພວກ​ຂ້າ​ໃຊ້​ຫລາຍ​ຄົນ ເພາະ​ວ່າ​ພີ່​ນ້ອງ​ຂອງ​ພວກ​ນີ້​ໄດ້​ເຮັດ​ໃຫ້​ຝູງ​ສັດ​ລ້ຽງ​ຂອງ​ເພິ່ນ​ກະ​ຈັດ​ກະ​ຈາຍ​ໄປ​ບ່ອນ​ທີ່​ມີ​ນ້ຳ; ແລະ ດັ່ງ​ນັ້ນ, ເພາະ​ພວກ​ເຂົາ​ໄດ້​ເຮັດ​ໃຫ້​ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ​ກະ​ຈັດ​ກະ​ຈາຍ​ໄປ ພວກ​ເຂົາ​ຈຶ່ງ​ຖືກ​ຂ້າ.

7 ບັດ​ນີ້​ມັນ​ເປັນ​ການ​ປະ​ຕິ​ບັດ​ຂອງ​ຊາວ​ເລ​ມັນ​ທີ່​ຈະ​ໄປ​ຢືນ​ຢູ່​ໃກ້​ນ້ຳ​ຊີ​ບັດ ເພື່ອ​ໃຫ້​ຝູງ​ສັດ​ລ້ຽງ​ຂອງ​ຜູ້​ຄົນ​ກະ​ຈັດ​ກະ​ຈາຍ​ໄປ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ໄລ່​ຕ້ອນ​ເອົາ​ແກະ​ທີ່​ກະ​ຈັດ​ກະ​ຈາຍ​ໄປ​ນັ້ນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ, ມັນ​ເປັນ​ວິ​ທີ​ປຸ້ນ​ຢ່າງ​ໜຶ່ງ​ໃນ​ບັນ​ດາ​ພວກ​ເຂົາ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະ​ສັດ​ລາ​ໂມ​ໄນ​ໄດ້​ສອບ​ຖາມ​ຂ້າ​ໃຊ້​ຂອງ​ເພິ່ນ, ໂດຍ​ກ່າວ​ວ່າ: ຄົນ​ຜູ້​ນີ້​ທີ່​ມີ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່​ແບບ​ນີ້​ຢູ່​ໃສ?

9 ແລະ ພວກ​ເຂົາ​ຕອບ​ວ່າ: ຈົ່ງ​ເບິ່ງ, ລາວ​ກຳ​ລັງ​ເອົາ​ອາ​ຫານ​ໃຫ້​ມ້າ​ຂອງ​ທ່ານ​ກິນ​ຢູ່. ບັດ​ນີ້​ກະ​ສັດ​ໄດ້​ສັ່ງ​ຂ້າ​ໃຊ້​ຂອງ​ເພິ່ນ, ກ່ອນ​ເວ​ລາ​ທີ່​ຈະ​ເອົາ​ຝູງ​ແກະ​ໄປ​ກິນ​ນ້ຳ​ວ່າ, ໃຫ້​ພວກ​ເຂົາ​ຕຽມ​ມ້າ ແລະ ລົດ​ມ້າ​ຂອງ​ເພິ່ນ​ໄວ້, ແລະ ນຳ​ເອົາ​ເພິ່ນ​ໄປ​ຫາ​ແຜ່ນ​ດິນ​ນີ​ໄຟ ເພາະ​ຈະ​ມີ​ການ​ລ້ຽງ​ສະ​ຫລອງ​ກັນ​ຢ່າງ​ໃຫຍ່​ໃນ​ແຜ່ນ​ດິນ​ນີ​ໄຟ ຊຶ່ງ​ຈັດ​ຂຶ້ນ​ໂດຍ​ບິ​ດາ​ຂອງ​ລາ​ໂມ​ໄນ​ຜູ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ປົກ​ຄອງ​ທົ່ວ​ແຜ່ນ​ດິນ.

10 ບັດ​ນີ້​ເວ​ລາ​ກະ​ສັດ​ລາ​ໂມ​ໄນ​ໄດ້​ຍິນ​ວ່າ ອຳ​ໂມນ​ກຳ​ລັງ​ຕຽມ​ມ້າ ແລະ ລົດ​ມ້າ​ຂອງ​ເພິ່ນ​ຢູ່ ເພິ່ນ​ກໍ​ຍິ່ງ​ປະ​ຫລາດ​ໃຈ, ເພາະ​ວ່າ​ຄວາມ​ຊື່​ສັດ​ຂອງ​ອຳ​ໂມນ, ຈຶ່ງ​ກ່າວ​ອອກ​ມາ​ວ່າ: ແນ່​ນອນ​ທີ່​ສຸດ ມັນ​ບໍ່​ເຄີຍ​ມີ​ຂ້າ​ໃຊ້​ຄົນ​ໃດ​ໃນ​ບັນ​ດາ​ຂ້າ​ໃຊ້​ທັງ​ໝົດ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຊື່​ສັດ​ເທົ່າ​ກັບ​ຄົນ​ນີ້; ເພາະ​ລາວ​ຈື່​ຈຳ​ຄຳ​ສັ່ງ​ທັງ​ໝົດ​ຂອງ​ຂ້າ​ພະ​ເຈົ້າ​ເພື່ອ​ປະ​ຕິ​ບັດ.

11 ບັດ​ນີ້​ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ນີ້​ຄື​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່, ແລະ ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​ໃຫ້​ລາວ​ມາ​ຫາ​ຂ້າ​ພະ​ເຈົ້າ, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ກ້າ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ອຳ​ໂມນ​ຕຽມ​ມ້າ ແລະ ລົດ​ມ້າ​ໄວ້​ໃຫ້​ກະ​ສັດ ແລະ ຂ້າ​ໃຊ້​ຄົນ​ອື່ນໆ​ຂອງ​ກະ​ສັດ​ແລ້ວ, ລາວ​ກໍ​ໄປ​ຫາ​ກະ​ສັດ ແລະ ລາວ​ເຫັນ​ສີ​ໜ້າ​ຂອງ​ກະ​ສັດ​ປ່ຽນ​ແປງ​ໄປ; ສະ​ນັ້ນ ລາວ​ເກືອບ​ຈະ​ກັບ​ຄືນ​ອອກ​ໄປ.

13 ແລະ ຂ້າ​ໃຊ້​ຜູ້​ໜຶ່ງ​ຂອງ​ກະ​ສັດ​ເວົ້າ​ກັບ​ລາວ​ວ່າ, ຣັບ​ບາ​ນາ, ຊຶ່ງ​ແປ​ວ່າ, ກະ​ສັດ​ຜູ້​ມີ​ອຳ​ນາດ ຫລື ຍິ່ງ​ໃຫຍ່, ຊຶ່ງ​ພວກ​ເຂົາ​ຖື​ວ່າ​ກະ​ສັດ​ຂອງ​ພວກ​ເຂົາ​ມີ​ອຳ​ນາດ ແລະ ພວກ​ເຂົາ​ຈຶ່ງ​ເວົ້າ​ກັບ​ອຳ​ໂມນ​ຕາມ​ນັ້ນ​ວ່າ: ຣັບ​ບາ​ນາ, ກະ​ສັດ​ປາດ​ຖະ​ໜາ​ໃຫ້​ເຈົ້າ​ຢູ່​ກ່ອນ.

14 ສະ​ນັ້ນ​ອຳ​ໂມນ​ຈຶ່ງ​ໄດ້​ຫັນ​ຕົວ​ໄປ​ຫາ​ກະ​ສັດ, ແລະ ກ່າວ​ກັບ​ກະ​ສັດ​ວ່າ: ໂອ້ ກະ​ສັດ​ເອີຍ ທ່ານ​ປະ​ສົງ​ຈະ​ໃຫ້​ຂ້າ​ນ້ອຍ​ເຮັດ​ສິ່ງ​ໃດ​ໃຫ້​ທ່ານ? ແລະ ກະ​ສັດ​ບໍ່​ໄດ້​ຕອບ​ລາວ​ເປັນ​ເວ​ລາ​ເຖິງ​ໜຶ່ງ​ຊົ່ວ​ໂມງ, ຕາມ​ເວ​ລາ​ຂອງ​ພວກ​ເຂົາ, ເພາະ​ວ່າ​ກະ​ສັດ​ບໍ່​ຮູ້​ຈັກ​ວ່າ​ຈະ​ເວົ້າ​ຫຍັງ​ກັບ​ລາວ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອຳ​ໂມນ​ເວົ້າ​ກັບ​ເພິ່ນ​ອີກ​ວ່າ: ທ່ານ​ປາດ​ຖະ​ໜາ​ອັນ​ໃດ​ຈາກ​ຂ້າ​ນ້ອຍ? ແຕ່​ກະ​ສັດ​ກໍ​ບໍ່​ຕອບ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອຳ​ໂມນ​ໂດຍ​ທີ່​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ, ສະ​ນັ້ນ ລາວ​ຈຶ່ງ​ຮູ້​ຈັກ ຄວາມ​ນຶກ​ຄິດ​ຂອງ​ກະ​ສັດ. ແລະ ລາວ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ: ນີ້​ເປັນ​ເພາະ​ວ່າ​ທ່ານ​ໄດ້​ຍິນ​ວ່າ ຂ້າ​ນ້ອຍ​ປົກ​ປັກ​ຮັກ​ສາ​ຂ້າ​ໃຊ້ ແລະ ຝູງ​ສັດ​ລ້ຽງ​ຂອງ​ທ່ານ, ແລະ ໄດ້​ຂ້າ​ພີ່​ນ້ອງ​ຂອງ​ພວກ​ນັ້ນ​ເຈັດ​ຄົນ​ດ້ວຍ​ກະ​ຖຸນ ແລະ ດາບ, ແລະ ໄດ້​ຕັດ​ແຂນ​ຄົນ​ອື່ນໆ​ຂາດ, ເພື່ອ​ປົກ​ປັກ​ຮັກ​ສາ​ຝູງ​ສັດ​ລ້ຽງ ແລະ ຂ້າ​ໃຊ້​ຂອງ​ທ່ານ; ຈົ່ງ​ເບິ່ງ, ດ້ວຍ​ເຫດ​ນີ້​ບໍ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ແປກ​ປະ​ຫລາດ​ໃຈ​ແກ່​ທ່ານ?

17 ຂ້າ​ນ້ອຍ​ເວົ້າ​ກັບ​ທ່ານ​ວ່າ, ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ຄວາມ​ແປກ​ປະ​ຫລາດ​ໃຈ​ຂອງ​ທ່ານ​ໃຫຍ່​ຫລວງ​ເຊັ່ນ​ນີ້? ຈົ່ງ​ເບິ່ງ, ຂ້າ​ນ້ອຍ​ເປັນ​ມະ​ນຸດ​ທຳ​ມະ​ດາ ແລະ ເປັນ​ຂ້າ​ໃຊ້​ຂອງ​ທ່ານ; ສະ​ນັ້ນ, ແນວ​ໃດ​ກໍ​ຕາມ​ທີ່​ທ່ານ​ປາດ​ຖະ​ໜາ ຊຶ່ງ​ຖືກ​ຕ້ອງ, ສິ່ງ​ນັ້ນ​ຂ້າ​ນ້ອຍ​ກໍ​ຈະ​ປະ​ຕິ​ບັດ​ຕາມ.

18 ບັດ​ນີ້​ເວ​ລາ​ກະ​ສັດ​ໄດ້​ຍິນ​ຂໍ້​ຄວາມ​ນີ້, ເພິ່ນ​ກໍ​ແປກ​ປະ​ຫລາດ​ໃຈ​ອີກ, ເພາະ​ເພິ່ນ​ຮູ້​ວ່າ​ອຳ​ໂມນ ຫລິງ​ເຫັນ​ຄວາມ​ນຶກ​ຄິດ​ຂອງ​ເພິ່ນ​ໄດ້; ແຕ່​ມັນ​ກໍ​ເປັນ​ແນວ​ນີ້, ຄື​ກະ​ສັດ​ລາ​ໂມ​ໄນ​ໄດ້​ເປີດ​ປາກ ແລະ ຖາມ​ລາວ​ວ່າ: ເຈົ້າ​ແມ່ນ​ໃຜ? ເຈົ້າ​ເປັນ​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ຜູ້​ທີ່ ຮູ້​ຈັກ​ໝົດ​ທຸກ​ສິ່ງ​ທຸກ​ຢ່າງ​ບໍ?

19 ອຳ​ໂມນ​ຕອບ ແລະ ກ່າວ​ກັບ​ກະ​ສັດ​ວ່າ: ຂ້າ​ນ້ອຍ​ບໍ່​ໄດ້​ເປັນ​ດອກ.

20 ແລະ ກະ​ສັດ​ເວົ້າ​ວ່າ: ເຈົ້າ​ຮູ້​ຈັກ​ຄວາມ​ນຶກ​ຄິດ​ຂອງ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ແນວ​ໃດ? ເຈົ້າ​ຈົ່ງ​ເວົ້າ​ມາ​ຢ່າງ​ອາດ​ຫານ​ເຖີດ ແລະ ເວົ້າ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້; ແລະ ບອກ​ຂ້າ​ພະ​ເຈົ້າ​ອີກ​ວ່າ ເປັນ​ດ້ວຍ​ອຳ​ນາດ​ອັນ​ໃດ​ທີ່​ເຈົ້າ​ໄດ້​ຂ້າ ແລະ ຕັດ​ແຂນ​ພວກ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຜູ້​ທີ່​ເຮັດ​ໃຫ້​ຝູງ​ສັດ​ລ້ຽງ​ຂອງ​ຂ້າ​ພະ​ເຈົ້າ​ກະ​ຈັດ​ກະ​ຈາຍ​ໄປ—

21 ແລະ ບັດ​ນີ້, ຖ້າ​ຫາກ​ເຈົ້າ​ຈະ​ບອກ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້​ແລ້ວ, ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ປາດ​ຖະ​ໜາ ຂ້າ​ພະ​ເຈົ້າ​ຈະ​ມອບ​ໃຫ້; ແລະ ຖ້າ​ຫາກ​ຈຳ​ເປັນ​ແລ້ວ, ຂ້າ​ພະ​ເຈົ້າ​ຈະ​ຄຸ້ມ​ຄອງ​ເຈົ້າ​ດ້ວຍ​ກອງ​ທັບ​ຂອງ​ຂ້າ​ພະ​ເຈົ້າ; ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ ເຈົ້າ​ມີ​ອຳ​ນາດ​ຫລາຍ​ກວ່າ​ກອງ​ທັບ​ທັງ​ໝົດ​ນັ້ນ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ປາດ​ຖະ​ໜາ​ຈາກ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ມອບ​ໃຫ້.

22 ແລະ ອຳ​ໂມນ​ເປັນ​ຜູ້​ສະ​ຫລາດ​ຫລັກ​ແຫລມ, ແຕ່​ບໍ່​ມີ​ອັນ​ຕະ​ລາຍ, ລາວ​ເວົ້າ​ກັບ​ລາ​ໂມ​ໄນ​ວ່າ: ທ່ານ​ຈະ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ຂ້າ​ນ້ອຍ​ບໍ, ຖ້າ​ຫາກ​ຂ້າ​ນ້ອຍ​ບອກ​ທ່ານ​ວ່າ​ໂດຍ​ອຳ​ນາດ​ອັນ​ໃດ​ທີ່​ຂ້າ​ນ້ອຍ​ເຮັດ​ສິ່ງ​ເຫລົ່າ​ນີ້​ໄດ້? ນີ້​ເປັນ​ສິ່ງ​ທີ່​ຂ້າ​ນ້ອຍ​ປາດ​ຖະ​ໜາ​ຈາກ​ທ່ານ.

23 ແລະ ກະ​ສັດ​ໄດ້​ຕອບ​ລາວ, ແລະ ເວົ້າ​ວ່າ: ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ຈະ​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ເຈົ້າ​ທັງ​ໝົດ. ແລະ ດັ່ງ​ນັ້ນ​ເພິ່ນ​ຈຶ່ງ​ເສຍ​ທ່າ​ດ້ວຍ​ອຸ​ບາຍ.

24 ແລະ ອຳ​ໂມນ​ເລີ່ມ​ເວົ້າ​ກັບ​ກະ​ສັດ​ດ້ວຍ ຄວາມ​ກ້າ​ຫານ​ວ່າ: ທ່ານ​ເຊື່ອ​ບໍ​ວ່າ ມີ​ພຣະ​ເຈົ້າ?

25 ແລະ ເພິ່ນ​ໄດ້​ຕອບ ແລະ ເວົ້າ​ກັບ​ລາວ​ວ່າ: ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ​ວ່າ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ.

26 ແລ້ວ​ອຳ​ໂມນ​ຖາມ​ວ່າ: ທ່ານ​ເຊື່ອ​ບໍ​ວ່າ​ມີ​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່?

27 ແລະ ເພິ່ນ​ຕອບ​ວ່າ, ເຊື່ອ.

28 ແລະ ອຳ​ໂມນ​ກ່າວ​ວ່າ: ນີ້​ຄື​ພຣະ​ເຈົ້າ. ແລະ ອຳ​ໂມນ​ຖາມ​ເພິ່ນ​ອີກ​ວ່າ: ທ່ານ​ເຊື່ອ​ບໍ​ວ່າ​ມີ​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ນີ້, ຜູ້​ເປັນ​ພຣະ​ເຈົ້າ, ໄດ້​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ​ຊຶ່ງ​ຢູ່​ໃນ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ?

29 ແລະ ເພິ່ນ​ຕອບ​ວ່າ: ແທ້​ຈິງ​ແລ້ວ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ພຣະ​ອົງ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ; ແຕ່​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ​ເລື່ອງ​ຟ້າ​ສະ​ຫວັນ.

30 ແລະ ອຳ​ໂມນ​ເວົ້າ​ກັບ​ເພິ່ນ​ວ່າ: ຟ້າ​ສະ​ຫວັນ​ເປັນ​ບ່ອນ​ທີ່​ພຣະ​ເຈົ້າ​ປະ​ທັບ​ຢູ່​ພ້ອມ​ທັງ​ເຫລົ່າ​ທູດ​ທີ່​ສັກ​ສິດ​ທັງ​ໝົດ​ຂອງ​ພຣະ​ອົງ.

31 ແລະ ກະ​ສັດ​ລາ​ໂມ​ໄນ​ຖາມ​ວ່າ: ມັນ​ຢູ່​ເໜືອ​ແຜ່ນ​ດິນ​ໂລກ​ບໍ?

32 ແລະ ອຳ​ໂມນ​ຕອບ​ວ່າ: ແມ່ນ​ແລ້ວ, ແລະ ພຣະ​ອົງ​ຫລຽວ​ລົງ​ມາ​ເບິ່ງ​ລູກ​ຫລານ​ມະ​ນຸດ​ທັງ​ໝົດ; ແລະ ພຣະ​ອົງ​ຮູ້​ຈັກ ຄວາມ​ນຶກ​ຄິດ ແລະ ເຈດ​ຕະ​ນາ; ທັງ​ໝົດ​ຂອງ​ໃຈ; ເພາະ​ວ່າ​ພຣະ​ອົງ​ສ້າງ​ພວກ​ເຂົາ​ທັງ​ໝົດ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ອົງ​ເອງ​ຕັ້ງ​ແຕ່​ຕົ້ນ.

33 ແລະ ກະ​ສັດ​ລາ​ໂມ​ໄນ​ໄດ້​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ເຊື່ອ​ເລື່ອງ​ທັງ​ໝົດ​ທີ່​ເຈົ້າ​ເວົ້າ​ມາ. ເຈົ້າ​ຖືກ​ສົ່ງ​ມາ​ຈາກ​ພຣະ​ເຈົ້າ​ບໍ?

34 ອຳ​ໂມນ​ຕອບ​ເພິ່ນ​ວ່າ: ຂ້າ​ນ້ອຍ​ເປັນ​ຄົນ​ທຳ​ມະ​ດາ ແລະ ມະ​ນຸດ​ຄົນ​ທຳ​ອິດ​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ, ແລະ ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ອົງ​ໄດ້​ເອີ້ນ​ຂ້າ​ນ້ອຍ​ໃຫ້ ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ໃຫ້​ແກ່​ຜູ້​ຄົນ​ພວກ​ນີ້, ເພື່ອ​ພວກ​ເຂົາ​ຈະ​ຖືກ​ນຳ​ມາ​ໃຫ້​ຮູ້​ເລື່ອງ​ທີ່​ທ່ຽງ​ທຳ ແລະ ເປັນ​ຄວາມຈິງ;

35 ແລະ ສ່ວນ​ໜຶ່ງ​ຂອງ ພຣະ​ວິນ​ຍານ​ນັ້ນ​ປະ​ທັບ​ຢູ່​ໃນ​ຕົວ​ຂ້າ​ນ້ອຍ, ເພື່ອ​ໃຫ້ ຄວາມ​ຮູ້ ແລະ ອຳ​ນາດ​ແກ່​ຂ້າ​ນ້ອຍ​ຕາມ​ສັດ​ທາ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ຂ້າ​ນ້ອຍ​ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຈົ້າ.

36 ບັດ​ນີ້​ເວ​ລາ​ອຳ​ໂມນ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ, ລາວ​ເລີ່ມ​ເລົ່າ​ຕັ້ງ​ແຕ່​ການ​ສ້າງ​ໂລກ ແລະ ພ້ອມ​ດ້ວຍ​ການ​ສ້າງ​ອາ​ດາມ, ແລະ ບອກ​ເພິ່ນ​ທຸກໆ​ເລື່ອງ​ກ່ຽວ​ກັບ​ການ​ຕົກ​ຂອງ​ມະ​ນຸດ ແລະ ເລົ່າ​ເລື່ອງ​ລາວ​ຕ່າງໆ​ໃຫ້​ຟັງ ແລະ ວາງ​ບັນ​ທຶກ ແລະ ພຣະ​ຄຳ​ພີ​ອັນ​ສັກ​ສິດ​ຂອງ​ຜູ້​ຄົນ ຊຶ່ງ ສາດ​ສະ​ດາ​ໄດ້​ເລົ່າ, ຄືນ​ໄປ​ຈົນ​ເຖິງ​ເວ​ລາ​ທີ່​ລີ​ໄຮ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ອອກ​ຈາກ​ເຢ​ຣູ​ຊາ​ເລັມ.

37 ແລະ ລາວ​ໄດ້​ເລົ່າ​ໃຫ້​ພວກ​ເພິ່ນ​ຟັງ (ໃຫ້​ກະ​ສັດ ແລະ ຂ້າ​ໃຊ້​ຂອງ​ເພິ່ນ) ເຖິງ​ການ​ເດີນ​ທາງ​ທັງ​ໝົດ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເພິ່ນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ຄວາມ​ທຸກ​ຍາກ​ລຳ​ບາກ​ດ້ວຍ​ຄວາມ​ອຶດ​ຫິວ ແລະ ກະ​ຫາຍ​ນ້ຳ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ, ພ້ອມ​ທັງ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ ແລະ ອື່ນໆ.

38 ແລະ ລາວ​ໄດ້​ເລົ່າ​ໃຫ້​ພວກ​ເພິ່ນ​ຟັງ​ກ່ຽວ​ກັບ​ການ​ກະ​ບົດ​ຂອງ​ເລ​ມັນ ແລະ ເລ​ມູ​ເອນ, ແລະ ພວກ​ລູກ​ຊາຍ​ຂອງ​ອິດ​ຊະ​ມາ​ເອນ​ນຳ​ອີກ, ແທ້​ຈິງ​ແລ້ວ, ລາວ​ໄດ້​ເລົ່າ​ໃຫ້​ພວກ​ເພິ່ນ​ຟັງ​ເຖິງ​ການ​ກະ​ບົດ​ທັງ​ໝົດ​ຂອງ​ພວກ​ເຂົາ; ແລະ ລາວ​ໄດ້​ຊີ້​ແຈງ​ໃຫ້​ພວກ​ເພິ່ນ​ຟັງ​ເຖິງ​ເລື່ອງ​ບັນ​ທຶກ ແລະ ພຣະ​ຄຳ​ພີ​ທັງ​ໝົດ​ນັບ​ຕັ້ງ​ແຕ່​ເວ​ລາ​ທີ່​ລີ​ໄຮ​ອອກ​ມາ​ຈາກ​ເຢ​ຣູ​ຊາ​ເລັມ​ມາ​ຈົນ​ເຖິງ​ເວ​ລາ​ນີ້.

39 ແຕ່​ຍັງ​ບໍ່​ທັນ​ໝົດ; ເພາະ​ວ່າ​ລາວ​ໄດ້​ຊີ້​ແຈງ​ແກ່​ພວກ​ເພິ່ນ​ເຖິງ ແຜນ​ແຫ່ງ​ການ​ໄຖ່, ຊຶ່ງ​ໄດ້​ຕຽມ​ໄວ້​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ; ແລະ ລາວ​ໄດ້​ໃຫ້​ພວກ​ເພິ່ນ​ຮູ້​ຈັກ​ອີກ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ ແລະ ວຽກ​ງານ​ທັງ​ໝົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

40 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ລາວ​ໄດ້​ເວົ້າ ແລະ ຊີ້​ແຈງ​ເລື່ອງ​ທັງ​ໝົດ​ນີ້​ແກ່​ກະ​ສັດ​ແລ້ວ, ແລະ ກະ​ສັດ​ກໍ​ເຊື່ອ​ໃນ​ຄຳ​ເວົ້າ​ທັງ​ໝົດ​ຂອງ​ລາວ.

41 ແລະ ເພິ່ນ​ໄດ້​ເລີ່ມ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ກ່າວ​ວ່າ: ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ຈົ່ງ​ໂຜດ​ເມດ​ຕາ​ຕາມ ພຣະ​ເມດ​ຕາ​ອັນ​ອຸ​ດົມ​ສົມ​ບູນ​ຂອງ​ພຣະ​ອົງ ຊຶ່ງ​ເຄີຍ​ມີ​ແກ່​ຜູ້​ຄົນ​ຂອງ​ນີ​ໄຟ​ມາ​ແລ້ວ, ຂໍ​ຈົ່ງ​ມີ​ແກ່​ຂ້າ​ນ້ອຍ ແລະ ຜູ້​ຄົນ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເຖີດ.

42 ແລະ ບັດ​ນີ້, ເມື່ອ​ເພິ່ນ​ເວົ້າ​ດັ່ງ​ນີ້​ແລ້ວ, ເພິ່ນ​ກໍ​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ​ຄື​ກັບ​ຕາຍ​ແລ້ວ.

43 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ຂ້າ​ໃຊ້​ໄດ້​ຫາມ​ກະ​ສັດ​ໄປ​ຫາ​ມະ​ເຫ​ສີ​ຂອງ​ເພິ່ນ, ແລະ ວາງ​ເພິ່ນ​ໄວ້​ເທິງ​ຕຽງ; ແລະ ເພິ່ນ​ໄດ້​ນອນ​ຢູ່​ຄື​ກັບ​ຕາຍ​ແລ້ວ​ເປັນ​ເວ​ລາ​ສອງ​ມື້​ສອງ​ຄືນ; ແລະ ມະ​ເຫ​ສີ, ແລະ ພວກ​ລູກ​ຊາຍ, ແລະ ພວກ​ລູກ​ສາວ​ຂອງ​ເພິ່ນ​ໄດ້​ໄວ້​ທຸກ​ນຳ​ເພິ່ນ​ຕາມ​ປະ​ເພ​ນີ​ຂອງ​ຊາວ​ເລ​ມັນ, ແລະ ຄ່ຳ​ຄວນ​ຢ່າງ​ໃຫຍ່​ຫລວງ​ໃນ​ການ​ສູນ​ເສຍ​ເພິ່ນ​ໄປ.

ພິມ