ບົດທີ 27
ໂມໄຊຢາຫ້າມບໍ່ໃຫ້ຂົ່ມເຫັງ ແລະ ບັງຄັບຄວາມສະເໝີພາບ—ແອວມາຜູ້ເປັນລູກກັບພວກລູກຊາຍທັງສີ່ຂອງກະສັດໂມໄຊຢາພະຍາຍາມທີ່ຈະທຳລາຍສາດສະໜາຈັກ—ທູດມາປະກົດ ແລະ ສັ່ງໃຫ້ພວກເຂົາເລີກການເຮັດຄວາມຊົ່ວຂອງພວກເຂົາ—ແອວມາຖືກຕີສອນໃຫ້ເປັນຄົນປາກກືກ—ມະນຸດທັງປວງຈະຕ້ອງເກີດໃໝ່ ເພື່ອຮັບເອົາຄວາມລອດ—ແອວມາກັບພວກລູກຊາຍຂອງໂມໄຊຢາປະກາດຂ່າວອັນໜ້າຊື່ນຊົມ. ປະມານ 100–92 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ມີການຂົ່ມເຫັງຈາກພວກທີ່ບໍ່ເຊື່ອຖື ຊຶ່ງກະທຳຕໍ່ສາດສະໜາຈັກເພີ່ມຫລາຍຂຶ້ນເລື້ອຍໆຈົນວ່າມີການຈົ່ມໃຫ້ແກ່ສາດສະໜາຈັກ, ແລະ ຜູ້ນຳຂອງຕົນກ່ຽວກັບເລື່ອງນີ້; ແລະ ພວກເຂົາໄດ້ຕໍ່ວ່າແອວມາ. ແລະ ແອວມາໄດ້ມາບອກເລື່ອງນີ້ຕໍ່ກະສັດໂມໄຊຢາ. ແລະ ໂມໄຊຢາໄດ້ປຶກສາຫາລືກັບພວກປະໂລຫິດຂອງເພິ່ນ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດໂມໄຊຢາໄດ້ສົ່ງສານໄປທົ່ວແຜ່ນດິນວ່າບໍ່ໃຫ້ຄົນທີ່ບໍ່ເຊື່ອຖື ຂົ່ມເຫັງຄົນທີ່ເປັນຂອງສາດສະໜາຈັກຂອງພຣະເຈົ້າ.
3 ແລະ ມີຄຳສັ່ງຢ່າງເຄັ່ງຄັດໄປຫາສາດສະໜາຈັກທຸກແຫ່ງວ່າ ບໍ່ໃຫ້ມີການຂົ່ມເຫັງກັນໃນບັນດາພວກເຂົາ, ວ່າໃຫ້ມີ ຄວາມສະເໝີພາບໃນບັນດາຜູ້ຄົນທັງປວງ;
4 ແລະ ບອກພວກເຂົາວ່າ ບໍ່ໃຫ້ຄວາມທະນົງໃຈ ແລະ ການຖືຕົວມາລົບກວນ ສັນຕິສຸກຂອງພວກເຂົາ; ວ່າໃຫ້ທຸກຄົນ ນັບຖືເພື່ອນບ້ານຄືກັບຕົນເອງ, ແລະ ເຮັດວຽກດ້ວຍມືຂອງຕົນເພື່ອຫາລ້ຽງຊີບເພື່ອຕົນເອງ.
5 ແທ້ຈິງແລ້ວ, ປະໂລຫິດກັບຜູ້ສອນທຸກຄົນຄວນ ເຮັດວຽກດ້ວຍມືເພື່ອຫາລ້ຽງຊີບເພື່ອຕົນເອງ, ໃນທຸກກໍລະນີເວັ້ນເສຍແຕ່ເວລາເຈັບປ່ວຍ ຫລື ຍາມຂາດແຄນທີ່ສຸດເທົ່ານັ້ນ; ແລະ ໂດຍການກະທຳເຊັ່ນນີ້, ພວກເຂົາໄດ້ມີ ພຣະຄຸນຂອງພຣະເຈົ້າຢູ່ນຳຢ່າງຫລວງຫລາຍ.
6 ແລະ ມັນເລີ່ມມີສັນຕິສຸກຫລາຍຂຶ້ນໃນແຜ່ນດິນອີກ; ແລະ ຜູ້ຄົນມີເພີ່ມຫລາຍຂຶ້ນ ແລະ ເລີ່ມກະຈັດກະຈາຍໄປທົ່ວຜືນແຜ່ນດິນໂລກ, ແທ້ຈິງແລ້ວ, ໄປທາງເໜືອ ແລະ ທາງໃຕ້, ໄປທາງຕາເວັນອອກ ແລະ ທາງຕາເວັນຕົກ, ໂດຍສ້າງເມືອງໃຫຍ່ ແລະ ສ້າງບ້ານເຮືອນຕ່າງໆຂຶ້ນທົ່ວສີ່ສ່ວນຂອງແຜ່ນດິນ.
7 ແລະ ພຣະຜູ້ເປັນເຈົ້າໄດ້ສະເດັດມາຢ້ຽມຢາມພວກເຂົາ, ແລະ ໄດ້ເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງ ແລະ ຫລາຍຄົນໄດ້ກາຍເປັນຄົນຮັ່ງມີ.
8 ແລະ ບັດນີ້ພວກລູກຊາຍຂອງໂມໄຊຢາຖືກນັບເຂົ້າຢູ່ໃນບັນດາຜູ້ບໍ່ເຊື່ອຖື; ແລະ ລູກຊາຍຄົນໜຶ່ງຂອງແອວມາກໍຖືກນັບເຂົ້າຢູ່ໃນບັນດາພວກເຂົາຄືກັນ, ລາວມີຊື່ວ່າ ແອວມາ ຕາມຊື່ບິດາຂອງລາວ; ເຖິງຢ່າງໃດກໍຕາມ, ລາວເປັນຄົນຊົ່ວທີ່ສຸດ ແລະ ນັບຖືຮູບບູຊາ; ແລະ ລາວເປັນຄົນເວົ້າຫລາຍ ແລະ ໄດ້ເວົ້າຍົກຍ້ອງຜູ້ຄົນ; ສະນັ້ນ ລາວຈຶ່ງຊັກນຳຫລາຍຄົນໃຫ້ເຮັດຕາມວິທີການອັນຊົ່ວຮ້າຍຂອງລາວ.
9 ແລະ ລາວກັບມາເປັນອຸບປະສັກອັນໃຫຍ່ຫລວງຕໍ່ຄວາມຈະເລີນຮຸ່ງເຮືອງຂອງສາດສະໜາຈັກຂອງພຣະເຈົ້າໂດຍໄດ້ ລັກເອົາໃຈຂອງຜູ້ຄົນໄປ; ເຮັດໃຫ້ເກີດການແຕກແຍກໃນບັນດາຜູ້ຄົນ; ໃຫ້ໂອກາດແກ່ສັດຕູຂອງພຣະເຈົ້າທີ່ຈະໃຊ້ອຳນາດຂອງມັນປົກຄອງພວກເຂົາ.
10 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ທ່ອງທ່ຽວໄປເພື່ອທຳລາຍສາດສະໜາຈັກຂອງພຣະເຈົ້າ, ແລະ ລາວໄດ້ທ່ອງທ່ຽວໄປຢ່າງລັບໆກັບພວກລູກຊາຍຂອງໂມໄຊຢາເພື່ອຫາຊ່ອງທາງທີ່ຈະທຳລາຍສາດສະໜາຈັກ ແລະ ເພື່ອຊັກຊວນຜູ້ຄົນຂອງພຣະຜູ້ເປັນເຈົ້າໃຫ້ຫລົງຜິດ, ເຮັດກົງກັນຂ້າມກັບພຣະບັນຍັດຂອງພຣະເຈົ້າ, ຫລື ແມ່ນແຕ່ຄໍາສັ່ງຂອງກະສັດ—
11 ແລະ ດັ່ງເຊັ່ນທີ່ຂ້າພະເຈົ້າໄດ້ກ່າວກັບທ່ານແລ້ວວ່າ ຂະນະທີ່ພວກເຂົາກຳລັງທ່ຽວໄປ ກະບົດຕໍ່ພຣະເຈົ້າ, ຈົ່ງເບິ່ງ, ທູດຂອງພຣະຜູ້ເປັນເຈົ້າອົງໜຶ່ງໄດ້ມາ ປະກົດຕໍ່ພວກເຂົາ; ແລະ ເບິ່ງຄືກັບວ່າ ທູດກຳລັງຢືນຢູ່ໃນເມກ; ແລະ ສຽງຂອງທູດອົງນັ້ນຄືກັບວ່າ ສຽງຟ້າຮ້ອງຊຶ່ງເຮັດໃຫ້ແຜ່ນດິນບ່ອນທີ່ພວກເຂົາຢືນຢູ່ນັ້ນສັ່ນສະເທືອນ;
12 ແລະ ຄວາມປະຫລາດໃຈຂອງພວກເຂົານັ້ນໃຫຍ່ຫລວງທີ່ສຸດ, ຈົນພວກເຂົາລົ້ມລົງຢູ່ກັບພື້ນດິນ ແລະ ບໍ່ເຂົ້າໃຈຄຳເວົ້າຂອງທູດທີ່ກ່າວກັບພວກເຂົາເລີຍ.
13 ເຖິງຢ່າງໃດກໍຕາມ ເພິ່ນຮ້ອງຂຶ້ນອີກ, ມີຄວາມວ່າ: ແອວມາ, ຈົ່ງລຸກ ແລະ ຢືນຂຶ້ນ, ເພາະດ້ວຍເຫດໃດເຈົ້າຈຶ່ງຂົ່ມເຫັງສາດສະໜາຈັກຂອງພຣະເຈົ້າ? ເພາະພຣະອົງໄດ້ກ່າວວ່າ: ນີ້ຄືສາດສະໜາຈັກຂອງເຮົາ ແລະ ເຮົາຈະສະຖາປະນາມັນຂຶ້ນ, ແລະ ຈະບໍ່ມີສິ່ງໃດລົ້ມມັນໄດ້ນອກຈາກການລ່ວງລະເມີດຂອງຜູ້ຄົນຂອງເຮົາເທົ່ານັ້ນ.
14 ແລະ ອີກຢ່າງໜຶ່ງທູດກ່າວວ່າ: ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ຍິນ ຄຳອະທິຖານຂອງຜູ້ຄົນຂອງພຣະອົງ, ແລະ ຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ, ແອວມາ, ຜູ້ເປັນບິດາຂອງເຈົ້ານຳອີກ; ເພາະວ່າເພິ່ນໄດ້ອະທິຖານດ້ວຍສັດທາຫລາຍກ່ຽວກັບເຈົ້າ ເພື່ອເຈົ້າຈະໄດ້ຖືກນຳມາໃຫ້ຮູ້ເລື່ອງຄວາມຈິງ; ສະນັ້ນ, ເພື່ອຈຸດປະສົງນີ້ ເຮົາຈຶ່ງມາເຮັດໃຫ້ເຈົ້າສຳນຶກເຖິງອຳນາດ ແລະ ສິດອຳນາດຂອງພຣະເຈົ້າ, ເພື່ອໃຫ້ ຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງໄດ້ຮັບຄຳຕອບຕາມສັດທາຂອງພວກເຂົາ.
15 ແລະ ບັດນີ້ຈົ່ງເບິ່ງ, ເຈົ້າຈະໂຕ້ຖຽງອຳນາດຂອງພຣະເຈົ້າໄດ້ບໍ? ເພາະຈົ່ງເບິ່ງ, ສຽງຂອງເຮົາບໍ່ໄດ້ສັ່ນສະເທືອນແຜ່ນດິນໂລກບໍ? ແລະ ເຈົ້າບໍ່ເຫັນເຮົາຢູ່ຕໍ່ໜ້າເຈົ້າບໍ? ແລະ ເຮົາຖືກສົ່ງມາຈາກພຣະເຈົ້າ.
16 ແລະ ບັດນີ້ເຮົາກ່າວກັບເຈົ້າວ່າ: ຈົ່ງໄປ, ແລະ ຈົ່ງຈຳການເປັນຊະເລີຍຂອງບັນພະບຸລຸດຂອງເຈົ້າໃນແຜ່ນດິນເຮລາມ ແລະ ໃນແຜ່ນດິນນີໄຟ; ແລະ ຈົ່ງຈຳສິ່ງຍິ່ງໃຫຍ່ທີ່ພຣະອົງໄດ້ກະທຳເພື່ອພວກເຂົາ; ເພາະວ່າພວກເຂົາຢູ່ໃນຄວາມເປັນທາດ, ແລະ ພຣະອົງໄດ້ ປົດປ່ອຍພວກເຂົາ. ແລະ ບັດນີ້ເຮົາກ່າວກັບເຈົ້າວ່າ, ແອວມາ, ຈົ່ງໄປຕາມທາງຂອງເຈົ້າ ແລະ ຢ່າໄດ້ພະຍາຍາມທຳລາຍສາດສະໜາຈັກອີກຕໍ່ໄປ, ເພື່ອໃຫ້ຄຳອະທິຖານຂອງພວກເຂົາໄດ້ຮັບຄຳຕອບ, ຫລື ວ່າເຈົ້າຕ້ອງການໃຫ້ຕົວຂອງເຈົ້າຖືກປະຖິ້ມໄປ.
17 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ນີ້ເປັນຄຳເວົ້າສຸດທ້າຍຂອງທູດທີ່ໄດ້ກ່າວກັບແອວມາ, ແລະ ເພິ່ນກໍໄດ້ຈາກໄປ.
18 ແລະ ບັດນີ້ແອວມາກັບຜູ້ທີ່ຢູ່ກັບລາວໄດ້ລົ້ມລົງຢູ່ກັບພື້ນດິນ, ເພາະຄວາມແປກປະຫລາດໃຈອັນໃຫຍ່ຫລວງຂອງພວກເຂົາ; ເພາະວ່າພວກເຂົາໄດ້ເຫັນທູດຂອງພຣະຜູ້ເປັນເຈົ້າດ້ວຍຕາຂອງຕົນເອງ; ແລະ ສຽງຂອງເພິ່ນຄືກັນກັບຟ້າຮ້ອງ, ຊຶ່ງເຮັດໃຫ້ແຜ່ນດິນໂລກສັ່ນສະເທືອນ; ແລະ ພວກເຂົາຮູ້ວ່າ ບໍ່ມີສິ່ງໃດທີ່ຈະເຮັດໃຫ້ແຜ່ນດິນໂລກສັ່ນສະເທືອນໄດ້ນອກຈາກຈະເປັນອຳນາດຂອງພຣະເຈົ້າເທົ່ານັ້ນ ທີ່ເຮັດໃຫ້ມັນສັ່ນສະເທືອນຄືກັນກັບວ່າມັນຈະແຍກອອກຈາກກັນ.
19 ແລະ ບັດນີ້ຄວາມແປກປະຫລາດໃຈຂອງແອວມານັ້ນໃຫຍ່ຫລວງຈົນວ່າລາວກາຍເປັນຄົນປາກກືກ, ຈົນວ່າລາວເປີດປາກບໍ່ໄດ້; ແທ້ຈິງແລ້ວ, ລາວກັບອ່ອນເພຍຈົນແມ່ນແຕ່ບໍ່ສາມາດເໜັງຕີງມືໄດ້; ສະນັ້ນ ຜູ້ທີ່ຢູ່ກັບລາວຈຶ່ງຫາມລາວໄປເພາະລາວຊ່ວຍຕົວເອງບໍ່ໄດ້, ຈົນກະທັ້ງຖືກເອົາໄປວາງລົງຢູ່ຕໍ່ໜ້າບິດາຂອງລາວ.
20 ແລະ ພວກນັ້ນໄດ້ເລົ່າເລື່ອງທັງໝົດທີ່ໄດ້ເກີດຂຶ້ນກັບພວກເຂົາໃຫ້ບິດາຂອງລາວຟັງ; ແລະ ບິດາຂອງລາວມີຄວາມປິຕິຍິນດີ, ເພາະເພິ່ນຮູ້ວ່າມັນແມ່ນອຳນາດຂອງພຣະເຈົ້າ.
21 ແລະ ເພິ່ນໄດ້ໃຫ້ຝູງຊົນມາເຕົ້າໂຮມກັນ ເພື່ອຈະໄດ້ເປັນພະຍານໃນສິ່ງທີ່ພຣະຜູ້ເປັນເຈົ້າກະທຳກັບລູກຂອງເພິ່ນ, ແລະ ກັບຜູ້ທີ່ຢູ່ກັບລາວນຳອີກ.
22 ແລະ ເພິ່ນໄດ້ບອກໃຫ້ປະໂລຫິດທັງຫລາຍມາເຕົ້າໂຮມກັນ ແລະ ເຂົາເຈົ້າໄດ້ເລີ່ມຖືສິນອົດເຂົ້າ ແລະ ອະທິຖານເພື່ອທູນຂໍໃຫ້ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຂົາເຈົ້າເພື່ອວ່າພຣະອົງຈະໄດ້ເປີດປາກຂອງແອວມາ ເພື່ອລາວຈະສາມາດເວົ້າໄດ້, ແລະ ເພື່ອແຂນຂາຂອງລາວຈະໄດ້ຮັບກຳລັງອີກ—ເພື່ອໃຫ້ຕາຂອງຜູ້ຄົນເປີດ ເພື່ອຈະໄດ້ເຫັນ ແລະ ຮູ້ຈັກພຣະກະລຸນາທິຄຸນ ແລະ ລັດສະໝີພາບຂອງພຣະເຈົ້າ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກພວກເຂົາໄດ້ຖືສິນອົດເຂົ້າ ແລະ ອະທິຖານເປັນເວລາສອງມື້ສອງຄືນແລ້ວ, ແຂນຂາຂອງແອວມາຈຶ່ງໄດ້ຮັບກຳລັງຂອງມັນ, ແລະ ລາວໄດ້ຢືນຂຶ້ນ ແລະ ເລີ່ມເວົ້າກັບພວກເຂົາ, ບອກໃຫ້ພວກເຂົາສະບາຍໃຈ:
24 ເພາະລາວໄດ້ເວົ້າວ່າ, ຂ້າພະເຈົ້າໄດ້ກັບໃຈຈາກບາບຂອງຂ້າພະເຈົ້າແລ້ວ, ແລະ ໄດ້ຖືກ ໄຖ່ໂດຍພຣະຜູ້ເປັນເຈົ້າແລ້ວ; ຈົ່ງເບິ່ງ, ຂ້າພະເຈົ້າໄດ້ເກີດຈາກພຣະວິນຍານ.
25 ແລະ ພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ: ຢ່າໄດ້ແປກໃຈເລີຍວ່າ ມະນຸດທັງປວງ, ແທ້ຈິງແລ້ວ, ທັງຊາຍ ແລະ ຍິງ, ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ, ຕ້ອງ ເກີດໃໝ່ເສຍກ່ອນ; ແທ້ຈິງແລ້ວ, ແມ່ນເກີດຈາກພຣະເຈົ້າເພື່ອ ປ່ຽນຈາກສະພາບແຫ່ງ ກາມມະລົມ ແລະ ຕົກຕ່ຳຂອງພວກເຂົາ, ມາສູ່ສະພາບແຫ່ງຄວາມຊອບທຳ, ຖືກໄຖ່ໂດຍພຣະເຈົ້າ, ກາຍເປັນບຸດ ແລະ ທິດາຂອງພຣະອົງ;
26 ແລະ ພວກເຂົາຈຶ່ງກາຍມາເປັນຄົນໃໝ່ດັ່ງນັ້ນ; ແລະ ຖ້າຫາກພວກເຂົາບໍ່ເຮັດແນວນີ້, ພວກເຂົາກໍ ບໍ່ມີທາງທີ່ຈະໄດ້ຮັບອານາຈັກຂອງພຣະເຈົ້າມາເປັນມູນມໍລະດົກ.
27 ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຖ້າຫາກບໍ່ເຮັດແນວນີ້, ພວກເຂົາຈະຖືກປະຖິ້ມໄປ ແລະ ເລື່ອງນີ້ຂ້າພະເຈົ້າຮູ້ຈັກເພາະວ່າຂ້າພະເຈົ້າເກືອບຖືກປະຖິ້ມໄປແລ້ວ.
28 ເຖິງຢ່າງໃດກໍຕາມ, ຫລັງຈາກທີ່ໄດ້ຊັດເຊພະເນຈອນໄປໃນຄວາມທຸກຍາກລຳບາກຢ່າງລົ້ນເຫລືອ, ໂດຍກັບໃຈຈົນເກືອບຈະເຖິງແກ່ຄວາມຕາຍ, ພຣະຜູ້ເປັນເຈົ້າມີຄວາມເມດຕາ ຊຶ່ງເຫັນສົມຄວນທີ່ຈະດຶງຂ້າພະເຈົ້າອອກມາຈາກການເຜົາໄໝ້ອັນ ເປັນນິດ, ແລະ ຂ້າພະເຈົ້າໄດ້ເກີດຈາກພຣະເຈົ້າ.
29 ຈິດວິນຍານຂອງຂ້າພະເຈົ້າໄດ້ຖືກໄຖ່ຈາກນ້ຳບີແຫ່ງຄວາມຂົມຂື່ນ ແລະ ພັນທະການແຫ່ງຄວາມຊົ່ວຮ້າຍ. ຂ້າພະເຈົ້າເຄີຍຢູ່ໃນເຫວເລິກທີ່ມືດທີ່ສຸດມາ; ແຕ່ບັດນີ້ຂ້າພະເຈົ້າໄດ້ເຫັນຄວາມສະຫວ່າງອັນໜ້າອັດສະຈັນຂອງພຣະເຈົ້າ. ຈິດວິນຍານຂອງຂ້າພະເຈົ້າຖືກ ທໍລະມານດ້ວຍຄວາມທໍລະມານອັນຕະຫລອດໄປ; ແຕ່ວ່າຂ້າພະເຈົ້າຖືກດຶງອອກມາ ແລະ ຈິດວິນຍານຂອງຂ້າພະເຈົ້າບໍ່ໄດ້ເຈັບປວດອີກຕໍ່ໄປ.
30 ຂ້າພະເຈົ້າບໍ່ຍອມຮັບພຣະຜູ້ໄຖ່ຂອງຂ້າພະເຈົ້າ ແລະ ປະຕິເສດສິ່ງທີ່ບັນພະບຸລຸດຂອງພວກເຮົາເວົ້າໄວ້; ແຕ່ມາບັດນີ້ເພື່ອພວກເພິ່ນຈະເຫັນລ່ວງໜ້າວ່າ ພຣະອົງຈະສະເດັດມາ ແລະ ວ່າພຣະອົງຈະຈື່ຈຳທຸກຄົນທີ່ພຣະອົງໄດ້ສ້າງ, ພຣະອົງຈະສະແດງພຣະອົງເອງໃຫ້ປະຈັກແກ່ຄົນທັງປວງ.
31 ແທ້ຈິງແລ້ວ, ທຸກຫົວເຂົ່າຈະຄຸລົງ, ແລະ ທຸກລີ້ນຈະສາລະພາບຕໍ່ພຣະພັກຂອງພຣະອົງ. ແທ້ຈິງແລ້ວ, ເຖິງແມ່ນໃນວັນສຸດທ້າຍເມື່ອຄົນທັງປວງຈະຢືນຮັບ ການພິພາກສາຂອງພຣະອົງ, ເມື່ອນັ້ນພວກເຂົາຈະສາລະພາບວ່າ ພຣະອົງຄືພຣະເຈົ້າ; ເມື່ອນັ້ນຜູ້ທີ່ໃຊ້ຊີວິດ ປາດສະຈາກພຣະເຈົ້າຢູ່ໃນໂລກຈະສາລະພາບວ່າ ການພິພາກສາຂອງໂທດອັນເປັນນິດນັ້ນທ່ຽງທຳແລ້ວກັບພວກເຂົາ; ແລະ ພວກເຂົາຈະສັ່ນສະທ້ານ ແລະ ຫົດຕົວຢູ່ພາຍໃຕ້ການທອດພຣະເນດ ອັນພິຈາລະນາຂອງພຣະອົງ.
32 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຈາກເວລານີ້ໄປແອວມາເລີ່ມສິດສອນຜູ້ຄົນ ແລະ ຜູ້ທີ່ຢູ່ກັບແອວມາຕອນທີ່ທູດມາປະກົດຕໍ່ພວກເຂົາກໍເໝືອນກັນ, ໄດ້ເດີນທາງໄປຫາທຸກບ່ອນທົ່ວແຜ່ນດິນ, ປະກາດແກ່ຄົນທັງປວງເຖິງສິ່ງທີ່ພວກເຂົາໄດ້ຍິນ ແລະ ໄດ້ເຫັນມາ, ແລະ ສັ່ງສອນພຣະຄຳຂອງພຣະເຈົ້າດ້ວຍຄວາມທຸກຍາກລຳບາກ, ຖືກຂົ່ມເຫັງຢ່າງໜັກຈາກຜູ້ທີ່ບໍ່ເຊື່ອ ແລະ ຖືກຕີໂດຍຄົນຫລວງຫລາຍໃນພວກນັ້ນ.
33 ເຖິງແມ່ນຈະເປັນຢ່າງນັ້ນ, ພວກເຂົາກໍໄດ້ໃຫ້ການປອບໃຈສາດສະໜາຈັກຫລາຍຂຶ້ນ, ໂດຍຢືນຢັນສັດທາຂອງພວກເຂົາ, ແລະ ຊັກຊວນຜູ້ຄົນທັງຫລາຍດ້ວຍຄວາມອົດກັ້ນ ແລະ ດ້ວຍຄວາມອິດເມື່ອຍຢ່າງໜັກໃຫ້ຮັກສາພຣະບັນຍັດຂອງພຣະເຈົ້າ.
34 ແລະ ສີ່ຄົນໃນພວກເຂົານັ້ນແມ່ນ ພວກລູກຊາຍຂອງໂມໄຊຢາ; ແລະ ຊື່ຂອງພວກເຂົາຄື ອຳໂມນ, ແລະ ອາໂຣນ, ແລະ ອອມເນີ, ແລະ ຮິມໄນ; ທັງໝົດນີ້ເປັນຊື່ຂອງພວກລູກຊາຍຂອງໂມໄຊຢາ.
35 ແລະ ພວກເຂົາໄດ້ເດີນທາງໄປຫາທຸກບ່ອນໃນແຜ່ນດິນເຊຣາເຮັມລາ, ແລະ ໃນບັນດາຜູ້ຄົນທັງໝົດ ຊຶ່ງຢູ່ໃຕ້ການປົກຄອງຂອງກະສັດໂມໄຊຢາ, ໄດ້ເດີນທາງຢ່າງຕັ້ງໃຈເພື່ອຈະແກ້ຄວາມເສຍຫາຍທັງໝົດ ຊຶ່ງພວກເຂົາໄດ້ເຮັດໄວ້ກັບສາດສະໜາຈັກ, ສາລະພາບບາບທັງໝົດຂອງພວກເຂົາ, ແລະ ປະກາດເລື່ອງທັງໝົດທີ່ພວກເຂົາໄດ້ເຫັນມາ, ແລະ ອະທິບາຍຄຳທຳນາຍ ແລະ ຂໍ້ຄວາມພຣະຄຳພີໃຫ້ແກ່ທຸກຄົນທີ່ປາດຖະໜາຈະຟັງ.
36 ແລະ ໂດຍວິທີນີ້ ພວກເຂົາຈຶ່ງເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າໃນການພາຫລາຍຄົນມາສູ່ຄວາມຮູ້ເລື່ອງຄວາມຈິງ, ແທ້ຈິງແລ້ວ, ມາສູ່ຄວາມຮູ້ເລື່ອງພຣະຜູ້ໄຖ່ຂອງພວກເຂົາ.
37 ແລະ ພວກເຂົາເປັນສຸກແລ້ວພຽງໃດ! ເພາະວ່າພວກເຂົາໄດ້ ປະກາດສັນຕິສຸກ; ແລະ ພວກເຂົາໄດ້ປະກາດ ຂ່າວປະເສີດແຫ່ງຄວາມດີ; ແລະ ພວກເຂົາໄດ້ປະກາດຕໍ່ຜູ້ຄົນວ່າພຣະຜູ້ເປັນເຈົ້າປົກຄອງ.