ການ​ເອີ້ນ​ເຜີຍ​ແຜ່
ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ


“ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ

ຜູ້​ສອນ​ສາດ​ສະ​ໜາ​ທີ່​ຮັກ​ແພງ​ທັງ​ຫລາຍ:

ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ທ່ານ​ໃນ​ໂອ​ກາດ​ຍິ່ງ​ໃຫຍ່ ທີ່​ທ່ານ​ໄດ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ບໍ່​ມີ​ວຽກ​ງານ​ໃດ​ທີ່​ໜ້າ​ສົນ​ໃຈ ຫລື ສຳ​ຄັນ​ໄປ​ກວ່າ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.

ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ມີ​ຈຸດ​ປະ​ສົງ​ເພື່ອ​ຊ່ວຍ​ທ່ານ​ໃຫ້​ກຽມ​ພ້ອມ​ໄດ້​ດີ​ກວ່າ​ເກົ່າ, ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ມີ​ວຸດ​ທິ​ພາ​ວະ​ຫລາຍ​ກວ່າ​ເກົ່າ. ມັນ​ກໍ​ຍັງ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ເປັນ​ຄູ​ສອນ​ທີ່​ມີ​ປະ​ສິດ​ທິ​ພາບ​ນຳ​ອີກ. ພວກ​ເຮົາ​ຊຸກ​ຍູ້​ທ່ານ​ໃຫ້​ໃຊ້​ມັນ​ທຸກ​ວັນ ໃນ​ການ​ສຶກ​ສາ​ສ່ວນ​ຕົວ ແລະ ກັບ​ຄູ່​ສອນ​ຂອງ​ທ່ານ. ພວກ​ເຮົາ​ກໍ​ຊຸກ​ຍູ້​ທ່ານ​ໃຫ້​ໃຊ້​ມັນ​ໃນ​ການ​ປະ​ຊຸມ​ສະ​ພາ​ທ້ອງ​ຖິ່ນ ແລະ ໃນ​ກອງ​ປະ​ຊຸມ​ອະ​ນາ​ເຂດ​ນຳ​ອີກ. ຈົ່ງ​ສຶກ​ສາ​ຂໍ້​ອ້າງ​ອີງ​ພຣະ​ຄຳ​ພີ ແລະ ຮຽນ​ຮູ້​ຄຳ​ສອນ ແລະ ຫລັກ​ທຳ.

ພວກ​ເຮົາ​ເຊື້ອ​ເຊີນ​ທ່ານ​ໃຫ້​ລຸກ​ຂຶ້ນ​ສູ່​ຄວາມ​ຮູ້​ສຶກ​ໃໝ່​ຂອງ​ການ​ເຮັດ​ຄຳ​ໝັ້ນ​ສັນ​ຍາ ທີ່​ຈະ​ຊ່ວຍ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ໃນ​ວຽກ​ງານ​ທີ່​ຮຸ່ງ​ໂລດ​ຂອງ​ພຣະ​ອົງ. ຜູ້​ສອນ​ສາດ​ສະ​ໜາ​ທຸກ​ຄົນ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊ່ວຍ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ “ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ” (ໂມ​ເຊ 1:39).

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ທ່ານ ຂະ​ນະ​ທີ່​ທ່ານ​ອຸ​ທິດ​ຕົນ​ຢ່າງ​ຖ່ອມ​ຕົວ​ເພື່ອ​ຮັບ​ໃຊ້​ພຣະ​ອົງ. ຂໍ​ໃຫ້​ທ່ານ​ຈົ່ງ​ພົບ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່ ຂະ​ນະ​ທີ່​ທ່ານ​ອອກ​ແຮງ​ງານ​ກັບ​ບັນ​ດາ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ຝ່າຍ​ປະ​ທານ​ສູງ​ສຸດ

ພິມ