ບົດທີ 24
ຊາວເລມັນມາຕໍ່ສູ້ກັບຜູ້ຄົນຂອງພຣະເຈົ້າ—ຊາວອານໄທ-ນີໄຟ-ລີໄຮ ມີຄວາມປິຕິຍິນດີໃນພຣະຄຣິດ ແລະ ເຫລົ່າທູດໄດ້ມາຢ້ຽມຢາມພວກເຂົາ—ພວກເຂົາເລືອກເອົາຄວາມຕາຍແທນທີ່ຈະປົກປ້ອງຕົນເອງ—ຊາວເລມັນຫລາຍຄົນຕື່ມອີກໄດ້ປ່ຽນໃຈເຫລື້ອມໃສ. ປະມານ 90–77 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຊາວອາມາລະໄຄ ແລະ ຊາວອະມິວລອນ ແລະ ຊາວເລມັນທີ່ຢູ່ໃນແຜ່ນດິນອະມິວລອນ, ແລະ ແຜ່ນດິນເຮລາມ, ແລະ ຜູ້ທີ່ຢູ່ໃນແຜ່ນດິນ ເຢຣູຊາເລັມນຳອີກ, ແລະ ໂດຍສະຫລຸບ, ໃນແຜ່ນດິນທັງໝົດໂດຍອ້ອມຮອບທີ່ຍັງບໍ່ທັນໄດ້ປ່ຽນໃຈເຫລື້ອມໃສ ແລະ ບໍ່ໄດ້ຮັບຊື່ວ່າ ອານໄທ-ນີໄຟ-ລີໄຮ ຖືກຊາວອາມາລະໄຄ ແລະ ຊາວອະມິວລອນ ຍຸຍົງໃຫ້ຄຽດແຄ້ນໃຫ້ພີ່ນ້ອງຂອງຕົນ.
2 ແລະ ຄວາມກຽດຊັງຂອງພວກເຂົາຕໍ່ຄົນພວກນັ້ນຮຸນແຮງຫລາຍຂຶ້ນ, ແມ່ນເຖິງຂະໜາດທີ່ພວກເຂົາເລີ່ມກໍ່ການກະບົດຕໍ່ກະສັດຂອງພວກເຂົາ, ເຖິງຂະໜາດທີ່ພວກເຂົາບໍ່ຢາກໃຫ້ເພິ່ນເປັນກະສັດຂອງພວກເຂົາ; ສະນັ້ນ, ພວກເຂົາຈຶ່ງໄດ້ຈັບອາວຸດຂຶ້ນມາຕໍ່ສູ້ກັບຊາວອານໄທ-ນີໄຟ-ລີໄຮ.
3 ບັດນີ້ກະສັດໄດ້ມອບລາຊາອານາຈັກໃຫ້ແກ່ລູກຊາຍຂອງເພິ່ນ, ແລະ ເພິ່ນໄດ້ເອີ້ນລູກຊາຍຄົນນັ້ນຂອງເພິ່ນວ່າ ອານໄທ-ນີໄຟ-ລີໄຮ.
4 ແລະ ກະສັດໄດ້ສິ້ນຊີວິດໄປໃນປີດຽວກັນນັ້ນຕອນຊາວເລມັນເລີ່ມຕຽມການສູ້ຮົບກັບຜູ້ຄົນຂອງພຣະເຈົ້າ.
5 ແລະ ບັດນີ້ເມື່ອອຳໂມນ ແລະ ພີ່ນ້ອງຂອງລາວ ແລະ ຄົນທັງໝົດທີ່ຂຶ້ນມາຢູ່ກັບລາວເຫັນການຕຽມພ້ອມຂອງຊາວເລມັນ ເພື່ອຈະທຳລາຍພີ່ນ້ອງຂອງພວກເຂົາ, ພວກເຂົາຈຶ່ງໄດ້ພາກັນອອກມາຫາແຜ່ນດິນມີດີອານ, ແລະ ບ່ອນນັ້ນອຳໂມນໄດ້ພົບພໍ້ກັບພີ່ນ້ອງຂອງລາວທັງໝົດ; ແລະ ຈາກບ່ອນນັ້ນພວກເຂົາໄດ້ໄປຫາແຜ່ນດິນອິດຊະມາເອນ ເພື່ອຈະໄດ້ມີການປະຊຸມ ປຶກສາຫາລືກັບລາໂມໄນ ແລະ ກັບອານໄທ-ນີໄຟ-ລີໄຮ ນ້ອງຊາຍຂອງເພິ່ນວ່າ ຄວນຈະເຮັດແນວໃດເພື່ອຈະປ້ອງກັນຕົນເອງຈາກຊາວເລມັນ.
6 ບັດນີ້ບໍ່ມີຈັກຄົນເລີຍໃນບັນດາຜູ້ຄົນທັງໝົດທີ່ໄດ້ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າທີ່ຈະອອກມາຈັບອາວຸດຂຶ້ນຕໍ່ສູ້ກັບພີ່ນ້ອງຂອງຕົນ; ແທ້ຈິງແລ້ວ, ບໍ່ມີຈັກຄົນເລີຍທີ່ຍອມຕຽມພ້ອມເພື່ອກໍ່ສົງຄາມ; ແທ້ຈິງແລ້ວ, ກະສັດຂອງພວກເຂົາກໍໄດ້ສັ່ງພວກເຂົາວ່າບໍ່ໃຫ້ເຮັດອີກ.
7 ບັດນີ້, ນີ້ຄືຄຳເວົ້າທີ່ກະສັດກ່າວກັບຜູ້ຄົນກ່ຽວກັບເລື່ອງນີ້: ຂ້າພະເຈົ້າຂອບພຣະໄທພຣະເຈົ້າ ແລະ ຜູ້ຄົນທີ່ແສນດີຂອງຂ້າພະເຈົ້າ, ຊຶ່ງພຣະເຈົ້າຊົງຍິ່ງໃຫຍ່ໃນພຣະກະລຸນາທິຄຸນທີ່ໄດ້ສົ່ງຊາວນີໄຟພີ່ນ້ອງຂອງພວກເຮົາມາຫາພວກເຮົາ ເພື່ອສັ່ງສອນພວກເຮົາ ເພື່ອເຮັດໃຫ້ພວກເຮົາສຳນຶກເຖິງ ຮີດຄອງປະເພນີຂອງບັນພະບຸລຸດທີ່ຊົ່ວຮ້າຍຂອງພວກເຮົານັ້ນ.
8 ແລະ ຈົ່ງເບິ່ງ, ຂ້າພະເຈົ້າຂອບພຣະໄທພຣະເຈົ້າຜູ້ຍິ່ງໃຫຍ່ຂອງຂ້າພະເຈົ້າທີ່ພຣະອົງໄດ້ປະທານສ່ວນໜຶ່ງຂອງພຣະວິນຍານຂອງພຣະອົງໃຫ້ແກ່ພວກເຮົາ ເພື່ອເຮັດໃຫ້ໃຈຂອງພວກເຮົາອ່ອນລົງຈົນວ່າພວກເຮົາໄດ້ເປີດການສື່ສານກັບຊາວນີໄຟຜູ້ທີ່ເປັນພີ່ນ້ອງຂອງພວກເຮົາ.
9 ແລະ ຈົ່ງເບິ່ງ, ຂ້າພະເຈົ້າຂອບພຣະໄທພຣະເຈົ້າຂອງຂ້າພະເຈົ້າທີ່ໄດ້ເປີດການສື່ສານນີ້ ມັນເຮັດໃຫ້ພວກເຮົາສຳນຶກເຖິງ ບາບຂອງພວກເຮົາ, ແລະ ເຖິງການຄາດຕະກຳອັນຫລວງຫລາຍທີ່ພວກເຮົາໄດ້ກະທຳໄປ.
10 ແລະ ຂ້າພະເຈົ້າຂອບພຣະໄທພຣະເຈົ້ານຳອີກ, ແທ້ຈິງແລ້ວ, ພຣະເຈົ້າຜູ້ຊົງຍິ່ງໃຫຍ່ຂອງຂ້າພະເຈົ້າທີ່ພຣະອົງໄດ້ອະນຸຍາດໃຫ້ພວກເຮົາເພື່ອພວກເຮົາຈະໄດ້ກັບໃຈຈາກສິ່ງເຫລົ່ານີ້, ແລະ ທີ່ພຣະອົງໄດ້ໃຫ້ ອະໄພແກ່ພວກເຮົາ ໃນບາບ ແລະ ການຄາດຕະກຳອັນຫລວງຫລາຍ ຊຶ່ງພວກເຮົາໄດ້ກະທຳໄປແລ້ວ, ແລະ ເອົາ ຄວາມຮູ້ສຶກຜິດອອກຈາກໃຈຂອງພວກເຮົາໄປໂດຍທາງພຣະຄຸນຄວາມດີຂອງພຣະບຸດຂອງພຣະອົງ.
11 ແລະ ບັດນີ້ຈົ່ງເບິ່ງ, ອ້າຍນ້ອງຂອງຂ້າພະເຈົ້າ, ເນື່ອງດ້ວຍວ່າ ພວກເຮົາໄດ້ກະທຳທຸກສິ່ງທີ່ພວກເຮົາສາມາດ (ໃນຖານະທີ່ພວກເຮົາເປັນພວກທີ່ຫລົງທາງໃນບັນດາມະນຸດຊາດ) ທີ່ໄດ້ກັບໃຈຈາກບາບທັງໝົດຂອງພວກເຮົາ, ແລະ ຈາກການຄາດຕະກຳອັນຫລວງຫລາຍທີ່ພວກເຮົາໄດ້ກະທຳໄປ, ແລະ ໃຫ້ພຣະເຈົ້າເອົາມັນ ອອກຈາກໃຈຂອງພວກເຮົາ ຫລື ວ່າສິ່ງທີ່ພວກເຮົາສາມາດເຮັດໄດ້ນັ້ນພຽງແຕ່ກັບໃຈຢ່າງແນ່ນອນຕໍ່ພຣະເຈົ້າ ເພື່ອພຣະອົງຈະເອົາຮອຍເປື້ອນຂອງພວກເຮົາອອກໄປ—
12 ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເນື່ອງຈາກວ່າພຣະເຈົ້າໄດ້ເອົາຮອຍເປື້ອນຂອງພວກເຮົາອອກໄປ, ແລະ ດາບຂອງພວກເຮົາກັບມາສົດໃສ, ແລ້ວພວກເຮົາຢ່າໄດ້ເຮັດໃຫ້ດາບຂອງພວກເຮົາເປິເປື້ອນໄປດ້ວຍເລືອດຂອງພີ່ນ້ອງຂອງພວກເຮົາອີກເລີຍ.
13 ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຢ່າເລີຍ ຂໍໃຫ້ພວກເຮົາເກັບດາບຂອງພວກເຮົາໄວ້ເພື່ອມັນ ຈະບໍ່ເປິເປື້ອນດ້ວຍເລືອດຂອງພີ່ນ້ອງຂອງພວກເຮົາອີກ; ເພາະວ່າຖ້າຫາກພວກເຮົາເຮັດໃຫ້ດາບຂອງພວກເຮົາເປິເປື້ອນອີກ ພວກເຮົາຈະ ລ້າງມັນໃຫ້ສົດໃສບໍ່ໄດ້ໂດຍທາງໂລຫິດຂອງພຣະບຸດຂອງພຣະເຈົ້າ ຜູ້ທີ່ຍິ່ງໃຫຍ່ຂອງພວກເຮົາ ຊຶ່ງຈະຫລັ່ງໄຫລເພື່ອການຊົດໃຊ້ແທນບາບຂອງພວກເຮົາ.
14 ແລະ ພຣະເຈົ້າຜູ້ຍິ່ງໃຫຍ່ມີຄວາມເມດຕາຕໍ່ພວກເຮົາ, ແລະ ກະທຳໃຫ້ສິ່ງເຫລົ່ານີ້ເປັນທີ່ຮູ້ຈັກແກ່ພວກເຮົາ ເພື່ອພວກເຮົາຈະບໍ່ຕາຍ; ແທ້ຈິງແລ້ວ, ພຣະອົງໄດ້ເຮັດໃຫ້ສິ່ງເຫລົ່ານີ້ເປັນທີ່ຮູ້ຈັກແກ່ພວກເຮົາລ່ວງໜ້າ ເພາະວ່າພຣະອົງຮັກ ຈິດວິນຍານຂອງພວກເຮົາເຊັ່ນດຽວກັນກັບທີ່ພຣະອົງຮັກລູກຫລານຂອງພວກເຮົາ; ສະນັ້ນ, ຍ້ອນຄວາມເມດຕາປານີຂອງພຣະອົງ, ພຣະອົງໄດ້ສະເດັດມາຢ້ຽມຢາມພວກເຮົາໂດຍທູດຂອງພຣະອົງ, ເພື່ອຈະໄດ້ເຮັດໃຫ້ ແຜນແຫ່ງຄວາມລອດເປັນທີ່ຮູ້ຈັກແກ່ພວກເຮົາເຊັ່ນດຽວກັນກັບຄົນລຸ້ນຫລັງ.
15 ໂອ້, ພຣະເຈົ້າຂອງພວກເຮົາເມດຕາປານີພວກເຮົາຊ່ຳໃດ! ແລະ ບັດນີ້ຈົ່ງເບິ່ງ, ເນື່ອງຈາກວ່າສິ່ງທີ່ພວກເຮົາສາມາດເຮັດໄດ້ຄືເອົາຮອຍເປື້ອນຂອງພວກເຮົາອອກຈາກພວກເຮົາໄປ, ເພື່ອເຮັດໃຫ້ດາບຂອງພວກເຮົາສົດໃສ, ຂໍໃຫ້ພວກເຮົາເຊື່ອງມັນໄວ້ເພື່ອມັນຈະສົດໃສ, ເພື່ອເປັນປະຈັກພະຍານຕໍ່ພຣະເຈົ້າຂອງພວກເຮົາໃນວັນສຸດທ້າຍ, ຫລື ໃນມື້ທີ່ພວກເຮົາຈະຖືກນຳມາຢືນຢູ່ຕໍ່ພຣະພັກຂອງພຣະອົງເພື່ອຮັບການພິພາກສາ, ວ່າພວກເຮົາບໍ່ໄດ້ເຮັດໃຫ້ດາບຂອງພວກເຮົາເປິເປື້ອນດ້ວຍເລືອດຂອງພີ່ນ້ອງຂອງພວກເຮົານັບຕັ້ງແຕ່ພຣະອົງໃຫ້ພຣະຄຳຂອງພຣະອົງແກ່ພວກເຮົາ ແລະ ເຮັດໃຫ້ພວກເຮົາຂາວສະອາດຕາມນັ້ນ.
16 ແລະ ບັດນີ້ພີ່ນ້ອງຂອງຂ້າພະເຈົ້າ, ຖ້າຫາກພີ່ນ້ອງຂອງພວກເຮົາຍັງພະຍາຍາມຈະທຳລາຍພວກເຮົາແລ້ວ, ຈົ່ງເບິ່ງ, ພວກເຮົາຈົ່ງເຊື່ອງດາບຂອງພວກເຮົາໄວ້, ແທ້ຈິງແລ້ວ, ພວກເຮົາຈະຝັງມັນໃຫ້ເລິກລົງໃນແຜ່ນດິນ, ເພື່ອມັນຈະສົດໃສ, ແລະ ເພື່ອເປັນປະຈັກພະຍານໃນວັນສຸດທ້າຍວ່າ, ພວກເຮົາບໍ່ໄດ້ໃຊ້ມັນ ແລະ ຖ້າຫາກພີ່ນ້ອງຂອງພວກເຮົາທຳລາຍພວກເຮົາ, ຈົ່ງເບິ່ງ, ພວກເຮົາຈະ ໄປເຝົ້າພຣະເຈົ້າຂອງພວກເຮົາ ແລະ ພວກເຮົາຈະລອດ.
17 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອກະສັດຈົບຂໍ້ຄວາມເຫລົ່ານີ້ແລ້ວ, ຜູ້ຄົນທັງໝົດທີ່ໄດ້ມາຊຸມນຸມກັນກໍໄດ້ເອົາດາບ ແລະ ອາວຸດທັງໝົດຂອງພວກເຂົາທີ່ໃຊ້ໃນການນອງເລືອດມະນຸດດ້ວຍກັນນັ້ນມາ, ແລະ ພວກເຂົາໄດ້ ຝັງມັນໄວ້ໃຫ້ເລິກລົງໃນແຜ່ນດິນ.
18 ແລະ ພວກເຂົາເຮັດແບບນີ້ຕາມຄວາມຄິດເຫັນຂອງພວກເຂົາວ່າ ມັນຈະເປັນປະຈັກພະຍານຕໍ່ພຣະເຈົ້າ ແລະ ຕໍ່ມະນຸດຊາດດ້ວຍກັນວ່າ ພວກເຂົາ ບໍ່ໄດ້ໃຊ້ອາວຸດເພື່ອການນອງເລືອດກັນອີກເລີຍ; ແລະ ພວກເຂົາໄດ້ເຮັດແບບນີ້ໂດຍຖວາຍການຢືນຢັນ ແລະ ຄຳໝັ້ນສັນຍາໄວ້ກັບພຣະເຈົ້າວ່າ ແທນທີ່ຈະນອງເລືອດກັນ ພວກເຂົາຈະຍອມ ເສຍສະລະຊີວິດຂອງພວກເຂົາເອງ; ແລະ ແທນທີ່ຈະເອົາສິ່ງຂອງຈາກພີ່ນ້ອງໄປ ພວກເຂົາຈະເປັນຜູ້ທີ່ເອົາໃຫ້; ແລະ ແທນທີ່ຈະໃຊ້ເວລາຂອງພວກເຂົາໄປໃນຄວາມຂີ້ຄ້ານມັກງ່າຍ ພວກເຂົາຈະເຮັດວຽກຢ່າງດຸໝັ່ນດ້ວຍມືຂອງພວກເຂົາເອງ.
19 ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ, ເມື່ອຊາວເລມັນຖືກນຳມາສູ່ຄວາມເຊື່ອ, ແລະ ມີຄວາມຮູ້ເຖິງເລື່ອງຂອງຄວາມຈິງ, ແລະ ພວກເຂົາ ໝັ້ນຄົງຖາວອນ ແລະ ຈະຍອມແພ້ຈົນເຖິງຄວາມຕາຍແທນທີ່ຈະກະທຳບາບ; ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ພວກເຂົາໄດ້ຝັງອາວຸດແຫ່ງສັນຕິສຸກຂອງພວກເຂົາໄວ້, ຫລື ພວກເຂົາໄດ້ຝັງອາວຸດແຫ່ງສົງຄາມເພື່ອສັນຕິສຸກ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນຜູ້ທີ່ພີ່ນ້ອງຂອງພວກເຂົາໄດ້ຕຽມພ້ອມເພື່ອກໍ່ສົງຄາມ ໄດ້ຍົກທັບຂຶ້ນມາເຖິງແຜ່ນດິນນີໄຟ ດ້ວຍຈຸດປະສົງຈະປະຫານຊີວິດຂອງກະສັດ, ແລະ ຈະໄດ້ແຕ່ງຕັ້ງຄົນອື່ນຂຶ້ນແທນ, ແລະ ເພື່ອຈະທຳລາຍຜູ້ຄົນຂອງອານໄທ-ນີໄຟ-ລີໄຮ ອອກໄປຈາກແຜ່ນດິນນຳອີກ.
21 ແລະ ບັດນີ້ເມື່ອຜູ້ຄົນເຫັນວ່າ ພວກນັ້ນກຳລັງມາໂຈມຕີພວກຕົນ, ພວກເຂົາຈຶ່ງໄດ້ອອກໄປພົບກັບພວກນັ້ນ ແລະ ນອນລົງກັບພື້ນດິນຕໍ່ໜ້າພວກນັ້ນ, ແລະ ເລີ່ມເອີ້ນຫາພຣະນາມຂອງພຣະຜູ້ເປັນເຈົ້າ; ພວກເຂົາໄດ້ຢູ່ໃນທ່າທີນີ້ ເວລາຊາວເລມັນເລີ່ມເຂົ້າໂຈມຕີ ແລະ ເລີ່ມຂ້າພວກເຂົາດ້ວຍດາບ.
22 ແລະ ເຖິງແມ່ນວ່າບໍ່ມີຜູ້ໃດຕໍ່ຕ້ານເລີຍ, ແຕ່ຊາວເລມັນກໍຍັງໄດ້ຂ້າພວກເຂົາ ຊຶ່ງເປັນຈຳນວນໜຶ່ງພັນຫ້າຄົນ, ແລະ ພວກເຮົາຮູ້ວ່າ ພວກເຂົາໄດ້ຮັບພອນ, ເພາະວ່າພວກເຂົາໄດ້ໄປຢູ່ກັບພຣະເຈົ້າຂອງພວກເຂົາແລ້ວ.
23 ບັດນີ້ເມື່ອຊາວເລມັນເຫັນວ່າ ພີ່ນ້ອງຂອງຕົນບໍ່ຍອມໜີຈາກດາບ, ທັງບໍ່ຍອມຫັນໜີໄປທາງຂວາ ຫລື ຊ້າຍມື, ມີແຕ່ນອນຢູ່ ແລະ ຕາຍໄປ, ແລະ ພວກເຂົາສັນລະເສີນພຣະເຈົ້າໃນຂະນະທີ່ກຳລັງຈະຕາຍຢູ່ພາຍໃຕ້ຄົມດາບ—
24 ບັດນີ້ເມື່ອຊາວເລມັນເຫັນເຊັ່ນນີ້ ພວກເຂົາຈຶ່ງໄດ້ ຢຸດການຂ້າຂອງພວກເຂົາ; ແລະ ມີຢູ່ເປັນຈຳນວນຫລວງຫລາຍ ຊຶ່ງໃຈຂອງພວກເຂົາ ພອງຂຶ້ນຢູ່ພາຍໃນ ເພາະວ່າພີ່ນ້ອງຂອງພວກເຂົາລົ້ມຕາຍຢູ່ພາຍໃຕ້ດາບຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງໄດ້ກັບໃຈຈາກສິ່ງທີ່ພວກເຂົາໄດ້ກະທຳໄປນັ້ນ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ໂຍນອາວຸດແຫ່ງສົງຄາມລົງ, ແລະ ພວກເຂົາບໍ່ຍອມຈັບມັນອີກ ເພາະການສັງເວດຢ່າງຮ້າຍແຮງຈາກການຄາດຕະກຳທີ່ຕົນໄດ້ກະທຳໄປນັ້ນ ແລະ ພວກເຂົາຈຶ່ງໄດ້ນອນລົງຄືກັນກັບພີ່ນ້ອງຂອງພວກເຂົາ, ໂດຍຫວັງໃນຄວາມເມດຕາປານີຂອງຊາວເລມັນ ຊຶ່ງຍົກດາບຂຶ້ນເພື່ອຈະຂ້າພວກເຂົາ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນຂອງພຣະເຈົ້າໄດ້ມາທ້ອນໂຮມກັນໃນມື້ນັ້ນເປັນຈຳນວນຫລາຍກວ່າຄົນທີ່ຖືກຂ້າຕາຍ; ແລະ ພວກທີ່ຖືກຂ້າຕາຍນັ້ນເປັນຄົນຊອບທຳ, ສະນັ້ນ ພວກເຮົາຈຶ່ງບໍ່ມີເຫດຜົນທີ່ຈະສົງໄສວ່າ ພວກເຂົາຈະ ລອດຫລືບໍ່.
27 ແລະ ບໍ່ມີຄົນຊົ່ວຈັກຄົນທີ່ຖືກຂ້າຕາຍໃນບັນດາຄົນເຫລົ່ານັ້ນ; ແຕ່ມີຈຳນວນຫລາຍພັນຄົນທີ່ຖືກນຳມາສູ່ເລື່ອງຄວາມຈິງ; ພວກເຮົາຈຶ່ງເຫັນວ່າພຣະຜູ້ເປັນເຈົ້າກະທຳໃນຫລາຍວິທີ ທາງເພື່ອຄວາມລອດຂອງຜູ້ຄົນຂອງພຣະອົງ.
28 ບັດນີ້ຊາວເລມັນເປັນຈຳນວນຫລວງຫລາຍຜູ້ທີ່ໄດ້ຂ້າພີ່ນ້ອງຂອງພວກເຂົານັ້ນຄື ຊາວອາມາລະໄຄ ແລະ ຊາວອະມິວລອນ ຊຶ່ງພວກເຂົາເຮັດຕາມ ລະບຽບຂອງ ຊາວນີຮໍ.
29 ບັດນີ້, ໃນບັນດາຜູ້ທີ່ມາຮ່ວມກັບຜູ້ຄົນຂອງພຣະຜູ້ເປັນເຈົ້ານັ້ນ, ບໍ່ມີຈັກຄົນເລີຍທີ່ເປັນຊາວອາມາລະໄຄ ຫລື ຊາວອະມິວລອນ ຫລື ຜູ້ທີ່ເຮັດຕາມລະບຽບຂອງຊາວນີຮໍ, ມີແຕ່ຜູ້ສືບຕະກຸນໂດຍແທ້ຈິງຂອງເລມັນ ແລະ ເລມູເອນ.
30 ແລະ ພວກເຮົາຈຶ່ງຫລິງເຫັນໄດ້ຢ່າງແຈ່ມແຈ້ງວ່າ ຫລັງຈາກພວກໃດພວກໜຶ່ງທີ່ເຄີຍໄດ້ຮັບ ຄວາມສະຫວ່າງໂດຍພຣະວິນຍານຂອງພຣະເຈົ້າມາແລ້ວ, ແລະ ມີ ຄວາມຮູ້ຢ່າງກວ້າງຂວາງເຖິງສິ່ງທີ່ກ່ຽວກັບຄວາມຊອບທຳ ແລະ ຕົກເຂົ້າໄປສູ່ບາບ ແລະ ການລ່ວງລະເມີດ, ພວກເຂົາຈຶ່ງກັບມາເປັນຄົນແຂງກະດ້າງຫລາຍຂຶ້ນ, ແລະ ສະພາບຂອງພວກເຂົາຈຶ່ງກັບມາ ຊົ່ວຮ້າຍກວ່າຜູ້ທີ່ບໍ່ເຄີຍຮູ້ເລື່ອງເຫລົ່ານີ້ມາກ່ອນຊ້ຳອີກ.