“ບົດທີ 1: ບັນລຸຈຸດປະສົງການເປັນຜູ້ສອນສາດສະໜາຂອງທ່ານ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ (2023)
“ບົດທີ 1,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ
ບົດທີ 1
ບັນລຸຈຸດປະສົງການເປັນຜູ້ສອນສາດສະໜາຂອງທ່ານ
ຈຸດປະສົງຂອງທ່ານ: ເຊື້ອເຊີນຄົນອື່ນໃຫ້ມາຫາພຣະຄຣິດ ໂດຍການຊ່ວຍໃຫ້ເຂົາເຈົ້າຮັບເອົາພຣະກິດຕິຄຸນທີ່ຖືກຟື້ນຟູ ຜ່ານທາງສັດທາໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ, ການກັບໃຈ, ການຮັບບັບຕິສະມາ, ການຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ການອົດທົນຈົນເຖິງທີ່ສຸດ.
ໜ້າທີ່ມອບໝາຍຂອງທ່ານໃນການສິດສອນພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ
ທ່ານຖືກອ້ອມຮອບໄປດ້ວຍຜູ້ຄົນ. ທ່ານຍ່າງກາຍເຂົາເຈົ້າຢູ່ຫົນທາງ ແລະ ເດີນທາງທ່າມກາງເຂົາເຈົ້າ. ທ່ານຢ້ຽມຢາມເຂົາເຈົ້າໃນບ້ານຂອງເຂົາເຈົ້າ ແລະ ຕິດຕໍ່ກັບເຂົາເຈົ້າທາງອອນລາຍ. ເຂົາເຈົ້າທຸກໆຄົນເປັນລູກຂອງພຣະເຈົ້າ—ອ້າຍເອື້ອຍນ້ອງຂອງທ່ານ. ພຣະເຈົ້າຮັກເຂົາເຈົ້າຄືກັນກັບທີ່ພຣະອົງຮັກທ່ານ.
ຫລາຍຄົນເຫລົ່ານີ້ກຳລັງສະແຫວງຫາເປົ້າໝາຍຂອງຊີວິດ. ເຂົາເຈົ້າເປັນຫ່ວງກັບອະນາຄົດຂອງເຂົາເຈົ້າ ແລະ ຄອບຄົວຂອງເຂົາເຈົ້າ. ເຂົາເຈົ້າຕ້ອງການຮູ້ສຶກເປັນພາກສ່ວນ ຊຶ່ງມາຈາກການຮູ້ວ່າ ເຂົາເຈົ້າເປັນລູກຂອງພຣະເຈົ້າ ແລະ ເປັນສະມາຊິກຂອງຄອບຄົວນິລັນດອນຂອງພຣະອົງ. ເຂົາເຈົ້າຕ້ອງການຄວາມຮູ້ສຶກປອດໄພ ໃນໂລກທີ່ຄຸນຄ່າຖືກປ່ຽນແປງ. ເຂົາເຈົ້າປາດຖະໜາ “ສັນຕິສຸກຢູ່ໃນໂລກນີ້ ແລະ ຊີວິດນິລັນດອນຢູ່ໃນໂລກທີ່ຈະມາເຖິງ” (ຄຳສອນ ແລະ ພັນທະສັນຍາ 59:23).
ຫລາຍຄົນ “ໄດ້ຖືກກີດກັນຈາກຄວາມຈິງ ເພາະພວກເຂົາບໍ່ຮູ້ວ່າຈະຊອກຫາມັນໄດ້ຢູ່ບ່ອນໃດ” (ຄຳສອນ ແລະ ພັນທະສັນຍາ 123:12). ພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຊຶ່ງຖືກຟື້ນຟູຜ່ານທາງສາດສະດາໂຈເຊັບ ສະມິດ, ໄດ້ໃຫ້ຄວາມຈິງນິລັນດອນ. ຄວາມຈິງນີ້ແກ້ໄຂຄວາມປາດຖະໜາທາງວິນຍານຂອງຜູ້ຄົນ ແລະ ຊ່ວຍເຂົາເຈົ້າໃຫ້ບັນລຸຄວາມປາດຖະໜາອັນເລິກເຊິ່ງຂອງເຂົາເຈົ້າ.
ໃນຖານະເປັນຕົວແທນທີ່ໄດ້ຮັບອະນຸຍາດຂອງພຣະເຢຊູຄຣິດ, ທ່ານສິດສອນວ່າ “ການໄຖ່ມາເຖິງໂດຍຜ່ານທາງພຣະເມຊີອາຜູ້ບໍລິສຸດ” (2 ນີໄຟ 2:6). ທ່ານເຊື້ອເຊີນຜູ້ຄົນໃຫ້ມາຫາພຣະຄຣິດ ເພື່ອປ່ຽນໃຈເຫລື້ອມໃສໃນພຣະອົງ ແລະ ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະອົງ. ເມື່ອເຂົາເຈົ້າຮັບເອົາການເຊື້ອເຊີນຂອງທ່ານ, ເຂົາເຈົ້າຈະມີຄວາມສຸກ, ຄວາມຫວັງ, ສັນຕິສຸກ, ແລະ ຈຸດປະສົງຫລາຍຂຶ້ນ.
ເພື່ອຈະມາຫາພຣະຜູ້ຊ່ວຍໃຫ້ລອດ, ຜູ້ຄົນຕ້ອງມີສັດທາໃນພຣະອົງ. ທ່ານສາມາດຊ່ວຍເຂົາເຈົ້າພັດທະນາສັດທານີ້ຂະນະທີ່ທ່ານ:
-
ສິດສອນເຂົາເຈົ້າກ່ຽວກັບພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ ແລະ ເປັນພະຍານເຖິງຄວາມຈິງຂອງພຣະກິດຕິຄຸນ.
-
ເຊື້ອເຊີນເຂົາເຈົ້າໃຫ້ເຮັດຄຳໝັ້ນສັນຍາທີ່ຈະດຳລົງຊີວິດຕາມຄຳສອນຂອງມັນ.
-
ຕິດຕາມຜົນ ແລະ ຊ່ວຍໃຫ້ເຂົາເຈົ້າປະຕິບັດຕາມຄຳໝັ້ນສັນຍາທີ່ເຂົາເຈົ້າໄດ້ເຮັດໄວ້.
-
ຊ່ວຍໃຫ້ເຂົາເຈົ້າມີປະສົບການ ຊຶ່ງໃນນັ້ນເຂົາເຈົ້າຮູ້ສຶກເຖິງອິດທິພົນຂອງພຣະວິນຍານບໍລິສຸດ (ເບິ່ງ 1 ນີໄຟ 10:17–19).
ສັດທາໃນພຣະເຢຊູຄຣິດຈະຊ່ວຍໃຫ້ຜູ້ຄົນກັບໃຈ. ໂດຍການຊົດໃຊ້ແທນບາບຂອງເຮົາ, ພຣະເຢຊູຈຶ່ງເຮັດໃຫ້ການກັບໃຈເປັນໄປໄດ້. ເມື່ອຜູ້ຄົນກັບໃຈ, ເຂົາເຈົ້າຈະສະອາດຈາກບາບ ແລະ ເຂົ້າໃກ້ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຫລາຍຂຶ້ນ. ເຂົາເຈົ້າຈະປະສົບກັບຄວາມຊື່ນຊົມ ແລະ ສັນຕິສຸກຂອງການໄດ້ຮັບການໃຫ້ອະໄພ.
ການກັບໃຈກະກຽມຜູ້ຄົນສຳລັບພັນທະສັນຍາແຫ່ງການບັບຕິສະມາ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ. “ຈົ່ງມາຫາເຮົາ,” ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວ, “ແລະ ຮັບບັບຕິສະມາໃນນາມຂອງເຮົາ, ເພື່ອເຈົ້າຈະໄດ້ຖືກຊຳລະລ້າງໃຫ້ບໍລິສຸດໂດຍການຮັບພຣະວິນຍານບໍລິສຸດ, ເພື່ອເຈົ້າຈະຢືນຢູ່ໂດຍບໍ່ມີມົນທິນຕໍ່ໜ້າເຮົາໃນວັນສຸດທ້າຍ” (3 ນີໄຟ 27:20).
ເມື່ອຄວາມເຂົ້າໃຈ ແລະ ປະຈັກພະຍານຂອງທ່ານເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ການຊົດໃຊ້ຂອງພຣະອົງເຕີບໂຕຂຶ້ນ, ຄວາມປາດຖະໜາຂອງທ່ານທີ່ຈະແບ່ງປັນພຣະກິດຕິຄຸນກໍຈະເພີ່ມພູນຫລາຍຂຶ້ນ. ທ່ານຈະຮູ້ສຶກ, ດັ່ງທີ່ລີໄຮໄດ້ຮູ້ສຶກ, ວ່າມັນ “ສຳຄັນພຽງໃດທີ່ຈະເຮັດໃຫ້ສິ່ງເຫລົ່ານີ້ເປັນທີ່ຮູ້ຈັກແກ່ຜູ້ອາໄສຂອງແຜ່ນດິນໂລກ” (2 ນີໄຟ 2:8).
ສິດອຳນາດ ແລະ ອຳນາດຂອງການເອີ້ນຂອງທ່ານ
ທ່ານໄດ້ຖືກເອີ້ນ ແລະ ຖືກແຕ່ງຕັ້ງເປັນທາງການເພື່ອໃຫ້ “ປະກາດຂ່າວອັນໜ້າຊື່ນຊົມທີ່ຍິ່ງໃຫຍ່, ແມ່ນແຕ່ພຣະກິດຕິຄຸນອັນເປັນນິດ” (ຄຳສອນ ແລະ ພັນທະສັນຍາ 79:1). ເໝືອນດັ່ງພວກລູກຊາຍຂອງໂມໄຊຢາ, ທ່ານສາມາດສິດສອນດ້ວຍສິດອຳນາດ ແລະ ອຳນາດຂອງພຣະເຈົ້າ (ເບິ່ງ ແອວມາ 17:2–3).
ພາຍໃຕ້ການຊີ້ນຳຂອງພຣະຄຣິດ, ສິດອຳນາດທີ່ຈະສິດສອນພຣະກິດຕິຄຸນ ໄດ້ຖືກຟື້ນຟູຜ່ານທາງສາດສະດາໂຈເຊັບ ສະມິດ. ເມື່ອທ່ານໄດ້ຖືກແຕ່ງຕັ້ງເປັນທາງການໃນຖານະຜູ້ສອນສາດສະໜາ, ທ່ານໄດ້ຮັບສິດອຳນາດນີ້. ສິດອຳນາດນີ້ມາພ້ອມກັບສິດທິ, ສິດທິພິເສດ, ແລະ ໜ້າທີ່ຮັບຜິດຊອບ ໃນການເປັນຕົວແທນພຣະຜູ້ເປັນເຈົ້າ ແລະ ສິດສອນພຣະກິດຕິຄຸນຂອງພຣະອົງ.
ສິດອຳນາດນີ້ແມ່ນລວມທັງໜ້າທີ່ຮັບຜິດຊອບທີ່ຈະດຳລົງຊີວິດຢ່າງມີຄ່າຄວນກັບການເອີ້ນຂອງທ່ານ. ໃຫ້ນັບຖືການຖືກແຕ່ງຕັ້ງເປັນທາງການຂອງທ່ານຢ່າງຈິງຈັງ. ຢູ່ໃຫ້ຫ່າງໄກຈາກບາບ ແລະ ຈາກທຸກສິ່ງທີ່ຫຍາບຄາຍ ຫລື ຕ່ຳຊ້າ. ຢູ່ໃຫ້ຫ່າງໄກຈາກວິທີທາງ ແລະ ຄວາມຄິດຂອງໂລກ. ເຮັດຕາມມາດຕະຖານໃນ Missionary Standards for Disciples of Jesus Christ. ໃນຖານະຜູ້ຕາງໜ້າຂອງພຣະຜູ້ເປັນເຈົ້າ, ຈົ່ງ “ເປັນແບບຢ່າງໃຫ້ຄົນທີ່ເຊື່ອ” (1 ຕີໂມທຽວ 4:12). ໃຫ້ກຽດແກ່ພຣະນາມຂອງພຣະເຢຊູຄຣິດ ໂດຍການກະທຳ ແລະ ວາຈາຂອງທ່ານ.
ນອກເໜືອໄປຈາກສິດອຳນາດແລ້ວ, ທ່ານຕ້ອງການພະລັງທາງວິນຍານເພື່ອເຮັດການເອີ້ນຂອງທ່ານໃຫ້ສຳເລັດ. ພຣະເຈົ້າປະທານພະລັງທາງວິນຍານໃຫ້ ເມື່ອທ່ານເຮັດວຽກຢ່າງສະໝ່ຳສະເໝີ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ປະຈັກພະຍານຂອງທ່ານເຖິງພຣະອົງ, ພຣະເຢຊູຄຣິດ, ແລະ ເຖິງຄວາມຈິງຂອງພຣະກິດຕິຄຸນທີ່ທ່ານສິດສອນ. ພຣະອົງປະທານພະລັງທາງວິນຍານໃຫ້ ເມື່ອທ່ານອະທິຖານ, ສຶກສາພຣະຄຳພີ, ແລະ ສະແຫວງຫາທີ່ຈະບັນລຸຈຸດປະສົງການເປັນຜູ້ສອນສາດສະໜາຂອງທ່ານ. ພຣະອົງປະທານພະລັງທາງວິນຍານໃຫ້ ເມື່ອທ່ານພະຍາຍາມຮັກສາພຣະບັນຍັດຂອງພຣະອົງ ແລະ ພັນທະສັນຍາທີ່ທ່ານໄດ້ເຮັດ ເມື່ອທ່ານໄດ້ຮັບພິທີການແຫ່ງຄວາມລອດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 35:24).
ພະລັງທາງວິນຍານສາມາດສະແດງໃຫ້ປະຈັກເມື່ອທ່ານ:
-
ໃຊ້ພຣະຄຳພີເພື່ອສິດສອນຜູ້ຄົນ, ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈຄວາມຈິງຂອງພຣະກິດຕິຄຸນຢ່າງເລິກເຊິ່ງ, ແລະ ຊ່ວຍໃຫ້ເຂົາເຈົ້າເຫັນວ່າ ຈະນຳໃຊ້ຄວາມຈິງເຫລົ່ານີ້ໃນຊີວິດຂອງເຂົາເຈົ້າແນວໃດ (ເບິ່ງ 1 ນີໄຟ 19:23; ແອວມາ 26:13; 31:5).
-
ຮັບເອົາການນຳພາຂອງພຣະວິນຍານກ່ຽວກັບວ່າ ພຣະຜູ້ເປັນເຈົ້າຈະໃຫ້ທ່ານເວົ້າແນວໃດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:85).
-
ຮັບເອົາການນຳພາຈາກພຣະວິນຍານກ່ຽວກັບວ່າຈະໄປໃສ ແລະ ຈະເຮັດຫຍັງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 28:15; 31:11; 75:26–27).
-
ໃຫ້ການສິດສອນ ແລະ ປະຈັກພະຍານຂອງທ່ານໄດ້ຮັບການຢືນຢັນໂດຍພຣະວິນຍານ (ເບິ່ງ 2 ນີໄຟ 33:1; ຄຳສອນ ແລະ ພັນທະສັນຍາ 100:5–8).
-
ມີພາກສ່ວນໃນພິທີການແຫ່ງຄວາມລອດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:19–20).
-
ມອບພອນຂອງຖານະປະໂລຫິດ ຖ້າຫາກທ່ານເປັນແອວເດີ (ເບິ່ງ ຢາໂກໂບ 5:14–15).
-
ອະທິຖານຮ່ວມກັບ ແລະ ເພື່ອຜູ້ຄົນທີ່ທ່ານເຮັດວຽກນຳ (ເບິ່ງ ແອວມາ 6:6; 8:18–22; 10:7–11; 31:26–35; ຄຳສອນ ແລະ ພັນທະສັນຍາ 75:19).
-
ສະແດງຄວາມຮັກ ແລະ ຄວາມກະຕັນຍູສຳລັບພຣະຜູ້ເປັນເຈົ້າ, ຄອບຄົວຂອງທ່ານ, ຜູ້ສອນສາດສະໜາຄົນອື່ນໆ, ແລະ ຜູ້ຄົນທີ່ທ່ານຮັບໃຊ້ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 59:7; 78:19).
ສະແຫວງຫາທີ່ຈະມີພຣະວິນຍານບໍລິສຸດສະຖິດຢູ່ກັບທ່ານ
ທ່ານໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ຂະນະທີ່ທ່ານໄດ້ຮັບການຢືນຢັນເປັນສະມາຊິກຂອງສາດສະໜາຈັກ. ໃນຖານະຜູ້ສອນສາດສະໜາ—ແລະ ຕະຫລອດຊີວິດຂອງທ່ານ—ຄວາມຕ້ອງການຫລາຍທີ່ສຸດຢ່າງໜຶ່ງຈະເປັນການມີພຣະວິນຍານບໍລິສຸດສະຖິດຢູ່ນຳທ່ານ (ເບິ່ງ 1 ນີໄຟ 10:17; 3 ນີໄຟ 19:9). ພຣະວິນຍານບໍລິສຸດເປັນສະມາຊິກອົງທີສາມໃນຝ່າຍພຣະເຈົ້າ.
ພຣະວິນຍານບໍລິສຸດນຳພາ, ສິດສອນ, ແລະ ປອບໂຍນທ່ານ. ພຣະອົງຊຳລະ ແລະ ເຮັດໃຫ້ທ່ານສະອາດ. ພຣະອົງເປັນພະຍານເຖິງຄວາມຈິງ ແລະ ສະແດງປະຈັກພະຍານເຖິງພຣະບິດາ ແລະ ພຣະບຸດ. ພຣະອົງຊ່ວຍໃຫ້ທ່ານປ່ຽນໃຈເຫລື້ອມໃສ ແລະ ຊ່ວຍໃຫ້ຄົນທີ່ທ່ານສິດສອນປ່ຽນໃຈເຫລື້ອມໃສ. (ເບິ່ງ 3 ນີໄຟ 27:20; 28:11; ອີເທີ 12:41; ໂມໂຣໄນ 8:26; 10:5; ໂຢຮັນ 15:26.)
ພຣະວິນຍານບໍລິສຸດ “ຈະສະແດງທຸກຢ່າງທີ່ພວກທ່ານຄວນເຮັດໃຫ້ແກ່ພວກທ່ານ” (2 ນີໄຟ 32:5). ພຣະອົງຈະຂະຫຍາຍຄວາມສາມາດ ແລະ ການຮັບໃຊ້ຂອງທ່ານ ເກີນກວ່າທີ່ທ່ານສາມາດເຮັດໄດ້ດ້ວຍຕົນເອງ.
ການສະແຫວງຫາທີ່ຈະມີພຣະວິນຍານບໍລິສຸດສະຖິດຢູ່ກັບທ່ານ ຄວນເປັນໜຶ່ງໃນສິ່ງທີ່ທ່ານປາດຖະໜາຫລາຍທີ່ສຸດ. ທ່ານຈະຮູ້ສຶກເຖິງການເປັນເພື່ອນຂອງພຣະອົງເມື່ອທ່ານ:
-
ອະທິຖານ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 42:14).
-
ສະສົມພຣະຄຳຂອງພຣະເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 11:21; 84:85).
-
ເຮັດໃຫ້ໃຈຂອງທ່ານບໍລິສຸດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 112:28).
-
ຮັກສາພຣະບັນຍັດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 130:20–21).
-
ຮັບສ່ວນສິນລະລຶກທຸກອາທິດ (ເບິ່ງ ໂມໂຣໄນ 4–5; ຄຳສອນ ແລະ ພັນທະສັນຍາ 20:77, 79).
“ຂ້າພະເຈົ້າຂໍໃຫ້ທ່ານຈົ່ງຂະຫຍາຍຄວາມສາມາດທາງວິນຍານຂອງທ່ານ ເພື່ອຈະໄດ້ຮັບການເປີດເຜີຍ. … ໃຫ້ເລືອກເຮັດສິ່ງທີ່ຈຳເປັນທາງວິນຍານ ເພື່ອຈະຊື່ນຊົມກັບຂອງປະທານແຫ່ງພຣະວິນຍານບໍລິສຸດ ແລະ ໄດ້ຍິນສຸລະສຽງຂອງພຣະວິນຍານຫລາຍກວ່າເກົ່າ ແລະ ແຈ່ມແຈ້ງກວ່າເກົ່າ” (Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 96).
ຮຽນຮູ້ທີ່ຈະຮູ້ສຶກເຖິງພຣະວິນຍານ
ທ່ານຈະບັນລຸຈຸດປະສົງການເປັນຜູ້ສອນສາດສະໜາຂອງທ່ານໄດ້ດີກວ່າເກົ່າ ເມື່ອທ່ານຮຽນຮູ້ທີ່ຈະຮູ້ສຶກ ແລະ ເຮັດຕາມການນຳພາຈາກພຣະວິນຍານບໍລິສຸດ. ຕາມປົກກະຕິແລ້ວ ພຣະວິນຍານຈະສື່ສານຢ່າງງຽບໆ, ຜ່ານທາງຄວາມຮູ້ສຶກ ແລະ ຄວາມຄິດຂອງທ່ານ. ອຸທິດຕົນເພື່ອສະແຫວງຫາ, ຮັບຮູ້, ແລະ ເຮັດຕາມການກະຕຸ້ນທີ່ລະອຽດອ່ອນເຫລົ່ານີ້. ມັນຈະມາໃນຫລາຍວິທີທາງ (ເບິ່ງ ບົດທີ 4; ເບິ່ງ ຄຳສອນ ແລະ ພັນທະສັນຍາ 8:2–3; 11:12–14; ຄາລາເຕຍ 5:22–23) ນຳອີກ.
ສິດສອນໂດຍພຣະວິນຍານ
ພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນ “ອຳນາດຂອງພຣະເຈົ້າ ເພື່ອໃຫ້ທຸກຄົນທີ່ເຊື່ອໄດ້ຮັບ [ຄວາມລອດ]” (ໂຣມ 1:16). ເພາະດ້ວຍເຫດຜົນນີ້, ຂ່າວສານຂອງການຟື້ນຟູພຣະກິດຕິຄຸນຈຶ່ງຈຳເປັນຕ້ອງຖືກສິດສອນດ້ວຍອຳນາດຈາກສະຫວັນ—ອຳນາດຂອງພຣະວິນຍານບໍລິສຸດ.
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ພຣະວິນຍານຈະຖືກມອບໃຫ້ແກ່ເຈົ້າໂດຍການອະທິຖານດ້ວຍສັດທາ; ແລະ ຖ້າຫາກພວກເຈົ້າບໍ່ໄດ້ຮັບພຣະວິນຍານ ພວກເຈົ້າຈະບໍ່ສິດສອນ” (ຄຳສອນ ແລະ ພັນທະສັນຍາ 42:14; ເບິ່ງ 50:13–14, 17–22 ນຳອີກ). ເມື່ອທ່ານສິດສອນໂດຍອຳນາດຂອງພຣະວິນຍານບໍລິສຸດ, ພຣະອົງຈະ:
-
ສິດສອນທ່ານເຖິງຄວາມຈິງ ແລະ ນຳຄຳສອນທີ່ທ່ານໄດ້ສຶກສາມາສູ່ຄວາມຊົງຈຳຂອງທ່ານ (ເບິ່ງ ໂຢຮັນ 14:26).
-
ມອບຄຳທີ່ທ່ານຕ້ອງການໃຫ້ທ່ານ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:85).
-
ນຳຂ່າວສານຂອງທ່ານເຂົ້າໃນໃຈຜູ້ຄົນທີ່ທ່ານສິດສອນ (ເບິ່ງ 2 ນີໄຟ 33:1).
-
ຊ່ວຍທ່ານ—ແລະ ຜູ້ທີ່ຮັບເອົາໂດຍພຣະວິນຍານ—ໃຫ້ເຂົ້າໃຈກັນ ແລະ ຮຽນຮູ້ນຳກັນ ແລະ ປິຕິຍິນດີນຳກັນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 50:17–22).
-
ເປັນພະຍານເຖິງຄວາມຈິງຂອງຂ່າວສານຂອງທ່ານ ແລະ ຢືນຢັນຄຳເວົ້າຂອງທ່ານກັບຜູ້ທີ່ຮັບເອົາທ່ານ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 100:5–8).
ພຣະຜູ້ເປັນເຈົ້າຈະອວຍພອນທ່ານຢ່າງຫລວງຫລາຍ ເມື່ອທ່ານສະແຫວງຫາ, ເພິ່ງອາໄສ, ແລະ ສິດສອນໂດຍພຣະວິນຍານບໍລິສຸດ (ເບິ່ງ ບົດທີ 4 ແລະ 10).
ພຣະກິດຕິຄຸນຂອງພຣະຄຣິດ ແລະ ຄຳສອນຂອງພຣະຄຣິດ
ພຣະກິດຕິຄຸນຂອງພຣະເຢຊູຄຣິດກຳນົດທັງຂ່າວສານຂອງທ່ານ ແລະ ຈຸດປະສົງຂອງທ່ານ. ມັນຍັງໃຫ້ຄຳຕອບຕໍ່ຄຳຖາມທີ່ວ່າ “ຄືຫຍັງ” ແລະ “ເປັນຫຍັງ” ຂອງການຮັບໃຊ້ເຜີຍແຜ່ຂອງທ່ານນຳອີກ. ພຣະກິດຕິຄຸນຂອງພຣະອົງແມ່ນລວມທັງຄຳສອນ, ຫລັກທຳ, ກົດ, ພຣະບັນຍັດ, ພິທີການ ແລະ ພັນທະສັນຍາທີ່ຈຳເປັນຕໍ່ຄວາມລອດ ແລະ ຄວາມສູງສົ່ງ.
ຂ່າວສານຂອງພຣະກິດຕິຄຸນຄື ເຮົາສາມາດເຂົ້າເຖິງອຳນາດແຫ່ງການຊ່ວຍໃຫ້ລອດ ແລະ ການໄຖ່ຂອງພຣະເຢຊູຄຣິດ ໂດຍການໃຊ້ສັດທາໃນພຣະອົງ, ການກັບໃຈ, ການຮັບບັບຕິສະມາ, ການຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ການອົດທົນຈົນເຖິງທີ່ສຸດ (ເບິ່ງ 3 ນີໄຟ 27:13–22).
ສິ່ງນີ້ກໍຍັງເປັນທີ່ຮູ້ຈັກກັນວ່າເປັນຄຳສອນຂອງພຣະຄຣິດເຊັ່ນກັນ. ການດຳລົງຊີວິດຕາມຄຳສອນນີ້ ຄືວິທີທີ່ເຮົາມາຫາພຣະຄຣິດ ແລະ ຮັບຄວາມລອດ (ເບິ່ງ 1 ນີໄຟ 15:14). ສິ່ງນີ້ໄດ້ຖືກສິດສອນຢ່າງມີພະລັງໃນພຣະຄຳພີມໍມອນ (ເບິ່ງ 2 ນີໄຟ 31; 32:1–6; 3 ນີໄຟ 11:31–40). ຈຸດປະສົງຂອງທ່ານຄືຊ່ວຍໃຫ້ຜູ້ຄົນມາຫາພຣະຄຣິດ ໂດຍການຊ່ວຍໃຫ້ເຂົາເຈົ້າດຳລົງຊີວິດຕາມຄຳສອນຂອງພຣະອົງ.
“ຈົ່ງສັ່ງສອນຫລັກທຳຂໍ້ທຳອິດຂອງພຣະກິດຕິຄຸນ—ຈົ່ງສັ່ງສອນມັນລຶ້ມຄືນຫລາຍໆເທື່ອ; ທ່ານຈະເຫັນວ່າ ວັນແລ້ວວັນເລົ່າ, ແນວຄິດໃໝ່ ແລະ ຄວາມເຂົ້າໃຈໃໝ່ ກ່ຽວກັບສິ່ງເຫລົ່ານັ້ນ ຈະຖືກເປີດເຜີຍແກ່ທ່ານ. ທ່ານສາມາດຂະຫຍາຍຄວາມ ເພື່ອຈະໄດ້ເຂົ້າໃຈຢ່າງແຈ່ມແຈ້ງ. ແລ້ວທ່ານຈະສາມາດເຮັດໃຫ້ຄົນທີ່ທ່ານສິດສອນເຂົ້າໃຈຢ່າງແຈ່ມແຈ້ງຫລາຍຂຶ້ນ” (Hyrum Smith, in History, 1838–1856, volume E-1 [1 July 1843–30 April 1844], 1994, josephsmithpapers.org).
ສັດທາໃນພຣະເຢຊູຄຣິດ
ສັດທາເປັນພື້ນຖານສຳລັບຫລັກທຳພຣະກິດຕິຄຸນອື່ນໆທັງໝົດ. ມັນເປັນຫລັກທຳຂອງການກະທຳ ແລະ ພະລັງ.
ສັດທາຂອງເຮົາຕ້ອງການໃຫ້ພຣະເຢຊູຄຣິດເປັນຈຸດສູນກາງ ເພື່ອນຳພາເຮົາໄປສູ່ຄວາມລອດ. ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນວ່າ, “ເພາະວ່າພຣະເຈົ້າຊົງຮັກໂລກຫລາຍທີ່ສຸດ, ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ” (ໂຢຮັນ 3:16).
ສັດທາໃນພຣະເຢຊູຄຣິດແມ່ນລວມທັງການເຊື່ອວ່າ ພຣະອົງເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ. ມັນແມ່ນການໄວ້ວາງໃຈພຣະອົງ ໃນຖານະພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ (ເບິ່ງ ໂມໄຊຢາ 3:17; 4:6–10; ແອວມາ 5:7–15). ມັນແມ່ນການໝັ້ນໃຈເຕັມທີ່ໃນພຣະອົງ ແລະ ໃນພຣະຄຳ, ຄຳສອນ, ແລະ ຄຳສັນຍາຂອງພຣະອົງ. ສັດທາຂອງເຮົາໃນພຣະຄຣິດເຕີບໂຕຂຶ້ນເມື່ອເຮົາເຮັດຕາມຄຳສອນ ແລະ ຕົວຢ່າງຂອງພຣະອົງ ດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ (ເບິ່ງ 2 ນີໄຟ 31:6–13; 3 ນີໄຟ 27:21–22).
ໃນຖານະຜູ້ສອນສາດສະໜາ, ຈົ່ງຊ່ວຍໃຫ້ຜູ້ຄົນເຮັດ ແລະ ຮັກສາຄຳໝັ້ນສັນຍາ ທີ່ສ້າງສັດທາຂອງເຂົາເຈົ້າໃນພຣະເຢຊູຄຣິດ. ຄຳໝັ້ນສັນຍາເຫລົ່ານີ້ກະກຽມເຂົາເຈົ້າໃຫ້ຮັບເອົາພິທີການ ແລະ ຮັກສາພັນທະສັນຍາສັກສິດກັບພຣະເຈົ້າ.
ການກັບໃຈ
ສັດທາໃນພຣະເຢຊູຄຣິດນຳພາເຮົາໄປສູ່ການກັບໃຈ (ເບິ່ງ ຮີລາມັນ 14:13). ການກັບໃຈແມ່ນຂະບວນການທີ່ຫັນມາຫາພຣະເຈົ້າ ແລະ ຫັນຫລັງໃຫ້ບາບ. ເມື່ອເຮົາກັບໃຈ, ການກະທຳ, ຄວາມປາດຖະໜາ, ແລະ ຄວາມຄິດຂອງເຮົາຈະປ່ຽນໄປ ເພື່ອໃຫ້ສອດຄ່ອງກັບພຣະປະສົງຂອງພຣະເຈົ້າຫລາຍຂຶ້ນ.
ຜ່ານທາງການຊົດໃຊ້ຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ຈ່າຍແທນບາບຂອງເຮົາ (ເບິ່ງ ໂມໄຊຢາ 15:9; ແອວມາ 34:15–17). ເມື່ອເຮົາກັບໃຈ, ເຮົາຈະສາມາດໄດ້ຮັບການໃຫ້ອະໄພ ຍ້ອນພຣະເຢຊູຄຣິດ ແລະ ການເສຍສະລະຂອງພຣະອົງ, ເພາະພຣະອົງໄດ້ອ້າງສິດຂອງພຣະອົງໃນຄວາມເມດຕາຂອງພຣະອົງສຳລັບຜູ້ທີ່ສຳນຶກຜິດ (ເບິ່ງ ໂມໂຣໄນ 7:27–28). ໃນຄຳຂອງສາດສະດາລີໄຮ, “ການໄຖ່ [ຂອງເຮົາ] … ມາເຖິງຜ່ານທາງພຣະຄຸນຄວາມດີ, ແລະ ພຣະເມດຕາ, ແລະ ພຣະຄຸນຂອງພຣະເມຊີອາ” (2 ນີໄຟ 2:6, 8).
ການກັບໃຈແມ່ນເປັນຫລາຍກວ່າພຽງແຕ່ການໃຊ້ຄວາມຕັ້ງໃຈເພື່ອປ່ຽນແປງພຶດຕິກຳ ຫລື ການເອົາຊະນະຄວາມອ່ອນແອເທົ່ານັ້ນ. ການກັບໃຈແມ່ນການຫັນມາຫາພຣະຄຣິດຢ່າງຈິງໃຈ, ຜູ້ປະທານພະລັງໃຫ້ເຮົາເພື່ອປະສົບກັບ “ການປ່ຽນແປງອັນຍິ່ງໃຫຍ່” ໃນໃຈຂອງເຮົາ (ເບິ່ງ ແອວມາ 5:12–14). ມັນລວມທັງການຍອມຕົນຕໍ່ພຣະວິນຍານ ແລະ ຍິນຍອມຕາມພຣະປະສົງຂອງພຣະເຈົ້າ. ເມື່ອເຮົາກັບໃຈ, ເຮົາຈະຕັ້ງໃຈທີ່ຈະຮັບໃຊ້ພຣະເຈົ້າ ແລະ ເຊື່ອຟັງພຣະບັນຍັດຂອງພຣະອົງຫລາຍຂຶ້ນ. ເຮົາໄດ້ເກີດໃໝ່ທາງວິນຍານໃນພຣະຄຣິດ.
ການກັບໃຈເປັນຫລັກທຳໃນທາງບວກ ທີ່ນຳຄວາມຊື່ນຊົມ ແລະ ສັນຕິສຸກມາໃຫ້. ມັນນຳເຮົາ “ໄປຫາອຳນາດຂອງພຣະຜູ້ໄຖ່, ໄປຫາຄວາມລອດຂອງຈິດວິນຍານ [ຂອງເຮົາ]” (ຮີລາມັນ 5:11).
ຈົ່ງກ້າຫານ ແລະ ມີຄວາມຮັກໃນການຊ່ວຍຜູ້ຄົນໃຫ້ເຂົ້າໃຈວ່າເປັນຫຍັງເຂົາເຈົ້າຈຶ່ງຄວນກັບໃຈ. ໂດຍການເຊື້ອເຊີນຜູ້ຄົນທີ່ທ່ານສິດສອນໃຫ້ເຮັດຄຳໝັ້ນສັນຍາ, ທ່ານໄດ້ເຊື້ອເຊີນເຂົາເຈົ້າໃຫ້ກັບໃຈ ແລະ ທ່ານໄດ້ສະເໜີມອບຄວາມຫວັງໃຫ້ແກ່ເຂົາເຈົ້າ.
ການບັບຕິສະມາ
ສັດທາໃນພຣະເຢຊູຄຣິດ ແລະ ການກັບໃຈກະກຽມເຮົາສຳລັບພິທີການແຫ່ງການບັບຕິສະມາ. “ຜົນທຳອິດຂອງການກັບໃຈຄື ການບັບຕິສະມາ” (ໂມໂຣໄນ 8:25). ເຮົາເຂົ້າສູ່ປະຕູຊີວິດນິລັນດອນ ເມື່ອເຮົາຮັບບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວ ໂດຍຜູ້ທີ່ໄດ້ຮັບສິດອຳນາດຈາກພຣະເຈົ້າ.
ເມື່ອເຮົາຮັບບັບຕິສະມາ, ເຮົາເຮັດພັນທະສັນຍາກັບພຣະເຈົ້າ. ເມື່ອເຮົາຮັກສາພັນທະສັນຍານີ້, ພຣະເຈົ້າສັນຍາວ່າ ຈະປະທານຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດໃຫ້ແກ່ເຮົາ, ໃຫ້ອະໄພບາບຂອງເຮົາ, ໃຫ້ສະມາຊິກກະພາບໃນສາດສະໜາຈັກຂອງພຣະເຢຊູຄຣິດແກ່ເຮົາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:77, 79; ໂມໂຣໄນ 6:4). ເຮົາຖືກເຕົ້າໂຮມຢູ່ກັບພຣະຜູ້ເປັນເຈົ້າ ແລະ ໄດ້ເກີດໃໝ່ທາງວິນຍານ ຜ່ານທາງພິທີການທີ່ມີຄວາມສຸກ ແລະ ມີຄວາມຫວັງ.
ການບັບຕິສະມາ ແລະ ການຢືນຢັນຜູ້ຄົນທີ່ທ່ານສິດສອນເປັນຈຸດໃຈກາງຂອງຈຸດປະສົງຂອງທ່ານ. ຊ່ວຍເຂົາເຈົ້າໃຫ້ເຂົ້າໃຈວ່າ ເພື່ອທີ່ຈະເໝາະສົມສຳລັບການບັບຕິສະມາ, ເຂົາເຈົ້າຈຳເປັນຕ້ອງເຮັດຕາມເງື່ອນໄຂໃນ ຄຳສອນ ແລະ ພັນທະສັນຍາ 20:37.
ການຢືນຢັນ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ
ບັບຕິສະມາມີສອງສ່ວນ: ບັບຕິສະມາດ້ວຍນ້ຳ ແລະ ບັບຕິສະມາດ້ວຍພຣະວິນຍານ. ຫລັງຈາກທີ່ເຮົາຮັບບັບຕິສະມາດ້ວຍນ້ຳແລ້ວ, ບັບຕິສະມາຈະສົມບູນເມື່ອເຮົາໄດ້ຮັບການຢືນຢັນໂດຍການວາງມື ໂດຍຜູ້ທີ່ມີສິດອຳນາດຈາກພຣະເຈົ້າ. ຜ່ານທາງການຢືນຢັນ ເຮົາຈຶ່ງສາມາດໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ແລະ ການປົດບາບຂອງເຮົາ.
ສາດສະດາໂຈເຊັບ ສະມິດ ໄດ້ສິດສອນວ່າ, “ການບັບຕິສະມາດ້ວຍນ້ຳ ເປັນພຽງເຄິ່ງໜຶ່ງຂອງການບັບຕິສະມາ, ແລະ ບໍ່ມີປະໂຫຍດຫຍັງເລີຍ ຖ້າປາດສະຈາກອີກເຄິ່ງໜຶ່ງ—ນັ້ນຄື, ການບັບຕິສະມາດ້ວຍພຣະວິນຍານບໍລິສຸດ” (Teachings of Presidents of the Church: Joseph Smith [2007], 95).
ແອວມາໄດ້ສິດສອນວ່າ, “ມະນຸດທັງປວງ … ຕ້ອງເກີດໃໝ່ເສຍກ່ອນ; ແທ້ຈິງແລ້ວ, ແມ່ນເກີດຈາກພຣະເຈົ້າ, ເພື່ອປ່ຽນຈາກສະພາບແຫ່ງກາມມະລົມ ແລະ ຕົກຕ່ຳຂອງພວກເຂົາ, ມາສູ່ສະພາບແຫ່ງຄວາມຊອບທຳ, ຖືກໄຖ່ໂດຍພຣະເຈົ້າ, ກາຍເປັນບຸດ ແລະ ທິດາຂອງພຣະອົງ; ແລະ ພວກເຂົາຈຶ່ງກາຍເປັນຄົນໃໝ່ດັ່ງນັ້ນ” (ໂມໄຊຢາ 27:25–26).
ສຳລັບຜູ້ທີ່ສຳນຶກຜິດ, ການບັບຕິສະມາດ້ວຍນ້ຳ ແລະ ບັບຕິສະມາດ້ວຍພຣະວິນຍານເປັນການເກີດໃໝ່ທາງວິນຍານ.
ອົດທົນຈົນເຖິງທີ່ສຸດ
ການຕິດຕາມພຣະເຢຊູຄຣິດເປັນຄຳໝັ້ນສັນຍາຕະຫລອດຊີວິດ. ເຮົາອົດທົນຈົນເຖິງທີ່ສຸດ ໃນຂະນະທີ່ເຮົາສືບຕໍ່ດຳເນີນຕະຫລອດຊີວິດ ເພື່ອໃຊ້ສັດທາໃນພຣະຄຣິດ, ກັບໃຈທຸກວັນ, ຮັບເອົາພິທີການ ແລະ ພັນທະສັນຍາທັງໝົດຂອງພຣະກິດຕິຄຸນ, ຮັກສາພັນທະສັນຍາ, ແລະ ມີຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດ. ສິ່ງນີ້ແມ່ນລວມທັງການຕໍ່ພັນທະສັນຍາ ທີ່ເຮົາໄດ້ເຮັດໂດຍການຮັບສ່ວນສິນລະລຶກ.
ພຣະກິດຕິຄຸນ—ເສັ້ນທາງຂອງພຣະບິດາເທິງສະຫວັນຂອງເຮົາ ເພື່ອກັບຄືນໄປຫາພຣະອົງ.
ພຣະກິດຕິຄຸນຂອງພຣະເຢຊູຄຣິດສາມາດປ່ຽນແປງວິທີທີ່ເຮົາດຳລົງຊີວິດ ແລະ ຜູ້ທີ່ເຮົາກາຍເປັນ. ຫລັກທຳຂອງມັນບໍ່ໄດ້ເປັນພຽງຂັ້ນຕອນທີ່ເຮົາປະສົບພຽງແຕ່ຄັ້ງດຽວໃນຊີວິດຂອງເຮົາ. ເມື່ອເຮົາເຮັດຊ້ຳຕະຫລອດຊີວິດ, ມັນຈະນຳເຮົາເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ ແລະ ກາຍເປັນແບບແຜນທີ່ມີຜົນປະໂຫຍດຫລາຍຂຶ້ນໃນການດຳລົງຊີວິດ. ມັນນຳສັນຕິສຸກ, ການປິ່ນປົວ, ແລະ ການໃຫ້ອະໄພມາໃຫ້. ມັນກໍຍັງກຳນົດເສັ້ນທາງທີ່ພຣະບິດາເທິງສະຫວັນຂອງເຮົາໄດ້ປະທານໃຫ້ ເພື່ອໃຫ້ເຮົາມີຊີວິດນິລັນດອນກັບພຣະອົງ.
ພຣະກິດຕິຄຸນຂອງພຣະເຢຊູຄຣິດນຳພາວິທີທີ່ທ່ານເຮັດວຽກໃນຖານະຜູ້ສອນສາດສະໜາ. ມັນຍັງສຸມໃສ່ຄວາມພະຍາຍາມຂອງທ່ານນຳອີກ. ຊ່ວຍຜູ້ຄົນໃຫ້ມີສັດທາໃນພຣະເຢຊູຄຣິດໄປສູ່ການກັບໃຈ (ເບິ່ງ ແອວມາ 34:15–17). ສິດສອນ ແລະ ເປັນພະຍານວ່າ ຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ສິດອຳນາດຂອງຖານະປະໂລຫິດໄດ້ຖືກຟື້ນຟູ. ເຊື້ອເຊີນຜູ້ຄົນໃຫ້ຮັບບັບຕິສະມາ ແລະ ດຳລົງຊີວິດຕາມຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ.
ພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນພອນໃຫ້ແກ່ລູກໆທຸກຄົນຂອງພຣະເຈົ້າ
ພຣະກິດຕິຄຸນຂອງພຣະເຢຊູຄຣິດມີໃຫ້ສຳລັບລູກໆທຸກຄົນຂອງພຣະເຈົ້າ. ພຣະຄຳພີສິດສອນວ່າ “ທຸກຄົນເທົ່າທຽມກັນໝົດ” ຕໍ່ພຣະເຈົ້າ. ພຣະອົງເຊື້ອເຊີນ “ທັງໝົດໃຫ້ເຂົ້າມາຫາພຣະອົງ ແລະ ຮັບສ່ວນພຣະກະລຸນາທິຄຸນຂອງພຣະອົງ; ແລະ ພຣະອົງບໍ່ປະຕິເສດຜູ້ໃດທີ່ມາຫາພຣະອົງເລີຍ” (2 ນີໄຟ 26:33).
ພຣະກິດຕິຄຸນເປັນພອນໃຫ້ແກ່ເຮົາຕະຫລອດຊີວິດມະຕະ ແລະ ຕະຫລອດຊົ່ວນິລັນດອນ. ເຮົາມັກຈະມີຄວາມສຸກ—ທັງສ່ວນຕົວ ແລະ ເປັນຄອບຄົວ—ເມື່ອເຮົາດຳລົງຊີວິດຕາມຄຳສອນຂອງພຣະເຢຊູຄຣິດ (ເບິ່ງ ໂມໄຊຢາ 2:41; “ຄອບຄົວ: ການປະກາດຕໍ່ໂລກ,” ChurchofJesusChrist.org). ການດຳລົງຊີວິດຕາມພຣະກິດຕິຄຸນເຮັດໃຫ້ເຮົາມີຄວາມຊື່ນຊົມຫລາຍຂຶ້ນ, ເປັນແຮງບັນດານໃຈໃນການກະທຳຂອງເຮົາ, ແລະ ເສີມສ້າງຄວາມສຳພັນຂອງເຮົາ.
ຂ່າວສານສຳຄັນຢ່າງໜຶ່ງຂອງພຣະກິດຕິຄຸນທີ່ຖືກຟື້ນຟູຄື ເຮົາທຸກຄົນເປັນພາກສ່ວນໜຶ່ງໃນຄອບຄົວຂອງພຣະເຈົ້າ. ເຮົາເປັນບຸດ ແລະ ທິດາທີ່ຮັກຂອງພຣະອົງ. ບໍ່ວ່າສະຖານະການໃນຄອບຄົວຂອງເຮົາຢູ່ເທິງໂລກນີ້ຈະເປັນແນວໃດ, ເຮົາແຕ່ລະຄົນກໍເປັນສະມາຊິກໃນຄອບຄົວຂອງພຣະເຈົ້າ.
ພາກສ່ວນໜຶ່ງທີ່ຍິ່ງໃຫຍ່ອີກຢ່າງໜຶ່ງຂອງຂ່າວສານຂອງເຮົາຄື ຄອບຄົວສາມາດຢູ່ນຳກັນຊົ່ວນິລັນດອນ. ຄອບຄົວແມ່ນຖືກແຕ່ງຕັ້ງຂຶ້ນໂດຍພຣະເຈົ້າ. ສາດສະດາຍຸກສຸດທ້າຍໄດ້ສິດສອນວ່າ:
“ແຜນແຫ່ງຄວາມສຸກ [ຂອງພຣະບິດາເທິງສະຫວັນ] ເຮັດໃຫ້ຄວາມສຳພັນຂອງຄອບຄົວຍືນຍົງຕໍ່ໄປຫລັງຈາກຄວາມຕາຍ. ພິທີການ ແລະ ພັນທະສັນຍາສັກສິດຕ່າງໆທີ່ມີໄວ້ໃນພຣະວິຫານສັກສິດ ໄດ້ເຮັດໃຫ້ເປັນໄປໄດ້ສຳລັບຜູ້ຄົນທີ່ຈະກັບໄປຫາທີ່ປະທັບຂອງພຣະເຈົ້າ ແລະ ໃຫ້ຄອບຄົວຢູ່ນຳກັນຊົ່ວນິລັນດອນໄດ້” (“ຄອບຄົວ: ການປະກາດຕໍ່ໂລກ”).
ຫລາຍຄົນມີໂອກາດຈຳກັດໃນການແຕ່ງງານ ຫລື ຄວາມສຳພັນໃນຄອບຄົວທີ່ມີຄວາມຮັກ. ຫລາຍຄົນໄດ້ປະສົບກັບການຢ່າຮ້າງ ແລະ ສະພາບຄອບຄົວທີ່ຫຍຸ້ງຍາກອື່ນໆ. ເຖິງຢ່າງໃດກໍຕາມ, ພຣະກິດຕິຄຸນເປັນພອນໃຫ້ແກ່ເຮົາເປັນສ່ວນຕົວ ບໍ່ວ່າສະຖານະການຂອງຄອບຄົວຂອງເຮົາຈະເປັນແນວໃດກໍຕາມ. ເມື່ອເຮົາຊື່ສັດ, ພຣະເຈົ້າຈະຈັດຫາຫົນທາງໃຫ້ເຮົາ ເພື່ອຈະໄດ້ຮັບພອນຂອງການມີຄອບຄົວທີ່ມີຄວາມຮັກ, ບໍ່ວ່າໃນຊີວິດນີ້ ຫລື ໃນຊີວິດທີ່ຈະມາເຖິງ (ເບິ່ງ ໂມໄຊຢາ 2:41).
ຂ່າວສານແຫ່ງການຟື້ນຟູ: ພື້ນຖານແຫ່ງສັດທາ
ບໍ່ວ່າທ່ານຮັບໃຊ້ຢູ່ໃສ ຫລື ສິດສອນໃຜກໍຕາມ, ຈົ່ງໃຫ້ການສິດສອນຂອງທ່ານມີຈຸດໃຈກາງຢູ່ທີ່ພຣະເຢຊູຄຣິດ ແລະ ການຟື້ນຟູພຣະກິດຕິຄຸນຂອງພຣະອົງ. ເມື່ອທ່ານສຶກສາຄຳສອນໃນບົດຮຽນຂອງຜູ້ສອນສາດສະໜາ, ທ່ານຈະເຫັນວ່າເຮົາມີຂ່າວສານອັນໜຶ່ງ: ພຣະເຢຊູຄືພຣະຄຣິດ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ຜ່ານທາງສາດສະດາສະໄໝໃໝ່, ພຣະບິດາເທິງສະຫວັນໄດ້ຟື້ນຟູຄວາມຮູ້ກ່ຽວກັບແຜນຂອງພຣະອົງສຳລັບຄວາມລອດຂອງເຮົາ. ແຜນນີ້ມີຈຸດໃຈກາງຢູ່ທີ່ພຣະເຢຊູຄຣິດ. ຜ່ານທາງການເສຍສະລະຊົດໃຊ້ຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດໃຫ້ເປັນໄປໄດ້ສຳລັບທຸກຄົນທີ່ຈະລອດຈາກບາບ ແລະ ຄວາມຕາຍ ແລະ ກັບຄືນໄປຫາພຣະບິດາເທິງສະຫວັນ.
ຊ່ວຍໃຫ້ຄົນທີ່ທ່ານສິດສອນເຂົ້າໃຈສິ່ງດັ່ງຕໍ່ໄປນີ້:
-
ພຣະເຈົ້າຄືພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາແທ້ໆ. ພຣະອົງຮັກເຮົາຢ່າງສົມບູນ. ທຸກຄົນຢູ່ເທິງໂລກນີ້ເປັນລູກຂອງພຣະເຈົ້າ ແລະ ເປັນສະມາຊິກໃນຄອບຄົວຂອງພຣະອົງ.
-
ພຣະບິດາເທິງສະຫວັນໄດ້ຈັດຕຽມແຜນໃຫ້ເຮົາ ເພື່ອຈະໄດ້ຮັບຊີວິດອະມະຕະ ແລະ ນິລັນດອນ, ຊຶ່ງເປັນພອນທີ່ຍິ່ງໃຫຍ່ທີ່ສຸດຂອງພຣະອົງ (ເບິ່ງ ໂມເຊ 1:39). ເຮົາໄດ້ມາສູ່ໂລກເພື່ອຮຽນຮູ້, ເຕີບໂຕ, ແລະ ກຽມພ້ອມສຳລັບຄວາມສົມບູນແຫ່ງພອນຂອງພຣະອົງ.
-
ພາກສ່ວນໜຶ່ງໃນແຜນຂອງພຣະອົງ, ພຣະບິດາເທິງສະຫວັນໄດ້ປະທານພຣະບັນຍັດ ເພື່ອນຳພາເຮົາລະຫວ່າງຊີວິດນີ້ ແລະ ຊ່ວຍເຮົາໃຫ້ກັບຄືນໄປຫາພຣະອົງ (ເບິ່ງ, ຍົກຕົວຢ່າງ, ອົບພະຍົບ 20:3–17).
-
ໃນຊີວິດນີ້, ເຮົາທຸກຄົນຈະເຮັດບາບ, ແລະ ເຮົາທຸກຄົນຈະຕາຍ. ເພາະຄວາມຮັກຂອງພຣະບິດາເທິງສະຫວັນທີ່ມີຕໍ່ເຮົາ, ພຣະອົງຈຶ່ງໄດ້ສົ່ງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ມາເພື່ອໄຖ່ເຮົາຈາກບາບ ແລະ ຄວາມຕາຍ.
-
ເພາະການເສຍສະລະຊົດໃຊ້ຂອງພຣະເຢຊູ, ເຮົາຈຶ່ງສາມາດຊຳລະບາບຂອງເຮົາໄດ້ ເມື່ອເຮົາກັບໃຈ ແລະ ຮັບບັບຕິສະມາ ແລະ ການຢືນຢັນ. ສິ່ງນີ້ເຮັດໃຫ້ເຮົາມີສັນຕິສຸກ ແລະ ເຮັດໃຫ້ເຮົາສາມາດກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ ແລະ ຮັບຄວາມຊື່ນຊົມອັນເຕັມປ່ຽມ.
-
ເພາະການຟື້ນຄືນພຣະຊົນຂອງພຣະເຢຊູ, ເຮົາທຸກຄົນຈະຟື້ນຄືນຊີວິດຫລັງຈາກເຮົາຕາຍ. ນີ້ໝາຍຄວາມວ່າ ວິນຍານ ແລະ ຮ່າງກາຍຂອງແຕ່ລະຄົນຈະກັບມາລວມກັນອີກຄັ້ງ ແລະ ມີຊີວິດຕະຫລອດໄປ.
-
ຕະຫລອດປະຫວັດສາດຂອງພຣະຄຳພີ, ພຣະຜູ້ເປັນເຈົ້າໄດ້ເປີດເຜີຍພຣະກິດຕິຄຸນຂອງພຣະອົງ ແລະ ໄດ້ຈັດຕັ້ງສາດສະໜາຈັກຂອງພຣະອົງຂຶ້ນ ຜ່ານທາງສາດສະດາ. ຊ້ຳແລ້ວຊ້ຳອີກ, ຜູ້ຄົນສ່ວນໃຫຍ່ໄດ້ປະຕິເສດ. ແບບແຜນຂອງການປະຖິ້ມພຣະກິດຕິຄຸນ ແລະ ຄວາມຈຳເປັນທີ່ຈະຟື້ນຟູໄດ້ເລີ່ມຕົ້ນໃນສະໄໝພຣະຄຳພີເດີມ.
-
ຫລັງຈາກການສິ້ນພຣະຊົນ ແລະ ການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດ, ອັກຄະສາວົກຂອງພຣະອົງໄດ້ນຳພາສາດສະໜາຈັກຊົ່ວໄລຍະໜຶ່ງ. ໃນທີ່ສຸດ, ພວກເພິ່ນໄດ້ຕາຍໄປ, ສິດອຳນາດຂອງຖານະປະໂລຫິດໄດ້ສູນຫາຍ, ແລະ ມີຄັ້ງໜຶ່ງອີກທີ່ຜູ້ຄົນໄດ້ຕົກໄປຈາກຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ. ຜູ້ຄົນໄດ້ປ່ຽນຄຳສອນ ແລະ ພິທີການ.
-
ພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ຖືກຟື້ນຟູໂດຍພຣະບິດາເທິງສະຫວັນ ຜ່ານທາງສາດສະດາໂຈເຊັບ ສະມິດ. ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດໄດ້ມາປະກົດຕໍ່ໂຈເຊັບໃນລະດູໃບໄມ້ປົ່ງຂອງປີ 1820. ຕໍ່ມາໂຈເຊັບ ສະມິດ ໄດ້ຮັບສິດອຳນາດຂອງຖານະປະໂລຫິດ ແລະ ຖືກຊີ້ນຳໃຫ້ຈັດຕັ້ງສາດສະໜາຈັກຂອງພຣະເຢຊູຄຣິດອີກຄັ້ງຢູ່ເທິງແຜ່ນດິນໂລກ.
ສິດສອນວ່າ ສາດສະໜາຈັກຂອງພຣະເຢຊູຄຣິດບໍ່ແມ່ນພຽງແຕ່ເປັນສາດສະໜາໜຶ່ງເທົ່ານັ້ນ. ມັນບໍ່ແມ່ນໂບດອາເມຣິກາ. ແຕ່, ມັນແມ່ນການຟື້ນຟູ “ຄວາມສົມບູນແຫ່ງພຣະກິດຕິຄຸນ” ຂອງພຣະເຢຊູຄຣິດ (ຄຳສອນ ແລະ ພັນທະສັນຍາ 1:23). ມັນຈະບໍ່ຖືກເອົາໄປຈາກໂລກນີ້ອີກ.
ພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ ເປັນພະຍານເຖິງພຣະເຢຊູຄຣິດ ແລະ ພາລະກິດແຫ່ງສະຫວັນຂອງພຣະອົງໃນຖານະພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ມັນຍັງເປັນພະຍານທີ່ມີພະລັງວ່າ ພຣະເຢຊູຄຣິດໄດ້ຟື້ນຟູພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະອົງ ຜ່ານທາງສາດສະດາໂຈເຊັບ ສະມິດ ນຳອີກ. ເຊື້ອເຊີນ ແລະ ຊ່ວຍໃຫ້ຜູ້ຄົນອ່ານພຣະຄຳພີມໍມອນ ແລະ ອະທິຖານກ່ຽວກັບຂ່າວສານຂອງມັນ.
ໄວ້ວາງໃຈໃນຄຳສັນຍາທີ່ໜ້າອັດສະຈັນໃນ ໂມໂຣໄນ 10:3–5. ຊຸກຍູ້ຜູ້ຄົນໃຫ້ທູນຖາມພຣະເຈົ້າດ້ວຍຄວາມຈິງໃຈ ແລະ ດ້ວຍເຈດຕະນາອັນແທ້ຈິງວ່າ ພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າຫລືບໍ່. ການອະທິຖານດ້ວຍຄວາມຕັ້ງໃຈທີ່ແທ້ຈິງ ໝາຍເຖິງການເຕັມໃຈທີ່ຈະປະຕິບັດຕາມຄຳຕອບທີ່ມາຈາກການເປັນພະຍານຂອງພຣະວິນຍານບໍລິສຸດ. ພະຍານນັ້ນກາຍເປັນພື້ນຖານຂອງສັດທາຂອງບຸກຄົນ ວ່າພຣະຄຣິດໄດ້ຟື້ນຟູສາດສະໜາຈັກຂອງພຣະອົງ. ຊ່ວຍຄົນທີ່ທ່ານສິດສອນໃຫ້ສະແຫວງຫາການຢືນຢັນທາງວິນຍານນັ້ນ.
ສະຖາປະນາ ແລະ ເສີມສ້າງສາດສະໜາຈັກ
ເມື່ອພຣະເຢຊູຄຣິດໄດ້ຟື້ນຟູສາດສະໜາຈັກຂອງພຣະອົງ, ພຣະອົງໄດ້ແນະນຳສາດສະດາໂຈເຊັບ ສະມິດ ແລະ ຄົນອື່ນໆໃຫ້ “ສະຖາປະນາ” ມັນ ແລະ “ເສີມສ້າງ [ສາດສະໜາຈັກ]” (ຄຳສອນ ແລະ ພັນທະສັນຍາ 31:7; 39:13). ສາດສະໜາຈັກໄດ້ຖືກສະຖາປະນາ ແລະ ເສີມສ້າງ ເມື່ອຜູ້ມີປະຈັກພະຍານຮັບບັບຕິສະມາ ແລະ ການຢືນຢັນ, ຮັກສາພັນທະສັນຍາ, ກຽມພ້ອມທີ່ຈະໄປພຣະວິຫານ, ແລະ ຊ່ວຍເພີ່ມຄວາມເຂັ້ມແຂງໃຫ້ແກ່ຫວອດ ແລະ ສາຂາຂອງເຂົາເຈົ້າ.
ໃນຖານະຜູ້ສອນສາດສະໜາ, ທ່ານໄດ້ຊ່ວຍສະຖາປະນາ ແລະ ເສີມສ້າງສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ. ມີຫລາຍວິທີທີ່ທ່ານສາມາດເຮັດສິ່ງນີ້ໄດ້. ທ່ານສາມາດສະໜັບສະໜູນສະມາຊິກ ເມື່ອເຂົາເຈົ້າແບ່ງປັນພຣະກິດຕິຄຸນ ຜ່ານທາງຫລັກທຳແຫ່ງຄວາມຮັກ, ການແບ່ງປັນ, ແລະ ການເຊື້ອເຊີນ (ເບິ່ງ ຄູ່ມືທົ່ວໄປ, 23.1). ທ່ານສາມາດຊ່ວຍໃຫ້ຜູ້ຄົນຮັບບັບຕິສະມາ ແລະ ເຕີບໂຕໃນສັດທາຂອງເຂົາເຈົ້າ. ທ່ານສາມາດຊ່ວຍໃຫ້ສະມາຊິກໃໝ່ປັບຕົວເຂົ້າກັບຊີວິດໃໝ່ຂອງເຂົາເຈົ້າ ແລະ ສືບຕໍ່ເຕີບໂຕທາງວິນຍານ. ທ່ານຍັງສາມາດຊ່ວຍໃຫ້ສະມາຊິກທີ່ກັບຄືນມາເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຂົາເຈົ້າໃນພຣະເຢຊູຄຣິດນຳອີກ.
ສະມາຊິກໃໝ່ ແລະ ສະມາຊິກທີ່ກັບຄືນມາເຕີບໂຕໃນປະຈັກພະຍານ ແລະ ສັດທາ ເມື່ອເຂົາເຈົ້າປະສົບກັບພຣະກິດຕິຄຸນທຳງານໃນຊີວິດຂອງເຂົາເຈົ້າ. ເພື່ອຊ່ວຍເຮັດໃຫ້ເກີດສິ່ງນີ້, ມັນສຳຄັນທີ່ເຂົາເຈົ້າ:
-
ມີໝູ່ເພື່ອນທີ່ເປັນສະມາຊິກຂອງສາດສະໜາຈັກ.
-
ໄດ້ຮັບໜ້າທີ່ຮັບຜິດຊອບໃນສາດສະໜາຈັກ.
-
ໄດ້ຮັບການບຳລຸງລ້ຽງໂດຍພຣະຄຳຂອງພຣະເຈົ້າ.
(ເບິ່ງ Gordon B. Hinckley, “Converts and Young Men,” Ensign, May 1997, 47.)
ຜູ້ສອນສາດສະໜາ, ຜູ້ນຳໃນທ້ອງຖິ່ນ, ແລະ ສະມາຊິກຂອງສາດສະໜາຈັກຄົນອື່ນໆ ຄວນຍິນດີຮັບໂອກາດທີ່ຈະບຳລຸ້ງລ້ຽງ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ສະມາຊິກໃໝ່ ແລະ ສະມາຊິກທີ່ກັບຄືນມາ. ການຮັບໃຊ້ນີ້ຊ່ວຍ “ຮັກສາເຂົາຢູ່ໃນທາງທີ່ຖືກຕ້ອງ” (ໂມໂຣໄນ 6:4).
ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ
ລະຫວ່າງການປະຕິບັດສາດສະໜາກິດຢູ່ໃນໂລກຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ຮັບໃຊ້ຄົນອື່ນ. ພຣະອົງໄດ້ໄປທຸກຫົນທຸກແຫ່ງ “ເຮັດຄຸນງາມຄວາມດີ” ແລະ “[ສັ່ງສອນພຣະກິດຕິຄຸນ]” (ກິດຈະການ 10:38; ມັດທາຍ 4:23). ເມື່ອທ່ານເຮັດຕາມຕົວຢ່າງຂອງພຣະອົງ, ທ່ານຈະພົບເຫັນຜູ້ຄົນທີ່ທ່ານສາມາດຮັບໃຊ້ ແລະ ຜູ້ທີ່ຈະຮັບເອົາທ່ານ.
ຜ່ານທາງການຮັບໃຊ້, ທ່ານໄດ້ບັນລຸພຣະບັນຍັດອັນຍິ່ງໃຫຍ່ສອງປະການ ທີ່ຈະຮັກພຣະເຈົ້າ ແລະ ຮັກເພື່ອນບ້ານຂອງທ່ານ (ເບິ່ງ ມັດທາຍ 22:36–40; 25:40; ໂມໄຊຢາ 2:17). ຜ່ານທາງການຮັບໃຊ້, ທ່ານ ແລະ ຄົນອື່ນອາດຈະມາຮ່ວມກັນດ້ວຍວິທີທີ່ມີພະລັງ ແລະ ສ້າງແຮງບັນດານໃຈ.
ໃນຖານະຜູ້ສອນສາດສະໜາ, ທ່ານຮັບໃຊ້ ຕາມແຜນ ໃນແຕ່ລະອາທິດ (ເບິ່ງ Missionary Standards, 2.7 ແລະ 7.2, ສຳລັບຂໍ້ມູນ ແລະ ແນວທາງຊີ້ນຳ). ພາຍໃຕ້ການຊີ້ນຳຂອງປະທານເຜີຍແຜ່, ທ່ານອາດພົບໂອກາດໃນການຮັບໃຊ້ໃນຊຸມຊົນ ຜ່ານທາງ JustServe (ໃນບ່ອນທີ່ຖືກອະນຸມັດ) ແລະ ໂຄງການຊ່ວຍເຫລືອມະນຸດສະທຳ ແລະ ໂຄງການຕອບຮັບໄພພິບັດ ຂອງສາດສະໜາຈັກ.
ຕະຫລອດທັງວັນ, ຈົ່ງອະທິຖານ ແລະ ຊອກຫາໂອກາດ ທີ່ບໍ່ໄດ້ວາງແຜນ ເພື່ອເຮັດຄວາມດີ. ຟັງພຣະວິນຍານເພື່ອຈະໄດ້ຮູ້ຈັກໂອກາດສຳລັບການກະທຳເລັກນ້ອຍ ຂອງຄວາມເມດຕາທີ່ທ່ານສາມາດສະເໜີມອບໃຫ້.
“ທ່ານຢາກມີຄວາມສຸກບໍ? ໃຫ້ລືມຕົວເອງ ແລະ ຫລົງໄປກັບອຸດົມການທີ່ຍິ່ງໃຫຍ່ນີ້. ໃຊ້ຄວາມພະຍາຍາມໃນການຊ່ວຍເຫລືອຄົນອື່ນ. … ຢືນໃຫ້ສູງຂຶ້ນ, ຍົກຫົວເຂົ່າອ່ອນແອ, ຍົກແຂນທີ່ເມື່ອຍລ້າ. ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ” (Gordon B. Hinckley, Teachings of Presidents of the Church: Gordon B. Hinckley [2016], 209).
ຜູ້ສອນສາດສະໜາທີ່ປະສົບຜົນສຳເລັດ
ຄວາມສຳເລັດຂອງທ່ານໃນຖານະຜູ້ສອນສາດສະໜາ ແມ່ນຖືກກຳນົດໂດຍຄວາມປາດຖະໜາ ແລະ ຄຳໝັ້ນສັນຍາຂອງທ່ານ ທີ່ຈະຊອກຫາ, ສິດສອນ, ບັບຕິສະມາ, ແລະ ຢືນຢັນຜູ້ປ່ຽນໃຈເຫລື້ອມໃສ ແລະ ຊ່ວຍໃຫ້ເຂົາເຈົ້າກາຍເປັນສານຸສິດທີ່ຊື່ສັດຂອງພຣະຄຣິດ ແລະ ເປັນສະມາຊິກຂອງສາດສະໜາຈັກຂອງພຣະອົງ (ເບິ່ງ ແອວມາ 41:3).
ຄວາມສຳເລັດຂອງທ່ານບໍ່ໄດ້ຖືກກຳນົດໂດຍຈຳນວນຜູ້ຄົນທີ່ທ່ານສິດສອນ ຫລື ຊ່ວຍນຳໄປສູ່ການບັບຕິສະມາ. ທັງບໍ່ໄດ້ຖືກກຳນົດໂດຍການດຳລົງຕຳແໜ່ງຜູ້ນຳ.
ຄວາມສຳເລັດຂອງທ່ານບໍ່ໄດ້ຂຶ້ນກັບວິທີທີ່ຄົນອື່ນເລືອກທີ່ຈະຕອບຮັບທ່ານ, ຕອບຮັບຄຳເຊື້ອເຊີນຂອງທ່ານ, ຫລື ຕອບຮັບການສະແດງຄວາມເມດຕາຢ່າງຈິງໃຈຂອງທ່ານ. ຜູ້ຄົນມີອຳເພີໃຈທີ່ຈະເລືອກວ່າ ຈະຮັບເອົາພຣະກິດຕິຄຸນຫລືບໍ່. ໜ້າທີ່ຮັບຜິດຊອບຂອງທ່ານແມ່ນທີ່ຈະສິດສອນຢ່າງແຈ່ມແຈ້ງ ແລະ ມີພະລັງ ເພື່ອວ່າເຂົາເຈົ້າຈະສາມາດເລືອກອັນທີ່ຈະເປັນພອນໃຫ້ແກ່ເຂົາເຈົ້າ.
ຄິດກ່ຽວກັບຄຳອຸປະມາຂອງພຣະຜູ້ຊ່ວຍໃຫ້ລອດກ່ຽວກັບເງິນຕະລັນຕົນໃນ ມັດທາຍ 25:14–28. ເຈົ້ານາຍ, ຜູ້ເປັນຕົວແທນຂອງພຣະຜູ້ເປັນເຈົ້າ, ໄດ້ຍ້ອງຍໍຄົນຮັບໃຊ້ທີ່ຊື່ສັດສອງຄົນຂອງເພິ່ນ ເຖິງແມ່ນວ່າຂະໜາດຂອງເຄື່ອງຖວາຍຂອງພວກເຂົາແຕກຕ່າງກັນ (ເບິ່ງ ມັດທາຍ 25:21, 23). ເພິ່ນຍັງໄດ້ມອບລາງວັນຢ່າງດຽວກັນໃຫ້ພວກເຂົາທັງສອງນຳອີກ, ເຊື້ອເຊີນພວກເຂົາໃຫ້ “ມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ” ຍ້ອນວ່າພວກເຂົາໄດ້ຂະຫຍາຍສິ່ງທີ່ພວກເຂົາໄດ້ຮັບ.
ພຣະເຈົ້າໄດ້ປະທານຕະລັນຕົນ ແລະ ຂອງປະທານໃຫ້ທ່ານ ເພື່ອໃຊ້ໃນການຮັບໃຊ້ຂອງພຣະອົງ. ຕະລັນຕົນ ແລະ ຂອງປະທານຂອງທ່ານແມ່ນແຕກຕ່າງຈາກຄົນອື່ນໆ. ການຮັບຮູ້ວ່າ ທັງໝົດແມ່ນສຳຄັນ, ລວມທັງອັນທີ່ບໍ່ຄ່ອຍສັງເກດເຫັນ. ເມື່ອທ່ານອຸທິດຖວາຍຕະລັນຕົນ ແລະ ຂອງປະທານໃຫ້ພຣະອົງ, ພຣະອົງຈະຂະຫຍາຍມັນ ແລະ ເຮັດການມະຫັດສະຈັນດ້ວຍສິ່ງທີ່ທ່ານຖວາຍ.
ຫລີກເວັ້ນຈາກການປຽບທຽບຕົວເອງໃສ່ກັບຜູ້ສອນສາດສະໜາຄົນອື່ນໆ ແລະ ວັດຜົນງານພາຍນອກຂອງຄວາມພະຍາຍາມຂອງທ່ານກັບຂອງເຂົາເຈົ້າ. ການປຽບທຽບມັກຈະນຳໄປສູ່ຜົນໄດ້ຮັບທາງລົບ, ດັ່ງເຊັ່ນ ຄວາມທໍ້ແທ້ ຫລື ຄວາມທະນົງໃຈ. ການປຽບທຽບຍັງມັກຈະເຮັດໃຫ້ເຂົ້າໃຈຜິດນຳອີກ. ສິ່ງທີ່ພຣະຜູ້ເປັນເຈົ້າປະສົງແມ່ນຄວາມພະຍາຍາມໃຫ້ດີທີ່ສຸດຂອງທ່ານເອງ—ເພື່ອທ່ານຈະ “ຮັບໃຊ້ດ້ວຍສຸດໃຈ, ພະລັງ, ຄວາມນຶກຄິດ ແລະ ກຳລັງ ຂອງເຈົ້າ” (ຄຳສອນ ແລະ ພັນທະສັນຍາ 4:2; ເນັ້ນຄຳເນີ້ງ).
ທ່ານອາດຈະເສຍໃຈຖ້າຫາກຜູ້ຄົນຍັງບໍ່ຍອມຮັບພຣະກິດຕິຄຸນ. ບາງຄັ້ງທ່ານອາດຮູ້ສຶກທໍ້ແທ້. ບາງຄັ້ງແມ່ນແຕ່ຜູ້ສອນສາດສະໜາ ແລະ ສາດສະດາຜູ້ຍິ່ງໃຫຍ່ໃນພຣະຄຳພີ ກໍຍັງຮູ້ສຶກທໍ້ແທ້ (ເບິ່ງ 2 ນີໄຟ 4:17–19; ແອວມາ 26:27). ໃນຊ່ວງເວລາເຊັ່ນນັ້ນ, ຈົ່ງເຮັດຕາມຕົວຢ່າງຂອງນີໄຟ ໂດຍການຫັນໄປຫາພຣະຜູ້ເປັນເຈົ້າ, ໄວ້ວາງໃຈໃນພຣະອົງ, ອະທິຖານຂໍຄວາມເຂັ້ມແຂງ, ແລະ ຈື່ຈຳສິ່ງທີ່ດີທີ່ພຣະອົງໄດ້ກະທຳເພື່ອທ່ານ (ເບິ່ງ 2 ນີໄຟ 4:16–35).
ເມື່ອທ່ານຫັນມາຫາພຣະຜູ້ເປັນເຈົ້າໃນຊ່ວງເວລາທີ່ຫຍຸ້ງຍາກ, ພຣະອົງໄດ້ສັນຍາວ່າ, “ເຮົາຈະຊ່ວຍເຫລືອໃຫ້ພວກເຈົ້າໄດ້ເຂັ້ມແຂງ; ເຮົາຈະປົກປັກຮັກສາຊ່ວຍພວກເຈົ້າໃຫ້ພົ້ນ” (ເອຊາຢາ 41:10). ຜ່ານທາງການໃຊ້ສັດທາໃນພຣະຄຣິດ, ທ່ານສາມາດພົບສັນຕິສຸກ ແລະ ຄວາມໝັ້ນໃຈກ່ຽວກັບຄວາມພະຍາຍາມຂອງທ່ານ. ສັດທາຈະຊ່ວຍໃຫ້ທ່ານກ້າວເດີນໄປໜ້າ ແລະ ສືບຕໍ່ໃນຄວາມປາດຖະໜາທີ່ຊອບທຳ.
ຈົ່ງສຸມໃສ່ຄຳໝັ້ນສັນຍາຂອງທ່ານຕໍ່ພຣະຄຣິດ ແລະ ຈຸດປະສົງຂອງການເຜີຍແຜ່ຂອງທ່ານ—ບໍ່ແມ່ນຜົນໄດ້ຮັບພາຍນອກ. ຜົນໄດ້ຮັບເຫລົ່ານີ້ມັກຈະບໍ່ເຫັນໄດ້ຢ່າງຊັດເຈນໃນທັນທີ. ໃນເວລາດຽວກັນ, ຈົ່ງຮັກສາຄວາມຄາດຫວັງຂອງທ່ານໃຫ້ສູງ ໂດຍບໍ່ຄຳນຶງເຖິງການທ້າທາຍທີ່ທ່ານປະເຊີນ. ຄວາມຄາດຫວັງສູງຈະເພີ່ມປະສິດທິພາບຂອງທ່ານ, ຄວາມປາດຖະໜາຂອງທ່ານ, ແລະ ຄວາມສາມາດຂອງທ່ານ ທີ່ຈະເຮັດຕາມພຣະວິນຍານ.
ບາງວິທີທີ່ທ່ານສາມາດປະເມີນຄຳໝັ້ນສັນຍາຂອງທ່ານຕໍ່ພຣະຜູ້ເປັນເຈົ້າ ແລະ ຄວາມພະຍາຍາມຂອງທ່ານທີ່ຈະເປັນຜູ້ສອນສາດສະໜາທີ່ປະສົບຜົນສຳເລັດໄດ້ຖືກລະບຸໄວ້ຢູ່ຂ້າງລຸ່ມ.
-
ສະແຫວງຫາທີ່ຈະເປັນສານຸສິດຂອງພຣະເຢຊູຄຣິດ, ຮຽນຮູ້ກ່ຽວກັບພຣະອົງ ແລະ ປັບປຸງເທື່ອລະເລັກເທື່ອລະນ້ອຍ (ເບິ່ງ ໂຢຮັນ 8:31; 2 ນີໄຟ 28:30).
-
ສະແຫວງຫາຄຸນລັກສະນະຢ່າງພຣະຄຣິດ (ເບິ່ງ 2 ເປໂຕ 1:2–9; ຄຳສອນ ແລະ ພັນທະສັນຍາ 4:5–6).
-
ຮັກຜູ້ຄົນດ້ວຍຄວາມຈິງໃຈ ແລະ ເຮັດໃຫ້ດີທີ່ສຸດໃນແຕ່ລະວັນ ເພື່ອນຳຈິດວິນຍານມາຫາພຣະຄຣິດ (ເບິ່ງ 1 ໂກຣິນໂທ 13; ໂມໂຣໄນ 7:45–48).
-
ເຊື້ອເຊີນ ແລະ ຊ່ວຍຜູ້ຄົນໃຫ້ເຮັດ ແລະ ຮັກສາຄຳໝັ້ນສັນຍາ ທີ່ສ້າງສັດທາຂອງເຂົາເຈົ້າໃນພຣະຜູ້ຊ່ວຍໃຫ້ລອດ.
-
ສຶກສາພຣະຄຳພີ, ແລະ ອະທິຖານຢ່າງພາກພຽນ ເພື່ອສະແດງຄວາມຂອບພຣະຄຸນ ແລະ ທູນຂໍຄວາມຊ່ວຍເຫລືອຈາກສະຫວັນ (ເບິ່ງ ໂຢຮັນ 5:39; 2 ນີໄຟ 32:3; ເອໂນດ 1:4; ແອວມາ 37:37; ຄຳສອນ ແລະ ພັນທະສັນຍາ 26:1).
-
ເຊື່ອຟັງພຣະບັນຍັດຂອງພຣະເຈົ້າ ແລະ ປະຕິບັດຕາມມາດຕະຖານຂອງຜູ້ສອນສາດສະໜາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 35:24).
-
ດຳລົງຊີວິດເພື່ອໃຫ້ພຣະວິນຍານນຳພາທ່ານ ວ່າຈະໄປໃສ, ເຮັດຫຍັງ, ແລະ ເວົ້າຫຍັງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 18:18; 42:14).
-
ຕັ້ງເປົ້າໝາຍດ້ວຍການອະທິຖານ, ວາງແຜນ, ແລະ ເຮັດວຽກເພື່ອເຮັດໃຫ້ມັນສຳເລັດ (ເບິ່ງ ລູກາ 14:28; ຄຳສອນ ແລະ ພັນທະສັນຍາ 88:119).
-
ເສີມສ້າງ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຫວອດ ແລະ ສາຂາບ່ອນທີ່ທ່ານຖືກມອບໝາຍ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 18:5).
-
ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ ແລະ ຮັບໃຊ້ຜູ້ຄົນໃນທຸກໂອກາດ, ບໍ່ວ່າເຂົາເຈົ້າຈະຮັບເອົາຂ່າວສານຂອງທ່ານຫລືບໍ່ກໍຕາມ (ເບິ່ງ ກິດຈະການ 10:38).
ເມື່ອທ່ານເຮັດດີທີ່ສຸດແລ້ວ, ທ່ານອາດຍັງມີຄວາມຜິດຫວັງ, ແຕ່ທ່ານຈະບໍ່ຜິດຫວັງໃນຕົວທ່ານເອງ. ທ່ານສາມາດຮູ້ສຶກໝັ້ນໃຈວ່າ ພຣະຜູ້ເປັນເຈົ້າພໍພຣະໄທເມື່ອທ່ານຮູ້ສຶກເຖິງພຣະວິນຍານທີ່ເຮັດວຽກຜ່ານທາງທ່ານ.
ແນວຄິດສຳລັບການສຶກສາ ແລະ ການນຳໃຊ້
ການສຶກສາສ່ວນຕົວ
-
ພິຈາລະນາຄວາມໝາຍຂອງການເປັ່ງສຽງເຕືອນ (ເບິ່ງ ຢາໂຄບ 3:12; ຄຳສອນ ແລະ ພັນທະສັນຍາ 1:4; 38:41; 63:57–58; 88:81; 112:5; ເອເຊກຽນ 3:17–21; 33:1–12). ຂຽນໃນຄຳເວົ້າຂອງທ່ານເອງວ່າ ມັນໝາຍຄວາມວ່າແນວໃດ ແລະ ທ່ານເຮັດມັນໄດ້ແນວໃດ.
-
ພິຈາລະນາເຫດການໃນຊີວິດຂອງທ່ານ ທີ່ເພີ່ມຄວາມເຂັ້ມແຂງໃຫ້ແກ່ປະຈັກພະຍານຂອງທ່ານ ກ່ຽວກັບໂຈເຊັບ ສະມິດ ແລະ ການຟື້ນຟູ. ບັນທຶກຄວາມປະທັບໃຈຂອງທ່ານ.
ການສຶກສາກັບຄູ່ສອນ ແລະ ການສັບປ່ຽນຄູ່ສອນ
-
ເລືອກຜູ້ສອນສາດສະໜາທີ່ຍິ່ງໃຫຍ່ຄົນໜຶ່ງດັ່ງຕໍ່ໄປນີ້, ແລະ ອ່ານຂໍ້ພຣະຄຳພີທີ່ລະບຸໄວ້. ຂະນະທີ່ທ່ານອ່ານ, ໃຫ້ສົນທະນາວິທີທີ່ຜູ້ສອນສາດສະໜາ (1) ເຂົ້າໃຈ ແລະ ຍຶດໝັ້ນຕົນເອງຕໍ່ການເອີ້ນຂອງເພິ່ນ, (2) ໄດ້ສະແດງທ່າທີ ແລະ ຄວາມປາດຖະໜາຂອງເພິ່ນຕໍ່ວຽກງານ, ແລະ (3) ໄດ້ຊ່ວຍຄົນອື່ນໃຫ້ຮັບເອົາພຣະກິດຕິຄຸນ.
-
ແອວມາ (ໂມໄຊຢາ 18)
-
ອຳໂມນ, ອາໂຣນ, ແລະ ພວກລູກຊາຍຂອງໂມໄຊຢາຄົນອື່ນໆ (ແອວມາ 17–22; 23:1–6; 26)
-
ນີໄຟ ແລະ ລີໄຮ (ຮີລາມັນ 5)
-
ເປໂຕ (ກິດຈະການ 2)
-
ໂປໂລ (ກິດຈະການ 16)
-
-
ເລືອກເພງສວດສອງເພງກ່ຽວກັບການຟື້ນຟູພຣະກິດຕິຄຸນ. ອ່ານ ຫລື ຮ້ອງເພງສວດ. ສົນທະນາຄວາມໝາຍຂອງເນື້ອເພງ.
ສະພາທ້ອງຖິ່ນ, ກອງປະຊຸມອະນາເຂດ, ແລະ ສະພາຜູ້ນຳເຂດເຜີຍແຜ່
-
ເຊື້ອເຊີນຜູ້ປ່ຽນໃຈເຫລື້ອມໃສສອງ ຫລື ສາມຄົນ ໃຫ້ແບ່ງປັນປະສົບການ ການປ່ຽນໃຈເຫລື້ອມໃສຂອງເຂົາເຈົ້າ. ເຂົາເຈົ້າຮູ້ສຶກແນວໃດກ່ຽວກັບຜູ້ສອນສາດສະໜາ? ເຂົາເຈົ້າຮູ້ສຶກແນວໃດກ່ຽວກັບສິ່ງທີ່ຜູ້ສອນສາດສະໜາໄດ້ສິດສອນ? ແມ່ນຫຍັງທີ່ຊ່ວຍໃຫ້ເຂົາເຈົ້າຮັກສາຄຳໝັ້ນສັນຍາ? ແມ່ນຫຍັງມີອິດທິພົນຕໍ່ການປ່ຽນໃຈເຫລື້ອມໃສຂອງເຂົາເຈົ້າຫລາຍທີ່ສຸດ?
-
ຫລາຍວັນກ່ອນການປະຊຸມ, ມອບໝາຍຜູ້ສອນສາດສະໜາຫລາຍຄົນ ໃຫ້ໄຕ່ຕອງຄຳຖາມທີ່ເລືອກຈາກ “ໃຫ້ພິຈາລະນາສິ່ງນີ້” ໃນຕອນຕົ້ນຂອງບົດ. ຂໍໃຫ້ຜູ້ສອນສາດສະໜາແຕ່ລະຄົນກະກຽມຄຳປາໄສສອງສາມນາທີສຳລັບຄຳຖາມທີ່ມອບໝາຍໃຫ້. ລະຫວ່າງສະພາທ້ອງຖິ່ນ ຫລື ກອງປະຊຸມອະນາເຂດ, ໃຫ້ເຊື້ອເຊີນຜູ້ສອນສາດສະໜາກ່າວປາໄສ. ຫລັງຈາກກ່າວປາໄສແລ້ວ, ໃຫ້ສົນທະນາວ່າ ໄດ້ຮຽນຮູ້ຫຍັງແດ່ ແລະ ຈະນຳໄປໃຊ້ໃນວຽກງານເຜີຍແຜ່ແນວໃດ.
-
ແຍກຜູ້ສອນສາດສະໜາອອກເປັນສີ່ກຸ່ມ. ຂໍໃຫ້ແຕ່ລະກຸ່ມຂຽນຄວາມຈິງ, ພັນທະສັນຍາ, ແລະ ພິທີການຫລາຍຢ່າງ ເທົ່າທີ່ເຂົາເຈົ້າຈະສາມາດເຮັດໄດ້ ທີ່ຖືກຟື້ນຟູ ແລະ ຖືກເປີດເຜີຍຜ່ານທາງສາດສະດາໂຈເຊັບ ສະມິດ. ຂໍໃຫ້ແຕ່ລະກຸ່ມແບ່ງປັນລາຍການຂອງຕົນ. ເຊື້ອເຊີນຜູ້ສອນສາດສະໜາໃຫ້ແບ່ງປັນວ່າ ຄວາມຈິງທີ່ຖືກເປີດເຜີຍຜ່ານທາງການຟື້ນຟູມີອິດທິພົນຕໍ່ຊີວິດຂອງເຂົາເຈົ້າແນວໃດ.
-
ສົນທະນາຄວາມໝາຍຂອງການເປັນຜູ້ສອນສາດສະໜາທີ່ປະສົບຜົນສຳເລັດ. ເຊື້ອເຊີນຜູ້ສອນສາດສະໜາໃຫ້ຍົກຕົວຢ່າງທີ່ສະເພາະເຈາະຈົງ.
ຜູ້ນຳເຜີຍແຜ່ ແລະ ທີ່ປຶກສາເຜີຍແຜ່
-
ລະຫວ່າງການສຳພາດ ຫລື ການເວົ້າລົມກັບຜູ້ສອນສາດສະໜາ, ຂໍໃຫ້ເຂົາເຈົ້າແບ່ງປັນກັບທ່ານເປັນບາງຄັ້ງບາງຄາວ:
-
ປະຈັກພະຍານຂອງເຂົາເຈົ້າເຖິງພຣະເຢຊູຄຣິດ.
-
ປະຈັກພະຍານຂອງເຂົາເຈົ້າເຖິງການຟື້ນຟູພຣະກິດຕິຄຸນ ແລະ ພາລະກິດຂອງໂຈເຊັບ ສະມິດ.
-
ປະຈັກພະຍານຂອງເຂົາເຈົ້າກ່ຽວກັບພຣະຄຳພີມໍມອນ.
-
ຄວາມຄິດຂອງເຂົາເຈົ້າກ່ຽວກັບຈຸດປະສົງຂອງເຂົາເຈົ້າໃນຖານະຜູ້ສອນສາດສະໜາ.
-
-
ເຊື້ອເຊີນຜູ້ສອນສາດສະໜາໃຫ້ບັນທຶກສິ່ງທີ່ເຂົາເຈົ້າຮູ້ສຶກວ່າເປັນຈຸດປະສົງບາງຢ່າງຂອງການເຜີຍແຜ່ຂອງເຂົາເຈົ້າ ໄວ້ໃນບັນທຶກການສຶກສາຂອງເຂົາເຈົ້າ. ລະຫວ່າງການສຳພາດ ຫລື ໃນການສົນທະນາ, ຂໍໃຫ້ເຂົາເຈົ້າແບ່ງປັນສິ່ງທີ່ເຂົາເຈົ້າໄດ້ຂຽນໄວ້.
-
ສົ່ງຈົດໝາຍສະແດງຄວາມຍິນດີກັບສະມາຊິກໃໝ່.