“ວັນທີ 30 ເດືອນມິຖຸນາ–ວັນທີ 6 ເດືອນກໍລະກົດ: ‘ບໍ່ມີອາວຸດໃດທີ່ຖືກປະກອບຂຶ້ນເພື່ອຕໍ່ຕ້ານພວກເຈົ້າຈະຈະເລີນໄດ້’: ຄຳສອນ ແລະ ພັນທະສັນຍາ 71–75,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ຄຳສອນ ແລະ ພັນທະສັນຍາ 2025 (2025)
“ຄຳສອນ ແລະ ພັນທະສັນຍາ 71–75,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2025
ວັນທີ 30 ເດືອນມິຖຸນາ–ວັນທີ 6 ເດືອນກໍລະກົດ: “ບໍ່ມີອາວຸດໃດທີ່ຖືກປະກອບຂຶ້ນເພື່ອຕໍ່ຕ້ານພວກເຈົ້າຈະຈະເລີນໄດ້”
ຄຳສອນ ແລະ ພັນທະສັນຍາ 71–75
ນັບຕັ້ງແຕ່ຕອນເພິ່ນຍັງນ້ອຍ, ໂຈເຊັບ ສະມິດ ໄດ້ປະເຊີນກັບການວິຈານ—ແມ່ນແຕ່ປະເຊີນກັບສັດຕູ—ຂະນະທີ່ເພິ່ນພະຍາຍາມເຮັດວຽກງານຂອງພຣະເຈົ້າ. ແຕ່ມັນຄົງເປັນສິ່ງຫຍຸ້ງຍາກທີ່ສຸດໂດຍສະເພາະ ໃນທ້າຍປີ 1831 ເມື່ອເອຊະຣາ ບູທ໌ ໄດ້ເລີ່ມຕົ້ນຕຳນິສາດສະໜາຈັກໃນສາທາລະນະ, ເພາະໃນກໍລະນີນີ້ ຜູ້ວິຈານແມ່ນອະດີດຜູ້ທີ່ເຊື່ອ. ເອຊະຣາໄດ້ເຫັນໂຈເຊັບໃຊ້ອຳນາດຂອງພຣະເຈົ້າ ເພື່ອປິ່ນປົວຜູ້ຍິງຄົນໜຶ່ງ. ລາວໄດ້ຖືກເຊື້ອເຊີນໃຫ້ໄປກັບໂຈເຊັບ ຕອນໄປສຳຫລວດເບິ່ງແຜ່ນດິນຊີໂອນເປັນເທື່ອທຳອິດ ຢູ່ໃນລັດມີເຊີຣີ. ແຕ່ລາວໄດ້ເສຍສັດທານັບແຕ່ນັ້ນມາ ແລະ, ໃນຄວາມພະຍາຍາມທີ່ຈະເຮັດໃຫ້ສາດສະດາເສຍຫາຍ, ລາວໄດ້ຈັດພິມຈົດໝາຍຫລາຍສະບັບຕິດຕໍ່ກັນ ຢູ່ໃນໜັງສືພິມ ຢູ່ລັດໂອໄຮໂອ. ແລະ ຄວາມພະຍາຍາມຂອງລາວ ເບິ່ງຄືວ່າໄດ້ຜົນ, ເພາະ: “ຄວາມຮູ້ສຶກບໍ່ດີທີ່ເກີດຂຶ້ນກັບສາດສະໜາຈັກ” ຢູ່ໃນເຂດນັ້ນ (ຄຳສອນ ແລະ ພັນທະສັນຍາ 71, ຫົວຂໍ້ພາກ). ຜູ້ທີ່ເຊື່ອຄວນເຮັດສິ່ງໃດ ໃນກໍລະນີເຊັ່ນນັ້ນ? ເຖິງແມ່ນບໍ່ມີຄຳຕອບດຽວສຳລັບທຸກສະຖານະການ, ແຕ່ເບິ່ງຄືວ່າ ສ່ວນຫລາຍ—ລວມທັງໃນກໍລະນີນີ້ ໃນປີ 1831—ຄຳຕອບຂອງພຣະຜູ້ເປັນເຈົ້າ ຄືທີ່ຈະປະກາດຄວາມຈິງ ແລະ ດັດແປງຄຳຕົວະ ໂດຍ “ການປະກາດພຣະກິດຕິຄຸນ” (ຂໍ້ທີ 1). ແມ່ນແລ້ວ, ວຽກງານຂອງພຣະຜູ້ເປັນເຈົ້າ ຈະມີຜູ້ຄົນວິຈານສະເໝີ, ແຕ່ໃນທີ່ສຸດ, “ບໍ່ມີອາວຸດໃດທີ່ຖືກປະກອບຂຶ້ນເພື່ອຕໍ່ຕ້ານ [ມັນ] ຈະຈະເລີນໄດ້” (ຂໍ້ທີ 9).
ເບິ່ງ “Ezra Booth and Isaac Morley,” ໃນ Revelations in Context, 134.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ພຣະວິນຍານຈະນຳພາເຮົາ ຂະນະທີ່ເຮົາປະກາດພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ.
ມັນສາມາດເປັນເລື່ອງໜ້າໜັກໃຈເມື່ອຜູ້ຄົນວິພາກວິຈານ ຫລື ເຍາະເຍີ້ຍສັດທາຂອງທ່ານໃນພຣະຜູ້ຊ່ວຍໃຫ້ລອດ, ພຣະກິດຕິຄຸນ, ຫລື ສາດສະໜາຈັກຂອງພຣະອົງ. ເມື່ອສິ່ງນັ້ນເກີດຂຶ້ນ, ທ່ານຈະເຮັດແນວໃດ? ສິ່ງທີ່ຄ້າຍຄືກັນໄດ້ເກີດຂຶ້ນໃນລັດໂອໄຮໂອ ໃນປີ 1831 (ເບິ່ງຫົວຂໍ້ພາກຂອງ ຄຳສອນ ແລະ ພັນທະສັນຍາ 71). ພຣະຜູ້ເປັນເຈົ້າໄດ້ບອກໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໃຫ້ເຮັດຫຍັງກ່ຽວກັບມັນໃນ ຄຳສອນ ແລະ ພັນທະສັນຍາ 71? ບາງທີທ່ານສາມາດຂຽນລາຍການຄຳແນະນຳທີ່ພຣະຜູ້ເປັນເຈົ້າໄດ້ມອບໃຫ້ແກ່ພວກເພິ່ນ ແລະ ພອນທີ່ພຣະອົງໄດ້ສັນຍາລົງໄວ້.
ນອກເໜືອໄປຈາກການສຶກສາ ພາກທີ 71 ແລ້ວ, ທ່ານອາດຈະສຳຫລວດອີກວ່າ ພຣະຜູ້ຊ່ວຍໃຫ້ລອດໄດ້ຕອບສະໜອງຕໍ່ຄຳວິພາກວິຈານຂອງພຣະອົງແນວໃດ ລະຫວ່າງການປະຕິບັດສາດສະໜາກິດໃນຊ່ວງມະຕະ. ຕໍ່ໄປນີ້ແມ່ນບາງຕົວຢ່າງ: ມັດທາຍ 22:15–22; 26:59–64; ໂຢຮັນ 10:37–38. ທ່ານຮຽນຮູ້ຫຍັງແດ່ຈາກພຣະອົງ? ຄວາມຮູ້ແຈ້ງເພີ່ມເຕີມໃດແດ່ທີ່ທ່ານໄດ້ຮັບຈາກ ມັດທາຍ 18:15; ເອເຟໂຊ 4:31–32; 2 ຕີໂມທຽວ 3:12; ຢາໂກໂບ 1:19?
ຄຳແນະນຳຂອງພຣະອົງກ່ຽວຂ້ອງກັບສະຖານະການທີ່ທ່ານປະເຊີນໃນທຸກວັນນີ້ແນວໃດ? ທ່ານອາດພິຈາລະນາວິທີແກ້ໄຂຄວາມເທັດຈິງຢ່າງສັນຕິດ້ວຍຄຳເວົ້າຂອງທ່ານເອງ. ຍົກຕົວຢ່າງ, ທ່ານອາດເລີ່ມໂດຍສະແດງຄວາມເຄົາລົບຕໍ່ມຸມມອງຂອງອີກຝ່າຍ, ແລະ ແລ້ວທ່ານສາມາດແບ່ງປັນສິ່ງທີ່ທ່ານເຊື່ອກ່ຽວກັບພຣະເຢຊູຄຣິດ ແລະ ຄຳສອນຂອງພຣະອົງ. ເພື່ອກຽມພ້ອມສຳລັບໂອກາດເຫລົ່ານີ້, ບາງທີທ່ານສາມາດຝຶກວິທີນີ້ກັບໝູ່ເພື່ອນ ຫລື ສະມາຊິກໃນຄອບຄົວ.
ເບິ່ງ Topics and Questions, “Helping Others with Questions,” ຫ້ອງສະໝຸດພຣະກິດຕິຄຸນ; Dallin H. Oaks, “Loving Others and Living with Differences,” Liahona, Nov. 2014, 25–28; Jörg Klebingat, “Valiant Discipleship in the Latter Days,” Liahona, May 2022, 107–10 ນຳອີກ.
ພຣະຜູ້ເປັນເຈົ້າອວຍພອນເຮົາຜ່ານທາງການປະຕິບັດສາດສະໜາກິດຂອງຜູ້ນຳ ເຊັ່ນອະທິການ.
ເມື່ອນິວເອັນ ເຄ ວິດນີ ໄດ້ຖືກເອີ້ນໃຫ້ຮັບໃຊ້ເປັນອະທິການ, ໜ້າທີ່ຂອງເພິ່ນແມ່ນແຕກຕ່າງໜ້ອຍໜຶ່ງຈາກອະທິການໃນປະຈຸບັນ. ຍົກຕົວຢ່າງ, ອະທິການ ວິດນີ ໄດ້ດູແລຝ່າຍທີ່ດິນທີ່ຖືກອຸທິດຖວາຍ ແລະ ການອະນຸຍາດໃຫ້ຍ້າຍໄປຕັ້ງຖິ່ນຖານຢູ່ໃນແຜ່ນດິນຊີໂອນ ໃນລັດມີເຊີຣີ. ແຕ່ຂະນະທີ່ທ່ານອ່ານກ່ຽວກັບການເອີ້ນຂອງເພິ່ນ ຢູ່ໃນ ຄຳສອນ ແລະ ພັນທະສັນຍາ 72, ທ່ານອາດສັງເກດເຫັນການກ່ຽວຂ້ອງບາງຢ່າງກັບສິ່ງທີ່ອະທິການເຮັດໃນທຸກວັນນີ້—ຢ່າງໜ້ອຍໃນຄວາມຕັ້ງໃຈ, ຖ້າບໍ່ແມ່ນຢ່າງໃດຢ່າງໜຶ່ງໂດຍສະເພາະ, ຂອງໜ້າທີ່ຂອງພວກເພິ່ນ.
ຍົກຕົວຢ່າງ, ໃນທາງໃດແດ່ທີ່ທ່ານ “ລາຍງານເລື່ອງລາວ” ຕໍ່ອະທິການຂອງທ່ານ? (ຂໍ້ທີ 5). ໃນວັນເວລາຂອງເຮົາ, “ຄັງຂອງພຣະຜູ້ເປັນເຈົ້າ” ສາມາດລວມທັງການບໍລິຈາກ, ການຮັບໃຊ້, ແລະ ພອນສະຫວັນຂອງສະມາຊິກຫວອດ (ເບິ່ງ ຂໍ້ທີ 10, 12). ທ່ານຈະສາມາດປະກອບສ່ວນໃນຄັງນັ້ນໄດ້ແນວໃດ?
ພຣະຜູ້ເປັນເຈົ້າໄດ້ອວຍພອນທ່ານ ແລະ ຄອບຄົວຂອງທ່ານ ຜ່ານທາງການຮັບໃຊ້ຂອງອະທິການແນວໃດ?
ເບິ່ງ Quentin L. Cook, “Bishops—Shepherds over the Lord’s Flock,” Liahona, May 2021, 56–60 ນຳອີກ.
ເຮົາມີຫລາຍໂອກາດທີ່ຈະແບ່ງປັນພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ.
ເມື່ອໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໄດ້ກັບຄືນໄປຈາກວຽກງານມອບໝາຍການເຜີຍແຜ່ຂອງພວກເພິ່ນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 71), ພຣະຜູ້ເປັນເຈົ້າໄດ້ບອກພວກເພິ່ນໃຫ້ສືບຕໍ່ແປພຣະຄຣິສຕະທຳຄຳພີຕໍ່ໄປ (ເບິ່ງ ຄູ່ມືພຣະຄຳພີ, “ການແປຂອງໂຈເຊັບ ສະມິດ (ປຈສ),” ຫ້ອງສະໝຸດພຣະກິດຕິຄຸນ). ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ພຣະອົງຕ້ອງການໃຫ້ພວກເພິ່ນຢຸດແບ່ງປັນພຣະກິດຕິຄຸນ. ເຖິງຢ່າງໃດ, ມັນກໍເປັນພາກສ່ວນໜຶ່ງໃນຊີວິດຂອງສານຸສິດ.
ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 73, ໃຫ້ພິຈາລະນາວິທີທີ່ທ່ານສາມາດເຮັດໃຫ້ການແບ່ງປັນພຣະກິດຕິຄຸນເປັນວຽກງານທີ່, “ເຮັດໄດ້” ຕໍ່ໄປ (ຂໍ້ທີ 4)—ຫລື ເປັນເລື່ອງຈິງ—ເປັນພາກສ່ວນໃນຊີວິດຂອງທ່ານ ໃນບັນດາໜ້າທີ່ຮັບຜິດຊອບຢ່າງອື່ນໆຂອງທ່ານແນວໃດ.
ຄຳສອນ ແລະ ພັນທະສັນຍາ 75:1–16
“ທຳງານດ້ວຍກຳລັງຂອງພວກເຈົ້າ … ປະກາດຄວາມຈິງ.”
ການເປີດເຜີຍໃນ ພາກທີ 75 ກ່າວກັບຜູ້ຄົນທີ່ “ໄດ້ມອບຊື່ [ຂອງພວກເຂົາ] ໄວ້ ເພື່ອອອກໄປປະກາດພຣະກິດຕິຄຸນ [ຂອງພຣະຜູ້ຊ່ວຍໃຫ້ລອດ]” (ຂໍ້ທີ 2). ວິທີໜຶ່ງໃນການສຶກສາການເປີດເຜີຍນີ້ຄື ຂຽນສອງລາຍການ: (1) ວິທີແບ່ງປັນພຣະກິດຕິຄຸນຢ່າງມີປະສິດທິພາບ ແລະ (2) ວິທີທີ່ພຣະຜູ້ເປັນເຈົ້າອວຍພອນ ແລະ ສະໜັບສະໜູນເຮົາໃນຂະນະທີ່ເຮົາເຮັດ.
ທ່ານຄິດວ່າ “ຢູ່ນີ້” ຫລື “ກຽດຄ້ານ” ໃນການແບ່ງປັນພຣະກິດຕິຄຸນ ໝາຍຄວາມວ່າແນວໃດ? ການ “ທຳງານດ້ວຍກຳລັງຂອງພວກເຈົ້າ” ມີລັກສະນະແບບໃດ? (ຂໍ້ທີ 3).
ເບິ່ງ “ເຮົາຈະໄປທີ່ພຣະອົງບັນຊາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 50.
ແນວຄິດສຳລັບການສິດສອນເດັກນ້ອຍ
ເຮົາສາມາດປົກປ້ອງຄວາມຈິງໂດຍການແບ່ງປັນປະຈັກພະຍານຂອງເຮົາ.
-
ທ່ານສາມາດໃຊ້ຫົວຂໍ້ພາກຂອງ ຄຳສອນ ແລະ ພັນທະສັນຍາ 71 ຫລື “ບົດທີ 25: ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໄປເຜີຍແຜ່” (ໃນ ເລື່ອງຄຳສອນ ແລະ ພັນທະສັນຍາ, 96, ຫລື ວິດີໂອທີ່ກ່ຽວຂ້ອງ ໃນຫ້ອງສະໝຸດພຣະກິດຕິຄຸນ) ເພື່ອສິດສອນລູກໆຂອງທ່ານກ່ຽວກັບສະພາບການທີ່ດົນໃຈໃຫ້ກັບ ພາກທີ 71. ແລ້ວຊ່ວຍພວກເຂົາໃຫ້ຄົ້ນຄວ້າໃນ ຂໍ້ທີ 1 ສິ່ງທີ່ພຣະຜູ້ເປັນເຈົ້າຕ້ອງການໃຫ້ໂຈເຊັບ ແລະ ຊິດນີ ເຮັດກ່ຽວກັບ “ຄວາມຮູ້ສຶກທີ່ບໍ່ເປັນມິດ” ຕໍ່ສາດສະໜາຈັກ. ພຣະອົງໄດ້ກ່າວວ່າຈະຊ່ວຍພວກເພິ່ນແນວໃດ? ເຮົາຈະສາມາດເປັນເໝືອນດັ່ງໂຈເຊັບ ແລະ ຊິດນີໄດ້ແນວໃດ?
-
ທ່ານກໍສາມາດຮ້ອງເພງທີ່ດົນໃຈລູກໆຂອງທ່ານໃຫ້ຈິງໃຈຕໍ່ພຣະຜູ້ຊ່ວຍໃຫ້ລອດນຳອີກ, ເຊັ່ນ “ກ້າເຮັດສິ່ງຖືກ” (ເພງສວດ ແລະ ເພງຂອງເດັກນ້ອຍ, 70). ຊ່ວຍລູກໆຂອງທ່ານໃຫ້ຝຶກວິທີແບ່ງປັນສິ່ງທີ່ພວກເຂົາຮູ້ຈັກກ່ຽວກັບພຣະເຢຊູຄຣິດ.
ພຣະຜູ້ເປັນເຈົ້າໄດ້ເອີ້ນອະທິການເພື່ອຊ່ວຍເຮົາ.
-
ການອ່ານ ຄຳສອນ ແລະ ພັນທະສັນຍາ 72:2 ນຳກັນ ສາມາດສ້າງໂອກາດເພື່ອສົນທະນາວ່າ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງມອບອະທິການໃຫ້ເຮົາ (ເບິ່ງ “ບົດທີ 17: ອະທິການຜູ້ທຳອິດຂອງສາດສະໜາຈັກ,” ໃນ ເລື່ອງຄຳສອນ ແລະ ພັນທະສັນຍາ, 64–66, ຫລື ວິດີໂອທີ່ກ່ຽວຂ້ອງ ໃນຫ້ອງສະໝຸດພຣະກິດຕິຄຸນ ນຳອີກ). ທ່ານ ແລະ ລູກໆຂອງທ່ານສາມາດພົບເຫັນຮູບພາບ ຫລື ສິ່ງຂອງທີ່ເປັນຕົວແທນໃຫ້ແກ່ໜ້າທີ່ຮັບຜິດຊອບຂອງອະທິການ. ຮູບພາບ ແລະ ໜ້າກິດຈະກຳ ຢູ່ທ້າຍໂຄງຮ່າງນີ້ ມີແນວຄິດບາງຢ່າງ. ແລ້ວພວກທ່ານສາມາດເວົ້າລົມກັນກ່ຽວກັບອະທິການທີ່ພວກທ່ານຮູ້ຈັກ ແລະ ວິທີທີ່ພຣະຜູ້ເປັນເຈົ້າໄດ້ອວຍພອນຄອບຄົວຂອງທ່ານຜ່ານທາງການຮັບໃຊ້ຂອງພວກເພິ່ນ.
ເຮົາສາມາດທຸ້ມເທຄວາມພະຍາຍາມຢ່າງເຕັມທີ່ແດ່ພຣະຜູ້ເປັນເຈົ້າ.
-
ເພື່ອເວົ້າກ່ຽວກັບຄວາມແຕກຕ່າງລະຫວ່າງການ “ກຽດຄ້ານ” ແລະ “[ການ] ທຳງານດ້ວຍກຳລັງ [ຂອງເຮົາ],” ບາງທີທ່ານສາມາດເລືອກວຽກງານການຮັບໃຊ້ ຫລື ວຽກເຮືອນ ແລະ ເຊື້ອເຊີນລູກໆຂອງທ່ານ ໃຫ້ສາທິດການກະທຳສິ່ງເຫລົ່ານັ້ນຢ່າງກຽດຄ້ານ ແລະ ແລ້ວໃຊ້ສຸດກຳລັງຂອງພວກເຂົາ. ຂະນະທີ່ທ່ານອ່ານ “ທັງບໍ່ໃຫ້ກຽດຄ້ານ” ໃນ ຄຳສອນ ແລະ ພັນທະສັນຍາ 75:3, ລູກໆຂອງທ່ານສາມາດສະແດງວິທີທີ່ພວກເຂົາຈະເຮັດວຽກເຮືອນຢ່າງກຽດຄ້ານ. ເມື່ອທ່ານອ່ານ “ແຕ່ໃຫ້ທຳງານດ້ວຍກຳລັງຂອງພວກເຈົ້າ,” ພວກເຂົາສາມາດສະແດງວິທີທີ່ພວກເຂົາເຮັດວຽກງານຢ່າງໜັກ. ເປັນຫຍັງມັນຈຶ່ງສຳຄັນທີ່ເຮົາຈະເຮັດໃຫ້ດີທີ່ສຸດ ເມື່ອຮັບໃຊ້ພຣະຜູ້ເປັນເຈົ້າ?
-
ໃນຂ່າວສານຂອງເພິ່ນ “Two Principles for Any Economy” (Liahona, Nov. 2009, 55–58), ປະທານດີເດີ ແອັຟ ອຸກດອບ ໄດ້ເລົ່າສອງເລື່ອງກ່ຽວກັບການເຮັດວຽກງານ. ບາງທີທ່ານສາມາດແບ່ງປັນເລື່ອງເຫລົ່ານັ້ນກັບລູກໆຂອງທ່ານ ແລະ ເວົ້າລົມກ່ຽວກັບຄວາມຮູ້ສຶກທີ່ຮູ້ວ່າ ເຮົາເຮັດວຽກໜັກ ແລະ ເຮັດໃຫ້ດີທີ່ສຸດແນວໃດ.