“ບົດທີ 11: ຊ່ວຍໃຫ້ຜູ້ຄົນເຮັດ ແລະ ຮັກສາຄຳໝັ້ນສັນຍາ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ (2023)
“ບົດທີ 11,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ
ບົດທີ 11
ຊ່ວຍໃຫ້ຜູ້ຄົນເຮັດ ແລະ ຮັກສາຄຳໝັ້ນສັນຍາ
ການກັບໃຈ, ຄຳໝັ້ນສັນຍາ, ແລະ ການປ່ຽນໃຈເຫລື້ອມໃສ
ໃນຖານະຜູ້ສອນສາດສະໜາ ແລະ ສານຸສິດຂອງພຣະເຢຊູຄຣິດ, ທ່ານປາດຖະໜາຄວາມລອດຂອງຈິດວິນຍານ (ເບິ່ງ ໂມໄຊຢາ 28:3). ພຣະຜູ້ຊ່ວຍໃຫ້ລອດເປັນ “ຜູ້ຊົງອານຸພາບເພື່ອຊ່ວຍໃຫ້ລອດ” ຂອງຜູ້ທີ່ຮັກສາພັນທະສັນຍາ ທີ່ເຂົາເຈົ້າໄດ້ເຮັດຜ່ານທາງການຮັບເອົາພິທີການຂອງຖານະປະໂລຫິດທີ່ຈຳເປັນ, ເລີ່ມຕົ້ນດ້ວຍການບັບຕິສະມາ (ເບິ່ງ 2 ນີໄຟ 31:19). ການສະເໜີຄຳເຊື້ອເຊີນ ແລະ ການຊ່ວຍໃຫ້ຜູ້ຄົນຮັກສາຄຳໝັ້ນສັນຍາຈະກຽມເຂົາເຈົ້າສຳລັບການບັບຕິສະມາ.
ຜູ້ຄົນໄດ້ຮັບຄວາມລອດໂດຍເງື່ອນໄຂຂອງການກັບໃຈ (ເບິ່ງ ຮີລາມັນ 5:11). ການກັບໃຈຄືການຫັນກັບມາຫາພຣະເຢຊູຄຣິດ. ຄຳໝັ້ນສັນຍາເປັນສ່ວນຈຳເປັນຂອງການກັບໃຈ. ເມື່ອທ່ານເຊື້ອເຊີນຜູ້ຄົນໃຫ້ເຮັດຄຳໝັ້ນສັນຍາ ຊຶ່ງເປັນພາກສ່ວນຂອງການສິດສອນຂອງທ່ານ, ທ່ານໄດ້ເຊື້ອເຊີນເຂົາເຈົ້າໃຫ້ກັບໃຈ.
ຄຳໝັ້ນສັນຍາໝາຍເຖິງການເລືອກແນວທາງປະຕິບັດ ແລະ ການປະຕິບັດຕາມການເລືອກນັ້ນ. ການປະຕິບັດຕາມຄວາມຈິງຂອງພຣະກິດຕິຄຸນຢ່າງສະໝ່ຳສະເໝີຈະນຳໄປສູ່ການປ່ຽນໃຈເຫລື້ອມໃສ.
ການປ່ຽນໃຈເຫລື້ອມໃສຄືການປ່ຽນແປງໃນຄວາມເຊື່ອ, ຫົວໃຈ, ແລະ ຊີວິດຂອງບຸກຄົນ ເພື່ອຍອມຮັບ ແລະ ປະຕິບັດຕາມພຣະປະສົງຂອງພຣະເຈົ້າ. ມັນເປັນການຕັດສິນໃຈຢ່າງມີສະຕິ ທີ່ຈະເປັນສານຸສິດຂອງພຣະຄຣິດ. ການປ່ຽນໃຈເຫລື້ອມໃສເກີດຂຶ້ນເມື່ອຜູ້ຄົນໃຊ້ສັດທາໃນພຣະເຢຊູ, ກັບໃຈຈາກບາບຂອງເຂົາເຈົ້າ, ຮັບບັບຕິສະມາ, ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ອົນທົນຈົນເຖິງທີ່ສຸດ. ພຣະຜູ້ເປັນເຈົ້າ ແລະ ສາດສະດາຂອງພຣະອົງອ້າງເຖິງການປ່ຽນແປງນີ້ວ່າເປັນການເກີດໃໝ່ທາງວິນຍານ (ເບິ່ງ ໂຢຮັນ 3:3–5; ໂມໄຊຢາ 27:25–26).
ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດເຮັດໃຫ້ການປ່ຽນໃຈເຫລື້ອມໃສເປັນໄປໄດ້, ແລະ ພຣະວິນຍານບໍລິສຸດນຳການປ່ຽນແປງອັນໃຫຍ່ຫລວງໃນໃຈນີ້ມາສູ່ຫົວໃຈ (ເບິ່ງ ໂມໄຊຢາ 5:2; ແອວມາ 5:12–14).
ການປ່ຽນໃຈເຫລື້ອມໃສເປັນຂະບວນການ, ບໍ່ແມ່ນເຫດການ. ການຊ່ວຍໃຫ້ຜູ້ຄົນປ່ຽນໃຈເຫລື້ອມໃສຕໍ່ພຣະເຢຊູຄຣິດເປັນຈຸດໃຈກາງຂອງຈຸດປະສົງຂອງການເຜີຍແຜ່ຂອງທ່ານ. ຂະນະທີ່ໄດ້ຮັບການນຳພາໂດຍພຣະວິນຍານ, ທ່ານເຊື້ອເຊີນຜູ້ຄົນໃຫ້ເຮັດຄຳໝັ້ນສັນຍາທີ່ຈະຊ່ວຍໃຫ້ເຂົາເຈົ້າເຕີບໂຕທາງວິນຍານ ແລະ ຮູ້ສຶກເຖິງອິດທິພົນຂອງພຣະວິນຍານບໍລິສຸດໃນຊີວິດຂອງເຂົາເຈົ້າ. ແລ້ວທ່ານສະໜັບສະໜູນຜູ້ຄົນໃນການຮັກສາຄຳໝັ້ນສັນຍາທີ່ເຂົາເຈົ້າໄດ້ເຮັດ. ທ່ານຊ່ວຍໃຫ້ເຂົາເຈົ້າກະທຳໃນສັດທາໄປສູ່ການປ່ຽນແປງທີ່ຍືນຍົງ (ເບິ່ງ ໂມໄຊຢາ 6:3).
ຜູ້ຄົນທີ່ຮັກສາຄຳໝັ້ນສັນຍາ ກ່ອນການບັບຕິສະມາຈະມີແນວໂນ້ມທີ່ຈະເຮັດ ແລະ ຮັກສາພັນທະສັນຍາອັນສັກສິດໃນພາຍຫລັງ. ເມື່ອທ່ານສິດສອນຜູ້ຄົນໃຫ້ຮັກສາຄຳໝັ້ນສັນຍາ, ທ່ານກຳລັງສິດສອນເຂົາເຈົ້າໃຫ້ຮັກສາພັນທະສັນຍາ. ການເຮັດ ແລະ ການຮັກສາພັນທະສັນຍາເປັນພາກສ່ວນທີ່ຈຳເປັນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ແຜນຂອງພຣະເຈົ້າສຳລັບລູກໆຂອງພຣະອົງ.
ບົດນີ້ແມ່ນລວມທັງແນວທາງຊີ້ນຳສຳລັບການສະເໜີຄຳເຊື້ອເຊີນ, ພອນທີ່ສັນຍາ, ການແບ່ງປັນປະຈັກພະຍານຂອງທ່ານ, ແລະ ການຊ່ວຍໃຫ້ຜູ້ຄົນຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ ເພື່ອວ່າເຂົາເຈົ້າຈະສາມາດມາຫາພຣະຜູ້ຊ່ວຍໃຫ້ລອດ ແລະ ໄດ້ຮັບຄວາມລອດ.
ສະເໜີຄຳເຊື້ອເຊີນ
ໃນຖານະທີ່ເປັນຕົວແທນຂອງພຣະເຢຊູຄຣິດ, ທ່ານເຊື້ອເຊີນຜູ້ຄົນໃຫ້ຕິດຕາມພຣະອົງ ແລະ ຮັບເອົາຄວາມຊື່ນຊົມຂອງພຣະກິດຕິຄຸນຂອງພຣະອົງ. ທ່ານສະເໜີຄຳເຊື້ອເຊີນສະເພາະສຳລັບເຂົາເຈົ້າ ເພື່ອເຮັດສິ່ງທີ່ຈະສ້າງສັດທາຂອງເຂົາເຈົ້າໃນພຣະຄຣິດ. ແລ້ວທ່ານສະໜັບສະໜູນເຂົາເຈົ້າໃນການຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ.
ຄຳເຊື້ອເຊີນ ແລະ ຄຳໝັ້ນສັນຍາມີຄວາມສຳຄັນສຳລັບເຫດຜົນດັ່ງຕໍ່ໄປນີ້:
-
ມັນຊ່ວຍໃຫ້ຜູ້ຄົນດຳລົງຊີວິດຕາມຫລັກທຳທີ່ເຂົາເຈົ້າຮຽນຮູ້ ເພື່ອວ່າເຂົາເຈົ້າຈະຮູ້ສຶກການເປັນພະຍານຢືນຢັນຂອງພຣະວິນຍານ.
-
ການຮັກສາຄຳໝັ້ນສັນຍາເປັນວິທີໜຶ່ງທີ່ຜູ້ຄົນສະແດງການກັບໃຈ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:37).
-
ການກັບໃຈຊ່ວຍໃຫ້ຜູ້ຄົນປະສົບກັບຄວາມສະຫງົບ ແລະ ຄວາມຊື່ນຊົມຂອງການໃຫ້ອະໄພຂອງພຣະເຈົ້າ. ເຂົາເຈົ້າຍັງຈະໄດ້ຮັບຄວາມຊ່ວຍເຫລືອເພີ່ມເຕີມຈາກພຣະເຈົ້າສຳລັບການທ້າທາຍຂອງເຂົາເຈົ້ານຳອີກ.
-
ການຮັກສາຄຳໝັ້ນສັນຍາກຽມຜູ້ຄົນໃຫ້ເຮັດ ແລະ ຮັກສາພັນທະສັນຍາອັນສັກສິດຂອງເຂົາເຈົ້າ.
-
ທ່ານສາມາດສະແດງຄວາມຮັກຕໍ່ຜູ້ຄົນ ແລະ ສັດທາຂອງທ່ານໃນຄຳສັນຍາຂອງພຣະເຈົ້າ ໂດຍການຊ່ວຍໃຫ້ຜູ້ຄົນຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ.
ເຊື້ອເຊີນຕາມທີ່ຖືກຊົງນຳໂດຍພຣະອົງ
ສະແຫວງຫາການນຳພາຈາກພຣະວິນຍານກ່ຽວກັບວ່າ ຄວນເຊື້ອເຊີນໃນເລື່ອງໃດ ແລະ ເມື່ອໃດຄວນໃຫ້ຄຳເຊື້ອເຊີນ. ພິຈາລະນາວ່າຄຳສອນ ຫລື ຫລັກທຳໃດ, ທີ່ເຂົ້າໃຈຖືກຕ້ອງ, ຈະຊ່ວຍໃຫ້ບຸກຄົນຮັບເອົາຄຳເຊື້ອເຊີນຂອງທ່ານ. ຄຳເຊື້ອເຊີນທີ່ເໝາະສົມ ໃນເວລາທີ່ເໝາະສົມ ສາມາດກະຕຸ້ນຜູ້ຄົນໃຫ້ເຮັດສິ່ງທີ່ຈະສ້າງສັດທາຂອງເຂົາເຈົ້າ. ການກະທຳເຫລົ່ານີ້ສາມາດນຳໄປສູ່ການປ່ຽນແປງອັນໃຫຍ່ຫລວງໃນໃຈໄດ້ (ເບິ່ງ ໂມໄຊຢາ 5:2; ແອວມາ 5:12–14).
ຄຳເຊື້ອເຊີນທີ່ທ່ານສະເໜີອາດເລັກນ້ອຍ, ດັ່ງເຊັ່ນການອ່ານບົດໜຶ່ງໃນພຣະຄຳພີ ຫລື ການມາຮ່ວມກອງປະຊຸມສິນລະລຶກ. ຫລື ອາດມີຄວາມສຳຄັນເທົ່າກັບການບັບຕິສະມາ. ຄຳເຊື້ອເຊີນຄວນເໝາະສົມກັບບ່ອນທີ່ບຸກຄົນຢູ່ໃນການເດີນທາງ ທາງວິນຍານຂອງລາວ.
ຄຳເຊື້ອເຊີນທີ່ນຳພາໂດຍພຣະວິນຍານ ຈະເສີມສ້າງກັນແລະກັນ ເພື່ອຊ່ວຍໃຫ້ບຸກຄົນກ້າວໜ້າທາງວິນຍານ (ເບິ່ງ 2 ນີໄຟ 28:30; ຄຳສອນ ແລະ ພັນທະສັນຍາ 93:12–13). ຖາມຕົວເອງວ່າ, “ບຸກຄົນເຮັດຕາມຄຳໝັ້ນສັນຍາໃດ? ລາວຕ້ອງເຮັດຫຍັງຕໍ່ໄປເພື່ອຄວາມກ້າວໜ້າ?”
ຮັບຟັງຄົນທີ່ທ່ານກຳລັງເວົ້ານຳ ຫລື ສິດສອນ. ຈາກສິ່ງທີ່ທ່ານໄດ້ຍິນ ແລະ ຮູ້ສຶກ, ໃຫ້ສະແຫວງຫາການນຳພາຂອງພຣະວິນຍານກ່ຽວກັບວ່າ ຄຳເຊື້ອເຊີນໃດຈະຊ່ວຍໃຫ້ບຸກຄົນກ້າວໜ້າໄປສູ່ການເຮັດພັນທະສັນຍາອັນສັກສິດ.
ຫລັກທຳສຳລັບການສະເໜີຄຳເຊື້ອເຊີນ
ການສະເໜີຄຳເຊື້ອເຊີນຮຽກຮ້ອງສັດທາໃນພຣະຄຣິດ. ມີສັດທາວ່າ ພຣະອົງຈະໃຫ້ພອນແກ່ຜູ້ຄົນເມື່ອເຂົາເຈົ້າຍອມຮັບ ແລະ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ.
ຜູ້ຄົນມີແນວໂນ້ມທີ່ຈະປ່ຽນແປງເມື່ອທ່ານເຊື້ອເຊີນເຂົາເຈົ້າໃຫ້ປະຕິບັດຕາມຄວາມຈິງຂອງພຣະກິດຕິຄຸນ ແລະ ຊ່ວຍໃຫ້ເຂົາເຈົ້າເຫັນວ່າ ການປ່ຽນແປງຈະເປັນພອນໃຫ້ແກ່ເຂົາເຈົ້າແນວໃດ. ເຂົາເຈົ້າຈະປ່ຽນແປງເຖິງລະດັບທີ່ເຂົາເຈົ້າຮູ້ສຶກເຖິງພຣະວິນຍານ ແລະ ປະສົບກັບຄວາມຊື່ນຊົມກັບການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ເມື່ອໃດກໍຕາມທີ່ທ່ານມີສ່ວນຮ່ວມກັບຜູ້ຄົນ, ດ້ວຍຕົນເອງ ຫລື ທາງອອນລາຍ, ໃຫ້ພິຈາລະນາວ່າ ຄຳເຊື້ອເຊີນໃດສາມາດຊ່ວຍໃຫ້ເຂົາເຈົ້າເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຂົາເຈົ້າໃນພຣະຄຣິດ ແລະ ຮູ້ສຶກເຖິງພຣະວິນຍານ. ບາງຄັ້ງສິ່ງນີ້ອາດງ່າຍເທົ່າກັບການພົບກັບທ່ານອີກຄັ້ງ ຫລື ມາຮ່ວມກິດຈະກຳຂອງສາດສະໜາຈັກ.
ຂະນະທີ່ທ່ານກຽມທີ່ຈະສິດສອນບົດຮຽນ, ໃຫ້ພິຈາລະນາຄວາມຕ້ອງການ ແລະ ຄວາມກ້າວໜ້າຂອງແຕ່ລະຄົນ. ໃຫ້ແນ່ໃຈວ່າແຜນການສິດສອນຂອງທ່ານແມ່ນລວມທັງຄຳເຊື້ອເຊີນໜຶ່ງຄຳ ຫລື ຫລາຍກວ່ານັ້ນ ທີ່ຈະຊ່ວຍໃຫ້ບຸກຄົນກ້າວໜ້າ.
ລະວັງຢ່າສະເໜີຄຳເຊື້ອເຊີນຫລາຍເກີນໄປພ້ອມກັນ. ບຸກຄົນຕ້ອງການເວລາທີ່ຈະປະຕິບັດ, ເຕີບໂຕ, ແລະ ຮຽນຮູ້ຈາກຄຳເຊື້ອເຊີນ.
ກ້າຫານແຕ່ບໍ່ຂົ່ມຂູ່ ຂະນະທີ່ທ່ານເຊື້ອເຊີນຜູ້ຄົນໃຫ້ເຮັດຄຳໝັ້ນສັນຍາ (ເບິ່ງ ແອວມາ 38:12). ເຄົາລົບອຳເພີໃຈຂອງຜູ້ຄົນ.
ເຊື້ອເຊີນດ້ວຍພາສາທີ່ດີ ແລະ ແຈ່ມແຈ້ງ
ຄຳເຊື້ອເຊີນສ່ວນຫລາຍຈະເລີ່ມຕົ້ນດ້ວຍຄຳຖາມທີ່ວ່າ “ເຈົ້າຈະ”, ຊຶ່ງຮຽກຮ້ອງໃຫ້ຕອບ ແມ່ນ ຫລື ບໍ່ແມ່ນ. ເຮັດໃຫ້ຄຳເຊື້ອເຊີນຂອງທ່ານດີ, ເຈາະຈົງ, ແລະ ແຈ່ມແຈ້ງ. ມັນຄວນເຊື້ອເຊີນ ຫລື ນຳຜູ້ຄົນໃຫ້ເຮັດຄຳໝັ້ນສັນຍາທີ່ຈະປະຕິບັດດ້ວຍສັດທາໃນພຣະເຢຊູຄຣິດ.
ເຖິງແມ່ນວ່າຄຳເຊື້ອເຊີນຂອງທ່ານຈະເປັນເອກະລັກສຳລັບແຕ່ລະບຸກຄົນ, ໃຫ້ພິຈາລະນາຕົວຢ່າງດັ່ງຕໍ່ໄປນີ້:
-
ການໄປໂບດແມ່ນໃຫ້ເວລາ ແລະ ສະຖານທີ່ແກ່ເຈົ້າເພື່ອນະມັດສະການພຣະເຈົ້າ ແລະ ຮູ້ສຶກເຖິງພຣະວິນຍານຂອງພຣະອົງ. ມັນຍັງສາມາດຊ່ວຍໃຫ້ເຈົ້າກາຍເປັນພາກສ່ວນຂອງຊຸມຊົນທີ່ສະໜັບສະໜູນ ໃນຂະນະທີ່ເຈົ້າທຳການປ່ຽນແປງ ທີ່ຈະເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດນຳອີກ. ເຈົ້າຈະໄປຮ່ວມກອງປະຊຸມສິນລະລຶກກັບພວກເຮົາບໍໃນວັນອາທິດນີ້?
-
ຕອນນີ້ພວກເຮົາໄດ້ສົນທະນາກ່ຽວກັບຄວາມສຳຄັນຂອງການສຶກສາພຣະຄຳພີແລ້ວ, ເຈົ້າຈະອ່ານ [ຂໍ້ພຣະຄຳພີໃດໜຶ່ງໂດຍສະເພາະ] ບໍ? ເຈົ້າຈະຂຽນຄວາມປະທັບໃຈ ຫລື ຄຳຖາມທີ່ເຈົ້າອາດມີລົງໄວ້ບໍ? ພວກເຮົາສາມາດສົນທະນາກ່ຽວກັບຄວາມຄິດຂອງເຈົ້າ ຕອນພວກເຮົາມາຢ້ຽມຢາມເທື່ອໜ້າ.
-
ພວກເຮົາໄດ້ສົນທະນາກ່ຽວກັບພຣະຊົນຊີບຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະບັນຍັດຂອງພຣະອົງແລ້ວ. ເຈົ້າຈະເຮັດຕາມຕົວຢ່າງຂອງພຣະອົງ ໂດຍການຮັບບັບຕິສະມາເຂົ້າໃນສາດສະໜາຈັກຂອງພຣະອົງ ແລະ ເຮັດຄຳສັນຍາກັບພຣະອົງຫລືບໍ່? (ເບິ່ງ “ການເຊື້ອເຊີນໃຫ້ຮັບບັບຕິສະມາ ແລະ ການຢືນຢັນ” ໃນ ບົດທີ 3.)
-
ເຈົ້າໄດ້ບອກເຖິງຄວາມສົນໃຈໃນການເຊື່ອມຕໍ່ເຂົ້າກັບພຣະເຈົ້າໃນຊີວິດຂອງເຈົ້າຫລາຍຂຶ້ນ. ເຈົ້າຈະອະທິຖານດ້ວຍສັດທາລະຫວ່າງສອງສາມມື້ຂ້າງໜ້າບໍ່ ເພື່ອວ່າເຈົ້າຈະສາມາດປະສົບກັບພອນຂອງການອະທິຖານ?
-
ພວກເຮົາມີວິດີໂອທີ່ພວກເຮົາຄິດວ່າເຈົ້າຈະເຫັນວ່າມັນເປັນປະໂຫຍດ. ໃຫ້ພວກເຮົາເປີດມັນໃຫ້ເຈົ້າເບິ່ງ ຫລື ສົ່ງລິ້ງໃຫ້ເຈົ້າໄດ້ບໍ່? ເຈົ້າຊິເບິ່ງມັນບໍ? ໃຫ້ພວກເຮົາຕິດຕໍ່ຫາເຈົ້າໃນມື້ອື່ນໄດ້ບໍ ເພື່ອເບິ່ງວ່າເຈົ້າຄິດແນວໃດ?
ສະແຫວງຫາການກະຕຸ້ນຈາກພຣະວິນຍານບໍລິສຸດ ຂະນະທີ່ທ່ານພິຈາລະນາວິທີທາງທຳມະຊາດ ເພື່ອສະເໜີຄຳເຊື້ອເຊີນທີ່ດີ, ເຈາະຈົງ, ແລະ ແຈ່ມແຈ້ງ.
ສັນຍາພອນກັບຜູ້ຄົນ
ພຣະເຈົ້າສັນຍາວ່າຈະອວຍພອນເຮົາ ເມື່ອເຮົາຮັກສາພຣະບັນຍັດຂອງພຣະອົງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 130:20–21). ຜູ້ຄົນທີ່ຮັກສາພຣະບັນຍັດ ແລະ ຍັງຄົງຊື່ສັດ “ໄດ້ຮັບພອນທຸກຢ່າງ” ແລະ ຈະ “ໄດ້ຢູ່ກັບພຣະເຈົ້າໃນສະພາບແຫ່ງຄວາມສຸກທີ່ບໍ່ມີວັນສິ້ນສຸດ” (ໂມໄຊຢາ 2:41).
ຂະນະທີ່ທ່ານເຊື້ອເຊີນຜູ້ຄົນໃຫ້ເຮັດຄຳໝັ້ນສັນຍາ, ໃຫ້ສັນຍາພອນກັບເຂົາເຈົ້າສຳລັບການຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ. ທ່ານສາມາດລະບຸພອນຫລາຍຢ່າງເຫລົ່ານີ້ ໂດຍການສຶກສາພຣະຄຳພີ, ຄຳສອນຂອງສາດສະດາຍຸກສຸດທ້າຍ, ແລະ ບົດຮຽນໃນ ບົດທີ 3. ຄິດກ່ຽວກັບພອນໃນຊີວິດຂອງທ່ານເອງນຳອີກ. ຕັດສິນໃຈດ້ວຍການອະທິຖານວ່າ ຈະສັນຍາພອນຢ່າງໃດແດ່ກັບແຕ່ລະບຸກຄົນ ຂະນະທີ່ທ່ານສະເໜີຄຳເຊື້ອເຊີນ.
ເມື່ອເຊື້ອເຊີນບຸກຄົນໃຫ້ດຳລົງຊີວິດຕາມພຣະບັນຍັດ, ໃຫ້ສິດສອນສິ່ງດັ່ງຕໍ່ໄປນີ້:
-
ການເຊື່ອຟັງພຣະບັນຍັດສະແດງອອກເຖິງຄວາມຮັກຂອງເຮົາທີ່ມີຕໍ່ພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ (ເບິ່ງ ໂຢຮັນ 14:15).
-
ການເຊື່ອຟັງພຣະບັນຍັດເປັນການສະແດງໃຫ້ພຣະເຈົ້າເຫັນວ່າ ເຮົາໄວ້ວາງໃຈພຣະອົງ (ເບິ່ງ ສຸພາສິດ 3:5–6).
-
ພອນຂອງພຣະເຈົ້າແມ່ນເປັນທັງທາງວິນຍານ ແລະ ທາງໂລກ (ເບິ່ງ ໂມໄຊຢາ 2:41).
-
ພອນທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າແມ່ນຊີວິດນິລັນດອນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 14:7).
-
ເມື່ອເຮົາອະທິຖານຢ່າງຈິງໃຈ ແລະ ປະຕິບັດໃນສັດທາ, ພຣະເຈົ້າຈະຊ່ວຍໃຫ້ເຮົາບັນລຸສິ່ງທີ່ພຣະອົງໄດ້ບັນຊາເຮົາໃຫ້ເຮັດ (ເບິ່ງ 1 ນີໄຟ 3:7).
-
ພຣະເຈົ້າບັນລຸຄຳສັນຍາຂອງພຣະອົງ ທີ່ຈະອວຍພອນເຮົາຕາມວິທີ ແລະ ເວລາຂອງພຣະອົງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 88:68).
ຜູ້ຄົນມັກຈະປະເຊີນກັບການຕໍ່ຕ້ານໃນການຮັກສາພຣະບັນຍັດ. ສະໜັບສະໜູນຜູ້ທີ່ທ່ານສິດສອນ, ແລະ ຮັບຮອງເຂົາເຈົ້າວ່າ ພຣະເຈົ້າຈະອວຍພອນເຂົາເຈົ້າ ເມື່ອເຂົາເຈົ້າພະຍາຍາມເຮັດຕາມພຣະປະສົງຂອງພຣະອົງ. ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈວ່າ ການຕໍ່ຕ້ານເປັນໂອກາດທີ່ຈະເຕີບໂຕ ໂດຍການເລືອກທີ່ຈະຕິດຕາມພຣະຄຣິດ ເຖິງແມ່ນວ່າມັນຫຍຸ້ງຍາກ (ເບິ່ງ 2 ນີໄຟ 2:11, 13–16).
ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສິດສອນວ່າ: “ເຮົາຈະໄດ້ຮັບພອນບາງຢ່າງໄວ, ບາງຢ່າງຊ້າ, ແລະ ພອນບາງຢ່າງກໍຈະບໍ່ໄດ້ຮັບຈົນກວ່າຮອດສະຫວັນ; ແຕ່ສຳລັບຜູ້ຍຶດໝັ້ນໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ, ແມ່ນຈະໄດ້ຮັບ ພອນແທ້ໆ” (“An High Priest of Good Things to Come,” Ensign, Nov. 1999, 38).
ແບ່ງປັນປະຈັກພະຍານຂອງທ່ານ
ແບ່ງປັນປະຈັກພະຍານຂອງທ່ານເມື່ອໃດກໍຕາມທີ່ທ່ານສະເໜີຄຳເຊື້ອເຊີນ ແລະ ພອນທີ່ສັນຍາ. ບອກວ່າທ່ານໄດ້ຮັບພອນແລ້ວແນວໃດ ເມື່ອທ່ານໄດ້ດຳລົງຊີວິດຕາມຫລັກທຳທີ່ທ່ານກຳລັງສິດສອນ. ແບ່ງປັນປະຈັກພະຍານຂອງທ່ານວ່າ ຫລັກທຳຈະເປັນພອນໃຫ້ແກ່ຊີວິດຂອງບຸກຄົນນັ້ນ ຖ້າຫາກລາວດຳລົງຊີວິດຕາມນັ້ນ.
ປະຈັກພະຍານທີ່ຈິງໃຈຂອງທ່ານຈະຊ່ວຍສ້າງບັນຍາກາດໃຫ້ຜູ້ຄົນຮູ້ສຶກເຖິງພຣະວິນຍານບໍລິສຸດຢືນຢັນຄວາມຈິງ. ສິ່ງນີ້ຈະຊຸກຍູ້ເຂົາເຈົ້າໃຫ້ຮັບເອົາຄຳເຊື້ອເຊີນທີ່ທ່ານສະເໜີ.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງ “ແບ່ງປັນປະຈັກພະຍານ” ໃນ ບົດທີ 10.
ຊ່ວຍໃຫ້ຜູ້ຄົນຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ
ເມື່ອຜູ້ຄົນຮັບເອົາຄຳເຊື້ອເຊີນຂອງທ່ານເພື່ອໃຫ້ເຮັດສິ່ງໃດສິ່ງໜຶ່ງ, ໃຫ້ຕິດຕາມຜົນ ເພື່ອຊ່ວຍໃຫ້ເຂົາເຈົ້າຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ. ທ່ານກຳລັງຊ່ວຍໃຫ້ຜູ້ຄົນພັດທະນາສັດທາໃນພຣະຄຣິດ. ບົດບາດຂອງທ່ານແມ່ນເພື່ອຊ່ວຍໃຫ້ເຂົາເຈົ້າເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາ ແລະ ຄວາມຕັ້ງໃຈຂອງເຂົາເຈົ້າທີ່ຈະກ້າວໄປສູ່ການປ່ຽນໃຈເຫລື້ອມໃສຢ່າງສົມບູນ. ຢ່າພຽງແຕ່ເຊື້ອເຊີນຜູ້ຄົນໃຫ້ປ່ຽນແປງເທົ່ານັ້ນ; ໃຫ້ສະໜັບສະໜູນເຂົາເຈົ້າໃນການເຮັດນຳອີກ.
ຜູ້ຄົນຈະຮັບການເປັນພະຍານຂອງພຣະວິນຍານ ເມື່ອເຂົາເຈົ້າໃຊ້ສັດທາໄປສູ່ການກັບໃຈ ໂດຍການຮັກສາຄຳໝັ້ນສັນຍາ. ພະຍານນັ້ນສ່ວນຫລາຍຈະບໍ່ມາ “ຈົນກວ່າຫລັງຈາກການທົດລອງສັດທາ [ຂອງພວກເຂົາ]” (ອີເທີ 12:6). ຢ່າແປກໃຈເມື່ອມີການຕໍ່ຕ້ານເກີດຂຶ້ນ. ວາງແຜນວິທີທີ່ທ່ານຈະຊ່ວຍໃຫ້ເຂົາເຈົ້າຜ່ານຜ່າການທົດລອງ ເພື່ອວ່າເຂົາເຈົ້າຈະໄດ້ຮັບການເປັນພະຍານຂອງພຣະວິນຍານ. ສະມາຊິກຄົນອື່ນໆຂອງສາດສະໜາຈັກສາມາດໃຫ້ການສະໜັບສະໜູນເຊັ່ນກັນ.
ຜູ້ຄົນມັກຈະຮູ້ສຶກເຖິງອິດທິພົນຂອງພຣະວິນຍານ ເມື່ອທ່ານຢູ່ກັບເຂົາເຈົ້າ. ເນັ້ນເຖິງຄວາມສຳຄັນຂອງການອະທິຖານ, ການອ່ານພຣະຄຳພີ, ແລະ ການປະຕິບັດຕາມຄຳເຊື້ອເຊີນຂອງທ່ານ ເພື່ອວ່າເຂົາເຈົ້າຈະມີຄວາມຮູ້ສຶກເຫລົ່ານີ້ ເມື່ອເຂົາເຈົ້າຢູ່ຕາມລຳພັງ.
ການຮັກສາຄຳໝັ້ນສັນຍາກຽມຜູ້ຄົນສຳລັບພິທີການ ແລະ ພັນທະສັນຍາຢູ່ໃນເສັ້ນທາງຂອງການປ່ຽນໃຈເຫລື້ອມໃສໄປຕະຫລອດຊີວິດ. ຄວາມພະຍາຍາມຂອງທ່ານສາມາດຊ່ວຍເຂົາເຈົ້າ “ສະແດງໃຫ້ປະຈັກ … ດ້ວຍວຽກງານຂອງເຂົາ” ຄວາມປາດຖະໜາຂອງເຂົາເຈົ້າທີ່ຈະຕິດຕາມພຣະເຢຊູຄຣິດ (ຄຳສອນ ແລະ ພັນທະສັນຍາ 20:37).
ວາງແຜນສຳລັບການຕິດຕໍ່ປະຈຳວັນສັ້ນໆ
ການຊ່ວຍໃຫ້ຜູ້ຄົນຮັກສາຄຳໝັ້ນສັນຍາ ເລີ່ມຕົ້ນເມື່ອທ່ານໄປຢ້ຽມຢາມ ແລະ ສິດສອນເຂົາເຈົ້າເປັນເທື່ອທຳອິດ. ຂໍໃຫ້ເຂົາເຈົ້າບັນທຶກຄຳໝັ້ນສັນຍາໄວ້ໃນໂທລະສັບ, ປະຕິທິນ, ຫລື ບາງສິ່ງທີ່ທ່ານປະໄວ້ກັບເຂົາເຈົ້າ.
ຖາມຖ້າວ່າທ່ານ, ຫລື ສະມາຊິກທີ່ໄດ້ເຂົ້າຮ່ວມນຳ, ສາມາດຕິດຕໍ່ປະຈຳວັນສັ້ນໆ ຂັ້ນລະຫວ່າງການຢ້ຽມຢາມຊິໄດ້ບໍ. ອະທິບາຍວ່າຈຸດປະສົງຂອງການຕິດຕໍ່ເຫລົ່ານີ້ແມ່ນເພື່ອສະໜັບສະໜູນເຂົາເຈົ້າ, ແລະ ບັນຍາຍບາງວິທີທີ່ທ່ານສາມາດເຮັດໄດ້. ການຕິດຕໍ່ເຫລົ່ານີ້ເປັນວິທີໜຶ່ງທີ່ນຳໃຊ້ຫລັກທຳໃນ ຄຳສອນ ແລະ ພັນທະສັນຍາ 84:106.
ກຳນົດວິທີການຕິດຕໍ່ທີ່ຈະມີປະສິດທິພາບຫລາຍທີ່ສຸດ, ດັ່ງເຊັ່ນການຢ້ຽມຢາມບຶດໜຶ່ງ, ການໂທຫາ, ການສົ່ງຂໍ້ຄວາມ, ຫລື ຂໍ້ຄວາມສື່ສັງຄົມ. ເທັກໂນໂລຈີສະເໜີທາງເລືອກຫລາຍຢ່າງສຳລັບການແຈ້ງເຕືອນ ແລະ ສະໜັບສະໜູນເພີ່ມເຕີມ.
ຊຸກຍູ້ ແລະ ຊ່ວຍຜູ້ຄົນໃນການຕິດຕໍ່ປະຈຳວັນຂອງທ່ານ
ສຳລັບທຸກຄຳເຊື້ອເຊີນທີ່ທ່ານສະເໜີ, ໃຫ້ບັນທຶກໝາຍເຫດໃນແອັບ Preach My Gospel ກ່ຽວກັບວິທີທີ່ຈະຕິດຕາມຜົນໃນມື້ຕໍ່ໄປ. ເມື່ອທ່ານວາງແຜນໃນມື້ຕໍ່ໄປ, ໃຫ້ສະແຫວງຫາການນຳພາຈາກພຣະວິນຍານ ຂະນະທີ່ທ່ານສົນທະນາວິທີທີ່ຈະຊ່ວຍໃຫ້ຜູ້ຄົນຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ.
ເຮັດໃຫ້ການຕິດຕໍ່ປະຈຳວັນຂອງທ່ານກັບຜູ້ຄົນເປັນທາງບວກ ແລະ ເປັນການຊຸກຍູ້. ອະທິຖານເພື່ອເຂົາເຈົ້າ. ສະແດງຄວາມຮັກ ແລະ ຄວາມເຂົ້າໃຈ ຂະນະທີ່ທ່ານຊ່ວຍໃຫ້ເຂົາເຈົ້າຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ. ຕອບຄຳຖາມ ແລະ ຊ່ວຍໃຫ້ເຂົາເຈົ້າເອົາຊະນະການທ້າທາຍ. ຖ້າຫາກມີເວລາ, ໃຫ້ອ່ານຈາກພຣະຄຳພີມໍມອນນຳກັນ. ແບ່ງປັນສື່ທີ່ກ່ຽວຂ້ອງຂອງສາດສະໜາຈັກ, ລວມທັງເພງທີ່ສາດສະໜາຈັກແຕ່ງຂຶ້ນ ຊຶ່ງອາດຊ່ວຍຍົກເຂົາເຈົ້າ. ມີຄວາມເຄົາລົບຕໍ່ເວລາ ແລະ ຄວາມປາດຖະໜາຂອງເຂົາເຈົ້າ.
ແນະນຳເຂົາເຈົ້າໃຫ້ຮູ້ຈັກສະມາຊິກຄົນອື່ນໆຂອງສາດສະໜາຈັກ. ເມື່ອເໝາະສົມ, ຂໍ້ໃຫ້ສະມາຊິກຊ່ວຍໃຫ້ຜູ້ຄົນຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ (ເບິ່ງ ບົດທີ 10).
ຊົມເຊີຍຜູ້ຄົນທີ່ໃຊ້ຄວາມພະຍາຍາມເພື່ອຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ. ຊ່ວຍໃຫ້ເຂົາເຈົ້າເຫັນວ່າພຣະຜູ້ເປັນເຈົ້າພໍພຣະໄທກັບຄວາມພະຍາຍາມຂອງເຂົາເຈົ້າ. ຜູ້ຄົນເຫລົ່ານີ້ກຳລັງປ່ຽນແປງຊີວິດຂອງເຂົາເຈົ້າ, ຊຶ່ງຈະຕ້ອງໃຊ້ຄວາມພະຍາຍາມ ແລະ ມີຄວາມອົດທົນຫລາຍ. ຊ່ວຍໃຫ້ເຂົາເຈົ້າຮັບຮູ້ພອນທີ່ເຂົາເຈົ້າໄດ້ຮັບ. ສະແດງຄວາມໝັ້ນໃຈວ່າ ເຂົາເຈົ້າສາມາດປະສົບຄວາມສຳເລັດໄດ້.
ສະແດງຄວາມຮັກນຳອີກ ຖ້າຫາກຜູ້ຄົນບໍ່ໄດ້ຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ. ສະເໜີໃຫ້ການສະໜັບສະໜູນເຂົາເຈົ້າລະຫວ່າງການຕິດຕໍ່ປະຈຳວັນຂອງທ່ານ. ຍົກຕົວຢ່າງ, ຖ້າຫາກຄົນໃດຄົນໜຶ່ງໄດ້ຮັບເອົາຄຳເຊື້ອເຊີນໃຫ້ອ່ານບົດໜຶ່ງໃນພຣະຄຳພີມໍມອນ ແຕ່ຍັງບໍ່ໄດ້ເຮັດເທື່ອ, ສະເໜີອ່ານມັນນຳກັນ. ຊ່ວຍໃຫ້ບຸກຄົນນັ້ນຄົ້ນພົບຈາກປະສົບການວ່າການຮັກສາພຣະບັນຍັດສາມາດເປັນພອນໃຫ້ແກ່ຊີວິດຂອງລາວໄດ້ແນວໃດ.
ຜູ້ຄົນອາດຕ້ອງໃຊ້ຄວາມພະຍາຍາມຫລາຍເທື່ອໃນການຮັກສາຄຳໝັ້ນສັນຍາ, ແລະ ທ່ານອາດຕ້ອງໄດ້ໄປຢ້ຽມຢາມຫລາຍເທື່ອເພື່ອຊ່ວຍເຫລືອເຂົາເຈົ້າ. ສົນທະນາວ່າເຂົາເຈົ້າສາມາດເອົາຊະນະການທ້າທາຍໃນການຮັກສາຄຳໝັ້ນສັນຍາໄດ້ແນວໃດ. ຈົ່ງອົດທົນ ແລະ ສະໜັບສະໜູນ, ບໍ່ວິພາກວິຈານ ຫລື ຕັດສິນ.
ມີອິດທິພົນຂອງພຣະວິນຍານບໍລິສຸດໃນການຕິດຕໍ່ປະຈຳວັນຂອງທ່ານ
ເມື່ອທ່ານຕິດຕາມຜົນກັບຜູ້ຄົນ, ຂໍໃຫ້ເຂົາເຈົ້າແບ່ງປັນປະສົບການນີ້ໃນການຮັກສາຄຳໝັ້ນສັນຍາ. ຖາມກ່ຽວກັບສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້ ແລະ ຮູ້ສຶກ. ສິ່ງນີ້ຈະຊ່ວຍໃຫ້ເຂົາເຈົ້າຮັບຮູ້ອິດທິພົນຂອງພຣະວິນຍານໃນຊີວິດຂອງເຂົາເຈົ້າ ແລະ ຊ່ວຍໃຫ້ເຂົາເຈົ້າລະບຸຂັ້ນຕອນຕໍ່ໄປ.
ຂະນະທີ່ທ່ານຕິດຕໍ່ຜູ້ຄົນໃນແຕ່ລະວັນ, ສ່ວນສຳຄັນໃນຈຸດປະສົງຂອງທ່ານແມ່ນເພື່ອເຊື້ອເຊີນອິດທິພົນຂອງພຣະວິນຍານບໍລິສຸດໃຫ້ເຂົ້າມາສູ່ຊີວິດຂອງເຂົາເຈົ້າ. ຊ່ວຍໃຫ້ເຂົາເຈົ້າຮັບຮູ້ວ່າຈະຮູ້ສຶກເຖິງພຣະວິນຍານແນວໃດ ເມື່ອທ່ານບໍ່ຢູ່. ການຕິດຕໍ່ປະຈຳວັນຂອງທ່ານຄວນເພີ່ມຄວາມເຂັ້ມແຂງໃຫ້ແກ່ຄວາມຮູ້ສຶກທາງວິນຍານ ທີ່ເຂົາເຈົ້າໄດ້ຮູ້ສຶກຕອນທ່ານສິດສອນເຂົາເຈົ້າ. ເຂົາເຈົ້າຈະປ່ຽນໃຈເຫລື້ອມໃສເມື່ອເຂົາເຈົ້າຮູ້ສຶກເຖິງອຳນາດ ແລະ ອິດທິພົນຂອງພຣະວິນຍານບໍລິສຸດ.
ສະແດງຄວາມຮັກ
ຂະບວນການຂອງການປ່ຽນໃຈເຫລື້ອມໃສມີຈຸດສູນກາງຢູ່ທີ່ຄວາມຮັກເໝືອນດັ່ງພຣະຄຣິດ (ເບິ່ງ 4 ນີໄຟ 1:15). ສະແຫວງຫາຂອງປະທານແຫ່ງຄວາມໃຈບຸນ. ການສະແດງຄວາມຮັກຢ່າງຈິງໃຈສາມາດຊ່ວຍໃຫ້ຜູ້ຄົນຮູ້ສຶກເຖິງພຣະວິນຍານໃນຊີວິດຂອງເຂົາເຈົ້າໄດ້. ການສະແດງອອກເຖິງຄວາມຮັກຂອງທ່ານ ສາມາດຊ່ວຍໃຫ້ເຂົາເຈົ້າຮັບເອົາຄຳເຊື້ອເຊີນ ແລະ ຮັກສາຄຳໝັ້ນສັນຍາທີ່ນຳໄປສູ່ການປ່ຽນໃຈເຫລື້ອມໃສ.
ຂະນະທີ່ທ່ານຮັກ ແລະ ສິດສອນຄົນອື່ນ, ການປ່ຽນໃຈເຫລື້ອມໃສຂອງທ່ານເອງຕໍ່ພຣະຜູ້ຊ່ວຍໃຫ້ລອດຈະເລິກເຊິ່ງຍິ່ງຂຶ້ນ.
ການຊ່ວຍເຫລືອໃນການປ່ຽນໃຈເຫລື້ອມໃສຂອງຄົນອື່ນເປັນວຽກງານສັກສິດ. ທ່ານຈະພົບຄວາມຊື່ນຊົມທີ່ຍືນຍົງ ເມື່ອທ່ານອຸທິດຕົນເພື່ອວຽກງານນີ້ ແລະ ເພື່ອຮັບໃຊ້ຄົນອື່ນ (ເບິ່ງ ມັດທາຍ 10:39; ໂມໄຊຢາ 2:17; ແອວມາ 27:17–18; ຄຳສອນ ແລະ ພັນທະສັນຍາ 18:10–16).
ພຣະຜູ້ເປັນເຈົ້າປາດຖະໜາໃຫ້ຜູ້ຄົນມາ ແລະ ຢູ່ນຳ
ວຽກງານເຜີຍແຜ່ມີຜົນກະທົບຢ່າງຫລວງຫລາຍເມື່ອຜູ້ຄົນເຮັດ ແລະ ຮັກສາຄຳໝັ້ນສັນຍາວ່າຈະດຳລົງຊີວິດຕາມພຣະກິດຕິຄຸນ ແລະ ເຂັ້ມແຂງຢູ່ໃນສາດສະໜາຈັກໄປຕະຫລອດຊີວິດຂອງເຂົາເຈົ້າ. ມັນບໍ່ພຽງພໍສຳລັບເຂົາເຈົ້າທີ່ຈະເຂົ້າມາໃນສາດສະໜາຈັກເທົ່ານັ້ນ. ພຣະຜູ້ເປັນເຈົ້າປາດຖະໜາໃຫ້ເຂົາເຈົ້າມາຢູ່ນຳ (ເບິ່ງ ໂຢຮັນ 15:16). ນຳການສິດສອນ ແລະ ຄຳເຊື້ອເຊີນຂອງທ່ານໄປສູ່ຈຸດຈົບນັ້ນ. ເພື່ອຮັບເອົາພອນທັງໝົດທີ່ພຣະບິດາເທິງສະຫວັນມີໄວ້ສຳລັບເຂົາເຈົ້າ, ສະມາຊິກຕ້ອງສືບຕໍ່ດຳລົງຊີວິດຕາມພຣະກິດຕິຄຸນ ໂດຍການຮັກສາພຣະບັນຍັດ ແລະ ພັນທະສັນຍາ ທີ່ເຂົາເຈົ້າໄດ້ເຮັດ ຂະນະທີ່ເຂົາເຈົ້າເຂັ້ມແຂງຢູ່ໃນສາດສະໜາຈັກ.
ນີໄຟໄດ້ສິດສອນວ່າ: “ຫລັງຈາກພວກທ່ານເຂົ້າໄປໃນທາງຄັບ ແລະ ແຄບນັ້ນແລ້ວ, ຂ້າພະເຈົ້າຢາກຖາມວ່າເຮັດທຸກຢ່າງແລ້ວບໍ? ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ບໍ່ເລີຍ; … ພວກທ່ານຕ້ອງມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, … ແລະ [ຖ້າຫາກພວກທ່ານ] ອົດທົນຈົນເຖິງທີ່ສຸດແລ້ວ, ຈົ່ງເບິ່ງ, ພຣະບິດາໄດ້ກ່າວໄວ້ດັ່ງນີ້: ເຈົ້າຈະມີຊີວິດນິລັນດອນ” (2 ນີໄຟ 31:19–20).
ຈົ່ງພະຍາຍາມຢ່າງເຕັມທີ່ເພື່ອຊ່ວຍໃຫ້ຜູ້ຄົນເໝາະສົມສຳລັບ “ຊີວິດນິລັນດອນ, ຊຶ່ງເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 14:7).
ແນວຄິດສຳລັບການສຶກສາ ແລະ ການນຳໃຊ້
ການສຶກສາສ່ວນຕົວ
-
ລະບຸພຣະບັນຍັດຈາກ ບົດຮຽນທີ 4. ຊອກຫາ ແລະ ບັນທຶກແຫລ່ງອ້າງອີງພຣະຄຳພີ ແລະ ຂໍ້ຄວາມຈາກສາດສະດາຍຸກສຸດທ້າຍ ທີ່ບັນຍາຍພອນທີ່ສັນຍາທີ່ກ່ຽວຂ້ອງກັບພຣະບັນຍັດຂໍ້ນີ້. ຄິດກ່ຽວກັບພອນທີ່ທ່ານໄດ້ຮັບໂດຍການເຊື່ອຟັງພຣະບັນຍັດຂໍ້ນີ້, ແລະ ຂຽນມັນໄວ້ຢູ່ໃນບັນທຶກຂອງທ່ານ.
-
ເມື່ອທ່ານສື່ສານກັບຄອບຄົວຂອງທ່ານ ຫລື ຄົນອື່ນໆ, ຖາມເຂົາເຈົ້າວ່າ ເຂົາເຈົ້າໄດ້ຮັບພອນແນວໃດໂດຍການເຊື່ອຟັງພຣະບັນຍັດຂໍ້ໃດໜຶ່ງສະເພາະ (ຍົກຕົວຢ່າງ, ການຮັກສາວັນຊະບາໂຕໃຫ້ສັກສິດ, ການເຊື່ອຟັງກົດສ່ວນສິບ, ຫລື ການຮັກສາພຣະບັນຍັດຂໍ້ທີ່ຍາກສຳລັບຄົນໃດຄົນໜຶ່ງທີ່ທ່ານກຳລັງສິດສອນ).
-
ຕອບຄຳຖາມດັ່ງຕໍ່ໄປນີ້ເພື່ອຊ່ວຍໃຫ້ທ່ານລະບຸຈຸດທີ່ທ່ານສາມາດປັບປຸງເມື່ອສະເໜີຄຳເຊື້ອເຊີນ. ວາງແຜນເພື່ອປັບປຸງ.
-
ຜູ້ຄົນຮູ້ບໍວ່າເຮົາຮັກເຂົາເຈົ້າ?
-
ເຮົາໝັ້ນໃຈບໍວ່າ ເຂົາເຈົ້າຈະໄດ້ຮັບພອນໂດຍການປະຕິບັດຕາມຄຳເຊື້ອເຊີນຂອງພວກເຮົາ?
-
ເຮົາໄດ້ໃຫ້ເວລາ ແລະ ຄວາມສົນໃຈທີ່ເໝາະສົມກັບການຕິດຕໍ່ປະຈຳວັນກັບຜູ້ຄົນ ເພື່ອຊ່ວຍໃຫ້ເຂົາເຈົ້າຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ?
-
ບົດຮຽນຂອງພວກເຮົາແມ່ນລວມທັງຄຳເຊື້ອເຊີນສະເພາະເພື່ອໃຫ້ປະຕິບັດບໍ?
-
ການສຶກສາກັບຄູ່ສອນ ແລະ ການສັບປ່ຽນຄູ່ສອນ
-
ທົບທວນຄຳເຊື້ອເຊີນໃນບົດຮຽນຜູ້ສອນສາດສະໜາບົດໜຶ່ງ. ສຳລັບແຕ່ລະຄຳເຊື້ອເຊີນ, ໃຫ້ຕອບຄຳຖາມດັ່ງຕໍ່ໄປນີ້:
-
ພອນຢ່າງໃດແດ່ທີ່ພຣະຜູ້ເປັນເຈົ້າໄດ້ສັນຍາກັບຜູ້ທີ່ຮັກສາຄຳໝັ້ນສັນຍານີ້?
-
ການເຊື່ອຟັງຫລັກທຳນີ້ຊ່ວຍຜູ້ຄົນເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາ ແລະ ປະຈັກພະຍານຂອງເຂົາເຈົ້າແນວໃດ?
-
ຄຳໝັ້ນສັນຍານີ້ຈະຊ່ວຍໃຫ້ຜູ້ຄົນກັບໃຈ ແລະ ມີຄວາມຮູ້ສຶກລະອຽດອ່ອນຕໍ່ພຣະວິນຍານໄດ້ແນວໃດ?
-
-
ຈາກເຄື່ອງມືວາງແຜນຂອງທ່ານ, ໃຫ້ບັນທຶກຜູ້ຄົນທີ່ທ່ານໄດ້ຕິດຕໍ່ພາຍໃນສອງມື້ຜ່ານມາ. ລວມທັງຜູ້ທີ່ທ່ານກຳລັງສິດສອນ ແລະ ສະມາຊິກ.
-
ສຳລັບແຕ່ລະຄົນ, ຂຽນຄຳເຊື້ອເຊີນທີ່ທ່ານສະເໜີ ແລະ ຄຳໝັ້ນສັນຍາທີ່ເຂົາເຈົ້າໄດ້ເຮັດ.
-
ພິຈາລະນາຄຳເຊື້ອເຊີນອື່ນໆທີ່ທ່ານສາມາດສະເໜີ.
-
ສົນທະນາວ່າເປັນຫຍັງທ່ານຈຶ່ງສາມາດໄດ້ຮັບຄຳໝັ້ນສັນຍາຈາກຄົນເຫລົ່ານີ້ບາງຄົນ, ແຕ່ບໍ່ໄດ້ຮັບຈາກຄົນອື່ນໆ.
-
ທ່ານຈະເຮັດສິ່ງໃດເພື່ອຕິດຕາມຜົນຂອງຄຳເຊື້ອເຊີນເຫລົ່ານີ້?
-
ສະພາທ້ອງຖິ່ນ, ກອງປະຊຸມອະນາເຂດ, ແລະ ສະພາຜູ້ນຳເຂດເຜີຍແຜ່
-
ສົນທະນາແນວຄິດທີ່ມີປະສິດທິພາບ ແລະ ສ້າງສັນສຳລັບການຕິດຕໍ່ປະຈຳວັນກັບຜູ້ຄົນທີ່ທ່ານກຳລັງສິດສອນ. ຜູ້ສອນສາດສະໜາໄດ້ເຮັດວຽກງານກັບສະມາຊິກຢ່າງມີປະສິດທິພາບແນວໃດ? ມີສື່ທີ່ພິມ ຫລື ດິຈິຕັນໃດແດ່ທີ່ຖືກໃຊ້? ທ່ານສາມາດເຮັດຫຍັງໄດ້ແດ່ເມື່ອຜູ້ຄົນບໍ່ຢູ່ເຮືອນ ຫລື ຫຍຸ້ງເກີນກວ່າທີ່ຈະພົບກັບທ່ານ?
-
ສົນທະນາວິທີທີ່ຜູ້ສອນສາດສະໜາໄດ້ສິດສອນພຣະບັນຍັດຢ່າງມີປະສິດທິພາບໃນ ບົດຮຽນທີ 4.
ຜູ້ນຳເຜີຍແຜ່ ແລະ ທີ່ປຶກສາເຜີຍແຜ່
-
ເມື່ອເປັນໄປໄດ້, ໄປກັບຜູ້ສອນສາດສະໜາເປັນບາງຄັ້ງ ຂະນະທີ່ເຂົາເຈົ້າສິດສອນ. ຊ່ວຍໃຫ້ເຂົາເຈົ້າສຸມໃສ່ການຊ່ວຍຜູ້ຄົນເຮັດ ແລະ ຮັກສາພັນທະສັນຍາ.
-
ຊຸກຍູ້ຜູ້ນຳຖານະປະໂລຫິດໃນຫວອດ, ຜູ້ນຳອົງການ, ແລະ ສະມາຊິກໃຫ້ຕິດຕໍ່ປະຈຳວັນກັບຜູ້ຄົນທີ່ຜູ້ສອນສາດສະໜາກຳລັງສິດສອນ—ຖ້າຜູ້ຄົນເຫັນດີກັບການຕິດຕໍ່ນີ້.