ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 8: ບັນ​ລຸ​ວຽກ​ງານ​ຜ່ານ​ທາງ​ເປົ້າ​ໝາຍ ແລະ ແຜນ​ການ


“ບົດ​ທີ 8: ບັນ​ລຸ​ວຽກ​ງານ​ຜ່ານ​ທາງ​ເປົ້າ​ໝາຍ ແລະ ແຜນ​ການ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 8,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຮູບ​ພາບ
ເຫດ​ສະ​ນັ້ນ ພວກ​ເຈົ້າ​ຈົ່ງ​ອອກ​ໄປ (ເຫດ​ສະ​ນັ້ນ ພວກ​ເຈົ້າ​ຈົ່ງ​ອອກ​ໄປ, ແລະ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກ​ສິດ), ໂດຍ ແຮ​ຣີ ແອນ​ເດີ​ສັນ

ບົດ​ທີ 8

ບັນ​ລຸ​ວຽກ​ງານ​ຜ່ານ​ທາງ​ເປົ້າ​ໝາຍ ແລະ ແຜນ​ການ

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

  • ເປັນ​ຫຍັງ​ເຮົາ​ຕ້ອງ​ຕັ້ງ​ເປົ້າ​ໝາຍ?

  • ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ສຳ​ລັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ສຸມ​ໃສ່​ຄວາມ​ກ້າວ​ໜ້າ​ຂອງ​ແຕ່​ລະ​ບຸກ​ຄົນ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ຕັ້ງ​ເປົ້າ​ໝາຍ, ວາງ​ແຜນ​ເພື່ອ​ບັນ​ລຸ​ມັນ, ແລະ ດຳ​ເນີນ​ການ​ຕາມ​ແຜນ​ຂອງ​ເຮົາ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ດຳ​ເນີນ​ພາກ​ການ​ວາງ​ແຜນ​ປະ​ຈຳ​ອາ​ທິດ ແລະ ປະ​ຈຳ​ວັນ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ໃຊ້​ແອັບ Preach My Gospel ເພື່ອ​ຊ່ວຍ​ໃຫ້​ເຮົາ​ບັນ​ລຸ​ວຽກ​ງານ​ໄດ້​ແນວ​ໃດ?

  • ແມ່ນ​ຫຍັງ​ຄື​ຫລັກ​ທຳ​ແຫ່ງ​ຄວາມ​ຮັບ​ຜິດ​ຊອບ? ມັນ​ຈະ​ເປັນ​ພອນ​ໃຫ້​ແກ່​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ແນວ​ໃດ?

ທ່ານ​ໄດ້​ຮັບ​ການມອບ​ໝາຍ​ໃຫ້​ຊ່ວຍ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ດ້ານ​ໃດ​ດ້ານ​ໜຶ່ງ​ໂດຍ​ສະ​ເພາະ. ພຣະ​ອົງ​ຕ້ອງ​ການ​ໃຫ້​ທ່ານ​ເປັນ​ພອນ​ແກ່​ທຸກ​ຄົນ ດ້ວຍ​ຄວາມ​ຮັກ ແລະ ຄວາມ​ຈິງ​ຂອງ​ພຣະ​ອົງ. ພຣະ​ອົງ​ຕ້ອງ​ການ​ໃຫ້​ທ່ານ​ເຊື້ອ​ເຊີນ ແລະ ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມາ​ຫາ​ພຣະ​ອົງ.

ພຣະ​ຜູ້​ເປັນ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ທ່ານ “ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ [ນີ້].” ພຣະ​ອົງ​ຂໍ​ໃຫ້​ທ່ານ “ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຂອງ​ຕົນ​ເອງ, ແລະ ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງ​ຫລາຍ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:27; ເບິ່ງ ຂໍ້​ທີ 26–29). ຈົ່ງ​ເຮັດ​ທຸກ​ສິ່ງ​ທີ່​ທ່ານ​ສາ​ມາດ​ເພື່ອ​ອອກ​ຈາກ​ແຕ່​ລະ​ຫວອດ ຫລື ສາ​ຂາ​ທີ່​ທ່ານ​ຮັບ​ໃຊ້​ໃຫ້​ເຂັ້ມ​ແຂງ​ກວ່າ​ຕອນ​ທີ່​ທ່ານ​ມາ​ເຖິງ.

ບົດ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ວິ​ທີ​ຕັ້ງ​ເປົ້າ​ໝາຍ, ວາງ​ແຜນ​ເພື່ອ​ບັນ​ລຸ​ມັນ, ດຳ​ເນີນ​ການ​ຕາມ​ແຜນ​ຂອງ​ທ່ານ​ຢ່າງ​ພາກ​ພຽນ. ມັນ​ບັນ​ຍາຍ​ເຖິງ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ສຳ​ລັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ, ຊຶ່ງ​ນຳພາ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໃນ​ການ​ຊ່ວຍ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ກ້າວ​ໜ້າ​ທາງ​ວິນ​ຍານ. ແລ້ວ​ມັນ​ຈະ​ນຳ​ສະ​ເໜີ​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ​ງ່າຍໆ ທີ່​ທ່ານ​ສາ​ມາດ​ໃຊ້​ໄດ້​ໃນ​ທຸກ​ດ້ານ​ຂອງ​ວຽກ​ງານ​ເຜີຍ​ແຜ່ ລວມ​ທັງ​ເປົ້າ​ໝາຍ​ສ່ວນ​ຕົວ ແລະ ກັບ​ຄູ່​ສອນ​ຂອງ​ທ່ານ. ມັນ​ຍັງ​ໃຫ້​ໂຄງ​ຮ່າງ​ເຖິງ​ວິ​ທີ​ຈັດ​ພາກ​ການ​ວາງ​ແຜນ​ປະ​ຈຳ​ອາ​ທິດ ແລະ ປະ​ຈຳ​ວັນ​ກັບ​ຄູ່​ສອນ​ຂອງ​ທ່ານ​ນຳ​ອີກ.

ການ​ຮຽນ​ຮູ້​ທີ່​ຈະ​ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ ສາ​ມາດ​ເປັນ​ພອນ​ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ. ມັນ​ສາ​ມາດ​ຊ່ວຍ​ທ່ານ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ຮັບ​ໃຊ້​ຢ່າງ​ຊື່​ສັດ​ໃນ​ສາດ​ສະ​ໜາ​ຈັກ, ສະ​ແຫວງ​ຫາ​ການ​ສຶກ​ສາ, ເຕີບ​ໂຕ​ໃນ​ອາ​ຊີບ​ການ​ງານ, ແລະ ສ້າງ​ຄອບ​ຄົວ​ທີ່​ເຂັ້ມ​ແຂງ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້ ກ່ຽວ​ກັບ​ການ​ວາງ​ແຜນ​ເພື່ອ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ເຈົ້າ?

ຮູບ​ພາບ
ພຣະ​ອົງ​ໄດ້​ປິ່ນ​ປົວ​ພະ​ຍາດ​ຕ່າງໆ, ໂດຍ ເຈ ເຄີກ ຣິ​ເຈີດສ໌

ຊ່ວຍ​ໃຫ້​ຄົນ​ອື່ນ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ສຸມ​ໃສ່​ຈຸດ​ປະ​ສົງ​ການ​ເຜີຍ​ແຜ່​ຂອງ​ທ່ານ

ບາງ​ທີ​ທ່ານ​ອາດ​ສົງ​ໄສວ່າ ໜ້າ​ທີ່​ໃດ​ໃນ​ໜ້າ​ທີ່​ຫລາຍ​ຢ່າງ​ຂອງ​ການ​ເຜີຍ​ແຜ່​ຂອງ​ທ່ານ​ທີ່​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ນີ້​ແມ່ນ​ຄຳ​ຖາມ​ທີ່​ດີ​ໃຫ້​ພິ​ຈາ​ລະ​ນາ ຂະ​ນະ​ທີ່​ທ່ານ​ຕັ້ງ​ເປົ້າ​ໝາຍ​ປະ​ຈຳ​ອາ​ທິດ ແລະ ປະ​ຈຳ​ວັນ. ເພື່ອ​ຊ່ວຍ​ຕອບ, ໃຫ້​ຄິດ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ທ່ານ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ:

“ເຊື້ອ​ເຊີນ​ຜູ້​ອື່ນ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ຄຣິດ ໂດຍ​ການ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ການ​ກັບ​ໃຈ, ການ​ຮັບ​ບັບ​ຕິ​ສະ​ມາ, ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.”

ປ່ອຍ​ໃຫ້​ຈຸດ​ປະ​ສົງ​ການ​ເຜີຍ​ແຜ່​ຂອງ​ທ່ານ ນຳ​ພາ​ເປົ້າ​ໝາຍ ແລະ ແຜນ​ການ​ຂອງ​ທ່ານ. ສຸມ​ໃສ່​ວິ​ທີ​ທີ່​ທ່ານ​ສາ​ມາດ​ຊ່ວຍ​ແຕ່​ລະ​ຄົນ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຂົາ​ເຈົ້າ ເພື່ອ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ ແລະ ປຶກ​ສາ​ຫາ​ລື​ກັບ​ຄູ່​ສອນ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ. ແລ້ວ​ເຮັດ​ຕາມ​ແຜນ​ຂອງ​ທ່ານ ແລະ ໃຊ້​ເວ​ລາ​ຢ່າງ​ມີ​ປະ​ສິດ​ທິ​ພາບ.

ຮູບ​ພາບ
ປະ​ທານ​ດາ​ລິນ ເອັຈ ໂອກສ໌

“ເຮົາ​ບໍ່​ໄດ້​ສັ່ງ​ສອນ ແລະ ສິດ​ສອນ​ເພື່ອ ‘ນຳ​ຜູ້​ຄົນ​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ’ ຫລື ເພີ່ມ​ຈຳ​ນວນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ສາດ​ສະ​ໜາ​ຈັກ. ເຮົາ​ບໍ່​ໄດ້​ສັ່ງ​ສອນ ແລະ ສິດ​ສອນ ພຽງ​ແຕ່​ເພື່ອ​ຊັກ​ຊວນ​ຜູ້​ຄົນ​ໃຫ້​ດຳ​ລົງ​ຊີ​ວິດ​ທີ່​ດີ​ກວ່າ​ເກົ່າ​ເທົ່າ​ນັ້ນ. … ເຮົາ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ຄຣິດ ໂດຍ​ການ​ກັບ​ໃຈ ແລະ ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ ເພື່ອ​ເປີດ​ປະ​ຕູ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ​ແກ່​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ. ບໍ່​ມີ​ໃຜ​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້” (Dallin H. Oaks, “The Purpose of Missionary Work,” missionary satellite broadcast, Apr. 1995).

ການ​ສຶກ​ສາ​ພຣະ​ຄຳ​ພີ

ຜູ້​ສອນ​ສາດ​ສະ​ໜາ ແລະ ສາດ​ສະ​ດາ​ເຫລົ່າ​ນີ້​ໄດ້​ບັນ​ລຸ​ແຜນ​ຂອງ​ພວກ​ເພິ່ນ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ?

ສອດ​ຄ່ອງ​ກັບ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ສຳ​ລັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ລະ​ບຸ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ຫົກ​ຢ່າງ​ສຳ​ລັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ. ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ຊ່ວຍ​ທ່ານ​ສຸມ​ໃສ່​ຄວາມ​ກ້າວ​ໜ້າ​ທາງ​ວິນ​ຍານ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ. ມັນ​ມີ​ຈຸດ​ປະ​ສົງ​ເພື່ອ​ຊ່ວຍ​ໃຫ້​ທ່ານ​ຈັດ​ຄວາມ​ພະ​ຍາ​ຍາມ​ປະ​ຈຳ​ວັນ​ຂອງ​ທ່ານ​ກັບ​ຈຸດ​ປະ​ສົງ​ການ​ເຜີຍ​ແຜ່​ຂອງ​ທ່ານ.

ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ສຳ​ລັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ສະ​ແດງ​ຢູ່​ຂ້າງ​ລຸ່ມ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ຈັບ​ມື​ກັບ​ຜູ້​ຊາຍ

ຄົນ​ໃໝ່​ກຳ​ລັງ​ຖືກ​ສິດ​ສອນ. ແຕ່​ລະ​ຄົນ (ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ) ຜູ້​ໄດ້​ຮັບ​ບົດ​ຮຽນ​ໃນ​ອາ​ທິດ​ທີ່​ກຳ​ນົດ (ແຕ່​ບໍ່​ໄດ້​ຮັບ​ການ​ສິດ​ສອນ​ໃນ​ຊ່ວງ​ໄລ​ຍະ​ສາມ​ເດືອນ​ທີ່​ຜ່ານ​ມາ) ແລະ ໄດ້​ຍອມ​ຮັບ​ການ​ນັດ​ໝາຍ​ສະ​ເພາະ​ໃຫ້​ກັບ​ມາ. ຕາມ​ປົກ​ກະ​ຕິ​ແລ້ວ ບົດ​ຮຽນ​ແມ່ນ​ລວມ​ທັງ​ການ​ອະ​ທິ​ຖານ (ເມື່ອ​ເໝາະ​ສົມ), ສິດ​ສອນ​ຢ່າງ​ໜ້ອຍ​ໜຶ່ງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ແລະ ສະ​ເໜີ​ການ​ເຊື້ອ​ເຊີນ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ

ບົດ​ຮຽນ​ທີ່​ມີ​ສະ​ມາ​ຊິກ​ເຂົ້າ​ຮ່ວມ. ຈຳ​ນວນ​ຂອງ​ບົດ​ຮຽນ​ໃນ​ອາ​ທິດ​ທີ່​ກຳ​ນົດ ຊຶ່ງ​ໃນ​ນັ້ນ​ບຸກ​ຄົນ (ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ) ໄດ້​ຖືກ​ສິດ​ສອນ ແລະ ສະ​ມາ​ຊິກ​ໄດ້​ເຂົ້າ​ຮ່ວມ.

ຮູບ​ພາບ
ຄອບ​ຄົວ​ຢູ່​ທີ່​ໂບດ

ຜູ້​ຄົນ​ທີ່​ຮັບ​ການ​ສິດ​ສອນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ແຕ່​ລະ​ຄົນ (ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ) ທີ່​ທ່ານ​ກຳ​ລັງ​ສິດ​ສອນ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສິນ​ລະ​ລຶກ ໃນ​ອາ​ທິດ​​ທີ່​ກຳ​ນົດ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ອະ​ທິ​ຖານ

ຜູ້​ຄົນ​ທີ່​ມີ​ວັນ​ບັບ​ຕິ​ສະ​ມາ. ແຕ່​ລະ​ຄົນ​ຜູ້​ໄດ້​ຕົກ​ລົງ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ໃນ​ວັນ​ທີ​ໃດ​ໜຶ່ງ​ສະ​ເພາະ.

ຮູບ​ພາບ
ການ​ບັບ​ຕິ​ສະ​ມາ

ຜູ້​ຄົນ​ທີ່​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ສະ​ມາ​ຊິກ​ໃໝ່​ແຕ່​ລະ​ຄົນ​ທີ່​ໄດ້​ຮັບ​ພິ​ທີ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ ແລະ ຜູ້​ທີ່​ໃບ​ຟອມ​ຖືກ​ສົ່ງ​ໄປ​ທາງ​ອີ​ເລັກ​ໂທຣ​ນິກ ໃນ​ອາ​ທິດ​ທີ່​ກຳ​ນົດ. (ເບິ່ງ ບົດ​ທີ 12 ສຳ​ລັບ​ຄຳ​ນິ​ຍາມ​ຂອງ​ການ​ບັບ​ຕິ​ສະ​ມາ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ສ້າງ​ບັນ​ທຶກ.)

ຮູບ​ພາບ
ຜູ້​ຍິງ​ຢູ່​ທີ່​ໂບດ

ສະ​ມາ​ຊິກ​ໃໝ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ສະ​ມາ​ຊິກ​ໃໝ່​ແຕ່​ລະ​ຄົນ​ທີ່​ຟອມ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ຖືກ​ສົ່ງ​ໄປ​ພາຍ​ໃນ 12 ເດືອນ​ຜ່ານ​ມາ ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ໃນ​ອາ​ທິດ​ທີ່​ກຳ​ນົດ.

ໂດຍ​ສະ​ຫລຸບ, ໃຫ້​ຄວາມ​ສຳ​ຄັນ​ກັບ​ການ​ຊ່ວຍ​ໃຫ້​ຜູ້​ຄົນ​ເລືອກ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ປະ​ສົບ​ການ​ເຫລົ່າ​ນີ້. ສຸມ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໃສ່​ກິດ​ຈະ​ກຳ​ດັ່ງ​ຕໍ່​ໄປ​ນີ້:

  • ຜູ້​ທີ່​ຊ່ວຍ​ທ່ານ​ຫາ​ຄົນ​ໃໝ່​ເພື່ອ​ສິດ​ສອນ

  • ຜູ້​ທີ່​ຊ່ວຍ​ໃຫ້​ຜູ້​ຄົນ​ກ້າວ​ໜ້າ​ໄປ​ສູ່​ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ

  • ຜູ້​ທີ່​ຊ່ວຍ​ຜູ້​ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ໃນ​ປີ​ທີ່​ຜ່ານ​ມາ

ຖ້າ​ຫາກ​ທ່ານ​ບໍ່​ສາ​ມາດ​ເຫັນ​ໄດ້​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ອາດ​ຈະ​ຊ່ວຍ​ໃຫ້​ບຸກ​ຄົນ​ໃດ​ໜຶ່ງ​ກ້າວ​ໜ້າ​ໄປ​ໃນ​ທາງ​ທີ່​ສະ​ທ້ອນ​ຢູ່​ໃນ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ຂອງ​ທ່ານ, ໃຫ້​ປະ​ເມີນ​ວ່າ​ກິດ​ຈະ​ກຳ​ນັ້ນ​ເປັນ​ການ​ໃຊ້​ເວ​ລາ​ຂອງ​ທ່ານ​ຢ່າງ​ກຸ້ມ​ຄ່າ​ຫລື​ບໍ່.

ສຳ​ລັບ​ຜູ້​ຄົນ​ທີ່​ທ່ານ​ໃຊ້​ເວ​ລາ​ໜ້ອຍ​ກັບ​ເຂົາ​ເຈົ້າ, ໃຫ້​ສືບ​ຕໍ່​ບຳ​ລຸງ​ລ້ຽ​ງ​ຄວາມ​ສົນ​ໃຈ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ກິດ​ຕິ​ຄຸນ. ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ເຂົາ​ເຈົ້າ. ທ່ານ​ກໍ​ສາ​ມາດ​ໃຊ້​ເທັກ​ໂນ​ໂລ​ຈີ​ນຳ​ອີກ ເພື່ອ​ຊຸກ​ຍູ້​ເຂົາ​ເຈົ້າ ແລະ ສືບ​ຕໍ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເຂົາ​ເຈົ້າ. ເບິ່ງ “ໃຊ້​ເທັກ​ໂນ​ໂລ​ຈີ” ໃນ ບົດ​ທີ 9 ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ.

ຮູບ​ພາບ
ແອວ​ເດີ ຄວິນ​ຕິນ ແອວ ຄຸກ

“ຈຸດ​ປະ​ສົງ​ສູງ​ສຸດ​ຂອງ​ການ​ວາງ​ແຜນ ແລະ ການ​ຕັ້ງ​ເປົ້າ​ໝາຍ​ແມ່ນ​ການ​ສ້າງ​ສາ​ນຸ​ສິດ—ນັ້ນ​ຄື, ມີ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ອຸ​ທິດ​ຕົນ ທີ່​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ, ເລີ່ມ​ຕົ້ນ​ດ້ວຍ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ ນຳ​ໄປ​ສູ່​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ” (Quentin L. Cook, “Purpose and Planning,” mission leadership seminar, June 25, 2019).

ຕັ້ງ​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ ແລະ ວາງ​ແຜນ

ລະ​ຫວ່າງ​ການ​ວາງ​ແຜນ​ປະ​ຈຳ​ອາ​ທິດ, ທ່ານ ແລະ ຄູ່​ສອນ​ຂອງ​ທ່ານ​ຕັ້ງ​ເປົ້າ​ໝາຍ​ສຳ​ລັບ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ. ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ຂອງ​ທ່ານ​ຄວນ​ສະ​ທ້ອນ​ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ປະ​ສົບ​ກັບ​ພອນ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຫລາຍ​ຂຶ້ນ.

ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ທີ່​ຈະ​ເຮັດ​ສິ່ງ​ຕ່າງໆ​ໃນ​ການ​ຄວບ​ຄຸມ​ຂອງ​ທ່ານ ທີ່​ສາ​ມາດ​ມີ​ອິດ​ທິ​ພົນ​ຕໍ່​ຜົນ​ໄດ້​ຮັບ​ຂອງ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ. ຍົກ​ຕົວ​ຢ່າງ:

  • ທ່ານ​ອາດ​ຕັ້ງ​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ ເພື່ອ​ເລີ່ມ​ສິດ​ສອນ​ຕາມ​ຈຳ​ນວນ​ຜູ້​ຄົນ​ທີ່​ກຳ​ນົດ​ໃນ​ລະ​ຫວ່າງ​ອາ​ທິດ​ນັ້ນ. ບໍ່​ວ່າ​ທ່ານ​ຈະ​ບັນ​ລຸ​ເປົ້າ​ໝາຍ​ຫລື​ບໍ່​ແມ່ນ​ຂຶ້ນ​ຢູ່​ກັບ​ອຳ​ເພີ​ໃຈ​ຂອງ​ຜູ້​ຄົນ. ແຕ່​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຢູ່​ໃນ​ການ​ຄວບ​ຄຸມ​ຂອງ​ທ່ານ ເພື່ອ​ບັນ​ລຸ​ມັນ. ວິ​ທີ​ໜຶ່ງ​ຄື​ການ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ເວົ້າ​ລົມ​ກັບ​ຜູ້​ຄົນ​ໃໝ່ໆ​ຈຳ​ນວນ​ໃດ​ໜຶ່ງ​ສະ​ເພາະ​ໃນ​ແຕ່​ລະ​ວັນ. ແລ້ວ​ວາງ​ແຜນ​ວ່າ ທ່ານ​ຈະ​ເຮັດ​ແນວ​ໃດ. ເບິ່ງ​ແນວ​ຄິດ​ຢູ່​ໃນ ພາກ​ຫ້ອຍ​ທ້າຍ 2 ຂອງ​ບົດ​ນີ້ ແລະ ໃນ ບົດ​ທີ 9.

  • ທ່ານ​ອາດ​ຕັ້ງ​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ສະ​ມາ​ຊິກ​ໃໝ່ ແລະ ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ​ຈຳ​ນວນ​ໃດ​ໜຶ່ງ​ສະ​ເພາະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສິນ​ລະ​ລຶກ. ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ມາ ຫລື ບໍ່​ມາ ກໍ​ຂຶ້ນ​ຢູ່​ກັບ​ອຳ​ເພີ​ໃຈ​ຂອງ​ເຂົາ​ເຈົ້າ. ແຕ່​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຢູ່​ໃນ​ການ​ຄວບ​ຄຸມ​ຂອງ​ທ່ານ ເພື່ອ​ມີ​ອິດ​ທິ​ພົນ​ຕໍ່​ຜົນ​ໄດ້​ຮັບ​ຂອງ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ. ວາງ​ແຜນ​ວ່າ​ຈະ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ເມື່ອ​ໃດ ແລະ ຈະ​ຕິດ​ຕາມ​ຜົນ​ແນວ​ໃດ.

  • ທ່ານ​ອາດ​ຕັ້ງ​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ ເພື່ອ​ໃຫ້​ສະ​ມາ​ຊິກ​ມີ​ສ່ວນ​ຮ່ວມ​ໃ​ນ​ຈຳ​ນວນ​ບົດ​ຮຽນ​ໃດ​ໜຶ່ງ​ສະ​ເພາະ ລະ​ຫວ່າງ​ອາ​ທິດ​ນັ້ນ. ບໍ່​ວ່າ​ທ່ານ​ຈະ​ເອື້ອມ​ເຖິງ​ເປົ້າ​ໝາຍ​ນັ້ນ​ຫລື​ບໍ່ ແມ່ນ​ຂຶ້ນ​ຢູ່​ກັບ​ສະ​ມາ​ຊິກ ແລະ ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ. ແຕ່​ໃຫ້​ເຮັດ​ຕາມ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ໃຫ້​ມີ​ອິດ​ທິ​ພົນ​ຕໍ່​ຜົນ​ໄດ້​ຮັບ​ຂອງ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ນີ້. ຕັ້ງ​ເປົ້າ​ໝາຍ​ເພື່ອ​ເຮັດ​ວຽກ​ງານ​ກັບ​ຜູ້​ນຳ​ໃນ​ຫວອດ ເພື່ອ​ໃຫ້​ສະ​ມາ​ຊິກ​ເຂົ້າ​ຮ່ວມ. ແລ້ວ​ວາງ​ແຜນ​ວິ​ທີ​ທີ່​ທ່ານ​ຈະ​ປະ​ສານ​ງານ​ການ​ມີ​ສ່ວນ​ຮ່ວມ​ຂອງ​ເຂົາ​ເຈົ້າ.

ໃນ​ຖາ​ນະ​ເປັນ​ຄູ່​ສອນ, ທ່ານ​ຕັ້ງ​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ ສຳ​ລັບ​ເຂດ​ຂອງ​ທ່ານ​ເອງ. ອີງ​ໃສ່ (1) ຄວາມ​ກ້າວ​ໜ້າ​ຂອງ​ຜູ້​ທີ່​ທ່ານ​ກຳ​ລັງ​ສິດ​ສອນ ແລະ (2) ຄວາມ​ຕ້ອງ​ການ​ທີ່​ຈະ​ຊອກ​ຫາ​ຄົນ​ໃໝ່​ເພື່ອ​ສິດ​ສອນ. ການ​ຊອກ​ຫາ​ຄົນ​ໃໝ່​ເພື່ອ​ສິດ​ສອນ​ນັ້ນ​ເປັນ​ຄວາມ​ຕ້ອງ​ການ​ຕະ​ຫລອດ​ເວ​ລາ.

ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ທົ່ວ​ເຂດ​ເຜີຍ​ແຜ່ ແມ່ນ​ຂຶ້ນ​ຢູ່​ກັໍບ​ເປົ້າ​ໝາຍ​ທີ່​ຕັ້ງ​ໂດຍ​ແຕ່​ລະ​ຄູ່.

ແອັບ Preach My Gospel ຈະ​ຊ່ວຍ​ໃຫ້​ທ່ານ​ສຸມ​ໃຈ​ໃສ່​ຜູ້​ຄົນ ຂະ​ນະ​ທີ່​ທ່ານ​ຕັ້ງ​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ. ແອັບ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ຈາກ​ເປົ້າ​ໝາຍ​ທີ່​ຜ່ານ​ມາ ແລະ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄືບ​ໜ້າ​ຂອງ​ທ່ານ​ໄປ​ສູ່​ເປົ້າ​ໝາຍ​ໃນ​ປະ​ຈຸ​ບັນ.

ເປົ້າ​ໝາຍ ແລະ ຜົນ​ໄດ້​ຮັບ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ຖືກ​ລາຍ​ງານ​ໂດຍ​ອັດ​ຕະ​ໂນ​ມັດ​ຕໍ່​ຜູ້​ນຳ​ເຜີຍ​ແຜ່​ຂອງ​ທ່ານ ແລະ ຜູ້​ນຳ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ ຜ່ານ​ທາງ​ແອັບ Preach My Gospel.

ລະ​ວັງ​ຢ່າ​ເນັ້ນ​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ອັນ​ໃດ​ອັນ​ໜຶ່ງ​ຫລາຍກວ່າ​ເປົ້າ​ໝາຍ​ອື່ນໆ. ການ​ສຸມ​ໃສ່​ຢ່າງ​ຕໍ່​ເນື່ອງ​ກ່ຽວ​ກັບ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ທັງ​ໝົດ ຈະ​ຊ່ວຍ​ໃຫ້​ທ່ານ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ຄຣິດ ແລະ ເຮັດ​ພັນ​ທະ​ສັນ​ຍາ​ຢ່າງ​ສະ​ໝ່ຳ​ສະ​ເໝີ.

ຮູບ​ພາບ
ປະ​ທານ​ທອມ​ມັສ ແອັສ ມອນ​ສັນ

“ເມື່ອ​ຜົນ​ງານ​ຖືກ​ວັດ​ແທກ, ຜົນ​ງານ​ຈະ​ດີ​ຂຶ້ນ. ເມື່ອ​ຜົນ​ງານ​ຖືກ​ວັດ​ແທກ ແລະ ຖືກ​ລາຍ​ງານ, ອັດ​ຕາ​ການ​ປັບ​ປຸງ​ຈະ​ເລັ່ງ​ໄວ​ຂຶ້ນ” (quoted by Thomas S. Monson, “Thou Art a Teacher Come from God,” Improvement Era, Dec. 1970, 101).

ເຮັດ​ວຽກ​ງານ​ຢ່າງ​ພາກ​ພຽນ

ພຣະ​ຜູ້​ເປັນ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ທ່ານ “ກະ​ທຳ … ດ້ວຍ​ຄວາມ​ພາກ​ພຽນ” ໃນ​ການ​ຮັບ​ໃຊ້​ເຜີຍ​ແຜ່​ຂອງ​ທ່ານ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:99). ຄວາມ​ພາກ​ພຽນ​ແມ່ນ​ຄວາມ​ພະ​ຍາ​ຍາມ​ທີ່​ສະ​ໝ່ຳ​ສະ​ເໝີ ແລະ ກ້າ​ຫານ.

ຈົ່ງ​ເຮັດ​ວຽກ​ງານ​ຢ່າງ​ພາກ​ພຽນ​ໃນ​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ຂອງ​ທ່ານ. ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ນຳ​ໄປ​ສູ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ. ຄວາມ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ຂອງ​ທ່ານ​ສາ​ມາດ​ດົນ​ໃຈ​ເຂົາ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມາ​ຫາ​ພຣະ​ຄຣິດ (ເບິ່ງ 2 ນີ​ໄຟ 2:14–16).

ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃນ​ວິ​ທີ​ທີ່​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຄົນ. ຄຳ​ສອນ, ເມື່ອ​ເຂົ້າ​ໃຈ​ໂດຍ​ພຣະ​ວິນ​ຍານ, ຈະ​ມີ​ແນວ​ໂນ້ມ​ຫລາຍ​ກວ່າ​ສິ່ງ​ອື່ນ​ໃດ​ໃນ​ການ​ດົນ​ໃຈ​ເຂົາ​ເຈົ້າ​ໃຫ້​ກະ​ທຳ.

ໃນ​ເວ​ລາ​ດຽວ​ກັນ, ໃຫ້​ຮັບ​ຮູ້​ວ່າ​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ແມ່ນ​ຂຶ້ນ​ຢູ່​ກັບ​ອຳ​ເພີ​ໃຈ​ຂອງ​ຄົນ​ອື່ນ. ໃຫ້​ເຄົາ​ລົບ​ອຳ​ເພີ​ໃຈ​ຂອງ​ຜູ້​ຄົນ​ສະ​ເໝີ.

ຈົ່ງ​ຈື່​ຈຳ​ວ່າ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ບໍ່​ແມ່ນ​ເປົ້າ​ໝາຍ​ສຸດ​ທ້າຍ. ແຕ່, ມັນ​ເປັນ​ຕົວ​ແທນ​ຂອງ​ຄວາມ​ກ້າວ​ໜ້າ​ທາງ​ວິນ​ຍານ​ທີ່​ເປັນ​ໄປ​ໄດ້​ຂອງ​ບຸກ​ຄົນ ໄປ​ສູ່​ການ​ບັບ​​ຕິ​ສະ​ມາ, ການ​ຢືນ​ຢັນ, ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ຍືນ​ຍົງ. ຄວາມ​ກ້າວ​ໜ້າ​ທີ່​ແທ້​ຈິງ​ຂອງ​ຜູ້​ຄົນ​ຈະ​ຂຶ້ນ​ຢູ່​ກັບ​ທາງ​ເລືອກ​ຂອງ​ເຂົາ​ເຈົ້າ. ທ່ານ​ສະ​ໜັບ​ສະ​ໜູນ​ຄວາມ​ກ້າວ​ໜ້າ​ຂອງ​ເຂົາ​ເຈົ້າ​ໂດຍ​ການ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ​ແທນ​ເຂົາ​ເຈົ້າ ເມື່ອ​ທ່ານ​ຕັ້ງ​ເປົ້າ​ໝາຍ, ວາງ​ແຜນ, ກະ​ທຳ​ຢ່າງ​ພາກ​ພຽນ, ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເຂົາ​ເຈົ້າ​ດ້ວຍ​ວິ​ທີ​ທີ່​ໄດ້​ຮັບ​ການ​ດົນ​ໃຈ.

ວິ​ທີ​ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ເພື່ອ​ບັນ​ລຸ​ມັນ

ການ​ຕັ້ງ​ເປົ້າ​ໝາຍ ແລະ ການ​ວາງ​ແຜນ​ເປັນ​ການ​ກະ​ທຳ​ດ້ວຍ​ສັດ​ທາ. ເປົ້າ​ໝາຍ​ສະ​ທ້ອນ​ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຮົາ ແລະ ວິ​ໄສ​ທັດ​ຂອງ​ເຮົາ ທີ່​ຈະ​ຊ່ວຍ​ຕົວ​ທ່ານ​ເອງ ແລະ ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ການ​ພິ​ຈາ​ລະ​ນາ​ເປົ້າ​ໝາຍ ແລະ ແຜນ​ຢ່າງ​ຮອບ​ຄອບ​ຈະ​ເຮັດ​ໃຫ້​ທ່ານ​ມີ​ທິດ​ທາງ​ທີ່​ຊັດ​ເຈນ. ມັນ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ພົບ​ເຫັນ​ຜູ້​ຄົນ​ເພີ່ມ​ເພື່ອ​ສິດ​ສອນ. ມັນ​ສາ​ມາດ​ນຳ​ພາ​ທ່ານ​ໃນ​ການ​ຊ່ວຍ​ຄົນ​ທີ່​ທ່ານ​ສິດ​ສອນ​ເສີມ​ສ້າງ​ສັດ​ທາ​ຂອງ​ເຂົາ​ເຈົ້າ ແລະ ກ້າວ​ໜ້າ​ໄປ​ສູ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ.

ເຮັດ​ໃຫ້​ການ​ຕັ້ງ​ເປົ້າ​ໝາຍ ແລະ ການ​ວາງ​ແຜນ​ຂອງ​ທ່ານ​ເປັນ​ປະ​ສົບ​ການ​ທີ່​ດົນ​ໃຈ. ອະ​ທິ​ຖານ​ຢ່າງ​ຈິງ​ໃຈ, ໃຊ້​ສັດ​ທາ, ປຶກ​ສາ​ຫາ​ລື​ກັບ​ຄູ່​ສອນ​ຂອງ​ທ່ານ, ແລະ ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ. ຂະ​ນະ​ທີ່​ທ່ານ​ວາງ​ແຜນ​ແບບ​ນີ້, ທ່ານ​ຈະ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ທຳ​ງານ​ຜ່ານ​ທາງ​ທ່ານ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ.

ຮູບ​ພາບ
ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ

“ເປົ້າ​ໝາຍ​ແມ່ນ​ຈຸດ​ໝາຍ​ປາຍ​ທາງ ຫລື ຈຸດ ຈົບ, ໃນ​ຂະ​ນະ​ທີ່​ແຜນ​ແມ່ນ​ເສັ້ນ​ທາງ​ທີ່​ທ່ານ​ຈະ​ໄປ​ຮອດ​ຈຸດ​ນັ້ນ. … ການ​ຕັ້ງ​ເປົ້າ​ໝາຍ​ເປັນ​ສິ່ງ​ຈຳ​ເປັນ​ໂດຍ​ການ​ເລີ່ມ​ຕົ້ນ​ໂດຍ​ມີ​ຈຸດ​ຈົບ​ຢູ່​ໃນ​ໃຈ. ແລະ ການ​ວາງ​ແຜນ​ແມ່ນ​ການ​ຫາ​ວິ​ທີ​ໄປ​ສູ່​ຈຸດ​ຈົບ​ນັ້ນ” (M. Russell Ballard, “Return ແລະ Receive,” Liahona, May 2017, 62–63).

ຫລັກ​ທຳ​ສຳ​ລັບ​ການ​ຕັ້ງ ແລະ ການ​ບັນ​ລຸ​ເປົ້າ​ໝາຍ

ຂັ້ນ​ຕອນ​ດັ່ງ​ຕໍ່​ໄປ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຕັ້ງ ແລະ ບັນ​ລຸ​ເປົ້າ​ໝາຍ.

ຮູບ​ພາບ
ແຜນ​ພາບ​ການ​ຕັ້ງ​ເປົ້າ​ໝາຍ
  1. ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ດ້ວຍ​ການ​ອະ​ທິ​ຖານ. ຕັ້ງ​ເປົ້າ​ໝາຍ​ທີ່​ເປັນ​ຈິງ ແຕ່​ເປັນ​ອັນ​ທີ່​ຈະ​ຍືດ​ຂະ​ຫຍາຍ​ທ່ານ ແລະ ຮຽກ​ຮ້ອງ​ສັດ​ທາ. ຫລີກ​ເວັ້ນ​ຈາກ​ການ​ຕັ້ງ​ເປົ້າ​ໝາຍ​ທີ່​ສູງ​ເກີນ​ໄປ ຫລື ຕ່ຳ​ເກີນ​ໄປ. ວາງ​ແຜນ​ວິ​ທີ​ທີ່​ທ່ານ​ຈະ​ບັນ​ລຸ​ມັນ.

  2. ບັນ​ທຶກ ແລະ ກຳ​ນົດ​ເວ​ລາ. ບັນ​ທຶກ​ເປົ້າ​ໝາຍ ແລະ ແຜນ​ຂອງ​ທ່ານ​ໃນ​ຕາ​ຕະ​ລາງ​ທີ່​ລະ​ອຽດ.

  3. ກະ​ທຳ​ຕາມ​ແຜນ​ຂອງ​ທ່ານ. ເຮັດ​ວຽກ​ຢ່າງ​ພາກ​ພຽນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ທ່ານ. ໃຊ້​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຊ່ວຍ​ເຫລືອ​ທ່ານ.

  4. ທົບ​ທວນ ແລະ ຕິດ​ຕາມ​ຜົນ. ປະ​ເມີນ​ຄວາມ​ກ້າວ​ໜ້າ ແລະ ບັນ​ທຶກ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ເປັນ​ປະ​ຈຳ. ຕັດ​ສິນ​ໃຈ​ວ່າ​ຈະ​ເຮັດ​ສິ່ງ​ໃດ​ໃຫ້​ແຕກ​ຕ່າງ ແລະ ຈະ​ປັບ​ປຸງ​ແນວ​ໃດ. ປັບ​ແຜນ​ຕາມ​ຄວາມ​ຈຳ​ເປັນ.

ເມື່ອ​ທ່ານ​ໃຊ້​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ. ທ່ານ​ຈະ​ເຕີບ​ໂຕ​ໃນ​ຄວາມ​ສາ​ມາດ​ຂອງ​ທ່ານ ໃນ​ຖາ​ນະ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ. ທ່ານ​ຈະ​ນຳ​ສິ່ງ​ທີ່​ດີ​ຢ່າງ​ຫລວງ​ຫລາຍ​ມາ ໃນ​ການ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ໃນ​ທຸກ​ດ້ານ​ຂອງ​ວຽກ​ງານ

ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ດ້ວຍ​ການ​ອະ​ທິ​ຖານ ຂະ​ນະ​ທີ່​ທ່ານ​ນຳ​ໃຊ້​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ​ກັບ​ທຸກ​ດ້ານ​ຂອງ​ວຽກ​ງານ​ເຜີຍ​ແຜ່. ສິ່ງ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ:

  • ການ​ຊ່ວຍ​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ​ໃຫ້​ກ້າວ​ໜ້າ (ເບິ່ງ ພາກ​ຫ້ອຍ​ທ້າຍ 1 ໃນ​ບົດ​ນີ້).

  • ການ​ຊອກ​ຫາ​ຄົນ​ໃໝ່​ເພື່ອ​ສິດ​ສອນ (ເບິ່ງ ພາກ​ຫ້ອຍ​ທ້າຍ 2 ໃນ​ບົດ​ນີ້).

  • ການ​ເຮັດ​ວຽກ​ງານ​ກັບ​ສະ​ມາ​ຊິກ ແລະ ຮັບ​ໃຊ້​ຜູ້​ຄົນ​ໃນ​ຊຸມ​ຊົນ ແລະ ຫວອດ (ເບິ່ງ ບົດ​ທີ 9 ແລະ 13).

  • ການ​ເຮັດ​ວຽກ​ງານ​ໃນ​ຄວາມ​ສາ​ມັກ​ຄີ​ກັບ​ຄູ່​ສອນ​ຂອງ​ທ່ານ (ເບິ່ງ ຂໍ້ 6 ໃນ “ພາກ​ການ​ວາງ​ແຜນ​ປະ​ຈຳ​ອາ​ທິດ”).

  • ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ.

  • ເສີມ​ສ້າງ​ຄວາມ​ຮູ້, ແລະ ຄວາມ​ສາ​ມາດ​ຂອງ​ທ່ານ, ລວມ​ທັງ​ການ​ຮຽນ​ພາ​ສາ (ເບິ່ງ ບົດ​ທີ 7).

ຕັ້ງ​ເປົ້າ​ໝາຍ​ທີ່​ເໝາະ​ສົມ

ຫລີກ​ເວັ້ນ​ຈາກ​ການ​ຕັ້ງ​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ອາດ​ນຳ​ພາ ແລະ ຊຸກ​ຍູ້​ເຂົາ​ເຈົ້າ​ໃນ​ການ​ນຳ​ໃຊ້​ຫລັກ​ທຳ​ການ​ຕັ້ງ​ເປົ້າ​ໝາຍ ຂະ​ນະ​ທີ່​ເຂົາ​ເຈົ້າ​ຕັ້ງ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ.

ລະ​ວັງ​ຢ່າ​ປຽບ​ທຽບ​ກັບ​ຄົນ​ອື່ນ.

ຫ້າມ​ໃຊ້​ຄວາມ​ສຳ​ເລັດ​ເປົ້າ​ໝາຍ​ເປັນ​ໂຄ​ຕ້າ, ເພື່ອ​ການ​ຮັບ​ຮູ້​ໃນ​ທີ່​ສາ​ທາ​ລະ​ນະ, ເພື່ອ​ແກ້​ໄຂ ຫລື ເຮັດ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ອັບ​ອາຍ.

ຮູບ​ພາບ
ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ

“ເຮົາ​ເຊື່ອ​ໃນ​ການ​ຕັ້ງ​ເປົ້າ​ໝາຍ. ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ເປົ້າ​ໝາຍ. … [ໜຶ່ງ] ເປົ້າ​ໝາຍ​ທີ່​ສຳ​ຄັນ ແມ່ນ​ການ​ນຳ​ພຣະ​ກິດ​ຕິ​ຄຸນ​ມາ​ໃຫ້​ຜູ້​ຄົນ​ທັງ​ປວງ. … ເປົ້າ​ໝາຍ​ຂອງ​ເຮົາ​ແມ່ນ​ເພື່ອ​ບັນ​ລຸ​ຊີ​ວິດ​ນິ​ລັນ​ດອນ. ນັ້ນ​ຄື​ເປົ້າ​ໝາຍ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ໂລກ” (Spencer W. Kimball, regional representatives’ seminar, Apr. 3, 1975, 6).

ຈັດ​ພາກ​ການ​ວາງ​ແຜນ​ປະ​ຈຳ​ອາ​ທິດ ແລະ ປະ​ຈຳ​ວັນ

ການ​ວາງ​ແຜນ​ປະ​ຈຳ​ອາ​ທິດ​ຊ່ວຍ​ທ່ານ​ເຫັນ​ພາບ​ໃຫຍ່ ແລະ ສຸມ​ໃສ່​ຜູ້​ຄົນ. ມັນ​ຍັງ​ຊ່ວຍ​ໃຫ້​ທ່ານ​ສຸມ​ໃສ່​ກິດ​ຈະ​ກຳ​ທີ່​ສຳ​ຄັນ​ທີ່​ສຸດ. ການ​ວາງ​ແຜນ​ປະ​ຈຳ​ວັນ​ຊ່ວຍ​ໃຫ້​ທ່ານ​ປັບ​ຕົວ ແລະ ກຽມ​ພ້ອມ​ທີ່​ຈະ​ດຳ​ເນີນ​ການ​ສະ​ເພາະ​ໃນ​ແຕ່​ລະ​ວັນ. ທ່ານ​ຕ້ອງ​ການ​ມີ​ປະ​ສິດ​ທິ​ພາບ, ບໍ່​ແມ່ນ​ແຕ່​ຫຍຸ້ງ​ລ້າໆ.

ໃນ​ລະ​ຫວ່າງ​ພາກ​ການ​ວາງ​ແຜນ, ຖາມ​ຕົວ​ເອງ​ດ້ວຍ​ຄຳ​ຖາມ​ພື້ນ​ຖານ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ຮູ້​ສຶກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເຮັດ. ສະ​ແຫວງ​ຫາ​ການ​ດົນ​ໃຈ​ເພື່ອ​ຕອບ​ຄຳ​ຖາມ​ເຫລົ່າ​ນີ້​ດ້ວຍ​ວິ​ທີ​ທີ່​ເໝາະ​ສົມ​ກັບ​ແຕ່​ລະ​ສະ​ຖາ​ນະ​ການ ແລະ ແຕ່​ລະ​ບຸກ​ຄົນ. ແລ້ວ​ຄຳ​ຕອບ​ຄວນ​ເປັນ​ຮູບ​ຮ່າງ​ໃນ​ແຜນ​ຂອງ​ທ່ານ.

ພາກ​ການ​ວາງ​ແຜນ​ປະ​ຈຳ​ອາ​ທິດ

ຈັດ​ພາກ​ການ​ວາງ​ແຜນ​ປະ​ຈຳ​ອາ​ທິດ​ກັບ​ຄູ່​ສອນ​ຂອງ​ທ່ານ​ໃນ​ວັນ ແລະ ເວ​ລາ​ທີ່​ໄດ້​ຕັ້ງ​ໄວ້​ໂດຍ​ປະ​ທານ​ເຜີຍ​ແຜ່​ຂອງ​ທ່ານ. ເຮັດ​ຕາມ​ຂັ້ນ​ຕອນ​ຢູ່​ຂ້າງ​ລຸ່ມ.

  1. ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ. ທູນ​ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ນຳ​ພາ​ໃນ​ການ​ວາງ​ແຜນ ທີ່​ຈະ​ຊ່ວຍ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ. ຂໍ​ໃຫ້​ພຣະ​ອົງ​ອວຍ​ພອນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ກ້າວ​ໜ້າ ແລະ ມາ​ຫາ​ພຣະ​ຄຣິດ.

  2. ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ສຳ​ລັບ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ທັງ​ໝົດ ໂດຍ​ການ​ໃຊ້​ແອັບ Preach My Gospel. ໃຊ້​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ​ທີ່​ອະ​ທິ​ບາຍ​ໄວ້​ກ່ອນ​ໜ້າ​ນີ້ ໃນ​ບົດ​ນີ້. ເລີ່ມ​ຕົ້ນ​ດ້ວຍ:

    • ຜູ້​ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ພາຍ​ໃນ​ປີ​ທີ່​ຜ່ານ​ມາ.

    • ຜູ້​ຄົນ​ທີ່​ມີ​ວັນ​ທີ​ບັບ​ຕິ​ສະ​ມາ.

    • ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ.

    • ຄົນ​ໃໝ່​ທີ່​ກຳ​ລັງ​ຮັບ​ການ​ສິດ​ສອນ.

    • ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ, ຄອບ​ຄົວ​ທີ່​ເປັນ​ສະ​ມາ​ຊິກ​ບາງ​ສ່ວນ, ແລະ ຜູ້​ຄາດ​ຫວັງ​ເປັນ​ແອວ​ເດີ.

    • ຜູ້​ຄົນ​ທີ່​ໄດ້​ສິດ​ສອນ​ຜ່ານ​ມາ.

    ເບິ່ງ ພາກ​ຫ້ອຍ​ທ້າຍ 1 ໃນ​ບົດ​ນີ້ ສຳ​ລັບ​ແນວ​ຄິດ​ການ​ໃຊ້​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ເຮັດ​ວຽກ​ກັບ​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ.

  3. ໃຊ້​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ (ເບິ່ງ ພາກ​ຫ້ອຍ​ທ້າຍ 2 ໃນ​ບົດ​ນີ້ ແລະ ບົດ​ທີ 9 ສຳ​ລັບ​ຄວາມ​ຊ່ວຍ​ເຫລືອ​ໃນ​ການ​ຊອກ​ຫາ).

  4. ໃຊ້​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ​ເພື່ອ​ສ້າງ​ຄວາມ​ສຳ​ພັນ​ກັບ​ຜູ້​ນຳ​ໃນ​ຫວອດ ແລະ ສະ​ມາ​ຊິກ. ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ສຳ​ລັບ​ວິ​ທີ​ທີ່​ທ່ານ​ຈະ​ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ (ເບິ່ງ ແນວ​ຄິດ​ໃນ ບົດ​ທີ 9 ແລະ 13). ກຽມ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ​ຂອງ​ຫວອດ (ເບິ່ງ ບົດ​ທີ 13).

  5. ທົບ​ທວນ​ແຜນ ແລະ ເປົ້າ​ໝາຍ​ຂອງ​ທ່ານ​ໃນ​ແອັບ Preach My Gospel. ຢືນ​ຢັນ​ການ​ນັດ​ໝາຍ ແລະ ການ​ປະ​ຊຸມ​ຂອງ​ທ່ານ.

  6. ຈັດ​ສະ​ພາ​ການ​ເປັນ​ຄູ່​ສອນ. ຕາມ​ປົກ​ກະ​ຕິ​ແລ້ວ ສິ່ງ​ນີ້​ແມ່ນ​ລວມ​ທັງ​ອົງ​ປະ​ກອບ​ດັ່ງ​ຕໍ່​ໄປ​ນີ້:

    • ຖ້າ​ຕ້ອງ​ການ, ໃຫ້​ແບ່ງ​ປັນ​ເປົ້າ​ໝາຍ​ສ່ວນ​ຕົວ​ທີ່​ເໝາະ​ສົມ ແລະ ຂໍ​ໃຫ້​ຄູ່​ສອນ​ຂອງ​ທ່ານ​ຊ່ວຍ​ໃນ​ການ​ບັນ​ລຸ​ມັນ.

    • ສົນ​ທະ​ນາ​ຄວາມ​ເຂັ້ມ​ແຂງ​ຂອງ​ຄວາມ​ສຳ​ພັນ​ຂອງ​ທ່ານ. ສົນ​ທະ​ນາ​ການ​ທ້າ​ທາຍ​ກ່ຽວ​ກັບ​ການ​ເຊື່ອ​ຟັງ ຫລື ການ​ເຮັດ​ວຽກ​ນຳ​ກັນ​ໃນ​ຄວາມ​ສາ​ມັກ​ຄີ. ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ໃດໆ​ໂດຍ (1) ເປີດ​ໂອ​ກາດ​ໃຫ້​ແຕ່​ລະ​ຄົນ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຕົນ​ຢ່າງ​ເຕັມ​ທີ່, (2) ເຂົ້າ​ໃຈ ແລະ ຮັບ​ຮູ້​ຄວາມ​ກັງ​ວົນ​ຂອງ​ແຕ່​ລະ​ຄົນ, ແລະ (3) ສ້າງ​ວິ​ທີ​ແກ້​ບັນ​ຫາ​ນຳ​ກັນ ເພື່ອ​ແກ້​ໄຂ​ຄວາມ​ກັງ​ວົນ​ທີ່​ສຳ​ຄັນ​ທີ່​ສຸດ.

    • ແບ່ງ​ປັນ​ກັບ​ຄູ່​ສອນ​ຂອງ​ທ່ານ​ສິ່ງ​ທີ່​ທ່ານ​ຄິດ​ວ່າ​ເປັນ​ຈຸດ​ເດັ່ນ​ຂອງ​ລາວ. ຂໍ​ຄຳ​ແນະ​ນຳ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ປັບ​ປຸງ.

    • ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ປັບ​ປຸງ​ຄວາມ​ສຳ​ພັນ​ຂອງ​ທ່ານ.

    ສະ​ພາ​ຄູ່​ສອນ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ພັດ​ທະ​ນາ​ທັກ​ສະ​ທີ່​ສຳ​ຄັນ ທີ່​ທ່ານ​ສາ​ມາດ​ນຳ​ໃຊ້​ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ທ່ານ ແລະ ຊີ​ວິດ​ຄອບ​ຄົວ, ການ​ຮັບ​ໃຊ້​ສາດ​ສະ​ໜາ​ຈັກ, ການ​ງານ, ແລະ ການ​ຄົບ​ຫາ​ສະ​ມາ​ຄົມ​ອື່ນໆ.

  7. ປິດ​ດ້ວຍ​ການ​ອະ​ທິ​ຖານ.

ພາກ​ການ​ວາງ​ແຜນ​ປະ​ຈຳ​ວັນ

ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ກັບ​ຄູ່​ສອນ​ຂອງ​ທ່ານ ເປັນ​ເວ​ລາ 30 ນາ​ທີ ທຸກ​ເຊົ້າ. ເຮັດ​ຕາມ​ຂັ້ນ​ຕອນ​ຢູ່​ຂ້າງ​ລຸ່ມ.

  1. ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ.

  2. ທົບ​ທວນ​ຄວາມ​ກ້າວ​ໜ້າ​ໄປ​ສູ່​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ຂອງ​ທ່ານ.

  3. ທົບ​ທວນ​ແຜນ​ຂອງ​ທ່ານ​ເພື່ອ​ຊ່ວຍ​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ. ຈັດ​ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ເພື່ອ​ຊ່ວຍ​ຜູ້​ທີ່​ກ້າວ​ໜ້າ​ທີ່​ສຸດ. ປັບ​ເປົ້າ​ໝາຍ ແລະ ແຜນ​ປະ​ຈຳ​ວັນ​ຕາມ​ຄວາມ​ຕ້ອງ​ການ.

  4. ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ທ່ານ​ຈະ​ກະ​ທຳ​ໃນ​ວັນ​ນັ້ນ ເພື່ອ​ຫາ​ຄົນ​ໃໝ່​ເພື່ອ​ສິດ​ສອນ ແລະ ເພື່ອ​ຊ່ວຍ​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ.

  5. ວາງ​ແຜນ​ວ່າ​ທ່ານ​ຈະ​ເຮັດ​ວຽກ​ງານ​ກັບ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ ແລະ ສະ​ມາ​ຊິກ.

  6. ປິດ​ດ້ວຍ​ການ​ອະ​ທິ​ຖານ.

ການ​ສຶກ​ສາ​ກັບ​ຄູ່​ສອນ

ທົບ​ທວນ ພາກ​ຫ້ອຍ​ທ້າຍ 1 ແລະ ພາກ​ຫ້ອຍ​ທ້າຍ 2 ຢູ່​ໃນ​ທ້າຍ​ຂອງ​ບົດ​ນີ້ ສຳ​ລັບ​ແນວ​ຄິດ​ກ່ຽວ​ກັບ​ວິ​ທີ​ນຳ​ໃຊ້​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ ໃນ​ການ​ສິດ​ສອນ ແລະ ການ​ຊອກ​ຫາ. ລະ​ບຸ​ວິ​ທີ​ທີ່​ທ່ານ​ສາ​ມາດ​ໃຊ້​ແນວ​ຄິດ​ບາງ​ຢ່າງ​ເຫລົ່າ​ນີ້.

ໃຊ້​ແອັບ Preach My Gospel

ກ່ຽວ​ກັບ​ຜູ້​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ, ໂມ​ໂຣ​ໄນ​ໄດ້​ກ່າວ​ວ່າ, “ຊື່​ຂອງ​ເຂົາ​ຖືກ​ຮັບ​ໄວ້, ເພື່ອ​ເຂົາ​ຈະ​ໄດ້​ຖືກ​ຈົດ​ຈຳ ແລະ ບຳ​ລຸງ​ລ້ຽງ​ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ, ເພື່ອ​ຮັກ​ສາ​ເຂົາ​ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ” (ໂມ​ໂຣ​ໄນ 6:4). ​ການ​ຮັກ​ສາ​ບັນ​ທຶກ​ທີ່​ດີ​ເປັນ​ວິ​ທີ​ໜຶ່ງ​ທີ່​ທ່ານ​ສາ​ມາດ​ນຳ​ໃຊ້​ຫລັກ​ທຳ​ນີ້​ໄດ້.

ບັນ​ທຶກ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ

ການ​ຮັກ​ສາ​ບັນ​ທຶກ​ເປັນ​ສ່ວນ​ຂອງ​ການ​ດູ​ແລ​ເຂດ​ຂອງ​ທ່ານ​ຢ່າງ​ພາກ​ພຽນ ດ້ວຍ​ຄວາມ​ຮັກ ແລະ ຄວາມ​ຫ່ວງ​ໃຍ. ຮັກ​ສາ​ບັນ​ທຶກ​ຂອງ​ທ່ານ​ຢ່າງ​ຖືກ​ຕ້ອງ ແລະ ເປັນ​ປະ​ຈຸ​ບັນ. ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຈື່​ຈຳ​ສິ່ງ​ທີ່​ທ່ານ​ຕ້ອງ​ເຮັດ​ເພື່ອ​ຊ່ວຍ​ຜູ້​ຄົນ.

ແອັບ Preach My Gospel ຊ່ວຍ​ໃຫ້​ທ່ານ​ປະ​ສານ​ງານ ແລະ ແບ່ງ​ປັນ​ຂໍ້​ມູນ​ທີ່​ສຳ​ຄັນ​ກັບ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ ແລະ ສະ​ມາ​ຊິກ ເຖິງ​ຄວາມ​ກ້າວ​ໜ້າ​ຂອງ​ຜູ້​ຄົນ ແລະ ວຽກ​ງານ.

ປະ​ຕິ​ບັດ​ຕາມ​ແນວ​ທາງ​ຊີ້​ນຳ​ເລື່ອງ​ຂໍ້​ມູນ ແລະ ຄວາມ​ເປັນ​ສ່ວນ​ຕົວ

ປະ​ຕິ​ບັດ​ຕາມ​ແນວ​ທາງ​ຊີ້​ນຳ​ເລື່ອງ​ການ​ຮັກ​ສາ​ຂໍ້​ມູນ ແລະ ຄວາມ​ເປັນ​ສ່ວນ​ຕົວ ເມື່ອ​ບັນ​ທຶກ​ເປົ້າ​ໝາຍ ແລະ ແຜນ ໄວ້​ໃນ​ແອັບ Preach My Gospel ແລະ ໃນ​ເຄື່ອງ​ມື​ທີ່​ພິມ​ອອກ. ສຳ​ລັບ​ຂໍ້​ມູນ, ໃຫ້​ເບິ່ງ Missionary Standards for Disciples of Jesus Christ, 7.5.

ຖາມ​ຕົວ​ເອງ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້ ກ່ອນ​ທີ່​ທ່ານ​ຈະ​ບັນ​ທຶກ ຫລື ແບ່ງ​ປັນ​ຂໍ້​ມູນ​ຢູ່​ໃນ​ແອັບ Preach My Gospel, ອີ​ເມວ, ສື່​ສັງ​ຄົມ, ບັນ​ທຶກ, ຫລື ການ​ສື່​ສານ​ອື່ນໆ:

  • ບຸກ​ຄົນ​ນີ້​ຈະ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ກຳ​ລັງ​ບັນ​ທຶກ?

  • ເຮົາ​ຈະ​ຮູ້​ສຶກ​ແນວ​ໃດ​ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ແບ່ງ​ປັນ​ຂໍ້​ມູນ​ແບບ​ນີ້​ກ່ຽວ​ກັບ​ເຮົາ​ກັບ​ຄົນ​ອື່ນ?

  • ເຮົາ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ ແລະ ກົດ​ໝາຍ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ຂໍ້​ມູນ​ສຳ​ລັບ​ເຂດ​ຂອງ​ເຮົາ​ຫລື​ບໍ່ ຖ້າ​ຫາກ​ເຮົາ​ບັນ​ທຶກ ຫລື ແບ່ງ​ປັນ​ຂໍ້​ມູນ​ນີ້?

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ອະ​ທິ​ຖານ

ຄວາມ​ຮັບ​ຜິດ​ຊອບ

ຫລັກ​ທຳ​ຂອງ​ຄວາມ​ຮັບ​ຜິດ​ຊອບ​ເປັນ​ພື້ນ​ຖານ​ໃນ​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ (ເບິ່ງ ແອວ​ມາ 5:15–19; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 104:13; 137:9). ຫລັກ​ທຳ​ນີ້​ມີ​ອິດ​ທິ​ພົນ​ຕໍ່​ວິ​ທີ​ທີ່​ທ່ານ​ຄິດ ແລະ ຮູ້​ສຶກ​ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສັກ​ສິດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ. ຄວາມ​ຮັບ​ຜິດ​ຊອບ​ກໍ​ຍັງ​ມີ​ອິດ​ທິ​ພົນ​ຕໍ່​ວິ​ທີ​ທີ່​ທ່ານ​ເຂົ້າ​ເຖິງ​ວຽກ​ງານ​ຂອງ​ທ່ານ​ນຳ​ອີກ.

ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມອບ​ການມອບ​ໝາຍ​ໃຫ້​ແກ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຕີບ​ໂຕ, ພັດ​ທະ​ນາ, ແລະ ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ອົງ. ພຣະ​ອົງ​ກໍ​ຍັງ​ໄດ້​ມອບ​ໂອ​ກາດ​ໃຫ້​ເຂົາ​ເຈົ້າ​ນຳ​ອີກ ເພື່ອ​ຮັບ​ຜິດ​ຊອບ​ຕໍ່​ວຽກ​ງານ​ທີ່​ເຂົາ​ເຈົ້າ​ຖືກມອບ​ໃຫ້​ເຮັດ (ເບິ່ງ ລູ​ກາ 9:10; 3 ນີ​ໄຟ 23:6–13). ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ, ທ່ານ​ກໍ​ມີ​ຄວາມ​ຮັບ​ຜິດ​ຊອບ​ເໝືອນ​ກັນ ຕໍ່​ວຽກ​ງານ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ​ເຮັດ.

ເຂົ້າ​ເຖິງ​ການ​ຕັ້ງ​ເປົ້າ​ໝາຍ​ຂອງ​ທ່ານ ແລະ ວາງ​ແຜນ​ດ້ວຍ​ແນວ​ຄິດ​ທີ່​ທ່ານ​ຈະ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຜ່ານ​ທາງ​ການ​ອະ​ທິ​ຖານ​ໃນ​ແຕ່​ລະ​ວັນ. ພ້ອມ​ທັງ​ຮັບ​ຜິດ​ຊອບ​ຕໍ່​ຕົວ​ທ່ານ​ເອງ ແລະ ຕໍ່​ຜູ້​ນຳ​ເຜີຍ​ແຜ່​ຂອງ​ທ່ານ.

ການ​ສະ​ແດງ​​ຄວາມ​ຮັບ​ຜິດ​ຊອບ​ຄວນ​ເປັນ​ປະ​ສົບ​ການ​ທີ່​ມີ​ຄວາມ​ຮັກ ແລະ ໃນ​ທາງ​ບວກ ຊຶ່ງ​ໃນ​ນັ້ນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ຖືກ​ຮັບ​ຮູ້ ແລະ ທ່ານ​ລະ​ບຸ​ວິ​ທີ​ທີ່​ທ່ານ​ສາ​ມາດ​ປັບ​ປຸງ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຄວາມ​ຮັບ​ຜິດ​ຊອບ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ເປັນ​ຫຍັງ​ອຳ​ເພີ​ໃຈ​ຈຶ່ງ​ສຳ​ຄັນ​ໃນ​ຄວາມ​ຮັບ​ຜິດ​ຊອບ?

ຜູ້​ສອນ​ສາດ​ສະ​ໜາ ແລະ ຜູ້​ນຳ​ເຜີຍ​ແຜ່​ຄວນ​ທຳ​ງານ​ດ້ວຍ​ກັນ​ແນວ​ໃດ?

ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ຫຍັງ​ແດ່​ກັບ​ຜູ້​ທີ່​ຊື່​ສັດ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ?


ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ການ​ນຳ​ໃຊ້

ການ​ສຶກ​ສາ​ສ່ວນ​ຕົວ

  • ພິ​ຈາ​ລະ​ນາ​ປະ​ໂຫຍກ​ດັ່ງ​ຕໍ່​ໄປ​ນີ້​ຈາກ​ຈົດ​ໝາຍ​ການ​ເອີ້ນ​ຂອງ​ທ່ານ: “ຂະ​ນະ​ທີ່​ທ່ານ​ອຸ​ທິດ​ເວ​ລາ ແລະ ຄວາມ​ສົນ​ໃຈ​ຂອງ​ທ່ານ​ໃນ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ປະ​ພາ​ລະ​ກິດ​ສ່ວນ​ຕົວ​ອື່ນໆ​ທັງ​ໝົດ​ໄວ້​ຂ້າງ​ຫລັງ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ທ່ານ​ດ້ວຍ​ຄວາມ​ຮູ້ ແລະ ປະ​ຈັກ​ພະ​ຍານ​ເພີ່ມ​ເຕີມ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ.” ຖາມ​ຕົວ​ເອງ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້, ແລະ ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ.

    • ເຮົາ​ອຸ​ທິດ​ເວ​ລາ ແລະ ຄວາມ​ສົນ​ໃຈ​ຂອງ​ເຮົາ​ໃນ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ?

    • ພອນ​ຢ່າງ​ໃດ​ແດ່​ທີ່​ເຮົາ​ເຄີຍ​ປະ​ສົບ?

    • ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ແນວ​ໃດ?

    • ເຮົາ​ຈະ​ສາ​ມາດ​ປັບ​ປຸງ​ມັນ​ໄດ້​ແນວ​ໃດ?

  • ໃຊ້​ເວ​ລາ​ບຶດ​ໜຶ່ງ​ເພື່ອ​ຄິດ​ກ່ຽວ​ກັບ​ມື້​ສຸດ​ທ້າຍ​ໃນ​ສະ​ໜາມ​ເຜີຍ​ແຜ່​ຂອງ​ທ່ານ. ເມື່ອ​ມື້​ນັ້ນ​ມາ​ເຖິງ:

    • ທ່ານ​ຢາກ​ໃຫ້​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ແບບ​ໃດ?

    • ທ່ານ​ຢາກ​ກາຍ​ເປັນ​ແນວ​ໃດ?

    ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ, ໃຫ້​ຂຽນ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ແຕ່​ລະ​ຂໍ້​ເຫລົ່າ​ນີ້. ໃຊ້​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ​ເພື່ອ​ວາງ​ແຜນ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໃນ​ເວ​ລາ​ນີ້​ໄປ​ສູ່​ເປົ້າ​ໝາຍ​ເຫລົ່າ​ນັ້ນ. ບັນ​ທຶກ​ແຜນ​ຂອງ​ທ່ານ.

ການ​ສຶກ​ສາ​ກັບ​ຄູ່​ສອນ ແລະ ການ​ສັບ​ປ່ຽນ​ຄູ່​ສອນ

  • ໃຊ້​ແອັບ Preach My Gospel, ຕອບ​ຄຳ​ຖາມ​ຢູ່​ຂ້າງ​ລຸ່ມ:

    • ບັນ​ທຶກ​ທັງ​ໝົດ​ເປັນ​ປະ​ຈຸ​ບັນ ແລະ ຖືກ​ຕ້ອງ​ຫລື​ບໍ່?

    • ຜູ້​ສອນ​ສາດ​ສະ​ໜາ​ໃໝ່​ຕໍ່​ເຂດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ບັນ​ທຶກ​ຂອງ​ທ່ານ ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ເພື່ອ​ຊອກ​ຫາ​ຄົນ​ໃໝ່​ເພື່ອ​ສິດ​ສອນ​ຫລື​ບໍ່?

    • ຖ້າ​ຫາກ​ທ່ານ​ທົບ​ທວນ​ແອັບ​ຂອງ​ທ່ານ​ໃນ​ຕອນ​ນີ້, ມັນ​ຈະ​ຊ່ວຍ​ໃຫ້​ທ່ານ​ຮູ້​ວ່າ​ຜູ້​ຄົນ​ຢູ່​ໃ​ສ​ຫລື​ບໍ່​? ມັນ​ຈະ​ຊ່ວຍ​ໃຫ້​ທ່ານ​ຮູ້​ກ່ຽວ​ກັບ​ຄວາມ​ກ້າວ​ໜ້າ​ຂອງ​ເຂົາ​ເຈົ້າ​ຫລື​ບໍ່?

ສະ​ພາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອະ​ນາ​ເຂດ, ແລະ ສະ​ພາ​ຜູ້​ນຳ​ເຂດ​ເຜີຍ​ແຜ່

  • ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ແບ່ງ​ປັນ​ປະ​ສົບ​ການ​ດ້ວຍ​ເປົ້າ​ໝາຍ​ທີ່​ເຂົາ​ເຈົ້າ​ໄດ້​ຕັ້ງ​ໄວ້ ແລະ ແຜນ​ທີ່​ເຂົາ​ເຈົ້າ​ໄດ້​ກຳ​ນົດ​ໄວ້ ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ກ້າວ​ໜ້າ. ຕົວ​ຢ່າງ​ອາດ​ລວມ​ທັງ​ເປົ້າ​ໝາຍ ແລະ ແຜນ​ການ​ທີ່​ຈະ​ຊ່ວຍ​ຜູ້​ຄົນ:

    • ພັດ​ທະ​ນາ​ສັດ​ທາ​ທີ່​ຍິ່ງ​ໃຫຍ່​ກວ່າ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

    • ກັບ​ໃຈ ແລະ ເຮັດ​ການ​ປ່ຽນ​ແປງ​ເພື່ອ​ເຂົ້າ​ໃກ້ ພຣະ​ເຈົ້າ.

    • ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.

    • ກັບ​ຄືນ​ສູ່​ສາດ​ສະ​ໜາ​ຈັກ ແລະ ຕໍ່​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຂົາ​ເຈົ້າ.

  • ອ່ານ​ໜຶ່ງ​ສະ​ຖາ​ນະ​ການ​ດັ່ງ​ຕໍ່​ໄປ​ນີ້​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ຟັງ. ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ແຍກ​ອອກ​ເປັນ​ກຸ່ມ​ນ້ອຍໆ. ໃຫ້​ແຕ່​ລະ​ກຸ່ມ​ໃຊ້ ຂັ້ນ​ຕອນ​ທີ 1 ແລະ 2 ໃນ​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ ເພື່ອ​ຊ່ວຍ​ຜູ້​ຄົນ​ໃນ​ຕົວ​ຢ່າງ​ເຫລົ່າ​ນີ້​ກ້າວ​ໜ້າ​ໄປ​ສູ່​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ໃຫ້​ແຕ່​ລະ​ກຸ່ມ​ແບ່ງ​ປັນ​ແນວ​ຄິດ​ຂອງ​ເຂົາ​ເຈົ້າ.

    • ບຸກ​ຄົນ​ໜຶ່ງ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ​ໄດ້​ຕອບ​ຮັບ​ຄຳ​ເຊື້ອ​ເຊີນ​ໃຫ້​ໄປ​ໂບດ​ໃນ​ອາ​ທິດ​ນີ້.

    • ບຸກ​ຄົນ​ໜຶ່ງ​ໄດ້​ຍອມ​ຮັບ​ຄຳ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ ໄດ້​ຕັ້ງ​ເປົ້າ​ໝາຍ​ກັບ​ທ່ານ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ.

    • ບຸກ​ຄົນ​ໜຶ່ງ​ໄດ້​ຍອມ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ອ່ານ 1 ນີ​ໄຟ 1.

  • ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ໃຊ້​ແອັບ Preach My Gospel ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຕັ້ງ​ເປົ້າ​ໝາຍ​ທີ່​ເປັນ​ຈິງ ແຕ່​ຍືດ​ຂະ​ຫຍາຍ​ໂດຍ:

    • ການ​ທົບ​ທວນ​ປະ​ຫວັດ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ ແລະ ຄວາມ​ຄືບ​ໜ້າ.

    • ການ​ຕັ້ງ​ເປົ້າ​ໝາຍ​ທຸກວັນ, ທຸກ​ອາ​ທິດ, ແລະ ທຸກ​ເດືອນ.

    • ຕື່ມ​ຜູ້​ຄົນ​ໃສ່​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ.

    ສົນ​ທະ​ນາ​ວິ​ທີ​ທີ່​ຂັ້ນ​ຕອນ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ຜູ້​ສອນ​ສາດ​ສະ​ໜາ​ວາງ​ແຜນ​ທີ່​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ ຍ້ອນ​ວ່າ​ມັນ​ຊ່ວຍ​ໃຫ້​ຜູ້​ຄົນ​ກ້າວ​ໜ້າ. ຂໍ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ພິ​ຈາ​ລະ​ນາ​ສິ່ງ​ດັ່ງ​ຕໍ່​ໄປ​ນີ້:

    • ເຈົ້າ​ຈະ​ໃຊ້​ແອັບ Preach My Gospel ໃນ​ອະ​ນາ​ຄົດ​ແນວ​ໃດ​ຕາມ​ທີ່​ເຈົ້າ​ວາງ​ແຜນ?

    • ມີ​ວິ​ທີ​ອື່ນ​ໃດ​ແດ່​ທີ່​ເຈົ້າ​ໄດ້​ຄົ້ນ​ພົບ ເພື່ອ​ໃຊ້​ແອັບ ໃຫ້​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ?

ຜູ້​ນຳ​ເຜີຍ​ແຜ່ ແລະ ທີ່​ປຶກ​ສາ​ເຜີຍ​ແຜ່

  • ທົບ​ທວນ​ແອັບ Preach My Gospel ຂອງ​ຜູ້​ສອນ​ສາດ​ສະ​ໜາ​ເລື້ອຍໆ. ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ແບ່ງ​ປັນ​ວິ​ທີ​ທີ່​ເຂົາ​ເຈົ້າ​ໃຊ້​ມັນ ເພື່ອ​ຕິດ​ຕາມ​ເປົ້າ​ໝາຍ ແລະ ແຜນ​ຂອງ​ເຂົາ​ເຈົ້າ ໃນ​ການ​ຊ່ວຍ​ໃຫ້​ຜູ້​ຄົນ​ກ້າວ​ໜ້າ.

  • ເປັນ​ບາງ​ຄັ້ງ​ບາງ​ຄາວ ໃຫ້​ສັງ​ເກດ​ພາກ​ການ​ວາງ​ແຜນ​ປະ​ຈຳ​ອາ​ທິດ ຫລື ປະ​ຈຳ​ວັນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ.

ພາກ​ຫ້ອຍ​ທ້າຍ 1

ນຳ​ໃຊ້​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ເຮັດ​ວຽກ​ກັບ​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ

ພາກ​ນີ້​ໃຫ້​ຕົວ​ຢ່າງ​ຂອງວິ​ທີ​ທີ່​ທ່ານ​ອາດ​ຈະ​ນຳ​ໃຊ້​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ​ເພື່ອ​ຊ່ວຍ​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ.

1. ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ

ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ​ເຖິງ​ຄວາມ​ຕ້ອງ​ການ​ທາງ​ວິນ​ຍານ​ຂອງ​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ​ຢູ່. ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ເຫລົ່າ​ນີ້. ໃຊ້​ແອັບ Preach My Gospel ເພື່ອ​ທົບ​ທວນ​ຄວາມ​ກ້າວ​ໜ້າ​ຂອງ​ແຕ່​ລະ​ຄົນ. ໃຊ້​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ສຳ​ລັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ເພື່ອ​ລະ​ບຸ​ການ​ກະ​ທຳ​ທີ່​ຈະ​ຊ່ວຍ​ໃຫ້​ແຕ່​ລະ​ຄົນ​ກ້າວ​ໜ້າ​ໄປ​ສູ່​ຂັ້ນ​ຕໍ່​ໄປ ໃນ​ການ​ມາ​ຫາ​ພຣະ​ຄຣິດ.

ຂະ​ນະ​ທີ່​ທ່ານ​ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ, ໃຫ້​ຖາມ​ຕົວ​ເອງ​ດ້ວຍ​ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້:

  • ການ​ເລືອກ​ໃດ​ແດ່​ທີ່​ບຸກ​ຄົນ​ເຮັດ ທີ່​ສະ​ແດງ​ເຖິງ​ສັດ​ທາ​ທີ່​ເຕີບ​ໂຕ​ຂຶ້ນ​ໃນ​ພຣະ​ເຢ​ຊູ​ຄຣິດ?

  • ປະ​ສົບ​ການ​ໃດ​ແດ່​ທີ່​ບຸກ​ຄົນ​ມີ​ກັບ​ພຣະ​ວິນ​ຍານ?

  • ມີ​ການ​ທ້າ​ທາຍ​ໃດ​ແດ່​ທີ່​ລາວ​ອາດ​ປະ​ເຊີນ?

  • ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ຕື່ມ​ອີກ​ແດ່​ຈາກ​ບຸກ​ຄົນ​ນີ້ ເພື່ອ​ຊ່ວຍ​ລາວ?

  • ແມ່ນ​ຫຍັງ​ຕ້ອງ​ໄດ້​ເກີດ​ຂຶ້ນ​ເພື່ອ​ຊ່ວຍ​ບຸກ​ຄົນ​ນີ້​ພັດ​ທະ​ນາ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ຮູ້​ສຶກ ແລະ ຮັບ​ຮູ້​ພຣະ​ວິນ​ຍານ, ກັບ​ໃຈ, ແລະ ຮັບ​ບັບ​ຕິ​ສະ​ມາ?

  • ເຮົາ​ຈະ​ສາ​ມາດ​ກຽມ​ພ້ອມ​ສຳ​ລັບ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ​ໄດ້​ແນວ​ໃດ ເພື່ອ​ລວມ​ຜູ້​ນຳ​ໃນ​ຫວອດ ແລະ ສະ​ມາ​ຊິກ​ເຂົ້າ​ນຳ ໃນ​ການ​ຊ່ວຍ​ເຫລືອ​ບຸກ​ຄົນ​ນີ້? (ເບິ່ງ ບົດ​ທີ 13.)

  • ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ອັນ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຕັ້ງ ທີ່​ສະ​ທ້ອນ​ເຖິງ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ?

2. ບັນ​ທຶກ ແລະ ກຳ​ນົດ​ເວ​ລາ​ແຜນ​ຂອງ​ທ່ານ

ໃຊ້​ແອັບ Preach My Gospel ເພື່ອ​ບັນ​ທຶກ ແລະ ກຳ​ນົດ​ເວ​ລາ​ເປົ້າ​ໝາຍ ແລະ ວາງ​ແຜນ​ໂດຍ​ລະ​ອຽດ. ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຈັດ​ລະ​ບຽບ​ວຽກ​ງານ ແລະ ລະ​ບຸ​ສິ່ງ​ທີ່​ຕ້ອງ​ເຮັດ​ໃນ​ແຕ່​ລະ​ວັນ. ປະ​ຕິ​ບັດ​ຕາມ​ກົດ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ຂໍ້​ມູນສຳ​ລັບ​ເຂດ​ຂອງ​ທ່ານ.

ຂະ​ນະ​ທີ່​ທ່ານ​ບັນ​ທຶກ ແລະ ກຳ​ນົດ​ເວ​ລາ​ແຜນ​ຂອງ​ທ່ານ, ໃຫ້​ຖາມ​ຕົວ​ເອງ​ຄຳ​ຖາມ​ຄື​ກັນ​ກັບ​ດັ່ງ​ຕໍ່​ໄປ​ນີ້:

  • ສິ່ງ​ສະ​ເພາະ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ເຮັດ​ໃນ​ມື້​ນີ້ ແລະ ອາ​ທິດ​ນີ້ ເພື່ອ​ສະ​ໜັບ​ສະ​ໜູນ​ຄວາມ​ກ້າວ​ໜ້າ​ຂອງ​ບຸກ​ຄົນ?

  • ຄຳ​ສອນ​ໃດ (ຫລື ບົດ​ຮຽນ​ໃດ) ຈະ​ຊ່ວຍ​ບຸກ​ຄົນ​ນີ້​ພັດ​ທະ​ນາ​ສັດ​ທາ​ທີ່​ເຂັ້ມ​ແຂງ​ໃນ​ພຣະ​ຄຣິດ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ? ເຮົາ​ຈະ​ສິດ​ສອນ​ຄຳ​ສອນ​ນີ້​ໄດ້​ແນວ​ໃດ ເພື່ອ​ໃຫ້​ລາວ​ເຂົ້າ​ໃຈ ແລະ ໄດ້​ຮັບ​ຄວາມ​ຮູ້​ແຈ້ງ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ?

  • ເຮົາ​ຈະ​ຢືນ​ຢັນ​ການ​ນັດ​ໝາຍ​ແນວ​ໃດ ແລະ ເມື່ອ​ໃດ?

  • ຄຳ​ເຊື້ອ​ເຊີນ​ໃດ​ທີ່​ເຮົາ​ຄວນ​ສະ​ເໜີ ຫລື ຕິດ​ຕາມ​ຜົນ? ເຮົາ​ຈະ​ຕິດ​ຕາມ​ຜົນ​ໄດ້​ແນວ​ໃດ ແລະ ເມື່ອ​ໃດ?

  • ເຮົາ​ຈະ​ຊ່ວຍ​ບຸກ​ຄົນ​ເພື່ອ​ໄປ​ໂບດ, ອ່ານ​ພຣະ​ຄຳ​ພີ, ອະ​ທິ​ຖານ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ທີ່​ນຳ​ໄປ​ສູ່​ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ໄດ້​ແນວ​ໃດ ແລະ ເມື່ອ​ໃດ?

  • ສະ​ມາ​ຊິກ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໄດ້​ແນວ​ໃດ?

  • ແຫລ່ງ​ຂໍ້​ມູນ​ອອນ​ລາຍ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ແບ່ງ​ປັນ​ກັບ​ບຸກ​ຄົນ​ນັ້ນ?

  • ມີ​ແຜນ​ສຳ​ລອງ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ເຮັດ ຖ້າ​ຫາກ​ບາງ​ສິ່ງ​ບາງ​ຢ່າງ​ບໍ່​ເປັນ​ໄປ​ຕາມ​ແຜນ?

3. ກະ​ທຳ​ຕາມ​ແຜນ​ຂອງ​ທ່ານ

ອະ​ທິ​ຖານ​ຢູ່​ໃນ​ໃຈ​ທ່ານ​ຕະ​ຫລອດ​ທັງ​ວັນ ຂະ​ນະ​ທີ່​ທ່ານ​ກະ​ທຳ​ຕາມ​ແຜນ​ຂອງ​ທ່ານ. ພຣະ​ວິນ​ຍານ​ຈະ​ຊ່ວຍ​ໃຫ້​ທ່ານ​ຮູ້​ວ່າ​ຈະ​ໄປ​ໃສ, ຈະ​ເວົ້າ​ຫຍັງ, ແລະ ຈະ​ປັບ​ປ່ຽນ​ສິ່ງ​ໃດ.

ໃນ​ລະ​ຫວ່າງ​ມື້, ໃຫ້​ຖາມ​ຕົວ​ເອງ​ດ້ວຍ​ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້:

  • ເຮົາ​ຈະ​ສາ​ມາດ​ເຮັດ​ວຽກ​ດ້ວຍ​ສັດ​ທາ, ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຊ່ວຍ​ເຮົາ ແລະ ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ທີ່​ຈະ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ອົງ?

  • ເຮົາ​ຈະ​ສາ​ມາດ​ສ້າງ​ສັນ ແລະ ກ້າ​ຫານ​ໄດ້​ແນວ​ໃດ​ເມື່ອ​ກະ​ທຳ​ຕາມ​ແຜນ​ຂອງ​ເຮົາ?

  • ເຮົາ​ຈະ​ປັບ​ແຜນ​ຂອງ​ເຮົາ​ຕາມ​ຄວາມ​ຕ້ອງ​ການ ແລະ ສະ​ຖາ​ນະ​ການ​ຂອງ​ຜູ້​ຄົນ​ໄດ້​ແນວ​ໃດ?

ແຜນ​ມັກ​ຈະ​ບໍ່​ເປັນ​ໄປ​ຕາມ​ທີ່​ທ່ານ​ຫວັງ​ສະ​ເໝີ​ໄປ. ມີ​ຄວາມ​ປັບ​ຕົວ​ໄດ້​ງ່າຍ ແລະ ໃຊ້​ແຜນ​ສຳ​ລອງ​ເມື່ອ​ຈຳ​ເປັນ.

4. ທົບ​ທວນ​ຄວາມ​ກ້າວ​ໜ້າ ແລະ ຕິດ​ຕາມ​ຜົນ

ກັບ​ຄູ່​ສອນ​ຂອງ​ທ່ານ, ໃຫ້​ທົບ​ທວນ​ຄວາມ​ກ້າວ​ໜ້າ​ໄປ​ສູ່​ເປົ້າ​ໝາຍ​ທີ່​ທ່ານ​ຕັ້ງ​ໄວ້ ກັບ​ຄູ່​ສອນ​ຂອງ​ທ່ານ ເພື່ອ​ສິດ​ສອນ​ຜູ້​ຄົນ ແລະ ໃຫ້​ເຂົາ​ເຈົ້າ​ກ້າວ​ໜ້າ. ວາງ​ແຜນ​ວິ​ທີ​ຕິດ​ຕາມ​ຜົນ. ປັບ​ແຜນ​ຂອງ​ທ່ານ​ຕາມ​ຄວາມ​ຈຳ​ເປັນ ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ບັນ​ລຸ​ເປົ້າ​ໝາຍ.

ຖາມ​ຕົວ​ເອງ​ດ້ວຍ​ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້:

  • ຜູ້​ຄົນ​ທີ່​ເຮົາ​ກຳ​ລັງ​ສິດ​ສອນ​ມຸ້ງ​ສູ່​ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ຫລື​ບໍ່?

  • ມີ​ການ​ທ້າ​ທາຍ​ໃດ​ແດ່​ທີ່​ເຂົາ​ເຈົ້າ​ປະ​ເຊີນ? ແມ່ນ​ຫຍັງ​ຄື​ຄວາມ​​ກັງ​ວົນ​ຂອງ​ເຂົາ​ເຈົ້າ?

  • ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ໃນ​ມື້​ນີ້​ເພື່ອ​ຊ່ວຍ​ເຂົາ​ເຈົ້າ ແລະ ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ກະ​ທຳ—ດ້ວຍ​ຕົວ​ເອງ ຫລື ຜ່ານ​ທາງ​ເທັກ​ໂນ​ໂລ​ຈີ?

  • ເຂົາ​ເຈົ້າ​ມີ​ປະ​ສົບ​ການ​ກັບ​ຄວາມ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ?

  • ເຂົາ​ເຈົ້າ​ເຊື່ອມ​ໂຍງ​ກັບ​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ ແລະ ສ້າງ​ມິດ​ຕະ​ພາບ​ບໍ? ໃຜ​ຈະ​ເຂົ້າ​ຮ່ວມ​ໃນ​ຄັ້ງ​ຕໍ່​ໄປ​ທີ່​ພວກ​ເຮົາ​ສິດ​ສອນ?

  • ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຄວາມ​ລົ້ມ​ເຫລວ?

  • ເຮົາ​ເຮັດ​ໄດ້​ດີ​ຫລາຍ​ປານ​ໃດ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ? ມີ​ຫຍັງ​ທີ່​ເຮົາ​ຄວນ​ປັບ ຫລື ເຮັດ​ແຕກ​ຕ່າງ?

  • ເຖິງ​ເວ​ລາ​ທີ່​ຕ້ອງ​ຕິດ​ຕໍ່​ໜ້ອຍ​ລົງ​ແລ້ວ​ບໍ?

ເບິ່ງ ບົດ​ທີ 11 ສຳ​ລັບ​ຫລັກ​ທຳ ແລະ ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ວິ​ທີ​ຕິດ​ຕາມ​ຜົນ ແລະ ຊ່ວຍ​ໃຫ້​ຜູ້​ຄົນ​ກ້າວ​ໜ້າ.

ພາກ​ຫ້ອຍ​ທ້າຍ 2

ໃຊ້​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ຊອກ​ຫາ​ຄົນ​ເພື່ອ​ສິດ​ສອນ

ພາກ​ນີ້​ໃຫ້​ຕົວ​ຢ່າງ​ເຖິງ​ວິ​ທີ​ທີ່​ທ່ານ​ອາດ​ນຳ​ໃຊ້​ຂະ​ບວນ​ການ​ຕັ້ງ​ເປົ້າ​ໝາຍ ໃນ​ການ​ຊອກ​ຫາ​ຄົນ​ໃໝ່​ເພື່ອ​ສິດ​ສອນ. ໃຊ້​ຂະ​ບວນ​ການ​ນີ້​ໃນ​ການ​ວາງ​ແຜນ​ປະ​ຈຳ​ອາ​ທິດ ແລະ ປະ​ຈຳ​ວັນ​ຂອງ​ທ່ານ.

1. ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ

ກັບ​ຄູ່​ສອນ​ຂອງ​ທ່ານ, ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ທ່ານ​ເຮັດ ເພື່ອ​ຊອກ​ຫາ​ຜູ້​ຄົນ​ເພີ່ມ​ເພື່ອ​ສິດ​ສອນ. ເຮັດ​ສິ່ງ​ນີ້​ໃນ​ແຕ່​ລະ​ອາ​ທິດ ແລະ ແຕ່​ລະ​ວັນ. ມີ​ສັດ​ທາ​ວ່າ​ພຣະ​ອົງ​ຈັດ​ກຽມ​ຜູ້​ຄົນ​ໄວ້​ໃຫ້​ທ່ານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 100:3–8).

ຕັ້ງ​ເປົ້າ​ໝາຍ​ການ​ຊອກ​ຫາ​ໃນ​ແຕ່​ລະ​ວັນ. ວາງ​ແຜນ​ການ​ປະ​ຕິ​ບັດ​ໃນ​ການ​ຄວບ​ຄຸມ​ຂອງ​ທ່ານ​ທີ່​ມີ​ອິດ​ທິ​ພົນ​ຕໍ່​ຜົນ​ໄດ້​ຮັບ​ຂອງ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ. ຕົວ​ຢ່າງ​ລວມ​ທັງ:

  • ມີ​ຄົນ​ໃໝ່​ຈັກ​ຄົນ​ທີ່​ທ່ານ​ຈະ​ລົມ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ໃນ​ແຕ່​ລະ​ມື້.

  • ທ່ານ​ຈະ​ຖາມ​ສະ​ມາ​ຊິກ, ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ, ແລະ ຜູ້​ຄົນ​ທີ່​ທ່ານ​ຕິດ​ຕໍ່​ຈັກ​ເທື່ອ ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ຮູ້​ຈັກ​ບາງ​ຄົນ​ທີ່​ອາດ​ສົນ​ໃຈ​ຂ່າວ​ສານ​ຂອງ​ທ່ານ.

  • ທ່ານ​ຈະ​ຕອບ​ສະ​ໜອງ​ຕໍ່​ຜູ້​ທີ່​ຖືກ​ແນະ​ນຳ​ໃຫ້​ທ່ານ ຫລື ຕອບ​ໂພສ​ທີ່​ລົງ​ໃນ​ສື່​ສັງ​ຄົມ​ໄວ້​ເທົ່າ​ໃດ.

ທົບ​ທວນ​ແອັບ Preach My Gospel ແລະ ຖາມ​ຕົວ​ເອງ​ດ້ວຍ​ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້:

  • ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ໃຫ້​ເຮົາ​ເຮັດ​ຫຍັງ​ໃນ​ມື້​ນີ້ ແລະ ໃນ​ອາ​ທິດ​ນີ້ ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ?

  • ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ປະ​ຈຳ​ວັນ ແລະ ປະ​ຈຳ​ອາ​ທິດ​ຢ່າງ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຕັ້ງ ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ?

  • ກິດ​ຈະ​ກຳ​ການ​ຊອກ​ຫາ​ຢ່າງ​ໃດ​ແດ່​ທີ່​ດີ​ທີ່​ສຸດ​ສຳ​ລັບ​ເວ​ລາ​ນີ້ ແລະ ສະ​ຖານ​ທີ່​ນີ້?

  • ເຮົາ​ຈະ​ສ້າງ​ແຮງ​ບັນ​ດານ​ໃຈ ແລະ ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຜ່ານ​ທາງ​ຫລັກ​ທຳ​ຂອງ​ຄວາມ​ຮັກ, ການ​ແບ່ງ​ປັນ, ແລະ ການ​ເຊື້ອ​ເຊີນ​ໄດ້​ແນວ​ໃດ?

  • ສະ​ມາ​ຊິກ​ໃໝ່​ຄົນ​ໃດ​ທີ່​ເຮົາ​ສາ​ມາດ​ຕິດ​ຕໍ່ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ? ເຂົາ​ເຈົ້າ​ມີ​ໝູ່​ເພື່ອນ​ທີ່​ເຂົາ​ເຈົ້າ​ອາດ​ເຊື້ອ​ເຊີນ​ຫລື​ບໍ່?

  • ເຮົາ​ຈະ​ເຮັດ​ວຽກ​ງານ​ກັບ​ສະ​ພາ​ຫວອດ ຫລື ເຂົ້າ​ຮ່ວມ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ​ຂອງ​ຫວອດ ເພື່ອ​ລະ​ບຸ​ຄອບ​ຄົວ​ທີ່​ເປັນ​ສະ​ມາ​ຊິກ​ບາງ​ສ່ວນ, ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ, ແລະ ຜູ້​ຄາດ​ຫວັງ​ເປັນ​ແອວ​ເດີ ທີ່​ຈະ​ຕິດ​ຕໍ່​ໄດ້​ແນວ​ໃດ?

  • ແມ່ນ​ໃຜ​ແດ່​ໃນ​ຜູ້​ຄົນ​ທີ່​ກຳ​ລັງ​ຮັບ​ການ​ສິດ​ສອນ​ໃນ​ປະ​ຈຸ​ບັນ, ໃນ​ຜູ້​ຄົນ​ທີ່​ໄດ້​ສິດ​ສອນ​ຜ່ານ​ມາ, ແລະ ໃນ​ຜູ້​ຄົນ​ທີ່​ຖືກ​ແນະ​ນຳ ທີ່​ເຮົາ​ສາ​ມາດ​ຕິດ​ຕໍ່? ເຮົາ​ຈະ​ຕິດ​ຕໍ່​ເຂົາ​ເຈົ້າ​ແນວ​ໃດ? (ດ້ວຍ​ຕົນ​ເອງ, ຜ່ານ​ທາງ​ເທັກ​ໂນ​ໂລ​ຈີ, ທາງ​ໂທ​ລະ​ສັບ, ຫລື ດ້ວຍ​ວິ​ທີ​ອື່ນໆ)

  • ມີ​ວິ​ທີ​ໃໝ່​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຊອກ​ຫາ​ຜູ້​ຄົນ?

  • ມີ​ພອນ​ສະ​ຫວັນ ແລະ ຄວາມ​ເຂັ້ມ​ແຂງ​ສ່ວນ​ຕົວ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ໃຊ້?

  • ເຮົາ​ຈະ​ສາ​ມາດ​ປັບ​ປຸງ​ຄວາມ​ສາ​ມາດ​ຂອງ​ເຮົາ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ຊ່ວຍ​ຜູ້​ທີ່​ເຮົາ​ຕິດ​ຕໍ່​ໃຫ້​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ແນວ​ໃດ?

ສຳ​ລັບ​ຕົວ​ຢ່າງ​ຂອງ​ກິດ​ຈະ​ກຳ​ການ​ຊອກ​ຫາ, ໃຫ້​ເບິ່ງ ບົດ​ທີ 9, 10, ແລະ 13.

ໃຊ້​ແອັບ Preach My Gospel ເພື່ອ​ຊ່ວຍ​ທ່ານ​ໃຫ້​ລະ​ບຸ​ກິດ​ຈະ​ກຳ​ການ​ຊອກ​ຫາ ທີ່​ມີ​ປະ​ສິດ​ທິ​ພາບ​ໃນ​ອະ​ດີດ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ເບິ່ງວິ​ທີ​ທີ່​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ຖືກ​ພົບ​ເຫັນ​ແນວ​ໃດ.

ສະ​ແຫວງ​ຫາ​ການ​ດົນ​ໃຈ ແລະ ເປີດ​ໃຈ​ຮັບ​ຄວາມ​ປະ​ທັບ​ໃຈ ແລະ ແນວ​ຄິດ​ໃໝ່. ຫລີກ​ເວັ້ນ​ຈາກ​ການ​ຕິດ​ຢູ່​ກັບ​ກິດ​ຈະ​ວັດ​ປະ​ຈຸ​ບັນ. ຜູ້​ສອນ​ສາດ​ສະ​ໜາ​ທີ່​ຫາ​ຄົນ​ໃໝ່​ເພື່ອ​ສິດ​ສອນ​ຢ່າງ​ສະ​ໝ່ຳ​ສະ​ເໝີ ມັກ​ຈະ​ໃຊ້​ຫລາກ​ຫລາຍ​ວິ​ທີ​ໃນ​ແຕ່​ລະ​ອາ​ທິດ. ເຂົາ​ເຈົ້າ​ເຮັດ​ວຽກ​ງານ​ຢູ່​ສະ​ເໝີ.

2. ບັນ​ທຶກ ແລະ ກຳ​ນົດ​ເວ​ລາ​ແຜນ​ຂອງ​ທ່ານ

ກັບ​ຄູ່​ສອນ​ຂອງ​ທ່ານ, ໃຫ້​ໃຊ້​ແອັບ Preach My Gospel ເພື່ອ​ບັນ​ທຶກ ແລະ ກຳ​ນົດ​ເວ​ລາ​ເປົ້າ​ໝາຍ ແລະ ແຜນ​ຢ່າງ​ລະ​ອຽດ. ການ​ບັນ​ທຶກ ແລະ ການ​ກຳ​ນົດ​ເວ​ລາ​ແຜນ​ຂອງ​ທ່ານ ຈະ​ຊ່ວຍ​ໃຫ້​ທ່ານ​ລະ​ບຸ​ວ່າ ຄວນ​ເຮັດ​ສິ່ງ​ໃດ ແລະ ເຮັດ​ເມື່ອ​ໃດ.

ຖາມ​ຕົວ​ເອງ​ດ້ວຍ​ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້:

  • ເຮົາ​ຈະ​ຕິດ​ຕໍ່​ຜູ້​ຄົນ​ເມື່ອ​ໃດ ແລະ ແນວ​ໃດ? ແມ່ນ​ຫຍັງ​ຄື​ການ​ເຂົ້າ​ເຖິງ​ທີ່​ດີ​ທີ່​ສຸດ? ສະ​ຖານ​ທີ່ ທີ່​ດີ​ທີ່​ສຸດ​ຢູ່​ໃສ? ເວ​ລາ​ໃດ​ທີ່​ດີ​ທີ່​ສຸດ​ໃນ​ແຕ່​ລະ​ວັນ​ສຳ​ລັບ​ວິ​ທີ​ຕ່າງໆ​ຂອງ​ການ​ຊອກ​ຫາ​ຜູ້​ຄົນ?

  • ເຮົາ​ຈະ​ສາ​ມາດ​ມີ​ການ​ສົນ​ທະ​ນາ​ທີ່​ມີ​ຄວາມ​ໝາຍ​ກັບ​ຜູ້​ຄົນ​ທີ່​ເຮົາ​ພົບ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ຊອກ​ຫາ​ທາງ​ອອນ​ລາຍ​ໂດຍ​ໃຊ້​ສື່​ສັງ​ຄົມ ແລະ ເທັກ​ໂນ​ໂລ​ຈີ​ອື່ນໆ​ໄດ້​ແນວ​ໃດ ແລະ ເມື່ອ​ໃດ?

  • ເຮົາ​ຈະ​ຕິດ​ຕໍ່​ຫາ​ຜູ້​ທີ່​ຖືກ​ແນະ​ນຳ​ໃຫ້​ເຮົາ​ເມື່ອ​ໃດ?

  • ເຮົາ​ຈະ​ເຮັດ​ແຜນ​ສຳ​ລອງ​ຢ່າງ​ໃດ​ແດ່​ທີ່​ເຮົາ​ຈະ​ໃຊ້​ເມື່ອ​ແຜນ​ອື່ນ​ລົ້ມ​ເຫລວ?

3. ກະ​ທຳ​ຕາມ​ແຜນ​ຂອງ​ທ່ານ

ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ທ່ານ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ. ອະ​ທິ​ຖານ​ໃນ​ໃຈ​ຕະ​ຫລອດ​ທັງ​ວັນ. ເປີດ​ໃ​ຈ​ທັກ​ທາຍ ແລະ ເວົ້າ​ລົມ​ກັບ​ຜູ້​ຄົນ​ທີ່​ທ່ານ​ພົບ. ພຣະ​ວິນ​ຍານ​ຈະ​ຊ່ວຍ​ໃຫ້​ທ່ານ​ຮູ້​ວ່າ​ຈະ​ໄປ​ໃສ, ຈະ​ເວົ້າ​ຫຍັງ, ແລະ ຈະ​ປັບ​ປ່ຽນ​ສິ່ງ​ໃດ.

ໃນ​ລະ​ຫວ່າງ​ມື້, ໃຫ້​ຖາມ​ຕົວ​ເອງ​ດ້ວຍ​ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້:

  • ເຮົາ​ຈະ​ສາ​ມາດ​ເຮັດ​ວຽກ​ດ້ວຍ​ສັດ​ທາ, ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຊ່ວຍ​ເຮົາ ແລະ ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ທີ່​ຈະ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ສ້າງ​ສັນ ແລະ ກ້າ​ຫານ​ໄດ້​ແນວ​ໃດ​ເມື່ອ​ກະ​ທຳ​ຕາມ​ແຜນ​ຂອງ​ເຮົາ?

  • ເຮົາ​ຈະ​ປັບ​ແຜນ​ຂອງ​ເຮົາ​ຕາມ​ຄວາມ​ຕ້ອງ​ການ ແລະ ສະ​ຖາ​ນະ​ການ​ຂອງ​ຜູ້​ຄົນ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ຜູ້​ຄົນ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ແນວ​ໃດ?

ແຜນ​ມັກ​ຈະ​ບໍ່​ເປັນ​ໄປ​ຕາມ​ທີ່​ທ່ານ​ຫວັງ​ສະ​ເໝີ​ໄປ. ມີ​ຄວາມ​ປັບ​ຕົວ​ໄດ້​ງ່າຍ ແລະ ໃຊ້​ແຜນ​ສຳ​ລອງ​ເມື່ອ​ຈຳ​ເປັນ.

4. ທົບ​ທວນ​ຄວາມ​ກ້າວ​ໜ້າ ແລະ ຕິດ​ຕາມ​ຜົນ

ຕະ​ຫລອດ​ທັງ​ວັນ ແລະ ອາ​ທິດ, ໃຫ້​ທົບ​ທວນ​ຄວາມ​ກ້າວ​ໜ້າ​ດ້ວຍ​ການ​ອະ​ທິ​ຖານ ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ທ່ານ ທີ່​ຈະ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ. ຖາມ​ຕົວ​ເອງ​ດ້ວຍ​ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້:

  • ເຮົາ​ເຮັດ​ໄດ້​ດີ​ຫລາຍ​ປານ​ໃດ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ ແລະ ການ​ເຮັດ​ຕາມ​ແຜນ​ຂອງ​ເຮົາ?

  • ການ​ປັບ​ປ່ຽນ​ຢ່າງ​ໃດ​ແດ່​ທີ່​ເຮົາ​ຄວນ​ເຮັດ ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ຊອກ​ຫາ​ຄົນ?

  • ເຮົາ​ຈະ​ຫລີກ​ລ້ຽງ​ຈາກ​ການ​ເຮັດ​ກິດ​ຈະ​ວັດ​ທີ່​ບໍ່​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ຊອກ​ຫາ​ຄົນ​ເພື່ອ​ສິດ​ສອນ​ໄດ້​ແນວ​ໃດ?

  • ມີ​ສິ່ງ​ໃໝ່ໆ​ຢ່າງ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ລອງ​ໄດ້​ໃນ​ຊ່ວງ​ເວ​ລາ​ນີ້​ຂອງ​ມື້?

  • ມີ​ແນວ​ຄິດ​ຢ່າງ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ສົນ​ທະ​ນາ​ຢູ່​ໃນ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ​ຂອງ​ຫວອດ ເພື່ອ​ຊ່ວຍ​ໃຫ້​ເຮົາ​ຊອກ​ຫາ​ຄົນ​ເພື່ອ​ສິດ​ສອນ? (ເບິ່ງ ບົດ​ທີ 13.)

ໃນ​ຖາ​ນະ​ຄູ່​ສອນ, ໃຫ້​ໃຊ້​ແຜນ​ພາບ “ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊອກ​ຫາ” ໃນ ບົດ​ທີ 9 ເພື່ອ​ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊອກ​ຫາ​ປະ​ຈຳ​ອາ​ທິດ ແລະ ປະ​ຈຳ​ວັນ​ຂອງ​ທ່ານ. ຮັບ​ຮູ້​ສິ່ງ​ທີ່​ທ່ານ​ກຳ​ລັງ​ເຮັດ​ໄດ້​ດີ, ແລະ ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ປັບ​ປຸງ.

ຕະ​ຫລອດ​ທັງ​ວັນ, ໃຫ້​ຢຸດ​ຊົ່ວ​ຄາວ​ສອງ​ສາມ​ນາ​ທີ​ເພື່ອ​ຮັບ​ຮູ້​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ວຽກ​ງານ​ຂອງ​ທ່ານ.

ພິມ