ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 7: ຮຽນ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ທ່ານ


“ບົດ​ທີ 7: ຮຽນ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ທ່ານ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 7,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຮູບ​ພາບ
ໜ່ວຍ​ໂລກ ແລະ ທຸງ

ບົດ​ທີ 7

ຮຽນ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ທ່ານ

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

  • ເຮົາ​ຈະ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຊ່ວຍ​ໃຫ້​ເຮົາ​ຮຽນ​ພາ​ສາ​ໃໝ່​ໄດ້​ແນວ​ໃດ?

  • ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ສືບ​ຕໍ່​ພັດ​ທະ​ນາ​ຄວາມ​ສາ​ມາດ​ທາງ​ພາ​ສາ​ຢ່າງ​ຕໍ່​ເນື່ອງ?

  • ເຮົາ​ຈະ​ປັບ​ປຸງ​ຄວາມ​ສາ​ມາດ​ຂອງ​ເຮົາ​ໃນ​ການ​ເວົ້າ ແລະ ສິດ​ສອນ​ໃນ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ເຮົາ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ການ​ເວົ້າ​ພາ​ສາ​ແນວ​ໃດ?

ກະ​ກຽມ​ຕົວ​ທ່ານ​ເອງ​ທາງ​ວິນ​ຍານ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ, “ທຸກ​ຄົນ​ຈະ​ໄດ້​ຍິນ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ໃນ​ຄຳ​ວາ​ຈາ​ຂອງ​ເຂົາ​ເອງ, ໃນ​ພາ​ສາ​ຂອງ​ເຂົາ​ເອງ, ຜ່ານ​ຜູ້​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ສູ່​ອຳ​ນາດ​ນີ້” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:11).

ລາຍ​ການ​ຢູ່​ຂ້າງ​ລຸ່ມ​ຄື​ວິ​ທີ​ທີ່​ທ່ານ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ທ່ານ​ສິດ​ສອນ ແລະ ເປັນ​ພະ​ຍານ​ໃນ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ທ່ານ:

  • ເຊື່ອ​ວ່າ​ທ່ານ​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ​ໂດຍ​ສາດ​ສະ​ດາ.

  • ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ​ຜ່ານ​ທາງ​ການ​ອະ​ທິ​ຖານ​ທີ່​ຈິງ​ໃຈ.

  • ເຮັດ​ວຽກ​ຢ່າງ​ພາກ​ພຽນ​ໂດຍ​ການ​ສຶກ​ສາ, ການ​ຝຶກ​ຫັດ, ແລະ ການ​ໃຊ້​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ທ່ານ​ໃນ​ແຕ່​ລະ​ວັນ.

  • ມີ​ຄ່າ​ຄວນ​ພໍ​ທີ່​ຈະ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຂອງ​ຜູ້​ສອນ​ສາດ​ສະ​ໜາ.

  • ຊຳ​ລະ​ແຮງ​ຈູງ​ໃຈ​ໂດຍ​ການ​ຮັກ​ພຣະ​ເຈົ້າ ແລະ ໂດຍ​ການ​ຮັກ​ລູກໆ​ຂອງ​ພຣະ​ອົງ ແລະ ປາດ​ຖະ​ໜາ​ທີ່​ຈະ​ອວຍ​ພອນ​ເຂົາ​ເຈົ້າ.

ອຸ​ທິດ​ຕົນ ແລະ ພາກ​ພຽນ

ການ​ຮຽນ​ຮູ້​ທີ່​ຈະ​ສິດ​ສອນ​ໃນ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ທ່ານ​ຢ່າງ​ມີ​ປະ​ສິດ​ທິ​ພາບ ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ. ຢ່າ​ແປກ​ໃຈ​ຖ້າ​ຫາກ​ເບິ່ງ​ຄື​ວ່າ​ຍາກ. ມັນ​ຕ້ອງ​ໃຊ້​ເວ​ລາ ມີ​ຄວາມ​ອົດ​ທົນ​ກັບ​ຕົວ​ທ່ານ​ເອງ. ເມື່ອ​ທ່ານ​ອຸ​ທິດ​ຕົວ​ທ່ານ​ເອງ​ໃນ​ການ​ຮຽນ​ພາ​ສາ, ທ່ານ​ຈະ​ໄດ້​ຮັບ​ທັກ​ສະ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ທ່ານ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ.

ທ່ານ​ບໍ່​ໄດ້​ຢູ່​ຄົນ​ດຽວ​ໃນ​ການ​ຮຽນ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ທ່ານ. ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຈະ​ຊ່ວຍ​ທ່ານ​ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພວກ​ພຣະ​ອົງ. ສະ​ແຫວງ​ຫາ ແລະ ເປີດ​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຄູ່​ສອນ​ຂອງ​ທ່ານ, ສະ​ມາ​ຊິກ, ຜູ້​ທີ່​ທ່ານ​ສິດ​ສອນ, ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນໆ, ແລະ ຜູ້​ຄົນ​ອື່ນໆ.

ຕັ້ງ​ໃຈ​ຟັງ ແລະ ເວົ້າ​ພາ​ສາ​ໃນ​ທຸກ​ໂອ​ກາດ. ຢ່າ​ຢ້ານ​ທີ່​ຈະ​ເຮັດ​ຄວາມ​ຜິດ. ທຸກ​ຄົນ​ທີ່​ຮຽນ​ພາ​ສາ​ໃໝ່​ຈະ​ເຮັດ​ຄວາມ​ຜິດ. ຜູ້​ຄົນ​ຈະ​ເຂົ້າ​ໃຈ, ແລະ ເຂົາ​ເຈົ້າ​ຈະ​ຊື່ນ​ຊົມ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ທີ່​ຈະ​ຮຽນ​ພາ​ສາ​ຂອງ​ເຂົາ​ເຈົ້າ.

ພັດ​ທະ​ນາ​ພາ​ສາ​ຂອງ​ທ່ານ​ຕໍ່​ໄປ ຈົນ​ກວ່າ​ຈະ​ສິ້ນ​ສຸດ​ການ​ເຜີຍ​ແຜ່​ຂອງ​ທ່ານ. ເມື່ອ​ຄວາມ​ສາ​ມາດ​ໃນ​ການ​ເວົ້າ​ພາ​ສາ​ຂອງ​ທ່ານ​ເຕີບ​ໂຕ​ຂຶ້ນ, ຜູ້​ຄົນ​ຈະ​ຟັງ​ສິ່ງ​ທີ່​ທ່ານ​ເວົ້າ​ຫລາຍ​ກວ່າ​ຟັງ​ວ່າ​ທ່ານ​ຈະ​ເວົ້າ​ແນວ​ໃດ. ທ່ານ​ຈະ​ກັງ​ວົນ​ໜ້ອຍ​ລົງ​ກ່ຽວ​ກັບ​ວິ​ທີ​ສື່​ສານ ແລະ ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ອື່ນ​ໄດ້​ດີ​ຂຶ້ນ.

ຮູບ​ພາບ
ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ

“ພວກ​ເຮົາ … ຫວັງ​ວ່າ​ຜູ້​ສອນ​ສາດ​ສະ​ໜາ​ທຸກ​ຄົນ​ທີ່​ຮຽນ​ຮູ້ … ພາ​ສາ​ໃໝ່​ຈະ​ຊ່ຽວ​ຊານ​ໃນ​ທຸກ​ວິ​ທີ​ທາງ​ທີ່​ເປັນ​ໄປ​ໄດ້. … ແລະ ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ທັກ​ສະ [ການ​ສິດ​ສອນ] ແລະ ການ​ເປັນ​ພະ​ຍານ​ຂອງ​ທ່ານ​ຈະ​ດີ​ຂຶ້ນ. ທ່ານ​ຈະ​ໄດ້​ຮັບ​ການ​ຕ້ອນ​ຮັບ​ທີ່​ດີ​ຂຶ້ນ ແລະ ປະ​ທັບ​ໃຈ​ທາງ​ວິນ​ຍານ​ຫລາຍ​ຂຶ້ນ​ສຳ​ລັບ [ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ]. …

“ຢ່າ​ພໍ​ໃຈ​ກັບ​ສິ່ງ​ທີ່​ເຮົາ​ເອີ້ນ​ວ່າ​ຄຳ​ສັບ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ເທົ່າ​ນັ້ນ. ຍືດ​ຂະ​ຫຍາຍ​ຕົວ​ເອງ​ໃນ​ເລື່ອງ​ພາ​ສາ, ແລ້ວ​ທ່ານ​ຈະ​ເຂົ້າ​ເຖິງ​ໃຈ​ຜູ້​ຄົນ​ໄດ້​ຫລາຍ​ຂຶ້ນ” (Jeffrey R. Holland, missionary satellite broadcast, Aug. 1998).

ສືບ​ຕໍ່​ທີ່​ຈະ​ໃຊ້​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ທ່ານ ຫລັງ​ຈາກ​ທ່ານ​ກັບ​ບ້ານ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້ລົງ​ທຶນ​ໃນ​ຕົວ​ທ່ານ​ຫລາຍ, ແລະ ພຣະ​ອົງ​ອາດ​ໃຊ້​ຄວາມ​ສາ​ມາດ​ຂອງ​ທ່ານ​ໃນ​ພາຍ​ຫລັງ​ໃນ​ຊີ​ວິດ​ຂອງ​ທ່ານ.

ຮຽນ​ພາ​ສາ​ອັງ​ກິດ

ຖ້າ​ຫາກ​ທ່ານ​ບໍ່​ເວົ້າ​ພາ​ສາ​ອັງ​ກິດ, ທ່ານ​ຄວນ​ສຶກ​ສາ​ມັນ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ. ສິ່ງ​ນີ້​ຈະ​ເປັນ​ພອນ​ໃຫ້​ແກ່​ທ່ານ​ລະ​ຫວ່າງ​ການ​ເຜີຍ​ແຜ່​ຂອງ​ທ່ານ ແລະ ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ. ການ​ຮຽນ​ພາ​ສາ​ອັງ​ກິດ​ຈະ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ທ່ານ​ເຊັ່ນ​ກັນ.

ສຳ​ລັບ​ຄວາມ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ​ໃນ​ການ​ຮຽນ​ພາ​ສາ​ອັງ​ກິດ, ໃຫ້​ເບິ່ງ EnglishConnect for Missionaries.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ຂຽນ​ໃສ່​ບັນ​ທຶກ

ຫລັກ​ທຳ​ຂອງ​ການ​ຮຽນ​ພາ​ສາ

ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ

ຕັ້ງ​ເປົ້າ​ໝາຍ​ເພື່ອ​ປັບ​ປຸງ​ຄວາມ​ສາ​ມາດ​ທາງ​ພາ​ສາ​ຂອງ​ທ່ານ, ແລະ ປັບ​ປ່ຽນ​ມັນ​ເປັນ​ປະ​ຈຳ. ສ້າງ​ແຜນ​ສຶກ​ສາ​ພາ​ສາ. ໃຊ້​ພາ​ສາ​ໃນ​ທຸກ​ໂອ​ກາດ.

ເຮັດ​ໃຫ້​ການ​ສຶກ​ສາ​ຂອງ​ທ່ານ​ມີ​ຄວາມ​ໝາຍ

ນຳ​ໃຊ້​ສິ່ງ​ທີ່​ທ່ານ​ສຶກ​ສາ​ກັບ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ​ຈິງ ແລະ ໃນ​ກິດ​ຈະ​ກຳ​ປະ​ຈຳ​ວັນ​ຂອງ​ທ່ານ. ສຸມ​ໃສ່​ພາ​ສາ​ທີ່​ຈະ​ຊ່ວຍ​ໃຫ້​ທ່ານ​ເວົ້າ​ສິ່ງ​ທີ່​ທ່ານ​ຢາກ​ເວົ້າ.

ສະ​ແຫວງ​ຫາ​ທີ່​ຈະ​ສື່​ສານ

ເວົ້າ​ພາ​ສາ​ກັບ​ຄູ່​ສອນ​ຂອງ​ທ່ານ​ໃຫ້​ຫລາຍ​ເທົ່າ​ທີ່​ເປັນ​ໄປ​ໄດ້. ໃຊ້​ທຸກ​ໂອ​ກາດ​ໃຫ້​ເປັນ​ປະ​ໂຫຍດ​ເພື່ອ​ຮຽນ​ຮູ້ ແລະ ຝຶກ​ຫັດ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ຂໍ​ໃຫ້​ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ ຫລື ຄົນ​ໃດ​ຄົນ​ໜຶ່ງ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ ເພື່ອ​ຊ່ວຍ​ທ່ານ​ໃນ​ເລື່ອງ​ພາ​ສາ. ບໍ່​ມີ​ການ​ທົດ​ແທນ​ສຳ​ລັບ​ການ​ເວົ້າ​ພາ​ສາ​ກັບ​ເຈົ້າ​ຂອງ​ພາ​ສາ​ຂອງ​ເຂົາ​ເຈົ້າ.

ຢ່າ​ປຽບ​ທຽບ

ຢ່າ​ປຽບ​ທຽບ​ທັກ​ສະ​ການ​ເວົ້າ​ພາ​ສາ​ຂອງ​ທ່ານ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນໆ. ການ​ປຽບ​ທຽບ​ກໍ່​ໃຫ້​ເກີດ​ຄວາມ​ທະ​ນົງ​ໃຈ ຫລື ຄວາມ​ທໍ້​ແທ້.

ຮຽນ​ຮູ້​ແນວ​ຄິດ​ໃໝ່​ຢ່າງ​ລະ​ອຽດ

ທົບ​ທວນ​ສິ່ງ​ທີ່​ທ່ານ​ໄດ້​ສຶກ​ສາ​ເປັນ​ປະ​ຈຳ, ແລະ ຝຶກ​ມັນ​ໃນ​ສະ​ຖາ​ນະ​ການ​ໃໝ່. ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຈື່​ຈຳ ແລະ ນຳ​ໃຊ້​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້.

ຮູບ​ພາບ
ຊາຍ​ຄົນ​ໜຶ່ງ​ກຳ​ລັງ​ຫລຽວ​ເບິ່ງ​ປຶ້ມ

ສ້າງ​ແຜນ​ການ​ສຶກ​ສາ​ພາ​ສາ

ແຜນ​ການ​ສຶກ​ສາ​ພາ​ສາ​ຊ່ວຍ​ທັງ​ຜູ້​ສອນ​ສາດ​ສະ​ໜາ​ໃໝ່ ແລະ ຜູ້​ສອນ​ສາດ​ສະ​ໜາ​ທີ່​ມີ​ປະ​ສົບ​ການ​ແລ້ວ ໃຫ້​ສຸມ​ໃສ່​ສິ່ງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໃນ​ແຕ່​ລະ​ວັນ ເພື່ອ​ປັບ​ປຸງ​ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ເວົ້າ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ. ແຜນ​ຂອງ​ທ່ານ​ຈະ​ລວມ​ທັງ​ສິ່ງ​ທີ່​ທ່ານ​ຈະ​ເຮັດ​ລະ​ຫວ່າງ​ເວ​ລາ​ການ​ສຶກ​ສາ​ພາ​ສາ​ຂອງ​ທ່ານ ແລະ ຕະ​ຫລອດ​ທັງ​ວັນ.

ຂັ້ນ​ຕອນ​ດັ່ງ​ຕໍ່​ໄປ​ນີ້​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສ້າງ​ແຜນ​ການ​ສຶກ​ສາ​ພາ​ສາ​ຂອງ​ທ່ານ ໂດຍ​ໃຊ້​ຂັ້ນ​ຕອນ​ການ​ຕັ້ງ​ເປົ້າ​ໝາຍ​ຈາກ ບົດ​ທີ 8. ປັບ​ຂັ້ນ​ຕອນ​ເຫລົ່າ​ນີ້​ຕາມ​ຄວາມ​ຕ້ອງ​ການ.

  1. ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ດ້ວຍ​ການ​ອະ​ທິ​ຖານ. ຕັ້ງ​ເປົ້າ​ໝາຍ​ປະ​ຈຳ​ອາ​ທິດ ແລະ ປະ​ຈຳ​ວັນ​ເພື່ອ​ປັບ​ປຸງ​ຄວາມ​ສາ​ມາດ​ທົ່ວ​ໄປ​ຂອງ​ທ່ານ ໃນ​ການ​ສື່​ສານ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ. ລວມ​ສິ່ງ​ທີ່​ທ່ານ​ຕ້ອງ​ການ​ຈົດ​ຈຳ, ດັ່ງ​ເຊັ່ນ​ຄຳ​ສັບ, ວະ​ລີ, ພຣະ​ຄຳ​ພີ, ແລະ ຂໍ້​ຄວາມ​ຕ່າງໆ.

  2. ບັນ​ທຶກ ແລະ ກຳ​ນົດ​ເວ​ລາ. ຕັດ​ສິນ​ໃຈ​ເລືອກ​ເຄື່ອງ​ມື​ພາ​ສາ​ທີ່​ຈະ​ຊ່ວຍ​ໃຫ້​ທ່ານ​ບັນ​ລຸ​ເປົ້າ​ໝາຍ. ເຄື່ອງ​ມື​ພາ​ສາ​ສາ​ມາດ​ລວມ​ທັງ​ພຣະ​ຄຳ​ພີ, ວັດ​ຈະ​ນາ​ນຸ​ກົມ, ປຶ້ມ​ໄວ​ຍະ​ກອນ, ແອັບ the TALL Embark, ແລະ ອື່ນໆ. ກຳ​ນົດ​ເວ​ລາ​ທີ່​ທ່ານ​ຈະ​ສຶກ​ສາ ແລະ ໃຊ້​ພາ​ສາ​ຢ່າງ​ເປັນ​ທາງ​ການ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ກຳ​ນົດ​ເວ​ລາ​ອ່ານ​ອອກ​ສຽງ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ ເປັນ​ເວ​ລາ 15 ນາ​ທີ ໃນ​ແຕ່​ລະ​ວັນ ໃນ​ລະ​ຫວ່າງ​ກິນ​ເຂົ້າ​ທ່ຽງ.

  3. ກະ​ທຳ​ຕາມ​ແຜນ​ຂອງ​ທ່ານ. ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ຄວາມ​ພະ​ຍາ​ຍາມ, ສະ​ນັ້ນ​ຈົ່ງ​ເຮັດ​ວຽກ​ຢ່າງ​ພາກ​ພຽນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ທ່ານ. ປົກ​ປ້ອງ​ເວ​ລາ​ສຶກ​ສາ​ພາ​ສາ​ຂອງ​ທ່ານ ແລະ ຈັດ​ຕາ​ຕະ​ລາງ​ໃໝ່​ສຳ​ລັບ​ການ​ສຶກ​ສາ​ພາຍ​ຫລັງ​ຖ້າ​ຫາກ​ຕ້ອງ​ໄດ້​ເຮັດ​ສິ່ງ​ອື່ນ​ກ່ອນ.

  4. ທົບ​ທວນ ແລະ ຕິດ​ຕາມ​ຜົນ. ທົບ​ທວນ​ແຜນ​ການ​ສຶກ​ສາ​ຂອງ​ທ່ານ​ເລື້ອຍໆ​ເພື່ອ​ປະ​ເມີນ​ວ່າ ມັນ​ໄດ້​ຜົນ​ດີ​ພຽງ​ໃດ. ເຊື້ອ​ເຊີນ​ຄູ່​ສອນ​ຂອງ​ທ່ານ, ຜູ້​ນຳ​ເຜີຍ​ແຜ່, ສະ​ມາ​ຊິກ, ແລະ ຄົນ​ອື່ນໆ​ຢູ່​ໃນ​ເຂດ​ຂອງ​ທ່ານ ໃຫ້​ແນະ​ນຳ​ວິ​ທີ​ທີ່​ທ່ານ​ສາ​ມາດ​ປັບ​ປຸງ. ເຂົ້າ​ຮ່ວມ​ໃນ​ການ​ປະ​ເມີນ​ພາ​ສາ​ຕາມ​ກຳ​ນົດ​ເວ​ລາ​ເປັນ​ປະ​ຈຳ ເພື່ອ​ຈັດ​ແຜນ​ພາບ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ ແລະ ລະ​ບຸ​ວິ​ທີ​ການ​ປັບ​ປຸງ.

ສ້າງ​ຄວາມ​ສົມ​ດຸນ​ລະ​ຫວ່າງ​ການ​ສຶກ​ສາ​ພາ​ສາ​ຂອງ​ທ່ານ​ກັບ​ເປົ້າ​ໝາຍ​ໄລ​ຍະ​ຍາວ​ສຳ​ລັບ​ການ​ສ້າງ​ພື້ນ​ຖານ​ພາ​ສາ​ກັບ​ເປົ້າ​ໝາຍ​ໄລ​ຍະ​ສັ້ນ​ສຳ​ລັບ​ກິດ​ຈະ​ກຳ​ສະ​ເພາະ ແລະ ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ.

ໃນ​ຊ່ວງ​ເວ​ລາ​ການ​ສຶກ​ສາ​ພາ​ສາ​ເປັນ​ທາງ​ການ​ຂອງ​ທ່ານ, ໃຫ້​ສ້າງ​ຄວາມ​ສົມ​ດຸນ​ລະ​ຫວ່າງ​ເປົ້າ​ໝາຍ ແລະ ແຜນ​ຂອງ​ທ່ານ ໃນ​ດ້ານ​ພື້ນ​ຖານ​ຂອງ​ພາ​ສາ​ທີ່​ສະ​ແດງ​ຢູ່​ຂ້າງ​ລຸ່ມ. ຕັດ​ສິນ​ໃຈ​ວ່າ​ທ່ານ​ຈະ​ຮຽນ​ຮູ້​ຫຍັງ​ແດ່​ຕະ​ຫລອດ​ທັງ​ວັນ.

ທັກ​ສະ​ການ​ຟັງ

ທັກ​ສະ​ການ​ອ່ານ

ໄວ​ຍະ​ກອນ

ທັກ​ສະ​ການ​ເວົ້າ

ທັກ​ສະ​ການ​ຂຽນ

ຄຳ​ສັບ

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ໃຊ້​ເວ​ລາ​ໃນ​ແຕ່​ລະ​ອາ​ທິດ​ເພື່ອ​ປະ​ເມີນ​ການ​ສຶກ​ສາ​ພາ​ສາ​ຂອງ​ທ່ານ ໂດຍ​ການ​ຖາມ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

  • ຂ້ອຍ​ສຶກ​ສາ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ຂ້ອຍ​ທຸກວັນ​ໃນ​ອາ​ທິດ​ນີ້​ຫລື​ບໍ່? ຂ້ອຍ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ປັບ​ປຸງ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ຂ້ອຍ​ຢ່າງ​ສະ​ໝ່ຳ​ສະ​ເໝີ?

  • ແຜນ​ຂອງ​ຂ້ອຍ​ຊ່ວຍ​ຂ້ອຍ​ຊອກ​ຫາ, ສິດ​ສອນ, ແລະ ເຮັດ​ວຽກ​ກັບ​ສະ​ມາ​ຊິກ​ໄດ້​ດີ​ຂຶ້ນ​ບໍ? ຂ້ອຍ​ຕ້ອງ​ໄດ້​ປັບ​ປ່ຽນ​ສິ່ງ​ໃດ​ແດ່​ໃນ​ແຜນ​ຂອງ​ຂ້ອຍ?

  • ຂ້ອຍ​ມັກ​ຫຍັງ​ຫລາຍ​ທີ່​ສຸດ​ໃນ​ການ​ສຶກ​ສາ​ພາ​ສາ​ຂອງ​ຂ້ອຍ? ຂ້ອຍ​ສາ​ມາດ​ເຮັດ​ຫຍັງ​ເພື່ອ​ຊື່ນ​ຊົມ​ກັບ​ມັນ​ຫລາຍ​ຂຶ້ນ?

  • ຂ້ອຍ​ຄວນ​ໃຊ້​ເວ​ລາ​ຫລາຍ​ປານ​ໃດເພື່ອ​ຝຶກ​ການ​ຟັງ, ການ​ອ່ານ, ການ​ຂຽນ, ແລະ ການ​ເວົ້າ? ຂ້ອຍ​ຈະ​ສາ​ມາດ​ຮຽນ​ຮູ້​ຄຳ​ສັບ, ໄວ​ຍະ​ກອນ, ແລະ ການ​ອອກ​ສຽງ​ໄດ້​ດີ​ຂຶ້ນ​ແນວ​ໃດ?

  • ກິດ​ຈະ​ກຳ ແລະ ແຫລ່ງ​ຂໍ້​ມູນ​ອັນ​ໃດ​ແດ່​ທີ່​ຂ້ອຍ​ກຳ​ລັງ​ໃຊ້​ເພື່ອ​ສຶກ​ສາ​ພາ​ສາ​ຂອງ​ຂ້ອຍ? ອັນ​ໃດ​ທີ່​ຊ່ວຍ​ຂ້ອຍ​ໄດ້​ຫລາຍ​ທີ່​ສຸດ? ມີ​ແຫລ່ງ​ຂໍ້​ມູນ ຫລື ກິດ​ຈະ​ກຳ​ອັນ​ໃດ​ແດ່​ທີ່​ອາດ​ຈະ​ເປັນ​ປະ​ໂຫຍດ?

  • ອັນ​ໃດ​ຕ້ອງ​ການ​ຄວາມ​ສົນ​ໃຈ​ຫລາຍ?

ຫລັງ​ຈາກ​ຕອບ​ຄຳ​ຖາມ​ເຫລົ່າ​ນີ້, ໃຫ້​ປັບ​ແຜນ​ການ​ສຶກ​ສາ​ຂອງ​ທ່ານ ແລະ ເບິ່ງ​ວ່າ​ມັນ​ປັບ​ປຸງ​ຜົນ​ການ​ຮຽນ​ຂອງ​ທ່ານ​ຫລື​ບໍ່. ພຣະ​ວິນ​ຍານ​ຈະ​ນຳ​ພາ​ທ່ານ ເມື່ອ​ທ່ານ​ສືບ​ຕໍ່​ສະ​ແຫວງ​ຫາ​ທີ່​ຈະ​ປັບ​ປຸງ​ການ​ສຶກ​ສາ​ພາ​ສາ​ຂອງ​ທ່ານ.

ຮຽນ​ກັບ​ຄູ່​ສອນ​ຂອງ​ທ່ານ

ຊ່ວຍ​ຄູ່​ສອນ​ຂອງ​ທ່ານ​ປະ​ສົບ​ຄວາມ​ສຳ​ເລັດ ແລະ ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ໃນ​ການ​ຮຽນ​ຮູ້​ພາ​ສາ​ການ​ເຜີຍ​ແຜ່ ຫລື ໃນ​ການ​ຮຽນ​ພາ​ສາ​ອັງ​ກິດ. ຍ້ອງ​ຍໍ​ຄູ່​ສອນ​ຂອງ​ທ່ານ ແລະ ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນໆ​ຢ່າງ​ຈິງ​ໃຈ ແລະ ເລື້ອຍໆ ກ່ຽວ​ກັບ​ຄວາມ​ກ້າວ​ໜ້າ​ຂອງ​ເຂົາ​ເຈົ້າ.

ໃຫ້​ຄຳ​ຄິດ​ເຫັນ​ທີ່​ລຽບ​ງ່າຍ ແລະ ແທ້​ຈິງ​ດ້ວຍ​ຄວາມ​ເມດ​ຕາ. ໃຫ້​ໂອ​ກາດ​ເຂົາ​ເຈົ້າ​ຢ່າງ​ຫລວງ​ຫລາຍ​ເພື່ອ​ສິດ​ສອນ ແລະ ເປັນ​ພະ​ຍານ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ. ສັງ​ເກດ​ວິ​ທີ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ທີ່​ມີ​ປະ​ສົບ​ການ​ຫລາຍ​ກວ່າ​ຊ່ວຍ​ຄູ່​ສອນ​ຂອງ​ລາວ ໃນ​ເລື່ອງ​ຈິງ​ດັ່ງ​ຕໍ່​ໄປ​ນີ້.

ຂ້ອຍ​ຫາ​ກໍ​ມາ​ຮອດ​ເຂດ​ທີ​ສອງ ເມື່ອ​ຄູ່​ສອນ​ຂອງ​ຂ້ອຍ​ບອກ​ຂ້ອຍ​ວ່າ ມັນ​ແມ່ນ​ເວ​ລາ​ຂອງ​ຂ້ອຍ​ທີ່​ຈະ​ໃຫ້​ຂໍ້​ຄິດ​ທາງ​ວິນ​ຍານ​ໃນ​ເວ​ລາ​ນັດ​ກິນ​ເຂົ້າ. ຄູ່​ສອນ​ຄົນ​ທຳ​ອິດ​ຂອງ​ຂ້ອຍ​ມີ​ຄວາມ​ສຸກ​ສະ​ເໝີ​ທີ່​ໄດ້​ສິດ​ສອນ, ແລະ ຂ້ອຍ​ກໍ​ເຄີຍ​ຊິນ​ກັບ​ການ​ໃຫ້​ບົດ​ຮຽນ​ສ່ວນ​ນ້ອຍໆ​ຂອງ​ຂ້ອຍ ແລະ ແລ້ວ​ຟັງ.

ຂ້ອຍ​ໄດ້​ພະ​ຍາ​ຍາມ​ຊັກ​ຊວນ​ຄູ່​ສອນ​ຂອງ​ຂ້ອຍ​ວ່າ ລາວ​ຄວນ​ໃຫ້​ຂໍ້​ຄິດ​ທາງ​ວິນ​ຍານ, ແຕ່​ລາວ​ໄດ້​ຊຸກ​ຍູ້​ໃຫ້​ຂ້ອຍ​ເຮັດ​ວຽກ​ງານ​ມອບ​ໝາຍ. ຂ້ອຍ​ໄດ້​ຝຶກ​ຫັດ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ລາວ.

ເມື່ອ​ເວ​ລາ​ມາ​ເຖິງ, ຂ້ອຍ​ໄດ້​ເປີດ​ພຣະ​ຄຳ​ພີ​ຂອງ​ຂ້ອຍ ແລະ ອ່ານ​ຈາກ 3 ນີ​ໄຟ 5 ແລະ 7. ຂ້ອຍ​ໄດ້​ມີ​ບັນ​ຫາ ແຕ່​ສາ​ມາດ​ອະ​ທິ​ບາຍ​ໄດ້​ວ່າ ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຮູ້​ສຶກ​ວ່າ​ຂໍ້​ພຣະ​ຄຳ​ພີ​ທີ່​ຂ້ອຍ​ເລືອກ​ມີ​ຄວາມ​ສຳ​ຄັນ ແລະ ຂ້ອຍ​ຮູ້​ສຶກ​ໂລ່ງ​ໃຈ​ເມື່ອ​ເຮັດ​ສຳ​ເລັດ. ເມື່ອ​ມີ​ຄົນ​ຖາມ, ຂ້ອຍ​ຫລຽວ​ເບິ່ງ​ຄູ່​ສອນ​ຂອງ​ຂ້ອຍ​ເພື່ອ​ຄຳ​ຕອບ, ແຕ່​ລາວ​ບໍ່​ເປີດ​ປາກ. ນັ້ນ​ແມ່ນ​ເວ​ລາ​ທີ່​ຂ້ອຍ​ປະ​ຫລາດ​ໃຈ​ກັບ​ຄຳ​ຕອບ​ໃນ​ພາ​ສາ​ຝຣັ່ງ​ທີ່​ເຂົ້າ​ໃຈ​ໄດ້. ຂ້ອຍ​ຍິ່ງ​ປະ​ຫລາດ​ໃຈ​ຫລາຍ​ຂຶ້ນ​ທີ່​ສະ​ມາ​ຊິກ​ເບິ່ງ​ຄື​ວ່າ​ບໍ່​ຮູ້​ສຶກ​ວ່າ ຂ້ອຍ​ບໍ່​ໝັ້ນ​ໃຈ​ໃນ​ທັກ​ສະ​ພາ​ສາ​ການ​ສື່​ສານ​ຂອງ​ຂ້ອຍ. ຂ້ອຍ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ ແລະ ຮັບ​ຮູ້​ວ່າ​ພາ​ສາ​ຝຣັ່ງ​ຂອງ​ຂ້ອຍ​ດີ​ກວ່າ​ທີ່​ຂ້ອຍ​ຄິດ.

ຫລາຍ​ອາ​ທິດ​ໄດ້​ຜ່ານ​ໄປ, ແລະ ຄູ່​ສອນ​ຂອງ​ຂ້ອຍ​ສືບ​ຕໍ່​ໃຫ້​ຂ້ອຍ​ສິດ​ສອນ—ແມ່ນ​ແຕ່​ຕອນ​ທີ່​ຂ້ອຍ​ບໍ່​ຄິດ​ວ່າ​ຂ້ອຍ​ສາ​ມາດ​ເຮັດ​ໄດ້ ແລະ ເຖິງ​ແມ່ນ​ວ່າ​ລາວ​ອາດ​ສົງ​ໄສ​ວ່າ​ຂ້ອຍ​ຈະ​ສາ​ມາດ​ເຮັດ​ໄດ້​ຫລື​ບໍ່. ຂ້ອຍ​ຮູ້​ສຶກວ່າ​ຂ້ອຍ​ກາຍ​ເປັນ​ເຄື່ອງ​ມື​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ ແທນ​ທີ່​ຈະ​ເປັນ​ພຽງ​ແຕ່​ຄູ່​ສອນ​ທີ່​ມິດ​ງຽບ​ເທົ່າ​ນັ້ນ.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ເຮັດ​ວຽກ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນໆ ເພື່ອ​ຊ່ວຍ​ທ່ານ​ຮຽນ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ທ່ານ.

  • ຖ້າ​ຫາກ​ທ່ານ​ກຳ​ລັງ​ເຮັດ​ວຽກ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ໃໝ່, ທ່ານ​ຈະ​ຊ່ວຍ​ໃຫ້​ຄູ່​ສອນ​ຂອງ​ທ່ານ​ຮຽນ​ພາ​ສາ​ອັງ​ກິດ​ໄດ້​ດີ​ຂຶ້ນ​ໄດ້​ແນວ​ໃດ?

  • ຖ້າ​ຫາກ​ທ່ານ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໃໝ່, ທ່ານ​ຈະ​ຂໍ​ຄວາມ​ຊ່ວຍ​ເຫລືອ​ແບບ​ໃດ​ຈາກ​ຄູ່​ສອນ​ຂອງ​ທ່ານ?

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ຜູ້​ຍິງ

ວັດ​ທະ​ນະ​ທຳ ແລະ ການ​ຮຽນ​ພາ​ສາ

ວັດ​ທະ​ນະ​ທຳ ແລະ ພາ​ສາ​ມີ​ຄວາມ​ກ່ຽວ​ຂ້ອງ​ຢ່າງ​ໃກ້​ຊິດ. ການ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ​ຂອງ​ຜູ້​ຄົນ​ຈະ​ຊ່ວຍ​ອະ​ທິ​ບາຍ​ວິ​ທີ​ພາ​ສາ​ຖືກ​ໃຊ້. ຄວາມ​ເຂົ້າ​ໃຈ​ນີ້​ຍັງ​ຈະ​ຊ່ວຍ​ໃຫ້​ທ່ານ​ສື່​ສານ​ລັກ​ສະ​ນະ​ພິ​ເສດ​ຂອງ​ຂ່າວ​ສານ​ແຫ່ງ​ການ​ຟື້ນ​ຟູ ໃນ​ທາງ​ທີ່​ຈະ​ແຈ່ມ​ແຈ້ງ​ຕໍ່​ຜູ້​ຄົນ.

ໜຶ່ງ​ໃນ​ສິ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ແລະ ຄວາມ​ຮັກ​ຈາກ​ຜູ້​ຄົນ ຄື​ການ​ເຄົາ​ລົບ ແລະ ຍອມ​ຮັບ​ວັດ​ທະ​ນະ​ທຳ​ຂອງ​ເຂົາ​ເຈົ້າ​ດ້ວຍ​ວິ​ທີ​ທີ່​ເໝາະ​ສົມ. ຜູ້​ສອນ​ສາດ​ສະ​ໜາ​ທີ່​ຍິ່ງ​ໃຫຍ່​ຫລາຍ​ຄົນ​ໄດ້​ເຮັດ​ສິ່ງ​ນີ້ (ເບິ່ງ 1 ໂກ​ຣິນ​ໂທ 9:20–23).

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ໃຊ້​ແນວ​ຄິດ​ຢູ່​ຂ້າງ​ລຸ່ມ​ເພື່ອ​ຊ່ວຍ​ທ່ານ​ກຽມ​ສິດ​ສອນ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ.

  • ຄິດ​ກ່ຽວ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ ແລະ ສາດ​ສະ​ໜາ​ຂອງ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ. ລະ​ບຸ​ດ້ານ​ໃດ​ດ້ານ​ໜຶ່ງ​ຂອງ​ພື້ນ​ຖານ​ຂອງ​ເຂົາ​ເຈົ້າ​ທີ່​ອາດ​ເຮັດ​ໃຫ້​ມັນ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ. ວາງ​ແຜນ​ວິ​ທີ​ການ​ສິດ​ສອນ​ຫລັກ​ທຳ​ນີ້​ຢ່າງ​ແຈ່ມ​ແຈ້ງ.

ຂອງ​ປະ​ທານ​ແຫ່ງ​ການ​ເວົ້າ​ພາ​ສາ

ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ມີ​ແທ້​ຈິງ. ຂອງ​ປະ​ທານ​ແຫ່ງ​ການ​ເວົ້າ​ພາ​ສາ ແລະ ການ​ແປ​ຄວາມ​ໝາຍ​ພາ​ສາ​ມີ​ການ​ສະ​ແດງ​ອອກ​ຫລາຍ. ບາງ​ຢ່າງ​ເຫລົ່າ​ນີ້​ແມ່ນ​ການ​ເວົ້າ, ຄວາມ​ເຂົ້າ​ໃຈ, ແລະ ການ​ແປ​ຄວາມ​ໝາຍ. ທຸກ​ວັນ​ນີ້​ຂອງ​ປະ​ທານ​ແຫ່ງ​ການ​ເວົ້າ​ພາ​ສາ​ມັກ​ສະ​ແດງ​ໃຫ້​ປະ​ຈັກ​ໃນ​ການ​ຮຽນ​ຮູ້ ແລະ ການ​ສຶກ​ສາ​ເພື່ອ​ຊ່ວຍ​ຜູ້​ສອນ​ສາດ​ສະ​ໜາ​ຮຽນ​ພາ​ສາ​ໃນ​ການ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄວາມ​ຈິງ​ຂອງ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ ເຖິງ​ແມ່ນ​ວ່າ​ຈະ​ມີ​ອຸ​ປະ​ສັກ​ດ້ານ​ພາ​ສາ​ລະ​ຫວ່າງ​ທ່ານ​ກັບ​ຜູ້​ທີ່​ທ່ານ​ສິດ​ສອນ. ເຊັ່ນ​ດຽວ​ກັນ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ນຳ​ຖ້ອຍ​ຄຳ ແລະ ວະ​ລີ​ມາ​ສູ່​ຄວາມ​ຊົງ​ຈຳ​ຂອງ​ທ່ານ ແລະ ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ສິ່ງ​ທີ່​ຜູ້​ຄົນ​ເວົ້າ​ອອກ​ມາ​ຈາກ​ໃຈ​ຂອງ​ເຂົາ​ເຈົ້າ.

ສ່ວນ​ຫລາຍ​ແລ້ວ, ທ່ານ​ຈະ​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ເຫລົ່າ​ນີ້ ໂດຍ​ປາດ​ສະ​ຈາກ​ຄວາມ​ພະ​ຍາ​ຍາມ. ທ່ານ​ຕ້ອງ​ສະ​ແຫວງ​ຫາ​ມັນ​ຢ່າງ​ແຂງ​ຂັນ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:8–9, 26). ສ່ວນ​ໜຶ່ງ​ຂອງ​ການ​ສະ​ແຫວງ​ຫາ​ຂອງ​ປະ​ທານ​ແຫ່ງ​ການ​ເວົ້າ​ພາ​ສາ​ຄື​ການ​ອອກ​ແຮງ ແລະ ເຮັດ​ທຸກ​ສິ່ງ​ທີ່​ທ່ານ​ສາ​ມາດ ເພື່ອ​ຮຽນ​ຮູ້​ພາ​ສາ. ຈົ່ງ​ອົດ​ທົນ​ຂະ​ນະ​ທີ່​ທ່ານ​ສຶກ​ສາ ແລະ ຝຶກ​ຫັດ​ພາ​ສາ​ດ້ວຍ​ການ​ອະ​ທິ​ຖານ. ໄວ້​ວາງ​ໃຈ​ວ່າ​ພຣະ​ວິນ​ຍານ​ຈະ​ຊ່ວຍ​ທ່ານ ຂະ​ນະ​ທີ່​ທ່ານ​ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ. ມີ​ສັດ​ທາ​ວ່າ​ທ່ານ​ສາ​ມາດ​ມີ​ຂອງ​ປະ​ທານ​ໃນ​ການ​ເວົ້າ​ພາ​ສາ​ເພື່ອ​ຊ່ວຍ​ທ່ານ ແລະ ຄົນ​ທີ່​ທ່ານ​ສິດ​ສອນ.

ເມື່ອ​ທ່ານ​ດີ້ນ​ລົນ​ກັບ​ການ​ສະ​ແດງ​ຕົວ​ເອງ​ໃຫ້​ຊັດ​ເຈນ​ຕາມ​ທີ່​ທ່ານ​ຕ້ອງ​ການ, ຈົ່ງ​ຈື່​ຈຳ​ວ່າ​ພຣະ​ວິນ​ຍານ​ສາ​ມາດ​ເວົ້າ​ກັບ​ໃຈ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ. ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ສິດ​ສອນ​ວ່າ:

“ມີ​ພາ​ສາ​ດຽວ … ທີ່​ໃຊ້​ນຳ​ກັນ​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ແຕ່​ລະ​ຄົນ—ພາ​ສາ​ຂອງ​ພຣະ​ວິນ​ຍານ. ບໍ່​ສາ​ມາດ​ຮຽນ​ຈາກ​ປຶ້ມ​ແບບ​ຮຽນ​ທີ່​ຂຽນ​ໂດຍ​ມະ​ນຸດ​ທີ່​ເປັນ​ນັກ​ຂຽນ, ທັງ​ມັນ​ບໍ່​ໄດ້​ມາ​ຈາກ​ການ​ອ່ານ ແລະ ການ​ທ່ອງ​ຈຳ. ພາ​ສາ​ຂອງ​ພຣະ​ວິນ​ຍານ​ມາ​ສູ່​ຜູ້​ທີ່​ສະ​ແຫວງ​ຫາ​ດ້ວຍ​ສຸດ​ໃຈ​ຂອງ​ເຂົາ​ເຈົ້າ ທີ່​ຈະ​ຮູ້​ຈັກ​ພຣະ​ເຈົ້າ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ. ຄວາມ​ສາ​ມາດ​ໃນ​ພາ​ສາ​ນີ້​ອະ​ນຸ​ຍາດ​ໃຫ້​ບຸກ​ຄົນ​ຜ່ານ​ຜ່າ​ສິ່ງ​ກີດ​ຂວາງ, ເອົາ​ຊະ​ນະ​ອຸ​ປະ​ສັກ, ແລະ ສຳ​ຜັດ​ໃຈ​ຂອງ​ມະ​ນຸດ ” (“The Spirit Giveth Life,” Ensign, June 1997, 2).

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ໃຊ້​ຂໍ້​ຄວາມ​ດັ່ງ​ຕໍ່​ໄປ​ນີ້​ເພື່ອ​ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ໃນ​ການ​ສະ​ແຫວງ​ຫາ​ຂອງ​ປະ​ທານ​ແຫ່ງ​ການ​ເວົ້າ​ພາ​ສາ. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ ແລະ ເປົ້າ​ໝາຍ​ເພື່ອ​ຊ່ວຍ​ໃຫ້​ທ່ານ​ປັບ​ປຸງ​ການ​ຮຽນ​ພາ​ສາ​ຂອງ​ທ່ານ.

  • ຂ້ອຍ​ເຊື່ອ​ວ່າ​ຂ້ອຍ​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ, ຜ່ານ​ທາງ​ສາດ​ສະ​ດາ, ເພື່ອ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃນ​ພາ​ສາ​ໃໝ່. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:11)

  • ຄວາມ​ຮັກ​ຂອງ​ຂ້ອຍ​ທີ່​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ຕໍ່​ຜູ້​ທີ່​ຂ້ອຍ​ຮັບ​ໃຊ້ ເປັນ​ແຮງ​ຈູງ​ໃຈ​ຂ້ອຍ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:9; 1 ໂກ​ຣິນ​ໂທ 14:12)

  • ຂ້ອຍ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ​ສຳ​ລັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ, ການ​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຂອງ​ການ​ເຜີຍ​ແຜ່, ​ແລະ ກັບ​ໃຈ​ທຸກ​ວັນ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:9, 33)

  • ຂ້ອຍ​ອະ​ທິ​ຖານ​ຕະ​ຫລອດ​ເວ​ລາ​ເພື່ອ​ຈະ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ການ​ເວົ້າ​ພາ​ສາ. (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:28, 30–32)

  • ຂ້ອຍ​ສຶກ​ສາ, ຝຶກ​ຫັດ, ແລະ ໃຊ້​ພາ​ສາ​ການ​ເຜີຍ​ແຜ່ ໃຫ້​ຫລາຍ​ເທົ່າ​ທີ່​ເປັນ​ໄປ​ໄດ້​ໃນ​ແຕ່​ລະ​ວັນ. (1 ໂກ​ຣິນ​ໂທ 12:31)


ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ການ​ນຳ​ໃຊ້

ການ​ສຶກ​ສາ​ສ່ວນ​ຕົວ

  • ທົບ​ທວນ​ແຫລ່ງ​ພາ​ສາ​ໃນ Missionary Portal. ລະ​ບຸ​ບາງ​ສິ່ງ​ທີ່​ທ່ານ​ຍັງ​ບໍ່​ໄດ້​ລອງ​ເທື່ອ, ແລະ ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ລອງ​ໃນ​ສອງ​ສາມ​ມື້​ຂ້າງ​ໜ້າ.

  • ໃນ​ສະ​ພາ​ທ້ອງ​ຖິ່ນ​ເທື່ອ​ຕໍ່​ໄປ, ຖາມ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ມີ​ປະ​ສົບ​ການ ພ້ອມ​ກັບ​ຄວາມ​ສາ​ມາດ​ທາງ​ພາ​ສາ​ວ່າ​ເຂົາ​ເຈົ້າ​ໄດ້​ເຮັດ​ສິ່ງ​ໃດ​ແດ່​ເພື່ອ​ຮຽນ​ຮູ້​ພາ​ສາ.

ການ​ສຶກ​ສາ​ກັບ​ຄູ່​ສອນ ແລະ ການ​ສັບ​ປ່ຽນ​ຄູ່​ສອນ

  • ຝຶກ​ສອນ​ບົດ​ຮຽນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ກັນ​ແລະ​ກັນ ໃນ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ທ່ານ. ທຳ​ອິດ, ຜູ້​ສອນ​ສາດ​ສະ​ໜາ​ໃໝ່​ອາດ​ສິດ​ສອນ​ຢ່າງ​ລຽບ​ງ່າຍ, ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ທີ່​ລຽບ​ງ່າຍ, ແລະ ກ່າວ​ທ່ອງ​ຈຳ​ຂໍ້​ພຣະ​ຄຳ​ພີ. ເມື່ອ​ຄວາມ​ໝັ້ນ​ໃຈ ແລະ ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ​ເພີ່ມ​ຂຶ້ນ, ເຂົາ​ເຈົ້າ​ຈະ​ສາ​ມາດ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມ​ທີ່​ໃນ​ການ​ສິດ​ສອນ.

  • ທົບ​ທວນ​ແນວ​ຄິດ​ໃນ​ບົດ​ຮຽນ​ນີ້ ແລະ ແຫລ່ງ​ຂໍ້​ມູນ​ພາ​ສາ​ໃນ Missionary Portal. ສົນ​ທະ​ນາ​ຄຳ​ແນະ​ນຳ​ທີ່​ທ່ານ​ຈະ​ໃຊ້​ໃນ​ການ​ສຶກ​ສາ​ກັບ​ຄູ່​ສອນ​ລະ​ຫວ່າງ​ອາ​ທິດ​ໜ້າ.

  • ຂໍ​ໃຫ້​ຄູ່​ສອນ​ຂອງ​ທ່ານ​ຟັງ​ການ​ອອກ​ສຽງ ແລະ ຊ່ວຍ​ທ່ານ​ປັບ​ປຸງ. ຂໍ​ໃຫ້​ລາວ​ສັງ​ເກດ​ສະ​ຖາ​ນະ​ການ​ໃນ​ເວ​ລາ​ທີ່​ທ່ານ​ບໍ່​ເຂົ້າ​ໃຈ. ຂຽນ​ລາຍ​ການ​ຄຳ​ສັບ, ວະ​ລີ, ຫລື ໄວ​ຍະ​ກອນ​ທີ່​ຈະ​ຊ່ວຍ​ໄດ້. ອະ​ທິ​ບາຍ ແລະ ຝຶກ​ຫັດ​ວິ​ທີ​ໃຊ້​ສິ່ງ​ທີ່​ຢູ່​ໃນ​ລາຍ​ການ ໃນ​ກິດ​ຈະ​ກຳ​ທີ່​ຈະ​ມາ​ເຖິງ.

  • ຝຶກ​ຫັດ​ການ​ຟັງ​ຢ່າງ​ຫ້າວ​ຫັນ. ວາງ​ແຜນ​ເວ​ລາ​ໃນ​ລະ​ຫວ່າງ​ວັນ​ເພື່ອ​ຟັງ​ຢ່າງ​ຫ້າວ​ຫັນ ເພື່ອ​ລະ​ບຸ​ຄຳ​ສັບ ແລະ ແບບ​ແຜນ​ທີ່​ທ່ານ​ໄດ້​ຮຽນ​ຮູ້. ເມື່ອ​ທ່ານ​ໄດ້​ຍິນ​ວະ​ລີ​ຖືກ​ກ່າວ​ໃນ​ວິ​ທີ​ແຕກ​ຕ່າງ​ຈາກ​ວິ​ທີ​ທີ່​ທ່ານ​ຈະ​ເວົ້າ, ໃຫ້​ຂຽນ​ມັນ​ລົງ​ໄວ້ ແລະ ຝຶກ​ມັນ.

  • ຂຽນ​ລາຍ​ການ​ສິ່ງ​ທີ່​ຜູ້​ຄົນ​ອາດ​ເວົ້າ​ໃນ​ມື້​ນັ້ນ. ວາງ​ແຜນ ແລະ ຝຶກ​ຫັດ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຕອບ.

ສະ​ພາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອະ​ນາ​ເຂດ, ແລະ ສະ​ພາ​ຜູ້​ນຳ​ເຂດ​ເຜີຍ​ແຜ່

  • ເຊື້ອ​ເຊີນ​ເຈົ້າ​ຂອງ​ພາ​ສາ​ມາ​ຮ່ວມ​ການ​ປະ​ຊຸມ​ເຫລົ່າ​ນີ້​ນຳ. ຈັດ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ສິດ​ສອນ​ເຂົາ​ເຈົ້າ​ໃນ​ກຸ່ມ​ນ້ອຍໆ. ຂໍ​ໃຫ້​ເຈົ້າ​ຂອງ​ພາ​ສາ​ຈົດ​ບັນ​ທຶກ ແລະ ໃຫ້​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ທາງ​ພາ​ສາ​ຂອງ​ຜູ້​ສອນ​ສາດ​ສະ​ໜາ.

  • ມອບ​ໝາຍ​ຜູ້​ສອນ​ສາດ​ສະ​ໜາ​ໜຶ່ງ ຫລື ສອງ​ຄົນ​ລ່ວງ​ໜ້າ ເພື່ອ​ບອກ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ທີ່​ເຂົາ​ເຈົ້າ​ມີ​ໃນ​ການ​ສຶກ​ສາ​ພາ​ສາ.

  • ມອບ​ໝາຍ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ມີ​ປະ​ສົບ​ການ​ຄົນ​ໜຶ່ງ​ໃຫ້​ສະ​ເໜີ​ບາງ​ສ່ວນ​ສັ້ນໆ ໃນ​ພາ​ສາ​ທີ່​ຕາມ​ປົກ​ກະ​ຕິ​ແລ້ວ ເປັນ​ເລື່ອງ​ຫຍຸ້ງ​ຍາກ​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ. ໃຫ້​ລາວ​ສະ​ເໜີ​ຕົວ​ຢ່າງ​ຂອງ​ການ​ໃຊ້​ພາ​ສາ​ທີ່​ດີ, ແລະ ໃຫ້​ຜູ້​ສອນ​ສາດ​ສະ​​ໜາ​ນຳ​ໄປ​ປະ​ຕິ​ບັດ.

  • ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ທີ່​ເປັນ​ເຈົ້າ​ຂອງ​ວັດ​ທະ​ນະ​ທຳ​ແບ່ງ​ປັນ​ຄວາມ​ຮູ້​ແຈ້ງ​ຂອງ​ເຂົາ​ເຈົ້າ.

ຜູ້​ນຳ​ເຜີຍ​ແຜ່ ແລະ ທີ່​ປຶກ​ສາ​ເຜີຍ​ແຜ່

  • ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ສຶກ​ສາ​ພາ​ສາ​ທຸກ​ວັນ​ຢ່າງ​ສະ​ໝ່ຳ​ສະ​ເໝີ.

  • ຊຸກ​ຍູ້​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ໃຊ້​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ​ໃຫ້​ຫລາຍ​ເທົ່າ​ທີ່​ເປັນ​ໄປ​ໄດ້.

  • ຈັດ​ກຽມ​ອົງ​ປະ​ກອບ​ຂອງ​ແຜນ​ການ​ສຶກ​ສາ​ພາ​ສາ​ການ​ເຜີຍ​ແຜ່​ໃນ​ຕາ​ຕະ​ລາງ​ການ​ສຶກ​ສາ​ທີ່​ເປັນ​ລະ​ບົບ. ທົບ​ທວນ​ສິ່ງ​ນີ້​ໃນ​ການ​ປະ​ຊຸມ​ສະ​ພາ​ທ້ອງ​ຖິ່ນ.

  • ຊອກ​ຫາ​ໂອ​ກາດ​ທີ່​ຈະ​ເວົ້າ​ລົມ​ກັບ​ຜູ້​ສອນ​ສາດ​ສະ​ໜາ ໃນ​ພາ​ສາ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້. ສຳ​ພາດ​ເຂົາ​ເຈົ້າ​ໃນ​ພາ​ສາ​ນີ້​ເປັນ​ໄລ​ຍະໆ.

  • ຂໍ​ແນວ​ຄິດ​ຈາກ​ຜູ້​ນຳ ແລະ ສະ​ມາ​ຊິກ​ໃນ​ທ້ອງ​ຖິ່ນ ວ່າ​ຜູ້​ສອນ​ສາດ​ສະ​ໜາ​ຈະ​ພັດ​ທະ​ນາ​ຄວາມ​ສາ​ມາດ​ທາງ​ພາ​ສາ​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ.

  • ໃຫ້​ຄຳ​ແນະ​ນຳ​ໃນ​ກອງ​ປະ​ຊຸມ​ອະ​ນາ​ເຂດ ຫລື ໃນ​ການ​ປະ​ຊຸມ​ຜູ້​ນຳ​ເຂດ​ເຜີຍ​ແຜ່​ກ່ຽວ​ກັບ​ຂໍ້​ຜິດ​ພາດ​ທີ່​ພົບ​ເຫັນ​ຫລາຍ​ທີ່​ສຸດ ໂດຍ​ຜູ້​ສອນ​ສາດ​ສະ​ໜາ​ຜູ້​ກຳ​ລັງ​ຮຽນ​ພາ​ສາ​ການ​ເຜີຍ​ແຜ່​ຂອງ​ທ່ານ.

  • ສິດ​ສອນ​ຜູ້​ສອນ​ສາດ​ສະ​ໜາ​ກ່ຽວ​ກັບ​ຂອງ​ປະ​ທານ​ທາງ​ວິນ​ຍານ.

  • ສັງ​ເກດ​ເບິ່ງ​ຜູ້​ສອນ​ສາດ​ສະ​​ໜາ​ໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ສິດ​ສອນ​ໃນ​ພາ​ສາ​ການ​ເຜີຍ​ແຜ່.

ພິມ